ເພາະວ່າພຣະເຈົ້າຊົງຮັກເຮົາຫລາຍທີ່ສຸດ
ພຣະເຈົ້າຊົງຮັກເຮົາຫລາຍທີ່ສຸດ ຈົນໄດ້ສົ່ງພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງມາ—ເພື່ອບໍ່ໃຫ້ກ່າວໂທດເຮົາ ແຕ່ຊ່ວຍເຮົາໃຫ້ລອດ.
“ເພາະວ່າພຣະເຈົ້າຊົງຮັກໂລກຫລາຍທີ່ສຸດ, ຈົນໄດ້ປະທານພຣະບຸດອົງດຽວຂອງພຣະອົງ ເພື່ອທຸກຄົນທີ່ວາງໃຈເຊື່ອໃນພຣະບຸດນັ້ນຈະບໍ່ຈິບຫາຍ ແຕ່ມີຊີວິດອັນຕະຫລອດໄປເປັນນິດ” (ໂຢຮັນ 3:16). ຄັ້ງທຳອິດທີ່ຂ້າພະເຈົ້າໄດ້ສັງເກດເຫັນພຣະຄຳພີຂໍ້ນີ້, ຂ້າພະເຈົ້າບໍ່ໄດ້ຢູ່ທີ່ໂບດ ຫລື ຢູ່ໃນການສັງສັນໃນຄອບຄົວ. ຂ້າພະເຈົ້າກຳລັງເບິ່ງການແຂ່ງຂັນກິລາໃນໂທລະພາບ. ບໍ່ວ່າສະຖານີໃດ, ແລະ ບໍ່ວ່າເກມໃດກໍຕາມທີ່ຂ້າພະເຈົ້າໄດ້ເບິ່ງ, ຢ່າງນ້ອຍມີຄົນຜູ້ໜຶ່ງທີ່ໄດ້ຖືປ້າຍວ່າ “ໂຢຮັນ 3:16.”
ຂ້າພະເຈົ້າກໍຮັກພຣະຄຳພີ ຂໍ້ທີ 17 ເທົ່າກັນທີ່ວ່າ: “ດ້ວຍວ່າ ພຣະເຈົ້າໄດ້ໃຊ້ພຣະບຸດເຂົ້າມາໃນໂລກ ບໍ່ແມ່ນເພື່ອຕັດສິນລົງໂທດມະນຸດສະໂລກ; ແຕ່ເພື່ອມະນຸດສະໂລກຈະລອດໂດຍຜ່ານທາງພຣະອົງ.”
ພຣະເຈົ້າໄດ້ສົ່ງພຣະເຢຊູຄຣິດ, ພຣະບຸດອົງດຽວຂອງພຣະອົງມາໃນເນື້ອໜັງ, ສະລະພຣະຊົນຊີບຂອງພຣະອົງເພື່ອເຮົາທຸກຄົນ. ພຣະອົງໄດ້ກະທຳສິ່ງນີ້ຍ້ອນພຣະອົງຮັກເຮົາ ແລະ ວາງແຜນໃຫ້ເຮົາແຕ່ລະຄົນກັບຄືນໄປບ້ານຫາພຣະອົງ.
ແຕ່ນີ້ບໍ່ແມ່ນແຜນໂດຍທົ່ວໄປ, ຄວບຄຸມທຸກຄົນ, ທີ່ບາງຄັ້ງໄດ້ຜົນແດ່ບໍ່ໄດ້ຜົນແດ່. ມັນເປັນແຜນສ່ວນຕົວ, ທີ່ຖືກກຳນົດໂດຍພຣະບິດາເທິງສະຫວັນທີ່ຊົງຮັກ, ຜູ້ຮູ້ຈັກໃຈເຮົາ, ຮູ້ຊື່ເຮົາ, ແລະ ຮູ້ສິ່ງທີ່ພຣະອົງຕ້ອງການໃຫ້ເຮົາເຮັດ. ເປັນຫຍັງເຮົາຈຶ່ງເຊື່ອແບບນັ້ນ? ເພາະວ່າເຮົາໄດ້ຖືກສິດສອນຈາກພຣະຄຳພີສັກສິດ.
ໂມເຊໄດ້ຍິນພຣະບິດາເທິງສະຫວັນກ່າວຊ້ຳເລື້ອຍໆວ່າ “ໂມເຊ, ບຸດຂອງເຮົາ” (ເບິ່ງ ໂມເຊ 1:6; ເບິ່ງ ຂໍ້ທີ 7, 40 ນຳອີກ). ອັບຣາຮາມໄດ້ຮຽນຮູ້ວ່າເພິ່ນເປັນລູກຂອງພຣະເຈົ້າ, ຖືກເລືອກເພື່ອວຽກງານຂອງເພິ່ນແຕ່ກ່ອນເພິ່ນເກີດ (ເບິ່ງ ອັບຣາຮາມ 3:12, 23). ໂດຍພຣະຫັດຂອງພຣະເຈົ້າ, ເອສະເທີໄດ້ຖືກວາງໄວ້ໃນຖານະເປັນອິດທິພົນເພື່ອຊ່ວຍຊີວິດຜູ້ຄົນຂອງນາງ (ເບິ່ງ ເອສະເທີ 4). ແລະ ພຣະເຈົ້າໄດ້ໄວ້ວາງໃຈຍິງໜຸ່ມ ຄົນຮັບໃຊ້ຄົນໜຶ່ງ, ໃນການເປັນພະຍານເຖິງສາດສະດາທີ່ມີຊີວິດຢູ່ ເພື່ອວ່ານາອາມານຈະສາມາດໄດ້ຮັບການປິ່ນປົວ (ເບິ່ງ 2 ກະສັດ 5:1–15).
ໂດຍສະເພາະແລ້ວ ຂ້າພະເຈົ້າຮັກຜູ້ຊາຍທີ່ດີຄົນນັ້ນ, ມີຮູບຮ່າງຕ່ຳເຕັ້ຍ, ຜູ້ທີ່ໄດ້ປີນຕົ້ນໄມ້ເພື່ອເບິ່ງພຣະເຢຊູ. ພຣະຜູ້ຊ່ວຍໃຫ້ລອດຮູ້ວ່າລາວຢູ່ບ່ອນນັ້ນ, ໄດ້ຢຸດ, ແຫງນໜ້າຂຶ້ນໄປເບິ່ງງ່າໄມ້, ແລະ ໄດ້ກ່າວຄຳເຫລົ່ານີ້ອອກໄປວ່າ: “ຊັກຂ່າຍເອີຍ ຮີບລົງມາ” (ລູກາ 19:5). ແລະ ເຮົາບໍ່ສາມາດລືມຊາຍໜຸ່ມອາຍຸ 14 ປີ ຜູ້ທີ່ໄດ້ຍ່າງເຂົ້າໄປໃນປ່າ ແລະ ຮຽນຮູ້ວ່າແຜນນີ້ເປັນການສ່ວນຕົວແທ້ໆ: “[ໂຈເຊັບ,] ນີ້ຄືບຸດທີ່ຮັກຂອງເຮົາ. ຈົ່ງຟັງທ່ານ!” (ໂຈເຊັບ ສະມິດ—ປະຫວັດ 1:17).
ອ້າຍເອື້ອຍນ້ອງທັງຫລາຍ, ເຮົາຄືຈຸດສຸມໃນແຜນຂອງພຣະບິດາເທິງສະຫວັນ ແລະ ເປັນເຫດຜົນສຳລັບພາລະກິດຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ. ເຮົາແຕ່ລະຄົນ, ເປັນສ່ວນບຸກຄົນ, ຄືວຽກງານ ແລະ ລັດສະໝີພາບຂອງພວກພຣະອົງ.
ສຳລັບຂ້າພະເຈົ້າເອງ, ບໍ່ມີພຣະຄຳພີເຫລັ້ມໃດສະແດງໃຫ້ເຫັນຢ່າງຊັດເຈນຫລາຍກວ່າການສຶກສາພຣະຄຳພີເດີມຂອງຂ້າພະເຈົ້າ. ໃນບົດຕໍ່ບົດ ເຮົາຄົ້ນພົບຫລາຍໆຕົວຢ່າງທີ່ພຣະບິດາເທິງສະຫວັນ ແລະ ພຣະເຢໂຮວາໄດ້ມີສ່ວນຮ່ວມຢ່າງໃກ້ຊິດໃນຊີວິດຂອງເຮົາ.
ບໍ່ດົນມານີ້ເຮົາໄດ້ສຶກສາກ່ຽວກັບໂຢເຊັບ, ລູກຊາຍຜູ້ເປັນທີ່ຮັກຂອງຢາໂຄບ. ຕັ້ງແຕ່ຍັງເປັນເດັກນ້ອຍ, ໂຢເຊັບເປັນທີ່ໂປດປານຫລາຍຕໍ່ພຣະຜູ້ເປັນເຈົ້າ, ແຕ່ເພິ່ນຍັງໄດ້ປະສົບກັບການທົດລອງອັນໃຫຍ່ຫລວງດ້ວຍມືຂອງພວກອ້າຍຂອງເພິ່ນ. ສອງອາທິດທີ່ຜ່ານມາ, ຫລາຍຄົນໃນພວກເຮົາກໍໄດ້ປະທັບໃຈກັບການທີ່ໂຢເຊັບໄດ້ໃຫ້ອະໄພພວກອ້າຍຂອງເພິ່ນ. ໃນປຶ້ມ ຈົ່ງຕາມເຮົາມາ ເຮົາໄດ້ອ່ານວ່າ: ໃນຫລາຍວິທີທາງ, ຊີວິດຂອງໂຢເຊັບກໍຄ້າຍຄືກັນກັບຂອງພຣະເຢຊູຄຣິດ. ເຖິງແມ່ນວ່າບາບຂອງເຮົາໄດ້ເຮັດໃຫ້ພຣະອົງຕ້ອງຮັບທຸກທໍລະມານຫລາຍທີ່ສຸດ, ແຕ່ພຣະຜູ້ຊ່ວຍໃຫ້ລອດຍັງສະເໜີໃຫ້ອະໄພ, ປົດປ່ອຍເຮົາທຸກຄົນຈາກຊະຕາກຳທີ່ຮ້າຍແຮງກວ່າຄວາມອຶດຢາກ. ບໍ່ວ່າເຮົາຕ້ອງຮັບເອົາການໃຫ້ອະໄພ ຫລື ຕ້ອງໃຫ້ອະໄພຄົນອື່ນ—ໃນຈຸດໃດຈຸດໜຶ່ງ ເຮົາທຸກຄົນຕ້ອງເຮັດທັງສອງ—ຕົວຢ່າງຂອງໂຢເຊັບຊີ້ໃຫ້ເຮົາໄປຫາພຣະຜູ້ຊ່ວຍໃຫ້ລອດ, ຊຶ່ງເປັນແຫລ່ງທີ່ແທ້ຈິງຂອງການປິ່ນປົວ ແລະ ການຄືນດີ.”1
ບົດຮຽນຢ່າງໜຶ່ງທີ່ຂ້າພະເຈົ້າມັກໃນເລື່ອງນັ້ນມາຈາກຢູດາອ້າຍຂອງໂຢເຊັບ, ຜູ້ທີ່ເປັນສ່ວນໜຶ່ງໃນແຜນສ່ວນຕົວຂອງພຣະເຈົ້າສຳລັບໂຢເຊັບ. ໃນຕອນທີ່ໂຢເຊັບຖືກຫັກຫລັງໂດຍພວກອ້າຍຂອງເພິ່ນ, ຢູດາໄດ້ຊັກຊວນພວກເຂົາບໍ່ໃຫ້ຂ້າໂຢເຊັບ ແຕ່ຂາຍເພິ່ນໃຫ້ເປັນຂ້າທາດ (ເບິ່ງ ປະຖົມມະການ 37:26–27).
ຫລາຍປີຕໍ່ມາ, ຢູດາ ແລະ ພວກອ້າຍນ້ອງຂອງລາວຕ້ອງພານ້ອງຊາຍຫລ້າ, ເບັນຢາມິນ, ໄປປະເທດເອຢິບ. ໃນຕອນຕົ້ນພໍ່ຂອງພວກເຂົາໄດ້ຕໍ່ຕ້ານ. ແຕ່ຢູດາໄດ້ສັນຍາກັບຢາໂຄບວ່າ—ລາວຈະພາເບັນຢາມິນກັບບ້ານ.
ໃນປະເທດເອຢິບ, ຄຳສັນຍາຂອງຢູດາໄດ້ຖືກທົດສອບ. ເດັກຊາຍເບັນຢາມິນໄດ້ຖືກກ່າວຫາຢ່າງຜິດໆວ່າກໍ່ອາຊະຍາກຳ. ຢູດາ, ໂດຍທີ່ຊື່ສັດຕໍ່ຄຳສັນຍາຂອງລາວ, ໄດ້ຂໍເຂົ້າຄຸກແທນເບັນຢາມິນ. ລາວໄດ້ເວົ້າວ່າ, “ຂ້ານ້ອຍຈະກັບຄືນເມືອຫາພໍ່ໄດ້ຢ່າງໃດ ໃນເມື່ອບໍ່ມີເດັກຄົນນີ້ເມືອນຳ?” (ເບິ່ງ ປະຖົມມະການ 44:33–34). ຢູດາຕັ້ງໃຈໃນການຮັກສາຄຳສັນຍາຂອງລາວ ແລະ ນຳເອົາເບັນຢາມິນກັບຄືນມາຢ່າງປອດໄພ. ທ່ານເຄີຍຮູ້ສຶກກັບຄົນອື່ນເຊັ່ນດຽວກັນກັບທີ່ຢູດາໄດ້ຮູ້ສຶກກັບເບັນຢາມິນບໍ?
ນີ້ບໍ່ແມ່ນຄວາມຮູ້ສຶກທີ່ພໍ່ແມ່ມີໃຫ້ກັບລູກໆຂອງເຂົາເຈົ້າບໍ? ຄວາມຮູ້ສຶກທີ່ຜູ້ສອນສາດສະໜາມີໃຫ້ກັບຜູ້ຄົນທີ່ເຂົາເຈົ້າຮັບໃຊ້ບໍ? ຄວາມຮູ້ສຶກທີ່ຜູ້ນຳຊັ້ນປະຖົມໄວ ແລະ ຜູ້ນຳກຸ່ມຊາວໜຸ່ມມີໃຫ້ກັບຄົນທີ່ເຂົາເຈົ້າສິດສອນ ແລະ ຮັກບໍ?
ບໍ່ວ່າທ່ານຈະແມ່ນໃຜ ຫລື ສະຖານະການໃນປະຈຸບັນຂອງທ່ານຈະເປັນແບບໃດ, ຈະມີບາງຄົນທີ່ຮູ້ສຶກແບບນີ້ກ່ຽວກັບທ່ານ. ບາງຄົນທີ່ຢາກກັບຄືນໄປຫາພຣະບິດາເທິງສະຫວັນກັບທ່ານ.
ຂ້າພະເຈົ້າກະຕັນຍູສຳລັບຜູ້ທີ່ບໍ່ເຄີຍປະຖິ້ມເຮົາ, ຜູ້ທີ່ສືບຕໍ່ຖອກເທຈິດວິນຍານຂອງເຂົາເຈົ້າໃນການອະທິຖານເພື່ອເຮົາ, ແລະ ຜູ້ທີ່ຍັງສືບຕໍ່ສິດສອນ ແລະ ຊ່ວຍເຫລືອເຮົາໃຫ້ມີຄຸນສົມບັດທີ່ດີພໍ ເພື່ອກັບຄືນບ້ານຫາພຣະບິດາຜູ້ສະຖິດໃນສະຫວັນຂອງເຮົາ.
ເມື່ອບໍ່ດົນມານີ້ ເພື່ອນທີ່ຮັກແພງຄົນໜຶ່ງໄດ້ໃຊ້ເວລາ 233 ວັນຢູ່ໃນໂຮງໝໍ ເພື່ອປິ່ນປົວພະຍາດໂຄວິດ-19. ໃນຊ່ວງເວລານັ້ນ, ພໍ່ຂອງລາວທີ່ເສຍຊີວິດແລ້ວໄດ້ມາຢ້ຽມຢາມລາວ, ໄດ້ຂໍໃຫ້ລາວນຳຂ່າວສານໄປໃຫ້ລູກຫລານຂອງເພິ່ນ. ເຖິງແມ່ນວ່າຈະຢູ່ຟາກມ່ານເບື້ອງນັ້ນ, ພໍ່ຕູ້ທີ່ດີຄົນນີ້ກໍຍັງມີຄວາມປາດຖະໜາທີ່ຈະຊ່ວຍເຫລືອລູກຫລານຂອງເພິ່ນໃຫ້ກັບຄືນໄປຫາບ້ານໃນສະຫວັນຂອງເຂົາເຈົ້າ.
ສານຸສິດຂອງພຣະຄຣິດໄດ້ລະນຶກເຖິງ “ເບັນຢາມິນ” ໃນຊີວິດຂອງເຂົາເຈົ້າຫລາຍຂຶ້ນເລື້ອຍໆ. ຕະຫລອດທົ່ວໂລກເຂົາເຈົ້າໄດ້ຍິນຄຳຮຽກຮ້ອງຂອງສາດສະດາທີ່ມີຊີວິດຢູ່ຂອງພຣະເຈົ້າ, ປະທານຣະໂຊ ເອັມ ແນວສັນ. ຊາຍໜຸ່ມ ແລະ ຍິງໜຸ່ມກຳລັງມີສ່ວນຮ່ວມໃນກອງທັບໜຸ່ມຂອງພຣະຜູ້ເປັນເຈົ້າ. ບຸກຄົນ ແລະ ຄອບຄົວກຳລັງເອື້ອມອອກໄປໃນວິນຍານແຫ່ງການປະຕິບັດສາດສະໜາກິດ—ຄວາມຮັກ, ການແບ່ງປັນ, ແລະ ການເຊື້ອເຊີນໝູ່ເພື່ອນ ແລະ ເພື່ອນບ້ານໃຫ້ມາຫາພຣະຄຣິດ. ຊາວໜຸ່ມ ແລະ ຜູ້ໃຫຍ່ກຳລັງລະນຶກເຖິງ ແລະ ພະຍາຍາມຮັກສາພັນທະສັນຍາຂອງເຂົາເຈົ້າ—ເຕີມເຕັມພຣະວິຫານຂອງພຣະເຈົ້າ, ຊອກຫາລາຍຊື່ຂອງສະມາຊິກໃນຄອບຄົວຜູ້ທີ່ລ່ວງລັບໄປແລ້ວ, ແລະ ຮັບພິທີການຕ່າງໆແທນເຂົາເຈົ້າ.
ເປັນຫຍັງແຜນສ່ວນຕົວທີ່ພຣະບິດາເທິງສະຫວັນມີໃຫ້ສຳລັບເຮົາຈຶ່ງລວມທັງການຊ່ວຍເຫລືອຄົນອື່ນໃຫ້ກັບມາຫາພຣະອົງ? ເພາະວ່ານີ້ຄືການກາຍເປັນເໝືອນດັ່ງພຣະເຢຊູຄຣິດ. ໃນທີ່ສຸດ, ເລື່ອງລາວຂອງຢູດາ ແລະ ເບັນຢາມິນສອນເຮົາກ່ຽວກັບການເສຍສະລະຂອງພຣະຜູ້ຊ່ວຍໃຫ້ລອດເພື່ອເຮົາ. ຜ່ານທາງການຊົດໃຊ້ຂອງພຣະອົງ, ພຣະອົງໄດ້ມອບພຣະຊົນຊີບຂອງພຣະອົງເພື່ອນຳເຮົາກັບບ້ານ. ຄຳເວົ້າຂອງຢູດາສະແດງເຖິງຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດ ທີ່ວ່າ: “[ເຮົາ] ຈະກັບຄືນເມືອຫາ [ພຣະບິດາ] ໄດ້ຢ່າງໃດໃນເມື່ອບໍ່ມີ [ເຈົ້າ] ເມືອນຳ?” ໃນຖານະຜູ້ເຕົ້າໂຮມອິດສະຣາເອນ, ຄຳເວົ້າເຫລົ່ານັ້ນກໍສາມາດເປັນຄຳເວົ້າຂອງເຮົາເຊັ່ນກັນ.
ໃນພຣະຄຳພີເດີມແມ່ນເຕັມໄປດ້ວຍການມະຫັດສະຈັນ ແລະ ຄວາມເມດຕາອັນລະອຽດອ່ອນທີ່ເປັນຈຸດເດັ່ນໃນແຜນຂອງພຣະບິດາເທິງສະຫວັນ. ໃນ 2 ກະສັດ 4, ວະລີທີ່ວ່າ “ມື້ໜຶ່ງ” ໄດ້ຖືກນຳໃຊ້ສາມຄັ້ງເພື່ອເນັ້ນຕໍ່ຂ້າພະເຈົ້າໃຫ້ເຫັນວ່າເຫດການທີ່ສຳຄັນເກີດຂຶ້ນຕາມເວລາຂອງພຣະເຈົ້າ, ແລະ ບໍ່ມີລາຍລະອຽດໃດທີ່ນ້ອຍເກີນໄປສຳລັບພຣະອົງ.
ພອລ໌ ໝູ່ຄົນໃໝ່ຂອງຂ້າພະເຈົ້າໄດ້ເປັນພະຍານເຖິງຄວາມຈິງນີ້. ພອລ໌ເຕີບໃຫຍ່ຂຶ້ນໃນບ້ານທີ່ບາງເທື່ອກໍຖືກຂົ່ມເຫັງ ແລະ ບໍ່ຍອມນັບຖືສາດສະໜາເດັດຂາດ. ໃນຂະນະທີ່ເຂົ້າໂຮງຮຽນຢູ່ຄ້າຍທະຫານໃນປະເທດເຢຍລະມັນ, ລາວສັງເກດເຫັນເອື້ອຍນ້ອງຍິງສອງຄົນຜູ້ທີ່ເບິ່ງຄືວ່າມີຄວາມສະຫວ່າງຂອງພຣະວິນຍານຢູ່ນຳ. ຖາມວ່າຍ້ອນຫຍັງເຂົາເຈົ້າຈຶ່ງແຕກຕ່າງ ຄຳຕອບແມ່ນເຂົາເຈົ້າເປັນສະມາຊິກຂອງ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.
ຕໍ່ມາພອລ໌ໄດ້ເລີ່ມພົບປະກັບຜູ້ສອນສາດສະໜາ ແລະ ຖືກເຊື້ອເຊີນໃຫ້ມາໂບດ. ວັນອາທິດຕໍ່ມາ, ຂະນະທີ່ໄດ້ອອກຈາກລົດເມ, ລາວໄດ້ສັງເກດເຫັນຜູ້ຊາຍສອງຄົນໃນເສື້ອເຊີດສີຂາວ ແລະ ມັດກະລະວັດ. ລາວໄດ້ຖາມເຂົາເຈົ້າວ່າ ເຂົາເຈົ້າແມ່ນແອວເດີຂອງສາດສະໜາຈັກບໍ. ແລ້ວເຂົາເຈົ້າໄດ້ຕອບວ່າແມ່ນແລ້ວ, ດັ່ງນັ້ນພອລ໌ຈຶ່ງຕາມເຂົາເຈົ້າໄປ.
ໃນຂະນະທີ່ນະມັດສະການ, ນັກເທດສະໜາຄົນໜຶ່ງໄດ້ຊີ້ໄປຫາຜູ້ຄົນທີ່ມາຮ່ວມ ແລະ ເຊື້ອເຊີນໃຫ້ເຂົາເຈົ້າເປັນພະຍານ. ໃນຕອນທ້າຍຂອງແຕ່ລະປະຈັກພະຍານ, ມືກອງກໍໄດ້ຕີກອງເຊຍ ແລະ ຜູ້ເຂົ້າຮ່ວມກໍພາກັນຮ້ອງອອກມາວ່າ, “ອາແມນ.”
ເມື່ອນັກເທດສະໜາໄດ້ຊີ້ໃສ່ພອລ໌, ລາວໄດ້ຢືນຂຶ້ນ ແລະ ເວົ້າວ່າ, “ຂ້າພະເຈົ້າຮູ້ວ່າ ໂຈເຊັບ ສະມິດ ເປັນສາດສະດາ ແລະ ພຣະຄຳພີມໍມອນເປັນຄວາມຈິງ.” ບໍ່ມີສຽງຕີກອງເຊຍ ຫລື ຄຳວ່າ ອາແມນເລີຍ. ໃນທີ່ສຸດພອລ໌ກໍໄດ້ຮູ້ວ່າລາວໄປໂບດຜິດບ່ອນ. ບໍ່ດົນ, ພອລ໌ກໍພົບເຫັນຫົນທາງຂອງລາວໄປຫາບ່ອນທີ່ຖືກຕ້ອງ ແລະ ໄດ້ຮັບບັບຕິສະມາ.
ໃນມື້ຮັບບັບຕິສະມາຂອງພອລ໌, ມີສະມາຊິກຄົນໜຶ່ງທີ່ລາວບໍ່ຮູ້ຈັກ ໄດ້ບອກລາວວ່າ, “ເຈົ້າໄດ້ຊ່ວຍຊີວິດຂ້ອຍໄວ້.” ສອງສາມອາທິດກ່ອນໜ້ານີ້, ຜູ້ຊາຍຄົນນີ້ໄດ້ຕັດສິນໃຈຊອກຫາໂບດອື່ນ ແລະ ໄດ້ເຂົ້າຮ່ວມການນະມັດສະການໃນບ່ອນທີ່ຕີກອງ ແລະ ເວົ້າວ່າອາແມນ. ເມື່ອຜູ້ຊາຍຄົນນັ້ນໄດ້ຍິນພອລ໌ກ່າວປະຈັກພະຍານເຖິງໂຈເຊັບ ສະມິດ ແລະ ພຣະຄຳພີມໍມອນ, ລາວກໍຮູ້ໄດ້ວ່າພຣະເຈົ້າຮູ້ຈັກລາວ, ຮູ້ຈັກການດີ້ນລົນຂອງລາວ, ແລະ ມີແຜນສຳລັບລາວ. ສຳລັບພອລ໌ ແລະ ຜູ້ຊາຍຄົນນັ້ນ, ມັນຄື “ມື້ໜຶ່ງ,” ຂອງເຂົາເຈົ້າແທ້ໆ!
ເຮົາຮູ້ຄືກັນວ່າພຣະບິດາເທິງສະຫວັນມີແຜນແຫ່ງຄວາມສຸກສ່ວນຕົວສຳລັບເຮົາແຕ່ລະຄົນ. ເພາະວ່າພຣະເຈົ້າໄດ້ສົ່ງພຣະບຸດທີ່ຮັກຂອງພຣະອົງມາເພື່ອເຮົາ, ການມະຫັດສະຈັນທີ່ເຮົາຕ້ອງການໃນ “ມື້ໜຶ່ງ” ຊຶ່ງຈຳເປັນສຳລັບການບັນລຸແຜນຂອງພຣະອົງ.
ຂ້າພະເຈົ້າເປັນພະຍານວ່າປີນີ້ເຮົາສາມາດຮຽນຮູ້ຕື່ມກ່ຽວກັບແຜນຂອງພຣະເຈົ້າສຳລັບເຮົາໃນພຣະຄຳພີເດີມ. ໜັງສືທີ່ສັກສິດເຫລັ້ມນັ້ນສອນເຖິງບົດບາດຂອງສາດສະດາຫລາຍທ່ານໃນເວລາອັນບໍ່ແນ່ນອນ ແລະ ເຖິງພຣະຫັດຂອງພຣະເຈົ້າໃນໂລກທີ່ສັບສົນ ແລະ ມີຄວາມຂັດແຍ້ງເປັນປະຈຳ. ມັນກໍຍັງກ່ຽວກັບຜູ້ມີຄວາມເຊື່ອທີ່ຖ່ອມຕົນທີ່ຄອງຄອຍການສະເດັດມາຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົານຳອີກ, ດັ່ງທີ່ເຮົາຄອງຄອຍ ແລະ ກຽມຕົວສຳລັບການສະເດັດມາ ຄັ້ງທີສອງ ຂອງພຣະອົງ—ການກັບຄືນມາດ້ວຍລັດສະໝີພາບ ທີ່ທຳນາຍໄວ້ດົນນານມາແລ້ວເຖິງພຣະອົງ.
ຈົນກວ່າມື້ນັ້ນ, ເຮົາອາດຈະບໍ່ເຫັນດ້ວຍຕາທຳມະຊາດຂອງເຮົາ ເຖິງການອອກແບບຂອງພຣະເຈົ້າສຳລັບທຸກດ້ານໃນຊີວິດຂອງເຮົາ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 58:3). ແຕ່ເຮົາສາມາດຈື່ຈຳຄຳຕອບຂອງນີໄຟໄດ້ວ່າເມື່ອຕ້ອງປະເຊີນໜ້າກັບບາງສິ່ງບາງຢ່າງທີ່ເພິ່ນບໍ່ເຂົ້າໃຈ: ຂະນະທີ່ເພິ່ນບໍ່ຮູ້ຈັກຄວາມໝາຍໝົດທຸກຢ່າງ, ເພິ່ນຮູ້ວ່າພຣະເຈົ້າຮັກລູກໆຂອງພຣະອົງ (ເບິ່ງ 1 ນີໄຟ 11:17).
ນີ້ແມ່ນປະຈັກພະຍານຂອງຂ້າພະເຈົ້າໃນເຊົ້າວັນຊະບາໂຕທີ່ສວຍງາມນີ້. ຂໍໃຫ້ເຮົາຂຽນມັນລົງໄວ້ໃນໃຈຂອງເຮົາ ແລະ ປ່ອຍໃຫ້ມັນເຕີມເຕັມຈິດວິນຍານຂອງເຮົາດ້ວຍສັນຕິສຸກ, ຄວາມຫວັງ, ແລະ ຄວາມຊື່ນຊົມນິລັນດອນ ວ່າ: ພຣະເຈົ້າຊົງຮັກເຮົາຫລາຍທີ່ສຸດ ຈົນໄດ້ສົ່ງພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງມາ—ເພື່ອບໍ່ໃຫ້ກ່າວໂທດເຮົາ ແຕ່ຊ່ວຍເຮົາໃຫ້ລອດ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.