ພຣະ​ຄຳ​ພີ​ເດີມ 2022
ຄວາມ​ຄິດ​ທີ່​ໃຫ້​ເກັບ​ໄວ້​ໃນ​ໃຈ: ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ


“ຄວາມ​ຄິດ​ທີ່​ໃຫ້​ເກັບ​ໄວ້​ໃນ​ໃຈ: ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ຄວາມ​ຄິດ​ທີ່​ໃຫ້​ເກັບ​ໄວ້​ໃນ​ໃຈ: ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ເຄື່ອງ​ໝາຍ​ຄວາມ​ຄິດ

ຄວາມ​ຄິດ​ທີ່​ໃຫ້​ເກັບ​ໄວ້​ໃນ​ໃຈ

ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ

ໃນ​ບາງ​ບ່ອນ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ດິນ​ແດນ​ກາ​ນາ​ອານ, ຢາ​ໂຄບ​ໄດ້ລໍ​ຖ້າພົບ​ກັບ ເອ​ຊາວ ອ້າຍ​ແຝດ​ຂອງ​ເພິ່ນ​ດ້ວຍ​ຄວາມ​ກັງ​ວົນ. ເທື່ອສຸດ​ທ້າຍທີ່​ຢາ​ໂຄບ​ໄດ້​ເຫັນ​ເອ​ຊາວ, ປະ​ມານ 20 ປີ​ກ່ອນ, ເອ​ຊາວ​ໄດ້​ເວົ້າ​ຂູ່​ວ່າ​ຊິ​ຂ້າ​ເພິ່ນ. ຢາ​ໂຄບ​ນອນບໍ່​ຫລັບ​ທັງ​ຄືນ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ສະ​ແຫວງ​ຫາ​ພອນ​ຈາກ​ພຣະ​ເຈົ້າ. ດ້ວຍ​ສັດ​ທາ, ດ້ວຍ​ຄວາມ​ມານະ​ອົດ​ທົນ, ແລະ ​ດ້ວຍ​ຄວາມ​ຕັ້ງ​ໃຈ​ຂອງ​ຢາ​ໂຄບ, ພຣະ​ເຈົ້າ​ຈຶ່ງ​ໄດ້​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ເພິ່ນ. ຄືນນັ້ນ​ຊື່​ຂອງ​ຢາ​ໂຄບ​ໄດ້​ຖືກ​ປ່ຽນ​ເປັນ​ອິດ​ສະ​ຣາ​ເອນ, ຊຶ່ງ​ມີ​ຄວາມ​ໝາຍ​ວ່າ “ເພິ່ນ​ໄດ້​ຕໍ່ສູ້​ກັບ​ພຣະ​ເຈົ້າ” (ປະ​ຖົມ​ມະ​ການ 32:28, ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ ຂ; ເບິ່ງ ປະ​ຖົມ​ມະ​ການ 32:24–32 ນຳ​ອີກ).1

ຮູບ​ພາບ
ແມ່​ນ້ຳ​ຢັບໂບກ

ຢູ່​ໃກ້​ແມ່​ນ້ຳ​ຢັບໂບກ, ຢາ​ໂຄບ​ໄດ້​ຮັບ​ຊື່ ອິດ​ສະ​ຣາ​ເອນ.

ນີ້​ເປັນ​ເທື່ອ​ທຳ​ອິດ​ທີ່​ຊື່ ອິດ​ສະ​ຣາ​ເອນ ປະ​ກົດ​ຢູ່​ໃນ​ພຣະຄຣິສ​ຕະ​ທຳ​ຄຳ​ພີ, ແລະ ມັນ​ເປັນ​ຊື່​ທີ່ຕໍ່​ສູ້​ຕະ​ຫລອດ​ທົ່ວ​ພຣະ​ຄຳ​ພີ ແລະ ຕະ​ຫລອດ​ທົ່ວ​ປະ​ຫວັດ​ສາດ. ບໍ່​ດົນ​ຊື່ນີ້​ໄດ້​ຖືກ​ອ້າງ​ເຖິງ​ຫລາຍກວ່າ​ພຽງ​ແຕ່​ກັບ​ຊາຍ​ຄົນ​ດຽວ. ອິດ​ສະ​ຣາ​ເອນ​ມີ​ລູກ​ຊາຍ 12 ຄົນ, ແລະ ລູກ​ຫລານ​ຂອງ​ເຂົາ​ເຈົ້າ​ທັງ​ໝົດ​ເປັນ​ທີ່​ຮູ້​ຈັກ​ກັນ​ວ່າ “ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ,” ເປັນ “ເຜົ່າ​ອິດ​ສະ​ຣາ​ເອນ,” ເປັນ “ລູກ​ຫລານ​ຂອງ​ອິດ​ສະ​ຣາ​ເອນ,” ຫລື “ຊາວ​ອິດ​ສະ​ຣາ​ເອນ.”

ຕະ​ຫລອດ​ທົ່ວ​ປະ​ຫວັດ​ສາດ, ລູກ​ຫລານ​ຂອງ​ອິດ​ສະ​ຣາ​ເອນ​ຮູ້​ສຶກວ່າ ມັນ​ເປັນ​ສິ່ງ​ສຳ​ຄັນ​ທີ່​ເຂົາ​ເຈົ້າ​ເປັນ​ຜູ້​ສືບ​ເຊື້ອ​ສາຍ​ຈາກ​ໜຶ່ງ​ໃນ​ສິບ​ສອງ​ເຜົ່າ​ຂອງ​ອິດ​ສະ​ຣາ​ເອນ. ເຊື້ອ​ສາຍ​ຂອງ​ເຂົາ​ເຈົ້າ​ເປັນ​ພາກ​ສ່ວນ​ທີ່​ສຳ​ຄັນ​ຂອງ​ເອ​ກະ​ລັກ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ. ອັກ​ຄະ​ສາ​ວົກ​ໂປ​ໂລ​ໄດ້​ປະ​ກາດ​ວ່າ ເພິ່ນ​ມາ​ຈາກ “ເຜົ່າ​ເບັນ​ຢາ​ມິນ” (ໂຣມ 11:1). ເມື່ອ​ລີ​ໄຮ​ສົ່ງ​ພວກ​ລູກ​ຊາຍ​ຂອງ​ເພິ່ນ​ໄປ​ເຢ​ຣູ​ຊາ​ເລັມ ເພື່ອ​ໄປ​ເອົາ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ, ເຫດ​ຜົນ​ໜຶ່ງ​ແມ່ນ​ວ່າ ແຜ່ນ​ຈາ​ລຶກນັ້ນ​ບັນ​ຈຸ “ລຳ​ດັບ​ການ​ສືບ​ເຊື້ອ​ສາຍ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ເພິ່ນ” (1 ນີໄຟ 5:14; ເບິ່ງ 1 ນີໄຟ 3:3 ນຳ​ອີກ). ລີ​ໄຮ​ໄດ້​ພົບ​ເຫັນ​ວ່າ ເພິ່ນ​ເປັນ​ເຊື້ອ​ສາຍ​ຂອງ​ໂຢ​ເຊັບ, ແລະ ການ​ທີ່​ລູກ​ຫລານ​ຂອງ​ເພິ່ນ​ເຂົ້າ​ໃຈ​ເຖິງ​ຄວາມ​ຜູກ​ພັນ​ກັບ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ ພິ​ສູດ​ໃຫ້​ເຫັນ​ເຖິງ​ຄວາມ​ສຳ​ຄັນ​ຕໍ່​ພວກ​ເຂົາ ຫລາຍ​ປີ​ຕໍ່​ຈາກນັ້ນ (ເບິ່ງ ແອວມາ 26:36; 3 ນີໄຟ 20:25).

ໃນ​ສາດ​ສະ​ໜາ​ຈັກ​ທຸກວັນ​ນີ້, ທ່ານ​ອາດ​ໄດ້​ຍິນ​ກ່ຽວ​ກັບ​ອິດ​ສະ​ຣາ​ເອນ ໃນ​ຄຳ​ທີ່​ວ່າ “ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ.” ເຮົາ​ຮ້ອງເພງ​ກ່ຽວ​ກັບ “ພຣະ​ຜູ້​ໄຖ່​ແຫ່ງ​ອິດ​ສະ​ຣາ​ເອນ,” ເພງ “Hope of Israel,” ແລະ ເພງ “Ye Elders of Israel.”2 ໃນ​ກໍ​ລະ​ນີ​ເຫລົ່າ​ນີ້, ເຮົາ​ບໍ່​ໄດ້​ເວົ້າ ຫລື ຮ້ອງ​ພຽງ​ແຕ່​ກ່ຽວ​ກັບ​ອາ​ນາ​ຈັກ​ບູ​ຮານ​ຂອງ​ອິດ​ສະ​ຣາ​ເອນ ຫລື ປະ​ຊາ​ຊາດ​ໃນ​ສະ​ໄໝ​ໃໝ່​ທີ່​ເອີ້ນ​ວ່າ​ອິດ​ສະ​ຣາ​ເອນ​ເທົ່າ​ນັ້ນ. ແຕ່, ເຮົາ​ອ້າງ​ເຖິງ​ຜູ້​ທີ່​ກຳ​ລັງ​ຖືກ​ເຕົ້າ​ໂຮມ​ຈາກ​ປະ​ຊາ​ຊາດ​ຕ່າງໆ​ໃນ​ໂລກ ເຂົ້າມາ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ. ເຮົາ​ອ້າງ​ເຖິງ​ຜູ້​ຄົນ​ທີ່​ຕໍ່​ສູ້​ກັບ​ພຣະ​ເຈົ້າ, ຜູ້​ສະ​ແຫວງ​ຫາ​ພອນ​ຈາກ​ພຣະ​ອົງ​ຢ່າງ​ພາກ​ພຽນ, ແລະ ຜູ້​ທີ່, ຜ່ານທາງ​ການ​ບັບ​ຕິ​ສະ​ມາ, ໄດ້​ກາຍ​ເປັນ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ.

ປິ​ຕຸ​ພອນ​ຂອງ​ທ່ານ​ປະ​ກາດ​ເຖິງ​ຄວາມ​ຜູກ​ພັນ​ຂອງ​ທ່ານກັບ​ເຜົ່າ​ໜຶ່ງ​ຂອງ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ. ສິ່ງນັ້ນ​ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ການ​ເປັນ​ພຽງ​ແຕ່ຂໍ້​ມູນ​ປະ​ຫວັດ​ຄອບ​ຄົວ​ທີ່​ໜ້າ​ສົນ​ໃຈ​ເທົ່າ​ນັ້ນ. ການ​ເປັນ​ພາກ​ສ່ວນ​ໃນ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ ໝາຍ​ຄວາມ​ວ່າ​ທ່ານ​ມີ​ຄວາມ​ສຳ​ພັນ​ທາງ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ. ມັນ​ໝາຍ​ຄວາມ​ວ່າ​ທ່ານ, ຄື​ກັນ​ກັບອັບ​ຣາ​ຮາມ, ມີ​ເຈດ​ຕະ​ຈາ​ທີ່​ຈະ “ເປັນ​ພອນ” ໃຫ້​ແກ່​ລູກໆ​ຂອງ​ພຣະ​ເຈົ້າ (ປະ​ຖົມ​ມະ​ການ 12:2; ອັບ​ຣາ​ຮາມ 2:9–11). ໃນ​ຖ້ອຍ​ຄຳ​ຂອງ​ເປ​ໂຕ, ມັນ​ໝາຍ​ຄວາມ​ວ່າ “​ຝ່າຍ​ເຈົ້າ​ທັງ​ຫລາຍ​ເປັນ​ຊາດ​ທີ່​ພຣະ​ເຈົ້າ​ເລືອກ​ໄວ້​ແລ້ວ ເປັນ​ປະ​ໂລ​ຫິດ​ຫລວງ, ເປັນ​ປະ​ຊາ​ຊາດ​ບໍ​ລິ​ສຸດ, ເປັນ​ພົນ​ລະ​ເມືອງ​ຂອງ​ພຣະ​ເຈົ້າ; ເພື່ອ​ເຈົ້າ​ທັງ​ຫລາຍ​ຈະ​ໄດ້​ປະ​ກາດ​ພຣະ​ບາ​ລະ​ມີ​ຂອງ​ພຣະ​ອົງ ຜູ້​ໄດ້​ເອີ້ນ​ພວກ​ເຈົ້າ​ໃຫ້​ອອກ​ມາ​ຈາກ​ຄວາມ​ມືດ ເຂົ້າ​ໄປ​ສູ່​ຄວາມ​ສະ​ຫວ່າງ​ອັນ​ມະ​ຫັດ​ສະ​ຈັນ​ຂອງ​ພຣະ​ອົງ” (1 ເປໂຕ 2:9). ມັນ​ໝາຍ​ຄວາມ​ວ່າ ທ່ານ ເປັນ​ຄົນ​ໜຶ່ງທີ່ “ຕໍ່​ສູ້​ກັບ​ພຣະ​ເຈົ້າ” ຂະ​ນະ​ທີ່​ທ່ານ​ໃຫ້​ກຽດ​ແກ່​ພັນ​ທະ​ສັນ​ຍາ​ຂອງ​ທ່ານ​ທີ່​ໄດ້​ເຮັດ​ໄວ້​ກັບ​ພຣະ​ອົງ.

ແຫລ່ງ​ອ້າງ​ອີງ

  1. ມັນ​ມີ​ຄວາມ​ໝາຍ​ທີ່​ເປັນ​ໄປ​ໄດ້​ອື່ນ​ອີກ​ສຳ​ລັບ​ຊື່ ອິດ​ສະ​ຣາ​ເອນ, ລວມ​ທັງ “ພຣະ​ເຈົ້າ​ປົກ​ຄອງ” ຫລື “ພຣະ​ເຈົ້າ​ສູ້​ຮົບ ຫລື ຕໍ່​ສູ້.”

  2. Hymns, ເລກ​ທີ 6, 259, ແລະ 319.

ຮູບ​ພາບ
ຕົ້ນ​ຕະ​ກຸນ​ຂອງ​ຢາ​ໂຄບ

ຮູບ​ພາບ​ຕົ້ນ​ຕະ​ກຸນ​ຂອງ​ຢາ​ໂຄບ, ໂດຍ ຄີທ໌ ແອວ ບີເວີສ໌

ພິມ