ຢ່າວິຕົກເລີຍ: ຈົ່ງເຊື່ອເທົ່ານັ້ນ!
ໃຫ້ເລີ່ມຕົ້ນສະແຫວງຫາຄວາມສຸກຂອງທ່ານ ໂດຍການມີຄວາມກະຕັນຍູຕໍ່ສິ່ງທີ່ດີ ແລະ ຄວາມສຸກທີ່ເຮົາມີຢູ່ແລ້ວ ຈາກຜູ້ໃຫ້ຂອງປະທານທີ່ດີທຸກຢ່າງ.
ຂ້າພະເຈົ້າຈະກ່າວຄຳປາໄສຂອງຂ້າພະເຈົ້າໃນມື້ນີ້ກັບຄົນໜຸ່ມຂອງສາດສະໜາຈັກໂດຍສະເພາະ, ໝາຍເຖິງທຸກຄົນທີ່ມີອາຍຸເທົ່າກັບປະທານຣະໂຊ ເອັມ ແນວສັນ ຫລື ນ້ອຍກວ່ານັ້ນ. ໜ້ອຍເທື່ອທີ່ຂ້າພະເຈົ້າຈະໃຊ້ຮູບພາບ, ແຕ່ຂ້າພະເຈົ້າອົດແບ່ງປັນຮູບພາບນີ້ບໍ່ໄດ້.
ຈົດໝາຍ cri de couer ນີ້ມາຈາກນາງມາຣິນ ອານົນ ເພື່ອນຄົນໜຶ່ງຂອງຂ້າພະເຈົ້າອາຍຸແປດປີ, ຊຶ່ງຂຽນຕອນນາງອາຍຸເຈັດປີ. ຂ້າພະເຈົ້າຊິແປການຂຽນພາສາເອຢິບທີ່ປັບປຸງໃໝ່ຂອງນາງໃຫ້ທ່ານຟັງ:
ອະທິການທີ່ຮັກແພງ
ກອງປະຊຸມໃຫຍ່ສາມັນ
ເປັນຫຍັງຈຶ່ງໜ້າເບື່ອ
ພວກເຮົາຕ້ອງ
ເບິ່ງຢູ່ບໍ? ບອກຂ້ານ້ອຍແນ່ວ່າເປັນຫຍັງ
ດ້ວຍຄວາມນັບຖື, ມາຣິນ
ອານົນ.1
ເອີ, ນາງມາຣິນເອີຍ, ຄຳປາໄສທີ່ຂ້າພະເຈົ້າຈະກ່າວ ອາດຊິເຮັດໃຫ້ເຈົ້າຜິດຫວັງຫລາຍຕື່ມອີກ. ແຕ່ເມື່ອເຈົ້າຂຽນຫາອະທິການເພື່ອເວົ້າຈົ່ມ, ມັນສຳຄັນທີ່ເຈົ້າຈະບອກເພິ່ນວ່າ ຂ້າພະເຈົ້າຊື່ “ຄີໂຣນ. ແອວເດີ ແພທຣິກ ຄີໂຣນ.”
ເປັນເວລາເກືອບສອງປີແລ້ວທີ່ການລະບາດທີ່ຮ້າຍແຮງເໝືອນໃນພຣະຄຳພີ ໄດ້ປົກຄຸມໂລກຂອງເຮົາ, ແລະ ໃນຂະນະທີ່ໂຣກລະບາດນັ້ນໄດ້ເຮັດໃຫ້ເກືອບທຸກສິ່ງໃນສັງຄົມຢຸດສະຫງັກ, ເຫັນໄດ້ຢ່າງແຈ້ງຊັດວ່າ, ມັນບໍ່ໄດ້ຢຸດຢັ້ງຄວາມໂຫດຮ້າຍ, ຄວາມຮຸນແຮງ, ແລະ ການທາລຸນທາງດ້ານການເມືອງເລີຍ—ທັງໃນປະເທດ ຫລື ທົ່ວໂລກ. ຄືກັບວ່ານັ້ນຍັງບໍ່ພໍ, ເຮົາຍັງໄດ້ປະເຊີນກັບການທ້າທາຍທາງສັງຄົມ ແລະ ວັດທະນະທຳທີ່ມີມາຍາວນານນຳອີກ, ຈາກການກີດກັນທາງເສດຖະກິດຈົນເຖິງການທຳລາຍສິ່ງແວດລ້ອມ ໄປຈົນເຖິງຄວາມບໍ່ເທົ່າທຽມກັນທາງເຊື້ອຊາດ ແລະ ອື່ນໆ.
ລົມທີ່ພັດແຮງ ແລະ ວັນທີ່ມືດມົນສາມາດເຮັດໃຫ້ຊາວໜຸ່ມຂອງພວກເຮົາທໍ້ແທ້ໃຈ, ຄົນທີ່ເຮົາຫລຽວຫາເພື່ອການມອງໂລກໃນແງ່ດີ ແລະ ກະຕືລືລົ້ນກ່ຽວກັບອະນາຄົດຂອງຊີວິດ. ມີການເວົ້າວ່າ “ພະລັງຂອງຊາວໜຸ່ມເປັນຄວາມຮັ່ງມີສ່ວນລວມ ສຳລັບຄົນທັງໂລກ. ຊາວ … ໜຸ່ມ … ເປັນໃບໜ້າຂອງ … ອະນາຄົດຂອງເຮົາ.”2 ນອກຈາກນີ້, ລູກໆຂອງເຮົາກໍຍັງເປັນຜູ້ດູແລ ຊຶ່ງມື້ໜຶ່ງສາດສະໜາຈັກນີ້ຈະຖືກສົ່ງຕໍ່ໃຫ້ເຂົາເຈົ້າ.
ເມື່ອພິຈາລະນາເບິ່ງສະຖານະການໃນປະຈຸບັນ, ກໍເຂົ້າໃຈໄດ້ຖ້າຫາກວ່າຄວາມເພີ້ຝັນຂອງຄົນໜຸ່ມມີໜ້ອຍລົງກວ່າເກົ່າ. ດຣ. ລໍຣີ ຊານໂທສ໌, ອາຈານທີ່ມະຫາວິທະຍາໄລແຢວ, ເມື່ອບໍ່ດົນມານີ້ ໄດ້ຕັ້ງຊື່ຫ້ອງຮຽນໜຶ່ງວ່າ ຈິດຕະວິທະຍາ ແລະ ຊີວິດທີ່ດີ. “ໃນປີທຳອິດຂອງການເປີດຫ້ອງຮຽນນີ້, ເກືອບ [ໜຶ່ງສ່ວນສີ່] ຂອງນັກສຶກສາປະລິນຍາຕີ [ທັງໝົດ] ໄດ້ສະໝັກເຂົ້າຮຽນ.”3 ຜູ້ຄົນຫລາຍກວ່າ 64 ລ້ານຄົນ ໄດ້ເປີດຟັງພອດແຄສ໌ຂອງເພິ່ນ. ໂດຍທີ່ກຳລັງຂຽນກ່ຽວກັບສິ່ງທີ່ປະຫລາດນີ້, ນັກຂ່າວຄົນໜຶ່ງໄດ້ສັງເກດວ່າ ມັນເຈັບປວດຫລາຍພຽງໃດທີ່ເຫັນນັກສຶກສາໄວລຸ້ນ—ແລະ ຜູ້ໃຫຍ່—ທີ່ສົດໃສຈຳນວນຫລວງຫລາຍ “ຊອກຫາບາງສິ່ງທີ່ເຂົາເຈົ້າສູນເສຍໄປ” ຫລື, ຮ້າຍກວ່ານັ້ນ, ຄືການໂຫຍຫາບາງສິ່ງທີ່ເຂົາເຈົ້າບໍ່ເຄີຍມີ.4
ຄຳວິງວອນຂອງຂ້າພະເຈົ້າໃນມື້ນີ້ຕໍ່ຊາວໜຸ່ມຂອງພວກເຮົາ, ແລະ ຕໍ່ພວກທ່ານຜູ້ເປັນພໍ່ແມ່ ແລະ ຜູ້ໃຫຍ່ທີ່ໃຫ້ຄຳແນະນຳແກ່ເຂົາເຈົ້າ, ໃຫ້ເລີ່ມຕົ້ນສະແຫວງຫາຄວາມສຸກ ໂດຍການມີຄວາມກະຕັນຍູຕໍ່ສິ່ງທີ່ດີ ແລະ ຄວາມສຸກທີ່ເຮົາມີຢູ່ແລ້ວ ຈາກຜູ້ໃຫ້ຂອງປະທານທີ່ດີທຸກຢ່າງ.5 ໃນຂະນະທີ່ຫລາຍຄົນກຳລັງຖາມຄຳຖາມເລິກໆກ່ຽວກັບຈິດວິນຍານ, ເຮົາຄວນຕອບດ້ວຍ “ຂ່າວປະເສີດ”6 ຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ. ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ຊຶ່ງມີພາລະກິດ ແລະ ຂ່າວສານທີ່ສຳຄັນຂອງພຣະຜູ້ຊ່ວຍໃຫ້ລອດຕໍ່ໂລກ, ສະເໜີວິທີອັນສຳຄັນນິລັນດອນ ທັງໃຫ້ພົບສິ່ງທີ່ດີ ແລະ ໃຫ້ເຮັດສິ່ງທີ່ດີ ໃນຊ່ວງເວລາທີ່ຈຳເປັນ.
ປະທານຣະໂຊ ເອັມ ແນວສັນ ໄດ້ກ່າວວ່າ ຊາວໜຸ່ມລຸ້ນນີ້ມີຄວາມສາມາດທີ່ຈະ “ເປັນຜົນກະທົບຕໍ່ໂລກ [ໃນທາງດີ] ຫລາຍກວ່າຄົນລຸ້ນກ່ອນ.”7 ເຮົາ, ໃນຜູ້ຄົນທັງໝົດ, ຄວນ “[ຮ້ອງ] ເພງສັນລະເສີນຄວາມຮັກທີ່ໄຖ່,”8 ແຕ່ຕ້ອງຢູ່ໃນວິໄນ—ອີກຄຳໜຶ່ງແມ່ນ “ການເປັນສານຸສິດ,”—ແບບທີ່ປ້ອງກັນທັດສະນະຄະຕິໃນທາງລົບ ແລະ ນິໄສທຳລາຍ ຊຶ່ງຈະດຶງເຮົາອອກຈາກທຳນອງ ໃນຂະນະທີ່ເຮົາພະຍາຍາມຮ້ອງເພງແຫ່ງຄວາມລອດນິລັນດອນ.
ເຖິງແມ່ນເຮົາ “ເບິ່ງໂລກໃນແງ່ດີ,”9 ແຕ່ບາງຄັ້ງເຮົາກໍຈະພົບກັບບາງຄົນທີ່ເບິ່ງໂລກໃນແງ່ຮ້າຍກ່ຽວກັບທຸກສິ່ງ. ທ່ານຄົງຮູ້ຄຳຂວັນນີ້ ທີ່ວ່າ: “ມັນຈະມືດສະຫລົວກ່ອນທີ່ມັນຈະມືດມົວສະເໝີ.” ມັນເປັນມຸມມອງທີ່ຊົ່ວຮ້າຍ, ແລະ ການເປັນຢູ່ທີ່ໜ້າສັງເວດແທ້ໆ! ແມ່ນແລ້ວ, ບາງເທື່ອເຮົາອາດຢາກແລ່ນໜີຈາກບ່ອນທີ່ເຮົາຢູ່, ແຕ່ແນ່ນອນເຮົາບໍ່ຄວນແລ່ນໜີຈາກຜູ້ທີ່ເຮົາເປັນ—ນັ້ນຄື ລູກຂອງພຣະເຈົ້າທີ່ຊົງພຣະຊົນ ຜູ້ຮັກເຮົາ, ຜູ້ພ້ອມສະເໝີທີ່ຈະໃຫ້ອະໄພເຮົາ, ແລະ ຜູ້ຈະບໍ່ເຄີຍ, ບໍ່ເຄີຍປະຖິ້ມເຮົາຈັກເທື່ອ. ທ່ານຄືຊັບສົມບັດອັນລ້ຳຄ່າທີ່ສຸດຂອງພຣະອົງ. ທ່ານເປັນລູກຂອງພຣະອົງ, ຊຶ່ງພຣະອົງໄດ້ປະທານສາດສະດາ ແລະ ຄຳສັນຍາໃຫ້, ຂອງປະທານທາງວິນຍານ ແລະ ການເປີດເຜີຍ, ການມະຫັດສະຈັນ ແລະ ຂ່າວສານ, ແລະ ເຫລົ່າທູດຢູ່ທັງສອງຟາກມ່ານ.10
ພຣະອົງກໍໄດ້ປະທານສາດສະໜາຈັກໃຫ້ທ່ານນຳອີກ ທີ່ເພີ່ມຄວາມເຂັ້ມແຂງໃຫ້ແກ່ຄອບຄົວສຳລັບຊ່ວງມະຕະ ແລະ ຜູກມັດເຂົາເຈົ້າເຂົ້າກັນຊົ່ວນິລັນດອນ. ມີຫວອດ ແລະ ສາຂາຫລາຍກວ່າ 31,000 ແຫ່ງ ບ່ອນທີ່ຜູ້ຄົນເຕົ້າໂຮມ ແລະ ຮ້ອງເພງ ແລະ ຖືສິນອົດເຂົ້າ ແລະ ອະທິຖານເພື່ອກັນແລະກັນ ແລະ ບໍລິຈາກຊັບສິນໃຫ້ຄົນຍາກຈົນ. ນີ້ຄືບ່ອນທີ່ທຸກຄົນຖືກຈົດຊື່, ຖືກນັບ, ແລະ ຖືກປະຕິບັດສາດສະໜາກິດຕໍ່ ແລະ ບ່ອນທີ່ໝູ່ເພື່ອນ ແລະ ເພື່ອນບ້ານອາສາສະໝັກຮັບໃຊ້ກັນແລະກັນໃນການເອີ້ນ ນັບຈາກວຽກງານຝ່າຍສະໝຽນ ເຖິງໜ້າທີ່ຜູ້ຮັກສາຄວາມສະອາດ. ຜູ້ໃຫຍ່ໜຸ່ມ—ແລະ ຄູ່ສາມີພັນລະຍາອາວຸໂສເຊັ່ນກັນ—ຮັບໃຊ້ເຜີຍແຜ່ເປັນຈຳນວນພັນໆ ໂດຍໃຊ້ຊັບສິນຂອງຕົວເອງ ໄປຫາບ່ອນໃດກໍຕາມທີ່ຖືກສົ່ງໄປ, ແລະ ສະມາຊິກຄົນໜຸ່ມ ແລະ ຄົນແກ່ ກໍເດີນທາງໄປພຣະວິຫານເພື່ອປະຕິບັດພິທີການສັກສິດທີ່ຈຳເປັນໃນການຜູກມັດຄອບຄົວມະນຸດເຂົ້າກັນ—ເປັນກິດຈະກຳທີ່ກ້າຫານ ໃນໂລກທີ່ແບ່ງແຍກ ແຕ່ເປັນຢ່າງໜຶ່ງທີ່ປະກາດວ່າ ການແບ່ງແຍກດັ່ງກ່າວເປັນພຽງຊົ່ວຄາວເທົ່ານັ້ນ. ນີ້ແມ່ນສອງສາມເຫດຜົນທີ່ເຮົາໃຫ້ສຳລັບ “ຄວາມຫວັງ [ທີ່ຢູ່ໃນເຮົາ].”11
ແນ່ນອນ, ໃນຍຸກປະຈຸບັນ, ສານຸສິດຄົນໃດຂອງພຣະເຢຊູຄຣິດຈະປະເຊີນກັບບັນຫາທີ່ຫຍຸ້ງຍາກທີ່ສຸດ. ຜູ້ນຳຂອງສາດສະໜາຈັກນີ້ຂອງພຣະອົງ ກໍມອບທັງຊີວິດ ເພື່ອສະແຫວງຫາການນຳພາຈາກພຣະຜູ້ເປັນເຈົ້າ ໃນການແກ້ບັນຫາຂອງການທ້າທາຍເຫລົ່ານີ້. ຖ້າຫາກບາງຢ່າງ ບໍ່ ຖືກແກ້ໄຂ ຈົນເປັນທີ່ພໍໃຈຂອງບາງຄົນ, ບາງທີມັນຮ່ວມດ້ວຍໄມ້ກາງແຂນທີ່ພຣະເຢຊູໄດ້ກ່າວວ່າ ເຮົາຄວນຮັບແບກໄມ້ກາງແຂນຂອງເຮົາ ແລ້ວຕິດຕາມພຣະອົງໄປ.12 ແນ່ນອນ ເພາະຈະມີມື້ທີ່ມືດມົນ ແລະ ບັນຫາຫຍຸ້ງຍາກທີ່ພຣະເຈົ້າສັນຍາວ່າ ພຣະອົງຈະນຳພາສາດສະດາຂອງພຣະອົງຢູ່ໃນກ້ອນເມກໃນຕອນກາງເວັນ, ແລະ ຢູ່ໃນເລົາໄຟໃນຕອນກາງຄືນ, ມອບຮາວເຫລັກໃຫ້, ເປີດປະຕູແຄບທີ່ນຳໄປສູ່ທາງຄັບ, ແລະ ເໜືອສິ່ງອື່ນໃດ ໃຫ້ພະລັງແກ່ເຮົາ ເພື່ອສຳເລັດໃນການເດີນທາງ.13
ດັ່ງນັ້ນກະລຸນາ, ກະລຸນາ, ຢູ່ຮ່ວມງານລ້ຽງທັງຄືນ ເຖິງແມ່ນວ່າທ່ານບໍ່ແນ່ໃຈກ່ຽວກັບຜັກຄະນາກໍຕາມ. ໃຫ້ອາບແສງ ຂອງພຣະອົງ ແລະ ໃຫ້ຄົນອື່ນຢືມໂຄມໄຟ ຂອງທ່ານ ເພື່ອອຸດົມການ.14 ເຂົາເຈົ້າເຂົ້າໃຈຖືກໃນຊັ້ນປະຖົມໄວທີ່ວ່າ: ພຣະເຢຊູ “[ຕ້ອງການເຈົ້າ] ເປັນແສງສ່ອງ” ແທ້ໆ.15
ເມື່ອຢາອີໂຣ ຜູ້ນຳຊາວຢິວໄດ້ອ້ອນວອນພຣະເຢຊູໃຫ້ປິ່ນປົວລູກສາວອາຍຸ 12 ປີຂອງລາວ ທີ່ກຳລັງຈະຕາຍຢູ່ທີ່ບ້ານ, ແຕ່ຝູງຊົນທີ່ຢູ່ອ້ອມຮອບພຣະຜູ້ຊ່ວຍໃຫ້ລອດໄດ້ນ່ວງພຣະອົງໄວ້ດົນນານຈົນຜູ້ຮັບໃຊ້ຄົນໜຶ່ງໄດ້ມາບອກພໍ່ຜູ້ຮ້ອນຮົນໃຈວ່າ, “ລູກສາວຂອງເຈົ້າຕາຍແລ້ວ ຢ່າລົບກວນອາຈານຕໍ່ໄປອີກເລີຍ.”
“ແຕ່ພຣະເຢຊູໄດ້ຍິນຂ່າວນັ້ນ, ຈຶ່ງກ່າວແກ່ຢາອີໂຣວ່າ, ຢ່າວິຕົກເລີຍ, ຈົ່ງເຊື່ອເທົ່ານັ້ນ ແລ້ວນາງກໍຈະຫາຍດີ.”16
ແລະ ນາງກໍຫາຍດີ. ແລະ ທ່ານກໍຈະຫາຍດີຄືກັນ. “ຢ່າວິຕົກເລີຍ: ຈົ່ງເຊື່ອເທົ່ານັ້ນ.”
ເພາະວ່າທ່ານແຕ່ລະຄົນໃນກອງປະຊຸມນີ້ມີຄ່າປະເສີດລ້ຳຕໍ່ພຣະເຈົ້າ ແລະ ຕໍ່ສາດສະໜາຈັກນີ້, ຂ້າພະເຈົ້າຈຶ່ງຂໍປິດທ້າຍດ້ວຍຄຳປະກາດພິເສດຂອງອັກຄະສາວົກ. ກ່ອນທ່ານໄດ້ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ, ທ່ານໄດ້ຮັບຄວາມສະຫວ່າງຂອງພຣະຄຣິດທີ່ໃສ່ໄວ້ຢູ່ໃນຈິດວິນຍານຂອງທ່ານແລ້ວ,17 “ຄວາມສະຫວ່າງຊຶ່ງຢູ່ໃນທຸກສິ່ງທັງປວງ, … ໃຫ້ຊີວິດແກ່ທຸກສິ່ງທັງປວງ,”18 ແລະ ເປັນອິດທິພົນໃນທາງດີ ໃນໃຈຂອງຜູ້ຄົນທັງປວງທີ່ເຄີຍມີຊີວິດ ຫລື ຈະມີຊີວິດ. ຄວາມສະຫວ່າງນັ້ນໄດ້ຖືກມອບໃຫ້ເພື່ອປົກປ້ອງທ່ານ ແລະ ສິດສອນທ່ານ. ຈຸດໃຈກາງຂອງຂ່າວສານນັ້ນແມ່ນວ່າ ຊີວິດແມ່ນຂອງປະທານທີ່ມີຄ່າທີ່ສຸດໃນຂອງປະທານທັງໝົດ, ເປັນຂອງປະທານທີ່ເຮົາຈະຮັບໄດ້ ພຽງແຕ່ຜ່ານທາງການຊົດໃຊ້ຂອງອົງພຣະເຢຊູຄຣິດເຈົ້າເທົ່ານັ້ນ. ໃນຖານະຄວາມສະຫວ່າງ ແລະ ຊີວິດຂອງໂລກ,19 ພຣະບຸດອົງດຽວທີ່ຖືກຳເນີດຂອງພຣະເຈົ້າ ໄດ້ມາເພື່ອມອບຊີວິດໃຫ້ເຮົາໂດຍການເອົາຊະນະຄວາມຕາຍ.
ເຮົາຕ້ອງອຸທິດຕົນໃຫ້ເຕັມທີ່ກັບຂອງປະທານແຫ່ງຊີວິດນັ້ນ ແລະ ແລ່ນໄປຊ່ວຍຜູ້ທີ່ຕົກຢູ່ໃນຄວາມສ່ຽງທີ່ຈະສູນເສຍຂອງປະທານສັກສິດນີ້ໄປ. ຜູ້ນຳ, ທີ່ປຶກສາ, ໝູ່ເພື່ອນ, ຄອບຄົວ—ຈົ່ງສັງເກດເບິ່ງສັນຍານຂອງຄວາມຊຶມເສົ້າ, ສິ້ນຫວັງ, ຫລື ສິ່ງໃດກໍຕາມທີ່ບົ່ງບອກເຖິງການທຳຮ້າຍຕົນເອງ. ສະເໜີໃຫ້ຄວາມຊ່ວຍເຫລືອ. ຮັບຟັງ. ເຮັດບາງສິ່ງເພື່ອເຂົ້າແຊກແຊງຕາມຄວາມເໝາະສົມ.
ສຳລັບຊາວໜຸ່ມຂອງພວກເຮົາທີ່ກຳລັງດີ້ນລົນ, ບໍ່ວ່າບັນຫາ ຫລື ຄວາມຫຍຸ້ງຍາກຂອງພວກເຈົ້າຈະເປັນແບບໃດ, ຄວາມຕາຍໂດຍການຂ້າຕົວຕາຍ ບໍ່ແມ່ນ ຄຳຕອບທີ່ສະແດງໃຫ້ປະຈັກ. ມັນຈະບໍ່ບັນເທົາຄວາມເຈັບປວດທີ່ພວກເຈົ້າຮູ້ສຶກ ຫລື ພວກເຈົ້າຄິດວ່າຕົວເອງເປັນຄົນກໍ່. ໃນໂລກທີ່ຕ້ອງການຄວາມສະຫວ່າງຫລາຍທີ່ສຸດ, ກະລຸນາ ຢ່າ ລົດຄວາມສະຫວ່າງນິລັນດອນທີ່ພຣະເຈົ້າໄດ້ໃສ່ໄວ້ໃນຈິດວິນຍານ ຂອງພວກເຈົ້າ ກ່ອນໂລກນີ້ມີມາ. ໃຫ້ເວົ້າລົມກັບບາງຄົນ. ຂໍຄວາມຊ່ວຍເຫລືອ. ຈົ່ງ ຢ່າ ທຳລາຍຊີວິດທີ່ພຣະຄຣິດໄດ້ມອບຊີວິດ ຂອງພຣະອົງ ເພື່ອຮັກສາມັນໄວ້. ພວກເຈົ້າສາມາດອົດທົນກັບການດີ້ນລົນຂອງຊີວິດມະຕະນີ້ໄດ້ ເພາະພວກເຮົາຈະຊ່ວຍພວກເຈົ້າແບກຫາບມັນ. ພວກເຈົ້າເຂັ້ມແຂງຫລາຍກວ່າທີ່ພວກເຈົ້າຄິດ. ຄວາມຊ່ວຍເຫລືອ ມີ ຢູ່, ຈາກຄົນອື່ນ ແລະ ໂດຍສະເພາະຈາກພຣະເຈົ້າ. ພວກເຈົ້າເປັນທີ່ຮັກ ແລະ ມີຄ່າ ແລະ ເປັນທີ່ຕ້ອງການ. ພວກເຮົາຕ້ອງການພວກເຈົ້າ. “ຢ່າວິຕົກເລີຍ: ຈົ່ງເຊື່ອເທົ່ານັ້ນ.”
ມີຄົນໜຶ່ງໄດ້ປະເຊີນກັບສະຖານະການທີ່ສິ້ນຫວັງຫລາຍກວ່າພວກເຈົ້າ ແລະ ຂ້າພະເຈົ້າຈະເຄີຍປະເຊີນ ຄັ້ງໜຶ່ງໄດ້ຮ້ອງອອກມາ: “ກ້າວໄປໜ້າ [ເພື່ອນໜຸ່ມທີ່ຮັກແພງຂອງຂ້າພະເຈົ້າ]. ຈົ່ງກ້າຫານ, … ແລະ ກ້າວຕໍ່ໄປ, ຕໍ່ໄປເຖິງໄຊຊະນະ! ໃຫ້ໃຈຂອງພວກທ່ານປິຕິຍິນດີເຖີດ, ແລະ ດີໃຈຢ່າງຍິ່ງ.”20 ເຮົາມີຫລາຍສິ່ງຫລາຍຢ່າງທີ່ໜ້າຍິນດີ. ເຮົາມີກັນແລະກັນ, ແລະ ເຮົາມີພຣະອົງ. ຢ່າປະຕິເສດໂອກາດທີ່ຈະໃຫ້ພວກເຮົາມີພວກເຈົ້າ, ຂ້າພະເຈົ້າອ້ອນວອນ, ໃນພຣະນາມອັນສັກສິດ ແລະ ບໍລິສຸດຂອງອົງພຣະເຢຊູຄຣິດເຈົ້າ, ພຣະອາຈານຂອງເຮົາ, ອາແມນ.