ພຣະຄຣິດປິ່ນປົວສິ່ງທີ່ແຕກຫັກ
ພຣະອົງສາມາດປິ່ນປົວຄວາມສຳພັນທີ່ແຕກຫັກກັບພຣະເຈົ້າ, ຄວາມສຳພັນທີ່ແຕກຫັກກັບຄົນອື່ນ, ແລະ ພາກສ່ວນຕ່າງໆທີ່ແຕກຫັກໃນຕົວເຮົາເອງ.
ເມື່ອສອງສາມປີກ່ອນ, ຕອນຢູ່ທີ່ການເຕົ້າໂຮມຄອບຄົວ, ທ້າວວິວລຽມ ຫລານຊາຍຂອງຂ້າພະເຈົ້າ ອາຍຸແປດປີ ໄດ້ຖາມລູກຊາຍກົກຂອງພວກເຮົາ, ທ້າວບະຣິດຕັນ, ຖ້າວ່າລາວຢາກຫລິ້ນບານກັບລາວ. ທ້າວບະຣິດຕັນໄດ້ຕອບຢ່າງກະຕືລືລົ້ນວ່າ, “ຫລິ້ນໆ! ອ້າຍຢາກຫລິ້ນ!” ຫລັງຈາກພວກເຂົາໄດ້ຫລິ້ນດົນເຕີບແລ້ວ, ໝາກບານໄດ້ກິ້ງໄປຈາກທ້າວບະຣິດຕັນ, ແລະ ໂດຍບັງເອີນລາວໄດ້ເຮັດໃຫ້ໂຖບູຮານໜ່ວຍໜຶ່ງຂອງພໍ່ຕູ້ແມ່ຕູ້ຂອງລາວແຕກຫັກ.
ທ້າວບະຣິດຕັນຮູ້ສຶກເສຍໃຈ. ຂະນະທີ່ລາວເລີ່ມເກັບຊິ້ນທີ່ແຕກຫັກນັ້ນຢູ່, ທ້າວວິວລຽມ ໄດ້ຍ່າງໄປຫາພີ່ນ້ອງຂອງລາວ ແລະ ໄດ້ຕົບຫລັງຂອງລາວຄ່ອຍໆດ້ວຍຄວາມຮັກ. ແລ້ວລາວໄດ້ປອບໃຈວ່າ, “ບໍ່ຕ້ອງເປັນຫ່ວງ, ອ້າຍບະຣິດຕັນ. ມີເທື່ອໜຶ່ງ ຂ້ອຍກໍໄດ້ເຮັດໃຫ້ບາງສິ່ງໃນບ້ານຂອງພໍ່ຕູ້ແມ່ຕູ້ແຕກຫັກ, ແລະ ແມ່ຕູ້ໄດ້ໂອບກອດຂ້ອຍ ແລະ ໄດ້ບອກຂ້ອຍວ່າ, ‘ບໍ່ເປັນຫຍັງດອກ, ວິວລຽມ. ເຈົ້າມີອາຍຸພຽງຫ້າປີເອງ.’”
ທ້າວບະຣິດຕັນໄດ້ຕອບວ່າ, “ແຕ່, ວິວລຽມເອີຍ, ອ້າຍອາຍຸ 23 ປີແລ້ວ!”
ເຮົາສາມາດຮຽນຮູ້ຫລາຍຢ່າງຈາກພຣະຄຳພີກ່ຽວກັບວ່າ, ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ຈະຊ່ວຍເຮົາຈັດການກັບສິ່ງທີ່ແຕກຫັກຕ່າງໆໃນຊີວິດຂອງເຮົາ ດ້ວຍຄວາມສຳເລັດໄດ້ແນວໃດ, ບໍ່ວ່າເຮົາຈະມີອາຍຸເທົ່າໃດກໍຕາມ. ພຣະອົງສາມາດປິ່ນປົວຄວາມສຳພັນທີ່ແຕກຫັກກັບພຣະເຈົ້າ, ຄວາມສຳພັນທີ່ແຕກຫັກກັບຄົນອື່ນ, ແລະ ພາກສ່ວນຕ່າງໆທີ່ແຕກຫັກໃນຕົວເຮົາເອງ.
ຄວາມສຳພັນທີ່ແຕກຫັກກັບພຣະເຈົ້າ
ຂະນະທີ່ພຣະຜູ້ຊ່ວຍໃຫ້ລອດກຳລັງສິດສອນຢູ່ໃນພຣະວິຫານ, ມີຍິງຄົນໜຶ່ງຖືກພາມາຫາພຣະອົງໂດຍພວກທຳມະຈານ ແລະ ພວກຟາຣີຊາຍ. ເຮົາບໍ່ຮູ້ຈັກເລື່ອງລາວທັງໝົດຂອງນາງ, ພຽງແຕ່ວ່ານາງ “ຖືກຈັບໃນຖານຫລິ້ນຊູ້.”1 ສ່ວນຫລາຍແລ້ວ ພຣະຄຳພີຈະໃຫ້ເຫັນພຽງແຕ່ສ່ວນນ້ອຍໆຂອງຊີວິດຂອງຄົນບາງຄົນ, ແລະ ອີງຕາມສ່ວນນັ້ນ, ບາງເທື່ອເຮົາກໍມັກຈະສັນລະເສີນ ຫລື ກ່າວໂທດ. ບໍ່ມີຊີວິດຂອງຄົນໃດສາມາດຖືກເຂົ້າໃຈໄດ້ ໂດຍວິນາທີດຽວ ຫລື ໂດຍຄວາມຜິດຫວັງທີ່ໜ້າເສຍໃຈເທື່ອດຽວຕໍ່ສາທາລະນະຊົນ. ຈຸດປະສົງຂອງເລື່ອງລາວພຣະຄຳພີເຫລົ່ານີ້ ແມ່ນເພື່ອຊ່ວຍໃຫ້ເຮົາເຫັນວ່າ ພຣະເຢຊູຄຣິດຄືຄຳຕອບໃນເວລານັ້ນ, ແລະ ພຣະອົງກໍຄືຄຳຕອບໃນເວລານີ້. ພຣະອົງຮູ້ຈັກເລື່ອງລາວທັງໝົດຂອງເຮົາ ແລະ ສິ່ງທີ່ເຮົາທົນທຸກທໍລະມານ, ທັງຮູ້ຈັກຄວາມສາມາດ ແລະ ຄວາມອ່ອນແອຂອງເຮົາ.
ຄຳຕອບຂອງພຣະຄຣິດ ຕໍ່ທິດາທີ່ລ້ຳຄ່າຂອງພຣະເຈົ້າຄົນນີ້ແມ່ນວ່າ “ເຮົາກໍບໍ່ລົງໂທດເຈົ້າເໝືອນກັນ: ຈົ່ງໄປສາ ຕໍ່ໄປຢ່າເຮັດບາບອີກ.”2 ໃນອີກວິທີໜຶ່ງທີ່ຈະກ່າວຄຳວ່າ “ຈົ່ງໄປສາ ຕໍ່ໄປຢ່າເຮັດບາບອີກ” ກໍແມ່ນວ່າ “ຈົ່ງໄປ ແລະ ປ່ຽນແປງສາ.” ພຣະຜູ້ຊ່ວຍໃຫ້ລອດໄດ້ເຊື້ອເຊີນນາງໃຫ້ກັບໃຈ: ໃຫ້ປ່ຽນແປງພຶດຕິກຳຂອງນາງ, ຄົນທີ່ນາງຮູ້ຈັກ, ວິທີທີ່ນາງໄດ້ຮູ້ສຶກກ່ຽວກັບຕົວນາງເອງ, ຫົວໃຈຂອງນາງ.
ເປັນເພາະພຣະຄຣິດ, ການຕັດສິນໃຈຂອງເຮົາທີ່ຈະ “ໄປ ແລະ ປ່ຽນແປງສາ” ກໍສາມາດອະນຸຍາດໃຫ້ເຮົາ “ໄປ ແລະ ຫາຍດີສາ,” ນຳອີກ ເພາະພຣະອົງຄືແຫລ່ງຂອງການປິ່ນປົວທຸກສິ່ງທີ່ແຕກຫັກໃນຊີວິດຂອງເຮົາ. ໃນຖານະພຣະຜູ້ເປັນກາງ ແລະ ຜູ້ວິງວອນກັບພຣະບິດາແທນເຮົາ ທີ່ຍິ່ງໃຫຍ່, ພຣະຄຣິດຊຳລະ ແລະ ຟື້ນຟູຄວາມສຳພັນທີ່ແຕກຫັກ—ສຳຄັນຫລາຍທີ່ສຸດ, ຄວາມສຳພັນຂອງເຮົາກັບພຣະເຈົ້າ.
ການແປຂອງໂຈເຊັບ ສະມິດ ເຮັດໃຫ້ມັນແຈ້ງຊັດວ່າ ຜູ້ຍິງຄົນນັ້ນ ໄດ້ ເຮັດຕາມຄຳແນະນຳຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ໄດ້ປ່ຽນແປງຊີວິດຂອງນາງ: “ແລະ ຜູ້ຍິງຄົນນັ້ນໄດ້ສັນລະເສີນພຣະເຈົ້ານັບຕັ້ງແຕ່ຊົ່ວໂມງນັ້ນເປັນຕົ້ນໄປ, ແລະ ໄດ້ເຊື່ອໃນພຣະນາມຂອງພຣະອົງ.”3 ໜ້າເສຍດາຍທີ່ເຮົາບໍ່ຮູ້ຈັກຊື່ຂອງນາງ ຫລື ລາຍລະອຽດອື່ນໆ ກ່ຽວກັບຊີວິດຂອງນາງຫລັງຈາກເວລານັ້ນ ເພາະມັນຈະຕ້ອງຮຽກຮ້ອງຄວາມຕັ້ງໃຈ, ຄວາມຖ່ອມຕົວ, ແລະ ສັດທາຢ່າງຫລວງຫລາຍໃນພຣະເຢຊູຄຣິດ ເພື່ອໃຫ້ນາງກັບໃຈ ແລະ ປ່ຽນແປງ. ສິ່ງທີ່ເຮົາຮູ້ກໍແມ່ນວ່າ ນາງໄດ້ເປັນຜູ້ຍິງທີ່ “ໄດ້ເຊື່ອໃນພຣະນາມຂອງພຣະອົງ” ດ້ວຍຄວາມເຂົ້າໃຈວ່າ ນາງບໍ່ໄດ້ຢູ່ໄກເກີນການເອື້ອມອອກໄປຂອງການເສຍສະລະອັນເປັນນິດ ແລະ ນິລັນດອນຂອງພຣະອົງ.
ຄວາມສຳພັນທີ່ແຕກຫັກກັບຄົນອື່ນ
ໃນ ລູກາ ບົດທີ 15 ເຮົາອ່ານຄຳອຸປະມາເລື່ອງຊາຍຄົນໜຶ່ງທີ່ມີລູກຊາຍຢູ່ສອງຄົນ. ລູກຜູ້ເປັນນ້ອງໄດ້ຂໍໃຫ້ພໍ່ຂອງຕົນແບ່ງຊັບສິນສ່ວນທີ່ຈະຕົກເປັນຂອງລາວ, ໄດ້ອອກເດີນທາງໄປທ່ຽວແດນໄກ, ແລະ ໄດ້ຜານຊັບສິນຂອງຕົນໃນການຢູ່ກິນຢ່າງຟຸມເຟືອຍ.4
“ຫລັງຈາກລາວໄດ້ໃຊ້ຈ່າຍຊັບຈົນໝົດກ້ຽງແລ້ວ ກໍເກີດການອຶດຢາກອັນຮ້າຍແຮງທົ່ວປະເທດ, ແລ້ວລາວຕົກຢູ່ໃນຄວາມຂັດສົນ.
“ດັ່ງນັ້ນ ລາວຈຶ່ງໄປຂໍຮັບຈ້າງຢູ່ນຳຄົນໜຶ່ງໃນເມືອງນັ້ນ; ແລະ ຄົນນັ້ນກໍໃຊ້ລາວອອກໄປລ້ຽງໝູທີ່ທົ່ງນາ.
“ລາວຄິດຢາກກິນໝາກຖົ່ວທີ່ໝູກິນໃຫ້ອີ່ມທ້ອງ: ແຕ່ບໍ່ມີຜູ້ໃດເອົາໃຫ້ລາວກິນ.
“ໃນທີ່ສຸດ ລາວກໍສຳນຶກຕົວໄດ້ ແລະ ເວົ້າກັບຕົນເອງວ່າ, ລູກຈ້າງທຸກຄົນຂອງພໍ່ເຮົາ ກໍຍັງມີອາຫານກິນຢ່າງເຫລືອເຟືອ ສ່ວນເຮົາກຳລັງຕາຍຫິວຢູ່ທີ່ນີ້!
“ເຮົາຈະລຸກຂຶ້ນເມືອຫາພໍ່ຂອງເຮົາ ແລະ ເວົ້າວ່າ, ພໍ່ເອີຍ, ລູກໄດ້ເຮັດບາບຕໍ່ສູ້ພຣະເຈົ້າ, ແລະ ຕໍ່ສູ້ພໍ່ແລ້ວ,
“ລູກບໍ່ສົມຄວນທີ່ມີຊື່ວ່າ ເປັນລູກຂອງພໍ່ອີກຕໍ່ໄປ: ແຕ່ຂໍໃຫ້ລູກເປັນເໝືອນລູກຈ້າງຄົນໜຶ່ງຂອງພໍ່.
“ດັ່ງນັ້ນ ລາວຈຶ່ງລຸກຂຶ້ນ ຄືນເມືອຫາພໍ່ຂອງຕົນ. ຂະນະທີ່ຍັງຢູ່ຫ່າງໄກຈາກບ້ານພໍສົມຄວນ, ພໍ່ກໍແນມເຫັນລາວ, ແລ້ວມີຄວາມເມດຕາສົງສານ, ຈຶ່ງແລ່ນອອກໄປກອດລູກໄວ້ດ້ວຍຄວາມຮັກແພງ.”5
ຄວາມຈິງທີ່ພໍ່ໄດ້ແລ່ນອອກໄປຫາລູກຊາຍນັ້ນ, ຂ້າພະເຈົ້າເຊື່ອວ່າ, ເປັນເລື່ອງທີ່ສຳຄັນ. ຄວາມເຈັບປວດສ່ວນຕົວທີ່ລູກຊາຍຄົນນັ້ນ ໄດ້ກໍ່ໃຫ້ເກີດກັບພໍ່ຂອງລາວ ແນ່ນອນວ່າໜັກໜ່ວງ ແລະ ເລິກເຊິ່ງ. ເໝືອນກັນ, ພໍ່ຄົນນັ້ນອາດໄດ້ອັບອາຍແທ້ໆ ໂດຍການກະທຳຂອງລູກຊາຍຂອງລາວ.
ດັ່ງນັ້ນ, ເປັນຫຍັງພໍ່ຈຶ່ງບໍ່ໄດ້ລໍຖ້າໃຫ້ລູກຊາຍຂອງລາວມາຂໍໂທດ? ເປັນຫຍັງລາວຈຶ່ງບໍ່ລໍຖ້າການສະເໜີຂໍທົດແທນ ແລະ ການຄືນດີກ່ອນຈະສະເໜີການໃຫ້ອະໄພ ແລະ ຄວາມຮັກ? ນີ້ເປັນສິ່ງທີ່ຂ້າພະເຈົ້າໄດ້ໄຕ່ຕອງເລື້ອຍໆ.
ພຣະຜູ້ເປັນເຈົ້າສິດສອນເຮົາວ່າ ການໃຫ້ອະໄພຄົນອື່ນເປັນພຣະບັນຍັດສາລະພັນວ່າ: “ເຮົາ, ພຣະຜູ້ເປັນເຈົ້າ, ຈະໃຫ້ອະໄພຜູ້ທີ່ເຮົາຈະໃຫ້ອະໄພ, ແຕ່ພວກເຈົ້າຖືກຮຽກຮ້ອງ ໃຫ້ອະໄພແກ່ມະນຸດທັງປວງ.”6 ການສະເໜີໃຫ້ອະໄພຈະຕ້ອງໃຊ້ຄວາມກ້າຫານ ແລະ ຄວາມຖ່ອມຕົວຢ່າງຫລວງຫລາຍ. ມັນຈະຕ້ອງໃຊ້ເວລານຳອີກ. ມັນຮຽກຮ້ອງໃຫ້ເຮົາວາງສັດທາ ແລະ ການໄວ້ວາງໃຈຂອງເຮົາໄວ້ທີ່ພຣະຜູ້ເປັນເຈົ້າ ຂະນະທີ່ເຮົາຮັບເອົາຄວາມຮັບຜິດຊອບ ສຳລັບສະພາບຂອງຈິດໃຈຂອງເຮົາ. ຄວາມສຳຄັນ ແລະ ພະລັງຂອງອຳເພີໃຈຂອງເຮົາແມ່ນວາງຢູ່ທີ່ນີ້.
ດ້ວຍການບັນຍາຍເຖິງພໍ່ຄົນນີ້ ຢູ່ໃນຄຳອຸປະມາເລື່ອງລູກຊາຍທີ່ເສຍ, ພຣະຜູ້ເປັນເຈົ້າໄດ້ເນັ້ນວ່າ ການໃຫ້ອະໄພເປັນຂອງປະທານທີ່ສູງສົ່ງທີ່ສຸດຢ່າງໜຶ່ງ ທີ່ເຮົາສາມາດມອບໃຫ້ກັນແລະກັນ ແລະ ໂດຍສະເພາະໃຫ້ ຕົວເຮົາເອງ. ການບັນເທົາຫົວໃຈຂອງເຮົາຈາກພາລະໜັກໜ່ວງ ຜ່ານທາງການໃຫ້ອະໄພບໍ່ໄດ້ເປັນເລື່ອງງ່າຍສະເໝີໄປ, ແຕ່ຜ່ານທາງອຳນາດທີ່ເຮັດໃຫ້ເປັນໄປໄດ້ຂອງພຣະເຢຊູຄຣິດ, ມັນເປັນໄປໄດ້.
ພາກສ່ວນຕ່າງໆທີ່ແຕກຫັກໃນຕົວເຮົາເອງ
ໃນ ກິດຈະການ ບົດທີ 3 ເຮົາຮຽນຮູ້ກ່ຽວກັບຊາຍຄົນໜຶ່ງທີ່ວ່າ “ທາງເຂົ້າພຣະວິຫານມີຊື່ວ່າປະຕູງາມ, ມີຊາຍຜູ້ໜຶ່ງເປັນຄົນເປ້ຍມາແຕ່ເກີດ, ແຕ່ລະວັນລາວໄດ້ຖືກຫາມມາວາງໄວ້ທີ່ນັ້ນ, ເພື່ອຂໍທານນຳຄົນທີ່ເຂົ້າໄປໃນພຣະວິຫານ.”7
ຊາຍຂໍທານເປ້ຍຄົນນັ້ນມີອາຍຸສູງກວ່າ 40 ປີ8 ແລະ ໄດ້ໃຊ້ເວລາຕະຫລອດຊີວິດຂອງລາວໃນສະພາບການທີ່ເບິ່ງຄືວ່າບໍ່ມີຄວາມສິ້ນສຸດຂອງຄວາມຕ້ອງການ ແລະ ການລໍຖ້າ, ເພາະລາວໄດ້ເພິ່ງອາໄສຄວາມເພື່ອແຜ່ຂອງຄົນອື່ນ.
ມື້ໜຶ່ງ ເມື່ອລາວໄດ້ເຫັນ “ເປໂຕກັບໂຢຮັນກຳລັງເຂົ້າມາ [ແລະ] ຈຶ່ງຂໍທານນຳສອງຄົນນີ້.
“ເປໂຕ ແລະ ໂຢຮັນໄດ້ຈ້ອງຕາເບິ່ງລາວ ແລະ ເປໂຕກໍກ່າວວ່າ, ຈົ່ງເບິ່ງພວກເຮົາ.
“ດັ່ງນັ້ນລາວຈຶ່ງເບິ່ງເປໂຕ ແລະ ໂຢຮັນໂດຍນຶກວ່າຕົນຈະໄດ້ຮັບສິ່ງໃດສິ່ງໜຶ່ງຈາກຄົນທັງສອງ.
“ຝ່າຍເປໂຕກໍກ່າວແກ່ລາວວ່າ, ເງິນ ແລະ ຄຳເຮົາບໍ່ມີ, ແຕ່ສິ່ງທີ່ເຮົາມີຢູ່ນັ້ນເຮົາຈະໃຫ້ແກ່ເຈົ້າຄື: ໃນພຣະນາມ [ຂອງພຣະເຢຊູຄຣິດ] ໄທນາຊາເຣັດຈົ່ງຍ່າງໄປ.
“ແລ້ວເປໂຕກໍຈັບມືຂວາຂອງຊາຍຄົນນັ້ນ, ດຶງຂຶ້ນ: ໃນທັນໃດນັ້ນຕີນ ແລະ ຂໍ່ຕີນຂອງລາວກໍມີແຮງມາ.
“ລາວໂດດຂຶ້ນຢືນ ແລະ ເລີ່ມຕົ້ນຍ່າງໄປມາ, ແລ້ວລາວກໍເຂົ້າໄປພຣະວິຫານກັບທ່ານທັງສອງ, ທັງຍ່າງທັງເຕັ້ນ, ແລະ ທັງສັນລະເສີນພຣະເຈົ້າ.”9
ຫລາຍເທື່ອເຮົາສາມາດພົບເຫັນຕົວເອງ, ເໝືອນດັ່ງຄົນຂໍທານເປ້ຍຢູ່ທີ່ປະຕູພຣະວິຫານ—“[ກຳລັງ] ລໍຄອຍພຣະເຈົ້າ”10 ຢ່າງອົດທົນ—ຫລື ບາງເທື່ອກໍຢ່າງຮ້ອນຮົນໃຈ. ລໍຄອຍທີ່ຈະໄດ້ຫາຍດີທາງຮ່າງກາຍ ຫລື ທາງອາລົມ. ລໍຄອຍຄຳຕອບທີ່ເຈາະເຂົ້າໄປເຖິງສ່ວນເລິກຂອງຫົວໃຈເຮົາ. ລໍຄອຍສິ່ງມະຫັດສະຈັນ.
ການລໍຄອຍພຣະຜູ້ເປັນເຈົ້າສາມາດເປັນສະຖານທີ່ສັກສິດ—ເປັນສະຖານທີ່ແຫ່ງການຂັດເກົາ ແລະ ການຫລໍ່ຫລອມ ບ່ອນທີ່ເຮົາສາມາດມາຮູ້ຈັກພຣະຜູ້ຊ່ວຍໃຫ້ລອດ ໃນວິທີທາງສ່ວນຕົວທີ່ເລິກເຊິ່ງ. ການລໍຄອຍພຣະຜູ້ເປັນເຈົ້າສາມາດເປັນສະຖານທີ່ ບ່ອນທີ່ເຮົາພົບເຫັນຕົວເອງຖາມວ່າ, “ໂອ້ ພຣະອົງເຈົ້າ, ພຣະອົງຊົງປະທັບຢູ່ບ່ອນໃດ?”11—ບ່ອນທີ່ຄວາມມານະອົດທົນທາງວິນຍານ ຮຽກຮ້ອງໃຫ້ເຮົາໃຊ້ສັດທາໃນພຣະເຢຊູຄຣິດ ໂດຍການເລືອກພຣະອົງດ້ວຍເຈດຕະນາເທື່ອແລ້ວເທື່ອອີກ. ຂ້າພະເຈົ້າຮູ້ຈັກບ່ອນນີ້, ແລະ ຂ້າພະເຈົ້າເຂົ້າໃຈການລໍຄອຍແບບນີ້.
ຂ້າພະເຈົ້າໄດ້ໃຊ້ຫລາຍຊົ່ວໂມງທີ່ນັບບໍ່ຖ້ວນ ຢູ່ໃນສະຖານທີ່ປິ່ນປົວໂຣກມະເລັງ, ໃນການທົນທຸກທໍລະມານຂອງຂ້າພະເຈົ້າ ຮ່ວມກັບຫລາຍຄົນ ທີ່ໄດ້ລໍຖ້າການປິ່ນປົວໃຫ້ຫາຍດີ. ບາງຄົນກໍລອດ; ບາງຄົນກໍບໍ່ລອດ. ຂ້າພະເຈົ້າໄດ້ຮຽນຮູ້ໃນທາງທີ່ເລິກເຊິ່ງວ່າ ການປົດປ່ອຍຈາກການທົດລອງຂອງເຮົາແມ່ນແຕກຕ່າງສຳລັບແຕ່ລະຄົນ, ແລະ ສະນັ້ນຈຸດສຸມຂອງເຮົາຄວນມີໜ້ອຍກ່ຽວກັບ ວິທີ ທີ່ເຮົາຖືກປົດປ່ອຍ ແລະ ກ່ຽວກັບພຣະຜູ້ປົດປ່ອຍເອງຫລາຍກວ່າ. ການເນັ້ນໜັກ ຂອງເຮົາຄວນຢູ່ທີ່ພຣະເຢຊູຄຣິດສະເໝີ!
ການໃຊ້ສັດທາໃນພຣະຄຣິດ ໝາຍຄວາມວ່າການໄວ້ວາງໃຈບໍ່ພຽງແຕ່ໃນພຣະປະສົງຂອງພຣະເຈົ້າເທົ່ານັ້ນ ແຕ່ໃນເວລາຂອງພຣະອົງນຳອີກ. ເພາະພຣະອົງຮູ້ຈັກສິ່ງທີ່ເຮົາຕ້ອງການຢ່າງແນ່ນອນ ແລະ ເວລາທີ່ເຮົາຕ້ອງການມັນຢ່າງຊັດເຈນ. ເມື່ອເຮົາຍອມຕໍ່ພຣະປະສົງຂອງພຣະຜູ້ເປັນເຈົ້າ, ໃນທີ່ສຸດເຮົາກໍຈະໄດ້ຮັບຫລາຍກວ່າສິ່ງທີ່ເຮົາປາດຖະໜາ.
ເພື່ອນທີ່ຮັກແພງຂອງຂ້າພະເຈົ້າ, ເຮົາທຸກຄົນມີບາງສິ່ງໃນຊີວິດຂອງເຮົາທີ່ແຕກຫັກ ທີ່ຕ້ອງແກ້ໄຂ, ສ້ອມແຊມ, ຫລື ປິ່ນປົວໃຫ້ຫາຍດີ. ເມື່ອເຮົາຫັນໄປຫາພຣະຜູ້ຊ່ວຍໃຫ້ລອດ, ເມື່ອເຮົາເຮັດໃຫ້ຫົວໃຈ ແລະ ຈິດໃຈຂອງເຮົາສອດຄ່ອງກັບພຣະອົງ, ເມື່ອເຮົາກັບໃຈ, ພຣະອົງມາຫາເຮົາ “ໂດຍອຳນາດແຫ່ງການປິ່ນປົວຂອງພຣະອົງ,”12 ຈະໂອບກອດເຮົາດ້ວຍຄວາມຮັກ, ແລະ ກ່າວວ່າ, “ບໍ່ເປັນຫຍັງດອກ. ເຈົ້າມີອາຍຸພຽງ 5—ຫລື 16, 23, 48, 64, 91 ປີ ເທົ່ານັ້ນ. ພວກເຮົາສາມາດສ້ອມແຊມມັນນຳກັນໄດ້!”
ຂ້າພະເຈົ້າເປັນພະຍານວ່າ ບໍ່ມີສິ່ງໃດໃນຊີວິດຂອງທ່ານທີ່ແຕກຫັກເກີນກວ່າອຳນາດທີ່ປິ່ນປົວ, ທີ່ໄຖ່, ແລະ ເຮັດໃຫ້ເປັນໄປໄດ້ຂອງພຣະເຢຊູຄຣິດ. ໃນພຣະນາມອັນສັກສິດ ແລະ ບໍລິສຸດຂອງພຣະອົງຜູ້ມີລິດເດດທີ່ຈະປິ່ນປົວ, ພຣະເຢຊູຄຣິດ, ອາແມນ.