ຂັ້ນໄດແຫ່ງສັດທາ
ຄວາມບໍ່ເຊື່ອຖືປິດກັ້ນຄວາມສາມາດຂອງເຮົາທີ່ຈະເຫັນການມະຫັດສະຈັນ, ໃນຂະນະທີ່ແນວຄິດແຫ່ງສັດທາໃນພຣະຜູ້ຊ່ວຍໃຫ້ລອດຈະເປີດອຳນາດແຫ່ງສະຫວັນ.
ການທ້າທາຍໃນຊີວິດຈະສົ່ງຜົນສະທ້ອນແນວໃດຕໍ່ສັດທາຂອງເຮົາໃນພຣະເຢຊູຄຣິດ? ແລະ ສັດທາຂອງເຮົາຈະມີຜົນກະທົບແນວໃດຕໍ່ຄວາມຊື່ນຊົມ ແລະ ສັນຕິສຸກທີ່ເຮົາໄດ້ປະສົບໃນຊີວິດນີ້?
ປີນັ້ນແມ່ນປີ 1977. ສຽງໂທລະສັບໄດ້ດັງຂຶ້ນ, ແລະ ຂໍ້ຄວາມນັ້ນໄດ້ເຮັດໃຫ້ໃຈຂອງພວກເຮົາແຕກສະຫລາຍ. ແຄໂຣລີນ ແລະ ດັກ ເທບສ໌ ກຳລັງຢູ່ໃນຊ່ວງຂອງການຍ້າຍໄປບ້ານໃໝ່ຂອງເຂົາເຈົ້າຫລັງຈາກຈົບການສຶກສາປະລິນຍາໂທ. ກຸ່ມແອວເດີກໍໄດ້ມາຊ່ວຍຂົນເຄື່ອງຂຶ້ນລົດ. ດັກ, ໄດ້ກວດເບິ່ງໃຫ້ແນ່ໃຈວ່າເສັ້ນທາງບໍ່ມີຫຍັງກີດຂວາງກ່ອນຈະຖອຍຫລັງລົດ, ແລະ ກໍໄດ້ແນມເບິ່ງອີກເທື່ອສຸດທ້າຍ. ສິ່ງທີ່ລາວເບິ່ງບໍ່ເຫັນກໍຄືລູກສາວໂຕນ້ອຍໆຂອງລາວ, ນາງເຈນນີ, ແລ່ນມາໃສ່ທາງຫລັງລົດບັນທຸກຢ່າງກະທັນຫັນແບບບໍ່ຖືກເວລາ. ທັນໃດນັ້ນ, ນາງເຈນນີຜູ້ເປັນທີ່ຮັກຂອງເຂົາເຈົ້າກໍຈາກໄປ.
ມີຫຍັງຈະເກີດຂຶ້ນຕໍ່ໄປນີ້? ຄວາມເຈັບປວດອັນແສນສາຫັດຂອງຄວາມຮູ້ສຶກ ແລະ ການສູນເສຍທີ່ບໍ່ຄາດຄິດຈະສ້າງຊ່ອງວ່າງໃຫ້ແຕກຫັກລະຫວ່າງ ແຄໂຣລີນ ແລະ ດັກ, ຫລື ໂດຍວິທີໃດວິທີໜຶ່ງ ມັນຈະຜູກມັດຫົວໃຈຂອງເຂົາເຈົ້າໄວ້ນຳກັນ ແລະ ເຮັດໃຫ້ສັດທາຂອງເຂົາເຈົ້າໝັ້ນຄົງໃນແຜນຂອງພຣະບິດາເທິງສະຫວັນ?
ເສັ້ນທາງຜ່ານຄວາມທຸກທໍລະມານຂອງເຂົາເຈົ້ານັ້ນຍາວນານ ແລະ ເຈັບປວດ, ແຕ່ວ່າ ຈາກບ່ອນໃດບ່ອນໜຶ່ງກອງໜຸນທາງວິນຍານຈະເຮັດໃຫ້ບໍ່ໝົດຫວັງ ແຕ່ “ຍຶດໝັ້ນຢູ່ໃນເສັ້ນທາງຂອງ [ເຂົາເຈົ້າ].”1 ຢ່າງໃດກໍຕາມຄູ່ຜົວເມຍທີ່ໜ້າອັດສະຈັນຄູ່ນີ້ໄດ້ກາຍເປັນເໝືອນດັ່ງພຣະຄຣິດຫລາຍຂຶ້ນ. ມີຄວາມມຸ່ງໝັ້ນຫລາຍຂຶ້ນ. ມີຄວາມເຫັນອົກເຫັນໃຈຫລາຍຂຶ້ນ. ເຂົາເຈົ້າເຊື່ອວ່າ, ໃນເວລາຂອງພຣະອົງ, ພຣະເຈົ້າໄດ້ຕັ້ງຄວາມທຸກຂອງເຂົາເຈົ້າໄວ້ເພື່ອຜົນປະໂຫຍດຂອງເຂົາເຈົ້າເອງ.2
ເຖິງແມ່ນວ່າຄວາມເຈັບປວດ ແລະ ການສູນເສຍຈະບໍ່ຫາຍໄປ ແລະ ບໍ່ສາມາດຫາຍໄປໄດ້ຢ່າງສິ້ນເຊີງ, ແຕ່ແຄໂຣລີນ ແລະ ດັກ ໄດ້ຮັບການປອບໂຍນດ້ວຍຄວາມໝັ້ນໃຈວ່າ ໂດຍການທີ່ເຂົາເຈົ້າຢູ່ໃນເສັ້ນທາງແຫ່ງພັນທະສັນຍາຢ່າງໝັ້ນຄົງ, ເຈນນີຜູ້ເປັນທີ່ຮັກຂອງເຂົາເຈົ້າຈະເປັນຂອງເຂົາເຈົ້າຕະຫລອດໄປ.3
ຕົວຢ່າງຂອງເຂົາເຈົ້າໄດ້ເສີມສ້າງສັດທາຂອງຂ້າພະເຈົ້າໃນແຜນຂອງພຣະຜູ້ເປັນເຈົ້າ. ເຮົາບໍ່ເຫັນໄດ້ໝົດທຸກຢ່າງ. ແຕ່ພຣະອົງເຫັນ. ພຣະຜູ້ເປັນເຈົ້າໄດ້ບອກໂຈເຊັບ ສະມິດ ໃນຄຸກລີເບີຕີວ່າ “ສິ່ງທັງໝົດເຫລົ່ານີ້ ຈະເປັນປະສົບການໃຫ້ແກ່ເຈົ້າ, ແລະ ຈະເກີດຂຶ້ນເພື່ອຄວາມດີຂອງເຈົ້າ. ບຸດມະນຸດໄດ້ລົງຕ່ຳກວ່າທຸກສິ່ງເຫລົ່ານັ້ນທັງໝົດ. ເຈົ້າຍິ່ງໃຫຍ່ກວ່າພຣະອົງບໍ?”4
ເມື່ອເຮົາຍອມຮັບເອົາພຣະປະສົງຂອງພຣະຜູ້ເປັນເຈົ້າ, ພຣະອົງຈະສິດສອນວິທີໃຫ້ເຮົາເດີນໄປກັບພຣະອົງ.5 ຕອນເປັນຜູ້ສອນສາດສະໜາໜຸ່ມທີ່ຮັບໃຊ້ຢູ່ປະເທດຕາຮີຕີ, ຂ້າພະເຈົ້າໄດ້ຖືກຂໍໃຫ້ວາງມືໃຫ້ພອນແກ່ແອນ້ອຍປ່ວຍຄົນໜຶ່ງ. ພວກເຮົາໄດ້ວາງມືເທິງຫົວຂອງລາວ ແລະ ໄດ້ໃຫ້ພອນແກ່ລາວເພື່ອໃຫ້ດີຂຶ້ນ. ສຸຂະພາບຂອງລາວກໍເລີ່ມດີຂຶ້ນ, ແຕ່ວ່າລາວກໍກັບມາປ່ວຍອີກ. ຄັ້ງທີສອງພວກເຮົາກໍໃຫ້ພອນລາວ ແຕ່ວ່າກໍໄດ້ຮັບຜົນແບບເກົ່າອີກ. ການຂໍຄັ້ງທີສາມໄດ້ມາເຖິງ. ພວກເຮົາໄດ້ອ້ອນວອນກັບພຣະຜູ້ເປັນເຈົ້າວ່າຂໍໃຫ້ເປັນໄປຕາມພຣະປະສົງຂອງພຣະອົງ. ບໍ່ດົນຈາກນັ້ນ, ຈິດວິນຍານດວງນ້ອຍຂອງລາວກໍໄດ້ກັບຄືນສູ່ບ້ານຂອງລາວໃນສະຫວັນ.
ແຕ່ພວກເຮົາມີຄວາມສະຫງົບ. ພວກເຮົາຢາກໃຫ້ແອນ້ອຍນັ້ນມີຊີວິດຢູ່, ແຕ່ວ່າພຣະຜູ້ເປັນເຈົ້າໄດ້ມີແຜນແບບອື່ນ. ການຍອມຮັບພຣະປະສົງຂອງພຣະອົງແທນຂອງເຮົາເອງຄືສິ່ງສຳຄັນໃນການຄົ້ນພົບຄວາມສຸກບໍ່ວ່າສະຖານະການຂອງເຮົາຈະເປັນແນວໃດກໍຕາມ.
ສັດທາທີ່ລຽບງ່າຍທີ່ເຮົາມີໃນພຣະເຢຊູຄຣິດເມື່ອເຮົາເລີ່ມຮຽນຮູ້ກ່ຽວກັບພຣະອົງເປັນຄັ້ງທຳອິດ ສາມາດຄົງຢູ່ໃນໃຈຂອງເຮົາຂະນະທີ່ເຮົາປະເຊີນໜ້າກັບການທ້າທາຍຂອງຊີວິດ. ສັດທາຂອງເຮົາໃນພຣະອົງສາມາດ ແລະ ຈະນຳພາເຮົາຂ້າມຜ່ານຄວາມຊັບຊ້ອນຂອງຊີວິດໄປໄດ້. ແນ່ນອນ, ເຮົາຈະພົບວ່າມີຄວາມລຽບງ່າຍໃນອີກດ້ານໜຶ່ງຂອງຄວາມຊັບຊ້ອນຂອງຊີວິດ6 ຂະນະທີ່ເຮົາຍັງຄົງຢູ່ໃນ “[ຄວາມໝັ້ນຄົງ] ໃນພຣະຄຣິດ, ໂດຍມີຄວາມສະຫວ່າງຢ່າງບໍລິບູນຂອງຄວາມຫວັງ.”7
ຈຸດປະສົງສ່ວນໜຶ່ງຂອງຊີວິດຄືການຍອມໃຫ້ສິ່ງກີດຂວາງທີ່ອາດເກີດຂຶ້ນເຫລົ່ານີ້ກາຍມາເປັນຫີນຂັ້ນໄດຂະນະທີ່ເຮົາປີນໄຕ່ສິ່ງທີ່ຂ້າພະເຈົ້າເອີ້ນວ່າ “ຂັ້ນໄດແຫ່ງສັດທາ”—ເປັນຂັ້ນໄດເພາະມັນແນະນຳວ່າ ສັດທາບໍ່ຄົງທີ່. ມັນສາມາດຂຶ້ນໄປ ຫລື ລົງໄດ້ອີງຕາມການເລືອກທີ່ເຮົາເຮັດ.
ຂະນະທີ່ເຮົາດີ້ນລົນໃນການສ້າງສັດທາໃນພຣະຜູ້ຊ່ວຍໃຫ້ລອດ, ເຮົາອາດຈະບໍ່ເຂົ້າໃຈຢ່າງເຕັມທີ່ເຖິງຄວາມຮັກຂອງພຣະເຈົ້າທີ່ມີໃຫ້ເຮົາ, ແລະ ເພື່ອເຮົາຈະໄດ້ເຊື່ອຟັງກົດຂອງພຣະອົງດ້ວຍຄວາມຮູ້ສຶກທີ່ເປັນພັນທະ. ຄວາມຮູ້ສຶກຜິດອາດຈະກາຍເປັນແຮງຈູງໃຈຫລັກຫລາຍກວ່າຄວາມຮັກ. ການເຊື່ອມຕໍ່ທີ່ແທ້ຈິງກັບພຣະອົງອາດຈະຍັງບໍ່ເຄີຍມີມາກ່ອນ.
ຂະນະທີ່ເຮົາສະແຫວງຫາທີ່ຈະເພີ່ມພູນສັດທາຂອງເຮົາ, ເຮົາອາດຈະສັບສົນກັບສິ່ງທີ່ຢາໂກໂບໄດ້ສິດສອນໄວ້. ເພິ່ນໄດ້ເຕືອນເຮົາວ່າ “ຄວາມເຊື່ອທີ່ບໍ່ມີການປະຕິບັດນັ້ນກໍໄຮ້ຜົນ.”8 ເຮົາອາດຈະສະດຸດໄດ້ຖ້າເຮົາຄິດວ່າທຸກສິ່ງທຸກຢ່າງແມ່ນຂຶ້ນກັບເຮົາ. ການເພິ່ງພາຕົວເອງຫລາຍເກີນໄປກໍສາມາດຂັດຂວາງຄວາມສາມາດຂອງເຮົາທີ່ຈະເຂົ້າເຖິງອຳນາດແຫ່ງສະຫວັນໄດ້.
ແຕ່ເມື່ອເຮົາກ້າວໄປຫາສັດທາທີ່ແທ້ຈິງໃນພຣະເຢຊູຄຣິດ, ຄວາມຄິດຂອງເຮົາເລີ່ມປ່ຽນແປງ. ເຮົາຮັບຮູ້ໄດ້ວ່າການເຊື່ອຟັງ ແລະ ການມີສັດທາໃນພຣະຜູ້ຊ່ວຍໃຫ້ລອດເຮັດໃຫ້ເຮົາເໝາະສົມກັບການມີພຣະວິນຍານຂອງພຣະອົງຢູ່ນຳເຮົາຕະຫລອດເວລາ.9 ການເຊື່ອຟັງຈະບໍ່ຂຸ່ນເຄືອງໃຈອີກຕໍ່ໄປ ແຕ່ກາຍເປັນການສະແຫວງຫາ.10 ເຮົາຮັບຮູ້ໄດ້ວ່າການເຊື່ອຟັງພຣະບັນຍັດຂອງພຣະເຈົ້າເຮັດໃຫ້ເຮົາໄດ້ຮັບຄວາມໄວ້ວາງໃຈຈາກພຣະອົງ. ດ້ວຍຄວາມໄວ້ວາງໃຈຈາກພຣະອົງ ແສງສະຫວ່າງຈະຮຸ່ງແຈ້ງຫລາຍຂຶ້ນ. ແສງສະຫວ່າງນີ້ຈະເຍືອງທາງ ແລະ ເຮັດໃຫ້ເຮົາເບິ່ງເຫັນເສັ້ນທາງທີ່ເຮົາຄວນໄປຢ່າງຊັດເຈນ.
ແຕ່ມີຫລາຍກວ່ານັ້ນ. ເມື່ອສັດທາຂອງເຮົາໃນພຣະຜູ້ຊ່ວຍໃຫ້ລອດເພີ່ມຂຶ້ນ, ເຮົາຈະສັງເກດເຫັນການປ່ຽນແປງທີ່ລະອຽດອ່ອນຊຶ່ງລວມທັງຄວາມເຂົ້າໃຈອັນສູງສົ່ງເຖິງຄວາມສຳພັນຂອງເຮົາກັບພຣະເຈົ້າ—ການເຄື່ອນຍ້າຍອອກໄປເລື້ອຍໆຈາກຄຳວ່າ “ເຮົາຕ້ອງການຫຍັງ?” ໄປຫາ “ພຣະເຈົ້າປະສົງສິ່ງໃດ?” ເຊັ່ນດຽວກັນກັບພຣະຜູ້ຊ່ວຍໃຫ້ລອດ, ເຮົາຕ້ອງການທີ່ຈະເຮັດໜ້າທີ່ “ຂໍຢ່າໃຫ້ເປັນໄປຕາມໃຈປາດຖະໜາຂອງລູກ, ແຕ່ໃຫ້ເປັນໄປຕາມຄວາມປະສົງຂອງພຣະອົງ.”11 ເຮົາຢາກເຮັດວຽກງານຂອງພຣະເຈົ້າ ແລະ ເປັນເຄື່ອງມືໃນພຣະຫັດຂອງພຣະອົງ.12
ຄວາມກ້າວໜ້າຂອງເຮົາຄືສິ່ງນິລັນດອນ. ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ ມັນມີຫລາຍສິ່ງຫລາຍຢ່າງທີ່ພຣະບິດາເທິງສະຫວັນຢາກໃຫ້ເຮົາຮູ້ຈັກ.13 ເມື່ອເຮົາກ້າວໜ້າ, ເຮົາຈະເຂົ້າໃຈດີຂຶ້ນກວ່າເກົ່າເຖິງສິ່ງທີ່ພຣະຜູ້ເປັນເຈົ້າໄດ້ສິດສອນໂຈເຊັບ ສະມິດ: “ເພາະຖ້າຫາກພວກເຈົ້າຮັກສາບັນຍັດຂອງເຮົາ, ແລ້ວພວກເຈົ້າຈະໄດ້ຮັບຄວາມສົມບູນຂອງພຣະອົງ, ແລະ ໄດ້ຮັບກຽດຕິຍົດໃນເຮົາ; … ເຮົາກ່າວກັບພວກເຈົ້າວ່າ ພວກເຈົ້າຈະໄດ້ຮັບພຣະຄຸນແທນພຣະຄຸນ.”14
ເຮົາຈະປີນຂັ້ນໄດແຫ່ງສັດທາຂອງເຮົາສູງພຽງໃດນັ້ນແມ່ນຂຶ້ນກັບການຕັດສິນໃຈຂອງເຮົາ. ແອວເດີ ນຽວ ແອວ ແອນເດີເຊັນ ໄດ້ສິດສອນວ່າ, “ສັດທາບໍ່ແມ່ນໂດຍບັງເອີນ, ແຕ່ໂດຍການເລືອກ.”15 ເຮົາສາມາດເລືອກທີ່ຈະເຮັດການເລືອກທີ່ຈຳເປັນເພື່ອເພີ່ມພູນປະຈັກພະຍານຂອງເຮົາໃນພຣະຜູ້ຊ່ວຍໃຫ້ລອດ.
ໃຫ້ພິຈາລະນາຜົນຂອງການເລືອກເມື່ອເລມັນກັບເລມູເອນລົງຂັ້ນໄດແຫ່ງສັດທາຂະນະທີ່ນີໄຟໄດ້ປີນສູງຂຶ້ນໄປ. ມີການສະແດງອື່ນໃດບໍທີ່ຊັດເຈນຫລາຍໄປກວ່າຄວາມແຕກຕ່າງລະຫວ່າງຄຳຕອບຂອງນີໄຟທີ່ວ່າ “ເຮົາຈະໄປ ແລະ ເຮັດ”16 ກັບຄຳຕອບຂອງເລມັນ ແລະ ເລມູເອນ, ຜູ້ຫາກໍໄດ້ເຫັນທູດສະຫວັນ, ທີ່ວ່າ “ມັນເປັນໄປໄດ້ແນວໃດທີ່ພຣະເຈົ້າຈະມອບ?”17
ຄວາມບໍ່ເຊື່ອຖືປິດກັ້ນຄວາມສາມາດຂອງເຮົາທີ່ຈະເຫັນການມະຫັດສະຈັນ, ໃນຂະນະທີ່ແນວຄິດແຫ່ງສັດທາໃນພຣະຜູ້ຊ່ວຍໃຫ້ລອດຈະເປີດອຳນາດແຫ່ງສະຫວັນ.
ແມ່ນແຕ່ເມື່ອສັດທາຂອງເຮົາອ່ອນແອ, ພຣະຫັດຂອງພຣະຜູ້ເປັນເຈົ້າຈະຍື່ນອອກມາສະເໝີ.18 ເມື່ອຫລາຍປີກ່ອນ ຂ້າພະເຈົ້າໄດ້ຖືກມອບໝາຍໃຫ້ຈັດຕັ້ງສະເຕກໃນປະເທດນີເຊເຣຍຄືນໃໝ່. ໃນນາທີສຸດທ້າຍ, ໄດ້ມີການປ່ຽນແປງວັນເວລາ. ມີຜູ້ຊາຍຄົນໜຶ່ງໃນສະເຕກທີ່ໄດ້ຕັດສິນໃຈອອກຈາກເມືອງໄປເພື່ອຈະບໍ່ເຂົ້າຮ່ວມກອງປະຊຸມສະເຕກໃນຄັ້ງທຳອິດ. ລາວບໍ່ຢາກສ່ຽງໃນການອາດຖືກເອີ້ນໃຫ້ເປັນປະທານສະເຕກ.
ໃນຂະນະທີ່ລາວບໍ່ຢູ່, ລາວໄດ້ປະສົບອຸບັດຕິເຫດທີ່ຮ້າຍແຮງ, ແຕ່ວ່າລາວບໍ່ໄດ້ຮັບບາດເຈັບ. ສິ່ງນີ້ໄດ້ເຮັດໃຫ້ລາວພິຈາລະນາວ່າເປັນຫຍັງລາວຈຶ່ງລອດຊີວິດມາໄດ້. ລາວໄດ້ທົບທວນການຕັດສິນໃຈຂອງລາວອີກຄັ້ງ. ລາວໄດ້ກັບໃຈ ແລະ ເຂົ້າຮ່ວມກອງປະຊຸມສະເຕກອີກຄັ້ງດ້ວຍຄວາມຖ່ອມໃຈ. ແລະ ແມ່ນແລ້ວ, ລາວໄດ້ຖືກເອີ້ນໃຫ້ເປັນປະທານສະເຕກຄົນໃໝ່.
ແອວເດີ ນຽວ ເອ ແມ໊ກສະແວວ ໄດ້ສິດສອນວ່າ: “ການເຮັດໃຫ້ຄວາມປະສົງຂອງເຮົາສອດຄ່ອງກັບພຣະປະສົງຂອງພຣະເຈົ້າເທົ່ານັ້ນຈຶ່ງຈະພົບເຫັນຄວາມສຸກທີ່ສົມບູນ. ອັນໃດທີ່ໜ້ອຍກວ່າກໍໃຫ້ຜົນນ້ອຍລົງ.”19
ຫລັງຈາກປະຕິບັດ “ທຸກສິ່ງທຸກຢ່າງທີ່ຢູ່ໃນອຳນາດຂອງພວກເຮົາ,” ແລ້ວມັນເຖິງເວລາທີ່ “ພວກເຮົາ [ຈະ] ຢືນຢູ່ຊື່ໆ … ເພື່ອເຫັນຄວາມລອດຂອງພຣະເຈົ້າ.”20 ຂ້າພະເຈົ້າໄດ້ເຫັນສິ່ງນີ້ໃນຂະນະທີ່ຮັບໃຊ້ໃນຖານະອ້າຍນ້ອງຜູ້ປະຕິບັດສາດສະໜາກິດກັບຄອບຄົວຂອງ ມັກຄໍມິກ. ໃນການແຕ່ງງານມາໄດ້ 21 ປີ, ແມຣີເຄ ໄດ້ຮັບໃຊ້ຢ່າງຊື່ສັດໃນການເອີ້ນຂອງນາງ. ເຄນບໍ່ໄດ້ເປັນສະມາຊິກຂອງສາດສະໜາຈັກ ແລະ ບໍ່ຄິດສົນໃຈທີ່ຈະເປັນເລີຍ, ແຕ່ວ່າລາວຮັກເມຍຂອງລາວ, ລາວເລືອກໄປໂບດກັບນາງ.
ວັນອາທິດມື້ໜຶ່ງ ຂ້າພະເຈົ້າຮູ້ສຶກປະທັບໃຈທີ່ຈະແບ່ງປັນປະຈັກພະຍານຂອງຂ້າພະເຈົ້າກັບເຄນ. ຂ້າພະເຈົ້າໄດ້ຖາມລາວວ່າຂ້າພະເຈົ້າເຮັດແບບນັ້ນໄດ້ບໍ. ຄໍາຕອບຂອງລາວນັ້ນຊັດເຈນ ແລະ ລຽບງ່າຍ: “ບໍ່ໄດ້, ຂອບໃຈ.”
ຂ້າພະເຈົ້າສັບສົນ. ຂ້າພະເຈົ້າໄດ້ຮູ້ສຶກເຖິງການກະຕຸ້ນ ແລະ ໄດ້ເຮັດຕາມນັ້ນ. ເກືອບຄິດໄປວ່າຂ້າພະເຈົ້າໄດ້ເຮັດພາກສ່ວນຂອງຕົວເອງແລ້ວ. ແຕ່ຫລັງຈາກໄດ້ອະທິຖານ ແລະ ໄຕ່ຕອງຄືນ, ຂ້າພະເຈົ້າສາມາດເຫັນໄດ້ວ່າເຈດຕະນາຂອງຂ້າພະເຈົ້ານັ້ນຖືກຕ້ອງ, ແຕ່ຂ້າພະເຈົ້າເພິ່ງພາຕົວເອງຫລາຍເກີນໄປ ແລະ ເພິ່ງອາໄສພຣະຜູ້ເປັນເຈົ້າໜ້ອຍເກີນໄປ.
ຕໍ່ມາ ຂ້າພະເຈົ້າໄດ້ກັບຄືນໄປອີກ ແຕ່ມີແນວຄິດທີ່ແຕກຕ່າງ. ຂ້າພະເຈົ້າໄດ້ໄປແບບໃນຖານະເຄື່ອງມືໃນພຣະຫັດຂອງພຣະຜູ້ເປັນເຈົ້າເທົ່ານັ້ນ, ໂດຍບໍ່ມີຄວາມປາດຖະໜາຢ່າງອື່ນ ນອກຈາກເຮັດຕາມພຣະວິນຍານ. ຮ່ວມກັນກັບຄູ່ທີ່ຊື່ສັດຂອງຂ້າພະເຈົ້າ, ເຈຣອນ ຄາດອນ, ພວກເຮົາໄດ້ເຂົ້າໄປໃນບ້ານຂອງ ມັກຄໍມິກ.
ບໍ່ດົນຈາກນັ້ນ, ຂ້າພະເຈົ້າໄດ້ຮູ້ສຶກເຖິງການກະຕຸ້ນໃຫ້ເຊື້ອເຊີນເຈຣອນໃຫ້ຮ້ອງເພງ “ເຮົາຮູ້ພຣະຜູ້ໄຖ່ຊົງພຣະຊົນ.”21 ລາວໄດ້ເບິ່ງຂ້າພະເຈົ້າແບບມີຄຳຖາມ, ແຕ່ວ່າມີສັດທາໃນສັດທາຂອງຂ້າພະເຈົ້າ, ແລ້ວລາວກໍໄດ້ເຮັດຕາມ. ໃນຫ້ອງເຕັມໄປດ້ວຍພຣະວິນຍານທີ່ສວຍງາມ. ການກະຕຸ້ນໄດ້ບອກໃຫ້ເຊື້ອເຊີນ ແມຣີເຄ ແລະ ນາງຄຣິດສະຕິນ ລູກສາວຂອງເຂົາເຈົ້າ, ໃຫ້ແບ່ງປັນປະຈັກພະຍານ. ຂະນະທີ່ເຂົາເຈົ້າແບ່ງປັນຢູ່ນັ້ນ, ກໍຮູ້ສຶກໄດ້ເຖິງພຣະວິນຍານອັນແຮງກ້າ. ຕາມຈິງແລ້ວ, ຫລັງຈາກປະຈັກພະຍານຂອງນາງຄຣິດສະຕິນ, ນ້ຳຕາກໍໄດ້ໄຫລອາບແກ້ມຂອງເຄນ.22
ພຣະເຈົ້າໄດ້ຄອບຄອງແລ້ວ. ບໍ່ແມ່ນແຕ່ຄວາມປະທັບໃຈເທົ່ານັ້ນທີ່ໄດ້ເກີດຂຶ້ນ ແຕ່ເປັນການປ່ຽນແປງຕະຫລອດໄປ. ຊາວເອັດປີຂອງການທີ່ຢູ່ໃນຄວາມບໍ່ເຊື່ອໄດ້ຖືກລຶບລ້າງອອກໄປໂດຍອຳນາດຂອງພຣະວິນຍານບໍລິສຸດ. ໜຶ່ງອາທິດຈາກນັ້ນ, ເຄນກໍໄດ້ຮັບບັບຕິສະມາ. ໜຶ່ງປີຈາກນັ້ນ, ເຄນ ແລະ ແມຣີເຄ ໄດ້ຜະນຶກເຂົ້າກັນໃນບ້ານຂອງພຣະຜູ້ເປັນເຈົ້າເພື່ອການເວລາ ແລະ ຊົ່ວນິລັນດອນ.
ພວກເຮົາໄດ້ມີປະສົບການຮ່ວມກັນວ່າ ການໃຫ້ພຣະປະສົງຂອງພຣະຜູ້ເປັນເຈົ້າມາແທນທີ່ຄວາມຕັ້ງໃຈຂອງເຮົາໝາຍຄວາມວ່າແນວໃດ, ແລະ ສັດທາຂອງເຮົາໃນພຣະອົງໄດ້ເພີ່ມຂຶ້ນ.
ໃຫ້ພິຈາລະນາຄຳຖາມຫ້າຫົກຂໍ້ທີ່ໄດ້ຕັ້ງຂຶ້ນໂດຍສາດສະດາຂອງພຣະເຈົ້າຂະນະທີ່ທ່ານພະຍາຍາມປີນໄຕ່ຂັ້ນໄດແຫ່ງສັດທາວ່າ:
ເຮົາໄດ້ຖອດຄວາມທະນົງຕົວອອກແລ້ວບໍ?23
ເຮົາໄດ້ໃຫ້ບ່ອນໃນຫົວໃຈຂອງເຮົາສຳລັບພຣະຄຳຂອງພຣະເຈົ້າແລ້ວບໍ?24
ເຮົາໄດ້ຍິນຍອມໃຫ້ຄວາມທຸກຂອງເຮົາໄວ້ເພື່ອປະໂຫຍດຂອງເຮົາເອງແລ້ວບໍ?25
ເຮົາເຕັມໃຈທີ່ຈະໃຫ້ຄວາມປະສົງຂອງຕົວເອງຖືກກືນລົງໄປໃນພຣະປະສົງຂອງພຣະບິດາແລ້ວບໍ?26
ຖ້າຫາກເຮົາຮູ້ສຶກຢາກຮ້ອງເພງສັນລະເສີນຄວາມຮັກທີ່ໄຖ່, ເຮົາສາມາດຮູ້ສຶກເຊັ່ນນັ້ນບໍໃນຂະນະນີ້?27
ເຮົາໄດ້ໃຫ້ພຣະເຈົ້າໄຊຊະນະແລ້ວບໍໃນຊີວິດຂອງເຮົາ?28
ຖ້າວ່າທ່ານພົບວ່າເສັ້ນທາງປະຈຸບັນຂອງທ່ານຂັດແຍ້ງກັບສັດທາຂອງທ່ານໃນພຣະຜູ້ຊ່ວຍໃຫ້ລອດ, ແລ້ວໃຫ້ທ່ານຈົ່ງຊອກຫາຫົນທາງກັບໄປຫາພຣະອົງ. ຄວາມສູງສົ່ງຂອງທ່ານ ແລະ ລູກຫລານຂອງທ່ານແມ່ນຂຶ້ນຢູ່ກັບມັນ.
ຂໍໃຫ້ເຮົາປູກຝັງເມັດແຫ່ງສັດທາໄວ້ເລິກລົງໄປໃນໃຈຂອງເຮົາ. ຂໍໃຫ້ເຮົາບຳລຸງລ້ຽງເມັດເຫລົ່ານີ້ຂະນະທີ່ເຮົາຜູກມັດຕົວເອງໄວ້ກັບພຣະຜູ້ຊ່ວຍໃຫ້ລອດ ໂດຍການໃຫ້ກຽດແກ່ພັນທະສັນຍາທີ່ເຮົາໄດ້ເຮັດໄວ້ກັບພຣະອົງ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.