ເພື່ອປິ່ນປົວໂລກ
ບາດແຜ ແລະ ຄວາມແຕກຕ່າງສາມາດແກ້ໄຂ ແລະ ແມ່ນແຕ່ປິ່ນປົວ ເມື່ອເຮົາໃຫ້ກຽດແກ່ພຣະເຈົ້າ, ພຣະບິດາຂອງເຮົາທຸກຄົນ, ແລະ ພຣະເຢຊູຄຣິດ, ພຣະບຸດຂອງພຣະອົງ.
ອ້າຍເອື້ອຍນ້ອງທັງຫລາຍ, ໃນເທດສະການອີດສະເຕີທີ່ຮຸ່ງໂລດນີ້, ເຮົາໄດ້ຮັບພອນຫລາຍທີ່ໄດ້ມາພົບກັນ ແລະ ຮັບເອົາຄຳແນະນຳ ແລະ ການຊີ້ນຳຈາກຜູ້ຮັບໃຊ້ຂອງພຣະເຈົ້າ.
ການຊີ້ນຳ ແລະ ຄຳສອນທີ່ສັກສິດຈາກພຣະບິດາເທິງສະຫວັນ ຊ່ວຍເຮົານຳທາງຊີວິດໃນຊ່ວງເວລາທີ່ອັນຕະລາຍເຫລົ່ານີ້. ຕາມທີ່ທຳນາຍໄວ້, “ໄຟ, ແລະ ພະຍຸຝົນຟ້າຄະນອງ,” “ສົງຄາມ, ຂ່າວລືເລື່ອງສົງຄາມ, ແລະ ແຜ່ນດິນໄຫວໃນບ່ອນຕ່າງໆ,” “ແລະ ການກະທຳທີ່ເປັນໜ້າກຽດຊັງນາໆປະການ,”1 “ໂຣກລະບາດ,”2 “ການອຶດຢາກ [ແລະ ໂຣກລະບາດຢ່າງຮ້າຍແຮງທັງຫລາຍ]”3 ກຳລັງລ້າງຜານຄອບຄົວ, ຊຸມຊົນ, ແລະ ແມ່ນແຕ່ປະເທດຊາດ.
ມີໄພວິບັດອີກຢ່າງທີ່ແຜ່ກະຈາຍໄປທົ່ວໂລກ: ການໂຈມຕີເສລີພາບທາງສາດສະໜາຂອງທ່ານ ແລະ ຂ້າພະເຈົ້າ. ຄວາມຮູ້ສຶກທີ່ເພີ່ມຂຶ້ນນີ້ ສະແຫວງຫາທີ່ຈະກຳຈັດສາດສະໜາ ແລະ ສັດທາໃນພຣະເຈົ້າ ຈາກທີ່ສາທາລະນະ, ໂຮງຮຽນ, ມາດຕະຖານຂອງຊຸມຊົນ, ແລະ ສຸນທອນພົດຂອງພົນລະເມືອງ. ຝ່າຍກົງກັນຂ້າມຂອງເສລີພາບທາງສາດສະໜາພະຍາຍາມກຳນົດຂໍ້ຈຳກັດໃນການສະແດງອອກເຖິງຄວາມເຊື່ອໝັ້ນທີ່ຈິງໃຈ. ພວກເຂົາຍັງວິຈານ ແລະ ເຍາະເຍີ້ຍປະເພນີຄວາມເຊື່ອນຳອີກ.
ທັດສະນະຄະຕິເຊັ່ນນັ້ນເຮັດໃຫ້ຜູ້ຄົນບໍ່ສຳຄັນ, ລົດຄຸນຄ່າຫລັກທຳສ່ວນຕົວ, ຄວາມຍຸດຕິທຳ, ຄວາມເຄົາລົບ, ທາງວິນຍານ, ແລະ ຄວາມສະຫງົບທາງຈິດສຳນຶກ.
ເສລີພາບທາງສາດສະໜາຄືຫຍັງ?
ມັນແມ່ນເສລີພາບໃນການນະມັດສະການ ໃນທຸກຮູບແບບ: ເສລີພາບໃນການຊຸມນຸມ, ເສລີພາບໃນການເວົ້າ, ເສລີພາບໃນການປະຕິບັດຕາມຄວາມເຊື່ອສ່ວນຕົວ, ແລະ ເສລີພາບສຳລັບຜູ້ອື່ນທີ່ຈະເຮັດເຊັ່ນດຽວກັນ. ເສລີພາບທາງສາດສະໜາອະນຸຍາດໃຫ້ເຮົາແຕ່ລະຄົນຕັດສິນໃຈດ້ວຍຕົວເອງວ່າ ເຮົາຢາກເຊື່ອຫຍັງ, ເຮົາຢາກດຳລົງຊີວິດ ແລະ ກະທຳແນວໃດຕາມສັດທາຂອງເຮົາ, ແລະ ພຣະເຈົ້າຄາດຫວັງສິ່ງໃດຈາກເຮົາ.
ຄວາມພະຍາຍາມທີ່ຈະສະກັດກັ້ນເສລີພາບທາງສາດສະໜາເຊັ່ນນັ້ນ ບໍ່ແມ່ນເລື່ອງໃໝ່. ຕະຫລອດທົ່ວປະຫວັດສາດ, ຜູ້ທີ່ມີສັດທາໄດ້ຮັບຄວາມທຸກທໍລະມານຢ່າງໜັກດ້ວຍນ້ຳມືຂອງຄົນອື່ນ. ສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍກໍບໍ່ແຕກຕ່າງ.
ຕັ້ງແຕ່ຕົ້ນ, ຫລາຍຄົນທີ່ສະແຫວງຫາພຣະເຈົ້າໄດ້ຖືກດຶງດູດມາຫາສາດສະໜາຈັກນີ້ ຍ້ອນຄຳສອນເຖິງຫລັກທຳຈາກສະຫວັນ, ລວມທັງສັດທາໃນພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ, ການກັບໃຈ, ແຜນແຫ່ງຄວາມສຸກ, ແລະ ການສະເດັດມາຄັ້ງທີສອງຂອງພຣະຜູ້ເປັນເຈົ້າຂອງເຮົາ.
ການຕໍ່ຕ້ານ, ການຂົ່ມເຫັງ, ແລະ ຄວາມຮຸນແຮງ ໄດ້ລົບກວນໂຈເຊັບ ສະມິດ ສາດສະດາຄົນທຳອິດຂອງພວກເຮົາ ແລະ ຜູ້ຕິດຕາມເພິ່ນ.
ທ່າມກາງຄວາມວຸ້ນວາຍໃນປີ 1842, ໂຈເຊັບໄດ້ຈັດພິມຫລັກຄຳສອນພື້ນຖານ 13 ຂໍ້ ຂອງສາດສະໜາຈັກທີ່ກຳລັງເຕີບໂຕ, ລວມທັງຂໍ້ນີ້: “ພວກເຮົາເຊື່ອຖືສິດທິແຫ່ງການນະມັດສະການພຣະເຈົ້າ ຜູ້ມີລິດທານຸພາບຕາມການບອກຂອງຄວາມຮູ້ສຶກຜິດ ຫລື ຖືກຂອງເຮົາເອງ ແລະ ຍອມໃຫ້ຄົນທັງປວງມີສິດທິເຊັ່ນດຽວກັນ ໃຫ້ເຂົານະມັດສະການຢ່າງໃດ, ທີ່ໃດ, ຫລື ສິ່ງໃດທີ່ເຂົາຈະນະມັດສະການ.”4
ຄຳຖະແຫລງຂອງເພິ່ນແມ່ນລວມທັງທຸກຄົນ, ເປັນອິດສະລະ, ແລະ ເຄົາລົບ. ນີ້ແມ່ນສິ່ງສຳຄັນຂອງເສລີພາບທາງສາດສະໜາ.
ສາດສະດາໂຈເຊັບ ສະມິດ ກໍຍັງໄດ້ກ່າວວ່າ:
“ຂ້າພະເຈົ້າກ້າປະກາດຕໍ່ສະຫວັນວ່າ ຂ້າພະເຈົ້າພ້ອມຈະຕາຍເພື່ອປົກປ້ອງສິດທິຂອງ ແພຣສ໌ບາຍເທຣຽນ, ບັບຕິດ, ຫລື ຄົນດີໃນທຸກນິກາຍອື່ນໆ ເຊັ່ນດຽວກັນ; ເພາະຫລັກທຳດຽວກັນນັ້ນ ທີ່ຢຽບຍ່ຳສິດທິຂອງ … ໄພ່ພົນ ຈະຢຽບຍ່ຳສິດທິຂອງ ໂຣມັນ ກາໂຕລິກ, ຫລື ຂອງນິກາຍອື່ນໆ ຊຶ່ງອາດບໍ່ເປັນທີ່ນິຍົມຊົມຊອບ ແລະ ອ່ອນແອເກີນກວ່າຈະປົກປ້ອງຕົນເອງໄດ້.
“ຄວາມຮັກເສລີພາບນັ້ນເອງ [ທີ່] ສ້າງແຮງບັນດານໃຈໃຫ້ຈິດວິນຍານຂອງຂ້າພະເຈົ້າ—ເສລີພາບຂອງພົນລະເມືອງ ແລະ ສາດສະໜາຕໍ່ເຜົ່າພັນມະນຸດທັງປວງ.”5
ເຖິງປານນັ້ນ, ສະມາຊິກຂອງສາດສະໜາຈັກລຸ້ນທຳອິດຍັງໄດ້ຖືກໂຈມຕີ ແລະ ຖືກຂັບໄລ່ໄປຫລາຍພັນກິໂລແມັດ, ຈາກລັດນິວຢອກ ເຖິງ ລັດໂອໄຮໂອ ເຖິງ ລັດມີເຊີຣີ, ເນື່ອງຈາກເຈົ້າລັດໄດ້ອອກຄຳສັ່ງວ່າ ສະມາຊິກຂອງສາດສະໜາຈັກ “ຕ້ອງຖືກນັບວ່າເປັນສັດຕູ ແລະ ຕ້ອງຖືກກຳຈັດ ຫລື ຖືກຂັບໄລ່ອອກຈາກລັດ.”6 ເຂົາເຈົ້າໄດ້ໜີໄປຫາລັດອິລິນອຍ, ແຕ່ຍັງຖືກທາລຸນຢູ່. ກຸ່ມອັນຕະພານໄດ້ຂ້າສາດສະດາໂຈເຊັບ, ຄິດວ່າການຂ້າເພິ່ນຈະທຳລາຍສາດສະໜາຈັກ ແລະ ກະຈັດກະຈາຍຜູ້ທີ່ເຊື່ອ. ແຕ່ຜູ້ທີ່ເຊື່ອຍັງຍຶດໝັ້ນ. ບຣິກຳ ຢັງ ຜູ້ຂຶ້ນແທນໂຈເຊັບ ໄດ້ນຳພາຫລາຍພັນຄົນອົບພະຍົບໄປທາງພາກຕາເວັນຕົກ ໄກ 1,300 ໄມ (2,100 ກມ) ໄປຫາບ່ອນທີ່ປະຈຸບັນນີ້ເອີ້ນວ່າລັດຢູທາ.7 ບັນພະບຸລຸດຂອງຂ້າພະເຈົ້າເອງກໍຢູ່ໃນບັນດາຜູ້ບຸກເບີກລຸ້ນທຳອິດທີ່ມາຕັ້ງຖິ່ນຖານ.
ຈາກວັນເວລາຂອງການຂົ່ມເຫັງຢ່າງຮຸນແຮງເຫລົ່ານັ້ນ, ສາດສະໜາຈັກຂອງພຣະຜູ້ເປັນເຈົ້າກໍໄດ້ເຕີບໂຕຂຶ້ນຢ່າງຕໍ່ເນື່ອງ ມີສະມາຊິກເກືອບເຖິງ 17 ລ້ານຄົນ, ຊຶ່ງຫລາຍກວ່າເຄິ່ງໜຶ່ງ ອາໄສຢູ່ນອກສະຫະລັດ.8
ໃນເດືອນເມສາ ປີ 2020 ສາດສະໜາຈັກຂອງເຮົາໄດ້ສະເຫລີມສະຫລອງວັນຄົບຮອບ 200 ປີ ຂອງການຟື້ນຟູພຣະກິດຕິຄຸນ ດ້ວຍການປະກາດຕໍ່ໂລກ, ຊຶ່ງຕຽມໂດຍຝ່າຍປະທານສູງສຸດ ແລະ ກຸ່ມອັກຄະສາວົກສິບສອງ. ມັນເລີ່ມຕົ້ນດ້ວຍ, “ພວກເຮົາປະກາດຢ່າງໜັກແໜ້ນວ່າ ພຣະເຈົ້າຮັກລູກໆຂອງພຣະອົງ ໃນທຸກປະຊາຊາດຂອງໂລກ.”9
ສາດສະດາທີ່ຮັກແພງຂອງພວກເຮົາ, ຣະໂຊ ເອັມ ແນວສັນ ໄດ້ກ່າວຕື່ມວ່າ:
“ພວກເຮົາເຊື່ອໃນເສລີພາບ, ຄວາມເມດຕາ, ແລະ ຄວາມຍຸດຕິທຳສຳລັບລູກໆຂອງພຣະເຈົ້າທຸກຄົນ.
“ເຮົາທຸກຄົນເປັນອ້າຍເອື້ອຍນ້ອງກັນ, ແຕ່ລະຄົນເປັນລູກຂອງພຣະບິດາຜູ້ສະຖິດໃນສະຫວັນທີ່ຊົງຮັກ. ພຣະບຸດຂອງພຣະອົງ, ອົງພຣະເຢຊູຄຣິດເຈົ້າ, ເຊື້ອເຊີນທຸກຄົນໃຫ້ມາຫາພຣະອົງ, ‘ດຳ ແລະ ຂາວ, ຂ້າທາດ ແລະ ເປັນອິດສະລະ, ຊາຍ ແລະ ຍິງ’ (2 ນີໄຟ 26:33).”10
ໃຫ້ທ່ານພິຈາລະນາກັບຂ້າພະເຈົ້າໃນສີ່ຢ່າງທີ່ສັງຄົມ ແລະ ບຸກຄົນໄດ້ຮັບປະໂຫຍດຈາກເສລີພາບທາງສາດສະໜາ.
ໜຶ່ງ. ເສລີພາບທາງສາດສະໜາໃຫ້ກຽດແກ່ພຣະບັນຍັດຂໍ້ທີໜຶ່ງ ແລະ ທີສອງ, ໃຫ້ພຣະເຈົ້າເປັນສູນກາງໃນຊີວິດຂອງເຮົາ. ເຮົາອ່ານໃນມັດທາຍວ່າ:
“ຈົ່ງຮັກອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າດ້ວຍສຸດໃຈ, ດ້ວຍສຸດຈິດ, ແລະ ດ້ວຍສຸດຄວາມຄິດຂອງເຈົ້າ.”11
“ຂໍ້ທີສອງກໍເໝືອນກັນຄື, ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ.”12
ບໍ່ວ່າຢູ່ໃນຕຶກໂບດ, ທຳມະສາລາ, ໂບດມຸດສະລິມ, ຫລື ຕູບມຸງສັງກະສີ, ສານຸສິດຂອງພຣະຄຣິດ ແລະ ຜູ້ເຊື່ອທີ່ມີໃຈດຽວກັນ ສາມາດສະແດງຄວາມອຸທິດຕົນຕໍ່ພຣະເຈົ້າໄດ້ ໂດຍການນະມັດສະການພຣະອົງ ແລະ ເຕັມໃຈທີ່ຈະຮັບໃຊ້ລູກໆຂອງພຣະອົງ.
ພຣະເຢຊູຄຣິດເປັນຕົວຢ່າງທີ່ສົມບູນແບບຂອງຄວາມຮັກ ແລະ ການຮັບໃຊ້ເຊັ່ນນັ້ນ. ລະຫວ່າງການປະຕິບັດສາດສະໜາກິດຂອງພຣະອົງ, ພຣະອົງໄດ້ດູແລຄົນຍາກຈົນ,13 ປິ່ນປົວຄົນເຈັບປ່ວຍ14 ແລະ ຄົນຕາບອດ.15 ພຣະອົງໄດ້ລ້ຽງເຂົ້າຄົນຫິວໂຫຍ,16 ໄດ້ໂອບກອດເດັກນ້ອຍ,17 ແລະ ໄດ້ໃຫ້ອະໄພຜູ້ທີ່ເຮັດຜິດຕໍ່ພຣະອົງ, ແມ່ນແຕ່ຜູ້ຄຶງພຣະອົງ.18
ພຣະຄຳພີບັນຍາຍວ່າ ພຣະເຢຊູ “ໄດ້ໄປທຸກຫົນທຸກແຫ່ງ ເຮັດຄຸນງາມຄວາມດີ.”19 ເຮົາກໍຕ້ອງເຮັດເຊັ່ນກັນ.
ສອງ. ເສລີພາບທາງສາດສະໜາສົ່ງເສີມການສະແດງອອກເລື່ອງຄວາມເຊື່ອ, ຄວາມຫວັງ, ແລະ ຄວາມສະຫງົບສຸກ.
ໃນຖານະສາດສະໜາຈັກ, ເຮົາຮ່ວມມືກັບສາດສະໜາອື່ນໆເພື່ອປົກປ້ອງຜູ້ຄົນໃນທຸກສາດສະໜາ ແລະ ປົກປ້ອງການຊັກຊວນ ແລະ ສິດທິຂອງພວກເຂົາທີ່ຈະກ່າວເຖິງຄວາມເຊື່ອໝັ້ນຂອງພວກເຂົາ. ນີ້ບໍ່ໄດ້ໝາຍຄວາມວ່າ ເຮົາຮັບຮູ້ຄວາມເຊື່ອຂອງພວກເຂົາ, ຫລື ພວກເຂົາກໍເຊັ່ນກັນ, ແຕ່ເຮົາມີຫລາຍສິ່ງທີ່ຄືກັນ ຫລາຍກວ່າຜູ້ທີ່ພະຍາຍາມປິດປາກເຮົາ.
ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ເປັນຕົວແທນໃຫ້ແກ່ສາດສະໜາຈັກ ຢູ່ທີ່ງານ G20 Interfaith Forum ໃນປະເທດອີຕາລີ. ຂ້າພະເຈົ້າໄດ້ຮັບກຳລັງໃຈ, ແມ່ນແຕ່ຕື່ນຕົວ, ເມື່ອຂ້າພະເຈົ້າໄດ້ພົບກັບຝ່າຍລັດຖະບານ ແລະ ຜູ້ນຳສາດສະໜາຈາກທົ່ວໂລກ. ຂ້າພະເຈົ້າຮູ້ວ່າ ບາດແຜ ແລະ ຄວາມແຕກຕ່າງສາມາດແກ້ໄຂ ແລະ ແມ່ນແຕ່ປິ່ນປົວ ເມື່ອເຮົາໃຫ້ກຽດແກ່ພຣະເຈົ້າ, ພຣະບິດາຂອງເຮົາທຸກຄົນ, ແລະ ພຣະເຢຊູຄຣິດ, ພຣະບຸດຂອງພຣະອົງ. ພຣະຜູ້ປິ່ນປົວທີ່ຍິ່ງໃຫຍ່ຂອງທຸກຄົນແມ່ນພຣະຜູ້ເປັນເຈົ້າ ແລະ ພຣະຜູ້ໄຖ່ຂອງເຮົາ, ພຣະເຢຊູຄຣິດ.
ຂ້າພະເຈົ້າມີຊ່ວງເວລາທີ່ໜ້າສົນໃຈ ຂະນະທີ່ປິດຄຳປາໄສຂອງຂ້າພະເຈົ້າ. ຜູ້ກ່າວທັງເຈັດທ່ານກ່ອນໜ້ານັ້ນ ບໍ່ໄດ້ປິດໃນລັກສະນະຂອງປະເພນີຄວາມເຊື່ອໃນພຣະນາມຂອງພຣະເຈົ້າ. ຂະນະທີ່ຂ້າພະເຈົ້າກ່າວ, ຂ້າພະເຈົ້າໄດ້ຄິດວ່າ, “ເຮົາພຽງແຕ່ກ່າວຂອບໃຈ ແລະ ນັ່ງລົງເທົ່ານັ້ນບໍ, ຫລື ເຮົາຄວນປິດດ້ວຍຄຳວ່າ ‘ໃນພຣະນາມຂອງພຣະເຢຊູຄຣິດ’?” ຂ້າພະເຈົ້າຈື່ໄດ້ວ່າ ຂ້າພະເຈົ້າເປັນໃຜ, ແລະ ຂ້າພະເຈົ້າຮູ້ວ່າ ພຣະຜູ້ເປັນເຈົ້າຢາກໃຫ້ຂ້າພະເຈົ້າກ່າວພຣະນາມຂອງພຣະອົງ ໃນທ້າຍຂ່າວສານຂອງຂ້າພະເຈົ້າ. ສະນັ້ນຂ້າພະເຈົ້າຈຶ່ງໄດ້ເຮັດ. ເມື່ອຄິດຄືນຫລັງ, ມັນເປັນໂອກາດຂອງຂ້າພະເຈົ້າທີ່ຈະສະແດງຄວາມເຊື່ອຂອງຂ້າພະເຈົ້າ, ແລະ ຂ້າພະເຈົ້າມີເສລີພາບທາງສາດສະໜາທີ່ຈະກ່າວເປັນພະຍານເຖິງພຣະນາມທີ່ສັກສິດຂອງພຣະອົງ.
ສາມ. ສາດສະໜາດົນໃຈຜູ້ຄົນໃຫ້ຊ່ວຍເຫລືອກັນ.
ເມື່ອສາດສະໜາໄດ້ຮັບພື້ນທີ່ ແລະ ອິດສະລະເພື່ອຈະເລີນຮຸ່ງເຮືອງ, ຜູ້ທີ່ເຊື່ອຈະເຮັດການຮັບໃຊ້ທີ່ລຽບງ່າຍ ແລະ ບາງຄັ້ງຢ່າງກ້າຫານ. ວະລີໜຶ່ງຂອງຊາວຢິວສະໄໝບູຮານ “tikkun olam,” ໝາຍເຖິງ “ເພື່ອສ້ອມແປງ ຫລື ເພື່ອປິ່ນປົວໂລກ,” ໄດ້ສະທ້ອນໃຫ້ເຫັນໃນທຸກວັນນີ້ ເຖິງຄວາມພະຍາຍາມຂອງຜູ້ຄົນຢ່າງຫລວງຫລາຍ. ເຮົາໄດ້ຮ່ວມມືກັບອົງການກຸສົນກາໂຕລິກ, ທີ່ເອີ້ນວ່າ Caritas Internationalis; Islamic Relief, ແລະ ອົງການຕ່າງໆຂອງຊາວຢິວ, ຊາວຮິນດູ, ຊາວພຸດ, ຊາວຊິກ, ແລະ ຊາວຄຣິດ ເຊັ່ນ Salvation Army ແລະ National Christian Foundation. ຮ່ວມກັນ ພວກເຮົາໄດ້ຊ່ວຍເຫລືອຄົນຍາກຈົນຫລາຍລ້ານຄົນ, ເມື່ອບໍ່ດົນມານີ້ ໄດ້ຊ່ວຍເຫລືອຊາວອົບພະຍົບຫລົບໄພໂດຍການບໍລິຈາກຜ້າເຕັ້ນ, ຖົງນອນ, ແລະ ສະບຽງອາຫານ,20 ແລະ ການບໍລິຈາກຢາວັກຊີນ, ລວມທັງໂປລິໂອ,21 ແລະ ໂຄວິດ,22 ສິ່ງທີ່ກຳລັງເຮັດຢູ່ແມ່ນມີຫລາຍ, ແຕ່ຄວາມຕ້ອງການກໍມີຫລາຍຄືກັນ.
ບໍ່ຕ້ອງສົງໄສ, ຜູ້ຄົນທີ່ມີສັດທາ, ທຳງານດ້ວຍກັນ, ຈະສາມາດເຮັດສິ່ງທີ່ສຳຄັນໄດ້. ໃນເວລາດຽວກັນ, ການຮັບໃຊ້ແບບຕົວຕໍ່ຕົວ ມັກຈະບໍ່ໄດ້ຖືກໂຄສະນາ ແຕ່ປ່ຽນຊີວິດຢ່າງງຽບໆ.
ຂ້າພະເຈົ້ານຶກເຖິງຕົວຢ່າງຢູ່ໃນລູກາ ຕອນພຣະເຢຊູຄຣິດເອື້ອມໄປຫາແມ່ໝ້າຍຂອງນາອິນ. ພຣະເຢຊູ, ພ້ອມດ້ວຍຜູ້ຕິດຕາມກຸ່ມໜຶ່ງ, ໄດ້ມາເຖິງຂະບວນແຫ່ສົບລູກຊາຍຄົນດຽວຂອງແມ່ໝ້າຍ. ປາດສະຈາກລາວ, ນາງຄົງປະສົບກັບຄວາມພິນາດທາງຈິດໃຈ, ທາງວິນຍານ, ແລະ ແມ່ນແຕ່ທາງການເງິນ. ພຣະເຢຊູ, ໂດຍທີ່ເຫັນນາງເຕັມດ້ວຍນ້ຳຕາ, ໄດ້ກ່າວວ່າ, “ຢ່າຮ້ອງໄຫ້ເລີຍ.”23 ແລ້ວພຣະອົງກໍຫຍັບເຂົ້າໄປໃກ້ບາຍຫີບສົບ, ແລະ ພວກທີ່ຫາມຫີບກໍຢຸດຢືນ.
“ຊາຍໜຸ່ມເອີຍ,” ພຣະອົງບັນຊາ, “ເຮົາສັ່ງເຈົ້າ, ຈົ່ງລຸກຂຶ້ນ.
“ແລ້ວຄົນທີ່ຕາຍນັ້ນ ກໍລຸກຂຶ້ນນັ່ງ, ແລະ ໄດ້ເລີ່ມຕົ້ນເວົ້າ. [ພຣະເຢຊູ] ຈຶ່ງມອບຊາຍຄົນນັ້ນໃຫ້ແມ່ຂອງລາວ.”24
ການນຳຄົນຕາຍກັບຄືນມາແມ່ນປະຕິຫານ, ແຕ່ທຸກການກະທຳດ້ວຍຄວາມເມດຕາ ແລະ ຄວາມຫ່ວງໃຍຕໍ່ບາງຄົນທີ່ກຳລັງດີ້ນລົນ ເປັນວິທີຂອງພັນທະສັນຍາ ທີ່ເຮົາແຕ່ລະຄົນກໍສາມາດ “[ໄປ] ທຸກຫົນທຸກແຫ່ງ ເຮັດຄຸນງາມຄວາມດີ,” ໂດຍທີ່ຮູ້ວ່າ “ພຣະເຈົ້າ [ຊົງສະຖິດ] ຢູ່ກັບ [ເຮົາ].”25
ແລະ ສີ່. ເສລີພາບທາງສາດສະໜາເປັນພະລັງທີ່ລວມເຂົ້າກັນເປັນໜຶ່ງ ເພື່ອສ້າງຄຸນຄ່າ ແລະ ສິນທຳ.
ໃນພຣະຄຳພີໃໝ່ ເຮົາອ່ານເລື່ອງທີ່ຫລາຍຄົນໄດ້ໜີຈາກພຣະເຢຊູຄຣິດ, ເວົ້າຈົ່ມກ່ຽວກັບຄຳສອນຂອງພຣະອົງ, “ຄຳເວົ້ານີ້ຮຸນແຮງໂພດ; ຜູ້ໃດຈະເຂົ້າໃຈໄດ້?”26
ທຸກວັນນີ້ຄຳເວົ້ານັ້ນຍັງໄດ້ຍິນຈາກຜູ້ທີ່ສະແຫວງຫາທີ່ຈະຂັບໄລ່ສາດສະໜາ ຈາກການປ່າວປະກາດ ແລະ ການມີອິດທິພົນ. ຖ້າບໍ່ມີສາດສະໜາມາຊ່ວຍສ້າງອຸປະນິໄສ ແລະ ໄກ່ເກ່ຍໃນຍາມລຳບາກ, ແລ້ວໃຜຈະເປັນຜູ້ເຮັດ? ໃຜຈະສິດສອນຄວາມຊື່ສັດ, ຄວາມກະຕັນຍູ, ແລະ ຄວາມອົດທົນ? ໃຜຈະສະແດງຄວາມໃຈບຸນ, ຄວາມເຫັນອົກເຫັນໃຈ, ແລະ ຄວາມເມດຕາຕໍ່ຜູ້ທີ່ຖືກລືມໄລ ແລະ ຜູ້ທີ່ຖືກກົດຂີ່? ໃຜຈະໂອບກອດຜູ້ທີ່ແຕກຕ່າງ ແຕ່ສົມຄວນໄດ້ຮັບ, ເຊັ່ນກັນກັບລູກໆທຸກຄົນຂອງພຣະເຈົ້າ? ໃຜຈະເປີດອ້ອມແຂນຕໍ່ຄົນຂັດສົນ ແລະ ບໍ່ສະແຫວງຫາການຕອບແທນ? ໃຜຈະເຄົາລົບຄວາມສະຫງົບສຸກ ແລະ ເຊື່ອຟັງກົດໝາຍ ຫລາຍກວ່າກະແສຂອງທຸກວັນນີ້? ໃຜຈະຕອບຮັບຄຳອ້ອນວອນຂອງພຣະຜູ້ຊ່ວຍໃຫ້ລອດທີ່ວ່າ “ທ່ານຈົ່ງໄປເຮັດຢ່າງນັ້ນເໝືອນກັນ”?27
ພວກເຮົານັ້ນເອງ! ແມ່ນແລ້ວ, ອ້າຍເອື້ອຍນ້ອງທັງຫລາຍ, ພວກເຮົານັ້ນເອງ.
ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ສະໜັບສະໜູນອຸດົມການຂອງເສລີພາບທາງສາດສະໜາ. ມັນເປັນການສະແດງອອກເຖິງຫລັກທຳແຫ່ງອຳເພີໃຈທີ່ພຣະເຈົ້າໄດ້ປະທານໃຫ້.
ເສລີພາບທາງສາດສະໜານຳຄວາມສົມດູນມາສູ່ປັດຊະຍາທີ່ແຂ່ງຂັນກັນ. ຄວາມດີຂອງສາດສະໜາ, ການເຂົ້າເຖິງຂອງມັນ, ແລະ ການກະທຳດ້ວຍຄວາມຮັກແຕ່ລະວັນ ທີ່ສາດສະໜາດົນໃຈ ຈະເພີ່ມທະວີຂຶ້ນພຽງແຕ່ເມື່ອເຮົາປົກປ້ອງເສລີພາບທີ່ຈະກ່າວ ແລະ ກະທຳ ຕາມຫລັກຄວາມເຊື່ອເທົ່ານັ້ນ.
ຂ້າພະເຈົ້າເປັນພະຍານວ່າ ປະທານຣະໂຊ ເອັມ ແນວສັນ ເປັນສາດສະດາທີ່ມີຊີວິດຢູ່ຂອງພຣະເຈົ້າ. ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູຄຣິດເປັນຜູ້ນຳພາ ແລະ ຊີ້ນຳສາດສະໜາຈັກນີ້. ພຣະອົງໄດ້ຊົດໃຊ້ແທນບາບຂອງເຮົາ, ໄດ້ຖືກຄຶງຢູ່ເທິງໄມ້ກາງແຂນ, ແລະ ໄດ້ຟື້ນຄືນພຣະຊົນໃນມື້ທີສາມ.28 ເພາະພຣະອົງ, ເຮົາຈຶ່ງສາມາດມີຊີວິດອີກຕະຫລອດຊົ່ວນິລັນດອນ; ແລະ ຜູ້ທີ່ມີຄວາມປາດຖະໜາ ຈະໄດ້ຢູ່ກັບພຣະບິດາຜູ້ສະຖິດໃນສະຫວັນຂອງເຮົາ. ຂ້າພະເຈົ້າຂໍປະກາດຄວາມຈິງນີ້ຕະຫລອດທົ່ວໂລກ. ຂ້າພະເຈົ້າກະຕັນຍູສຳລັບເສລີພາບທີ່ຈະເຮັດເຊັ່ນນັ້ນ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.