ການສິດສອນການກຸ້ມຕົນເອງໃຫ້ແກ່ເດັກ ແລະ ຊາວໜຸ່ມ
ຂໍໃຫ້ເຮົາເຮັດຕາມພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ແລະ ພຣະກິດຕິຄຸນຂອງພຣະອົງ ໂດຍການກຸ້ມຕົນເອງຕະຫລອດຊົ່ວຊີວິດຂອງເຮົາ ແລະ ສິດສອນສິ່ງນີ້ໃຫ້ກັບລູກຫລານ ແລະ ຊາວໜຸ່ມຂອງເຮົາ.
ຂ້າພະເຈົ້າຈະເວົ້າກ່ຽວກັບການກຸ້ມຕົນເອງ ແລະ ວິທີສິດສອນມັນໃຫ້ແກ່ເດັກ ແລະ ຊາວໜຸ່ມ. ການກຸ້ມຕົນເອງອາດຈະຖືກເບິ່ງວ່າເປັນເລື່ອງຂອງຜູ້ໃຫຍ່. ຂ້າພະເຈົ້າໄດ້ມາຮູ້ຈັກແລ້ວວ່າຜູ້ໃຫຍ່ສາມາດຢູ່ໃນເສັ້ນທາງໄປຫາການກຸ້ມຕົນເອງທີ່ດີທີ່ສຸດໄດ້ກໍຕໍ່ເມື່ອເຂົາເຈົ້າໄດ້ຖືກສິດສອນເຖິງພຣະກິດຕິຄຸນຂອງພຣະເຢຊູຄຣິດ ແລະ ໄດ້ປະຕິບັດຕາມຄຳສອນ ແລະ ຫລັກທຳໃນບ້ານຕັ້ງແຕ່ຍັງເປັນເດັກ ແລະ ຈົນກາຍເປັນຊາວໜຸ່ມ.
ພາບປະກອບທີ່ດີທີ່ສຸດຄືຕົວຢ່າງໃນຊີວິດຈິງ. ວິວຝຣີດ ວານີ, ພ້ອມດ້ວຍອ້າຍເອື້ອຍນ້ອງອີກເຈັດຄົນ, ແລະ ແມ່ຂອງລາວໄດ້ເຂົ້າຮ່ວມສາດສະໜາຈັກໃນເມືອງອາບິຈານ, ປະເທດໄອໂວຣີ ໂຄສ໌, ຕອນທີ່ລາວອາຍຸໄດ້ຫົກປີ. ລາວໄດ້ຮັບບັບຕິສະມາຕອນອາຍຸແປດປີ. ພໍ່ຂອງລາວ, ຜູ້ທີ່ເປັນເສົາຫລັກໃນການຈັດຫາໃຫ້ຄອບຄົວ, ໄດ້ເສຍຊີວິດໃນຕອນທີ່ວິວຝຣີດອາຍຸໄດ້ສິບເອັດປີ.
ເຖິງແມ່ນວ່າຈະໂສກເສົ້າກັບສະຖານະການໃນຄອບຄົວ, ວິວຝຣີດໄດ້ຕັດສິນໃຈຮຽນຕໍ່, ດ້ວຍກຳລັງໃຈຈາກແມ່ຂອງລາວ ແລະ ດ້ວຍການສະໜັບສະໜູນຈາກສາດສະໜາຈັກ. ລາວໄດ້ຮຽນຈົບຊັ້ນມັດທະຍົມຕົ້ນ ແລະ ໄດ້ຮັບໃຊ້ເປັນຜູ້ສອນສາດສະໜາເຕັມເວລາໃນເຂດເຜີຍແຜ່ ການາ ເຄບ ໂຄສ໌, ບ່ອນທີ່ລາວໄດ້ຮຽນພາສາອັງກິດ. ຫລັງຈາກການເຜີຍແຜ່ຂອງລາວ, ລາວໄດ້ເຂົ້າມະຫາວິທະຍາໄລ ແລະ ໄດ້ຮັບປະລິນຍາໃນສາຂາບັນຊີ ແລະ ການເງິນ. ເຖິງແມ່ນວ່າມັນເປັນເລື່ອງຍາກທີ່ຈະໄດ້ວຽກເຮັດງານທຳໃນສາຂານີ້, ແຕ່ລາວໄດ້ພົບວຽກກ່ຽວກັບການທ່ອງທ່ຽວ ແລະ ການບໍລິການ.
ລາວໄດ້ເລີ່ມຈາກການເປັນພະນັກງານເສີບໃນໂຮງແຮມຫ້າດາວ, ແຕ່ຄວາມປາດຖະໜາອັນແຮງກ້າຂອງລາວໃນການພັດທະນາໄດ້ຜັກດັນໃຫ້ລາວຮຽນຮູ້ເພີ່ມເຕີມຈົນລາວກາຍເປັນພະນັກງານຕ້ອນຮັບສອງພາສາຢູ່ທີ່ນັ້ນ. ເມື່ອໂຮງແຮມໃໝ່ເປີດ, ລາວໄດ້ຖືກຈ້າງໃຫ້ເປັນຜູ້ກວດສອບບັນຊີກາງຄືນ. ຕໍ່ມາ, ລາວໄດ້ລົງທະບຽນຮຽນໃນ BYU–Pathway Worldwide ແລະ ປະຈຸບັນກຳລັງສຶກສາໃນຫລັກສູດເພື່ອຮັບໃບປະກາດໃນສາຂາການຈັດການຕ້ອນຮັບ ແລະ ການທ່ອງທ່ຽວ. ຄວາມປາດຖະໜາຂອງລາວແມ່ນຈັກມື້ໜຶ່ງຈະໄດ້ເປັນຜູ້ຈັດການໂຮງແຮມລະດັບສູງ. ວິວຝຣີດສາມາດຫາລ້ຽງຄູ່ນິລັນດອນຂອງລາວ ແລະ ລູກໆອີກສອງຄົນ, ພ້ອມທັງຊ່ວຍເຫລືອແມ່ຂອງລາວ ແລະ ນ້ອງໆຂອງລາວນຳອີກ. ປະຈຸບັນລາວໄດ້ຮັບໃຊ້ໃນສາດສະໜາຈັກໃນຖານະສະມາຊິກສະພາສູງຂອງສະເຕກ.
ການກຸ້ມຕົນເອງ ໝາຍເຖິງ “ຄວາມສາມາດ, ຄວາມຕັ້ງໃຈ, ແລະ ຄວາມພະຍາຍາມທີ່ຈະຈັດຫາສິ່ງຈຳເປັນທາງໂລກ ແລະ ທາງວິນຍານໃຫ້ຕົວເອງ ແລະ ຄອບຄົວ.”1 ການມຸ່ງໝັ້ນໃຫ້ກຸ້ມຕົນເອງເປັນສ່ວນໜຶ່ງຂອງວຽກງານຂອງເຮົາຕາມເສັ້ນທາງພັນທະສັນຍາທີ່ນຳເຮົາກັບຄືນໄປຫາພຣະບິດາເທິງສະຫວັນ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ. ມັນຈະເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາຂອງເຮົາໃນພຣະເຢຊູຄຣິດ ແລະ ຜູກມັດເຂົ້າກັບພຣະອົງຢ່າງມີຄວາມສຸກຜ່ານທາງພັນທະສັນຍາ ແລະ ພິທີການແຫ່ງຄວາມລອດ ແລະ ຄວາມສູງສົ່ງ. ການກຸ້ມຕົນເອງເປັນຄຳສອນຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ, ບໍ່ແມ່ນໂຄງການ. ມັນເປັນຂະບວນການທີ່ຄົງຢູ່ຕະຫລອດຊີວິດ, ບໍ່ແມ່ນເຫດການໃດໜຶ່ງ.
ເຮົາກາຍເປັນຄົນກຸ້ມຕົນເອງຕະຫລອດຊີວິດຂອງເຮົາໄດ້ ໂດຍການເຕີບໃຫຍ່ໃນຄວາມເຂັ້ມແຂງທາງວິນຍານ, ປັບປຸງສຸຂະພາບຮ່າງກາຍ ແລະ ຈິດໃຈຂອງເຮົາ, ສະແຫວງຫາການສຶກສາ ແລະ ການງານຂອງເຮົາ, ແລະ ການກຽມພ້ອມທາງໂລກ.2 ວຽກງານນີ້ເຄີຍສຳເລັດໃນຊ່ວງການມີຊີວິດຂອງເຮົາບໍ? ບໍ່ເລີຍ, ມັນເປັນຂະບວນການຕະຫລອດຊີວິດຂອງການຮຽນຮູ້, ເຕີບໃຫຍ່, ແລະ ເຮັດວຽກ. ມັນບໍ່ເຄີຍສິ້ນສຸດ; ມັນເປັນຂະບວນການປະຈຳວັນ, ຢ່າງຕໍ່ເນື່ອງ.
ເຮົາສາມາດສິດສອນຄຳສອນ ແລະ ຫລັກທຳແຫ່ງການກຸ້ມຕົນເອງໃຫ້ກັບເດັກ ແລະ ຊາວໜຸ່ມຂອງເຮົາແນວໃດ? ວີທີທາງໜຶ່ງທີ່ສຳຄັນແມ່ນການນຳໃຊ້ໂຄງການເດັກ ແລະ ຊາວໜຸ່ມ ເປັນປະຈຳ. ພໍ່ແມ່ ແລະ ລູກໆຮຽນຮູ້ພຣະກິດຕິຄຸນຂອງພຣະເຢຊູຄຣິດ, ມີສ່ວນຮ່ວມໃນການຮັບໃຊ້ ແລະ ກິດຈະກຳຕ່າງໆ, ແລະ ເຮັດວຽກຮ່ວມກັນໃນການພັດທະນາຕົນເອງໃນສີ່ດ້ານທີ່ເປັນເອກະລັກສະເພາະສຳລັບເດັກແຕ່ລະຄົນ. ມັນບໍ່ແມ່ນໂຄງການທີ່ກຳນົດໄວ້ແບບດຽວກັນສຳລັບທຸກຄົນອີກຕໍ່ໄປ.
Children’s Guidebook ກ່າວວ່າ: “ໃນຕອນທີ່ພຣະເຢຊູອາຍຸເທົ່າກັບເຈົ້າ, ພຣະອົງໄດ້ຮຽນຮູ້ ແລະ ເຕີບໃຫຍ່. ເຈົ້າກໍກຳລັງຮຽນຮູ້ ແລະ ເຕີບໃຫຍ່ເຊັ່ນກັນ. ພຣະຄຳພີກ່າວວ່າ: ‘ພຣະເຢຊູໄດ້ຈະເລີນເຕີບໃຫຍ່ຂຶ້ນໃນດ້ານສະຕິປັນຍາ ແລະ ດ້ານຮ່າງກາຍ, ແລະ ເປັນທີ່ຊອບໃຈທັງພຣະເຈົ້າ ແລະ ມະນຸດ’ (ລູກາ 2:52).”3 ຂໍ້ພຣະຄຳພີນີ້ໝາຍເຖິງການເຕີບໃຫຍ່ ແລະ ການຮຽນຮູ້ໃນດ້ານທາງວິນຍານ, ເປັນທີ່ໂປດປານກັບພຣະເຈົ້າ, ດ້ານສັງຄົມ, ເປັນທີ່ໂປດປານກັບມະນຸດ, ດ້ານຮ່າງກາຍ, ຈະເລີນເຕີບໃຫຍ່, ແລະ ດ້ານສະຕິປັນຍາ, ມີຄວາມສະຫລາດຫລັກແຫລມ. ການພັດທະນາເຫລົ່ານີ້ກ່ຽວຂ້ອງກັບເຮົາທຸກຄົນ, ບໍ່ວ່າເຮົາຈະມີອາຍຸນ້ອຍຫລາຍເທົ່າໃດ. ເຮົາສິດສອນເຂົາເຈົ້າເມື່ອໃດ? ໃນ ພຣະບັນຍັດສອງ 6:6–7 ເຮົາອ່ານວ່າ:
“ຢ່າລືມຂໍ້ຄຳສັ່ງ, ທີ່ຂ້າພະເຈົ້າກຳລັງໃຫ້ພວກເຈົ້າໃນວັນນີ້, ຈັກເທື່ອ:
“ຈົ່ງສັ່ງສອນລູກຫລານຂອງພວກເຈົ້າໃຫ້ຮຽນຮູ້ເອົາ, ໃຫ້ພວກເຈົ້າເວົ້າຫລຳໄປຫລຳມາ, ບໍ່ວ່າເມື່ອຢູ່ໃນເຮືອນ ຫລື ທຽວທາງກໍດີ, ເມື່ອພັກຜ່ອນ, ຫລື ເຮັດວຽກກໍດີ.”
ເຮົາສິດສອນສິ່ງເຫລົ່ານີ້ໃຫ້ກັບເດັກນ້ອຍໂດຍການເປັນຕົວຢ່າງທີ່ດີ, ໂດຍການເຮັດວຽກ ແລະ ການຮັບໃຊ້ຮ່ວມກັບພວກເຂົາ, ສຶກສາພຣະຄຳພີ, ແລະ ເຮັດຕາມຄຳສອນຂອງພຣະເຢຊູຄຣິດດັ່ງທີ່ໄດ້ສິດສອນໂດຍສາດສະດາ.
ດັ່ງທີ່ຂ້າພະເຈົ້າໄດ້ກ່າວໄປແລ້ວໃນໂຄງການເດັກ ແລະ ຊາວໜຸ່ມ, ເດັກນ້ອຍຈະເລືອກເປົ້າໝາຍທີ່ແຕກຕ່າງກັນໃນແຕ່ລະດ້ານຂອງການພັດທະນາທັງສີ່ດ້ານ. ມັນສຳຄັນທີ່ເຂົາເຈົ້າຈະສ້າງເປົ້າໝາຍຂອງແຕ່ລະດ້ານດ້ວຍຕົວຂອງເຂົາເອງ. ພໍ່ແມ່ ແລະ ຜູ້ນຳສາມາດສິດສອນ, ໃຫ້ຄຳປຶກສາ, ແລະ ສະໜັບສະໜູນ.
ຍົກຕົວຢ່າງ, ມິຣານດາ ຫລານສາວຂອງພວກເຮົາມີແຮງຈູງໃຈຫລາຍໃນການເຕີບໃຫຍ່ທາງວິນຍານໂດຍການເຂົ້າຮ່ວມຫ້ອງຮຽນສາດສະໜາແຕ່ເຊົ້າໆຂອງທຸກມື້. ລາວໄດ້ເລີ່ມສົນໃຈໂດຍການໄດ້ຍິນຄວາມຄິດເຫັນຕ່າງໆໃນທາງບວກຈາກນັກຮຽນຄົນອື່ນໆໃນຫ້ອງຮຽນສາດສະໜາໃນຫວອດຂອງລາວ. ແມ່ຂອງລາວບໍ່ຈຳເປັນຕ້ອງໄດ້ປຸກລາວໃຫ້ຕື່ນມາຮຽນ. ດ້ວຍຕົວລາວເອງ, ລາວຕື່ນຂຶ້ນມາ ແລະ ເຂົ້າຮຽນໂດຍຜ່ານການປະຊຸມທາງວິດີໂອ ໃນເວລາ 6:20 ຂອງຕອນເຊົ້າ ຍ້ອນລາວໄດ້ພັດທະນານິໄສທີ່ດີ ທີ່ຊ່ວຍໃຫ້ລາວເຮັດແບບນັ້ນໄດ້. ບໍ່ດົນມານີ້ພໍ່ແມ່ຂອງຂ້າພະເຈົ້າໄດ້ບອກຂ້າພະເຈົ້າວ່າ ຕອນນີ້ມິຣານດາເວົ້າຫລາຍຂຶ້ນເມື່ອລາວໄດ້ມາຢ້ຽມຢາມພວກເພິ່ນ, ເນື່ອງຈາກວ່າລາວໄດ້ມີຄວາມໝັ້ນໃຈໃນຕົວເອງຫລາຍຂຶ້ນ. ສິ່ງເຫລົ່ານີ້ເປັນບົດຮຽນສຳລັບຊີວິດ ແລະ ການເຕີບໃຫຍ່ທີ່ເຫັນຜົນໄດ້ຢ່າງຊັດເຈນ.
ພໍ່ແມ່, ພໍ່ຕູ້ແມ່ຕູ້, ຜູ້ນຳ, ແລະ ໝູ່ເພື່ອນໄດ້ຊ່ວຍໃນການເຕີບໃຫຍ່ ແລະ ການພັດທະນາສຳລັບເດັກ. ອ້າຍເອື້ອຍນ້ອງຜູ້ປະຕິບັດສາດສະໜາກິດຢ່າງເຕັມທີ່, ພ້ອມກັບຜູ້ດຳລົງຖານະປະໂລຫິດ ແລະ ຜູ້ນຳອົງການຕ່າງໆຂອງຫວອດ, ຈະໃຫ້ການສະໜັບສະໜູນ. “ຄອບຄົວ: ການປະກາດຕໍ່ໂລກ” ກ່າວວ່າ “ໃນແຜນຂອງພຣະເຈົ້ານັ້ນແມ່ນວ່າ, ພໍ່ຈະເປັນຜູ້ນຳພາຄອບຄົວຂອງຕົນດ້ວຍຄວາມຮັກ ແລະ ດ້ວຍຄວາມຊອບທຳ ແລະ ມີໜ້າທີ່ຮັບຜິດຊອບທີ່ຈະຈັດຫາສິ່ງທີ່ຈຳເປັນຕ່າງໆ ແລະ ປົກປັກຮັກສາຄອບຄົວຂອງຕົນ. ຜູ້ເປັນແມ່ມີໜ້າທີ່ຮັບຜິດຊອບຕົ້ນຕໍທີ່ຈະລ້ຽງດູລູກເຕົ້າຂອງຕົນ. ໃນໜ້າທີ່ຮັບຜິດຊອບອັນສັກສິດນີ້, ພໍ່ແມ່ຕ້ອງໄດ້ຊ່ວຍກັນແລະກັນ ແລະ ເປັນຫຸ້ນສ່ວນທີ່ເທົ່າທຽມກັນ. … ຍາດຕິພີ່ນ້ອງຄວນຊ່ວຍເຫລືອກັນໃນຍາມຂັດສົນ.”4 ໃນແຖວສຸດທ້າຍນັ້ນໝາຍເຖິງພໍ່ຕູ້ແມ່ຕູ້, ແລະ ຄົນອື່ນໆ.
ຂະນະທີ່ພວກເຮົາຮັບໃຊ້ຢູ່ອາຟຣິກາຕາເວັນຕົກ, ພັນລະຍາຂອງຂ້າພະເຈົ້າ, ນູເຣຍ, ໄດ້ປະຕິບັດສາດສະໜາກິດຢ່າງດີເລີດຕໍ່ຄອບຄົວ ແລະ ລູກຫລານຂອງພວກເຮົາທີ່ຢູ່ຫ່າງໄກ ແລະ ຕິດຕໍ່ຫາເຂົາເຈົ້າເປັນປະຈຳ. ລາວເຮັດແບບນີ້ໄດ້ໂດຍການນຳໃຊ້ເທັກໂນໂລຈີ. ລາວອ່ານປຶ້ມໃຫ້ຫລານນ້ອຍຟັງ. ລາວໄດ້ສິດສອນຫລານສາວຜູ້ໃຫຍ່ໃນຫົວຂໍ້ເຊັ່ນເລື່ອງລາວຂອງຄອບຄົວພວກເຮົາ, ເລື່ອງວິທະຍາສາດ, ປະຫວັດສາດຂອງ ເປີໂຕ ຣິໂກ, ຫລັກແຫ່ງຄວາມເຊື່ອ, ແລະ ພຣະກິດຕິຄຸນຂອງພຣະເຢຊູຄຣິດ. ໄລຍະທາງໃນປະຈຸບັນນີ້ບໍ່ໄດ້ຈຳກັດການຕິດຕໍ່, ການເປັນພາກສ່ວນ, ແລະ ການປະຕິບັດສາດສະໜາກິດຕໍ່, ແລະ ການສິດສອນລູກຫລານລຸ້ນໃໝ່ຂອງຄອບຄົວພວກເຮົາ. ຂ້າພະເຈົ້າກໍໄດ້ເຂົ້າຮ່ວມກັບນູເຣຍເທົ່າທີ່ຂ້າພະເຈົ້າເຮັດໄດ້ເຊັ່ນກັນ ເພື່ອສິດສອນຫລານໆທີ່ລ້ຳຄ່າຂອງພວກເຮົາ, ຮັກພວກເຂົາ, ແລະ ຕາມໃຈພວກເຂົາ ແລະ ເຮັດໃຫ້ພວກເຂົາຫົວ.
ທ່ານຄວນສັງເກດການດົນໃຈທີ່ຄ້າຍຄືກັນລະຫວ່າງໂຄງການເດັກ ແລະ ຊາວໜຸ່ມ ແລະ ການສ້າງການກຸ້ມຕົນເອງ. ການພັດທະນາທັງສີ່ດ້ານໃນແຕ່ລະດ້ານແມ່ນຄ້າຍຄືກັນຫລາຍ. ຄວາມເຂັ້ມແຂງທາງວິນຍານໃນການກຸ້ມຕົນເອງແມ່ນກ່ຽວພັນກັບທາງວິນຍານໃນເດັກ ແລະ ຊາວໜຸ່ມ. ສຸຂະພາບຮ່າງກາຍ ແລະ ຈິດໃຈໃນການກຸ້ມຕົນເອງເຊື່ອມຕໍ່ເຂົ້າກັບທາງຮ່າງກາຍ ແລະ ສັງຄົມໃນເດັກ ແລະ ຊາວໜຸ່ມ. ການສຶກສາ, ການງານ, ແລະ ການກຽມພ້ອມທາງໂລກ ໃນການກຸ້ມຕົນເອງ ແມ່ນຄ້າຍຄືກັນກັບສະຕິປັນຍາໃນໂຄງການເດັກ ແລະ ຊາວໜຸ່ມ.
ສຸດທ້າຍນີ້, ຂໍໃຫ້ເຮົາເຮັດຕາມພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ແລະ ພຣະກິດຕິຄຸນຂອງພຣະອົງ ໂດຍການກຸ້ມຕົນເອງຕະຫລອດຊົ່ວຊີວິດຂອງເຮົາ, ແລະ ສິດສອນສິ່ງນີ້ໃຫ້ກັບລູກຫລານ ແລະ ຊາວໜຸ່ມຂອງເຮົາ. ເຮົາສາມາດເຮັດໄດ້ດີທີ່ສຸດໂດຍ
-
ການເປັນຕົວຢ່າງທີ່ດີໃນການຮັບໃຊ້ຄົນອື່ນ,
-
ການດຳລົງຊີວິດ ແລະ ສິດສອນຄຳສອນ ແລະ ຫລັກທຳແຫ່ງການກຸ້ມຕົນເອງ, ແລະ
-
ການເຊື່ອຟັງພຣະບັນຍັດເພື່ອສ້າງການກຸ້ມຕົນເອງ ຊຶ່ງເປັນສ່ວນໜຶ່ງຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ.
ຄຳສອນ ແລະ ພັນທະສັນຍາ 104:15–16 ກ່າວວ່າ:
“ມັນເປັນຈຸດປະສົງຂອງເຮົາທີ່ຈະຈັດຫາໃຫ້ໄພ່ພົນຂອງເຮົາ, ເພາະທຸກສິ່ງທັງປວງເປັນຂອງເຮົາ.
“ແຕ່ມັນຕ້ອງເປັນໄປໃນວິທີທາງຂອງເຮົາເອງ; ແລະ ຈົ່ງເບິ່ງ ນີ້ຄືວິທີທາງທີ່ເຮົາ, ພຣະຜູ້ເປັນເຈົ້າ, ໄດ້ອອກຄຳສັ່ງໃຫ້ຈັດຫາໃຫ້ໄພ່ພົນຂອງເຮົາ, ເພື່ອຄົນຍາກຈົນຈະຖືກຍົກຂຶ້ນສູງ, ໃນການນັ້ນຄົນຮັ່ງມີຈະຖືກເຮັດໃຫ້ຕ່ຳລົງ.”
ນີ້ແມ່ນສາດສະໜາຈັກຂອງພຣະເຢຊູຄຣິດ. ພຣະກິດຕິຄຸນຂອງພຣະອົງເປັນພອນໃຫ້ກັບຄອບຄົວຢູ່ເທິງໂລກນີ້ ແລະ ຕະຫລອດຊົ່ວນິລັນດອນ. ມັນຊ່ວຍໃນການນຳທາງເຮົາຂະນະທີ່ເຮົາພະຍາຍາມໃຫ້ກາຍເປັນຄອບຄົວນິລັນດອນ. ຂ້າພະເຈົ້າຮູ້ວ່ານີ້ເປັນຄວາມຈິງ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.