ແຜນນີ້ໄດ້ຜົນຢູ່ບໍ?
ຂ້າພະເຈົ້າເປັນພະຍານວ່າ ແຜນແຫ່ງຄວາມສຸກໄດ້ຜົນ. ມັນຖືກສ້າງຂຶ້ນໂດຍພຣະບິດາເທິງສະຫວັນ, ຜູ້ຮັກທ່ານ.
ແຜນນີ້ໄດ້ຜົນຢູ່ບໍ?
ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ສົນທະນາກັບຜູ້ໃຫຍ່ໜຸ່ມຄົນໜຶ່ງ ຜູ້ໄດ້ຮັບໃຊ້ເຜີຍແຜ່ເມື່ອຫລາຍປີກ່ອນ ແລະ ຕອນນີ້ກໍມີສ່ວນຮ່ວມໃນວຽກງານອາຊີບຂອງລາວ. ໃນຫລາຍທາງ, ຊີວິດຂອງລາວກໍເບິ່ງຄືວ່າກຳລັງໄປດ້ວຍດີ. ແຕ່ສັດທາຂອງລາວໄດ້ຊຸດໂຊມລົງ. ລາວກຳລັງຈົມລົງໃນທະເລຂອງຄວາມສົງໄສກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ ແລະ ສາດສະໜາຈັກຂອງພຣະອົງ. ລາວໄດ້ອະທິບາຍວ່າ ລາວບໍ່ໄດ້ຮັບພອນທີ່ລາວຄາດໝາຍໄວ້ຈາກພຣະກິດຕິຄຸນທີ່ຖືກຟື້ນຟູ. ລາວບໍ່ຮູ້ສຶກວ່າແຜນແຫ່ງຄວາມສຸກໄດ້ຜົນໃນຊີວິດຂອງລາວ.
ຂ່າວສານຂອງຂ້າພະເຈົ້າໃນມື້ນີ້ແມ່ນສຳລັບທຸກຄົນທີ່ອາດຮູ້ສຶກຄ້າຍຄືກັນນັ້ນ. ຂ້າພະເຈົ້າກ່າວກັບຜູ້ທີ່ໃນເວລາໜຶ່ງ “ຮູ້ສຶກຢາກຮ້ອງເພງສັນລະເສີນຄວາມຮັກທີ່ໄຖ່” ແຕ່ບໍ່ “ຮູ້ສຶກເຊັ່ນນັ້ນໃນຂະນະນີ້.”1
ພຣະບິດາເທິງສະຫວັນຂອງເຮົາໄດ້ກະກຽມແຜນ ທີ່ດີເລີດສຳລັບຄວາມສຸກນິລັນດອນຂອງເຮົາ. ແຕ່ເມື່ອຊີວິດບໍ່ໄດ້ເປັນໄປຕາມດັ່ງທີ່ເຮົາຫວັງໄວ້, ມັນອາດເບິ່ງຄືວ່າແຜນນີ້ບໍ່ໄດ້ຜົນ.
ບາງທີເຮົາຮູ້ສຶກວິທີທີ່ສານຸສິດຂອງພຣະເຢຊູຮູ້ສຶກ ຕອນພວກເພິ່ນຢູ່ໃນເຮືອ “ຫ່າງໄກຈາກຝັ່ງ ແລະ ຖືກຟອງນ້ຳທະເລສາບຕີພັດໄປມາ: ເພາະເຮືອຕ້ານທວນລົມ.”2
ແລ້ວ, ໃນຕອນເຊົ້າມືດ:
“ພຣະເຢຊູຊົງຍ່າງເທິງໜ້ານ້ຳ.
“ເມື່ອພວກເພິ່ນເຫັນພຣະອົງຍ່າງເທິງໜ້ານ້ຳ ຕ່າງກໍສະທ້ານຢ້ານກົວທີ່ສຸດ, … ຮ້ອງຂຶ້ນດ້ວຍຄວາມຢ້ານ.
“ແຕ່ພຣະເຢຊູໄດ້ກ່າວໂດຍທັນທີ, ຈົ່ງດີໃຈເຖີດ; ແມ່ນເຮົາເອງ, ຢ່າສູ່ຢ້ານ.
“ແລ້ວເປໂຕກໍເວົ້າຂຶ້ນວ່າ, ພຣະອົງເຈົ້າເອີຍ, ຖ້າແມ່ນທ່ານແທ້ ໂຜດສັ່ງໃຫ້ຂ້ານ້ອຍຍ່າງເທິງໜ້ານ້ຳໄປຫາທ່ານແດ່ທ້ອນ.
“ພຣະອົງຕອບວ່າ, ມາແມ. ເປໂຕຈຶ່ງອອກຈາກເຮືອຍ່າງເທິງໜ້ານ້ຳໄປຫາພຣະເຢຊູ.
“ແຕ່ເມື່ອເປໂຕເຫັນລົມພັດແຮງກໍຢ້ານ ແລະ ກຳລັງຈະຈົມລົງ, ລາວຈຶ່ງຮ້ອງຂຶ້ນວ່າ, … ພຣະອົງເຈົ້າເອີຍ, ຊ່ວຍຂ້ານ້ອຍແດ່ທ້ອນ.
“ໃນທັນໃດນັ້ນ ພຣະເຢຊູກໍເດ່ມືອອກໄປຈັບລາວໄວ້ ແລ້ວກ່າວວ່າ, ໂອ້ ຜູ້ມີຄວາມເຊື່ອໜ້ອຍເອີຍ ເປັນຫຍັງຈຶ່ງສົງໄສ?”3
ຂ້າພະເຈົ້າຂໍແບ່ງປັນຫລັກທຳສາມຂໍ້ທີ່ຂ້າພະເຈົ້າຮຽນຮູ້ຈາກເປໂຕກັບທ່ານຊິໄດ້ບໍ? ຂ້າພະເຈົ້າຫວັງວ່າຫລັກທຳເຫລົ່ານີ້ຈະຊ່ວຍທຸກຄົນທີ່ຮູ້ສຶກວ່າ ແຜນແຫ່ງຄວາມສຸກບໍ່ໄດ້ຜົນຢູ່ໃນຊີວິດຂອງຕົນ.
ໜຶ່ງ, ກະທຳດ້ວຍສັດທາໃນພຣະເຢຊູຄຣິດ.
ຂ້າພະເຈົ້າອັດສະຈັນໃຈກັບສັດທາຂອງເປໂຕ. ຕາມຄຳເຊື້ອເຊີນທີ່ລຽບງ່າຍຂອງພຣະເຢຊູ “ມາແມ,” ເພິ່ນກໍໄດ້ຍ່າງອອກຈາກເຮືອທ່າມກາງລົມພະຍຸ. ເພິ່ນເບິ່ງຄືຮູ້ວ່າ ຖ້າຫາກພຣະເຢຊູຄຣິດເຊື້ອເຊີນເພິ່ນໃຫ້ເຮັດບາງສິ່ງເພິ່ນຈະສາມາດເຮັດໄດ້.4 ເປໂຕໄດ້ໄວ້ວາງໃຈໃນພຣະຜູ້ຊ່ວຍໃຫ້ລອດຫລາຍກວ່າທີ່ເພິ່ນໄວ້ວາງໃຈກັບເຮືອຂອງເພິ່ນ. ແລະ ສັດທານັ້ນໄດ້ເຮັດໃຫ້ເພິ່ນມີພະລັງທີ່ຈະກະທຳດ້ວຍຄວາມກ້າຫານໃນສະຖານະການທີ່ກົດດັນ ແລະ ຢ້ານກົວ.
ສັດທາຂອງເປໂຕເຕືອນຂ້າພະເຈົ້າເຖິງປະສົບການໜຶ່ງທີ່ຂ້າພະເຈົ້າໄດ້ຍິນຈາກແອວເດີ ໂຮເຊ ແອວ ອາລອນໂຊ. ບໍ່ດົນຫລັງຈາກລູກຊາຍຂອງແອວເດີ ອາລອນໂຊ ໄດ້ເສຍຊີວິດ, ປະຄອບຄົວທີ່ມີລູກນ້ອຍໄປ, ແອວເດີ ອາລອນໂຊ ໄດ້ຍິນພວກເດັກນ້ອຍລົມກັນ.
“ພວກເຮົາຊິເຮັດແນວໃດ?” ພວກເຂົາຖາມ.
ລູກສາວອາຍຸເກົ້າປີຕອບວ່າ, “ພໍ່ຂອງພວກເຮົາສະບາຍດີ. ເພິ່ນກຳລັງສັ່ງສອນພຣະກິດຕິຄຸນຂອງພຣະເຢຊູຄຣິດ.”
ເຊັ່ນດຽວກັບເປໂຕ, ນາງນ້ອຍຄົນນີ້ໄດ້ເບິ່ງກາຍການທ້າທາຍຂອງນາງ ແລະ ໄວ້ວາງໃຈໃນພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ. ສັດທາໃນພຣະຜູ້ຊ່ວຍໃຫ້ລອດນຳຄວາມສະຫງົບ ແລະ ພະລັງທີ່ຈະກ້າວໄປຂ້າງໜ້າມາໃຫ້.
ຖ້າຫາກທ່ານຫວນຄິດເຖິງຊີວິດຕົວເອງ, ຂ້າພະເຈົ້າເຊື່ອວ່າ ທ່ານຈະເຫັນວ່າ ທ່ານໄດ້ໃຊ້ສັດທາຫລາຍເທື່ອ. ການເຂົ້າຮ່ວມສາດສະໜາຈັກກໍເປັນການກະທຳດ້ວຍສັດທາ. ການເວົ້າກັບພຣະບິດາເທິງສະຫວັນໃນການອະທິຖານກໍເປັນການກະທຳດ້ວຍສັດທາ. ການອ່ານພຣະຄຳພີກໍເປັນການກະທຳດ້ວຍສັດທາ. ການຟັງຂ່າວສານຂອງຂ້າພະເຈົ້າໃນກອງປະຊຸມໃຫຍ່ສາມັນນີ້ກໍເປັນການກະທຳດ້ວຍສັດທາ. ດັ່ງທີ່ປະທານຣະໂຊ ເອັມ ແນວສັນ ເຄີຍໄດ້ກ່າວວ່າ, “ຢ່າໝິ່ນປະໝາດສັດທາທີ່ທ່ານມີຢູ່ແລ້ວ.”5
ອີກບົດຮຽນໜຶ່ງທີ່ຂ້າພະເຈົ້າໄດ້ຮຽນຮູ້ຈາກເປໂຕແມ່ນສິ່ງນີ້:
ໃນຍາມລຳບາກ, ໃຫ້ຫັນຫາພຣະເຢຊູຄຣິດທັນທີ.
ຂະນະທີ່ເພິ່ນຍ່າງໄປຫາພຣະຜູ້ຊ່ວຍໃຫ້ລອດ, ເປໂຕກໍຢ້ານລົມ ແລະ ເພິ່ນເລີ່ມຈົມລົງ. ແຕ່ເມື່ອເປໂຕຮູ້ວ່າກຳລັງເກີດຫຍັງຂຶ້ນ, ເພິ່ນບໍ່ໄດ້ພະຍາຍາມລອຍຈຶ້ງດ້ວຍຕົວເອງ ຫລື ລອຍກັບໄປຫາເຮືອ. ແທນທີ່ຈະປະຖິ້ມສັດທາຂອງເພິ່ນໃນພຣະຄຣິດ, ເພິ່ນໄດ້ຍຶດໝັ້ນໄວ້ແໜ້ນ, ໂດຍຮ້ອງຂຶ້ນວ່າ “ພຣະອົງເຈົ້າເອີຍ ຊ່ວຍຂ້ານ້ອຍແດ່ທ້ອນ.”
“ໃນທັນໃດນັ້ນ ພຣະເຢຊູກໍເດ່ມືອອກໄປຈັບລາວໄວ້.”6
ເຮົາທຸກຄົນຈະປະເຊີນກັບລົມແຮງທີ່ສາມາດສັ່ນສະເທືອນສັດທາຂອງເຮົາ ແລະ ເຮັດໃຫ້ເຮົາຈົມລົງ. ເມື່ອສິ່ງນີ້ເກີດຂຶ້ນ, ຈົ່ງຈື່ຈຳວ່າແຜນແຫ່ງຄວາມສຸກຂອງພຣະບິດາເທິງສະຫວັນມີຊື່ໜຶ່ງອີກວ່າ—ແຜນແຫ່ງການໄຖ່. ແຜນນີ້ບໍ່ແມ່ນເພື່ອໃຫ້ເຮົາເລື່ອນໄປຢ່າງງ່າຍດາຍ, ບໍ່ເຄີຍສະດຸດ, ບໍ່ເຄີຍຈົມລົງ, ມີແຕ່ຮອຍຍິ້ມໃນໃບໜ້າຂອງເຮົາຕະຫລອດ. ພຣະບິດາເທິງສະຫວັນຮູ້ວ່າເຮົາຈະຕ້ອງການ ການໄຖ່. ດ້ວຍເຫດນີ້ພຣະອົງຈຶ່ງໄດ້ກະກຽມແຜນແຫ່ງການໄຖ່ໄວ້ໃຫ້.7 ດ້ວຍເຫດນີ້ພຣະອົງຈຶ່ງໄດ້ສົ່ງພຣະຜູ້ໄຖ່ມາ. ເມື່ອເຮົາຕໍ່ສູ້ດີ້ນລົນ—ບໍ່ວ່າດ້ວຍເຫດຜົນໃດ—ນັ້ນບໍ່ໄດ້ໝາຍຄວາມວ່າ ແຜນນີ້ບໍ່ໄດ້ຜົນ. ນັ້ນແມ່ນເວລາທີ່ເຮົາຕ້ອງການແຜນນີ້ຫລາຍທີ່ສຸດ!
ໃນຊ່ວງເວລາເຫລົ່ານັ້ນ, ຈົ່ງເຮັດຕາມຕົວຢ່າງຂອງເປໂຕ. ໃຫ້ຫັນໄປຫາພຣະຜູ້ຊ່ວຍໃຫ້ລອດທັນທີ.
“ບັດນີ້ຄືເວລາ ແລະ ວັນແຫ່ງຄວາມລອດຂອງພວກທ່ານ. … ຢ່າເລື່ອນວັນແຫ່ງການກັບໃຈຂອງພວກທ່ານເລີຍ.”8
ບໍ່ວ່າເຮົາຈະຢູ່ໃສ ແລະ ເຮົາໄດ້ໄປໃສມາ, ການກັບໃຈເປັນທາງຕໍ່ໄປ. ປະທານແນວສັນໄດ້ສິດສອນວ່າ:
“ບໍ່ມີສິ່ງໃດທີ່ເປັນອິດສະລະ, ຍົກລະດັບຈິດໃຈ, ຫລື ສຳຄັນສຳລັບຄວາມກ້າວໜ້າຂອງເຮົາ ຫລາຍໄປກວ່າການເອົາໃຈໃສ່ທຸກວັນ ຕໍ່ການກັບໃຈເປັນປະຈຳຂອງເຮົາ.
“ບໍ່ວ່າທ່ານກຳລັງເດີນຢູ່ໃນເສັ້ນທາງແຫ່ງພັນທະສັນຍາ ຢ່າງພາກພຽນຫລືບໍ່ກໍຕາມ, ຫລື ໄດ້ເດີນອອກໄປຈາກເສັ້ນທາງ ຫລື ຫລຽວບໍ່ເຫັນເສັ້ນທາງ ຈາກຈຸດທີ່ທ່ານຢູ່ໃນເວລານີ້ຫລືບໍ່ກໍຕາມ, ຂ້າພະເຈົ້າຂໍໃຫ້ທ່ານກັບໃຈ. ສຳພັດພະລັງທີ່ເສີມກຳລັງຂອງການກັບໃຈທຸກວັນ—ການເຮັດ ແລະ ການເປັນຄົນທີ່ດີຂຶ້ນເລັກນ້ອຍ ໃນແຕ່ລະວັນ.”9
ການມາຫາພຣະຄຣິດມີຄວາມໝາຍຫລາຍກວ່າທີ່ພຽງແຕ່ຄິດກ່ຽວກັບພຣະອົງ ຫລື ເວົ້າກ່ຽວກັບພຣະອົງ ຫລື ແມ່ນແຕ່ຮັກພຣະອົງເທົ່ານັ້ນ. ມັນໝາຍຄວາມວ່າຕິດຕາມພຣະອົງ. ມັນໝາຍເຖິງການດຳລົງຊີວິດຕາມວິທີທີ່ພຣະອົງສິດສອນເຮົາໃຫ້ດຳລົງຊີວິດ. ແລະ ສຳລັບເຮົາທຸກຄົນ, ມັນໝາຍຄວາມວ່າກັບໃຈ, ໂດຍບໍ່ມີການຊັກຊ້າ.
ລູກສາວຄົນໜຶ່ງຂອງຂ້າພະເຈົ້າເຄີຍໄດ້ເຮັດວຽກຢູ່ສູນຝຶກອົບຮົມຜູ້ສອນສາດສະໜາ. ນາງໄດ້ບອກຂ້າພະເຈົ້າເຖິງແອວເດີຄົນໜຶ່ງທີ່ນາງສິດສອນ ຜູ້ບອກນາງວ່າ ລາວບໍ່ແນ່ໃຈວ່າ ພຣະຄຳພີມໍມອນເປັນຄວາມຈິງ. ລາວໄດ້ອະທິຖານ ແລະ ອະທິຖານສຳລັບການເປັນພະຍານທາງວິນຍານ, ແຕ່ລາວກໍບໍ່ໄດ້ຮັບຄຳຕອບ.
ລູກສາວຂອງຂ້າພະເຈົ້າໄດ້ອະທິຖານເພື່ອຈະໄດ້ຮູ້ວ່ານາງຄວນເຮັດແນວໃດເພື່ອຊ່ວຍຜູ້ສອນສາດສະໜາຄົນນີ້. ຄວາມປະທັບໃຈທີ່ນາງໄດ້ຮັບແມ່ນວ່າ ພຣະຄຳພີບໍ່ໄດ້ຖືກມອບໃຫ້ພຽງແຕ່ເພື່ອເຮົາຈະສາມາດອ່ານມັນເທົ່ານັ້ນ ແຕ່ເພື່ອຈະໄດ້ຮັບປະຈັກພະຍານນຳອີກ; ມັນຖືກມອບໃຫ້ເພື່ອສິດສອນເຮົາໃຫ້ຮັກສາພຣະບັນຍັດຂອງພຣະເຈົ້າ. ລູກສາວຂອງຂ້າພະເຈົ້າໄດ້ແບ່ງປັນຄວາມຄິດນີ້ກັບຜູ້ສອນສາດສະໜາ.
ຕໍ່ມາ, ນາງໄດ້ເຫັນຜູ້ສອນສາດສະໜາຄົນນີ້ອີກ, ເບິ່ງຄືວ່າມີຄວາມສຸກຫລາຍກວ່າເກົ່າ. ລາວໄດ້ບອກນາງວ່າ ໃນທີ່ສຸດລາວກໍໄດ້ຮັບປະຈັກພະຍານວ່າພຣະຄຳພີມໍມອນເປັນຄວາມຈິງ. ລາວຮູ້ວ່າລາວໄດ້ຮັບພະຍານນີ້ ເພາະລາວໄດ້ພະຍາຍາມຫລາຍກວ່າເກົ່າທີ່ຈະ ເຮັດ ຕາມສິ່ງທີ່ພຣະຄຳພີມໍມອນສິດສອນ.
ຂໍໃຫ້ເຮົາຈົ່ງເຮັດຕາມຕົວຢ່າງຂອງເປໂຕ ໃນການຫັນມາຫາພຣະຜູ້ຊ່ວຍໃຫ້ລອດໃນຊ່ວງເວລາທີ່ລຳບາກ. ຕິດຕາມພຣະເຢຊູຄຣິດແທນທີ່ຈະເພິ່ງອາໄສສະຕິປັນຍາ ແລະ ກຳລັງຂອງຕົວເອງ. ບໍ່ວ່າທ່ານພະຍາຍາມລອຍຈຶ້ງຢູ່ມາໄດ້ດົນນານປານໃດແລ້ວກໍຕາມປາດສະຈາກພຣະອົງ, ມັນບໍ່ເຄີຍສາຍເກີນໄປທີ່ຈະເອື້ອມອອກໄປຫາພຣະອົງ. ແຜນນີ້ໄດ້ຜົນ!
ຫລັກທຳຂໍ້ທີສາມທີ່ຂ້າພະເຈົ້າຮຽນຮູ້ຈາກເປໂຕ ແລະ ປະສົບການຂອງເພິ່ນແມ່ນສິ່ງນີ້:
ຈົ່ງຖ່ອມຕົວຢູ່ຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ, ແລ້ວພຣະອົງຈະຍົກທ່ານຂຶ້ນສູ່ສິ່ງທີ່ຍິ່ງໃຫຍ່ກວ່າ.
ເປໂຕໄດ້ສະແດງສັດທາ, ທັງໃນການຍ່າງເທິງໜ້ານ້ຳ ແລະ ໃນການເອື້ອມອອກໄປຫາພຣະຜູ້ຊ່ວຍໃຫ້ລອດ ເມື່ອເພິ່ນຕ້ອງການຄວາມຊ່ວຍເຫລືອ. ເຖິງປານນັ້ນ, ພຣະຜູ້ຊ່ວຍໃຫ້ລອດຍັງເຫັນສັກກະຍະພາບໃນຕົວຂອງເປໂຕຢ່າງຫລວງຫລາຍ. “ໂອ ຜູ້ມີຄວາມເຊື່ອໜ້ອຍເອີຍ,” ພຣະອົງກ່າວ, “ເປັນຫຍັງຈຶ່ງສົງໄສ?”10
ເປໂຕອາດບໍ່ພໍໃຈກັບຄຳຕຳນິນີ້. ແຕ່ເພິ່ນໄດ້ຮັບເອົາດ້ວຍຄວາມຖ່ອມຕົວ. ເພິ່ນໄດ້ສະແຫວງຫາທີ່ຈະມີສັດທາຫລາຍກວ່າເກົ່າໃນພຣະເຢຊູຄຣິດ. ໂດຍຜ່ານປະສົບການຂອງການສ້າງສັດທາເພີ່ມເຕີມຢ່າງຫລວງຫລາຍ—ບາງຢ່າງແມ່ນຍາກ, ຍາກຫລາຍ—ໃນທີ່ສຸດເປໂຕກໍໄດ້ກາຍເປັນຜູ້ນຳທີ່ແນ່ວແນ່ທີ່ພຣະຜູ້ເປັນເຈົ້າປະສົງໃຫ້ເພິ່ນເປັນ. ເພິ່ນໄດ້ບັນລຸສິ່ງທີ່ຍິ່ງໃຫຍ່ໃນການຮັບໃຊ້ພຣະຜູ້ເປັນເຈົ້າ.
ພຣະຜູ້ເປັນເຈົ້າປະສົງໃຫ້ທ່ານບັນລຸສິ່ງທີ່ຍິ່ງໃຫຍ່ຢ່າງໃດແດ່? ໃນສາດສະໜາຈັກ ແລະ ອານາຈັກຂອງພຣະອົງ, ມີໂອກາດຢ່າງຫລວງຫລາຍທີ່ຈະຮັບໃຊ້ ແລະ ປະຕິບັດສາດສະໜາກິດຕໍ່ຄົນອື່ນ ດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ກະທຳ. ພຣະອົງປະສົງໃຫ້ທ່ານເປັນພາກສ່ວນໃນວຽກງານອັນຍິ່ງໃຫຍ່ຂອງພຣະອົງ. ແຜນແຫ່ງຄວາມສຸກຈະບໍ່ກາຍເປັນຈິງສຳລັບທ່ານຫລາຍກວ່າເວລາທີ່ທ່ານຊ່ວຍຄົນອື່ນໃຫ້ດຳລົງຊີວິດຕາມນັ້ນ.
ໃນການສ້າງສັດທາຂອງຂ້າພະເຈົ້າເອງ, ຖ້ອຍຄຳເຫລົ່ານີ້ຂອງແອວມາໄດ້ປ່ຽນແປງຊີວິດ: “ຄົນທີ່ຖ່ອມຕົວໂດຍບໍ່ໄດ້ຖືກບັງຄັບໃຫ້ຖ່ອມຕົວຍ່ອມເປັນສຸກ.”11 ຂໍໃຫ້ເຮົາຖ່ອມຕົວໃນທາງທີ່ພຣະເຢຊູຈະສາມາດຍົກເຮົາຂຶ້ນ, ນຳພາເຮົາ, ແລະ ໃຊ້ຄວາມສາມາດຂອງເຮົາໃຫ້ຫລາຍທີ່ສຸດ.12
ຂ້າພະເຈົ້າເປັນພະຍານວ່າ ແຜນແຫ່ງຄວາມສຸກໄດ້ຜົນ. ມັນຖືກສ້າງຂຶ້ນໂດຍພຣະບິດາເທິງສະຫວັນ, ຜູ້ຮັກທ່ານ. ມັນໄດ້ຜົນຍ້ອນວ່າພຣະເຢຊູຄຣິດໄດ້ເອົາຊະນະບາບ ແລະ ຄວາມຕາຍ ຜ່ານທາງການຊົດໃຊ້ຂອງພຣະອົງ. ຈົ່ງມາຫາພຣະອົງ, ຕິດຕາມພຣະອົງ, ແລະ “ແຜນແຫ່ງການໄຖ່ອັນຍິ່ງໃຫຍ່ນີ້ຈະຖືກນຳມາຫາພວກທ່ານໂດຍທັນທີ.”13 ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.