ຈົ່ງລື້ນເລີງ ແລະ ປິຕິຍິນດີເຖີດ
ເຮົາໄດ້ມາເກີດໃນວັນເວລານີ້ເພື່ອຈຸດປະສົງແຫ່ງສະຫວັນ, ການເຕົ້າໂຮມອິດສະຣາເອນ.
ເມື່ອກ່າວຕໍ່ ທອມມັສ ບີ ມາສ໌, ຜູ້ປ່ຽນໃຈເຫລື້ອມໃສໃໝ່, ພຣະຜູ້ເປັນເຈົ້າໄດ້ກ່າວໂດຍໃຫ້ກຳລັງໃຈວ່າ, “ຈົ່ງລື້ນເລີງ ແລະ ປິຕິຍິນດີເຖີດ, ເພາະຊົ່ວໂມງແຫ່ງພາລະກິດຂອງເຈົ້າມາເຖິງແລ້ວ” (ຄຳສອນ ແລະ ພັນທະສັນຍາ 31:3).
ຂ້າພະເຈົ້າເຊື່ອວ່າຄຳເຊື້ອເຊີນນີ້ກໍສາມາດເປັນແຮງດົນໃຈສຳລັບສະມາຊິກຂອງສາດສະໜາຈັກທຸກຄົນ. ເຖິງແນວໃດ, ເຮົາແຕ່ລະຄົນກໍໄດ້ຮັບພາລະກິດຈາກພຣະບິດາເທິງສະຫວັນຂອງເຮົາໃນການເຕົ້າໂຮມອິດສະຣາເອນຢູ່ທັງສອງຟາກມ່ານ.
“ການເຕົ້າໂຮມນັ້ນ,” ປະທານຣະໂຊ ເອັມ ແນວສັນ ໄດ້ກ່າວວ່າເປັນ “ສິ່ງສຳຄັນທີ່ສຸດ ທີ່ກຳລັງເກີດຂຶ້ນຢູ່ໃນໂລກ ໃນທຸກວັນນີ້. ບໍ່ມີສິ່ງອື່ນໃດທີ່ໃຫຍ່ໂຕໄປກວ່ານີ້, ບໍ່ມີສິ່ງໃດທີ່ສຳຄັນໄປກວ່ານີ້, ບໍ່ມີສິ່ງໃດທີ່ສະຫງ່າງາມໄປກວ່ານີ້.”1
ແນ່ນອນວ່າ, ຍັງມີອຸດົມການອີກຫລາຍຢ່າງທີ່ມີຄຸນຄ່າຢູ່ເທິງໂລກ. ມັນເປັນໄປບໍ່ໄດ້ທີ່ຈະບອກຊື່ຂອງທຸກໆຢ່າງ. ແຕ່ທ່ານບໍ່ຢາກມີພາກສ່ວນໃນອຸດົມການທີ່ຍິ່ງໃຫຍ່ພຽງແຄ່ເອື້ອມຂອງທ່ານ ແລະ ບ່ອນທີ່ສ່ວນປະກອບຂອງທ່ານຈະສ້າງຄວາມແຕກຕ່າງທີ່ສຳຄັນບໍ? ການເຕົ້າໂຮມສ້າງຄວາມແຕກຕ່າງນິລັນດອນໃຫ້ແກ່ທຸກຄົນ. ຜູ້ຄົນໃນທຸກໆໄວສາມາດມີສ່ວນຮ່ວມໃນອຸດົມການນີ້ ບໍ່ວ່າສະຖານະການ ຫລື ບ່ອນທີ່ເຂົາເຈົ້າອາໄສຢູ່ຈະເປັນແບບໃດກໍຕາມ. ບໍ່ມີອຸດົມການອື່ນໃດໃນໂລກທີ່ລວມຮັບຜູ້ຄົນຫລາຍກວ່ານີ້.
ເມື່ອກ່າວຕໍ່ຊາວໜຸ່ມໂດຍສະເພາະ, ປະທານແນວສັນໄດ້ກ່າວວ່າ “ພຣະບິດາເທິງສະຫວັນຂອງເຮົາໄດ້ສະຫງວນດວງວິນຍານທີ່ດີເລີດທີ່ສຸດຂອງພຣະອົງ—ບາງທີ, … ທີມທີ່ຍອດຍ້ຽມທີ່ສຸດຂອງພຣະອົງ—ສຳລັບໄລຍະສຸດທ້າຍ. ດວງວິນຍານທີ່ດີເລີດເຫລົ່ານັ້ນ—ນັກກິລາທີ່ຍອດຍ້ຽມເຫລົ່ານັ້ນ, ວິລະຊົນເຫລົ່ານັ້ນ—ຄື ພວກເຈົ້ານັ້ນເອງ!”2
ແມ່ນແລ້ວ, ພວກເຈົ້າຖືກກະກຽມໄວ້ກ່ອນຊີວິດນີ້ ແລະ ໄດ້ລົງມາເກີດເພື່ອມີສ່ວນຮ່ວມໃນວຽກງານອັນຍິ່ງໃຫຍ່ຂອງການເຕົ້າໂຮມອິດສະຣາເອນຢູ່ທັງສອງຟາກມ່ານໃນຊ່ວງຍຸກສຸດທ້າຍນີ້ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 138:53–56).
ເປັນຫຍັງອຸດົມການນີ້ຈຶ່ງສຳຄັນຫລາຍແທ້? ເພາະວ່າ “ຄຸນຄ່າຂອງຈິດວິນຍານແມ່ນຍິ່ງໃຫຍ່ໃນສາຍພຣະເນດຂອງພຣະເຈົ້າ” (ຄຳສອນ ແລະ ພັນທະສັນຍາ 18:10). ແລະ ເພາະວ່າ “ຜູ້ໃດກໍຕາມທີ່ເຊື່ອໃນ [ພຣະເຢຊູຄຣິດ], ແລະ ຮັບບັບຕິສະມາ, ຜູ້ນັ້ນຈະລອດ; ແລະ … ຈະເປັນຜູ້ທີ່ໄດ້ຮັບອານາຈັກຂອງພຣະເຈົ້າເປັນມູນມໍລະດົກ” (3 ນີໄຟ 11:33). ນອກຈາກນັ້ນ, “ທຸກສິ່ງທີ່ພຣະບິດາມີ ຈະຖືກມອບໃຫ້ແກ່” ຜູ້ຄົນທີ່ຮັບເອົາພິທີການຂອງພຣະອົງ ແລະ ຮັກສາພັນທະສັນຍາຂອງພຣະອົງ (ຄຳສອນ ແລະ ພັນທະສັນຍາ 84:38). ນອກຈາກນີ້, “ຄົນງານມີໜ້ອຍ” (ລູກາ 10:2).
ມີພຽງແຕ່ໃນສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍເທົ່ານັ້ນທີ່ເຮົາພົບເຫັນອຳນາດ, ສິດອຳນາດ, ແລະ ວິທີທີ່ຈະມອບພອນດັ່ງກ່າວໃຫ້ແກ່ຄົນອື່ນ, ບໍ່ວ່າຍັງມີຊີວິດຢູ່ ຫລື ເສຍຊີວິດແລ້ວ.
ດັ່ງທີ່ປະທານແນວສັນໄດ້ກ່າວວ່າ: “ທຸກເທື່ອ ທີ່ທ່ານເຮັດ ສິ່ງ ທີ່ຊ່ວຍ ບາງຄົນ—ຢູ່ທັງສອງຟາກມ່ານ—ເພື່ອເຮັດ ແລະ ຮັກສາພັນທະສັນຍາກັບພຣະເຈົ້າ ແລະ ຮັບເອົາການບັບຕິສະມາ ແລະ ພິທີການຂອງພຣະວິຫານທີ່ຈຳເປັນ, ແລ້ວທ່ານກໍໄດ້ຊ່ວຍເຕົ້າໂຮມອິດສະຣາເອນ. ມັນງ່າຍໆແບບນັ້ນ.”3
ເຖິງແມ່ນວ່າມີຫລາຍວິທີທາງທີ່ຈະຊ່ວຍໃນການເຕົ້າໂຮມ, ຂ້າພະເຈົ້າຢາກຈະກ່າວເຖິງວິທີໜຶ່ງໂດຍສະເພາະ: ການຮັບໃຊ້ເປັນຜູ້ສອນສາດສະໜາເຕັມເວລາ. ສຳລັບທ່ານຫລາຍຄົນ, ນີ້ຈະໝາຍຄວາມວ່າ ການເປັນຜູ້ສອນສາດສະໜາທີ່ສິດສອນ. ສຳລັບຄົນອື່ນ, ມັນຈະໝາຍຄວາມວ່າ ການເປັນຜູ້ສອນສາດສະໜາທີ່ໃຫ້ບໍລິການ. ແຕ່ຊາວໂລກພະຍາຍາມຈະກີດກັນຊາວໜຸ່ມຈາກໜ້າທີ່ຮັບຜິດຊອບທີ່ສັກສິດທີ່ສຸດນີ້ ໂດຍການໃຊ້ຄວາມຢ້ານກົວ ແລະ ຄວາມບໍ່ໝັ້ນໃຈ.
ສິ່ງກີດກັນຢ່າງອື່ນອາດເປັນການປະສົບການລະບາດ, ການລາອອກຈາກວຽກງານທີ່ດີ, ການເລື່ອນການສຶກສາ, ຫລື ການສົນໃຈຄົນໃດຄົນໜຶ່ງໂດຍສະເພາະໃນດ້ານຄວາມຮັກ. ທຸກໆຄົນຈະມີການທ້າທາຍຂອງຕົນເອງ. ສິ່ງກີດກັນເຫລົ່ານີ້ສາມາດເກີດຂຶ້ນໄດ້ໃນຊ່ວງເວລາທີ່ເລີ່ມການຮັບໃຊ້ພຣະຜູ້ເປັນເຈົ້າ, ແລະ ການເລືອກທີ່ຕໍ່ມາເບິ່ງຄືວ່າຊັດເຈນດີກໍບໍ່ແມ່ນເລື່ອງງ່າຍສະເໝີໄປໃນຊ່ວງເວລານັ້ນ.
ຂ້າພະເຈົ້າຮູ້ຈາກປະສົບການຂອງຕົນເອງເຖິງຄວາມຄິດກັງວົນຂອງຄົນໜຸ່ມ. ຕອນຂ້າພະເຈົ້າກະກຽມຈະໄປເຜີຍແຜ່, ພະລັງທີ່ບໍ່ໄດ້ຄາດຄິດບາງຢ່າງໄດ້ພະຍາຍາມທີ່ຈະເຮັດໃຫ້ຂ້າພະເຈົ້າທໍ້ຖອຍໃຈ. ໜຶ່ງໃນນັ້ນແມ່ນໝໍແຂ້ວຂອງຂ້າພະເຈົ້າ. ເມື່ອລາວຮູ້ວ່າການນັດກວດແຂ້ວຂອງຂ້າພະເຈົ້າແມ່ນເພື່ອວ່າຂ້າພະເຈົ້າຈະໄດ້ເປັນຜູ້ສອນສາດສະໜາ, ລາວໄດ້ພະຍາຍາມຫ້າມຂ້າພະເຈົ້າຈາກການຮັບໃຊ້. ຂ້າພະເຈົ້າບໍ່ໄດ້ຮູ້ເລີຍວ່າໝໍແຂ້ວຂອງຂ້າພະເຈົ້າຕໍ່ຕ້ານສາດສະໜາຈັກ.
ການຢຸດການສຶກສາຂອງຂ້າພະເຈົ້າກໍຊັບຊ້ອນນຳອີກ. ເມື່ອຂ້າພະເຈົ້າໄດ້ຂໍລາພັກສອງປີຈາກໂຄງການໃນມະຫາວິທະຍາໄລ, ຂ້າພະເຈົ້າຖືກແຈ້ງບອກວ່າມັນເປັນໄປບໍ່ໄດ້. ຂ້າພະເຈົ້າຈະສູນເສຍສະຖານະຂອງຂ້າພະເຈົ້າຖ້າຫາກຂ້າພະເຈົ້າບໍ່ກັບຄືນມາຫລັງຈາກໜຶ່ງປີ. ໃນປະເທດບຣາຊິນ, ນີ້ເປັນເລື່ອງທີ່ຈິງຈັງເພາະວ່າເງື່ອນໄຂດຽວທີ່ຈະເຂົ້າຮ່ວມໂຄງການມະຫາວິທະຍາໄລນັ້ນກໍແມ່ນການສອບເສັງທີ່ຍາກ ແລະ ແຂ່ງຂັນຫລາຍ.
ຫລັງຈາກໄດ້ຢືນຢັນຊ້ຳແລ້ວຊ້ຳອີກ, ຂ້າພະເຈົ້າຖືກແຈ້ງບອກຢ່າງບໍ່ເຕັມໃຈວ່າ ຫລັງຈາກໄດ້ຂາດໄປໜຶ່ງປີ, ຂ້າພະເຈົ້າສາມາດຍື່ນໃບຄຳຮ້ອງຂໍຍົກເວັ້ນດ້ວຍເຫດຜົນທີ່ພິເສດສຸດ. ມັນອາດຖືກອະນຸມັດ ຫລື ບໍ່ອະນຸມັດກໍເປັນໄດ້. ຂ້າພະເຈົ້າຢ້ານຫລາຍທີ່ອາດຕ້ອງໄດ້ໄປສອບເຂົ້າໃໝ່ ຫລັງຈາກໄດ້ຈາກໄປຈາກການສຶກສາຂອງຂ້າພະເຈົ້າເປັນເວລາສອງປີ.
ພ້ອມນີ້ຂ້າພະເຈົ້າກໍສົນໃຈຍິງໜຸ່ມຄົນໜຶ່ງເປັນພິເສດ. ເພື່ອນຂອງຂ້າພະເຈົ້າຫລາຍຄົນກໍມີຄວາມສົນໃຈແບບດຽວກັນ. ຂ້າພະເຈົ້າໄດ້ຄິດໃນໃຈວ່າ, “ຖ້າເຮົາໄປເຜີຍແຜ່, ເຮົາຈະຕົກຢູ່ໃນການສ່ຽງ.”
ແຕ່ອົງພຣະເຢຊູຄຣິດເຈົ້າກໍໄດ້ເປັນແຮງດົນໃຈທີ່ຍິ່ງໃຫຍ່ຂອງຂ້າພະເຈົ້າທີ່ວ່າ ບໍ່ຕ້ອງຢ້ານອະນາຄົດຂະນະທີ່ຂ້າພະເຈົ້າໄດ້ພະຍາຍາມທີ່ຈະຮັບໃຊ້ພຣະອົງດ້ວຍສຸດຫົວໃຈຂອງຂ້າພະເຈົ້າ.
ພຣະອົງກໍມີພາລະກິດທີ່ຕ້ອງສຳເລັດຄືກັນ. ໃນພຣະຄຳຂອງພຣະອົງເອງ, ພຣະອົງໄດ້ອະທິບາຍວ່າ, “ເພາະເຮົາໄດ້ລົງມາຈາກສະຫວັນ, ບໍ່ແມ່ນເພື່ອເຮັດຕາມໃຈຂອງຕົນເອງ, ແຕ່ເພື່ອເຮັດຕາມພຣະປະສົງຂອງພຣະອົງຜູ້ທີ່ໄດ້ໃຊ້ເຮົາມາ” (ໂຢຮັນ 6:38). ແລະ ພາລະກິດຂອງພຣະອົງນັ້ນງ່າຍບໍ? ບໍ່ງ່າຍເລີຍ. ຄວາມທົນທຸກທໍລະມານຂອງພຣະອົງ, ຊຶ່ງເປັນພາກສ່ວນທີ່ຈຳເປັນຂອງພາລະກິດຂອງພຣະອົງ, ໄດ້ເຮັດໃຫ້ພຣະອົງ, ແມ່ນແຕ່ພຣະເຈົ້າ, ຜູ້ຍິ່ງໃຫຍ່ທີ່ສຸດໃນບັນດາທຸກສິ່ງທັງປວງ, ຕ້ອງສັ່ນເພາະຄວາມເຈັບປວດ, ແລະ ເລືອດໄຫລອອກຈາກທຸກຂຸມຂົນ, ແລະ ທົນທຸກທໍລະມານທັງຮ່າງກາຍ ແລະ ວິນຍານ—ແລະ ປາດຖະໜາທີ່ [ພຣະອົງ] ຈະບໍ່ຕ້ອງດື່ມຈອກອັນຂົມຂື່ນນັ້ນ, ແລະ ຢຸດສະຫງັກຢູ່—
“ເຖິງຢ່າງໃດກໍຕາມ, ລັດສະໝີພາບຈົ່ງມີແດ່ພຣະບິດາ, ແລະ [ພຣະອົງ] ໄດ້ຮັບເອົາ ແລະ ໄດ້ສຳເລັດການຕຽມຂອງ [ພຣະອົງ] ເພື່ອລູກຫລານມະນຸດ” (ຄຳສອນ ແລະ ພັນທະສັນຍາ 19:18–19).
ການເຜີຍແຜ່ເຕັມເວລາອາດເບິ່ງຄືວ່າຍາກສຳລັບເຮົາ. ບາງທີມັນຮຽກຮ້ອງໃຫ້ເຮົາສະລະສິ່ງທີ່ສຳຄັນຊົ່ວຄາວ. ແນ່ນອນວ່າ ພຣະຜູ້ເປັນເຈົ້າຮູ້ເລື່ອງນີ້, ແລະ ພຣະອົງຈະຢູ່ຄຽງຂ້າງເຮົາສະເໝີ.
ແທ້ຈິງແລ້ວ, ຢູ່ໃນຂ່າວສານເຖິງຜູ້ສອນສາດສະໜາໃນປຶ້ມ ຈົ່ງສອນພຣະກິດຕິຄຸນຂອງເຮົາ, ຝ່າຍປະທານສູງສຸດສັນຍາວ່າ, “ພຣະຜູ້ເປັນເຈົ້າຈະໃຫ້ລາງວັນ ແລະ ພອນຢ່າງຫລວງຫລາຍແກ່ທ່ານ ເມື່ອທ່ານຮັບໃຊ້ພຣະອົງດ້ວຍຄວາມຖ່ອມຕົວ ແລະ ການອະທິຖານ.”4 ມັນເປັນຄວາມຈິງທີ່ລູກໆຂອງພຣະເຈົ້າທຸກຄົນໄດ້ຮັບພອນ ໃນທາງໃດທາງໜຶ່ງ, ແຕ່ມັນກໍມີຄວາມແຕກຕ່າງລະຫວ່າງການໄດ້ຮັບພອນ ແລະ ການໄດ້ຮັບພອນຢ່າງຫລວງຫລາຍໃນການຮັບໃຊ້ພຣະອົງ.
ທ່ານຈື່ຈຳການທ້າທາຍທີ່ຂ້າພະເຈົ້າຄິດວ່າ ຂ້າພະເຈົ້າໄດ້ປະເຊີນກ່ອນການເຜີຍແຜ່ຂອງຂ້າພະເຈົ້າໄດ້ບໍ? ໝໍແຂ້ວຂອງຂ້າພະເຈົ້າ? ຂ້າພະເຈົ້າໄດ້ຫາຄົນໃໝ່. ມະຫາວິທະຍາໄລຂອງຂ້າພະເຈົ້າ? ເຂົາເຈົ້າໄດ້ຍົກເວັ້ນສຳລັບຂ້າພະເຈົ້າ. ຈຳຍິງໜຸ່ມຄົນນັ້ນໄດ້ບໍ? ນາງໄດ້ແຕ່ງງານກັບເພື່ອນທີ່ດີຂອງຂ້າພະເຈົ້າຄົນໜຶ່ງ.
ແຕ່ພຣະເຈົ້າກໍໄດ້ໃຫ້ພອນຂ້າພະເຈົ້າຢ່າງຫລວງຫລາຍ. ແລະ ຂ້າພະເຈົ້າໄດ້ຮຽນຮູ້ວ່າ ພອນຂອງພຣະຜູ້ເປັນເຈົ້າສາມາດມີມາໃນວິທີທາງທີ່ແຕກຕ່າງຈາກວິທີທີ່ເຮົາຄາດຫວັງ. ໃນທີ່ສຸດ, ຄວາມຄິດຂອງພຣະອົງນັ້ນບໍ່ຄືຄວາມຄິດຂອງເຮົາ (ເບິ່ງ ເອຊາຢາ 55:8–9).
ໃນບັນດາພອນຢ່າງຫລວງຫລາຍທີ່ພຣະອົງໄດ້ປະທານໃຫ້ຂ້າພະເຈົ້າເພາະການຮັບໃຊ້ພຣະອົງ ໃນການເປັນຜູ້ສອນສາດສະໜາເຕັມເວລາຄື ສັດທາທີ່ມີຫລາຍຂຶ້ນໃນພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ ແລະ ຄວາມຮູ້ ແລະ ປະຈັກພະຍານທີ່ເຂັ້ມແຂງກວ່າເກົ່າເຖິງຄຳສອນຂອງພຣະອົງ, ເພື່ອວ່າຂ້າພະເຈົ້າຈະບໍ່ “ຫັນເຫໄປມາດ້ວຍລົມປາກແຫ່ງຄຳສັ່ງສອນທຸກຢ່າງ” ງ່າຍໆ (ເອເຟໂຊ 4:14). ຂ້າພະເຈົ້າບໍ່ຢ້ານທີ່ຈະສິດສອນ. ຄວາມສາມາດຂອງຂ້າພະເຈົ້າທີ່ຈະປະເຊີນໜ້າກັບການທ້າທາຍດ້ວຍການມອງໂລກໃນແງ່ດີກໍມີຫລາຍຂຶ້ນ. ໂດຍການສັງເກດເບິ່ງແຕ່ລະຄົນ ແລະ ຄອບຄົວທີ່ຂ້າພະເຈົ້າໄດ້ພົບ ຫລື ໄດ້ສິດສອນຕອນເປັນຜູ້ສອນສາດສະໜາ, ຂ້າພະເຈົ້າໄດ້ຮຽນຮູ້ວ່າ ຄຳສອນຂອງພຣະເຈົ້າເປັນຄວາມຈິງເມື່ອພຣະອົງກ່າວວ່າບາບຈະບໍ່ນຳຄວາມສຸກທີ່ແທ້ຈິງມາໃຫ້ ແລະ ວ່າການເຊື່ອຟັງພຣະບັນຍັດຂອງພຣະເຈົ້າຊ່ວຍໃຫ້ເຮົາຈະເລີນຮຸ່ງເຮືອງ ທັງຝ່າຍໂລກ ແລະ ຝ່າຍວິນຍານ (ເບິ່ງ ໂມໄຊຢາ 2:41; ແອວມາ 41:10). ແລະ ຂ້າພະເຈົ້າໄດ້ຮຽນຮູ້ດ້ວຍຕົນເອງວ່າ ພຣະເຈົ້າຄືພຣະເຈົ້າແຫ່ງສິ່ງມະຫັດສະຈັນ (ເບິ່ງ ມໍມອນ 9).
ທຸກສິ່ງທັງໝົດນີ້ໄດ້ເປັນເຄື່ອງມືໃນການກະກຽມຂ້າພະເຈົ້າສຳລັບຊີວິດຂອງຜູ້ໃຫຍ່, ລວມທັງການແຕ່ງງານ ແລະ ການເປັນພໍ່ແມ່, ການຮັບໃຊ້ໃນສາດສະໜາຈັກ, ແລະ ຊີວິດທາງດ້ານອາຊີບ ແລະ ໃນຊຸມຊົນ.
ຫລັງຈາກການເຜີຍແຜ່ຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ຮັບຜົນປະໂຫຍດຈາກຄວາມກ້າຫານທີ່ມີຫລາຍຂຶ້ນ ທີ່ຈະນຳສະເໜີຕົນເອງວ່າເປັນຜູ້ຕິດຕາມທີ່ຊື່ສັດຂອງພຣະເຢຊູຄຣິດ ແລະ ສາດສະໜາຈັກຂອງພຣະອົງໃນທຸກໆສະຖານະການ ແລະ ຕໍ່ທຸກຄົນ, ແມ່ນແຕ່ການແບ່ງປັນພຣະກິດຕິຄຸນໃຫ້ແກ່ຜູ້ຍິງທີ່ສວຍງາມຄົນໜຶ່ງ ຜູ້ທີ່ໄດ້ກາຍເປັນຄູ່ຄອງທີ່ມີຄຸນນະທຳ, ສະຫລາດ, ມ່ວນຊື່ນ, ແລະ ເປັນທີ່ຮັກຊົ່ວນິລັນດອນ, ເປັນແສງສະຫວ່າງແກ່ຊີວິດຂອງຂ້າພະເຈົ້າ.
ແມ່ນແລ້ວ, ພຣະເຈົ້າໄດ້ໃຫ້ພອນຂ້າພະເຈົ້າຢ່າງຫລວງຫລາຍ, ເກີນກວ່າທີ່ຂ້າພະເຈົ້າໄດ້ຈິນຕະນາການ, ດັ່ງທີ່ພຣະອົງຈະໃຫ້ພອນແກ່ທຸກໆຄົນທີ່ “ຮັບໃຊ້ພຣະອົງດ້ວຍຄວາມຖ່ອມຕົວ ແລະ ການອະທິຖານ.” ຂ້າພະເຈົ້າມີຄວາມກະຕັນຍູຊົ່ວນິລັນດອນຕໍ່ພຣະເຈົ້າສຳລັບພຣະກະລຸນາທິຄຸນຂອງພຣະອົງ.
ການເຜີຍແຜ່ຂອງຂ້າພະເຈົ້າໄດ້ຫລໍ່ຫລອມຊີວິດຂອງຂ້າພະເຈົ້າແທ້ໆ. ຂ້າພະເຈົ້າໄດ້ຮຽນຮູ້ຄຸນຄ່າຂອງຄວາມພະຍາຍາມທີ່ຈະໄວ້ວາງໃຈໃນພຣະເຈົ້າ, ທີ່ຈະໄວ້ວາງໃຈໃນສະຕິປັນຍາ ແລະ ຄວາມເມດຕາຂອງພຣະອົງ ແລະ ໃນຄຳສັນຍາຂອງພຣະອົງ. ເຖິງແນວໃດ, ພຣະອົງກໍເປັນພຣະບິດາຂອງເຮົາ, ແລະ ປາດສະຈາກຄວາມສົງໄສໃດໆ, ພຣະອົງປະສົງໃຫ້ເຮົາໄດ້ຮັບສິ່ງທີ່ດີທີ່ສຸດ.
ຊາວໜຸ່ມທີ່ຮັກແພງຕະຫລອດທົ່ວໂລກ, ຂ້າພະເຈົ້າຂໍສະເໜີຄຳເຊື້ອເຊີນອັນດຽວກັນທີ່ສາດສະດາຂອງພວກເຮົາ, ປະທານແນວສັນ, ໄດ້ສະເໜີຕໍ່ພວກເຈົ້າທຸກຄົນວ່າ “ໃຫ້ເຂົ້າຮ່ວມກອງທັບຊາວໜຸ່ມຂອງພຣະຜູ້ເປັນເຈົ້າ ເພື່ອຊ່ວຍເຕົ້າໂຮມອິດສະຣາເອນ.” ປະທານແນວສັນໄດ້ສິດສອນວ່າ:
ບໍ່ມີ ສິ່ງໃດ ທີ່ມີຜົນສະທ້ອນຫລາຍໄປກວ່ານັ້ນ. ແມ່ນແລ້ວ ບໍ່ມີເລີຍ.
“ການເຕົ້າໂຮມນີ້ຄວນເປັນ ທຸກສິ່ງ ຕໍ່ພວກເຈົ້າ. ນີ້ ຄື ພາລະກິດທີ່ພວກເຈົ້າຖືກສົ່ງລົງມາເທິງແຜ່ນດິນໂລກ.”5
ເຮົາໄດ້ມາເກີດໃນວັນເວລານີ້ເພື່ອຈຸດປະສົງແຫ່ງສະຫວັນ, ການເຕົ້າໂຮມອິດສະຣາເອນ. ເມື່ອເຮົາຮັບໃຊ້ເປັນຜູ້ສອນສາດສະໜາເຕັມເວລາ, ເຮົາຈະຖືກທ້າທາຍເປັນບາງຄັ້ງ, ແຕ່ພຣະຜູ້ເປັນເຈົ້າເອງກໍເປັນຕົວຢ່າງ ແລະ ຜູ້ນຳທາງທີ່ດີເລີດໃນສະຖານະການເຫລົ່ານີ້. ພຣະອົງເຂົ້າໃຈພາລະກິດທີ່ຍາກລຳບາກ. ດ້ວຍຄວາມຊ່ວຍເຫລືອຂອງພຣະອົງ, ເຮົາສາມາດເຮັດສິ່ງທີ່ຍາກໄດ້. ພຣະອົງຈະປະທັບຢູ່ຄຽງຂ້າງເຮົາ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 84:88), ແລະ ພຣະອົງຈະປະທານພອນໃຫ້ເຮົາຢ່າງຫລວງຫລາຍຂະນະທີ່ເຮົາຮັບໃຊ້ພຣະອົງດ້ວຍຄວາມຖ່ອມຕົວ.
ເພາະເຫດຜົນທັງໝົດເຫລົ່ານີ້, ຂ້າພະເຈົ້າບໍ່ແປກໃຈເລີຍທີ່ພຣະຜູ້ເປັນເຈົ້າໄດ້ກ່າວຕໍ່ ທອມມັສ ບີ ມາສ໌ ແລະ ຕໍ່ເຮົາທຸກຄົນວ່າ, “ຈົ່ງລື້ນເລີງ ແລະ ປິຕິຍິນດີເຖີດ, ເພາະຊົ່ວໂມງແຫ່ງພາລະກິດຂອງເຈົ້າມາເຖິງແລ້ວ.” ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.