“ເວລານັ້ນເຮົາຈະເຮັດໃຫ້ສິ່ງທີ່ອ່ອນແອນັ້ນກັບມາເຂັ້ມແຂງ”
ເມື່ອເຮົາຖ່ອມຕົວ ແລະ ໃຊ້ສັດທາໃນພຣະເຢຊູຄຣິດ, ພຣະຄຸນຂອງພຣະຄຣິດ ແລະ ການເສຍສະລະຊົດໃຊ້ອັນບໍ່ມີຂອບເຂດຂອງພຣະອົງ ຈະເຮັດໃຫ້ເປັນໄປໄດ້ທີ່ຈະປ່ຽນແປງ.
ປະທານທອມມັສ ແອັສ ມອນສັນ ຄັ້ງໜຶ່ງໄດ້ເລົ່າເລື່ອງໜຶ່ງກ່ຽວກັບຜູ້ຄຸມຄຸກຊື່ ຄະລິນຕັນ ດັບຟີ ໃຫ້ຟັງ. “ໃນຊຸມປີ 1940 ແລະ 1950, [ທ່ານດັບຟີຜູ້ຄຸມຄຸກ] ມີຊື່ສຽງສຳລັບຄວາມພະຍາຍາມຂອງເພິ່ນໃນການດັດສ້າງຜູ້ຊາຍຢູ່ໃນຄຸກຂອງເພິ່ນ. ນັກວິຈານຄົນໜຶ່ງໄດ້ກ່າວວ່າ, ‘ທ່ານຮູ້ບໍວ່າ ເສືອດາວຈະປ່ຽນລາຍຂອງມັນບໍ່ໄດ້!’
“ທ່ານດັບຟີໄດ້ຕອບວ່າ, ‘ທ່ານຄວນຮູ້ວ່າ ຂ້າພະເຈົ້າບໍ່ໄດ້ດັດສ້າງເສືອດາວ. ຂ້າພະເຈົ້າດັດສ້າງຜູ້ຊາຍ ແລະ ຜູ້ຊາຍປ່ຽນແປງທຸກວັນ.’”1
ຄຳຕົວະຢ່າງໜຶ່ງທີ່ຍິ່ງໃຫຍ່ທີ່ສຸດຂອງຊາຕານແມ່ນ ຜູ້ຊາຍ ແລະ ຜູ້ຍິງ ບໍ່ສາມາດປ່ຽນແປງໄດ້. ຄວາມບໍ່ຈິງນີ້ໄດ້ຖືກບອກເລົ່າ ແລະ ເລົ່າຄືນໃນຫລາຍວິທີທາງ ດັ່ງທີ່ຊາວໂລກເວົ້າວ່າ ເຮົາບໍ່ສາມາດປ່ຽນແປງໄດ້—ຫລື ຮ້າຍກວ່ານັ້ນ, ວ່າເຮົາບໍ່ຄວນປ່ຽນແປງ. ເຮົາໄດ້ຖືກສິດສອນວ່າ ສະຖານະການຂອງເຮົາເປັນສິ່ງກຳນົດເຮົາ. ເຮົາຄວນ “ຍອມຮັບຜູ້ທີ່ເຮົາເປັນຢູ່,” ຊາວໂລກກ່າວ, “ແລະ ໃຫ້ເປັນຕົວຂອງເຮົາເອງ.”
ເຮົາສາມາດປ່ຽນແປງໄດ້
ເຖິງແມ່ນວ່າການເປັນຕົວຂອງເຮົາເອງເປັນສິ່ງດີ, ແຕ່ເຮົາຄວນເປັນຕົວຂອງເຮົາເອງຢ່າງແທ້ຈິງ, ໃນຖານະບຸດ ແລະ ທິດາຂອງພຣະເຈົ້າ ດ້ວຍທຳມະຊາດແຫ່ງສະຫວັນ ແລະ ຕໍ່ຈຸດໝາຍປາຍທາງ ທີ່ຈະກາຍເປັນເໝືອນດັ່ງພຣະອົງ.2 ຖ້າເປົ້າໝາຍຂອງເຮົາຄືຕ້ອງເປັນຈິງຕໍ່ທຳມະຊາດແຫ່ງສະຫວັນ ແລະ ຈຸດໝາຍປາຍທາງນີ້, ແລ້ວເຮົາທຸກຄົນຈະຕ້ອງໄດ້ປ່ຽນແປງ. ຄຳໜຶ່ງໃນພຣະຄຳພີສຳລັບການປ່ຽນແປງແມ່ນ ການກັບໃຈ. ປະທານຣະໂຊ ເອັມ ແນວສັນ ສິດສອນວ່າ, “ຜູ້ຄົນຢ່າງຫລວງຫລາຍຄິດວ່າ ການກັບໃຈເປັນການລົງໂທດ—ເປັນບາງສິ່ງທີ່ຕ້ອງຫລີກເວັ້ນ ນອກຈາກໃນສະພາບການທີ່ຮ້າຍແຮງເທົ່ານັ້ນ. … ເມື່ອພຣະເຢຊູຂໍໃຫ້ທ່ານ ແລະ ຂ້າພະເຈົ້າ ‘ກັບໃຈ,’ ພຣະອົງໄດ້ເຊື້ອເຊີນເຮົາໃຫ້ປ່ຽນ.”3
ເງື່ອນໄຂຂອງພຣະເຈົ້າ
ຜູ້ພັດທະນາຊອບແວຄອມພິວເຕີໄດ້ໃຊ້ເງື່ອນໄຂເພື່ອສັ່ງໃຫ້ຄອມພິວເຕີທຳງານ. ສິ່ງເຫລົ່ານີ້ບາງເທື່ອເອີ້ນວ່າຄຳສັ່ງ ຖ້າ-ແລ້ວ. ເຊັ່ນດຽວກັບ, ຖ້າ x ເປັນຈິງ, ແລ້ວໃຫ້ເຮັດ y.
ພຣະຜູ້ເປັນເຈົ້າກໍດຳເນີນການຜ່ານທາງເງື່ອນໄຂຕ່າງໆ: ເງື່ອນໄຂຂອງສັດທາ, ເງື່ອນໄຂຂອງຄວາມຊອບທຳ, ເງື່ອນໄຂຂອງການກັບໃຈ. ມີຫລາຍຕົວຢ່າງກ່ຽວກັບເງື່ອນໄຂຈາກພຣະເຈົ້າ ດັ່ງເຊັ່ນ:
“ຖ້າ ເຈົ້າຮັກສາບັນຍັດຂອງເຮົາ ແລະ ອົດທົນຈົນເຖິງທີ່ສຸດ [ແລ້ວ] ເຈົ້າຈະມີຊີວິດນິລັນດອນ, ຊຶ່ງເປັນຂອງປະທານອັນຍິ່ງໃຫຍ່ທີ່ສຸດໃນຂອງປະທານທັງໝົດຂອງພຣະເຈົ້າ.”4
ຫລື “ຖ້າ ຫາກທ່ານທູນຖາມດ້ວຍໃຈຈິງ, ດ້ວຍເຈດຕະນາອັນແທ້ຈິງ, ໂດຍມີສັດທາໃນພຣະຄຣິດ, [ແລ້ວ] ພຣະອົງຈະສະແດງຄວາມຈິງຂອງເລື່ອງນີ້ໃຫ້ປະຈັກແກ່ທ່ານ, ໂດຍອຳນາດຂອງພຣະວິນຍານບໍລິສຸດ.”5
ແມ່ນແຕ່ຄວາມຮັກຂອງພຣະເຈົ້າ, ເຖິງແມ່ນບໍ່ມີຂອບເຂດ ແລະ ສົມບູນແບບ, ແຕ່ກໍຢູ່ພາຍໃຕ້ເງື່ອນໄຂ.6 ຍົກຕົວຢ່າງ:
“ຖ້າ ພວກເຈົ້າເຊື່ອຟັງບັນຍັດຂອງເຮົາ, [ແລ້ວ] ພວກເຈົ້າກໍຈະຕັ້ງຢູ່ໃນຄວາມຮັກຂອງເຮົາ ເໝືອນດັ່ງເຮົາໄດ້ເຊື່ອຟັງບັນຍັດຂອງພຣະບິດາຂອງເຮົາ ແລະ ຕັ້ງຢູ່ໃນຄວາມຮັກຂອງພຣະອົງ.”7
ແອວເດີ ດີ ທອດ ຄຣິສໂຕເຟີສັນ ໄດ້ອະທິບາຍເພີ່ມເຕີມກ່ຽວກັບຄວາມຈິງຂອງພຣະກິດຕິຄຸນນີ້ ເມື່ອເພິ່ນສິດສອນວ່າ: “ບາງຄົນມັກຈະກ່າວດັ່ງຕໍ່ໄປນີ້ວ່າ, ‘ພຣະຜູ້ຊ່ວຍໃຫ້ລອດຮັກເຮົາດັ່ງທີ່ເຮົາເປັນຢູ່,’ ແລະ ແນ່ນອນວ່ານັ້ນກໍເປັນຄວາມຈິງ. ແຕ່ພຣະອົງບໍ່ສາມາດຮັບເອົາເຮົາຈັກຄົນເຂົ້າໄປໃນອານາຈັກຂອງພຣະອົງໄດ້ດັ່ງທີ່ເຮົາເປັນຢູ່, ‘ເພາະວ່າ ສິ່ງທີ່ບໍ່ສະອາດຈະບໍ່ສາມາດ ຢູ່ໃນທີ່ນັ້ນ, ຫລື ຢູ່ໃນທີ່ປະທັບຂອງພຣະອົງ’ [ໂມເຊ 6:57]. ບາບຂອງເຮົາຕ້ອງຖືກແກ້ໄຂກ່ອນ.”8
ສິ່ງທີ່ອ່ອນແອສາມາດກັບມາເຂັ້ມແຂງ
ພອນຂອງການໄດ້ຮັບອຳນາດຂອງພຣະເຈົ້າເພື່ອຊ່ວຍເຮົາປ່ຽນແປງກໍເປັນເງື່ອນໄຂຄືກັນ. ພຣະຜູ້ຊ່ວຍໃຫ້ລອດ, ເມື່ອກ່າວຜ່ານທາງສາດສະດາໂມໂຣໄນ ໃນພຣະຄຳພີມໍມອນ, ໄດ້ສິດສອນວ່າ: “ຖ້າຫາກມະນຸດມາຫາເຮົາ, ເຮົາຈະສະແດງໃຫ້ເຂົາເຫັນຄວາມອ່ອນແອຂອງເຂົາ. ເຮົາຈະມອບຄວາມອ່ອນແອໃຫ້ມະນຸດ ເພື່ອເຂົາຈະໄດ້ຖ່ອມຕົວ; ແລະ ພຣະຄຸນຂອງເຮົາມີພຽງພໍສຳລັບຄົນທັງປວງທີ່ຖ່ອມຕົວຕໍ່ໜ້າເຮົາ; ເພາະຖ້າຫາກເຂົາຖ່ອມຕົວຕໍ່ໜ້າເຮົາ, ແລະ ມີສັດທາໃນເຮົາ, ເວລານັ້ນເຮົາຈະເຮັດໃຫ້ສິ່ງທີ່ອ່ອນແອນັ້ນກັບມາເຂັ້ມແຂງສຳລັບເຂົາ.”9
ເມື່ອຫລຽວເບິ່ງສິ່ງທີ່ພຣະຜູ້ເປັນເຈົ້າກຳລັງສິດສອນເຮົາໃນຂໍ້ນີ້ໃຫ້ລະອຽດຫລາຍຂຶ້ນ, ເຮົາເຫັນວ່າ ທຳອິດພຣະອົງໄດ້ກ່າວວ່າ ພຣະອົງໄດ້ໃຫ້ ຄວາມອ່ອນແອ, ເປັນຄຳເອກະພົດ, ໃຫ້ຊາຍ ແລະ ຍິງ ຊຶ່ງເປັນສ່ວນໜຶ່ງຂອງປະສົບການໃນຊ່ວງມະຕະ ໃນສະພາບທີ່ຕົກຕ່ຳ ແລະ ແຫ່ງກາມມະລົມ. ເຮົາກາຍເປັນຊາຍ ແລະ ຍິງທີ່ມີຈິດໃຈທຳມະດາ ຍ້ອນການຕົກຂອງອາດາມ. ແຕ່ຜ່ານທາງການຊົດໃຊ້ຂອງພຣະເຢຊູຄຣິດ, ເຮົາສາມາດເອົາຊະນະຄວາມອ່ອນແອຂອງເຮົາ, ແລະ ສະພາບການຕົກຂອງເຮົາໄດ້.
ແລ້ວພຣະອົງກ່າວວ່າ ພຣະຄຸນຂອງພຣະອົງມີພຽງພໍ ແລະ ວ່າ ຖ້າ ຫາກເຮົາຈະຖ່ອມຕົວ ແລະ ມີສັດທາໃນພຣະອົງ, ແລ້ວ ພຣະອົງ “ຈະເຮັດໃຫ້ ສິ່ງ ທີ່ອ່ອນແອ [ເປັນຄຳພະຫຸພົດ] ກັບມາເຂັ້ມແຂງສຳລັບ [ເຮົາ].” ໃນອີກຄຳໜຶ່ງ, ເມື່ອເຮົາປ່ຽນແປງສະພາບການຕົກຂອງເຮົາ, ຄວາມອ່ອນແອຂອງເຮົາ, ແລ້ວເຮົາຈະສາມາດປ່ຽນແປງການປະພຶດຂອງເຮົາ, ຄວາມອ່ອນແອຂອງເຮົາ.
ຂໍ້ຮຽກຮ້ອງໃນການປ່ຽນແປງ
ໃຫ້ເຮົາມາທົບທວນຂໍ້ຮຽກຮ້ອງໃນການປ່ຽນແປງອີງຕາມແບບແຜນຂອງພຣະຜູ້ເປັນເຈົ້າ:
ທຳອິດ, ເຮົາຕ້ອງຖ່ອມຕົວ. ເງື່ອນໄຂຂອງພຣະຜູ້ເປັນເຈົ້າສຳລັບການປ່ຽນແປງແມ່ນຄວາມຖ່ອມຕົວ. “ຖ້າ ເຂົາຖ່ອມຕົວຕໍ່ໜ້າເຮົາ,”10 ພຣະອົງກ່າວ. ກົງກັນຂ້າມກັບຄວາມຖ່ອມຕົວແມ່ນຄວາມທະນົງຕົວ. ຄວາມທະນົງຕົວມີຢູ່ເມື່ອເຮົາຄິດວ່າເຮົາຮູ້ຫລາຍກວ່າ—ເມື່ອສິ່ງທີ່ ເຮົາ ຄິດ ຫລື ຮູ້ສຶກສຳຄັນກວ່າສິ່ງທີ່ ພຣະເຈົ້າ ຄິດ ຫລື ຮູ້ສຶກ.
ກະສັດເບັນຢາມິນໄດ້ສິດສອນວ່າ “ມະນຸດທີ່ມີຈິດໃຈທຳມະດາເປັນສັດຕູກັບພຣະເຈົ້າ ແລະ ເປັນມາແລ້ວ, … ຕະຫລອດການ ແລະ ຕະຫລອດໄປ, ເວັ້ນເສຍແຕ່ພວກເຂົາ … ປະຖິ້ມມະນຸດທີ່ມີຈິດໃຈທຳມະດາ ແລະ ກາຍມາເປັນໄພ່ພົນຂອງພຣະເຈົ້າໂດຍການຊົດໃຊ້ຂອງອົງພຣະຄຣິດ, ແລະ ກາຍເປັນຄືກັນກັບເດັກນ້ອຍ, ບອກລອນສອນງ່າຍ, ອ່ອນໂຍນ, [ແລະ] ຖ່ອມຕົວ.”11
ເພື່ອຈະປ່ຽນແປງ, ເຮົາຕ້ອງປະຖິ້ມມະນຸດທີ່ມີຈິດໃຈທຳມະດາ ແລະ ກາຍເປັນຄົນຖ່ອມຕົວ ແລະ ບອກລອນສອນງ່າຍ. ເຮົາຕ້ອງຖ່ອມຕົວພຽງພໍທີ່ຈະເຮັດຕາມສາດສະດາທີ່ມີຊີວິດຢູ່. ຖ່ອມຕົວພຽງພໍທີ່ຈະເຮັດ ແລະ ຮັກສາພັນທະສັນຍາຂອງພຣະວິຫານ. ຖ່ອມຕົວພຽງພໍທີ່ຈະກັບໃຈທຸກວັນ. ເຮົາຕ້ອງຖ່ອມຕົວພຽງພໍທີ່ຈະຢາກປ່ຽນແປງ, ທີ່ຈະ “ຍອມຖວາຍໃຈຂອງເຮົາແດ່ພຣະເຈົ້າ.”12
ສອງ, ເຮົາຕ້ອງມີສັດທາໃນພຣະເຢຊູຄຣິດ. ອີກຄັ້ງ, ພຣະຄຳຂອງພຣະຜູ້ຊ່ວຍໃຫ້ລອດ: “ຖ້າຫາກເຂົາຖ່ອມຕົວຕໍ່ໜ້າເຮົາ, ແລະ ມີສັດທາໃນເຮົາ,”13 ພຣະອົງຈະປະທານພະລັງໃຫ້ເຮົາເພື່ອເອົາຊະນະຄວາມອ່ອນແອຂອງເຮົາ. ຄວາມຖ່ອມຕົວ, ບວກໃສ່ກັບສັດທາໃນພຣະເຢຊູຄຣິດ, ຈະອະນຸຍາດໃຫ້ເຮົາເຂົ້າເຖິງອຳນາດທີ່ຊ່ວຍໃຫ້ສາມາດແຫ່ງພຣະຄຸນຂອງພຣະອົງ ແລະ ຄວາມສົມບູນຂອງພອນທີ່ມີໃຫ້ ເພາະການຊົດໃຊ້ຂອງພຣະອົງ.
ປະທານແນວສັນ ໄດ້ສິດສອນວ່າ “ການກັບໃຈທີ່ແທ້ຈິງເລີ່ມຕົ້ນດ້ວຍສັດທາວ່າ ພຣະເຢຊູຄຣິດມີອຳນາດທີ່ຈະຊຳລະລ້າງ, ປິ່ນປົວ, ແລະ ເພີ່ມຄວາມເຂັ້ມແຂງໃຫ້ເຮົາ. … ມັນແມ່ນສັດທາ ຂອງເຮົາ ທີ່ເປີດອຳນາດຂອງພຣະເຈົ້າ ໃນຊີວິດ ຂອງເຮົາ.”14
ສາມ, ຜ່ານທາງພຣະຄຸນຂອງພຣະອົງ ພຣະອົງສາມາດເຮັດໃຫ້ສິ່ງທີ່ອ່ອນແອກັບມາເຂັ້ມແຂງໄດ້. ຖ້າ ຫາກເຮົາຖ່ອມຕົວ ແລະ ມີສັດທາໃນພຣະເຢຊູຄຣິດ, ແລ້ວ ພຣະຄຸນຂອງພຣະອົງຈະຊ່ວຍໃຫ້ເຮົາສາມາດປ່ຽນແປງໄດ້. ໃນອີກຄຳໜຶ່ງ, ພຣະອົງຈະມອບອຳນາດໃຫ້ເຮົາເພື່ອປ່ຽນແປງ. ມັນເປັນໄປໄດ້ຍ້ອນວ່າ, ດັ່ງທີ່ພຣະອົງກ່າວ, “ພຣະຄຸນຂອງເຮົາມີພຽງພໍສຳລັບຄົນທັງປວງ.”15 ພຣະຄຸນທີ່ເພີ່ມຄວາມເຂັ້ມແຂງ, ທີ່ຊ່ວຍໃຫ້ສາມາດຂອງພຣະອົງ ໄດ້ມອບພະລັງໃຫ້ເຮົາເພື່ອເອົາຊະນະອຸປະສັກ ທັງໝົດ, ການທ້າທາຍ ທັງໝົດ, ແລະ ຄວາມອ່ອນແອ ທັງໝົດ ຂະນະທີ່ເຮົາສະແຫວງຫາທີ່ຈະປ່ຽນແປງ.
ຄວາມອ່ອນແອຫລາຍທີ່ສຸດຂອງເຮົາສາມາດກາຍເປັນພະລັງທີ່ຍິ່ງໃຫຍ່ທີ່ສຸດຂອງເຮົາ. ເຮົາສາມາດປ່ຽນແປງ ແລະ “ກາຍມາເປັນຄົນໃໝ່.”16 ສິ່ງທີ່ອ່ອນແອສາມາດ “ກັບມາເຂັ້ມແຂງສຳລັບ [ເຮົາ]” ແທ້ໆ.17
ພຣະຜູ້ຊ່ວຍໃຫ້ລອດໄດ້ທຳການຊົດໃຊ້ອັນບໍ່ມີຂອບເຂດ ແລະ ເປັນນິລັນດອນຂອງພຣະອົງເພື່ອວ່າເຮົາຈະສາມາດປ່ຽນແປງ, ກັບໃຈ, ແລະ ເປັນຄົນດີຂຶ້ນໄດ້ແທ້ໆ. ເຮົາສາມາດເກີດໃໝ່ໄດ້ແທ້ໆ. ເຮົາສາມາດເອົາຊະນະນິໄສ, ການຕິດແສດ, ແລະ ແມ່ນແຕ່ “ບໍ່ມີໃຈທີ່ຈະກະທຳຄວາມຊົ່ວ.”18 ໃນຖານະບຸດ ແລະ ທິດາຂອງພຣະບິດາຜູ້ສະຖິດໃນສະຫວັນທີ່ຊົງຮັກ, ເຮົາມີພະລັງພາຍໃນຕົວທີ່ຈະປ່ຽນແປງ.
ຕົວຢ່າງຂອງການປ່ຽນແປງ
ພຣະຄຳພີກໍເຕັມໄປດ້ວຍຕົວຢ່າງຂອງຊາຍ ແລະ ຍິງ ຜູ້ໄດ້ປ່ຽນແປງ.
ໂຊໂລ, ຄົນຟາຣີຊາຍ ແລະ ຜູ້ຂົ່ມເຫັງຊາວຄຣິດສະຕຽນສະໄໝບູຮານຢ່າງຮ້າຍແຮງທີ່ສຸດ,19 ໄດ້ກາຍເປັນໂປໂລ, ອັກຄະສາວົກຂອງພຣະຜູ້ເປັນເຈົ້າ ພຣະເຢຊູຄຣິດ.
ແອວມາ ໄດ້ເປັນປະໂລຫິດຢູ່ໃນສຳນັກຂອງກະສັດໂນອາທີ່ຊົ່ວຮ້າຍ. ເພິ່ນໄດ້ຍິນຄຳເວົ້າຂອງອະບີນາໄດ, ໄດ້ກັບໃຈໂດຍສົມບູນ, ແລະ ໄດ້ກາຍເປັນໜຶ່ງໃນບັນດາຜູ້ສອນສາດສະໜາທີ່ຍິ່ງໃຫຍ່ທີ່ສຸດໃນພຣະຄຳພີມໍມອນ.
ແອວມາ ລູກຊາຍຂອງເພິ່ນໄດ້ໃຊ້ເວລາໃນໄວໜຸ່ມຂອງລາວສະແຫວງຫາທີ່ຈະທຳລາຍສາດສະໜາຈັກ. ລາວເປັນຜູ້ໜຶ່ງທີ່ “ຊົ່ວຮ້າຍແທ້ໆໃນຄົນບາບ”20 ຈົນກະທັ້ງລາວໄດ້ປ່ຽນແປງ ແລະ ກາຍເປັນຜູ້ສອນສາດສະໜາທີ່ມີພະລັງດ້ວຍຄວາມພະຍາຍາມຂອງລາວເອງ.
ໂມເຊ ໄດ້ຖືກຮັບເອົາໄປລ້ຽງເປັນລູກບຸນທຳຢູ່ໃນຄອບຄົວຂອງຟາໂຣ ແລະ ໄດ້ຖືກລ້ຽງດູຢ່າງຫລູຫລາໃນຖານະເຈົ້າຊາຍແຫ່ງເອຢິບ. ແຕ່ເມື່ອເພິ່ນເຂົ້າໃຈວ່າເພິ່ນເປັນໃຜ ແລະ ຮຽນຮູ້ກ່ຽວກັບຈຸດໝາຍປາຍທາງອັນສູງສົ່ງຂອງເພິ່ນ, ເພິ່ນໄດ້ປ່ຽນແປງ ແລະ ກາຍເປັນຜູ້ໃຫ້ກົດທີ່ຍິ່ງໃຫຍ່ຂອງພຣະຄຳພີເດີມ.21
ພໍ່ຕູ້ຂອງພັນລະຍາຂອງຂ້າພະເຈົ້າ ເຈມສ໌ ບີ ຄີເຊີ ໄດ້ປະທັບໃຈຂ້າພະເຈົ້າສະເໝີມາກ່ຽວກັບການປ່ຽນແປງອັນໃຫຍ່ຫລວງໃນໃຈຂອງເພິ່ນ.22 ເພິ່ນໄດ້ເກີດຈາກບັນພະບຸລຸດຜູ້ບຸກເບີກໄພ່ພົນຍຸກສຸດທ້າຍທີ່ຊື່ສັດ ໃນຫ່ອມພູເມືອງເຊົາເລັກ ໃນປີ 1906, ເພິ່ນໄດ້ສູນເສຍແມ່ໄປຕອນຍັງນ້ອຍ ແລະ ໄດ້ຕໍ່ສູ້ດີ້ນລົນຕະຫລອດຊ່ວງໄວໜຸ່ມຂອງເພິ່ນ. ໃນຊ່ວງໄວລຸ້ນ ແລະ ໄວໜຸ່ມຂອງເພິ່ນ ເພິ່ນໄດ້ຢູ່ຫ່າງໄກຈາກສາດສະໜາຈັກ, ຊ່ວງໄລຍະນັ້ນເພິ່ນໄດ້ຕິດນິໄສບໍ່ດີຫລາຍຢ່າງ. ເຖິງຢ່າງໃດກໍຕາມ, ເພິ່ນໄດ້ພົບ ແລະ ໄດ້ແຕ່ງງານກັບຜູ້ຍິງທີ່ຊື່ສັດຄົນໜຶ່ງ, ແລະ ພວກເພິ່ນໄດ້ລ້ຽງລູກຫ້າຄົນນຳກັນ.
ໃນປີ 1943, ຫລັງຈາກຫລາຍປີທີ່ຍາກລຳບາກຂອງພາວະເສດຖະກິດຕົກຕ່ຳຄັ້ງໃຫຍ່ ແລະ ລະຫວ່າງສົງຄາມໂລກຄັ້ງທີສອງ, ບາດ, ຊື່ທີ່ໝູ່ເພື່ອນ ແລະ ຄອບຄົວໃຊ້ເອີ້ນເພິ່ນ, ໄດ້ໜີຈາກລັດຢູທາ ແລະ ຍ້າຍໄປຢູ່ເມືອງລອສ ແອງເຈີລິສ, ລັດຄາລິຟໍເນຍ, ເພື່ອຊອກຫາວຽກເຮັດງານທຳ. ໃນຊ່ວງໄລຍະທີ່ຢູ່ຫ່າງໄກຈາກບ້ານ, ເພິ່ນໄດ້ອາໄສຢູ່ກັບເອື້ອຍ ແລະ ອ້າຍເຂີຍ, ຜູ້ຮັບໃຊ້ເປັນອະທິການຂອງຫວອດເຂົາເຈົ້າ.
ດ້ວຍຄວາມຮັກ ແລະ ຕົວຢ່າງຂອງເອື້ອຍ ແລະ ອ້າຍເຂີຍຂອງເພິ່ນ, ເພິ່ນໄດ້ເລີ່ມມີຄວາມສົນໃຈໃນສາດສະໜາຈັກ ແລະ ເລີ່ມຕົ້ນອ່ານພຣະຄຳພີມໍມອນຄືນອີກ ທຸກຄືນກ່ອນເຂົ້ານອນ.
ຄືນໜຶ່ງ, ຂະນະທີ່ເພິ່ນອ່ານ ແອວມາ ບົດທີ 34, ໃຈເພິ່ນຖືກສຳພັດ ຂະນະທີ່ເພິ່ນອ່ານຂໍ້ຄວາມດັ່ງຕໍ່ໄປນີ້:
“ແທ້ຈິງແລ້ວ, ຂ້າພະເຈົ້າຢາກໃຫ້ພວກທ່ານອອກມາ ແລະ ບໍ່ເຮັດໃຈແຂງກະດ້າງອີກຕໍ່ໄປ. …
“ເພາະຈົ່ງເບິ່ງ, ຊີວິດນີ້ເປັນເວລາສຳລັບມະນຸດທີ່ຈະຕຽມພ້ອມເພື່ອພົບກັບພຣະເຈົ້າ; ແທ້ຈິງແລ້ວ, ຈົ່ງເບິ່ງ ວັນແຫ່ງຊີວິດນີ້ເປັນວັນສຳລັບມະນຸດທີ່ຈະສະແດງຜົນງານຂອງຕົນເອງ.”23
ຂະນະທີ່ເພິ່ນອ່ານຂໍ້ເຫລົ່ານັ້ນ, ຄວາມຮູ້ສຶກທີ່ມີພະລັງໄດ້ເກີດຂຶ້ນ ແລະ ເພິ່ນຮູ້ວ່າເພິ່ນຕ້ອງປ່ຽນແປງ, ກັບໃຈ, ແລະ ເພິ່ນຮູ້ວ່າເພິ່ນຄວນເຮັດສິ່ງໃດ. ເພິ່ນໄດ້ລຸກຂຶ້ນຈາກຕຽງນອນ ແລະ ຄຸເຂົ່າເລີ່ມຕົ້ນອະທິຖານ, ໄດ້ອ້ອນວອນພຣະຜູ້ເປັນເຈົ້າຂໍໃຫ້ພຣະອົງອະໄພໃຫ້ເພິ່ນ ແລະ ປະທານພະລັງທີ່ເພິ່ນຕ້ອງການ ເພື່ອຈະໄດ້ປ່ຽນແປງຊີວິດຂອງເພິ່ນ. ຄຳອະທິຖານຂອງເພິ່ນໄດ້ຮັບຄຳຕອບ, ແລະ ຈາກເວລານັ້ນໄປ, ເພິ່ນບໍ່ເຄີຍເຮັດແບບເກົ່າອີກ. ທ່ານບາດໄດ້ຮັບໃຊ້ໃນສາດສະໜາຈັກ ແລະ ເປັນໄພ່ພົນຍຸກສຸດທ້າຍທີ່ຊື່ສັດ ແລະ ອຸທິດຕົນຕະຫລອດຊີວິດຂອງເພິ່ນ. ເພິ່ນໄດ້ປ່ຽນແປງໃນທຸກວິທີທາງ. ຄວາມຄິດ, ຈິດໃຈ, ການກະທຳ, ເພິ່ນໄດ້ປ່ຽນແປງຕົວເອງທັງໝົດ.
ອ້າຍເອື້ອຍນ້ອງທັງຫລາຍ, ຈຸດໝາຍປາຍທາງ ແລະ ຈຸດປະສົງອັນສູງສົ່ງຂອງເຮົາຄື ໃນທີ່ສຸດຈະກາຍເປັນເໝືອນດັ່ງພຣະບິດາເທິງສະຫວັນຂອງເຮົາ ແລະ ພຣະຜູ້ຊ່ວຍໃຫ້ລອດ, ພຣະເຢຊູຄຣິດ. ເຮົາເຮັດສິ່ງນີ້ຂະນະທີ່ເຮົາປ່ຽນແປງ, ຫລື ກັບໃຈ. ເຮົາຮັບເອົາເງົາຂອງພຣະຜູ້ຊ່ວຍໃຫ້ລອດໄວ້ໃນໃບໜ້າ [ຂອງເຮົາ].”24 ເຮົາກາຍເປັນຄົນໃໝ່, ສະອາດ, ແຕກຕ່າງ, ແລະ ເຮົາກໍພະຍາຍາມທຸກວັນ. ບາງເທື່ອອາດຮູ້ສຶກວ່າເດີນໜ້າສອງກ້າວ ແລະ ຖອຍຫລັງໜຶ່ງກ້າວ, ແຕ່ເຮົາກໍສືບຕໍ່ກ້າວເດີນໄປໜ້າໃນຄວາມຖ່ອມຕົວດ້ວຍສັດທາ.
ແລະ ເມື່ອເຮົາຖ່ອມຕົວ ແລະ ໃຊ້ສັດທາໃນພຣະເຢຊູຄຣິດ, ພຣະຄຸນຂອງພຣະຄຣິດ ແລະ ການເສຍສະລະຊົດໃຊ້ອັນບໍ່ມີຂອບເຂດຂອງພຣະອົງ ຈະເຮັດໃຫ້ເປັນໄປໄດ້ທີ່ຈະປ່ຽນແປງ.
ຂ້າພະເຈົ້າເປັນພະຍານ ແລະ ຢືນຢັນວ່າພຣະເຢຊູຄຣິດຄືພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາແທ້ໆ. ພຣະຄຸນຂອງພຣະອົງມີພຽງພໍຢ່າງແນ່ນອນ. ຂ້າພະເຈົ້າປະກາດວ່າ ພຣະອົງເປັນ “ທາງນັ້ນ, ເປັນຄວາມຈິງ, ແລະ ເປັນຊີວິດ.”25 ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.