ການຕິດຕາມພຣະເຢຊູ: ການເປັນຄົນສ້າງຄວາມສະຫງົບສຸກ
ຜູ້ເປັນຄົນສ້າງຄວາມສະຫງົບສຸກບໍ່ໄດ້ຢູ່ເສີຍໆ; ເຂົາເຈົ້າຖືກຊັກຊວນໃນວິທີທາງຂອງພຣະຜູ້ຊ່ວຍໃຫ້ລອດ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ໃນຊ່ວງເວລາທີ່ສັບສົນວຸ້ນວາຍ, ຂັດແຍ້ງ, ແລະ ສຳລັບຫລາຍຄົນ, ທຸກທໍລະມານຢ່າງໜັກ, ໃຈຂອງພວກເຮົາເຕັມປ່ຽມດ້ວຍຄວາມກະຕັນຍູສຳລັບພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ແລະ ພອນນິລັນດອນຂອງພຣະກິດຕິຄຸນທີ່ຖືກຟື້ນຟູຂອງພຣະເຢຊູຄຣິດ. ພວກເຮົາຮັກພຣະອົງ ແລະ ພວກເຮົາໄວ້ວາງໃຈໃນພຣະອົງ, ແລະ ພວກເຮົາອະທິຖານວ່າ ພວກເຮົາຈະຕິດຕາມພຣະອົງຕະຫລອດໄປ.
ການທ້າທາຍຂອງສື່ສັງຄົມ
ຜົນກະທົບທີ່ມີພະລັງຂອງອິນເຕີເນັດແມ່ນເປັນພອນ ແລະ ເປັນການທ້າທາຍ, ໂດຍສະເພາະໃນວັນເວລາຂອງເຮົາ.
ໃນໂລກສື່ສັງຄົມ ແລະ ຂໍ້ມູນແຜ່ຂະຫຍາຍເໝືອນສາຍຟ້າແລບ, ສຽງຂອງຄົນໆໜຶ່ງກໍສາມາດທະວີຄູນໄດ້ຢ່າງຫລວງຫລາຍ. ສຽງນັ້ນ, ບໍ່ວ່າຈະຈິງ ຫລື ບໍ່ຈິງ, ບໍ່ວ່າຈະຍຸດຕິທຳ ຫລື ອະຄະຕິ, ບໍ່ວ່າຈະດີ ຫລື ໂຫດຮ້າຍ, ກໍສາມາດແຜ່ຂະຫຍາຍໄປທົ່ວໂລກໃນທັນທີທັນໃດ.
ຄຳເວົ້າທີ່ຮອບຄອບ ແລະ ດີໃນສື່ສັງຄົມ ສ່ວນຫລາຍຈະມິດງຽບບໍ່ໂດ່ງດັງ, ໃນຂະນະທີ່ຄຳເວົ້າດູໝິ່ນ ແລະ ຄຽດແຄ້ນມັກຈະດັງກ້ອງຢູ່ໃນຫູຂອງເຮົາ, ບໍ່ວ່າຈະເປັນປັດຊະຍາທາງການເມືອງ, ຜູ້ຄົນໃນຂ່າວ, ຫລື ຄວາມຄິດເຫັນກ່ຽວກັບການລະບາດກໍຕາມ. ບໍ່ມີໃຜ ຫລື ປະທານຄົນໃດ, ລວມທັງພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະກິດຕິຄຸນທີ່ຖືກຟື້ນຟູຂອງພຣະອົງ, ລອດພົ້ນຈາກປະກົດການທາງສັງຄົມ ຂອງສຽງຝ່າຍກົງກັນຂ້າມ.
ການກາຍເປັນຄົນສ້າງຄວາມສະຫງົບສຸກ
ຄຳເທດສະໜາທີ່ໂນນພູເປັນຂ່າວສານສຳລັບທຸກຄົນ ແຕ່ມອບໃຫ້ໂດຍສະເພາະກັບສານຸສິດຂອງພຣະຜູ້ຊ່ວຍໃຫ້ລອດ, ຜູ້ເລືອກຕິດຕາມພຣະອົງ.
ພຣະຜູ້ເປັນເຈົ້າໄດ້ສິດສອນວິທີດຳລົງຊີວິດ, ໃນສະໄໝນັ້ນ ແລະ ໃນເວລານີ້, ໃນໂລກທີ່ເຕັມໄປດ້ວຍການຂັດແຍ້ງ ແລະ ຄວາມຫຍາບຄາຍ. “ຜູ້ໃດສ້າງຄວາມສະຫງົບສຸກກໍເປັນສຸກ,” ພຣະອົງປະກາດ, “ເພາະວ່າພຣະເຈົ້າຈະຊົງເອີ້ນຜູ້ນັ້ນວ່າເປັນບຸດ.”1
ໂດຍເຄື່ອງປ້ອງກັນແຫ່ງສັດທາຂອງເຮົາໃນພຣະເຢຊູຄຣິດ, ເຮົາກາຍເປັນຄົນມັກສ້າງຄວາມສະຫງົບສຸກ, ເອົາຊະນະ—ໝາຍເຖິງການລະງັບ, ການເຮັດໃຫ້ເຢັນລົງ, ຫລື ການດັບມອດ—ລູກສອນໄຟທັງໝົດຂອງຜູ້ປໍລະປັກ.2
ເມື່ອເຮົາເຮັດພາກສ່ວນຂອງເຮົາ, ຄຳສັນຍາຂອງພຣະອົງຄື ເຮົາຈະຖືກເອີ້ນວ່າ “ລູກຂອງພຣະເຈົ້າ.” ທຸກຄົນທີ່ຢູ່ໃນໂລກເປັນ “ເຊື້ອສາຍ”3 ຂອງພຣະເຈົ້າ, ແຕ່ການຖືກເອີ້ນວ່າ “ລູກຂອງພຣະເຈົ້າ” ມີຄວາມໝາຍຫລາຍກວ່ານັ້ນ. ເມື່ອເຮົາມາຫາພຣະເຢຊູຄຣິດ ແລະ ເຮັດພັນທະສັນຍາກັບພຣະອົງ, ເຮົາກາຍເປັນ “ລູກຫລານ” ຂອງພຣະອົງ ແລະ “ທາຍາດຂອງອານາຈັກ,”4 “ລູກຂອງພຣະຄຣິດ, ບຸດຂອງພຣະອົງ, ແລະ ທິດາຂອງພຣະອົງ.”5
ຜູ້ສ້າງຄວາມສະຫງົບສຸກຈະລະງັບ ແລະ ເຮັດໃຫ້ລູກສອນໄຟເຢັນລົງໄດ້ແນວໃດ? ແນ່ນອນວ່າບໍ່ແມ່ນໂດຍການຫົດຕົວລົງຢູ່ຕໍ່ໜ້າຜູ້ທີ່ດູຖູກເຮົາ. ແທນທີ່ຈະເຮັດແນວນັ້ນ, ເຮົາສືບຕໍ່ໝັ້ນຄົງໃນສັດທາຂອງເຮົາ, ແບ່ງປັນຄວາມເຊື່ອຂອງເຮົາດ້ວຍຄວາມເຊື່ອໝັ້ນ ແຕ່ຈະຫລີກລ້ຽງຈາກການຄຽດແຄ້ນ ຫລື ການປອງຮ້າຍ.6
ເມື່ອບໍ່ດົນມານີ້, ຫລັງຈາກໄດ້ເຫັນຄວາມຄິດເຫັນຢ່າງຮຸນແຮງ ທີ່ວິຈານສາດສະໜາຈັກ, ຄຸນພໍ່ ເອມັສ ຊີ ບຣາວ, ຜູ້ນຳດ້ານສິດທິປະຊາຊົນ ແລະ ເປັນສິດຍາພິບານຂອງໂບດ Third Baptist ໃນເມືອງແຊນແຟນຊິດສະໂກ, ໄດ້ຕອບວ່າ:
“ຂ້າພະເຈົ້ານັບຖືປະສົບການ ແລະ ມຸມມອງຂອງບຸກຄົນທີ່ຂຽນຂໍ້ຄວາມເຫລົ່ານີ້. ແມ່ນແລ້ວ, ຂ້າພະເຈົ້າບໍ່ເຫັນດ້ວຍກັບສິ່ງທີ່ລາວເຫັນ.”
ຂ້າພະເຈົ້າຖືວ່າມັນເປັນຄວາມສຸກທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດຂອງຂ້າພະເຈົ້າ ທີ່ໄດ້ຮູ້ຈັກຜູ້ນຳເຫລົ່ານີ້ [ຂອງສາດສະໜາຈັກ], ລວມທັງປະທານຣະໂຊ ເອັມ ແນວສັນ. ພວກເພິ່ນ, ໃນການຄາດຄະເນຂອງຂ້າພະເຈົ້າ, ເປັນຕົວຢ່າງຂອງການເປັນຜູ້ນຳທີ່ດີທີ່ສຸດ ໃນປະເທດຂອງພວກເຮົາ.”
ເພິ່ນໄດ້ກ່າວຕື່ມວ່າ: “ເຮົາສາມາດເວົ້າຕໍ່ຕ້ານສິ່ງທີ່ເຄີຍເປັນມາ. ເຮົາສາມາດປະຕິເສດບໍ່ຮັບຮູ້ສິ່ງທີ່ດີທັງໝົດທີ່ເກີດຂຶ້ນໃນປະຈຸບັນ. … ແຕ່ວິທີການເຫລົ່ານີ້ຈະບໍ່ແກ້ໄຂຄວາມແຕກແຍກຂອງປະຊາຊາດຂອງພວກເຮົາໄດ້. … ດັ່ງທີ່ພຣະເຢຊູໄດ້ສິດສອນ, ເຮົາຈະບໍ່ກຳຈັດຄວາມຊົ່ວຮ້າຍດ້ວຍຄວາມຊົ່ວຮ້າຍຫລາຍຂຶ້ນ. ເຮົາຮັກຄວາມເອື້ອເຟື້ອເພື່ອແຜ່ ແລະ ດຳລົງຊີວິດດ້ວຍຄວາມເມດຕາ, ແມ່ນແຕ່ຕໍ່ຜູ້ທີ່ເຮົາຄິດວ່າເປັນສັດຕູຂອງເຮົາ.”7
ຄຸນພໍ່ບຣາວເປັນຄົນສ້າງຄວາມສະຫງົບສຸກ. ເພິ່ນເຮັດໃຫ້ລູກສອນໄຟເຢັນລົງດ້ວຍຄວາມນັບຖື. ຜູ້ເປັນຄົນສ້າງຄວາມສະຫງົບສຸກບໍ່ໄດ້ຢູ່ເສີຍໆ; ເຂົາເຈົ້າຖືກຊັກຊວນໃນວິທີທາງຂອງພຣະຜູ້ຊ່ວຍໃຫ້ລອດ.8
ແມ່ນຫຍັງເຮັດໃຫ້ເຮົາມີຄວາມເຂັ້ມແຂງພາຍໃນ ເພື່ອເຮັດໃຫ້ລູກສອນໄຟທີ່ດິ່ງໄປໃສ່ຄວາມຈິງທີ່ເຮົາຮັກເຢັນລົງ, ຖືກລະງັບ, ແລະ ມອດດັບໄດ້? ຄວາມເຂັ້ມແຂງມາຈາກສັດທາຂອງເຮົາໃນພຣະເຢຊູຄຣິດ ແລະ ສັດທາຂອງເຮົາໃນພຣະຄຳຂອງພຣະອົງ.
“ເມື່ອຄົນກ່າວນິນທາເຈົ້າທັງຫລາຍ, … ແລະ ເວົ້າຄວາມຊົ່ວອັນບໍ່ຈິງທຸກຢ່າງຕໍ່ສູ້ເຈົ້າທັງຫລາຍ ເພາະເຫັນແກ່ເຮົາ ພວກເຈົ້າກໍເປັນສຸກ.
“… ເພາະພວກເຈົ້າມີບຳເໜັດອັນຍິ່ງໃຫຍ່ໃນສະຫວັນແລ້ວ: ບັນດາ [ສາດສະດາ] ກໍຖືກຂົ່ມເຫັງຢ່າງດຽວກັນນີ້ແຫຼະ.”9
ຄວາມສຳຄັນຂອງອຳເພີໃຈ
ຫລັກທຳທີ່ສຳຄັນສອງຢ່າງຊີ້ນຳຄວາມປາດຖະໜາຂອງເຮົາທີ່ຈະເປັນຜູ້ສ້າງຄວາມສະຫງົບສຸກ.
ຢ່າງທີໜຶ່ງ, ພຣະບິດາເທິງສະຫວັນຂອງເຮົາໄດ້ມອບອຳເພີໃຈທາງສິນທຳໃຫ້ແຕ່ລະຄົນ, ດ້ວຍຄວາມສາມາດທີ່ຈະເລືອກເສັ້ນທາງຂອງຕົນເອງ.10 ອຳເພີໃຈນີ້ເປັນຂອງປະທານທີ່ຍິ່ງໃຫຍ່ທີ່ສຸດຢ່າງໜຶ່ງຂອງພຣະເຈົ້າ.
ຢ່າງທີສອງ, ດ້ວຍອຳເພີໃຈນີ້, ພຣະບິດາເທິງສະຫວັນຂອງເຮົາໄດ້ອະນຸຍາດໃຫ້ມີ “ການກົງກັນຂ້າມໃນທຸກຢ່າງ.”11 ເຮົາ “ໄດ້ຊີມລົດຊາດອັນຂົມຂື່ນ, ເພື່ອວ່າ [ເຮົາ] ຈະຮູ້ຈັກໃຫ້ຄຸນຄ່າແກ່ຄວາມດີ.”12 ການກົງກັນຂ້າມບໍ່ຄວນເຮັດໃຫ້ເຮົາແປກໃຈ. ເຮົາຮຽນຮູ້ທີ່ຈະຈຳແນກຄວາມດີຈາກຄວາມຊົ່ວ.
ເຮົາປິຕິຍິນດີໃນພອນແຫ່ງອຳເພີໃຈ, ໂດຍເຂົ້າໃຈວ່າຈະມີຫລາຍຄົນທີ່ບໍ່ເຊື່ອສິ່ງທີ່ເຮົາເຊື່ອ. ຕາມຈິງແລ້ວ, ມີໜ້ອຍຄົນໃນຍຸກສຸດທ້າຍທີ່ຈະເລືອກເຮັດໃຫ້ສັດທາຂອງພວກເຂົາໃນພຣະເຢຊູຄຣິດເປັນຈຸດໃຈກາງໃນທຸກສິ່ງທີ່ພວກເຂົາຄິດ ແລະ ກະທຳ.13
ຍ້ອນຖານສື່ສັງຄົມ, ສຽງດຽວຂອງຄວາມບໍ່ເຊື່ອຖື ກໍສາມາດປະກົດວ່າເປັນຈຳນວນຫລາຍສຽງທີ່ເປັນທາງລົບ, ແຕ່ເຖິງແມ່ນວ່າມັນເປັນຫລາຍສຽງ,14 ເຮົາກໍເລືອກເສັ້ນທາງຂອງຜູ້ສ້າງຄວາມສະຫງົບສຸກ.
ຜູ້ນຳຂອງພຣະຜູ້ເປັນເຈົ້າ
ບາງຄົນເບິ່ງຝ່າຍປະທານສູງສຸດ ແລະ ກຸ່ມອັກຄະສາວົກສິບສອງວ່າມີແຮງຈູງໃຈທາງໂລກ, ຄືກັນກັບຜູ້ນຳທາງດ້ານການເມືອງ, ທຸລະກິດ, ແລະ ວັດທະນະທຳ.
ເຖິງຢ່າງໃດກໍຕາມ, ເຮົາໄດ້ຮັບໜ້າທີ່ຮັບຜິດຊອບທີ່ແຕກຕ່າງກັນ. ເຮົາບໍ່ໄດ້ຖືກເລືອກຕັ້ງ ຫລື ຖືກເລືອກຈາກໃບສະໝັກ. ໂດຍບໍ່ມີການກະກຽມທາງດ້ານຄວາມຊ່ຽວຊານໃດໆ, ເຮົາຖືກເອີ້ນ ແລະ ຖືກແຕ່ງຕັ້ງໃຫ້ເປັນປະຈັກພະຍານເຖິງພຣະນາມຂອງພຣະເຢຊູຄຣິດຕະຫລອດທົ່ວໂລກ ຈົນເຖິງລົມຫາຍໃຈສຸດທ້າຍ. ເຮົາພະຍາຍາມທີ່ຈະເປັນພອນໃຫ້ແກ່ຄົນເຈັບປ່ວຍ, ຄົນໂດດດ່ຽວ, ຄົນທໍ້ແທ້ໃຈ, ແລະ ຄົນຍາກຈົນ ແລະ ຄ້ຳຈູນອານາຈັກຂອງພຣະເຈົ້າ. ເຮົາສະແຫວງຫາທີ່ຈະຮູ້ຈັກພຣະປະສົງຂອງພຣະຜູ້ເປັນເຈົ້າ ແລະ ປະກາດມັນ, ໂດຍສະເພາະກັບຜູ້ທີ່ສະແຫວງຫາຊີວິດນິລັນດອນ.15
ເຖິງແມ່ນວ່າຄວາມປາດຖະໜາທີ່ຖ່ອມຕົນຂອງເຮົາແມ່ນເພື່ອໃຫ້ຄຳສອນຂອງພຣະຜູ້ຊ່ວຍໃຫ້ລອດໄດ້ຮັບກຽດຈາກທຸກຄົນ, ແຕ່ພຣະຄຳຂອງພຣະຜູ້ເປັນເຈົ້າຜ່ານທາງສາດສະດາຂອງພຣະອົງ ມັກຈະຂັດກັບແນວຄິດ ແລະ ແນວໂນ້ມຂອງໂລກ. ມັນເຄີຍເປັນແບບນັ້ນສະເໝີມາ.16
ພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວກັບອັກຄະສາວົກຂອງພຣະອົງວ່າ:
“ຖ້າໂລກ [ກຽດຊັງ] ເຈົ້າ, ເຈົ້າກໍຮູ້ວ່າມັນກຽດຊັງເຮົາກ່ອນທີ່ມັນຈະກຽດຊັງເຈົ້າ. …
“… ສິ່ງທັງໝົດນີ້ພວກເຂົາຈະເຮັດ … ເພາະວ່າ ບໍ່ຮູ້ຈັກພຣະອົງ ທີ່ໄດ້ໃຊ້ເຮົາມາ.”17
ຫ່ວງໃຍທຸກຄົນ
ເຮົາກໍສາມາດຮັກເພື່ອນບ້ານຂອງເຮົາດ້ວຍຄວາມຈິງໃຈ, ບໍ່ວ່າເຂົາເຈົ້າເຊື່ອຄືກັບເຮົາຫລືບໍ່ກໍຕາມ. ພຣະເຢຊູໄດ້ສິດສອນເຮົາໃນຄຳອຸປະມາເລື່ອງໄທຊາມາເຣຍຜູ້ໃຈດີວ່າ ຜູ້ທີ່ມີຄວາມເຊື່ອແຕກຕ່າງກັນ ຄວນເອື້ອມອອກໄປຫາຄົນທີ່ຂັດສົນດ້ວຍຄວາມຈິງໃຈ, ເປັນຄົນສ້າງຄວາມສະຫງົບສຸກ, ແລະ ສະແຫວງຫາອຸດົມການທີ່ດີ ແລະ ມີກຽດ.
ໃນເດືອນກຸມພາ, ຫົວຂໍ້ຂ່າວ Arizona Republic ກ່າວວ່າ, “ກົດໝາຍສອງຝ່າຍທີ່ຮັບຮູ້ໂດຍໄພ່ພົນຍຸກສຸດທ້າຍຈະປົກປ້ອງຊາວອາຣິໂຊນາທີ່ເປັນກະເທີຍ ແລະ ຄົນປ່ຽນເພດ.”18
ພວກເຮົາ, ໃນຖານະໄພ່ພົນຍຸກສຸດທ້າຍ, ກໍ “ຍິນດີທີ່ຈະເປັນສ່ວນໜຶ່ງໃນພັນທະມິດກັບສາດສະໜາອື່ນ, ທຸລະກິດຕ່າງໆ, ກຸ່ມຄົນ LGBTQ ແລະ ຜູ້ນຳຊຸມຊົນ ຜູ້ໄດ້ທຳງານຮ່ວມກັນດ້ວຍທັດສະນະຂອງຄວາມໄວ້ວາງໃຈ ແລະ ການນັບຖືກັນແລະກັນ.”19
ປະທານຣະໂຊ ເອັມ ແນວສັນ ຄັ້ງໜຶ່ງເຄີຍຖາມເພື່ອໃຫ້ຄິດວ່າ, “ຂໍໃຫ້ເປັນເສັ້ນຊາຍແດນ ແທນທີ່ຈະເປັນເສັ້ນຮົບໄດ້ບໍ?”20
ພວກເຮົາພະຍາຍາມເປັນ “ຜູ້ທີ່ຮັກສັນຕິສຸກຂອງພຣະຄຣິດ.”21
ເວລາທີ່ບໍ່ໂຕ້ຕອບ
ການໂຈມຕີພຣະຜູ້ຊ່ວຍໃຫ້ລອດບາງຢ່າງແມ່ນຮ້າຍແຮງຫລາຍ ຈົນວ່າພຣະອົງບໍ່ໄດ້ກ່າວຫຍັງ. “ພວກຫົວໜ້າປະໂລຫິດ ແລະ ພວກທຳມະຈານ … ກ່າວຟ້ອງພຣະອົງ [ຢ່າງຮຸນແຮງ] … ແລະ ດູໝິ່ນພຣະອົງ,” ແຕ່ພຣະເຢຊູ “ບໍ່ໄດ້ຕອບ [ພວກເຂົາ] ເລີຍ.”22 ມີບາງຄັ້ງເມື່ອເປັນຄົນສ້າງຄວາມສະຫງົບສຸກ ໝາຍຄວາມວ່າເຮົາຕ້ານທານກັບແຮງກະຕຸ້ນໃຫ້ຕອບ ແລະ ແທນທີ່ຈະເຮັດແນວນັ້ນ, ເຮົາສະຫງົບດ້ວຍກຽດສັກສີ.23
ມັນເປັນຄວາມໂສກເສົ້າສຳລັບເຮົາທຸກຄົນເມື່ອຖ້ອຍຄຳທີ່ຫຍາບຄາຍ ຫລື ໝິ່ນປະໝາດພຣະຜູ້ຊ່ວຍໃຫ້ລອດ, ຜູ້ຕິດຕາມພຣະອົງ, ແລະ ສາດສະໜາຈັກຂອງພຣະອົງຖືກກ່າວ ຫລື ຖືກເຜີຍແຜ່ໂດຍຜູ້ທີ່ເຄີຍເປັນສະມາຊິກນຳກັນ, ຮັບເອົາສິນລະລຶກນຳກັນ, ແລະ ເປັນພະຍານນຳກັນເຖິງພາລະກິດແຫ່ງສະຫວັນຂອງພຣະເຢຊູຄຣິດ.24
ສິ່ງນີ້ກໍໄດ້ເກີດຂຶ້ນລະຫວ່າງການປະຕິບັດສາດສະໜາກິດຂອງພຣະຜູ້ຊ່ວຍໃຫ້ລອດຄືກັນ.
ສານຸສິດຂອງພຣະເຢຊູບາງຄົນທີ່ໄດ້ຢູ່ກັບພຣະອົງໃນລະຫວ່າງການອັດສະຈັນທີ່ຍິ່ງໃຫຍ່ ໄດ້ຕັ້ງໃຈທີ່ຈະ “ບໍ່ [ເດີນ] ໄປກັບພຣະອົງອີກ.”25 ໜ້າເສຍໃຈທີ່, ບໍ່ແມ່ນທຸກຄົນຈະຍຶດໝັ້ນໃນຄວາມຮັກຂອງພວກເຂົາຕໍ່ພຣະຜູ້ຊ່ວຍໃຫ້ລອດ ແລະ ຄວາມຕັ້ງໃຈຂອງພວກເຂົາທີ່ຈະຮັກສາພຣະບັນຍັດຂອງພຣະອົງ.26
ພຣະເຢຊູໄດ້ສິດສອນເຮົາໃຫ້ຖອນຕົວອອກຈາກບ່ອນທີ່ມີຄວາມຄຽດແຄ້ນ ແລະ ມີການຂັດແຍ້ງ. ໃນຕົວຢ່າງໜຶ່ງ, ຫລັງຈາກພວກຟາຣີຊາຍໄດ້ປະເຊີນໜ້າກັບພຣະເຢຊູ ແລະ ໄດ້ປຶກສາກັນວ່າຈະທຳລາຍພຣະອົງແນວໃດ, ພຣະຄຳພີກ່າວວ່າພຣະເຢຊູໄດ້ຖອນຕົວອອກຈາກພວກເຂົາ,27 ແລະ ການອັດສະຈັນໄດ້ເກີດຂຶ້ນ ເມື່ອມີ “ປະຊາຊົນຢ່າງຫລວງຫລາຍໄດ້ຕິດຕາມພຣະອົງໄປ, ພຣະອົງໄດ້ຊົງໂຜດຮັກສາທຸກຄົນໃຫ້ດີພະຍາດ.”28
ເປັນພອນໃຫ້ແກ່ຊີວິດຂອງຄົນອື່ນ
ເຮົາກໍສາມາດຖອຍໜີຈາກການຂັດແຍ້ງ ແລະ ເປັນພອນໃຫ້ແກ່ຊີວິດຂອງຄົນອື່ນໄດ້29 ໃນຂະນະທີ່ບໍ່ໄດ້ແຍກຕົວຢູ່ຄົນດຽວ.
ໃນເມືອງເອັມບູຈີ-ເມຢີ, ສາທາລະນະລັດປະຊາທິປະໄຕຄອງໂກ, ໃນຕອນຕົ້ນບາງຄົນໄດ້ວິຈານສາດສະໜາຈັກ, ບໍ່ເຂົ້າໃຈຄວາມເຊື່ອຂອງພວກເຮົາ ຫລື ຮູ້ຈັກສະມາຊິກຂອງພວກເຮົາ.
ດົນນານມາແລ້ວ, ແຄຕີ ແລະ ຂ້າພະເຈົ້າໄດ້ໄປຮ່ວມການຮັບໃຊ້ພິເສດຂອງສາດສະໜາຈັກໃນເມືອງເອັມບູຈີ-ເມຢີ. ກຸ່ມເດັກນ້ອຍໄດ້ນຸ່ງເຄື່ອງຮຽບຮ້ອຍດີ, ແລະ ຍິ້ມຢ່າງໃຫຍ່. ຂ້າພະເຈົ້າຫວັງວ່າຈະເວົ້າກັບພວກເຂົາກ່ຽວກັບການສຶກສາຂອງພວກເຂົາ ແຕ່ໄດ້ຍິນວ່າຫລາຍຄົນບໍ່ໄດ້ເຂົ້າໂຮງຮຽນ. ຜູ້ນຳຂອງພວກເຮົາ, ດ້ວຍທຶນມະນຸດສະທຳເລັກນ້ອຍ, ໄດ້ຊອກຫາທາງຊ່ວຍເຫລືອ.30 ປະຈຸບັນນີ້, ມີນັກສຶກສາ—ເດັກຍິງ ແລະ ຊາຍ, ສະມາຊິກ ແລະ ທັງຜູ້ທີ່ບໍ່ໄດ້ນັບຖືສາດສະໜາຂອງພວກເຮົາຫລາຍກວ່າ 400 ຄົນ—ໄດ້ຮັບການຕ້ອນຮັບ ແລະ ສິດສອນໂດຍນາຍຄູ 16 ຄົນ ທີ່ເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດ.
ຄາລາງກາ ມູຢາ ອາຍຸສິບສີ່ປີ ໄດ້ເວົ້າວ່າ, “[ໂດຍທີ່ມີເງິນໜ້ອຍ,] ຂ້ານ້ອຍບໍ່ໄດ້ເຂົ້າໂຮງຮຽນເປັນເວລາສີ່ປີ. … ຂ້ານ້ອຍມີຄວາມກະຕັນຍູຫລາຍສຳລັບສິ່ງທີ່ສາດສະໜາຈັກໄດ້ເຮັດ. … ດຽວນີ້ຂ້ານ້ອຍສາມາດອ່ານ, ຂຽນ, ແລະ ເວົ້າພາສາຝຣັ່ງໄດ້.”31 ເມື່ອເວົ້າກ່ຽວກັບການລິເລີ່ມນີ້, ເຈົ້າເມືອງເອັມບູຈີ-ມາຢີ ໄດ້ກ່າວວ່າ, “ຂ້າພະເຈົ້າໄດ້ຮັບການດົນໃຈຈາກສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ເພາະວ່າໃນຂະນະທີ່ໂບດ [ອື່ນໆ] ກຳລັງແຍກກັນຢູ່ຄົນລະແຈ … [ແຕ່ພວກທ່ານກຳລັງເຮັດວຽກ] ກັບ [ຄົນອື່ນໆ] ເພື່ອຊ່ວຍຊຸມຊົນທີ່ຂັດສົນ.”32
ຮັກຊຶ່ງກັນແລະກັນ
ທຸກເທື່ອທີ່ຂ້າພະເຈົ້າອ່ານ ໂຢຮັນ ບົດທີ 13, ຂ້າພະເຈົ້າຖືກເຕືອນໃຈເຖິງຕົວຢ່າງອັນສົມບູນຂອງພຣະຜູ້ຊ່ວຍໃຫ້ລອດ ໃນຖານະເປັນຜູ້ສ້າງຄວາມສະຫງົບສຸກ. ພຣະເຢຊູໄດ້ລ້າງຕີນໃຫ້ອັກຄະສາວົກດ້ວຍຄວາມຮັກ. ແລ້ວເຮົາອ່ານ “ພຣະອົງກໍວຸ້ນວາຍໃຈ”33 ເມື່ອພຣະອົງຄິດເຖິງຄົນໜຶ່ງທີ່ພຣະອົງຮັກ ທີ່ກຳລັງກຽມທໍລະຍົດຕໍ່ພຣະອົງ. ຂ້າພະເຈົ້າໄດ້ພະຍາຍາມຈິນຕະນາການເຖິງຄວາມຄິດ ແລະ ຄວາມຮູ້ສຶກຂອງພຣະຜູ້ຊ່ວຍໃຫ້ລອດ ໃນຂະນະທີ່ຢູດາຈາກໄປ. ໜ້າສົນໃຈທີ່, ໃນຊ່ວງເວລາທີ່ມີສະຕິລະວັງຕົວນັ້ນ, ພຣະເຢຊູບໍ່ໄດ້ເວົ້າກ່ຽວກັບ “ຄວາມວຸ້ນວາຍໃຈ” ຂອງພຣະອົງ ຫລື ກ່ຽວກັບການທໍລະຍົດ. ແທນທີ່ຈະເຮັດແນວນັ້ນ, ພຣະອົງໄດ້ເວົ້າກັບອັກຄະສາວົກຂອງພຣະອົງກ່ຽວກັບຄວາມຮັກ, ຊຶ່ງພຣະຄຳຂອງພຣະອົງມີອິດທິພົນເປັນເວລາຫລາຍສັດຕະວັດ:
“ເຮົາມອບກົດບັນຍັດຂໍ້ໃໝ່ໃຫ້ພວກເຈົ້າຄື, ຈົ່ງຮັກຊຶ່ງກັນແລະກັນ; ເຮົາຮັກພວກເຈົ້າຢ່າງໃດ, ພວກເຈົ້າກໍຈົ່ງຮັກຊຶ່ງກັນແລະກັນຢ່າງນັ້ນ. …
“ຖ້າພວກເຈົ້າຮັກຊຶ່ງກັນແລະກັນ, ທຸກຄົນກໍຈະຮູ້ວ່າພວກເຈົ້າເປັນສາວົກຂອງເຮົາ.”34
ຂໍໃຫ້ເຮົາຈົ່ງຮັກພຣະອົງ ແລະ ຮັກຊຶ່ງກັນແລະກັນ. ຂໍໃຫ້ເຮົາເປັນຜູ້ສ້າງຄວາມສະຫງົບສຸກ, ເພື່ອວ່າເຮົາຈະໄດ້ຖືກເອີ້ນວ່າ “ລູກຂອງພຣະເຈົ້າ,” ຂ້າພະເຈົ້າອະທິຖານໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.