ຄວາມຮູ້ສຶກໃນໃຈທັງໝົດຂອງເຮົາ
ຖ້າຫາກເຮົາຢາກໃຫ້ພຣະຜູ້ຊ່ວຍໃຫ້ລອດຍົກເຮົາຂຶ້ນສູ່ຟ້າສະຫວັນ, ແລ້ວຄຳໝັ້ນສັນຍາຂອງເຮົາຕໍ່ພຣະອົງ ແລະ ຕໍ່ພຣະກິດຕິຄຸນຂອງພຣະອົງຈະເປັນເລື່ອງທຳມະດາ ຫລື ເປັນບາງຄັ້ງບາງຄາວບໍ່ໄດ້.
ສິ່ງຖວາຍແດ່ພຣະອົງ
ບໍ່ເທົ່າໃດມື້ກ່ອນທີ່ພຣະອົງໄດ້ປະທານພຣະຊົນຊີບຂອງພຣະອົງໃຫ້ເຮົາ, ພຣະເຢຊູຄຣິດໄດ້ຢູ່ທີ່ພຣະວິຫານໃນເຢຣູຊາເລັມ, ກຳລັງເບິ່ງຜູ້ຄົນທີ່ມາປ່ອນເງິນໃສ່ຫີບຖວາຍໃນພຣະວິຫານຢູ່. “ຄົນຮັ່ງມີຫລາຍຄົນໄດ້ປ່ອນເງິນລົງຢ່າງຫລວງຫລາຍ,” ແຕ່ແລ້ວ, ມີແມ່ໝ້າຍທີ່ຍາກຈົນຄົນໜຶ່ງມາ, “ໄດ້ເອົາຫລຽນທອງແດງສອງຫລຽນ” ປ່ອນລົງ. ມັນມີຄ່າໜ້ອຍທີ່ສຸດ, ຄົງບໍ່ກຸ້ມຄ່າທີ່ຈະບັນທຶກມັນໄວ້.
ແຕ່ການບໍລິຈາກທີ່ເບິ່ງຄືວ່າບໍ່ສຳຄັນນີ້ໄດ້ດຶງດູດຄວາມສົນໃຈຂອງພຣະຜູ້ຊ່ວຍໃຫ້ລອດ. ຕາມຈິງແລ້ວ, ມັນປະທັບໃຈພຣະອົງຫລາຍເຖິງກັບວ່າ “ພຣະອົງຈຶ່ງເອີ້ນພວກສາວົກຂອງພຣະອົງມາ, ແລະ ກ່າວແກ່ພວກເພິ່ນວ່າ, ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ແມ່ໝ້າຍຍາກຈົນຄົນນີ້ໄດ້ປ່ອນເງິນລົງໃນຫີບຖວາຍ ຫລາຍກວ່າຄົນອື່ນທັງໝົດທີ່ປ່ອນໃສ່ນັ້ນ:
“ເພາະຄົນອື່ນນັ້ນໄດ້ເອົາເງິນທີ່ເຂົາເຫລືອໃຊ້ມາປ່ອນລົງ; ແຕ່ສ່ວນຍິງຜູ້ນີ້ຍາກຈົນທີ່ສຸດ ນາງໄດ້ຖວາຍທຸກສິ່ງທີ່ນາງມີສຳລັບລ້ຽງຊີບ.”1
ດ້ວຍການສັງເກດງ່າຍໆນີ້, ພຣະຜູ້ຊ່ວຍໃຫ້ລອດໄດ້ສິດສອນເຮົາເຖິງວິທີການວັດແທກສິ່ງຖວາຍໃນອານາຈັກຂອງພຣະອົງ—ແລະ ມັນແຕກຕ່າງກັນຫລາຍຈາກວິທີທີ່ເຮົາວັດແທກຕາມປົກກະຕິ. ຕໍ່ພຣະຜູ້ເປັນເຈົ້າແລ້ວ, ມູນຄ່າຂອງການບໍລິຈາກບໍ່ໄດ້ຖືກວັດແທກໂດຍຜົນກະທົບທີ່ມັນມີຢູ່ໃນຫີບຖວາຍ ແຕ່ໂດຍຜົນກະທົບທີ່ມັນມີຢູ່ໃນຫົວໃຈຂອງຜູ້ໃຫ້ບໍລິຈາກ.
ໃນການຍ້ອງຍໍແມ່ໝ້າຍທີ່ຊື່ສັດຄົນນີ້, ພຣະຜູ້ຊ່ວຍໃຫ້ລອດໄດ້ໃຫ້ເຮົາມີມາດຕະຖານເພື່ອວັດແທກການເປັນສານຸສິດຂອງເຮົາໃນທຸກການກະທຳ. ພຣະເຢຊູໄດ້ສິດສອນວ່າ ສິ່ງຖວາຍຂອງເຮົາອາດໃຫຍ່ ຫລື ເລັກນ້ອຍ, ແຕ່ແນວໃດກໍຕາມ, ມັນຕ້ອງມາຈາກ ຄວາມຮູ້ສຶກໃນໃຈທັງໝົດ ຂອງເຮົາ.
ຫລັກທຳນີ້ໄດ້ດັງກ້ອງຢູ່ໃນຄຳອ້ອນວອນຂອງສາດສະດາອາມາລະໄຄ ໃນພຣະຄຳພີມໍມອນວ່າ ຈົ່ງ: “ມາຫາພຣະຄຣິດ, ຜູ້ເປັນພຣະຜູ້ບໍລິສຸດຂອງອິດສະຣາເອນ, ແລະ ຮັບສ່ວນຄວາມລອດຈາກພຣະອົງ, ແລະ ອຳນາດແຫ່ງການໄຖ່ຂອງພຣະອົງ. ແທ້ຈິງແລ້ວ, ຈົ່ງມາຫາພຣະອົງເຖີດ, ແລະ ຖວາຍທັງຈິດວິນຍານຂອງພວກທ່ານເປັນເຄື່ອງບູຊາແດ່ພຣະອົງ.”2
ແຕ່ຈະເປັນໄປໄດ້ແນວໃດ? ສຳລັບພວກເຮົາຫລາຍຄົນ, ມາດຕະຖານດັ່ງກ່າວຂອງຄຳໝັ້ນສັນຍາທັງໝົດຈິດວິນຍານ ອາດເບິ່ງຄືຍາກທີ່ຈະບັນລຸໄດ້. ເຮົາກໍຫຍຸ້ງຫລາຍຢູ່ແລ້ວ. ເຮົາຈະສ້າງຄວາມສົມດູນລະຫວ່າງຄວາມຕ້ອງການຢ່າງຫລວງຫລາຍຂອງຊີວິດກັບຄວາມປາດຖະໜາຂອງເຮົາທີ່ຈະຖວາຍທັງຈິດວິນຍານຂອງເຮົາແດ່ພຣະຜູ້ເປັນເຈົ້າໄດ້ແນວໃດ?
ບາງທີການທ້າທາຍຂອງເຮົາແມ່ນວ່າ ເຮົາຄິດວ່າ ຄວາມສົມດູນໝາຍເຖິງການແບ່ງເວລາຂອງເຮົາໃຫ້ເທົ່າທຽມກັນລະຫວ່າງຄວາມສົນໃຈທີ່ແຂ່ງຂັນກັນ. ເມື່ອເບິ່ງໃນທາງນີ້, ຄຳໝັ້ນສັນຍາຂອງເຮົາຕໍ່ພຣະເຢຊູຄຣິດຈະເປັນໜຶ່ງໃນຫລາຍໆສິ່ງ ທີ່ເຮົາຕ້ອງລວມໃສ່ກັບຕາຕະລາງທີ່ຫຍຸ້ງຍາກຂອງເຮົາ. ແຕ່ອາດມີວິທີເບິ່ງຢ່າງອື່ນອີກ.
ຄວາມສົມດູນ: ຄືກັນກັບການຂີ່ລົດຖີບ
ແຮຣີແອດ ພັນລະຍາຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າມັກໄປຂີ່ລົດຖີບນຳກັນ. ມັນເປັນວິທີທີ່ດີເລີດທີ່ຈະໄດ້ອອກກໍາລັງກາຍໃນຂະນະທີ່ໃຊ້ເວລານຳກັນ. ໃນຂະນະທີ່ພວກເຮົາຂີ່ລົດຖີບ, ແລະ ຂ້າພະເຈົ້າບໍ່ໄດ້ຫາຍໃຈຫອບຫລາຍ, ພວກເຮົາກໍເພີດເພີນກັບໂລກທີ່ສວຍງາມຢູ່ອ້ອມຮອບຕົວພວກເຮົາ ແລະ ແມ່ນແຕ່ໄດ້ເວົ້າລົມກັນຢ່າງມີຄວາມສຸກ. ພວກເຮົາບໍ່ຄ່ອຍໄດ້ເອົາໃຈໃສ່ຫລາຍກັບຄວາມສົມດູນຂອງພວກເຮົາກັບລົດຖີບຂອງພວກເຮົາ. ພວກເຮົາໄດ້ຂີ່ລົດຖີບມາດົນພໍແລ້ວ ຈົນພວກເຮົາບໍ່ຄິດກ່ຽວກັບເລື່ອງນັ້ນ—ມັນໄດ້ກາຍເປັນເລື່ອງທຳມະດາ ແລະ ທຳມະຊາດສຳລັບພວກເຮົາ.
ແຕ່ເມື່ອໃດກໍຕາມທີ່ຂ້າພະເຈົ້າເບິ່ງບາງຄົນທີ່ກຳລັງຮຽນຂີ່ລົດຖີບເປັນເທື່ອທຳອິດ, ຂ້າພະເຈົ້າຈື່ໄດ້ວ່າ ການຄຶງຕົວຢູ່ເທິງກົງລໍ້ແຄບໆສອງກົງນັ້ນ ບໍ່ແມ່ນເລື່ອງງ່າຍ. ຕ້ອງໃຊ້ເວລາ. ຕ້ອງຝຶກຝົນ. ຕ້ອງໃຊ້ຄວາມອົດທົນ. ເຖິງແມ່ນຈະລົ້ມລົງເທື່ອໜຶ່ງ ຫລື ສອງເທື່ອກໍຕາມ.
ສຳຄັນທີ່ສຸດ, ຜູ້ທີ່ປະສົບຄວາມສຳເລັດໃນການຄຶງຕົວຢູ່ເທິງລົດຖີບໄດ້ຮຽນຮູ້ຄຳແນະນຳສຳຄັນເຫລົ່ານີ້:
ຢ່າຫລຽວເບິ່ງຕີນຂອງເຈົ້າ.
ເບິ່ງໄປຂ້າງໜ້າ.
ຫລຽວເບິ່ງທາງຢູ່ໜ້າເຈົ້າ. ຕັ້ງໃຈຢູ່ກັບຈຸດໝາຍປາຍທາງຂອງເຈົ້າ. ແລະ ໃຫ້ຖີບລົດຕໍ່ໄປ. ການມີຄວາມສົມດູນຄືການກ້າວໄປຂ້າງໜ້າ.
ຫລັກການທີ່ຄ້າຍຄືກັນນີ້ກໍຖືກນຳໃຊ້ໃນການຫາຈຸດສົມດູນໃນຊີວິດຂອງເຮົາໃນຖານະສານຸສິດຂອງພຣະເຢຊູຄຣິດຄືກັນ. ວິທີແບ່ງປັນເວລາ ແລະ ກຳລັງວັງຊາຂອງທ່ານໃນວຽກງານຫລາຍໆຢ່າງ ຈະແຕກຕ່າງກັນໄປໃນແຕ່ລະບຸກຄົນ ແລະ ໃນແຕ່ລະຈຸດຂອງຊີວິດ. ແຕ່ຈຸດປະສົງທີ່ເໝືອນກັນ ແລະ ໂດຍລວມຂອງເຮົາແມ່ນທີ່ຈະເຮັດຕາມວິທີຂອງພຣະອາຈານຂອງເຮົາ, ພຣະເຢຊູຄຣິດ, ແລະ ກັບຄືນໄປຫາທີ່ປະທັບຂອງພຣະບິດາຜູ້ສະຖິດໃນສະຫວັນທີ່ຊົງຮັກຂອງເຮົາ. ຈຸດປະສົງນີ້ຈະຕ້ອງຄົງທີ່ ແລະ ສະໝ່ຳສະເໝີ, ບໍ່ວ່າເຮົາຈະເປັນໃຜ ແລະ ແມ່ນຫຍັງຈະເກີດຂຶ້ນໃນຊີວິດຂອງເຮົາກໍຕາມ.3
ຍົກຂຶ້ນ: ຄືກັນກັບການຂັບຍົນ
ບັດນີ້, ສຳລັບນັກຂີ່ລົດຖີບ, ການປຽບທຽບຄວາມເປັນສານຸສິດໃສ່ກັບການຂີ່ລົດຖີບອາດເປັນການປຽບທຽບທີ່ເປັນປະໂຫຍດໄດ້. ສຳລັບຜູ້ບໍ່ໄດ້ເປັນ, ກໍບໍ່ຕ້ອງເປັນຫ່ວງ. ຂ້າພະເຈົ້າມີຄຳປຽບທຽບໜຶ່ງອີກ ທີ່ຂ້າພະເຈົ້າແນ່ໃຈວ່າທັງຊາຍ, ຍິງ, ແລະ ເດັກນ້ອຍຈະສາມາດເຂົ້າໃຈໄດ້.
ການເປັນສານຸສິດ, ຄືກັນກັບສິ່ງສ່ວນຫລາຍ, ກໍສາມາດປຽບທຽບໃສ່ກັບການຂັບຍົນໄດ້.
ທ່ານເຄີຍຢຸດຄິດບໍວ່າ ມັນໜ້າປະຫລາດໃຈຫລາຍພຽງໃດທີ່ຍົນໂດຍສານລຳໃຫຍ່ໆກໍສາມາດຂຶ້ນຈາກພື້ນດິນ ແລະ ບິນໄດ້? ແມ່ນຫຍັງທີ່ເຮັດໃຫ້ເຄື່ອງບິນເຫລົ່ານີ້ບິນໄປຢ່າງສະຫງ່າງາມຢູ່ໃນທ້ອງຟ້າ, ຂ້າມນ້ຳຂ້າມທະເລ ແລະ ທະວີບໄດ້?
ເວົ້າງ່າຍໆ, ເຮືອບິນຈະບິນໄດ້ກໍຕໍ່ເມື່ອມີອາກາດເຄື່ອນໄຫວຜ່ານປີກຂອງມັນເທົ່ານັ້ນ. ການເຄື່ອນໄຫວນັ້ນໄດ້ສ້າງຄວາມແຕກຕ່າງໃນການກົດດັນຂອງອາກາດ ທີ່ເຮັດໃຫ້ຍົນຍົກຕົວຂຶ້ນ. ແລະ ເຮັດແນວໃດຈຶ່ງຈະມີອາກາດເຄື່ອນໄຫວຜ່ານປີກເພື່ອສ້າງການຍົກຂຶ້ນໄດ້? ຄຳຕອບຄື ແຮງດັນໄປຂ້າງໜ້າ.
ຍົນຈະບໍ່ຂຶ້ນສູງຖ້າມັນພຽງແຕ່ຈອດຢູ່ທາງແລ່ນເທົ່ານັ້ນ. ແມ່ນແຕ່ໃນມື້ທີ່ມີລົມແຮງ, ການຍົກຈະບໍ່ມີພຽງພໍ ເວັ້ນເສຍແຕ່ຍົນຈະເຄື່ອນຕົວໄປຂ້າງໜ້າເສຍກ່ອນ, ໂດຍມີແຮງດັນຫລາຍພໍຕ້ານກັບແຮງທີ່ຍຶດມັນໄວ້.
ຄືກັນກັບການຖີບລົດໄປເລື້ອຍໆຊ່ວຍໃຫ້ລົດຖີບມີຄວາມສົມດູນ ແລະ ຕັ້ງທ່ຽງຢູ່, ການເຄື່ອນຍ້າຍໄປຂ້າງໜ້າຈະຊ່ວຍໃຫ້ເຮືອບິນເອົາຊະນະແຮງໂນ້ມຖ່ວງ ແລະ ແຮງຕ້ານໄດ້.
ສິ່ງນີ້ໝາຍຄວາມວ່າແນວໃດສຳລັບເຮົາໃນຖານະສານຸສິດຂອງພຣະເຢຊູຄຣິດ? ມັນໝາຍຄວາມວ່າ ຖ້າຫາກເຮົາຢາກພົບຄວາມສົມດູນໃນຊີວິດ, ແລະ ຖ້າຫາກເຮົາຢາກໃຫ້ພຣະຜູ້ຊ່ວຍໃຫ້ລອດຍົກເຮົາຂຶ້ນສູ່ຟ້າສະຫວັນ, ແລ້ວຄຳໝັ້ນສັນຍາຂອງເຮົາຕໍ່ພຣະອົງ ແລະ ຕໍ່ພຣະກິດຕິຄຸນຂອງພຣະອົງຈະເປັນເລື່ອງທຳມະດາ ຫລື ເປັນບາງຄັ້ງບາງຄາວບໍ່ໄດ້. ຄືກັນກັບແມ່ໝ້າຍທີ່ເຢຣູຊາເລັມ, ເຮົາຕ້ອງຖວາຍທັງຈິດວິນຍານຂອງເຮົາແດ່ພຣະອົງ. ການຖວາຍຂອງເຮົາອາດເລັກນ້ອຍ, ແຕ່ມັນຕ້ອງມາຈາກໃຈ ແລະ ຈິດວິນຍານຂອງເຮົາ.
ການເປັນສານຸສິດຂອງພຣະເຢຊູຄຣິດ ບໍ່ແມ່ນພຽງເປັນຢ່າງໜຶ່ງໃນຫລາຍໆຢ່າງທີ່ເຮົາເຮັດເທົ່ານັ້ນ. ພຣະຜູ້ຊ່ວຍໃຫ້ລອດເປັນແຮງຈູງໃຈຢູ່ຂ້າງຫລັງໃນ ທຸກສິ່ງ ທີ່ເຮົາເຮັດ. ພຣະອົງບໍ່ແມ່ນຜູ້ທີ່ເຮົາຄວນຄິດຫາໃນເວລາວ່າງເທົ່ານັ້ນ. ພຣະອົງບໍ່ແມ່ນຜູ້ທີ່ເຮົາຄວນຊົມຊອບເປັນບາງຄັ້ງເທົ່ານັ້ນ. ພຣະອົງ “ເປັນທາງນັ້ນ, ເປັນຄວາມຈິງ, ແລະ ເປັນຊີວິດ: ບໍ່ມີຜູ້ໃດມາເຖິງພຣະບິດາໄດ້, ນອກຈາກມາທາງ [ພຣະເຢຊູຄຣິດ].”4 ນັ້ນຄືທາງ ແລະ ຈຸດໝາຍປາຍທາງສູງສຸດຂອງເຮົາ.
ຄວາມສົມດູນ ແລະ ການຍົກຂຶ້ນສູງເກີດຂຶ້ນເມື່ອເຮົາ “ມຸ້ງໜ້າດ້ວຍຄວາມໝັ້ນຄົງໃນພຣະຄຣິດ, ໂດຍມີຄວາມສະຫວ່າງຢ່າງບໍລິບູນຂອງຄວາມຫວັງ ແລະ ຄວາມຮັກຂອງພຣະເຈົ້າ ແລະ ຂອງມະນຸດທັງປວງ.”5
ການເສຍສະລະ ແລະ ການອຸທິດຖວາຍ
ແລະ ສ່ວນວຽກງານ ແລະ ໜ້າທີ່ຮັບຜິດຊອບຫລາຍໆຢ່າງທີ່ເຮັດໃຫ້ຊີວິດຂອງເຮົາຫຍຸ້ງຍາກຈະເປັນແນວໃດ? ການໃຊ້ເວລາກັບຄົນທີ່ເຮົາຮັກ, ການໄປໂຮງຮຽນ ຫລື ການກຽມພ້ອມສຳລັບອາຊີບ, ການຫາລ້ຽງຊີບ, ການດູແລຄອບຄົວ, ການຮັບໃຊ້ໃນຊຸມຊົນ—ເຮົາຊິຫາເວລາໃດໄປເຮັດ? ພຣະຜູ້ຊ່ວຍໃຫ້ລອດໄດ້ຮັບຮອງວ່າ:
“ພຣະບິດາເທິງສະຫວັນຂອງເຈົ້າຮູ້ວ່າ ເຈົ້າຕ້ອງການສິ່ງທັງໝົດນີ້.
“ແຕ່ເຈົ້າຈົ່ງສະແຫວງຫາອານາຈັກຂອງພຣະເຈົ້າ ແລະ ຄວາມຊອບທຳຂອງພຣະອົງເສຍກ່ອນ, ແລ້ວພຣະອົງຈະເພີ່ມສິ່ງເຫລົ່ານີ້ໃຫ້ແກ່ເຈົ້າ.”6
ແຕ່ນັ້ນບໍ່ໄດ້ໝາຍຄວາມວ່າ ມັນຈະງ່າຍ.7 ມັນຮຽກຮ້ອງທັງ ການເສຍສະລະ ແລະ ການອຸທິດຖວາຍ.
ມັນຮຽກຮ້ອງໃຫ້ ປ່ອຍວາງ ບາງສິ່ງ ແລະ ປ່ອຍໃຫ້ສິ່ງອື່ນໆ ເຕີບໂຕ.
ການເສຍສະລະ ແລະ ການອຸທິດຖວາຍ ແມ່ນກົດສອງປະການຂອງສະຫວັນ ທີ່ເຮົາໄດ້ເຮັດພັນທະສັນຍາໃນພຣະວິຫານທີ່ສັກສິດວ່າ ຈະເຊື່ອຟັງ. ກົດສອງປະການເຫລົ່ານີ້ແມ່ນຄ້າຍຄືກັນ ແຕ່ບໍ່ກົງກັນ. ການເສຍສະລະ ໝາຍເຖິງການເສຍສະລະບາງສິ່ງເພື່ອສິ່ງທີ່ມີຄ່າຫລາຍກວ່າ. ໃນສະໄໝບູຮານ, ຜູ້ຄົນຂອງພຣະເຈົ້າໄດ້ເສຍສະລະລູກຫົວປີຂອງຝູງສັດ ເພື່ອເປັນກຽດແກ່ການສະເດັດມາຂອງພຣະເມຊີອາ. ຕະຫລອດທົ່ວປະຫວັດສາດ, ໄພ່ພົນທີ່ຊື່ສັດໄດ້ເສຍສະລະຄວາມປາດຖະໜາ, ຄວາມສຸກສະບາຍ, ແລະ ແມ່ນແຕ່ຊີວິດຂອງຕົນເພື່ອພຣະຜູ້ຊ່ວຍໃຫ້ລອດ.
ເຮົາທຸກຄົນມີບາງສິ່ງ, ບໍ່ວ່າຈະໃຫຍ່ ຫລື ນ້ອຍ, ທີ່ເຮົາຕ້ອງເສຍສະລະ ເພື່ອຈະໄດ້ຕິດຕາມພຣະເຢຊູຄຣິດຢ່າງເຕັມທີ່ຫລາຍກວ່າ.8 ການເສຍສະລະຂອງເຮົາສະແດງໃຫ້ເຫັນສິ່ງທີ່ເຮົາເຫັນຄຸນຄ່າແທ້ໆ. ການເສຍສະລະແມ່ນສັກສິດ ແລະ ເປັນກຽດແກ່ພຣະຜູ້ເປັນເຈົ້າ.9
ການອຸທິດຖວາຍ ແມ່ນແຕກຕ່າງຈາກການເສຍສະລະ ຢ່າງໜ້ອຍໃນທາງທີ່ສຳຄັນຢ່າງໜຶ່ງ. ເມື່ອເຮົາອຸທິດຖວາຍບາງສິ່ງ, ເຮົາບໍ່ໄດ້ປະມັນໄວ້ຢູ່ເທິງແທ່ນບູຊາ ເພື່ອໃຫ້ຖືກສະເຫວີຍ. ກົງກັນຂ້າມ, ເຮົານຳໃຊ້ມັນໃນການຮັບໃຊ້ພຣະຜູ້ເປັນເຈົ້າ. ເຮົາອຸທິດມັນໃຫ້ແກ່ພຣະອົງ ແລະ ຈຸດປະສົງທີ່ສັກສິດຂອງພຣະອົງ.10 ເຮົາໄດ້ຮັບຕາລັນຕົນທີ່ພຣະຜູ້ເປັນເຈົ້າໄດ້ມອບໃຫ້ເຮົາ ແລະ ພະຍາຍາມຂະຫຍາຍມັນເປັນຫລາຍເທົ່າ, ເພື່ອກາຍເປັນບຸກຄົນທີ່ເປັນປະໂຫຍດຫລາຍກວ່າເກົ່າ ໃນການສ້າງສາອານາຈັກຂອງພຣະຜູ້ເປັນເຈົ້າ.11
ໜ້ອຍຄົນທີ່ສຸດໃນພວກເຮົາທີ່ຈະຖືກຮຽກຮ້ອງໃຫ້ ເສຍສະລະ ຊີວິດຂອງເຮົາເພື່ອພຣະຜູ້ຊ່ວຍໃຫ້ລອດ. ແຕ່ເຮົາທຸກຄົນຖືກເຊື້ອເຊີນໃຫ້ ອຸທິດຖວາຍ ຊີວິດຂອງເຮົາເພື່ອພຣະອົງ.
ວຽກງານດຽວ, ຄວາມຊື່ນຊົມດຽວ, ຈຸດປະສົງດຽວ
ເມື່ອເຮົາສະແຫວງຫາທີ່ຈະຊຳລະຊີວິດໃຫ້ສະອາດ ແລະ ເບິ່ງທີ່ພຣະຄຣິດໃນຄວາມນຶກຄິດທຸກຢ່າງ,12 ທຸກສິ່ງຈະເລີ່ມຕົ້ນເຂົ້າທີ່ເຂົ້າທາງຂອງມັນ. ຊີວິດກໍບໍ່ຮູ້ສຶກວ່າຄືກັນກັບຄວາມພະຍາຍາມຫລາຍໆຢ່າງທີ່ຫ້ອຍຢູ່ກັບຄວາມສົມດູນທີ່ແຕກຫັກງ່າຍອີກຕໍ່ໄປ.
ເມື່ອເວລາຜ່ານໄປ, ທຸກສິ່ງຈະກາຍເປັນວຽກງານດຽວ.
ຄວາມຊື່ນຊົມດຽວ.
ຈຸດປະສົງທີ່ສັກສິດດຽວ.
ມັນເປັນວຽກງານຂອງຄວາມຮັກ ແລະ ການຮັບໃຊ້ພຣະເຈົ້າ. ມັນເປັນການຮັກ ແລະ ການຮັບໃຊ້ລູກໆຂອງພຣະເຈົ້າ.13
ເມື່ອເຮົາເບິ່ງຊີວິດຂອງເຮົາ ແລະ ເຫັນສິ່ງທີ່ຕ້ອງເຮັດຫລາຍຮ້ອຍຢ່າງ, ເຮົາຈະຮູ້ສຶກໜັກໃຈ. ເມື່ອເຮົາເຫັນສິ່ງດຽວ—ຄວາມຮັກ ແລະ ການຮັບໃຊ້ພຣະເຈົ້າ ແລະ ລູກໆຂອງພຣະອົງ, ໃນຫລາຍຮ້ອຍວິທີທາງ—ແລ້ວເຮົາຈະສາມາດຈັດການກັບສິ່ງເຫລົ່ານັ້ນດ້ວຍຄວາມຊື່ນຊົມ.
ນີ້ແມ່ນວິທີທີ່ເຮົາຖວາຍທັງຈິດວິນຍານຂອງເຮົາ—ໂດຍການເສຍສະລະທຸກສິ່ງທີ່ຢັບຢັ້ງເຮົາ ແລະ ອຸທິດຖວາຍສ່ວນທີ່ເຫລືອຢູ່ທັງໝົດໃຫ້ແກ່ພຣະຜູ້ເປັນເຈົ້າ ແລະ ຈຸດປະສົງຂອງພຣະອົງ.
ຄຳໃຫ້ກຳລັງໃຈ ແລະ ປະຈັກພະຍານ
ອ້າຍເອື້ອຍນ້ອງ ແລະ ໝູ່ເພື່ອນທີ່ຮັກແພງຂອງຂ້າພະເຈົ້າ, ຈະມີເວລາໃດໜຶ່ງທີ່ທ່ານຈະຄິດເສຍໃຈກັບການບໍ່ສາມາດເຮັດໄດ້ຫລາຍກວ່ານັ້ນ. ພຣະບິດາຜູ້ສະຖິດໃນສະຫວັນທີ່ຊົງຮັກຂອງທ່ານຮູ້ຈັກໃຈທ່ານດີ. ພຣະອົງຮູ້ວ່າທ່ານບໍ່ສາມາດເຮັດທຸກສິ່ງດັ່ງທີ່ໃຈປາດຖະໜາໄດ້. ແຕ່ທ່ານສາມາດຮັກ ແລະ ຮັບໃຊ້ພຣະເຈົ້າ. ທ່ານສາມາດເຮັດຈົນສຸດຄວາມສາມາດເພື່ອຮັກສາພຣະບັນຍັດຂອງພຣະອົງ. ທ່ານສາມາດຮັກ ແລະ ຮັບໃຊ້ລູກໆຂອງພຣະອົງ. ແລະ ຄວາມພະຍາຍາມຂອງທ່ານຈະຊຳລະໃຈທ່ານໃຫ້ສະອາດ ແລະ ກະກຽມທ່ານສຳລັບອະນາຄົດທີ່ຮຸ່ງເຫລື້ອມ.
ນີ້ຄືສິ່ງທີ່ແມ່ໝ້າຍຜູ້ຢູ່່ທີ່ຫີບຖວາຍເງິນໃນພຣະວິຫານເບິ່ງຄືວ່າເຂົ້າໃຈ. ນາງຮູ້ຢ່າງແນ່ນອນວ່າ ເງິນຖວາຍຂອງນາງຈະບໍ່ປ່ຽນແປງໂຊກຊະຕາຂອງອິດສະຣາເອນ, ແຕ່ມັນສາມາດປ່ຽນແປງ ແລະ ເປັນພອນໃຫ້ແກ່ ນາງ—ຍ້ອນວ່າ, ເຖິງແມ່ນຈະເລັກນ້ອຍ, ມັນກໍແມ່ນທັງໝົດທີ່ນາງມີ.
ສະນັ້ນ, ໝູ່ເພື່ອນ ແລະ ສານຸສິດຂອງພຣະເຢຊູຄຣິດ ທີ່ຮັກແພງຂອງຂ້າພະເຈົ້າ, ຂໍຢ່າໃຫ້ເຮົາ “ເມື່ອຍລ້າໃນການເຮັດວຽກງານດີ,” ເພາະ [ເຮົາ] ພວມວາງຮາກຖານຂອງວຽກງານອັນຍິ່ງໃຫຍ່.” ແລະ ຈາກສິ່ງເລັກນ້ອຍຂອງເຮົາ “ສິ່ງຍິ່ງໃຫຍ່ຈະເກີດຂຶ້ນ.”14
ຂ້າພະເຈົ້າເປັນພະຍານວ່າ ສິ່ງນີ້ເປັນຄວາມຈິງ, ແລະ ຂ້າພະເຈົ້າກໍເປັນພະຍານວ່າ ພຣະເຢຊູຄຣິດເປັນພຣະອາຈານຂອງເຮົາ, ພຣະຜູ້ໄຖ່ຂອງເຮົາ, ແລະ ເປັນທາງດຽວເທົ່ານັ້ນຂອງເຮົາ ທີ່ຈະພາກັບໄປຫາພຣະບິດາຜູ້ສະຖິດໃນສະຫວັນທີ່ຊົງຮັກຂອງເຮົາ. ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.