ການປ່ຽນແປງອັນໃຫຍ່ຫລວງໃນໃຈ:
“ບໍ່ມີຫຍັງອີກແລ້ວທີ່ຈະມອບໃຫ້”
ການປ່ຽນແປງໃນໃຈນີ້ບໍ່ແມ່ນເຫດການໃດໜຶ່ງ, ມັນຕ້ອງໃຊ້ສັດທາ, ການກັບໃຈ, ແລະ ວຽກງານຝ່າຍທາງວິນຍານຕະຫລອດເວລາ ກ່ອນມັນຈະເກີດຂຶ້ນ.
ຄຳນຳ
ໃນມື້ວັນສຸກ, ຂອງວັນທີ 28 ເດືອນຕຸລາ, 1588, ໂດຍໄດ້ສູນເສຍຫາງເສືອຈົນຖືກຄວບຄຸມໂດຍໄມ້ພາຍຢ່າງດຽວ, ເຮືອ La Girona [ລາ ຈິໂຣນາ], ເປັນຂອງກອງເຮືອສະເປນທີ່ຍິ່ງໃຫຍ່, ໄດ້ຕຳກັບສົ້ນໂງ່ນຫີນລາຄາດາ ໃນທາງພາກເໜືອຂອງປະເທດອຽກລັງ.1
ເຮືອກໍເລີຍພິກຂວ້ຳ. ລູກເຮືອຄົນໜຶ່ງທີ່ດີ້ນລົນເພື່ອໃຫ້ລອດຕາຍໄດ້ໃສ່ແຫວນຄຳທີ່ພັນລະຍາຂອງລາວໄດ້ມອບໃຫ້ລາວສອງສາມເດືອນກ່ອນ ໂດຍມີຂໍ້ຄວາມຈາລຶກໄວ້ວ່າ, “ບໍ່ມີຫຍັງອີກແລ້ວທີ່ຈະມອບໃຫ້.”2
ວະລີ, “ບໍ່ມີຫຍັງອີກແລ້ວທີ່ຈະມອບໃຫ້”—ແລະ ແຫວນທີ່ອອກແບບມືຍົກຫົວໃຈ, ເປັນການສະແດງຄວາມຮັກຈາກພັນລະຍາເຖິງສາມີຂອງນາງ.
ການເຊື່ອມຕໍ່ກັບພຣະຄຳພີ
ເມື່ອຂ້າພະເຈົ້າໄດ້ອ່ານເລື່ອງນີ້, ມັນເຮັດໃຫ້ຂ້າພະເຈົ້າປະທັບໃຈຢ່າງສຸດຊຶ້ງ, ແລະ ຂ້າພະເຈົ້າໄດ້ຄິດເຫັນຄຳຮຽກຮ້ອງຂອງພຣະຜູ້ຊ່ວຍໃຫ້ລອດທີ່ວ່າ: “ແລະ ໃຫ້ພວກເຈົ້າຖວາຍໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ.”3
ເຊັ່ນດຽວກັນ ຂ້າພະເຈົ້າໄດ້ຄິດເຫັນປະຕິກິລິຍາຂອງຜູ້ຄົນທີ່ມີຕໍ່ຄຳເວົ້າຂອງກະສັດເບັນຢາມິນທີ່ວ່າ: “ແທ້ຈິງແລ້ວ, ພວກເຮົາເຊື່ອຄຳເວົ້າທັງໝົດທີ່ທ່ານເວົ້າກັບພວກເຮົາ …, ໄດ້ກະທຳໃຫ້ມີການປ່ຽນແປງອັນໃຫຍ່ຫລວງໃນພວກເຮົາ, ຫລື ໃນໃຈຂອງພວກເຮົາ, ຈົນວ່າພວກເຮົາບໍ່ມີໃຈທີ່ຈະກະທຳຄວາມຊົ່ວອີກຕໍ່ໄປ, ແຕ່ປາດຖະໜາຈະເຮັດແຕ່ຄວາມດີໂດຍຕະຫລອດ.”4
ການເຊື່ອມຕໍ່ເປັນສ່ວນຕົວ
ຂ້າພະເຈົ້າຂໍເລົ່າປະສົບການຕອນທີ່ຂ້າພະເຈົ້າມີອາຍຸໄດ້ 12 ປີສູ່ທ່ານຟັງ, ຊຶ່ງມີຜົນກະທົບຈົນຮອດມື້ນີ້.
ແມ່ຂອງຂ້າພະເຈົ້າໄດ້ເວົ້າວ່າ, “ແອດວາໂດ, ໄວແດ່. ພວກເຮົາໄປປະຊຸມໂບດຊ້າແລ້ວ.”
“ແມ່, ລູກຊິຢູ່ກັບພໍ່ມື້ນີ້,” ຂ້າພະເຈົ້າໄດ້ຕອບ.
“ເຈົ້າແນ່ໃຈບໍ? ເຈົ້າຕ້ອງໄປຮ່ວມການປະຊຸມກຸ່ມຖານະປະໂລຫິດຂອງເຈົ້າໃດ໋,” ເພິ່ນເວົ້າ.
ຂ້າພະເຈົ້າຕອບວ່າ, “ລູກອີຕົນພໍ່! ລາວຕ້ອງຢູ່ຄົນດຽວ. ລູກຊິຢູ່ກັບລາວມື້ນີ້.”
ພໍ່ບໍ່ໄດ້ເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.
ແມ່ ແລະ ພວກເອື້ອຍຂອງຂ້າພະເຈົ້າໄດ້ໄປຮ່ວມການປະຊຸມໃນວັນອາທິດມື້ນັ້ນ. ສະນັ້ນ, ຂ້າພະເຈົ້າຈຶ່ງໄດ້ໄປຫາພໍ່ຢູ່ຫ້ອງເຮັດວຽກຂອງເພິ່ນ, ບ່ອນທີ່ເພິ່ນມັກຢູ່ທຸກໆວັນອາທິດ, ແລະ ດັ່ງທີ່ຂ້າພະເຈົ້າໄດ້ບອກແມ່ໄປ, ຂ້າພະເຈົ້າໄດ້ໃຊ້ເວລາໜ້ອຍໜຶ່ງ, ສອງສາມນາທີຢູ່ກັບເພິ່ນ, ແລະ ແລ້ວຂ້າພະເຈົ້າກໍຖາມວ່າ, “ພໍ່, ເປັນແນວໃດທຸກຢ່າງດີບໍ?”
ເພິ່ນກໍໄດ້ເຮັດວຽກເວລາວ່າງຂອງເພິ່ນຄືເກົ່າ ໂດຍການແປງວິທະຍຸ ແລະ ໂມງ, ແລະ ເພິ່ນກໍມີແຕ່ຍິ້ມໃຫ້ຂ້າພະເຈົ້າ.
ແລ້ວຂ້າພະເຈົ້າກໍບອກເພິ່ນວ່າ, “ລູກຊິໄປຫລິ້ນກັບໝູ່ຂອງລູກກ່ອນເດີ.”
ພໍ່, ໂດຍທີ່ບໍ່ໄດ້ເງີຍໜ້າເບິ່ງຊ້ຳ, ເວົ້າກັບຂ້າພະເຈົ້າວ່າ, “ມື້ນີ້ແມ່ນວັນອາທິດ. ເຈົ້າໄປໂບດບໍ່ແມ່ນບໍ?”
“ແມ່ນແລ້ວ, ແຕ່ມື້ນີ້ລູກໄດ້ບອກກັບແມ່ໄປວ່າ ລູກຊິບໍ່ໄປ,” ຂ້າພະເຈົ້າຕອບ. ພໍ່ກໍກັບໄປເຮັດວຽກຂອງເພິ່ນ, ແລະ ສ່ວນຂ້າພະເຈົ້າ, ນັ້ນໝາຍຄວາມວ່າເປັນການອະນຸຍາດໃຫ້ໄປໄດ້.
ໃນຕອນເຊົ້າຂອງມື້ນັ້ນໄດ້ມີການແຂ່ງຂັນກິລາເຕະບານທີ່ສຳຄັນ, ແລະ ໝູ່ຂອງຂ້າພະເຈົ້າໄດ້ບອກກັບຂ້າພະເຈົ້າວ່າ ຂ້າພະເຈົ້າຈະຂາດບໍ່ໄດ້ ເພາະພວກເຮົາຕ້ອງຊະນະເກມນັ້ນໃຫ້ໄດ້.
ການທ້າທາຍຂອງຂ້າພະເຈົ້າຄື ຂ້າພະເຈົ້າຕ້ອງຍ່າງຜ່ານໜ້າຕຶກໂບດເພື່ອໄປຫາເດີ່ນເຕະບານ.
ດ້ວຍຄວາມຕັ້ງໃຈ, ຂ້າພະເຈົ້າໄດ້ຮີບແລ່ນໄປຫາເດີ່ນເຕະບານ ແລະ ໄດ້ຢຸດຍ້ອນມີສິ່ງກີດຂວາງອັນຍິ່ງໃຫຍ່ຢູ່ທາງໜ້າຄື, ຕຶກໂບດ. ຂ້າພະເຈົ້າໄດ້ແລ່ນຂ້າມທາງ ໄປຫາອີກຟາກໜຶ່ງ, ບ່ອນທີ່ມີຕົ້ນໄມ້ໃຫຍ່ຈຳນວນໜຶ່ງ, ແລະ ຂ້າພະເຈົ້າໄດ້ຕັດສິນໃຈແລ່ນບັງພວກມັນໄປເພື່ອບໍ່ໃຫ້ໃຜເຫັນຂ້າພະເຈົ້າ ເພາະມັນເປັນເວລາທີ່ສະມາຊິກກຳລັງມາຮອດບ່ອນປະຊຸມ.
ຂ້າພະເຈົ້າໄປຮອດຕອນເກມກຳລັງຈະເລີ່ມຕົ້ນພໍດີ. ຂ້າພະເຈົ້າສາມາດຫລິ້ນ ແລະ ກັບບ້ານກ່ອນທີ່ແມ່ຂອງຂ້າພະເຈົ້າເມືອຮອດບ້ານ.
ທຸກຢ່າງເປັນໄປດ້ວຍດີ, ທີມຂອງພວກເຮົາກໍຊະນະ, ແລະ ຂ້າພະເຈົ້າກໍຕື່ນເຕັ້ນຫລາຍ. ແຕ່ວ່າແຜນການແລ່ນໄປເດີ່ນເຕະບານນັ້ນບໍ່ໄດ້ລອດສາຍຕາຂອງຜູ້ໃຫ້ຄຳປຶກສາກຸ່ມມັກຄະນາຍົກ.
ບຣາເດີ ຟີລິກ ເອສ໌ປິໂນຊາ ໄດ້ເຫັນຂ້າພະເຈົ້າແລ່ນຢ່າງໄວວາຈາກຕົ້ນໄມ້ຕົ້ນໜຶ່ງໄປຫາອີກຕົ້ນໜຶ່ງ, ເພື່ອບໍ່ໃຫ້ໃຜເຫັນ.
ໃນຕອນຕົ້ນຂອງອາທິດ, ບຣາເດີ ຟີລິກ ເອສ໌ປິໂນຊາ ໄດ້ມາທີ່ບ້ານຂອງຂ້າພະເຈົ້າ ແລະ ໄດ້ຂໍລົມກັບຂ້າພະເຈົ້າ. ເພິ່ນບໍ່ໄດ້ເວົ້າຫຍັງເລີຍກ່ຽວກັບສິ່ງທີ່ເພິ່ນເຫັນໃນວັນອາທິດນັ້ນ, ພ້ອມທັງບໍ່ໄດ້ຖາມວ່າເປັນຫຍັງຂ້າພະເຈົ້າຈຶ່ງບໍ່ໄປຮ່ວມການປະຊຸມ.
ເພິ່ນພຽງແຕ່ຍື່ນປຶ້ມບົດຮຽນໃຫ້ຂ້າພະເຈົ້າ ແລະ ເວົ້າວ່າ, “ຂ້ອຍຢາກໃຫ້ເຈົ້າສອນຫ້ອງຮຽນຖານະປະໂລຫິດໃນວັນອາທິດນີ້. ຂ້ອຍໄດ້ໝາຍບົດຮຽນໃຫ້ເຈົ້າແລ້ວ. ມັນບໍ່ຍາກດອກ. ຂ້ອຍຢາກໃຫ້ເຈົ້າອ່ານມັນກ່ອນ, ແລະ ອີກສອງມື້ຂ້ອຍຊິແວະມາ ເພື່ອຊ່ວຍເຈົ້າກະກຽມບົດຮຽນ.” ເມື່ອເວົ້າແບບນີ້ແລ້ວ, ເພິ່ນໄດ້ປະປຶ້ມຄູ່ມືໄວ້ກັບຂ້າພະເຈົ້າ ແລ້ວກໍຈາກໄປ.
ຂ້າພະເຈົ້າບໍ່ຢາກສອນຫ້ອງຮຽນນັ້ນ, ແຕ່ວ່າຂ້າພະເຈົ້າກໍບໍ່ສາມາດບອກປະຕິເສດເພິ່ນ. ຂ້າພະເຈົ້າໄດ້ວາງແຜນໄວ້ແລ້ວວ່າວັນອາທິດນັ້ນ ຈະຢູ່ກັບພໍ່ຂອງຂ້າພະເຈົ້າອີກ—ນັ້ນໝາຍຄວາມວ່າ, ຍັງມີການແຂ່ງຂັນທີ່ສຳຄັນອີກເກມ.
ບຣາເດີ ເອສ໌ປິໂນຊາ ເປັນຜູ້ທີ່ຄົນໜຸ່ມນັບຖື.5 ເພິ່ນໄດ້ພົບເຫັນພຣະກິດຕິຄຸນທີ່ຖືກຟື້ນຟູ ແລະ ໄດ້ປ່ຽນແປງຊີວິດຂອງເພິ່ນ, ຫລື ໃນອີກຄຳໜຶ່ງ, ປ່ຽນແປງໃຈຂອງເພິ່ນ.
ເມື່ອຮອດວັນເສົາຕອນບ່າຍ, ຂ້າພະເຈົ້າຄິດໄດ້ວ່າ, “ເອີ, ບາງທີມື້ອື່ນຕອນເຊົ້າເຮົາອາດຈະຕື່ນຂຶ້ນມາບໍ່ສະບາຍ, ແລະ ເຮົາກໍຈະບໍ່ຕ້ອງໄປໂບດ.” ມັນບໍ່ແມ່ນການແຂ່ງຂັນກິລາເຕະບານທີ່ເຮັດໃຫ້ຂ້າພະເຈົ້າເປັນກັງວົນອີກຕໍ່ໄປ, ແຕ່ເປັນຫ້ອງຮຽນທີ່ຂ້າພະເຈົ້າຕ້ອງສອນ, ໂດຍສະເພາະບົດຮຽນນັ້ນແມ່ນກ່ຽວກັບວັນຊະບາໂຕ.
ແລ້ວວັນອາທິດກໍມາເຖິງ, ແລະ ຂ້າພະເຈົ້າກໍຕື່ນມາແຂງແຮງກວ່າເກົ່າ. ຂ້າພະເຈົ້າບໍ່ມີຂໍ້ແກ້ຕົວ—ໜີບໍ່ໄດ້.
ເປັນເທື່ອທຳອິດທີ່ຂ້າພະເຈົ້າຈະໄດ້ສອນບົດຮຽນ, ແຕ່ບຣາເດີ ເອສ໌ປິໂນຊາ ໄດ້ຢູ່ຄຽງຂ້າງຂ້າພະເຈົ້າ, ແລະ ນັ້ນຄືວັນປ່ຽນແປງອັນໃຫຍ່ຫລວງໃນໃຈສຳລັບຂ້າພະເຈົ້າ.
ຕັ້ງແຕ່ນັ້ນມາ, ຂ້າພະເຈົ້າກໍເລີ່ມຕົ້ນຮັກສາວັນຊະບາໂຕໃຫ້ສັກສິດ, ແລະ ເມື່ອເວລາຜ່ານໄປ, ດັ່ງຄຳເວົ້າຂອງປະທານຣະໂຊ ເອັມ ແນວສັນ ທີ່ວ່າ, ວັນຊະບາໂຕໄດ້ກາຍເປັນສິ່ງທີ່ຊົມຊື່ນຍິນດີ.6
“ພຣະຜູ້ເປັນເຈົ້າ, ຂ້ານ້ອຍມອບທຸກສິ່ງທຸກຢ່າງແດ່ພຣະອົງ; ບໍ່ມີຫຍັງອີກແລ້ວທີ່ຈະມອບໃຫ້.”
ການຮັບເອົາ
ເຮົາສາມາດຮັບເອົາການປ່ຽນແປງອັນໃຫຍ່ຫລວງໃນໃຈໄດ້ແນວໃດ? ມັນເລີ່ມຕົ້ນ ແລະ ເກີດຂຶ້ນໃນທີ່ສຸດ
-
ເມື່ອເຮົາສຶກສາພຣະຄຳພີເພື່ອໃຫ້ໄດ້ຄວາມຮູ້ທີ່ຈະເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາຂອງເຮົາໃນພຣະເຢຊູຄຣິດ ຊຶ່ງຈະຊ່ວຍໃນການສ້າງຄວາມປາດຖະໜາທີ່ຈະປ່ຽນແປງ;7
-
ເມື່ອເຮົາປູກຝັງຄວາມປາດຖະໜານັ້ນຜ່ານທາງການອະທິຖານ ແລະ ການຖືສິນອົດເຂົ້າ;8
-
ເມື່ອເຮົາປະຕິບັດ, ຕາມພຣະຄຳທີ່ໄດ້ຮຽນມາ ຫລື ໄດ້ຮັບມາ, ແລະ ເຮົາເຮັດພັນທະສັນຍາວ່າຈະມອບໃຈຂອງເຮົາແດ່ພຣະອົງ, ຄືກັນກັບຜູ້ຄົນຂອງກະສັດເບັນຢາມິນ.9
ການຍອມຮັບ ແລະ ພັນທະສັນຍາ
ເຮົາຈະຮູ້ໄດ້ແນວໃດວ່າໃຈຂອງເຮົາກຳລັງປ່ຽນແປງ?10
-
ເມື່ອເຮົາຢາກເຮັດຕາມພຣະປະສົງຂອງພຣະເຈົ້າໃນທຸກສິ່ງ.11
-
ເມື່ອເຮົາປະຕິບັດຕໍ່ຄົນອື່ນດ້ວຍຄວາມຮັກ, ຄວາມເຄົາລົບ, ແລະ ດ້ວຍການພິຈາລະນາ.12
-
ເມື່ອເຮົາເຫັນວ່າຄຸນລັກສະນະຂອງພຣະຄຣິດກຳລັງກາຍເປັນສ່ວນໜຶ່ງຂອງລັກສະນະຂອງເຮົາ.13
-
ເມື່ອເຮົາຮູ້ສຶກເຖິງການນຳພາຂອງພຣະວິນຍານສັກສິດຫລາຍຂຶ້ນເລື້ອຍໆ.14
-
ເມື່ອເຮົາຮັກສາພຣະບັນຍັດທີ່ຍາກສຳລັບເຮົາໃນການເຊື່ອຟັງ ແລະ ດຳລົງຊິວິດຕາມນັ້ນຕໍ່ໄປ.15
ເມື່ອເຮົາຕັ້ງໃຈຟັງຄຳແນະນຳຂອງຜູ້ນຳຂອງເຮົາ ແລະ ຕັດສິນໃຈເຮັດຕາມດ້ວຍຄວາມເບີກບານ, ເຮົາບໍ່ໄດ້ປະສົບກັບການປ່ຽນແປງອັນໃຫຍ່ຫລວງໃນໃຈບໍ?
“ພຣະຜູ້ເປັນເຈົ້າ, ຂ້ານ້ອຍມອບທຸກສິ່ງທຸກຢ່າງແດ່ພຣະອົງ; ບໍ່ມີຫຍັງອີກແລ້ວທີ່ຈະມອບໃຫ້.”
ການບຳລຸງຮັກສາ ແລະ ຜົນປະໂຫຍດ
ເຮົາຈະຮັກສາການປ່ຽນແປງອັນໃຫຍ່ຫລວງໄດ້ແນວໃດ?
-
ເມື່ອເຮົາຮັບສ່ວນສິນລະລຶກທຸກອາທິດ ແລະ ຕໍ່ພັນທະສັນຍາ ທີ່ຈະຮັບເອົາພຣະນາມຂອງພຣະຄຣິດ, ລະນຶກເຖິງພຣະອົງຕະຫລອດເວລາ, ແລະ ຮັກສາພຣະບັນຍັດຂອງພຣະອົງ.16
-
ເມື່ອເຮົາຫັນຊີວິດຂອງເຮົາໄປຫາພຣະວິຫານ.17 ການໄປພຣະວິຫານເປັນປະຈຳຈະຊ່ວຍໃຫ້ເຮົາຮັກສາໃຈໃໝ່ ແລະ ລັກສະນະ ຂະນະທີ່ເຮົາມີສ່ວນຮ່ວມໃນພິທີການຕ່າງໆ.
-
ເມື່ອເຮົາຮັກ ແລະ ຮັບໃຊ້ເພື່ອນບ້ານຂອງເຮົາ ໂດຍກິດຈະກຳການປະຕິບັດສາດສະໜາກິດ ແລະ ວຽກງານເຜີຍແຜ່.18
ແລ້ວເພື່ອຄວາມຊື່ນຊົມອັນຍິ່ງໃຫຍ່ຂອງເຮົາ, ການປ່ຽນແປງພາຍໃນນັ້ນໄດ້ເຂັ້ມແຂງ ແລະ ແຜ່ຂະຫຍາຍອອກໄປໃນວຽກງານດີ.19
ການປ່ຽນແປງອັນໃຫຍ່ຫລວງໃນໃຈນີ້ໄດ້ນຳຄວາມຮູ້ສຶກເປັນອິດສະລະ, ຄວາມໄວ້ວາງໃຈ, ແລະ ຄວາມສະຫງົບສຸກມາສູ່ເຮົາ.20
ການປ່ຽນແປງໃນໃຈນີ້ບໍ່ແມ່ນເຫດການໃດໜຶ່ງ, ມັນຕ້ອງໃຊ້ສັດທາ, ການກັບໃຈ, ແລະ ວຽກງານຝ່າຍທາງວິນຍານຕະຫລອດເວລາ ກ່ອນມັນຈະເກີດຂຶ້ນ. ມັນເລີ່ມຕົ້ນເມື່ອເຮົາປາດຖະໜາທີ່ຈະຍອມຈຳນົນຕໍ່ພຣະຜູ້ເປັນເຈົ້າ, ແລະ ການປ່ຽນແປງເກີດຂຶ້ນເມື່ອເຮົາເຮັດ ແລະ ຮັກສາພັນທະສັນຍາກັບພຣະອົງ.
ການກະທຳທີ່ເປັນສ່ວນບຸກຄົນໄດ້ສົ່ງຜົນໃນທາງບວກ ທັງກັບເຮົາ ແລະ ກັບຜູ້ຄົນທີ່ຢູ່ຮອບຕົວເຮົາ.
ໃນຄຳເວົ້າຂອງປະທານຣະໂຊ ເອັມ ແນວສັນ ທີ່ວ່າ, “ໃຫ້ລອງວາດພາບວ່າ ການຂັດແຍ້ງທີ່ຮ້າຍແຮງຕະຫລອດທົ່ວໂລກ—ແລະ ຂອງຜູ້ຄົນໃນຊີວິດຂອງເຮົາ—ຈະຖືກແກ້ໄຂໄວພຽງໃດ ຖ້າຫາກເຮົາທຸກຄົນເລືອກຕິດຕາມພຣະເຢຊູຄຣິດ ແລະ ເອົາໃຈໃສ່ຕໍ່ຄຳສອນຂອງພຣະອົງ.”21 ການກະທຳນີ້ທີ່ເຮັດຕາມຄຳສອນຂອງພຣະຜູ້ຊ່ວຍໃຫ້ລອດຈະນຳໄປສູ່ການປ່ຽນແປງອັນໃຫຍ່ຫລວງໃນໃຈ.
ອ້າຍເອື້ອຍນ້ອງທີ່ຮັກແພງ, ທັງຄົນໜຸ່ມ, ແລະ ເດັກນ້ອຍທັງຫລາຍ, ຂະນະທີ່ເຮົາມີສ່ວນຮ່ວມໃນກອງປະຊຸມໃຫຍ່ທ້າຍອາທິດນີ້, ຂໍໃຫ້ຄຳເວົ້າຂອງສາດສະດາຂອງເຮົາ, ຊຶ່ງຈະມາຈາກພຣະຜູ້ເປັນເຈົ້າ, ເຂົ້າສູ່ຫົວໃຈຂອງເຮົາ ເພື່ອປະສົບກັບການປ່ຽນແປງອັນໃຫຍ່ຫລວງ.
ສຳລັບຜູ້ທີ່ຍັງບໍ່ທັນໄດ້ເຂົ້າຮ່ວມສາດສະໜາຈັກທີ່ຖືກຟື້ນຟູຂອງພຣະຜູ້ເປັນເຈົ້າເທື່ອ, ຂ້າພະເຈົ້າເຊື້ອເຊີນໃຫ້ທ່ານຟັງຜູ້ສອນສາດສະໜາດ້ວຍຄວາມປາດຖະໜາຢ່າງຈິງໃຈທີ່ຈະຮູ້ວ່າພຣະເຈົ້າຄາດຫວັງສິ່ງໃດຈາກທ່ານ ແລະ ປະສົບກັບການປ່ຽນແປງພາຍໃນນັ້ນ.22
ມື້ນີ້ແມ່ນມື້ຕັດສິນໃຈທີ່ຈະຕິດຕາມອົງພຣະເຢຊູຄຣິດເຈົ້າ. “ພຣະຜູ້ເປັນເຈົ້າ, ຂ້ານ້ອຍຂໍມອບຫົວໃຈຂອງຂ້ານ້ອຍແດ່ພຣະອົງ; ບໍ່ມີຫຍັງອີກແລ້ວທີ່ຈະມອບໃຫ້.”
ເຊັ່ນດຽວກັບແຫວນທີ່ໄດ້ຖືກກູ້ມາຈາກເຮືອຫລົ້ມນັ້ນ, ເມື່ອເຮົາມອບຫົວໃຈຂອງເຮົາໃຫ້ກັບພຣະເຈົ້າ, ເຮົາຈະລອດຊີວິດຈາກຄື້ນທະເລໃຫຍ່ຂອງຊີວິດນີ້, ແລະ ໃນຂະບວນການນີ້, ເຮົາຈະໄດ້ຮັບການຂັດເກົາ ແລະ ຊຳລະໃຫ້ບໍລິສຸດຜ່ານທາງການຊົດໃຊ້ຂອງພຣະຄຣິດ ແລະ ກາຍເປັນ “ລູກຂອງພຣະຄຣິດ,” ໃນການ “ເກີດໃໝ່ [ທາງວິນຍານ] ຈາກພຣະອົງ ”23 ຂ້າພະເຈົ້າເປັນພະຍານເຖິງສິ່ງນີ້ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.