ທຳມະຊາດແຫ່ງສະຫວັນ ແລະ ຈຸດໝາຍປາຍທາງນິລັນດອນຂອງທ່ານ
ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ພຣະເຢຊູຄຣິດເປັນຈຸດສູນກາງໃນຊີວິດຂອງທ່ານ ແລະ ຈື່ຈຳຄວາມຈິງພື້ນຖານໃນຄຳຂວັນຂອງກຸ່ມຍິງໜຸ່ມ.
ເອື້ອຍນ້ອງທີ່ຮັກແພງ, ຂອບໃຈທີ່ມາຮ່ວມ. ຂ້າພະເຈົ້າຖືວ່າເປັນກຽດທີ່ໄດ້ມາຮ່ວມພາກສະຕີຂອງກອງປະຊຸມໃຫຍ່ສາມັນນີ້. ຂ້າພະເຈົ້າກໍເຄີຍໄດ້ຮັບສິດທິພິເສດເປັນບາງຄັ້ງບາງຄາວ ເພື່ອໄປຮ່ວມຫ້ອງຮຽນກຸ່ມຍິງໜຸ່ມ. ແຕ່ຂ້າພະເຈົ້າຂໍກ່າວເຖິງສິ່ງທີ່ເປັນຄວາມຈິງ—ຂ້າພະເຈົ້າບໍ່ແມ່ນຊາວໜຸ່ມ, ແລະ ຂ້າພະເຈົ້າກໍບໍ່ແມ່ນຜູ້ຍິງ! ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າໄດ້ຮຽນຮູ້ວ່າ ຂ້າພະເຈົ້າຈະຮູ້ສຶກສະບາຍໃຈຂຶ້ນຖ້າຫາກຂ້າພະເຈົ້າສາມາດກ່າວຄຳຂວັນຂອງກຸ່ມຍິງໜຸ່ມຮ່ວມກັບກຸ່ມຍິງໜຸ່ມໄດ້. ຄຳສອນອັນເລິກເຊິ່ງທີ່ສິດສອນຢູ່ໃນຄຳຂວັນຂອງກຸ່ມຍິງໜຸ່ມ1 ແມ່ນສຳຄັນສຳລັບກຸ່ມຍິງໜຸ່ມ, ແຕ່ມັນກໍໃຊ້ໄດ້ກັບທຸກຄົນ, ລວມທັງພວກເຮົາທີ່ບໍ່ໄດ້ເປັນຍິງໜຸ່ມ.
ຄຳຂວັນຂອງກຸ່ມຍິງໜຸ່ມເລີ່ມຕົ້ນດ້ວຍ, “ເຮົາເປັນທິດາທີ່ຮັກຫອມຂອງພຣະບິດາມານດາເທິງສະຫວັນ, ພ້ອມດ້ວຍທຳມະຊາດແຫ່ງສະຫວັນ ແລະ ມີຈຸດໝາຍປາຍທາງນິລັນດອນ.”2 ຄຳຖະແຫລງນີ້ປະກອບດ້ວຍຄວາມຈິງທີ່ສຳຄັນສີ່ຢ່າງ. ທຳອິດ, ທ່ານເປັນທິດາທີ່ຮັກຫອມ. ບໍ່ມີສິ່ງໃດທີ່ທ່ານເຮັດ—ຫລື ບໍ່ເຮັດ—ຈະສາມາດປ່ຽນແປງໄດ້. ພຣະເຈົ້າຮັກທ່ານເພາະວ່າທ່ານເປັນທິດາທາງວິນຍານຂອງພຣະອົງ. ບາງເທື່ອເຮົາອາດບໍ່ຮູ້ສຶກເຖິງຄວາມຮັກຂອງພຣະອົງ, ແຕ່ມັນຈະຢູ່ນຳສະເໝີ. ຄວາມຮັກຂອງພຣະເຈົ້າແມ່ນສົມບູນແບບ.3 ຄວາມສາມາດຂອງເຮົາທີ່ຈະຮູ້ສຶກເຖິງຄວາມຮັກນັ້ນແມ່ນບໍ່ສົມບູນແບບ.
ພຣະວິນຍານມີບົດບາດສຳຄັນໃນການສື່ສານຄວາມຮັກຂອງພຣະເຈົ້າຕໍ່ເຮົາ.4 ແຕ່ອິດທິພົນຂອງພຣະວິນຍານບໍລິສຸດສາມາດຖືກປິດບັງ “ດ້ວຍຄວາມຮູ້ສຶກທີ່ຮຸນແຮງ, ດັ່ງເຊັ່ນຄວາມໃຈຮ້າຍ, ຄວາມກຽດຊັງ, … [ຫລື] ຄວາມຢ້ານກົວ … ຄືກັບການພະຍາຍາມທີ່ຈະຊີມລົດຊາດອັນລະອຽດອ່ອນຂອງໝາກອະງຸ່ນ ໃນຂະນະທີ່ກິນໝາກເຜັດ. … [ລົດຊາດໜຶ່ງ] ຈະເໜືອກວ່າອີກອັນໜຶ່ງ.”5 ການປະພຶດກໍເປັນແບບນັ້ນຄືກັນ, ລວມທັງບາບ, ຈະເຮັດໃຫ້ເຮົາຫ່າງໄກຈາກພຣະວິນຍານບໍລິສຸດ,6 ເຮັດໃຫ້ຍາກສຳລັບເຮົາທີ່ຈະຮັບຮູ້ຄວາມຮັກຂອງພຣະເຈົ້າທີ່ມີຕໍ່ເຮົາ.
ຄ້າຍຄືກັນ, ຄວາມຮູ້ສຶກຂອງເຮົາທີ່ມີຕໍ່ຄວາມຮັກຂອງພຣະເຈົ້າ ອາດຈະຖືກບັງຄັບໂດຍສະຖານະການທີ່ທ້າທາຍ ແລະ ຄວາມເຈັບປ່ວຍທາງຮ່າງກາຍ ຫລື ທາງຈິດໃຈ, ໃນບັນດາສິ່ງອື່ນໆ. ໃນທຸກກໍລະນີເຫລົ່ານີ້, ຄຳແນະນຳຂອງຜູ້ນຳທີ່ເຊື່ອຖືໄດ້ ຫລື ຜູ້ຊ່ຽວຊານ ສ່ວນຫລາຍສາມາດເປັນປະໂຫຍດໄດ້. ເຮົາຍັງສາມາດພະຍາຍາມປັບປຸງຄວາມຮັບຮູ້ຂອງເຮົາຕໍ່ຄວາມຮັກຂອງພຣະເຈົ້າ ໂດຍການຖາມຕົວເອງວ່າ, “ຄວາມຮັກຂອງເຮົາທີ່ມີຕໍ່ພຣະເຈົ້າຄົງທີ່ຫລືບໍ່ ຫລື ເຮົາຮັກພຣະອົງເມື່ອມີວັນດີ ແຕ່ບໍ່ຫລາຍປານໃດເມື່ອມີວັນທີ່ບໍ່ດີ?”
ຄວາມຈິງຢ່າງທີສອງແມ່ນວ່າ ເຮົາມີພຣະບິດາມານດາເທິງສະຫວັນ, ພຣະບິດາ ແລະ ພຣະມານດາ.7 ຄຳສອນກ່ຽວກັບພຣະມານດາເທິງສະຫວັນມີມາໂດຍການເປີດເຜີຍ ແລະ ເປັນຄວາມເຊື່ອທີ່ແຕກຕ່າງກັນໃນບັນດາໄພ່ພົນຍຸກສຸດທ້າຍ. ປະທານດາລິນ ເອັຈ ໂອກສ໌ ໄດ້ອະທິບາຍເຖິງຄວາມສຳຄັນຂອງຄວາມຈິງນີ້ວ່າ: “ຄວາມເຊື່ອທາງສາດສະໜາຂອງເຮົາເລີ່ມຕົ້ນດ້ວຍພຣະບິດາມານດາເທິງສະຫວັນ. ຄວາມປາດຖະໜາອັນສູງສຸດຂອງເຮົາແມ່ນຢາກເປັນເໝືອນພວກພຣະອົງ.”8
ມີການເປີດເຜີຍອີກໜ້ອຍໜຶ່ງກ່ຽວກັບພຣະມານດາໃນສະຫວັນ, ແຕ່ສິ່ງທີ່ເຮົາຮູ້ໄດ້ຖືກສະຫລຸບຢູ່ໃນ ບົດຫົວຂໍ້ພຣະກິດຕິຄຸນ ຢູ່ໃນ ແອັບຫ້ອງສະໝຸດພຣະກິດຕິຄຸນ.9 ເມື່ອທ່ານໄດ້ອ່ານສິ່ງທີ່ມີໃນນັ້ນ, ທ່ານຈະຮູ້ທຸກສິ່ງທີ່ຂ້າພະເຈົ້າຮູ້ກ່ຽວກັບເລື່ອງນີ້. ຂ້າພະເຈົ້າກໍຢາກຮູ້ຫລາຍກວ່ານີ້. ທ່ານກໍຄືກັນ ຄົງມີຄຳຖາມ ແລະ ຢາກພົບເຫັນຄຳຕອບຕື່ມອີກ. ການສະແຫວງຫາຄວາມເຂົ້າໃຈຫລາຍຂຶ້ນເປັນພາກສ່ວນສຳຄັນຂອງການພັດທະນາທາງວິນຍານຂອງເຮົາ, ແຕ່ຈົ່ງໃຊ້ຄວາມລະມັດລະວັງ. ເຫດຜົນບໍ່ສາມາດທົດແທນການເປີດເຜີຍໄດ້.
ການຄາດເດົາຈະບໍ່ນຳໄປສູ່ຄວາມຮູ້ທາງວິນຍານທີ່ຍິ່ງໃຫຍ່ກວ່າ, ແຕ່ຈະນຳໄປສູ່ການຫລອກຫລວງ ຫລື ຫັນປ່ຽນຈຸດສຸມຂອງເຮົາຈາກສິ່ງທີ່ເຮົາໄດ້ຮັບການເປີດເຜີຍ.10 ຍົກຕົວຢ່າງ, ພຣະຜູ້ຊ່ວຍໃຫ້ລອດໄດ້ສິດສອນສານຸສິດຂອງພຣະອົງວ່າໃຫ້ “ອະທິຖານຫາພຣະບິດາຢູ່ສະເໝີໃນນາມຂອງເຮົາ.”11 ເຮົາເຮັດຕາມແບບແຜນນີ້ ແລະ ຊີ້ນຳການນະມັດສະການຂອງເຮົາໄປຫາພຣະບິດາເທິງສະຫວັນຂອງເຮົາ ໃນພຣະນາມຂອງພຣະເຢຊູຄຣິດ ແລະ ບໍ່ໄດ້ອະທິຖານຫາພຣະມານດາເທິງສະຫວັນ.12
ນັບຕັ້ງແຕ່ພຣະເຈົ້າໄດ້ແຕ່ງຕັ້ງສາດສະດາ, ພວກເພິ່ນໄດ້ຮັບສິດອຳນາດໃຫ້ກ່າວແທນພຣະອົງ. ແຕ່ພວກເພິ່ນບໍ່ໄດ້ປະກາດຄຳສອນທີ່ “[ພວກເພິ່ນ] ເລືອກເຮັດເອງ”13 ຫລື ສິດສອນສິ່ງທີ່ບໍ່ໄດ້ຖືກເປີດເຜີຍ. ໃຫ້ພິຈາລະນາຄຳເວົ້າຂອງສາດສະດາບາລາອາມ ໃນພຣະຄຳພີເດີມ, ຜູ້ທີ່ຖືກສະເໜີມອບສິນບົນໃຫ້ ເພື່ອສາບແຊ່ງຊາວອິດສະຣາເອນ ເພື່ອຜົນປະໂຫຍດຂອງໂມອາບ. ບາລາອາມໄດ້ເວົ້າວ່າ, “ເຖິງແມ່ນວ່າ [ກະສັດຂອງໂມອາບ] ຈະມອບເງິນຄຳທັງໝົດຢູ່ໃນພະຣາຊວັງຂອງເພິ່ນໃຫ້ຂ້າພະເຈົ້າ, ຂ້າພະເຈົ້າກໍຝ່າຝືນຄຳສັ່ງຂອງອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງຂ້າພະເຈົ້າບໍ່ໄດ້, ແມ່ນແຕ່ເລື່ອງເລັກນ້ອຍກໍຕາມ.”14 ສາດສະດາຍຸກສຸດທ້າຍກໍຖືກຈຳກັດຄືກັນ. ການຮຽກຮ້ອງການເປີດເຜີຍຈາກພຣະເຈົ້າເປັນທັງການອວດດີ ແລະ ບໍ່ມີປະໂຫຍດ. ແທນທີ່ຈະເຮັດແນວນັ້ນ, ເຮົາລໍຖ້າພຣະຜູ້ເປັນເຈົ້າ ແລະ ຕາຕະລາງເວລາຂອງພຣະອົງ ເພື່ອເປີດເຜີຍຄວາມຈິງຂອງພຣະອົງ ຜ່ານທາງວິທີທີ່ພຣະອົງໄດ້ຈັດຕັ້ງໄວ້.15
ຄວາມຈິງຢ່າງທີສາມໃນວັກຕົ້ນຂອງຄຳຂວັນຂອງກຸ່ມຍິງໜຸ່ມແມ່ນວ່າ ເຮົາມີ “ທຳມະຊາດແຫ່ງສະຫວັນ.” ນີ້ແມ່ນຢູ່ໃນຕົວ ເຖິງຜູ້ທີ່ເຮົາເປັນ. ມັນເປັນ “ກຳມະພັນ,” ທາງວິນຍານທີ່ສືບທອດມາຈາກພຣະບິດາມານດາເທິງສະຫວັນຂອງເຮົາ,16 ແລະ ເຮົາບໍ່ຕ້ອງເຮັດຫຍັງເພື່ອຈະໄດ້ມັນມາ. ນີ້ແມ່ນເອກະລັກທີ່ສຳຄັນທີ່ສຸດຂອງເຮົາ, ໂດຍບໍ່ຄຳນຶງເຖິງວິທີການອື່ນທີ່ເຮົາເລືອກໃນການລະບຸຕົວເອງ. ຄວາມເຂົ້າໃຈຄວາມຈິງອັນເລິກເຊິ່ງນີ້ ແມ່ນສຳຄັນສຳລັບທຸກຄົນ ແຕ່ໂດຍສະເພາະຢ່າງຍິ່ງສຳລັບບຸກຄົນໃນກຸ່ມ ຜູ້ເຄີຍຖືກນັບວ່າບໍ່ສຳຄັນ, ຖືກກົດຂີ່, ຫລື ຖືກປາບປາມ. ຈົ່ງຈື່ຈຳໄວ້ວ່າ ເອກະລັກທີ່ສຳຄັນທີ່ສຸດຂອງທ່ານກ່ຽວຂ້ອງກັບທຳມະຊາດແຫ່ງສະຫວັນຂອງທ່ານ ໃນຖານະລູກຂອງພຣະເຈົ້າ.
ຄວາມຈິງຢ່າງທີສີ່ແມ່ນວ່າ ເຮົາມີ “ຈຸດໝາຍປາຍທາງນິລັນດອນ.” ຈຸດໝາຍປາຍທາງດັ່ງກ່າວຈະບໍ່ຖືກບັງຄັບໃສ່ເຮົາ. ຫລັງຈາກຄວາມຕາຍ, ເຮົາຈະໄດ້ຮັບສິ່ງທີ່ເຮົາສົມຄວນໄດ້ຮັບ ແລະ “ຊື່ນຊົມ [ພຽງແຕ່] ກັບສິ່ງທີ່ [ເຮົາ] ເຕັມໃຈທີ່ຈະຮັບເອົາ.”17 ການຮັບຮູ້ຈຸດໝາຍປາຍທາງນິລັນດອນຂອງເຮົາແມ່ນຂຶ້ນກັບການເລືອກຂອງເຮົາ. ມັນຮຽກຮ້ອງໃຫ້ມີການເຮັດ ແລະ ຮັກສາພັນທະສັນຍາທີ່ສັກສິດ. ເສັ້ນທາງແຫ່ງພັນທະສັນຍານີ້ແມ່ນວິທີທາງທີ່ເຮົາມາຫາພຣະຄຣິດ ແລະ ອີງໃສ່ຄວາມຈິງທີ່ແນ່ນອນ ແລະ ກົດນິລັນດອນທີ່ບໍ່ປ່ຽນແປງ. ເຮົາບໍ່ສາມາດສ້າງເສັ້ນທາງຂອງເຮົາເອງ ແລະ ຄາດຫວັງຜົນທີ່ພຣະເຈົ້າໄດ້ສັນຍາໄວ້. ການຄາດຫວັງພອນຂອງພຣະອົງໃນຂະນະທີ່ບໍ່ປະຕິບັດຕາມກົດນິລັນດອນ ຊຶ່ງເປັນໄປຕາມກົດເກນ18 ຖືວ່າເຂົ້າໃຈຜິດ, ຄືກັບການຄິດວ່າເຮົາສາມາດແຕະຕ້ອງເຕົາໄຟຮ້ອນ ແລະ “ເລືອກ” ທີ່ຈະບໍ່ຖືກໄຟໄໝ້.
ທ່ານອາດຮູ້ວ່າ ຂ້າພະເຈົ້າເຄີຍປິ່ນປົວຄົນທີ່ເປັນໂຣກຫົວໃຈລົ້ມເຫລວ. ຜົນທີ່ດີທີ່ສຸດຂອງເຂົາເຈົ້າແມ່ນການປະຕິບັດຕາມແຜນການປິ່ນປົວຕາມຫລັກການ. ເຖິງແມ່ນຈະຮູ້ເລື່ອງນີ້, ຄົນເຈັບບາງຄົນກໍຍັງພະຍາຍາມເຈລະຈາແຜນການປິ່ນປົວທີ່ແຕກຕ່າງ. ເຂົາເຈົ້າເວົ້າວ່າ, “ຂ້ານ້ອຍບໍ່ຢາກກິນຢາຫລາຍ” ຫລື “ຂ້ານ້ອຍບໍ່ຢາກເຮັດການທົດສອບຕິດຕາມຫລາຍເທື່ອ.” ແນ່ນອນ, ຄົນເຈັບມີອິດສະລະໃນການຕັດສິນໃຈຂອງຕົນເອງ, ແຕ່ຖ້າຫາກເຂົາເຈົ້າຫັນໄປຈາກແຜນການປິ່ນປົວທີ່ດີທີ່ສຸດ, ຜົນໄດ້ຮັບຂອງເຂົາເຈົ້າຈະຕ້ອງທົນທຸກທໍລະມານ. ຜູ້ປ່ວຍທີ່ເປັນໂຣກຫົວໃຈລົ້ມເຫລວບໍ່ສາມາດເລືອກວິທີທາງທີ່ຕ່ຳກວ່າ ແລະ ແລ້ວຕຳນິຕິຕຽນແພດໝໍຫົວໃຈຂອງພວກເຂົາສຳລັບຜົນທີ່ຕ່ຳກວ່າ.
ມັນກໍຈິງເຊັ່ນດຽວກັນສຳລັບເຮົາ. ເສັ້ນທາງທີ່ພຣະບິດາເທິງສະຫວັນກຳນົດໄວ້ຈະນຳໄປສູ່ຜົນນິລັນດອນທີ່ດີທີ່ສຸດ. ເຮົາມີອິດສະລະທີ່ຈະເລືອກ, ແຕ່ເຮົາບໍ່ສາມາດເລືອກຜົນສະທ້ອນຂອງການບໍ່ປະຕິບັດຕາມເສັ້ນທາງທີ່ເປີດເຜີຍໄວ້.19 ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ຜູ້ທີ່ຝ່າຝືນກົດ, ແລະ ບໍ່ປະຕິບັດຕາມກົດ, ແຕ່ສະແຫວງຫາທີ່ຈະກາຍເປັນກົດສຳລັບຕົນເອງ, … ບໍ່ສາມາດຖືກຊຳລະໃຫ້ບໍລິສຸດໂດຍກົດ, ທັງໂດຍຄວາມເມດຕາ, ຄວາມຍຸດຕິທຳ, ຫລື ການພິພາກສາ.”20 ເຮົາບໍ່ສາມາດຫັນໄປຈາກເສັ້ນທາງຂອງພຣະບິດາເທິງສະຫວັນ ແລະ ແລ້ວຕຳນິຕິຕຽນພຣະອົງສຳລັບຜົນທີ່ຕ່ຳກວ່າ.
ວັກທີສອງໃນຄຳຂວັນຂອງກຸ່ມຍິງໜຸ່ມອ່ານວ່າ: “ໃນຖານະສານຸສິດຂອງພຣະເຢຊູຄຣິດ, ເຮົາພະຍາຍາມກາຍເປັນເໝືອນດັ່ງພຣະອົງ. ເຮົາສະແຫວງຫາ ແລະ ກະທຳຕາມການເປີດເຜີຍສ່ວນຕົວ ແລະ ປະຕິບັດສາດສະໜາກິດຕໍ່ຄົນອື່ນ ໃນພຣະນາມອັນສັກສິດຂອງພຣະອົງ.” ເຮົາສາມາດພັດທະນາປະຈັກພະຍານເຖິງພຣະເຢຊູຄຣິດ ໂດຍການປະຕິບັດດ້ວຍສັດທາ.21 ເຮົາສາມາດທວງເອົາຂອງປະທານທາງວິນຍານ “ເພື່ອຈະຮູ້ວ່າພຣະເຢຊູຄຣິດຄືພຣະບຸດຂອງພຣະເຈົ້າ, ແລະ ວ່າພຣະອົງໄດ້ຖືກຄຶງເພື່ອບາບຂອງໂລກ.” ຫລື ເຮົາສາມາດໄດ້ຮັບຂອງປະທານທີ່ຈະເຊື່ອໃນຖ້ອຍຄຳຂອງຜູ້ທີ່ຮູ້,22 ຈົນກວ່າເຮົາຈະຮູ້ດ້ວຍຕົວເອງ. ເຮົາສາມາດເຮັດຕາມຄຳສອນຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ຊ່ວຍຄົນອື່ນໃຫ້ມາຫາພຣະອົງ. ດ້ວຍວິທີນີ້, ເຮົາໄດ້ເຂົ້າຮ່ວມກັບພຣະອົງໃນວຽກງານຂອງພຣະອົງ.23
ຄຳຂວັນຂອງກຸ່ມຍິງໜຸ່ມກ່າວຕື່ມວ່າ, “ເຮົາຈະຢືນເປັນພະຍານຂອງພຣະເຈົ້າ ໃນທຸກເວລາ ແລະ ໃນທຸກສິ່ງ, ແລະ ໃນທຸກບ່ອນ.” ສະມາຊິກທຸກຄົນຂອງສາດສະໜາຈັກຕ້ອງການໃຫ້ເປັນພະຍານເຖິງພຣະເຈົ້າ,24 ເຖິງແມ່ນວ່າອັກຄະສາວົກ ແລະ ສາວົກເຈັດສິບໄດ້ຖືກມອບໝາຍໃຫ້ເປັນພະຍານພິເສດເຖິງພຣະນາມຂອງພຣະຄຣິດກໍຕາມ.25 ໃຫ້ນຶກວາດພາບເຫັນການແຂ່ງຂັນເຕະບານທີ່ມີພຽງຜູ້ຮັກສາປະຕູເທົ່ານັ້ນທີ່ປົກປ້ອງເປົ້າ. ຖ້າບໍ່ໄດ້ຮັບຄວາມຊ່ວຍເຫລືອຈາກຄົນອື່ນໃນທີມ, ຜູ້ຮັກສາປະຕູຈະບໍ່ສາມາດປ້ອງກັນເປົ້າໄດ້ດີພໍ, ແລະ ທີມຈະເສຍສະເໝີ. ສະນັ້ນ, ທຸກຄົນກໍເປັນທີ່ຕ້ອງການຢູ່ໃນທີມຂອງພຣະຜູ້ເປັນເຈົ້າ.26
ໃນວັກສຸດທ້າຍຂອງຄຳຂວັນຂອງກຸ່ມຍິງໜຸ່ມເລີ່ມຕົ້ນ, “ຂະນະທີ່ເຮົາພະຍາຍາມໃຫ້ເໝາະສົມຕໍ່ຄວາມສູງສົ່ງ, ເຮົາຈະທະນຸຖະໜອມຂອງປະທານແຫ່ງການກັບໃຈ ແລະ ສະແຫວງຫາທີ່ຈະພັດທະນາຕົວເອງໃນແຕ່ລະວັນ.” ຍ້ອນການເສຍສະລະຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ, ເຮົາສາມາດກັບໃຈ, ຮຽນຮູ້ຈາກຄວາມຜິດຂອງເຮົາ, ແລະ ບໍ່ຖືກກ່າວໂທດຈາກສິ່ງເຫລົ່ານັ້ນ. ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ: “ມີຫລາຍຄົນທີ່ຖືວ່າການກັບໃຈເປັນການລົງໂທດ. … ແຕ່ຄວາມຮູ້ສຶກຖືກລົງໂທດນີ້ແມ່ນມາຈາກຊາຕານ. ມັນພະຍາຍາມກີດກັນເຮົາບໍ່ໃຫ້ຫວັງເພິ່ງພຣະເຢຊູຄຣິດ, ຜູ້ຢືນວາແຂນຢູ່, ດ້ວຍຄວາມຫວັງ ແລະ ຄວາມເຕັມພຣະໄທ ທີ່ຈະປິ່ນປົວ, ໃຫ້ອະໄພ, ຊຳລະລ້າງ, ຊູກຳລັງ, ເຮັດໃຫ້ເຮົາສະອາດ, ແລະ ບໍລິສຸດ.”27
ເມື່ອເຮົາກັບໃຈຢ່າງຈິງໃຈ, ຈະບໍ່ມີຮອຍແຜທາງວິນຍານເຫລືອຢູ່, ບໍ່ວ່າເຮົາຈະເຮັດຫຍັງລົງໄປ, ຈະຮ້າຍແຮງພຽງໃດ, ຫລື ເຮັດຊ້ຳຫລາຍເທື່ອເທົ່າໃດ.28 ເມື່ອເຮົາກັບໃຈເລື້ອຍໆ ແລະ ສະແຫວງຫາການໃຫ້ອະໄພດ້ວຍເຈດຕະນາອັນແທ້ຈິງ, ເຮົາຈະໄດ້ຮັບການໃຫ້ອະໄພ.29 ຊ່າງເປັນຂອງປະທານທີ່ໜ້າອັດສະຈັນແທ້ໆຈາກພຣະຜູ້ຊ່ວຍໃຫ້ລອດ, ພຣະເຢຊູຄຣິດ!30 ພຣະວິນຍານບໍລິສຸດສາມາດຮັບປະກັນເຮົາວ່າ ເຮົາໄດ້ຮັບການໃຫ້ອະໄພ. ເມື່ອເຮົາຮູ້ສຶກເຖິງຄວາມສຸກ ແລະ ຄວາມສະຫງົບ,31 ຄວາມຜິດຈະຖືກກວາດລ້າງ,32 ແລະ ເຮົາຈະບໍ່ທໍລະມານຈາກບາບຂອງເຮົາອີກຕໍ່ໄປ.33
ເຖິງແນວໃດກໍຕາມ, ເຖິງແມ່ນວ່າຫລັງຈາກການກັບໃຈ, ເຮົາອາດສະດຸດ. ການສະດຸດບໍ່ໄດ້ໝາຍຄວາມວ່າ ການກັບໃຈບໍ່ພຽງພໍ ແຕ່ອາດສະທ້ອນເຖິງຄວາມອ່ອນແອຂອງມະນຸດ. ຊ່າງເປັນການປອບໂຍນແທ້ໆທີ່ຮູ້ວ່າ “ພຣະຜູ້ເປັນເຈົ້າເຫັນຄວາມອ່ອນແອວ່າແຕກຕ່າງຈາກການກະບົດ.” ເຮົາບໍ່ຄວນສົງໄສຄວາມສາມາດຂອງພຣະຜູ້ຊ່ວຍໃຫ້ລອດທີ່ຈະຊ່ວຍເຮົາກັບຄວາມອ່ອນແອຂອງເຮົາ ເພາະ “ເມື່ອພຣະຜູ້ເປັນເຈົ້າກ່າວເຖິງຄວາມອ່ອນແອ, ກໍມີຄວາມເມດຕາສະເໝີ.”34
ຄຳຂວັນຂອງກຸ່ມຍິງໜຸ່ມສະຫລຸບວ່າ, “ດ້ວຍສັດທາ, ເຮົາຈະເພີ່ມຄວາມເຂັ້ມແຂງໃຫ້ແກ່ບ້ານເຮືອນ ແລະ ຄອບຄົວຂອງເຮົາ, ເຮັດ ແລະ ຮັກສາພັນທະສັນຍາທີ່ສັກສິດ, ແລະ ຮັບເອົາພິທີການ ແລະ ພອນຂອງພຣະວິຫານທີ່ສັກສິດ.” ການເພີ່ມຄວາມເຂັ້ມແຂງໃຫ້ແກ່ບ້ານເຮືອນ ແລະ ຄອບຄົວ ອາດໝາຍເຖິງການສ້າງຄວາມເຊື່ອມໂຍງອັນທຳອິດແຫ່ງຄວາມຊື່ສັດ, ສືບຕໍ່ມໍລະດົກແຫ່ງສັດທາ, ຫລື ການຟື້ນຟູມັນ.35 ເຖິງຢ່າງໃດກໍຕາມ, ຄວາມເຂັ້ມແຂງຈະມາເຖິງຜ່ານທາງສັດທາໃນພຣະເຢຊູຄຣິດ ແລະ ໂດຍການເຮັດພັນທະສັນຍາທີ່ສັກສິດ.
ໃນພຣະວິຫານ, ເຮົາຮຽນຮູ້ວ່າເຮົາເປັນໃຜ ແລະ ເຮົາໄດ້ໄປໃສມາ. ນັກປັດຊະຍາຊາວໂຣມຊື່ ຊິເຊໂຣ ໄດ້ກ່າວວ່າ, “ການບໍ່ມີຄວາມຮູ້ເຖິງສິ່ງທີ່ໄດ້ເກີດຂຶ້ນກ່ອນທ່ານເກີດມາ ຄືການຄົງຢູ່ເປັນເດັກສະເໝີ.”36 ແນ່ນອນ, ເພິ່ນໝາຍເຖິງປະຫວັດສາດທາງໂລກ, ແຕ່ການສັງເກດທີ່ສະຫລາດຂອງເພິ່ນສາມາດຂະຫຍາຍອອກໄດ້. ເຮົາຈະດຳເນີນຊີວິດແບບເດັກນ້ອຍຕະຫລອດໄປ ຖ້າຫາກເຮົາບໍ່ສົນໃຈກັບທັດສະນະນິລັນດອນທີ່ໄດ້ຮັບໃນພຣະວິຫານ. ຢູ່ທີ່ນັ້ນເຮົາເຕີບໂຕໃນພຣະຜູ້ເປັນເຈົ້າ, ຮັບຄວາມສົມບູນຂອງພຣະວິນຍານບໍລິສຸດ,37 ແລະ ມີຄວາມມຸ່ງໝັ້ນຫລາຍຍິ່ງຂຶ້ນໃນຖານະສານຸສິດຂອງພຣະຜູ້ຊ່ວຍໃຫ້ລອດ.38 ເມື່ອເຮົາຮັກສາພັນທະສັນຍາຂອງເຮົາ, ເຮົາຈະໄດ້ຮັບອຳນາດຂອງພຣະເຈົ້າໃນຊີວິດຂອງເຮົາ.39
ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ພຣະເຢຊູຄຣິດເປັນຈຸດສູນກາງໃນຊີວິດຂອງທ່ານ ແລະ ຈື່ຈຳຄວາມຈິງພື້ນຖານໃນຄຳຂວັນຂອງກຸ່ມຍິງໜຸ່ມ. ຖ້າຫາກທ່ານເຕັມໃຈ, ພຣະວິນຍານບໍລິສຸດຈະນຳພາທ່ານ. ພຣະບິດາເທິງສະຫວັນຂອງເຮົາຢາກໃຫ້ທ່ານກາຍເປັນທາຍາດຂອງພຣະອົງ ແລະ ຮັບເອົາທຸກສິ່ງທີ່ພຣະອົງມີ.40 ພຣະອົງບໍ່ສາມາດສະເໜີມອບໃຫ້ຫລາຍກວ່ານີ້. ພຣະອົງບໍ່ສາມາດສັນຍາກັບທ່ານຫລາຍກວ່ານີ້. ພຣະອົງຮັກທ່ານຫລາຍກວ່າທີ່ທ່ານຮູ້ ແລະ ຢາກໃຫ້ທ່ານມີຄວາມສຸກໃນຊີວິດນີ້ ແລະ ໃນຊີວິດທີ່ຈະມາເຖິງ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.