ເຂົ້າມາຫາຝູງຊົນຂອງພຣະເຈົ້າ
ພາຍໃນຝູງຊົນຂອງພຣະເຈົ້າ, ເຮົາຈະໄດ້ຮັບການດູແລທີ່ເອົາໃຈໃສ່ ແລະ ການບຳລຸງລ້ຽງຈາກພຣະຜູ້ລ້ຽງທີ່ດີ ແລະ ໄດ້ຮັບພອນທີ່ຮູ້ສຶກເຖິງຄວາມຮັກທີ່ໄຖ່ຂອງພຣະອົງ.
ຕອນເປັນພໍ່ແມ່ໜຸ່ມ, ບຣາເດີ ແລະ ຊິດສະເຕີ ຊາມາດ ໄດ້ຮຽນຮູ້ພຣະກິດຕິຄຸນຂອງພຣະເຢຊູຄຣິດ ຢູ່ໃນບ້ານສອງຫ້ອງນອນທີ່ລຽບງ່າຍຂອງເຂົາເຈົ້າ ຢູ່ທີ່ເມືອງເສມາຣັງ, ປະເທດອິນໂດເນເຊຍ.1 ນັ່ງຢູ່ອ້ອມໂຕະນ້ອຍໆ, ພ້ອມດ້ວຍແສງໄຟລິບລີ່ ເບິ່ງຄືວ່າເຮັດໃຫ້ຫ້ອງນັ້ນເຕັມໄປດ້ວຍຍຸງຫລາຍກວ່າແສງຮຸ່ງແຈ້ງ, ຜູ້ສອນສາດສະໜາສອງຄົນໄດ້ສິດສອນຄວາມຈິງນິລັນດອນໃຫ້ແກ່ເຂົາເຈົ້າ. ຜ່ານການອະທິຖານດ້ວຍຄວາມຈິງໃຈ ແລະ ການຊີ້ນຳຂອງພຣະວິນຍານບໍລິສຸດ, ເຂົາເຈົ້າໄດ້ມາເຊື່ອສິ່ງທີ່ເຂົາເຈົ້າຖືກສິດສອນ ແລະ ໄດ້ເລືອກທີ່ຈະຮັບບັບຕິສະມາ ແລະ ກາຍເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ການຕັດສິນໃຈນັ້ນ, ແລະ ແບບແຜນການດຳລົງຊີວິດຂອງເຂົາເຈົ້ານັບຕັ້ງແຕ່ນັ້ນມາ, ໄດ້ເປັນພອນໃຫ້ແກ່ບຣາເດີ ແລະ ຊິດສະເຕີ ຊາມາດ ແລະ ຄອບຄົວຂອງເຂົາເຈົ້າໃນທຸກໆດ້ານໃນຊີວິດຂອງເຂົາເຈົ້າ.2
ເຂົາເຈົ້າເປັນພາກສ່ວນຂອງໄພ່ພົນບຸກເບີກລຸ້ນທຳອິດໃນປະເທດອິນໂດເນເຊຍ. ຕໍ່ມາເຂົາເຈົ້າໄດ້ຮັບພິທີການພຣະວິຫານ, ແລະ ບຣາເດີ ຊາມາດ ກໍໄດ້ຮັບໃຊ້ເປັນປະທານສາຂາ ແລະ ແລ້ວເປັນປະທານທ້ອງຖິ່ນ, ຂັບລົດຕະຫລອດທົ່ວເມືອງຈາວາ ເພື່ຶອປະຕິບັດໜ້າທີ່ຮັບຜິດຊອບຂອງລາວ. ໃນທົດສະວັດທີ່ຜ່ານມາ, ລາວໄດ້ຮັບໃຊ້ເປັນປິຕຸຄົນທຳອິດຂອງສະເຕກສູຣາກາດຕາ ອິນໂດເນເຊຍ.
ໜຶ່ງໃນບັນດາຜູ້ສອນສາດສະໜາໃນບ້ານທີ່ຖ່ອມຕົວ, ທີ່ເຕັມໄປດ້ວຍສັດທາຫລັງນັ້ນເມື່ອ 49 ປີກ່ອນ, ຂ້າພະເຈົ້າໄດ້ເຫັນໃນຕົວເຂົາເຈົ້າ ສິ່ງທີ່ກະສັດເບັນຢາມິນໄດ້ສິດສອນຢູ່ໃນພຣະຄຳພີມໍມອນວ່າ: “ຂ້າພະເຈົ້າປາດຖະໜາໃຫ້ພວກທ່ານພິຈາລະນາເຖິງສະພາບອັນເປັນພອນ ແລະ ຄວາມສຸກຂອງຄົນທີ່ຮັກສາພຣະບັນຍັດຂອງພຣະເຈົ້າ. ເພາະຈົ່ງເບິ່ງ, ເຂົາໄດ້ຮັບພອນທຸກສິ່ງ ທັງຝ່າຍໂລກ ແລະ ຝ່າຍວິນຍານ.”3 ພອນທີ່ຫລັ່ງໄຫລເຂົ້າມາໃນຊີວິດຂອງຜູ້ຄົນທີ່ເຮັດຕາມຕົວຢ່າງ ແລະ ຄຳສອນຂອງພຣະເຢຊູຄຣິດ, ຜູ້ທີ່ເລືອກທີ່ຈະຖືກນັບເຂົ້າໃນບັນດາສານຸສິດຂອງພຣະອົງ, ກໍມີຫລາຍ, ໜ້າຊື່ນຊົມ, ແລະ ຊົ່ວນິລັນດອນ.4
ຝູງຊົນຂອງພຣະເຈົ້າ
ຄຳເຊື້ອເຊີນແຫ່ງພັນທະສັນຍາຂອງການບັບຕິສະມາຂອງແອວມາ ຕໍ່ຜູ້ຄົນທີ່ໄດ້ເຕົ້າໂຮມກັນຢູ່ທີ່ນ້ຳມໍມອນ ເລີ່ມຕົ້ນດ້ວຍວະລີນີ້ວ່າ: “ບັດນີ້ຍ້ອນວ່າພວກທ່ານປາດຖະໜາຈະເຂົ້າມາຫາຝູງຊົນຂອງພຣະເຈົ້າ.”5
ຄອກ, ຫລື ຄອກແກະ, ເປັນເດີ່ນອ້ອມຮອບກວ້າງ, ທີ່ສ່ວນຫລາຍແມ່ນຖືກສ້າງຂຶ້ນດ້ວຍກຳແພງທີ່ເປັນຫີນ, ບ່ອນທີ່ຝູງແກະຖືກປົກປ້ອງໃນຕອນກາງຄືນ. ມັນມີບ່ອນເປີດພຽງບ່ອນດຽວ. ໃນຕອນທ້າຍວັນ, ຜູ້ລ້ຽງແກະກໍຈະເອີ້ນຫາຝູງແກະ. ພວກມັນຮູ້ຈັກສຽງຂອງລາວ, ແລະ ພວກມັນກໍເຂົ້າໄປໃນຄວາມປອດໄພຂອງຄອກແກະ ຜ່ານທາງປະຕູ.
ຜູ້ຄົນຂອງແອວມາກໍຈະໄດ້ຮູ້ວ່າ ຜູ້ລ້ຽງແກະຢືນຢູ່ທີ່ບ່ອນເປີດແຄບໆຂອງຄອກນັ້ນ ເພື່ອວ່າເມື່ອຝູງແກະເຂົ້າໄປ, ພວກມັນຈະຖືກນັບ6 ແລະ ບາດແຜ ແລະ ຄວາມເຈັບປ່ວຍຂອງພວກມັນກໍຖືກສັງເກດເຫັນ ແລະ ຖືກດູແລຮັກສາເທື່ອລະໂຕ. ຄວາມປອດໄພ ແລະ ຄວາມຜາສຸກຂອງແກະແມ່ນຂຶ້ນຢູ່ກັບຄວາມເຕັມໃຈຂອງພວກມັນທີ່ຈະເຂົ້າມາໃນຄອກ ແລະ ຄົງຢູ່ໃນຄອກ.
ໃນທ່າມກາງພວກເຮົາອາດມີບາງຄົນທີ່ຮູ້ສຶກວ່າເຂົາເຈົ້າຢູ່ຂ້າງນອກຂອງຝູງແກະ, ບາງທີອາດຄິດວ່າເຂົາເຈົ້າບໍ່ເປັນທີ່ຕ້ອງການຫລາຍ ຫລື ມີຄຸນຄ່າໜ້ອຍ ຫລື ເຂົາເຈົ້າບໍ່ໄດ້ເປັນພາກສ່ວນໃນຝູງນັ້ນ. ແລະ, ດັ່ງທີ່ໃນຄອກແກະ, ໃນຝູງຊົນຂອງພຣະເຈົ້າ ບາງເທື່ອເຮົາກໍຈະເຮັດໃຫ້ຄົນອື່ນເຄືອງໃຈ ແລະ ຈຳເປັນຕ້ອງກັບໃຈ ຫລື ໃຫ້ອະໄພ.
ແຕ່ຜູ້ລ້ຽງທີ່ດີ7—ຜູ້ລ້ຽງທີ່ແທ້ຈິງຂອງເຮົາ—ກໍດີສະເໝີ. ພາຍໃນຝູງຊົນຂອງພຣະເຈົ້າ, ເຮົາຈະໄດ້ຮັບການດູແລທີ່ເອົາໃຈໃສ່ ແລະ ການບຳລຸງລ້ຽງຈາກພຣະອົງ ແລະ ໄດ້ຮັບພອນທີ່ຈະຮູ້ສຶກເຖິງຄວາມຮັກທີ່ໄຖ່ຂອງພຣະອົງ. ພຣະອົງໄດ້ກ່າວວ່າ, “ນະຄອນເຢຣູຊາເລັມ ເຮົາລືມໄລເຈົ້າບໍ່ໄດ້ເລີຍ; ເຮົາຂຽນຊື່ເຈົ້າໃສ່ຝາມືຂອງເຮົາແລ້ວ.”8 ພຣະຜູ້ຊ່ວຍໃຫ້ລອດຂອງເຮົາໄດ້ຂຽນບາບ, ຄວາມເຈັບປວດ, ຄວາມທຸກຂອງເຮົາໃສ່ຝາພຣະຫັດຂອງພຣະອົງແລ້ວ,9 ແລະ ທຸກສິ່ງທີ່ບໍ່ຍຸດຕິທຳໃນຊີວິດ.10 ທຸກຄົນສາມາດຮັບເອົາພອນເຫລົ່ານີ້, ຕາມທີ່ເຂົາເຈົ້າ “ປາດຖະໜາຈະເຂົ້າມາ”11 ແລະ ເລືອກທີ່ຈະຢູ່ໃນຝູງ. ຂອງປະທານແຫ່ງອຳເພີໃຈບໍ່ແມ່ນພຽງແຕ່ສິດທີ່ຈະເລືອກ; ມັນແມ່ນໂອກາດທີ່ຈະເລືອກສິ່ງດີ. ແລະ ກຳແພງຂອງຄອກບໍ່ໄດ້ເປັນຂໍ້ຈຳກັດ ແຕ່ເປັນແຫລ່ງຂອງຄວາມປອດໄພທາງວິນຍານ.
ພຣະເຢຊູໄດ້ສິດສອນວ່າມີ “ຝູງດຽວທີ່ມີຜູ້ລ້ຽງແຕ່ຜູ້ດຽວ.”12 ພຣະອົງໄດ້ກ່າວວ່າ:
“ຄົນທີ່ເຂົ້າທາງປະຕູກໍເປັນຄົນລ້ຽງແກະ. …
“ຝູງແກະຈະໄດ້ຍິນສຽງຂອງເພິ່ນ … ,
“… ແລະ ຝູງແກະກໍຕາມເພິ່ນໄປ ເພາະຮູ້ຈັກສຽງຂອງເພິ່ນ.”13
ແລ້ວພຣະເຢຊູໄດ້ກ່າວວ່າ, “ເຮົານີ້ແຫຼະ ເປັນປະຕູ: ຜູ້ໃດກໍຕາມທີ່ເຂົ້າມາທາງເຮົາກໍຈະໄດ້ພົ້ນ,”14 ສິດສອນຢ່າງແຈ່ມແຈ້ງວ່າ ມີພຽງທາງດຽວເທົ່ານັ້ນທີ່ຈະເຂົ້າມາໃນຝູງຂອງພຣະເຈົ້າ ແລະ ມີພຽງທາງດຽວເທົ່ານັ້ນທີ່ຈະລອດໄດ້. ມັນແມ່ນໂດຍ ແລະ ຜ່ານທາງພຣະເຢຊູຄຣິດ.15
ພອນຈະມາສູ່ຜູ້ຄົນທີ່ຢູ່ໃນຝູງຊົນຂອງພຣະເຈົ້າ
ເຮົາຮຽນຮູ້ວ່າຈະເຂົ້າມາຫາຝູງແນວໃດຈາກພຣະຄຳຂອງພຣະເຈົ້າ, ຊຶ່ງເປັນຄຳສອນທີ່ຖືກສິດສອນໂດຍພຣະເຢຊູຄຣິດ ແລະ ສາດສະດາຂອງພຣະອົງ.16 ເມື່ອເຮົາປະຕິບັດຕາມຄຳສອນຂອງພຣະຄຣິດ ແລະ ເຂົ້າມາຫາຝູງ ຜ່ານທາງສັດທາໃນພຣະເຢຊູຄຣິດ, ການກັບໃຈ, ການບັບຕິສະມາ ແລະ ການຢືນຢັນ, ແລະ ຊື່ສັດຕໍ່ໄປ,17 ແອວມາໄດ້ໃຫ້ສັນຍາພອນທີ່ເປັນການສ່ວນຕົວໂດຍສະເພາະສີ່ຢ່າງ. ທ່ານ ຈະ (1) “ຖືກໄຖ່ໂດຍພຣະເຈົ້າ,” (2) “ຖືກນັບເຂົ້າຢູ່ກັບບັນດາຜູ້ຄົນຂອງການຟື້ນຄືນຊີວິດຄັ້ງທຳອິດ,” (3) “ມີຊີວິດນິລັນດອນ,” ແລະ (4) ພຣະຜູ້ເປັນເຈົ້າຈະ “ທຸ້ມເທພຣະວິນຍານຂອງພຣະອົງລົງມາເທິງພວກທ່ານຢ່າງຫລວງຫລາຍຍິ່ງຂຶ້ນ.”18
ຫລັງຈາກແອວມາໄດ້ສິດສອນກ່ຽວກັບພອນເຫລົ່ານີ້ແລ້ວ, ຜູ້ຄົນໄດ້ຕົບມືດ້ວຍຄວາມສຸກ. ຕໍ່ໄປນີ້ຄືເຫດຜົນ:
ໜຶ່ງ: ການໄຖ່ ໝາຍຄວາມວ່າທີ່ຈະຈ່າຍຄ່າໜີ້ສິນ ຫລື ພັນທະ ຫລື ປົດປ່ອຍໃຫ້ເປັນອິດສະລະ ຈາກສິ່ງທີ່ກໍ່ໃຫ້ເກີດຄວາມຍາກລຳບາກ ຫລື ເຮັດໃຫ້ບາດເຈັບ.19 ບໍ່ວ່າເຮົາຈະມີການພັດທະນາສ່ວນຕົວຫລາຍເທົ່າໃດ ກໍຈະບໍ່ສາມາດເຮັດໃຫ້ເຮົາສະອາດຈາກບາບທີ່ເຮົາໄດ້ເຮັດລົງໄປແລ້ວ ຫລື ຫາຍດີຈາກບາດແຜທີ່ເຮົາໄດ້ທົນທຸກທໍລະມານມາ ປາດສະຈາກການຊົດໃຊ້ຂອງພຣະເຢຊູຄຣິດ. ພຣະອົງເປັນພຣະຜູ້ໄຖ່ຂອງເຮົາ.20
ສອງ: ເພາະການຟື້ນຄືນພຣະຊົນຂອງພຣະຄຣິດ, ທຸກຄົນຈຶ່ງຈະຟື້ນຄືນຊີວິດ.21 ຫລັງຈາກວິນຍານຂອງເຮົາອອກໄປຈາກຮ່າງກາຍມະຕະຂອງເຮົາ, ແນ່ນອນວ່າເຮົາຈະຄອຍຖ້າວັນເວລາ ທີ່ເຮົາຈະສາມາດໂອບກອດຜູ້ຄົນທີ່ເຮົາຮັກອີກຄັ້ງ ດ້ວຍຮ່າງກາຍທີ່ໄດ້ຟື້ນຄືນຊີວິດແລ້ວ. ເຮົາຈະຄອຍຖ້າດ້ວຍຄວາມຕື່ນເຕັ້ນ ທີ່ຈະໄດ້ຢູ່ກັບບັນດາຜູ້ຄົນຂອງ ການຟື້ນຄືນຊີວິດຄັ້ງທຳອິດ.
ສາມ: ຊີວິດນິລັນດອນໝາຍຄວາມວ່າຈະໄດ້ຢູ່ກັບພຣະເຈົ້າ ແລະ ຕາມທີ່ພຣະອົງພຣະຊົນຢູ່. ມັນ “ເປັນຂອງປະທານອັນຍິ່ງໃຫຍ່ທີ່ສຸດໃນຂອງປະທານທັງໝົດຂອງພຣະເຈົ້າ.”22 ແລະ ຈະນຳຄວາມສຸກທີ່ບໍລິບູນມາໃຫ້.23 ມັນເປັນຈຸດປະສົງ ແລະ ເຈດຕະນາທີ່ສູງສຸດຂອງຊີວິດເຮົາ.
ສີ່: ຄວາມເປັນເພື່ອນຂອງສະມາຊິກໃນຝ່າຍພຣະເຈົ້າ, ພຣະວິນຍານບໍລິສຸດ, ຈະໃຫ້ການຊີ້ນຳ ແລະ ການປອບໂຍນທີ່ຕ້ອງການຫລາຍທີ່ສຸດໃນລະຫວ່າງຊີວິດມະຕະນີ້.24
ໃຫ້ເຮົາພິຈາລະນາສາເຫດຂອງຄວາມໂສກເສົ້າ: ຄວາມທຸກໃຈມາຈາກບາບ,25 ຄວາມໂສກເສົ້າ ແລະ ຄວາມເປົ່າປ່ຽວດຽວດາຍມາຈາກຄວາມຕາຍຂອງຄົນທີ່ເຮົາຮັກ, ແລະ ຄວາມຢ້ານກົວກໍມາຈາກຄວາມບໍ່ແນ່ນອນຈາກສິ່ງທີ່ເກີດຂຶ້ນເມື່ອເຮົາຕາຍ. ແຕ່ເມື່ອເຮົາເຂົ້າໄປໃນຝູງຊົນຂອງພຣະເຈົ້າ ແລະ ຮັກສາພັນທະສັນຍາຂອງເຮົາກັບພຣະອົງ, ເຮົາຈະຮູ້ສຶກເຖິງຄວາມສະຫງົບຂອງການຮູ້ຈັກ ແລະ ການໄວ້ວາງໃຈວ່າ ພຣະຄຣິດຈະໄຖ່ເຮົາຈາກບາບຂອງເຮົາ, ວ່າການແຍກຮ່າງກາຍ ແລະ ວິນຍານຂອງເຮົາຈະສິ້ນສຸດລົງໄວຂຶ້ນ, ແລະ ວ່າເຮົາຈະມີຊີວິດຢູ່ຊົ່ວນິລັນດອນກັບພຣະເຈົ້າໃນວິທີທາງທີ່ຮຸ່ງໂລດທີ່ສຸດ.
ໄວ້ວາງໃຈໃນພຣະຄຣິດ ແລະ ກະທຳດ້ວຍສັດທາ
ອ້າຍເອື້ອຍນ້ອງທັງຫລາຍ, ພຣະຄຳພີກໍເຕັມໄປດ້ວຍຕົວຢ່າງຂອງອຳນາດທີ່ສະຫງ່າງາມຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ຄວາມເມດຕາທີ່ເຫັນອົກເຫັນໃຈ ແລະ ພຣະຄຸນຂອງພຣະອົງ. ໃນລະຫວ່າງການປະຕິບັດສາດສະໜາກິດຂອງພຣະອົງຢູ່ເທິງໂລກ, ພອນແຫ່ງການປິ່ນປົວຂອງພຣະອົງໄດ້ມາສູ່ຜູ້ຄົນທີ່ໄດ້ໄວ້ວາງໃຈໃນພຣະອົງ ແລະ ກະທຳດ້ວຍສັດທາ. ຍົກຕົວຢ່າງ, ຜູ້ຊາຍທີ່ປ່ວຍໂຊຄົນໜຶ່ງຢູ່ທີ່ສະນ້ຳເບັດຊະທາສາມາດຍ່າງໄດ້, ດ້ວຍສັດທາ, ເມື່ອລາວເຮັດຕາມພຣະບັນຊາຂອງພຣະຜູ້ຊ່ວຍໃຫ້ລອດວ່າ “ຈົ່ງລຸກຂຶ້ນ ແລະ ຍົກເອົາບ່ອນນອນຂອງເຈົ້າ ແລະ ຍ່າງໄປ.”26 ຜູ້ຄົນທີ່ເຈັບປ່ວຍ ຫລື ເປັນທຸກໃດໆກໍຕາມໃນແຜ່ນດິນອຸດົມສົມບູນກໍໄດ້ຫາຍດີເມື່ອ “ພ້ອມກັນ” ພວກເຂົາ “ໄດ້ອອກໄປ.”27
ຄ້າຍຄືກັນນີ້, ເພື່ອຈະໄດ້ຮັບພອນອັນໜ້າອັດສະຈັນ ທີ່ຖືກສັນຍາໄວ້ຕໍ່ຜູ້ຄົນທີ່ເຂົ້າມາຫາຝູງຊົນຂອງພຣະເຈົ້າ ຮຽກຮ້ອງໃຫ້ເຮົາເຮັດສິ່ງນັ້ນ—ເຮົາຕ້ອງເລືອກທີ່ຈະມາ. ແອວມາຜູ້ລູກໄດ້ສິດສອນວ່າ, “ບັດນີ້ ຂ້າພະເຈົ້າກ່າວກັບພວກທ່ານວ່າ ຜູ້ລ້ຽງທີ່ດີໄດ້ເອີ້ນຫາພວກທ່ານຢູ່; ແລະ ຖ້າຫາກພວກທ່ານຈະເຊື່ອຟັງສຸລະສຽງຂອງພຣະອົງ, ພຣະອົງຈະນຳພວກທ່ານເຂົ້າຝູງຂອງພຣະອົງ.”28
ເມື່ອຫລາຍປີກ່ອນ ເພື່ອນທີ່ຮັກຄົນໜຶ່ງໄດ້ເສຍຊີວິດໄປດ້ວຍໂຣກມະເລັງ. ຕອນນາງແຊຣັນ ພັນລະຍາຂອງລາວໄດ້ຂຽນເທື່ອທຳອິດກ່ຽວກັບການກວດພົບໂຣກຂອງລາວ, ນາງໄດ້ເວົ້າວ່າ: “ພວກເຮົາເລືອກສັດທາ. ສັດທາໃນພຣະຜູ້ຊ່ວຍໃຫ້ລອດຂອງພວກເຮົາ, ພຣະເຢຊູຄຣິດ. ສັດທາໃນແຜນຂອງພຣະບິດາເທິງສະຫວັນຂອງພວກເຮົາ, ແລະ ສັດທາວ່າພຣະອົງຮູ້ຈັກຄວາມຕ້ອງການຂອງພວກເຮົາ ແລະ ເຮັດໃຫ້ຄຳສັນຍາຂອງພຣະອົງສຳເລັດ.”29
ຂ້າພະເຈົ້າໄດ້ພົບໄພ່ພົນຍຸກສຸດທ້າຍຫລາຍຄົນດັ່ງນາງແຊຣັນ ຜູ້ທີ່ຮູ້ສຶກເຖິງຄວາມສະຫງົບສຸກພາຍໃນໃຈ ຂອງການເປັນຢູ່ຢ່າງໝັ້ນຄົງຢູ່ໃນຝູງຊົນຂອງພຣະເຈົ້າ, ໂດຍສະເພາະເມື່ອການລໍ້ລວງ, ການກົງກັນຂ້າມ, ຫລື ຄວາມຍາກລຳບາກເກີດຂຶ້ນ.30 ເຂົາເຈົ້າໄດ້ເລືອກທີ່ຈະມີສັດທາໃນພຣະເຢຊູຄຣິດ ແລະ ຕິດຕາມສາດສະດາຂອງພຣະອົງ. ສາດສະດາທີ່ຮັກແພງຂອງເຮົາ, ປະທານຣະໂຊ ເອັມ ແນວສັນ, ໄດ້ສິດສອນວ່າ, “ທຸກສິ່ງທີ່ດີໃນຊີວິດ—ພອນກ່ຽວກັບຄວາມສຳຄັນນິລັນດອນທີ່ຈະມາເຖິງທຸກຢ່າງ—ເລີ່ມຕົ້ນດ້ວຍສັດທາ.”31
ເຂົ້າມາຫາຝູງຊົນຂອງພຣະເຈົ້າຢ່າງເຕັມທີ່
ຕູ້ປູ່ຂອງຕູ້ປູ່ທວດຂອງຂ້າພະເຈົ້າ ເຈມສ໌ ຊໍເຢີ ໂຮແມນ ໄດ້ມາເຖິງລັດຢູທາໃນປີ 1847, ແຕ່ເພິ່ນບໍ່ໄດ້ມາເຖິງໃນເດືອນກໍລະກົດກັບ ບຣິກຳ ຢັງ. ເພິ່ນໄດ້ມານຳຫລັງໃນປີນັ້ນ ແລະ, ອີງຕາມບັນທຶກຂອງຄອບຄົວ, ເພິ່ນມີໜ້າທີ່ຮັບຜິດຊອບທີ່ຈະນຳຝູງແກະມາ. ເພິ່ນບໍ່ໄດ້ມາເຖິງຮ່ອມພູເຊົາເລັກຈົນກວ່າເດືອນຕຸລາ, ແຕ່ເພິ່ນ ແລະ ຝູງແກະກໍໄດ້ມາເຖິງ.32
ເມື່ອກ່າວຢ່າງປຽບທຽບແລ້ວ, ເຮົາບາງຄົນກໍຍັງຢູ່ໃນທົ່ງພຽງ. ບໍ່ແມ່ນທຸກຄົນໄດ້ມາເຖິງໃນກຸ່ມທຳອິດ. ເພື່ອນທີ່ຮັກແພງຂອງຂ້າພະເຈົ້າ, ກະລຸນາເດີນຕໍ່ໄປໃນການເດີນທາງ—ແລະ ຊ່ວຍຄົນອື່ນ—ເຂົ້າມາຫາຝູງຊົນຂອງພຣະເຈົ້າຢ່າງເຕັມທີ່. ພອນຕ່າງໆຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ ແມ່ນເກີນກວ່າຈະວັດແທກໄດ້ ເພາະວ່າມັນເປັນຊົ່ວນິລັນດອນ.
ຂ້າພະເຈົ້າມີຄວາມກະຕັນຍູຢ່າງສຸດຊຶ້ງທີ່ໄດ້ເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ຂ້າພະເຈົ້າເປັນພະຍານເຖິງຄວາມຮັກຂອງພຣະບິດາເທິງສະຫວັນຂອງເຮົາ ແລະ ພຣະຜູ້ໄຖ່ຂອງເຮົາ, ພຣະເຢຊູຄຣິດ, ແລະ ເຖິງຄວາມສະຫງົບສຸກທີ່ມາຈາກພວກພຣະອົງເທົ່ານັ້ນ—ຄວາມສະຫງົບສຸກພາຍໃນ ແລະ ພອນຕ່າງໆທີ່ພົບເຫັນຢູ່ໃນຝູງຊົນຂອງພຣະເຈົ້າ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.