ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ດຽວ​ນີ້​ຄື​ເວ​ລາ​ນັ້ນ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2022


ດຽວ​ນີ້​ຄື​ເວ​ລາ​ນັ້ນ

ດຽວ​ນີ້​ຄື​ເວ​ລາ​ທີ່​ເຮົາ​ສາ​ມາດ​ຮຽນ​ຮູ້. ດຽວ​ນີ້​ຄື​ເວ​ລາ​ທີ່​ເຮົາ​ສາ​ມາດ​ກັບ​ໃຈ. ດຽວ​ນີ້​ຄື​ເວ​ລາ​ທີ່​ເຮົາ​ສາ​ມາດ​ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ກອງ​ປະ​ຊຸມ​ໃຫຍ່​ນີ້​ໄດ້​ເປັນ​ປະ​ຫວັດ​ສາດ​ໃນ​ຫລາຍ​ວິ​ທີ​ທາງ. ເຮົາ​ໄດ້​ຮັບ​ພອນ​ໂດຍ​ຄຳ​ອະ​ທິ​ຖານ, ຂ່າວ​ສານ, ແລະ ສຽງ​ເພງ. ເຮົາ​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ເຮົາ​ໄດ້​ຮັບ​ການ​ຊີ້​ນຳ​ທີ່​ສຳ​ຄັນ​ສຳ​ລັບ​ອະ​ນາ​ຄົດ. ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ວ່າ ພຣະ​ວິນ​ຍານ​ຈະ​ກ່າວ​ກັບ​ທ່ານ​ໂດຍ​ກົງ​ກ່ຽວ​ກັບ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໃຫ້ ທ່ານ ເຮັດ.

ອະ​ນາ​ຄົດ​ແມ່ນ​ບໍ່​ແນ່​ນອນ. ອາ​ກາດ​ຈະ​ປ່ຽນ​ແປງ. ວົງ​ຈອນ​ເສດ​ຖະ​ກິດ​ກໍ​ຄາດ​ເດົາ​ບໍ່​ໄດ້. ໄພ​ພິ​ບັດ, ອຸ​ບັດ​ຕິ​ເຫດ, ແລະ ການ​ເຈັບ​ປ່ວຍ ສາ​ມາດ​ປ່ຽນ​ແປງ​ຊີ​ວິດ​ຢ່າງ​ໄວ​ວາ. ເຫດ​ການ​ເຫລົ່າ​ນີ້​ສ່ວນ​ໃຫຍ່​ແມ່ນ​ເກີນ​ກວ່າ​ທີ່​ເຮົາ​ຈະ​ຄວບ​ຄຸມ​ໄດ້. ແຕ່​ກໍ​ມີ​ບາງ​ສິ່ງ​ທີ່​ເຮົາ ສາ​ມາດ ຄວບ​ຄຸມ, ລວມ​ທັງ​ວິ​ທີ​ທີ່​ເຮົາ​ໃຊ້​ເວ​ລາ​ຂອງ​ເຮົາ​ໃນ​ແຕ່​ລະ​ວັນ.

ຂ້າ​ພະ​ເຈົ້າ​ມັກ​ບົດ​ກະ​ວີ​ນີ້ ໂດຍ​ເຮັນ​ຣີ ແວນ ໄດ້, ຕິດ​ຢູ່​ທີ່​ນາ​ລິ​ກາ​ຫີນ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ແວວສ໌ ໃນ​ລັດ​ນິວ​ຢອກ. ມັນ​ອ່ານ​ວ່າ:

ເງົາ​ໃນ​ມື​ຂອງ​ຂ້ອຍ​ສາຍ​ແສງ

ແບ່ງ​ອະ​ນາ​ຄົດ​ອອກ​ຈາກ​ອະ​ດີດ:

ກ່ອນ​ໜ້າ​ນັ້ນ, ຊົ່ວ​ໂມງ​ຍັງ​ບໍ່​ເກີດ

ໃນ​ຄວາມ​ມືດ, ເໜືອ​ອຳ​ນາດ​ທັງ​ປວງ:

ຂ້າງ​ຫລັງ​ເສັ້ນ​ມັນ​ບໍ່​ຫວນ​ກັບ,

ຊົ່ວ​ໂມງ​ທີ່​ລັບ​ຫາຍ, ບໍ່​ແມ່ນ​ຂອງ​ໃຜ​ອີກ​ແລ້ວ:

ໜຶ່ງ​ຊົ່ວ​ໂມງ​ຢູ່​ໃນ​ມື​ຂອງ​ເຈົ້າ,—

ດຽວ​ນີ້​ເທົ່າ​ນັ້ນ​ທີ່​ເງົາ​ຈະ​ຢືນ​ຢູ່.1

ແມ່ນ​ແລ້ວ, ເຮົາ​ຄວນ​ຮຽນ​ຮູ້​ຈາກ​ອະ​ດີດ, ແລະ ແມ່ນ​ແລ້ວ, ເຮົາ​ຄວນ​ກະ​ກຽມ​ສຳ​ລັບ​ອະ​ນາ​ຄົດ. ພຽງ​ແຕ່ ດຽວ​ນີ້ ເທົ່າ​ນັ້ນ ທີ່​ເຮົາ​ສາ​ມາດ​ເຮັດ. ດຽວ​ນີ້ ຄື​ເວ​ລາ​ທີ່​ເຮົາ​ສາ​ມາດ​ຮຽນ​ຮູ້. ດຽວ​ນີ້ ຄື​ເວ​ລາ​ທີ່​ເຮົາ​ສາ​ມາດ​ກັບ​ໃຈ. ດຽວ​ນີ້ ຄື​ເວ​ລາ​ທີ່​ເຮົາ​ສາ​ມາດ​ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ ແລະ “ຍົກ​ມື​ທີ່​ອ່ອນ​ເພຍ​ເປ້ຍ​ລ່ອຍ.”2 ດັ່ງ​ທີ່​ມໍ​ມອນ​ໄດ້​ແນະ​ນຳ​ໂມ​ໂຣ​ໄນ​ລູກ​ຊາຍ​ຂອງ​ເພິ່ນ, “ເພາະ​ພວກ​ເຮົາ​ມີ​ວຽກ​ງານ​ທີ່​ຈະ​ເຮັດ​ເວ​ລາ​ພວກ​ເຮົາ​ຢູ່​ໃນ​ຮ່າງ​ກາຍ​ທີ່​ເຮັດ​ດ້ວຍ​ດິນ​ໜຽວ​ນີ້, ເພື່ອ​ພວກ​ເຮົາ​ຈະ​ເອົາ​ຊະ​ນະ​ສັດ​ຕູ​ຂອງ​ຄວາມ​ຊອບ​ທຳ​ທັງ​ມວນ, ແລະ ພັກ​ຜ່ອນ​ຈິດ​ວິນ​ຍານ​ຂອງ​ພວກ​ເຮົາ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.”3

ຜູ້​ປໍ​ລະ​ປັກ​ບໍ່​ເຄີຍ​ນອນ. ຈະ​ມີ​ການ​ຕໍ່​ຕ້ານ​ຄວາມ​ຈິງ​ຢູ່​ສະ​ເໝີ. ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ຊ້ຳ​ຄຳ​ຮຽກ​ຮ້ອງ​ຂອງ​ຂ້າ​ພະ​ເຈົ້າ​ຈາກ​ມື້​ເຊົ້າ​ນີ້ ໃຫ້​ເຮັດ​ສິ່ງ​ທີ່​ຈະ​ເພີ່ມ​ແຮງ​ຜັກ​ດັນ​ທາງ​ວິນ​ຍານ​ໃນ​ທາງ​ບວກ, ການ​ຍົກ​ນັ້ນ​ທີ່​ແອວ​ເດີ ດີ​ເດີ ແອັບ ອຸກ​ດອບ ໄດ້​ກ່າວ​ເຖິງ, ຈະ​ຊ່ວຍ​ໃຫ້​ທ່ານ​ກ້າວ​ໄປ​ໜ້າ​ຜ່ານ​ການ​ທ້າ​ທາຍ ແລະ ໂອ​ກາດ​ໃດໆ​ກໍ​ຕາມ​ທີ່​ເຂົ້າ​ມາ.

ແຮງ​ຜັກ​ດັນ​ທາງ​ວິນ​ຍານ​ໃນ​ທາງ​ບວກ​ຈະ​ເພີ່ມ​ຂຶ້ນ ຂະ​ນະ​ທີ່​ເຮົາ​ນະ​ມັດ​ສະ​ການ​ໃນ​ພຣະ​ວິ​ຫານ ແລະ ເຕີບ​ໂຕ​ໃນ​ຄວາມ​ເຂົ້າ​ໃຈ​ເຖິງ​ຄວາມ​ກວ້າງ ແລະ ຄວາມ​ເລິກ​ຂອງ​ພອນ​ທີ່​ເຮົາ​ໄດ້​ຮັບ​ໃນ​ນັ້ນ. ຂ້າ​ພະ​ເຈົ້າ​ອ້ອນ​ວອນ​ໃຫ້​ທ່ານ​ຕໍ່​ຕ້ານ​ກັບ​ວິ​ທີ​ທາງ​ຂອງ​ໂລກ ໂດຍ​ການ​ຈົດ​ຈໍ່​ຢູ່​ທີ່​ພອນ​ນິ​ລັນ​ດອນ​ຂອງ​ພຣະ​ວິ​ຫານ. ເວ​ລາ​ຂອງ​ທ່ານ​ໃນ​ນັ້ນ​ຈະ​ນຳ​ພອນ​ສຳ​ລັບ​ນິ​ລັນ​ດອນ​ມາ​ໃຫ້.

ຂະ​ນະ​ທີ່​ສາດ​ສະ​ໜາ​ຈັກ​ເຕີບ​ໂຕ​ຂຶ້ນ, ພວກ​ເຮົາ​ກໍ​ພະ​ຍາ​ຍາມ​ເດີນ​ຕາມ​ໃຫ້​ທັນ ໂດຍ​ການ​ສ້າງ​ພຣະ​ວິ​ຫານ​ຕື່ມ​ອີກ. ພຣະ​ວິ​ຫານ​ສີ່​ສິບ​ສີ່​ແຫ່ງ​ກຳ​ລັງ​ຢູ່​ໃນ​ໄລ​ຍະ​ການ​ກໍ່​ສ້າງ​ໃນ​ປະ​ຈຸ​ບັນ. ຫລາຍ​ແຫ່ງ​ກໍ​ກຳ​ລັງ​ຖືກ​ສ້ອມ​ແປງ​ໃໝ່. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ສໍາ​ລັບ​ຜູ້​ມີ​ຄວາມ​ຊໍາ​ນານ​ໃນ​ໂຄງ​ການ​ເຫລົ່າ​ນັ້ນ​ຕະ​ຫລອດ​ທົ່ວ​ໂລກ.

ດ້ວຍ​ຄວາມ​ຮູ້​ສຶກ​ທີ່​ກະ​ຕັນ​ຍູ, ຂ້າ​ພະ​ເຈົ້າ​ຍິນ​ດີ​ທີ່​ຈະ​ປະ​ກາດ​ແຜນ​ການ​ຂອງ​ພວກ​ເຮົາ ທີ່​ຈະ​ກໍ່​ສ້າງ​ພຣະ​ວິ​ຫານ​ຕື່ມ​ອີກ​ໃນ​ສະ​ຖານ​ທີ່​ດັ່ງ​ຕໍ່​ໄປ​ນີ້: ແວວ​ລິງ​ຕັນ, ນູ​ແວນ​ເຊ​ລັງ; ບຣາ​ຊາ​ວຽວ, ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ຄອງ​ໂກ; ບາ​ເຊ​ໂລ​ນາ, ສະ​ເປນ; ເບີ​ມິງ​ແຮມ, ສະ​ຫະ​ຣາຊ​ອາ​ນາ​ຈັກ; ຄູ​ຊະ​ໂກ, ເປ​ຣູ; ມາ​ເຊ​ໂອ, ບຣາ​ຊິນ; ຊານ​ໂຕສ໌, ບຣາ​ຊິນ; ຊານ ລູ​ອິສ ໂປ​ໂຕ​ຊີ, ແມັກ​ຊິ​ໂກ; ແມັກ​ຊິ​ໂກ ຊີ​ທີ ເບ​ເນ​ເມ​ຣິ​ໂຕ, ແມັກ​ຊິ​ໂກ; ແທມ​ປາ, ຟລໍ​ຣິ​ດາ; ນ໊ອກ​ສະ​ວຽວ, ເທັນ​ນະ​ຊີ; ຄະ​ລີບ​ແລນ, ໂອ​ໄຮ​ໂອ; ວິດ​ຈະ​ທາ, ແຄນ​ຊັສ; ອໍ​ສະ​ຕິນ, ເທັກ​ຊັສ; ມະ​ຊູ​ລາ, ມອນ​ທາ​ນາ; ໝ້ອນ​ພີ​ລິ​ເອີ, ໄອ​ດາ​ໂຮ; ແລະ ໂມ​ເດັດ​ສະ​ໂຕ, ຄາ​ລິ​ຟໍ​ເນຍ.

ພຣະ​ວິ​ຫານ 17 ແຫ່ງ​ເຫລົ່າ​ນີ້ ຈະ​ເປັນ​ພອນ​ໃຫ້​ແກ່​ຜູ້​ຄົນ​ຈົນ​ນັບ​ບໍ່​ຖ້ວນ ຢູ່​ທັງ​ສອງ​ຟາກ​ມ່ານ. ຂ້າ​ພະ​ເຈົ້າ​ຮັກ​ທ່ານ, ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ. ສຳ​ຄັນ​ກວ່າ​ນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ຮັກ​ທ່ານ. ພຣະ​ອົງ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ທ່ານ ແລະ ພຣະ​ຜູ້​ໄຖ່​ຂອງ​ທ່ານ. ພຣະ​ອົງ​ນຳ​ພາ ແລະ ຊີ້​ນຳ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ຂໍ​ໃຫ້​ເຮົາ​ເປັນ​ຜູ້​ຄົນ​ທີ່​ມີ​ຄ່າ​ຄວນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຜູ້​ໄດ້​ກ່າວ​ວ່າ, “ພວກ​ເຈົ້າ​ຈະ​ເປັນ​ປະ​ຊາ​ຊົນ​ຂອງ​ເຮົາ, ແລະ ເຮົາ​ຈະ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ.”4

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ສຳ​ລັບ​ສິ່ງ​ນີ້, ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ພິມ