ພຣະ​ຄຳ​ພີ​ເດີມ 2022
ວັນທີ 14–20 ເດືອນ​ມີນາ. ປະ​ຖົມ​ມະ​ການ 42–50: “ພຣະ​ເຈົ້າ​ໄດ້​ຫັນ​ປ່ຽນ​ໃຫ້​ເປັນ​ເລື່ອງ​ດີ”


“ວັນທີ 14–20 ເດືອນ​ມີນາ. ປະ​ຖົມ​ມະ​ການ 42–50: ‘ພຣະ​ເຈົ້າ​ໄດ້​ຫັນ​ປ່ຽນ​ໃຫ້​ເປັນ​ເລື່ອງ​ດີ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນທີ 14–20 ເດືອນ​ມີນາ. ປະ​ຖົມ​ມະ​ການ 42–50,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ໂຢເຊັບ​ແຫ່ງ​ເອຢິບ

ຮູບ​ພາບ​ໂຢເຊັບ​ແຫ່ງ​ເອຢິບ, ໂດຍ ຣໍເບີດ ທີ ແບແຣັດ

ວັນທີ 14–20 ເດືອນ​ມີນາ

ປະ​ຖົມ​ມະ​ການ 42–50

“ພຣະ​ເຈົ້າ​ໄດ້​ຫັນ​ປ່ຽນ​ໃຫ້​ເປັນ​ເລື່ອງ​ດີ”

ການ​ອ່ານ​ພຣະ​ຄຳ​ພີ​ເຊື້ອ​ເຊີນ​ພຣະ​ວິນ​ຍານ. ໃຫ້​ຟັງ​ການ​ກະ​ຕຸ້ນ​ຂອງ​ພຣະ​ອົງ ຂະ​ນະ​ທີ່​ທ່ານ​ອ່ານ, ເຖິງ​ແມ່ນເບິ່ງ​ຄື​ວ່າ​ມັນ​ບໍ່​ກ່ຽວ​ຂ້ອງ​ກັບ​ສິ່ງ​ທີ່​ທ່ານ​ກຳ​ລັງ​ອ່ານ​ກໍ​ຕາມ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ມັນ​ເປັນ​ເວ​ລາ​ປະ​ມານ 22 ປີ ນັບ​ຕັ້ງ​ແຕ່​ໂຢເຊັບ​ໄດ້​ຖືກ​ຂາຍ​ໄປ​ປະ​ເທດ​ເອຢິບ ໂດຍ​ພວກ​ອ້າຍ​ຂອງ​ລາວ. ລາວ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ກັບ​ການ​ທົດ​ລອງ​ຫລາຍ​ຢ່າງ, ລວມ​ທັງ​ການ​ຖືກ​ກ່າວ​ຫາ​ຜິດໆ ແລະ ຖືກ​ເອົາ​ເຂົ້າ​ຄຸກ. ເມື່ອ​ໃນ​ທີ່​ສຸດ ລາວ​ໄດ້​ເຫັນ​ພວກ​ອ້າຍ​ຂອງ​ລາວ​ອີກ, ໂຢເຊັບ​ໄດ້​ເປັນ​ຜູ້​ປົກ​ຄອງ​, ລອງ​ຟາ​ຣາ​ໂອທົ່ວປະ​ເທດ​ເອຢິບ. ລາວ​ສາ​ມາດແກ້​ແຄ້ນ​ພວກ​ເຂົາ​ຢ່າງ​ງ່າຍ​ດາຍ, ແລະ ເມື່ອ​ຄິດ​ເຖິງ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ເຮັດ​ກັບ​ໂຢເຊັບ​ແລ້ວ, ກໍ​ເບິ່ງ​ຄື​ວ່າ ມັນເປັນ​ເລື່ອງທີ່​ສົມ​ຄວນ. ແຕ່​ໂຢເຊັບ​ໄດ້​ໃຫ້​ອະ​ໄພ​ແກ່ພວກ​ອ້າຍ​ຂອງ​ລາວ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ລາວ​ຍັງ​ໄດ້​ຊ່ວຍ​ເຫລືອ​ພວກ​ເຂົາ​ໃຫ້​ເຫັນ​ຈຸດ​ປະ​ສົງ​ແຫ່ງ​ສະ​ຫວັນ ຢູ່​ໃນ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ລາວ​ນຳ​ອີກ. “ພຣະ​ເຈົ້າ​ໄດ້​ຫັນ​ປ່ຽນ​ໃຫ້​ເປັນ​ເລື່ອງ​ດີ” (ປະ​ຖົມ​ມະ​ການ 50:20), ລາວໄດ້ບອກ​ພວກ​ເຂົາ, ເພາະ​ມັນ​ໄດ້​ຊ່ວຍ​ໃຫ້​ລາວ​ຢູ່​ໃນ​ຖາ​ນະ​ທີ່​ສາ​ມາດ​ຊ່ວຍ​ຊີ​ວິດ “ຄອບ​ຄົວ​ຂອງ​ພວກ​ເຂົາ​ທຸກໆ​ຄົນ” (ປະ​ຖົມ​ມະ​ການ 47:12) ຈາກ​ຄວາມ​ອຶດ​ຢາກ.

ໃນ​ຫລາຍ​ວິ​ທີ​ທາງ, ຊີ​ວິດ​ຂອງ​ໂຢເຊັບ ກໍ​ຄ້າຍ​ຄື​ກັນ​ກັບຂອງ​ພຣະ​ເຢ​ຊູ​ຄຣິດ. ເຖິງ​ແມ່ນ​ວ່າບາບ​ຂອງ​ເຮົາ​ໄດ້​ເຮັດໃຫ້​ພຣະ​ອົງ​ຕ້ອງຮັບ​ທຸກ​ທໍ​ລະ​ມານ​ຫລາຍ​ທີ່​ສຸດ, ແຕ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຍັງ​ສະ​ເໜີ​ໃຫ້​ອະ​ໄພ, ປົດ​ປ່ອຍ​ເຮົາ​ທຸກ​ຄົນ​ຈາກ​ຊະ​ຕາ​ກຳ​ທີ່​ຮ້າຍ​ແຮງກວ່າ​ຄວາມ​ອຶດ​ຢາກ. ບໍ່​ວ່າ​ເຮົາ​ຕ້ອງ​ຮັບ​ເອົາ​ການ​ໃຫ້​ອະ​ໄພ ຫລື ຕ້ອງ​ໃຫ້​ອະ​ໄພ​ຄົນ​ອື່ນ—ໃນ​ຈຸດ​ໃດ​ຈຸດ​ໜຶ່ງ ເຮົາ​ທຸກ​ຄົນ​ຕ້ອງ​ເຮັດ​ທັງ​ສອງ—ຕົວ​ຢ່າງ​ຂອງ​ໂຢເຊັບ​ຊີ້​ໃຫ້​ເຮົາ​ໄປ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຊຶ່ງ​ເປັນ​ແຫລ່ງ​ທີ່​ແທ້​ຈິງ​ຂອງ​ການ​ປິ່ນ​ປົວ ແລະ ການ​ຄືນ​ດີ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ປະ​ຖົມ​ມະ​ການ 45:1–8; 50:20

“ພຣະ​ເຈົ້າ​ໄດ້​ສົ່ງ​ຂ້ອຍ​ມາ​ກ່ອນ ເພື່ອ​ຊ່ວຍ​ຊີ​ວິດ​ຂອງ​ພວກ​ເຈົ້າ​ໄວ້.”

ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ໂຢເຊັບ, ທ່ານ​ໄດ້​ສັງ​ເກດ​ເຫັນ​ສິ່ງ​ໃດ​ທີ່​ຄ້າຍ​ຄື​ກັນ​ລະ​ຫວ່າງ​ປະ​ຫວັດ​ຂອງ​ລາວ ແລະ ພາ​ລະ​ກິດ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ? ທ່ານ​ອາດ​ໄຕ່​ຕອງວິ​ທີ​ທີ່​ບົດ​ບາດ​ຂອງ​ໂຢເຊັບ​ໃນ​ຄອບ​ຄົວ​ຂອງ​ລາວ ຄ້າຍ​ຄື​ກັນ​ກັບ​ບົດ​ບາດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ຄອບ​ຄົວ​ຂອງ​ພຣະ​ເຈົ້າ​ແນວ​ໃດ. ທ່ານ​ເຫັນ​ຫຍັງ​ແດ່​ທີ່​ຄ້າຍ​ຄື​ກັນ​ລະ​ຫວ່າງ​ປະ​ສົບ​ການ​ຂອງ​ໂຢເຊັບ ແລະ ພາ​ລະ​ກິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຜູ້​ທີ່​ໄດ້​ຖືກ​ສົ່ງ​ມາ “ເພື່ອ​ຊ່ວຍ​ຊີ​ວິດ [ເຮົາ] ໄວ້​ແບບ​ອັດ​ສະ​ຈັນ”? (ປະ​ຖົມ​ມະ​ການ 45:7).

ປະ​ຖົມ​ມະ​ການ 45; 50:15–21

ການ​ໃຫ້​ອະ​ໄພ​ນຳ​ການ​ປິ່ນ​ປົວ​ມາ​ໃຫ້.

ການ​ອ່ານ​ກ່ຽວ​ກັບ​ໂຢເຊັບ​ໃຫ້​ອະ​ໄພ​ແກ່​ພວກ​ອ້າຍ​ຂອງ​ລາວ​ສຳ​ລັບ​ສິ່ງ​ໂຫດ​ຮ້າຍ​ທີ່​ພວກ​ເຂົາ​ໄດ້​ເຮັດ​ກັບ​ລາວ ອາດ​ກະ​ຕຸ້ນ​ທ່ານ​ໃຫ້​ຄິດ​ກ່ຽວ​ກັບ​ບາງ​ຄົນ​ທີ່​ທ່ານ​ຄິດ​ຢາກ​ໃຫ້​ອະ​ໄພ​ໃນ​ເວ​ລານີ້. ຫລື ບາງ​ທີ​ການ​ທົດ​ສອບ​ອັນ​ຫຍຸ້ງ​ຍາກ​ເລື່ອງ​ການ​ໃຫ້​ອະ​ໄພ ຍັງ​ບໍ່​ມາ​ເຖິງ​ເທື່ອ. ບໍ່​ວ່າ​ຈະ​ເປັນ​ທາງ​ໃດກໍ​ຕາມ, ມັນ​ອາດ​ເປັນ​ປະ​ໂຫຍດ​ທີ່​ຈະ​ໄຕ່​ຕອງເຫດ​ຜົນ​ທີ່​ໂຢເຊັບ​ສາ​ມາດ​ໃຫ້​ອະ​ໄພ. ມີ​ຮ່ອງ​ຮອຍ​ຢ່າງ​ໃດ​ແດ່​ກ່ຽວ​ກັບ​ລັກ​ສະ​ນະ ແລະ ປະ​ຕິ​ກິ​ລິ​ຍາ​ຂອງ​ໂຢເຊັບ ທີ່​ທ່ານ​ພົບ​ເຫັນ​ຢູ່​ໃນ ປະ​ຖົມ​ມະ​ການ 45; 50:15–21? ປະ​ສົບ​ການ​ຂອງ​ລາວ​ອາດ​ເປັນ​ອິດ​ທິ​ພົນ​ໃຫ້​ລາວ​ສາ​ມາດ​ໃຫ້​ອະ​ໄພໄດ້​ຫລາຍກວ່າ​ເກົ່າ​ແນວ​ໃດ? ຕົວ​ຢ່າງ​ຂອງ​ໂຢເຊັບ​ແນະ​ນຳ​ຫຍັງ​ແດ່ ເຖິງວິ​ທີ​ທີ່​ເຮົາ​ສາ​ມາດ​ໃຫ້​ອະ​ໄພ​ຫລາຍກວ່າ​ເກົ່າ ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ?

ໃຫ້​ສັງ​ເກດ​ເບິ່ງ​ພອນ​ທີ່​ມາ​ເຖິງ​ຄອບ​ຄົວ​ຂອງ​ໂຢເຊັບ​ນຳ​ອີກ ເພາະ​ການ​ໃຫ້​ອະ​ໄພ​ຂອງ​ລາວ. ພອນ​ຢ່າງ​ໃດ​ແດ່​ທີ່​ທ່ານ​ໄດ້​ເຫັນ​ຈາກ​ການ​ໃຫ້​ອະ​ໄພ? ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ ເພື່ອ​ໃຫ້​ເອື້ອມ​ອອກ​ໄປ​ຫາ​ບາງ​ຄົນ​ຜູ້​ໄດ້​ເຮັດ​ຜິດ​ຕໍ່​ທ່ານ​ແນວ​ໃດ?

ເບິ່ງ ປະ​ຖົມ​ມະ​ການ 33:1–4; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64:9–11; Larry J. Echo Hawk, “Even as Christ Forgives You, So Also Do Ye,” Liahona, May 2018, 15–16 ນຳ​ອີກ.

ປະ​ຖົມ​ມະ​ການ 49

ສັນ​ຍາ​ລັກ​ໃນ​ພອນ​ຂອງ​ຢາໂຄບ​ໝາຍ​ຄວາມ​ວ່າ​ແນວ​ໃດ?

ພອນ​ຂອງ​ຢາໂຄບ​ທີ່ມອບ​ໃຫ້​ເຊື້ອ​ສາຍ​ຂອງ​ເພິ່ນ ບັນ​ຈຸ​ພາບ​ທີ່​ແຈ່ມ​ແຈ້ງ, ແຕ່​ຜູ້​ອ່ານ​ບາງ​ຄົນ​ພົບ​ເຫັນ​ວ່າ ມັນຍາກ​ທີ່​ຈະ​ເຂົ້າ​ໃຈ​ໄດ້. ໂຊກ​ດີ​ທີ່​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ ໄດ້​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຫລາຍ​ຂຶ້ນ. ເມື່ອ​ທ່ານ​ອ່ານ​ພອນ​ທີ່ມອບ​ໃຫ້​ໂຢເຊັບ ໃນ ປະ​ຖົມ​ມະ​ການ 49:22–26, ໃຫ້​ອ່ານ​ຂໍ້​ດັ່ງ​ຕໍ່​ໄປ​ນີ້​ນຳ​ອີກ, ແລະ ເບິ່ງວ່າ​ມັນ​ໃຫ້​ຄວາມ​ຮູ້​ແນວ​ໃດ​ແດ່: 1 ນີ​ໄຟ 15:12; 2 ນີ​ໄຟ 3:4–5; ຢາໂຄບ 2:25; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 50:44.

ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ພອນ​ຂອງ​ຢູ​ດາ ໃນ ປະ​ຖົມ​ມະ​ການ 49:8–12, ໃຫ້​ຈື່​ຈຳ​ວ່າ ທັງ​ກະ​ສັດ​ດາ​ວິດ ແລະ ພຣະ​ເຢ​ຊູ​ຄຣິດ ເປັນ​ເຊື້ອ​ສາຍ​ຂອງ​ຢູ​ດາ. ມີ​ຄຳ​ໃດ ແລະ ວະ​ລີ​ໃດ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້ ທີ່​ເຕືອນ​ທ່ານ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ? ເມື່ອ​ທ່ານ​ສຶກ​ສາ​ພອນ​ຂອງ​ຢູ​ດາ, ມັນ​ອາດ​ເປັນ​ປະ​ໂຫຍດ​ທີ່​ຈະ​ອ່ານ ພຣະນິມິດ 5:5–6, 9; 1 ນີ​ໄຟ 15:14–15; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:59; 133:46–50 ນຳ​ອີກ.

ຖ້າ​ຫາກ​ທ່ານ​ມັກ​ທີ່​ຈະ​ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ພວກ​ລູກ​ຊາຍ​ຂອງ​ຢາໂຄບ ແລະ ເຜົ່າ​ອິດ​ສະ​ຣາ​ເອນ ຜູ້​ເປັນ​ເຊື້ອ​ສາຍ​ຈາກ​ພວກ​ເຂົາ, ມັນ​ມີ​ລາຍ​ລະ​ອຽດ​ກ່ຽວ​ກັບ​ແຕ່​ລະ​ຄົນ​ຢູ່ໃນ ຄູ່​ມື​ພຣະ​ຄຳ​ພີ (scriptures.ChurchofJesusChrist.org).

ປະ​ຖົມ​ມະ​ການ 50:24–25; ການ​ແປ​ຂອງ​ໂຈເຊັບ ສະມິດ, ປະ​ຖົມ​ມະ​ການ 50:24–38 (ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ພາກ​ຫ້ອຍ​ທ້າຍ)

“ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ ຈະ​ຍົກ​ຜູ້​ພະ​ຍາ​ກອນ​ຜູ້​ໜຶ່ງ​ຂຶ້ນ​ມາ.”

ຜ່ານ​ທາງ​ຄວາມ​ຝັນ​ຂອງ​ໂຢເຊັບ (ເບິ່ງ ປະ​ຖົມ​ມະ​ການ 37:5–11) ແລະ ການ​ແປ​ຄວາມ​ຝັນ​ຂອງ​ຄົນ​ອື່ນໆ (ເບິ່ງ ປະ​ຖົມ​ມະ​ການ 40–41), ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ຫລາຍ​ວັນ ຫລື ໃນ​ຫລາຍ​ປີ​ຂ້າງ​ໜ້າ. ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ໄດ້​ເປີດ​ເຜີຍ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ຫລາຍ​ສັດ​ຕະ​ວັດ​ຂ້າງ​ໜ້າ​ຕໍ່​ໂຢເຊັບ​ນຳ​ອີກ. ໂດຍ​ສະ​ເພາະ​ແລ້ວ, ລາວ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພາ​ລະ​ກິດ​ຂອງ​ສາດ​ສະ​ດາ​ໂມ​ເຊ ແລະ ໂຈເຊັບ ສະມິດ. ຂະ​ນະ​ທີ່​ທ່ານ​ອ່ານ​ຖ້ອຍ​ຄຳ​ຂອງ​ໂຢເຊັບ ຢູ່​ໃນ ປະ​ຖົມ​ມະ​ການ 50:24–25 ແລະ ໃນ ການ​ແປ​ຂອງ​ໂຈເຊັບ ສະມິດ, ປະ​ຖົມ​ມະ​ການ 50:24–38 (ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ພາກ​ຫ້ອຍ​ທ້າຍ), ໃຫ້​ຖາມ​ຕົວ​ເອງວ່າ ການ​ຮູ້​ຈັກ​ສິ່ງ​ເຫລົ່າ​ນີ້​ອາດ​ເປັນ​ພອນ​ໃຫ້​ແກ່​ໂຢເຊັບ ແລະ ລູກ​ຫລານ​ຂອງ​ອິດ​ສະ​ຣາ​ເອນ​ແນວ​ໃດ. ທ່ານ​ຄິດ​ວ່າ​ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ສຳ​ລັບ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຈະ​ຟື້ນ​ຟູ​ການ​ທຳ​ນາຍນີ້​ຜ່ານ​ທາງ​ໂຈເຊັບ ສະມິດ? (ເບິ່ງ 2 ນີໄຟ 3 ນຳ​ອີກ).

ໂຈເຊັບ ສະມິດ ໄດ້​ບັນ​ລຸ​ການ​ທຳ​ນາຍ ໃນ​ການ​ແປ​ຂອງ​ໂຈເຊັບ ສະມິດ, ປະ​ຖົມ​ມະ​ການ 50: 27–28, 30–33 ແນວ​ໃດ? (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:17–23; 20:7–12; 39:11; 135:3).

ຮູບ​ພາບ
ໂຢເຊັບ​ແຫ່ງ​ເອຢິບ ໄດ້ເຫັນ​ໂຈເຊັບ ສະມິດ ຮັບ​ເອົາ​ແຜ່ນ​ຈາ​ລຶກ​ຄຳ ຢູ່​ໃນ​ພາບ​ນິ​ມິດ

ຮູບ​ພາບ​ໂຢເຊັບ​ແຫ່ງ​ເອຢິບ, ໂດຍ ພອລ໌ ແມນ

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ປະ​ຖົມ​ມະ​ການ 42–46.ຄອບ​ຄົວ​ຂອງ​ທ່ານ​ອາດ​ມັກ​ທີ່​ຈະ​ສະ​ແດງ​ຕາມ​ເລື່ອງ ຕອນ​ໂຢເຊັບ​ໄດ້​ພົບ​ເຫັນ​ພວກ​ອ້າຍ​ຂອງ​ລາວ. (“ໂຢເຊັບ ແລະ ຄວາມ​ອຶດ​ຢາກ,” ໃນ ນິ​ທານ​ພຣະ​ສັນ​ຍາ​ເດີມ ອາດ​ເປັນ​ປະ​ໂຫຍດ.) ໃຫ້​ຫລິ້ນ​ມ່ວນ​ກັບ​ເລື່ອງນີ້—ໃຊ້​ເຄື່ອງ​ແຕ່ງ​ຕົວ ແລະ ສິ່ງ​ຂອງ​ສະ​ແດງ​ຕາມ​ໃຈ​ຊອບ. ຊຸກ​ຍູ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ພະ​ຍາ​ຍາມ​ເຂົ້າ​ໃຈ​ຄວາມ​ຮູ້​ສຶກ ແລະ ທັດ​ສະ​ນະ​ຂອງ​ຕົວ​ລະ​ຄອນ. ທ່ານ​ອາດ​ເອົາ​ໃຈ​ໃສ່​ຕໍ່​ຄວາມ​ຮູ້​ສຶກ​ຂອງ​ໂຢເຊັບ​ໂດຍ​ສະ​ເພາະ ກັບ​ພວກ​ອ້າຍ​ຂອງ​ລາວ ແລະ ວິ​ທີ​ທີ່​ພວກ​ເຂົາ​ອາດ​ຮູ້​ສຶກ ເມື່ອ​ລາວ​ໄດ້​ໃຫ້​ອະ​ໄພ​ແກ່​ພວກ​ເຂົາ. ສິ່ງນີ້​ອາດ​ນຳ​ໄປ​ສູ່​ການ​ສົນ​ທະ​ນາ​ກ່ຽວ​ກັບ​ວິ​ທີ​ທີ່​ການ​ໃຫ້​ອະ​ໄພ​ສາ​ມາດ​ເປັນ​ພອນ​ໃຫ້​ແກ່​ຄອບ​ຄົວ​ຂອງ​ທ່ານ​ໄດ້.

ເມື່ອ​ໂຢເຊັບ​ໄດ້​ພົບ​ກັບ​ພວກ​ອ້າຍ​ຂອງ​ລາວ​ອີກ ຫລັງ​ຈາກ​ຫລາຍ​ປີ, ພວກ​ເຂົາ​ໄດ້​ສະ​ແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ ພວກ​ເຂົາ​ໄດ້​ປ່ຽນ​ແປງ​ນັບ​ແຕ່​ເທື່ອ​ສຸດ​ທ້າຍ​ທີ່​ລາວ​ໄດ້​ເຫັນ​ພວກ​ເຂົາ? ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ກັບ​ໃຈ​ຈາກ​ປະ​ສົບ​ການ​ຂອງ​ພວກ​ເຂົາ?

ປະ​ຖົມ​ມະ​ການ 45:3–11; 50:19–21.ໂຢເຊັບໄດ້​ຮັບ​ຮູ້​ວ່າ ເຖິງ​ແມ່ນ​ປະ​ສົບ​ການ​ຂອງ​ລາວ​ຢູ່​ໃນ​ປະເທດ​ເອຢິບ​ແມ່ນ​ລຳ​ບາກ​ຫລາຍ, ແຕ່ “ພຣະ​ເຈົ້າ​ໄດ້​ຫັນ​ປ່ຽນ​ໃຫ້​ເປັນ​ເລື່ອງ​ດີ” (ປະ​ຖົມ​ມະ​ການ 50:20). ຄອບ​ຄົວ​ຂອງ​ທ່ານ​ເຄີຍ​ປະ​ເຊີນ​ກັບ​ການ​ທົດ​ລອງ​ຢ່າງໃດບໍ່ ທີ່​ພຣະ​ເຈົ້າ​ໄດ້​ຫັນ​ປ່ຽນ​ໃຫ້​ເປັນ​ເລື່ອງ​ດີ?

ເພງ​ສວດ​ກ່ຽວ​ກັບ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ເຈົ້າ​ລະ​ຫວ່າງ​ເວ​ລາ​ຂອງ​ການ​ທົດ​ລອງ (ດັ່ງ​ເຊັ່ນ “ພື້ນ​ໝັ້ນ​ຄົງ​ໜັກ​ໜາ” [ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 6]) ສາ​ມາດ​ປັບ​ປຸງ​ການ​ສົນ​ທະ​ນານີ້. ມີ​ລາຍ​ລະ​ອຽດ​ຢ່າງ​ໃດ​ແດ່​ຈາກ​ປະ​ສົບ​ການ​ຂອງ​ໂຢເຊັບ ຂະ​ຫຍາຍ​ຄວາມ​ທີ່​ເພງ​ສວດ​ສິດ​ສອນ?

ປະ​ຖົມ​ມະ​ການ 49:9–11, 24–25.ເຮົາ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ​ຂໍ້​ເຫລົ່າ​ນີ້ ທີ່​ສິດ​ສອນ​ເຮົາ​ກ່ຽວ​ກັບ​ບົດ​ບາດ ແລະ ພາ​ລະ​ກິດ​ຂອງ​ພຣະ​ເຢ​ຊູ​ຄຣິດ? (ເພື່ອ​ຊ່ວຍ​ໃຫ້​ເຂົ້າ​ໃຈ​ວະ​ລີ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້, ໃຫ້​ເບິ່ງ​ອຸ​ປະ​ກອນ​ກ່ຽວ​ກັບ ປະ​ຖົມ​ມະ​ການ 49 ໃນ “ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ.”)

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ພື້ນໝັ້ນ​ຄົງ​ໜັກ​ໜາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 6.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ໃຊ້ເພງ. ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ພົບ​ເຫັນ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ ຢູ່​ໃນ​ເນື້ອ​ເພງສວດ ແລະ ເພງ​ຂອງ​ເດັກ​ນ້ອຍ. ໃຫ້​ຊອກ​ຫາ​ວິ​ທີ​ທີ່​ຈະ​ເຮັດ​ໃຫ້​ເພງ​ທີ່​ສັກ​ສິດ​ເປັນ​ພາກ​ສ່ວນ​ປະ​ຈຳ​ຂອງ​ການ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ​ຂອງ​ທ່ານ.

ຮູບ​ພາບ
ຢາໂຄບ​ອວຍ​ພອນ​ພວກ​ລູກ​ຊາຍ​ຂອງ​ເພິ່ນ

Jacob Blessing His Sons [ຢາໂຄບ​ອວຍ​ພອນ​ພວກ​ລູກ​ຊາຍ​ຂອງ​ເພິ່ນ], ໂດຍ ແຮຣີ ແອນເດີສັນ

ພິມ