ເຮົາແຕ່ລະຄົນກໍມີເລື່ອງລາວ
ຈົ່ງມາຊອກຫາຄອບຄົວຂອງທ່ານ, ທຸກລຸ້ນຄົນຂອງທ່ານ, ແລະ ພາເຂົາເຈົ້າກັບບ້ານ.
ໝູ່ເພື່ອນ, ອ້າຍເອື້ອຍນ້ອງທັງຫລາຍ, ເຮົາແຕ່ລະຄົນກໍມີເລື່ອງລາວ. ເມື່ອເຮົາຄົ້ນພົບເລື່ອງລາວຂອງເຮົາ, ເຮົາເຊື່ອມຕໍ່, ເຮົາເປັນພາກສ່ວນ, ເຮົາກາຍເປັນ.
ຂ້າພະເຈົ້າຊື່ ແກຣິດ ວາວເຕີ ກອງ. ແກຣິດ ແມ່ນຊື່ໂຮນລັງ, ວາວເຕີ (ຊື່ພໍ່ຂອງຂ້າພະເຈົ້າ) ແມ່ນຊື່ອາເມຣິກາ, ແລະ ກອງ ແນ່ນອນ ແມ່ນຊື່ຈີນ.
ຜູ່ຊ່ຽວຊານຄາດຄະເນວ່າມີປະມານ 70–110 ພັນລ້ານຄົນທີ່ອາໄສຢູ່ເທິງແຜ່ນດິນໂລກ. ບາງທີອາດມີພຽງຄົນດຽວທີ່ຊື່ ແກຣິດ ວາວເຕີ ກອງ.
ເຮົາແຕ່ລະຄົນກໍມີເລື່ອງລາວ. ຂ້າພະເຈົ້າມັກ “ຝົນຕົກໃສ່ໃບໜ້າ [ແລະ] ລົມພັດກາຍ.”1 ຂ້າພະເຈົ້າໄດ້ຍ່າງເຊໄປກັບນົກແພງກວນໃນອານຕາຕິກາ. ຂ້າພະເຈົ້າໄດ້ມອບຮູບຖ່າຍໃຫ້ເດັກກຳພ້າຢູ່ກົວເຕມາລາ, ໃຫ້ເດັກນ້ອຍຕາມຖະໜົນໃນກຳປູເຈຍ, ໃຫ້ຜູ້ຍິງຊາວມາຊາຍໃນອາຟຣິກາ ຊຶ່ງເປັນຮູບຖ່າຍໃບທຳອິດຂອງຕົວເຂົາເຈົ້າເອງ.
ຂ້າພະເຈົ້າໄດ້ລໍຖ້າຢູ່ໂຮງໝໍເມື່ອລູກແຕ່ລະຄົນຂອງພວກເຮົາເກີດ—ເທື່ອໜຶ່ງທ່ານໝໍໄດ້ໃຫ້ຂ້າພະເຈົ້າຊ່ວຍ.
ຂ້າພະເຈົ້າໄວ້ວາງໃຈພຣະເຈົ້າ. ຂ້າພະເຈົ້າເຊື່ອວ່າ “[ເຮົາ] ເປັນຢູ່, ເພື່ອ [ເຮົາ] ຈະໄດ້ມີຄວາມສຸກ,”2 ວ່າມັນມີເວລາ ແລະ ລະດູການສຳລັບທຸກສິ່ງໃຕ້ຟ້າສະຫວັນ.3
ທ່ານຮູ້ເລື່ອງລາວຂອງທ່ານບໍ? ຊື່ຂອງທ່ານໝາຍຄວາມວ່າແນວໃດ? ປະຊາກອນໂລກມີເພີ່ມຂຶ້ນຈາກ 1.1 ພັນລ້ານຄົນໃນປີ 1820 ເຖິງເກືອບ 7.8 ພັນລ້ານຄົນໃນປີ 2020.4 ປີ 1820 ເບິ່ງຄືວ່າເປັນຈຸດປ່ຽນແປງໃນປະຫວັດສາດ. ຫລາຍຄົນທີ່ເກີດຫລັງຈາກປີ 1820 ມີຄວາມຊົງຈຳທີ່ມີຊີວິດຊີວາ ແລະ ບັນທຶກເພື່ອລະບຸຄອບຄົວຫລາຍລຸ້ນຄົນ. ທ່ານສາມາດຄິດເຖິງຄວາມຊົງຈຳພິເສດ ແລະ ຫວານຊື່ນ ກັບພໍ່ຕູ້ແມ່ຕູ້ ຫລື ສະມາຊິກຄົນອື່ນໆໃນຄອບຄົວໄດ້ຫລືບໍ່?
ບໍ່ວ່າຈຳນວນທັງໝົດຂອງບຸກຄົນທີ່ມີຊີວິດຢູ່ເທິງແຜ່ນດິນໂລກຈະຫລາຍປານໃດກໍຕາມ, ແຕ່ມັນຈຳກັດ, ສາມາດນັບໄດ້, ເທື່ອລະຄົນ. ທ່ານ ແລະ ຂ້າພະເຈົ້າ, ເຮົາແຕ່ລະຄົນສຳຄັນ.
ແລະ ກະລຸນາພິຈາລະນາສິ່ງນີ້: ບໍ່ວ່າເຮົາຮູ້ຈັກເຂົາເຈົ້າຫລືບໍ່, ເຮົາແຕ່ລະຄົນໄດ້ເກີດມາຈາກແມ່ ແລະ ພໍ່. ແລະ ແມ່ ແລະ ພໍ່ແຕ່ລະຄົນກໍເກີດມາຈາກແມ່ ແລະ ພໍ່ຄືກັນ.5 ບໍ່ວ່າຈະເປັນເຊື້ອສາຍໂດຍກຳເນີດ ຫລື ໂດຍການເປັນລູກລ້ຽງ, ໃນທີ່ສຸດເຮົາທັງໝົດກໍເຊື່ອມຕໍ່ເຂົ້າກັນໃນຄອບຄົວຂອງພຣະເຈົ້າ ແລະ ໃນຄອບຄົວມະນຸດ.
ເກີດໃນ ຄ.ສ. 837, ພໍ່ຕູ້ທວດທີ 30 ຂອງຂ້າພະເຈົ້າ, ມັງກອນ ກອງ ຜູ້ທຳອິດ, ໄດ້ຕັ້ງໝູ່ບ້ານຂອງຄອບຄົວພວກເຮົາໃນພາກໃຕ້ຂອງປະເທດຈີນ. ເທື່ອທຳອິດທີ່ຂ້າພະເຈົ້າໄດ້ໄປຢ້ຽມຢາມບ້ານກອງ, ຜູ້ຄົນເວົ້າວ່າ, “Wenhan huilaile” ແປວ່າ (“ແກຣິດໄດ້ກັບຄືນມາແລ້ວ”).
ໃນຝ່າຍແມ່ຂອງຂ້າພະເຈົ້າ, ຕົ້ນຕະກຸນທີ່ມີຊີວິດຢູ່ຂອງພວກເຮົາແມ່ນລວມທັງລາຍຊື່ຂອງຫລາຍພັນຄອບຄົວ, ຊຶ່ງມີຫລາຍກວ່ານັ້ນໃຫ້ຄົ້ນຫາ.6 ເຮົາແຕ່ລະຄົນມີຄອບຄົວຫລາຍຂຶ້ນ ທີ່ຈະເຊື່ອມຕໍ່. ຖ້າຫາກທ່ານຄິດວ່າປ້າທວດຂອງທ່ານໄດ້ສຳເລັດການສືບເຊື້ອສາຍຂອງຄອບຄົວທ່ານແລ້ວ, ກະລຸນາຊອກຫາຍາດພີ່ນ້ອງ ແລະ ພີ່ນ້ອງຂອງພີ່ນ້ອງຂອງທ່ານ. ໃຫ້ເຊື່ອມຕໍ່ຊື່ຄອບຄົວໃນຄວາມຊົງຈຳທີ່ມີຊີວິດຂອງທ່ານກັບຊື່ທີ່ຄົ້ນຫາໄດ້ 10 ພັນລ້ານຊື່ ທີ່ FamilySearch ຮວບຮວມໄວ້ຢູ່ອອນລາຍໃນເວລານີ້ ແລະ ມີ 1.3 ພັນລ້ານຄົນໃນຕົ້ນຕະກຸນຂອງເວັບໄຊນີ້.7
ຂໍໃຫ້ໝູ່ເພື່ອນ ຫລື ຄອບຄົວແຕ້ມຮູບຕົ້ນໄມ້ທີ່ມີຊີວິດ. ດັ່ງທີ່ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນ, ຕົ້ນໄມ້ທີ່ມີຊີວິດ ຈະມີຮາກເຫງົ້າ ແລະ ກິ່ງງ່າ.8 ບໍ່ວ່າທ່ານຈະເປັນລຸ້ນທຳອິດ ຫລື ລຸ້ນທີສິບທີ່ຖືກຮູ້ຈັກກໍຕາມ, ຈົ່ງເຊື່ອມຕໍ່ມື້ວານນີ້ ເພື່ອມື້ອື່ນ. ຈົ່ງເຊື່ອມຕໍ່ຮາກເຫງົ້າໃສ່ກັບກິ່ງງ່າໃນຕົ້ນຕະກຸນທີ່ມີຊີວິດຂອງທ່ານ.9
ຄຳຖາມ “ເຈົ້າມາຈາກໃສ?” ແມ່ນຖາມເຖິງເຊື້ອສາຍ, ສະຖານທີ່ເກີດ, ແລະ ປະເທດ ຫລື ບ້ານເກີດເມືອງນອນ. ທົ່ວໂລກ, 25 ເປີເຊັນສາມາດສືບສາວກັບໄປຫາປະເທດຈີນ, 23 ເປີເຊັນກັບໄປຫາປະເທດອິນເດຍ, 17 ເປີເຊັນກັບໄປຫາອາຊີ ແລະ ປາຊີຟິກ, 18 ເປີເຊັນກັບໄປຫາເອີຣົບ, 10 ເປີເຊັນກັບໄປຫາອາຟຣິກາ, 7 ເປີເຊັນກັບໄປຫາອາເມຣິກາ.10
ຄຳຖາມ “ເຈົ້າມາຈາກໃສ?” ກໍເຊື້ອເຊີນເຮົາໃຫ້ຄົ້ນຫາເອກະລັກແຫ່ງສະຫວັນ ແລະ ຈຸດປະສົງທາງວິນຍານໃນຊີວິດຂອງເຮົານຳອີກ.
ເຮົາແຕ່ລະຄົນກໍມີເລື່ອງລາວ.
ຄອບຄົວໜຶ່ງທີ່ຂ້າພະເຈົ້າຮູ້ຈັກ ໄດ້ເຊື່ອມຕໍ່ຄອບຄົວຫ້າລຸ້ນຄົນ ເມື່ອເຂົາເຈົ້າໄປຢ້ຽມຢາມເຮືອນເກົ່າຢູ່ເມືອງວິນນິເພກ, ປະເທດການາດາ. ຢູ່ທີ່ນັ້ນພໍ່ຕູ້ໄດ້ບອກຫລານຊາຍຂອງລາວກ່ຽວກັບວັນທີ່ຜູ້ສອນສາດສະໜາສອງຄົນ (ລາວເອີ້ນເຂົາເຈົ້າວ່າ ທູດຈາກສະຫວັນ) ໄດ້ນຳພຣະກິດຕິຄຸນທີ່ຖືກຟື້ນຟູຂອງພຣະເຢຊູຄຣິດມາໃຫ້, ຊຶ່ງໄດ້ປ່ຽນແປງຄອບຄົວຂອງເຂົາເຈົ້າຕະຫລອດໄປ.
ແມ່ຄົນໜຶ່ງທີ່ຂ້າພະເຈົ້າຮູ້ຈັກ ໄດ້ເຊື້ອເຊີນລູກໆຂອງນາງ ແລະ ຍາດພີ່ນ້ອງຂອງພວກເຂົາໃຫ້ຖາມແມ່ຕູ້ທວດຂອງພວກເຂົາກ່ຽວກັບປະສົບການໃນໄວເດັກຂອງລາວ. ການຜະຈົນໄພ ແລະ ບົດຮຽນຊີວິດຂອງແມ່ຕູ້ທວດ ບັດນີ້ກາຍເປັນໜັງສືຄອບຄົວອັນລ້ຳຄ່າ ທີ່ຮວບຮວມຫລາຍລຸ້ນຄົນ.
ຊາຍໜຸ່ມຄົນໜຶ່ງທີ່ຂ້າພະເຈົ້າຮູ້ຈັກ ກຳລັງຮວບຮວມ “ບັນທຶກສ່ວນຕົວຂອງພໍ່.” ຫລາຍປີກ່ອນ, ລົດໄດ້ຕຳ ແລະ ຂ້າພໍ່ລາວ. ບັດນີ້, ເພື່ອຈະຮູ້ຈັກພໍ່ຂອງລາວ, ຊາຍໜຸ່ມທີ່ກ້າຫານຄົນນີ້ ໄດ້ສະສົມຄວາມຊົງຈຳໃນໄວເດັກ ແລະ ເລື່ອງລາວຈາກຄອບຄົວ ແລະ ໝູ່ເພື່ອນ.
ເມື່ອຖືກຖາມເຖິງຄວາມໝາຍໃນຊີວິດ, ຄົນສ່ວນໃຫຍ່ຈະໃຫ້ ຄອບຄົວ ມາກ່ອນ.11 ສິ່ງນີ້ແມ່ນລວມທັງຄອບຄົວທີ່ມີຊີວິດຢູ່ ແລະ ຜູ້ທີ່ລ່ວງລັບໄປແລ້ວ. ແນ່ນອນ, ເມື່ອເຮົາຕາຍໄປ, ເຮົາຈະບໍ່ດັບຫາຍໄປ. ເຮົາຈະສືບຕໍ່ມີຊີວິດຢູ່ຟາກມ່ານເບື້ອງນັ້ນ.
ໂດຍທີ່ຍັງມີຊີວິດຢູ່, ບັນພະບຸລຸດຂອງເຮົາສົມຄວນທີ່ຈະຖືກຈື່ຈຳ.12 ເຮົາຈື່ຈຳມໍລະດົກຂອງເຮົາຜ່ານທາງເລື່ອງເລົ່າ, ບັນທຶກເຜົ່າ ແລະ ເລື່ອງລາວຄອບຄົວ, ອະນຸສອນ ຫລື ສະຖານທີ່ແຫ່ງຄວາມຊົງຈຳ, ແລະ ການສະເຫລີມສະຫລອງດ້ວຍຮູບຖ່າຍ, ອາຫານ, ຫລື ສິ່ງຂອງທີ່ເຕືອນໃຈເຮົາເຖິງຄົນທີ່ເຮົາຮັກ.
ໃຫ້ຄິດກ່ຽວກັບບ່ອນທີ່ທ່ານອາໄສຢູ່—ມັນດີເລີດແມ່ນບໍ ທີ່ປະເທດ ແລະ ຊຸມຊົນຂອງທ່ານຈື່ຈຳ ແລະ ໃຫ້ກຽດແກ່ບັນພະບຸລຸດ, ຄອບຄົວ, ຄົນອື່ນໆທີ່ໄດ້ຮັບໃຊ້ ແລະ ເສຍສະລະ? ຍົກຕົວຢ່າງ, ຢູ່ທີ່ງານລະນຶກເຖິງການເກັບກ່ຽວໃນລະດູໃບໄມ້ຫລົ່ນ ໃນເມືອງຊ້າວໂມຕັນ, ເຂດເດວອນຊາຍ, ປະເທດອັງກິດ, ຊິດສະເຕີ ກອງ ແລະ ຂ້າພະເຈົ້າມັກໄປຫາໂບດ ແລະ ຊຸມຊົນນ້ອຍໆ ບ່ອນທີ່ຄອບຄົວບາເດັນຫລາຍລຸ້ນຄົນຂອງພວກເຮົາໄດ້ອາໄສຢູ່. ເຮົາໃຫ້ກຽດແກ່ບັນພະບຸລຸດຂອງເຮົາ ໂດຍການເປີດຟ້າສະຫວັນ ຜ່ານທາງວຽກງານພຣະວິຫານ ແລະ ປະຫວັດຄອບຄົວ13 ແລະ ໂດຍການກາຍເປັນບ້ວງເຊື່ອມຕໍ່14 ໃນສາຍໂສ້ຂອງຫລາຍລຸ້ນຄົນຂອງເຮົາ.15
ໃນຍຸກນີ້ທີ່ “ຂ້ອຍເລືອກຕົວເອງ,” ສັງຄົມຈະໄດ້ຮັບຜົນປະໂຫຍດເມື່ອຫລາຍລຸ້ນຄົນຖືກເຊື່ອມຕໍ່ເຂົ້າກັນໃນວິທີທີ່ມີຄວາມໝາຍ. ການຮູ້ຈັກວ່າເຮົາມາຈາກໃສ ຈະຊ່ວຍເຮົາໃຫ້ເຕີບໂຕ—ຄວາມສຳພັນທີ່ແທ້ຈິງ, ການຮັບໃຊ້ທີ່ມີຄວາມໝາຍ, ຊີວິດທີ່ມີຄວາມໝາຍຫລາຍກວ່າພາບທີ່ເກີນຄວາມເປັນຈິງຢູ່ໃນສື່ສັງຄົມ.
ການເຊື່ອມຕໍ່ເຂົ້າກັບບັນພະບຸລຸດຂອງເຮົາ ສາມາດປ່ຽນແປງຊີວິດຂອງເຮົາໃນທາງທີ່ໜ້າປະຫລາດໄດ້. ຈາກການທົດລອງ ແລະ ຄວາມສຳເລັດຂອງເຂົາເຈົ້າ, ເຮົາຈະໄດ້ຮັບສັດທາ ແລະ ຄວາມເຂັ້ມແຂງ.16 ຈາກຄວາມຮັກ ແລະ ການເສຍສະລະຂອງເຂົາເຈົ້າ, ເຮົາຈະຮຽນຮູ້ທີ່ຈະໃຫ້ອະໄພ ແລະ ກ້າວໄປຂ້າງໜ້າ. ລູກໆຂອງເຮົາຈະສາມາດທົນທານ. ເຮົາຈະໄດ້ຮັບການປົກປ້ອງ ແລະ ພະລັງ. ຄວາມຜູກພັນກັບບັນພະບຸລຸດຈະເພີ່ມຄວາມໃກ້ຊິດໃນຄອບຄົວ, ຄວາມກະຕັນຍູ, ການມະຫັດສະຈັນ. ຄວາມຜູກພັນດັ່ງກ່າວສາມາດນຳຄວາມຊ່ວຍເຫລືອມາໃຫ້ ຈາກຟາກມ່ານເບື້ອງນັ້ນ.
ຄວາມສຸກເກີດກັບຄອບຄົວສັນໃດ, ຄວາມໂສກເສົ້າກໍຈະເກີດກັບຄອບຄົວສັນນັ້ນ. ບໍ່ມີບຸກຄົນໃດທີ່ສົມບູນແບບ, ແລະ ຄອບຄົວກໍເຊັ່ນກັນ. ເມື່ອຄົນທີ່ຄວນຮັກ, ລ້ຽງດູ, ແລະ ປົກປ້ອງເຮົາ ບໍ່ໄດ້ເຮັດແນວນັ້ນ, ເຮົາຈະຮູ້ສຶກຖືກປະຖິ້ມ, ອັບອາຍ, ແລະ ເຈັບປວດ. ຄອບຄົວສາມາດກາຍເປັນເປືອກທີ່ວ່າງເປົ່າ. ແຕ່, ດ້ວຍຄວາມຊ່ວຍເຫລືອຈາກສະຫວັນ, ເຮົາສາມາດເຂົ້າໃຈຄອບຄົວຂອງເຮົາ ແລະ ສ້າງຄວາມສະຫງົບນຳກັນໄດ້.17
ບາງເທື່ອຄຳໝັ້ນສັນຍາທີ່ແນ່ວແນ່ໃນການຮັກສາຄວາມສຳພັນໃນຄອບຄົວ ຈະຊ່ວຍໃຫ້ເຮົາບັນລຸສິ່ງທີ່ຍາກ. ໃນບາງກໍລະນີ, ຊຸມຊົນກາຍເປັນຄອບຄົວ. ຍິງໜຸ່ມທີ່ດີເລີດຄົນໜຶ່ງທີ່ຄອບຄົວມີບັນຫາ ແລະ ໄດ້ຍ້າຍເຮືອນເລື້ອຍໆ ໄດ້ພົບເຫັນຄອບຄົວສາດສະໜາຈັກທີ່ຮັກແພງ ບໍ່ວ່ານາງຈະໄປຢູ່ໃສ ເພື່ອລ້ຽງດູ ແລະ ຮັບຕ້ອນນາງ. ພັນທຸກຳ ແລະ ຮູບແບບຂອງຄອບຄົວມີອິດທິພົນ ແຕ່ບໍ່ສາມາດກຳນົດເຮົາໄດ້.
ພຣະເຈົ້າຢາກໃຫ້ຄອບຄົວຂອງເຮົາມີຄວາມສຸກ ແລະ ຕະຫລອດໄປ. ຕະຫລອດໄປແມ່ນດົນເກີນໄປຖ້າຫາກເຮົາເຮັດໃຫ້ກັນແລະກັນບໍ່ມີຄວາມສຸກ. ຄວາມສຸກແມ່ນສັ້ນເກີນໄປຖ້າຫາກຄວາມສຳພັນທີ່ທະນຸຖະໜອມສິ້ນສຸດລົງກັບຊີວິດນີ້. ຜ່ານທາງພັນທະສັນຍາທີ່ສັກສິດ, ພຣະເຢຊູຄຣິດໄດ້ສະເໜີມອບຄວາມຮັກ, ອຳນາດ, ແລະ ພຣະຄຸນຂອງພຣະອົງໃຫ້ ເພື່ອປ່ຽນແປງເຮົາ18 ແລະ ປິ່ນປົວຄວາມສຳພັນຂອງເຮົາ. ການຮັບໃຊ້ໃນພຣະວິຫານຢ່າງບໍ່ເຫັນແກ່ຕົວສຳລັບຄົນທີ່ເຮົາຮັກ ຈະເຮັດໃຫ້ການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດເປັນຈິງສຳລັບເຂົາເຈົ້າ ແລະ ເຮົາ. ເມື່ອຖືກຊຳລະໃຫ້ບໍລິສຸດແລ້ວ, ເຮົາຈະສາມາດກັບຄືນບ້ານໄປສູ່ທີ່ປະທັບຂອງພຣະເຈົ້າ ໃນຖານະຄອບຄົວທີ່ລວມກັນເປັນໜຶ່ງຊົ່ວນິລັນດອນ.19
ເລື່ອງລາວຂອງເຮົາແຕ່ລະເລື່ອງ ເປັນການເດີນທາງທີ່ຍັງຄົງດຳເນີນຕໍ່ໄປ, ໃນຂະນະທີ່ເຮົາຄົ້ນພົບ, ສ້າງ, ແລະ ກາຍເປັນ ດ້ວຍຄວາມເປັນໄປໄດ້ທີ່ເກີນກວ່າຈະຈິນຕະນາການ.
ສາດສະດາໂຈເຊັບ ສະມິດ ໄດ້ກ່າວວ່າ, “ກັບບາງຄົນ ອາດເບິ່ງຄືວ່າ ມັນເປັນຄຳສອນທີ່ອາດຫານຫລາຍ ທີ່ພວກເຮົາກ່າວເຖິງ—ເປັນອຳນາດຊຶ່ງບັນທຶກໄວ້ ຫລື ຜູກມັດໄວ້ ຢູ່ເທິງແຜ່ນດິນໂລກ ແລະ ຢູ່ໃນສະຫວັນ.”20 ສັງຄົມທີ່ເຮົາສ້າງຢູ່ທີ່ນີ້ສາມາດມີຢູ່ໃນລັດສະໝີພາບນິລັນດອນຢູ່ທີ່ນັ້ນ.21 ແນ່ນອນ, “ຖ້າຫາກປາດສະຈາກ [ສະມາຊິກໃນຄອບຄົວຂອງພວກເຮົາ] ພວກເຮົາຈະດີພ້ອມບໍ່ໄດ້; ທັງພວກເຂົາກໍຄືກັນ ຈະດີພ້ອມບໍ່ໄດ້ ຖ້າຫາກປາດສະຈາກພວກເຮົາ,” ນັ້ນຄື, ໃນ “ການມາຮ່ວມກັນທີ່ເປັນໜຶ່ງ ແລະ ສົມບູນ ແລະ ດີພ້ອມ.”22
ຕອນນີ້ເຮົາສາມາດເຮັດຫຍັງໄດ້ແດ່?
ທຳອິດ, ໃຫ້ຈິນຕະນາການເຫັນຕົວເອງຢືນແຍງກະຈົກສອງແຜ່ນຢູ່ຝາສອງເບື້ອງທີ່ສະທ້ອນພາບຂອງເຮົາໃສ່ກັນຕໍ່ໆໄປຊົ່ວນິລັນດອນ. ໃນເບື້ອງໜຶ່ງ, ໃຫ້ເຫັນຕົວເອງເປັນລູກສາວ, ເປັນຫລານສາວ, ເປັນເຫລນ; ໃນອີກເບື້ອງໜຶ່ງ, ຍິ້ມໃຫ້ຕົວເອງເປັນປ້າ, ແມ່, ແລະ ແມ່ຕູ້. ເວລາຜ່ານໄປໄວແທ້ໆ! ໃນແຕ່ລະເວລາ ແລະ ບົດບາດ, ໃຫ້ສັງເກດວ່າໃຜຢູ່ກັບທ່ານ. ໃຫ້ຮວບຮວມຮູບພາບ ແລະ ເລື່ອງລາວຂອງເຂົາເຈົ້າ; ຈົ່ງເຮັດໃຫ້ຄວາມຊົງຈຳຂອງເຂົາເຈົ້າກາຍເປັນຈິງ. ບັນທຶກຊື່, ປະສົບການ, ແລະ ວັນທີທີ່ສຳຄັນ. ເຂົາເຈົ້າເປັນຄອບຄົວຂອງທ່ານ—ຄອບຄົວທີ່ທ່ານມີ ແລະ ຄອບຄົວທີ່ທ່ານຢາກມີ.
ເມື່ອທ່ານປະຕິບັດພິທີການພຣະວິຫານສຳລັບສະມາຊິກໃນຄອບຄົວ, ແລ້ວວິນຍານຂອງເອລີຢາ, “ການສະແດງໃຫ້ປະຈັກຂອງພຣະວິນຍານບໍລິສຸດ ທີ່ເປັນພະຍານເຖິງທຳມະຊາດແຫ່ງສະຫວັນຂອງຄອບຄົວ,”23 ຈະຜູກມັດຫົວໃຈຂອງພໍ່, ແມ່, ແລະ ລູກໆເຂົ້າກັນໃນຄວາມຮັກ.24
ສອງ, ໃຫ້ການຜະຈົນໄພຂອງປະຫວັດຄອບຄົວເກີດຂຶ້ນໂດຍເຈດຕະນາ ແລະ ແບບທຳມະຊາດ. ໂທຫາແມ່ຕູ້ຂອງທ່ານ. ເບິ່ງໃຫ້ເລິກເຂົ້າໄປໃນຕາຂອງເດັກນ້ອຍເກີດໃໝ່. ຫາເວລາ—ຄົ້ນພົບນິລັນດອນ—ໃນແຕ່ລະໄລຍະຂອງການເດີນທາງຂອງທ່ານ. ຮຽນຮູ້ ແລະ ຮັບຮູ້ມໍລະດົກຂອງຄອບຄົວທ່ານດ້ວຍຄວາມກະຕັນຍູ ແລະ ຄວາມຊື່ສັດ. ສະເຫລີມສະຫລອງ ແລະ ກາຍເປັນທາງບວກ ແລະ, ຖ້າຈຳເປັນ, ໃຫ້ເຮັດທຸກສິ່ງທີ່ເປັນໄປໄດ້ດ້ວຍຄວາມຖ່ອມຕົວ ເພື່ອບໍ່ສົ່ງຕໍ່ທາງລົບ. ໃຫ້ສິ່ງທີ່ດີເລີ່ມຕົ້ນຈາກທ່ານ.
ສາມ, ໃຫ້ເປີດເບິ່ງ FamilySearch.org. ດາວໂຫລດແອັບມືຖືທີ່ມີຢູ່. ມັນຟຣີ ແລະ ມ່ວນຊື່ນ. ຄົ້ນພົບ, ເຊື່ອມຕໍ່, ເປັນພາກສ່ວນ. ເບິ່ງວ່າທ່ານກ່ຽວພັນກັບຄົນຢູ່ໃນຫ້ອງແນວໃດ, ມັນງ່າຍ ແລະ ເປັນລາງວັນ ເມື່ອໄດ້ຕື່ມລາຍຊື່ໃສ່ໃນຕົ້ນຕະກຸນຂອງທ່ານ, ທີ່ໄດ້ພົບເຫັນ ແລະ ເປັນພອນໃຫ້ແກ່ຮາກເຫງົ້າ ແລະ ກິ່ງງ່າຂອງທ່ານ.
ສີ່, ຊ່ວຍເຕົ້າໂຮມຄອບຄົວນິລັນດອນ. ຈື່ຈຳປະຊາກອນຂອງສະຫວັນ. ຜູ້ທີ່ຢູ່ຟາກມ່ານເບື້ອງນັ້ນແມ່ນມີຫລາຍກວ່າເບື້ອງນີ້. ເມື່ອມີພຣະວິຫານຕັ້ງຢູ່ໃກ້ເຮົາຫລາຍຂຶ້ນ, ຈົ່ງສະເໜີໃຫ້ຜູ້ທີ່ລໍຖ້າພິທີການພຣະວິຫານມີໂອກາດຮັບເອົາມັນ.
ຄຳສັນຍາໃນອີດສະເຕີ ແລະ ສະເໝີໄປແມ່ນວ່າ, ໃນ ແລະ ຜ່ານທາງພຣະເຢຊູຄຣິດ, ເຮົາສາມາດກາຍເປັນເລື່ອງລາວທີ່ດີທີ່ສຸດຂອງເຮົາ ແລະ ຄອບຄົວຂອງເຮົາສາມາດມີຄວາມສຸກ ແລະ ຢູ່ນຳກັນຕະຫລອດໄປ. ໃນທຸກລຸ້ນຄົນຂອງເຮົາ, ພຣະເຢຊູຄຣິດຊົງປິ່ນປົວຫົວໃຈທີ່ເຈັບປວດ, ປົດປ່ອຍຊະເລີຍ, ປົດປ່ອຍຜູ້ທີ່ຖືກກົດຂີ່ໃຫ້ເປັນອິດສະລະ.25 ການເປັນພາກສ່ວນທາງພັນທະສັນຍານຳພຣະເຈົ້າ ແລະ ນຳກັນແລະກັນ26 ແມ່ນລວມທັງການຮູ້ວ່າວິນຍານ ແລະ ຮ່າງກາຍຂອງເຮົາຈະລວມເຂົ້າກັນໃນການຟື້ນຄືນຊີວິດ ແລະ ຄວາມສຳພັນອັນລ້ຳຄ່າທີ່ສຸດຂອງເຮົາ ຈະດຳເນີນຕໍ່ໄປຫລັງຄວາມຕາຍ ດ້ວຍຄວາມຊື່ນຊົມອັນເຕັມປ່ຽມ.27
ເຮົາແຕ່ລະຄົນກໍມີເລື່ອງລາວ. ຈົ່ງມາຄົ້ນພົບເລື່ອງລາວຂອງທ່ານ. ຈົ່ງມາຊອກຫາສຽງຂອງທ່ານ, ເພງຂອງທ່ານ, ຄວາມປອງດອງຂອງທ່ານໃນພຣະອົງ. ນີ້ຄືຈຸດປະສົງທີ່ພຣະເຈົ້າໄດ້ສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ ແລະ ເຫັນວ່າດີ.28
ຈົ່ງສັນລະເສີນແຜນແຫ່ງຄວາມສຸກຂອງພຣະເຈົ້າ, ການຊົດໃຊ້ຂອງພຣະເຢຊູຄຣິດ, ການຟື້ນຟູອັນຕໍ່ເນື່ອງໃນພຣະກິດຕິຄຸນ ແລະ ສາດສະໜາຈັກຂອງພຣະອົງ. ຈົ່ງມາຊອກຫາຄອບຄົວຂອງທ່ານ, ທຸກລຸ້ນຄົນຂອງທ່ານ, ແລະ ພາເຂົາເຈົ້າກັບບ້ານ. ໃນພຣະນາມອັນສັກສິດ ແລະ ບໍລິສຸດຂອງພຣະເຢຊູຄຣິດ, ອາແມນ.