ພຣະ​ຄຳ​ພີ​ເດີມ 2022
ວັນທີ 7–13 ເດືອນ​ມີນາ. ປະ​ຖົມ​ມະ​ການ 37–41: “ພຣະ​ຜູ້​ເປັນ​ເຈົ້າ​ສະ​ຖິດ​ຢູ່​ກັບ​ໂຢເຊັບ”


“ວັນທີ 7–13 ເດືອນ​ມີນາ. ປະ​ຖົມ​ມະ​ການ 37–41: ‘ພຣະ​ຜູ້​ເປັນ​ເຈົ້າ​ສະ​ຖິດ​ຢູ່​ກັບ​ໂຢເຊັບ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນທີ 7–13 ເດືອນ​ມີນາ. ປະ​ຖົມ​ມະ​ການ 37–41,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ໂຢເຊັບ​ແຫ່ງ​ເອ​ຢິບ​ຢູ່​ໃນ​ຄຸກ

ຮູບ​ພາບໂຢເຊັບ​ແຫ່ງ​ເອ​ຢິບ​ຢູ່​ໃນ​ຄຸກ, ໂດຍ ແຈັບ ຫວອດ

ວັນທີ 7–13 ເດືອນ​ມີນາ

ປະ​ຖົມ​ມະ​ການ 37–41

“ພຣະ​ຜູ້​ເປັນ​ເຈົ້າ​ສະ​ຖິດ​ຢູ່​ກັບ​ໂຢເຊັບ”

ຂະ​ນະ​ທີ່​ທ່ານ​ອ່ານ ປະ​ຖົມ​ມະ​ການ 37–41, ໃຫ້​ອະ​ທິ​ຖານ​ຂໍ​ໃຫ້​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຊ່ວຍ​ເຫລືອ​ທ່ານ​ໃຫ້​ເຫັນ​ວິ​ທີ​ທີ່​ຂ່າວ​ສານ​ຂອງ​ພຣະ​ຄຳ​ພີ​ກ່ຽວ​ຂ້ອງ​ກັບ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ. ບັນ​ທຶກ​ຄວາມ​ຮູ້​ໃດໆ​ທີ່​ທ່ານ​ໄດ້​ຮັບ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ບາງ​ເທື່ອ​ສິ່ງບໍ່​ດີ​ເກີດ​ຂຶ້ນ​ກັບ​ຄົນ​ດີ. ຊີ​ວິດ​ສິດ​ສອນ​ບົດ​ຮຽນ​ນັ້ນ​ໃຫ້​ເຮົາ​ຢ່າງ​ແຈ່ມ​ແຈ້ງ, ແລະ ກັບ​ຊີ​ວິດ​ຂອງ​ໂຢເຊັບ ລູກ​ຊາຍ​ຂອງ​ຢາ​ໂຄບ ກໍ​ຄືກັນ. ລາວເປັນ​ຜູ້​ຮັບ​ພັນ​ທະ​ສັນ​ຍາ​ທີ່​ພຣະ​ເຈົ້າ​ໄດ້​ເຮັດ​ໄວ້​ກັບ​ບັນ​ພະ​ບຸ​ລຸດ​ຂອງລາວ​ເປັນ​ມູນ​ມໍ​ລະ​ດົກ, ແຕ່​ລາວ​ຖືກ​ພວກ​ອ້າຍ​ຂອງ​ລາວ​ກຽດ​ຊັງ ແລະ ຖືກ​ຂາຍ​ໄປ​ເປັນ​ຂ້າທາດ. ລາວ​ປະ​ຕິ​ເສດບໍ່​ຍອມ​ລົດ​ຄວາມ​ຊື່​ສັດ​ຂອງ​ລາວ​ລົງ ເມື່ອ​ເມຍ​ຂອງ​ໂປ​ຕີ​ຟາ​ເຂົ້າ​ຫາ​ລາວ ແລະ ດ້ວຍ​ເຫດນັ້ນ ຈຶ່ງໄດ້​ຖືກ​ສົ່ງ​ເຂົ້າ​ຄຸກ. ມັນ​ເບິ່ງ​ຄື​ວ່າ ເມື່ອ​ລາວ​ຊື່​ສັດ​ຫລາຍ​ຂຶ້ນ​ເທົ່າ​ໃດ, ລາວ​ຍິ່ງ​ປະ​ເຊີນ​ກັບ​ຄວາມ​ຍາກ​ລຳ​ບາກ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ. ແຕ່​ຄວາມ​ຍາກ​ລຳ​ບາກ​ທັງ​ໝົດນີ້ ບໍ່​ໄດ້​ເປັນ​ເຄື່ອງ​ໝາຍ​ຂອງ​ການບໍ່​ເຫັນ​ດ້ວຍ​ຂອງ​ພຣະ​ເຈົ້າ. ຕາມ​ຈິງ​ແລ້ວ, ຜ່ານ​ທາງທຸກ​ສິ່ງ​ເຫລົ່າ​ນັ້ນ, “ພຣະ​ຜູ້​ເປັນ​ເຈົ້າ​ສະ​ຖິດ​ຢູ່​ກັບ​ລາວ” (ປະ​ຖົມ​ມະ​ການ 39:3). ຊີ​ວິດ​ຂອງ​ໂຢເຊັບ​ໄດ້​ສະ​ແດງ​ໃຫ້​ປະ​ຈັກ​ເຖິງຄວາມ​ຈິງ​ທີ່​ສຳ​ຄັນ​ນີ້: ພຣະ​ເຈົ້າ​ຈະ​ບໍ່​ປະ​ຖິ້ມ​ເຮົາ. “ການ​ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຈະ​ບໍ່​ຍົກ​ການ​ທົດ​ລອງ​ທັງ​ໝົດ​ໄປ​ຈາກ​ທ່ານ,” ປະ​ທານ​ດີເດີ ແອັຟ ອຸກດອບ ໄດ້​ສິດ​ສອນ. “ເຖິງ​ຢ່າງ​ໃດ​ກໍ​ຕາມ, ມັນ​ຈະ​ຍົກ​ເອົາ​ສິ່ງ​ກີດ​ກັນ​ອອກ​ໜີ ລະ​ຫວ່າງ​ທ່ານ ແລະ ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ຊຶ່ງ​ພຣະ​ອົງ​ປະ​ສົງ​ທີ່​ຈະ​ປະ​ທານ​ໃຫ້​ທ່ານ. ພຣະ​ເຈົ້າ​ຈະ​ສະ​ຖິດ​ຢູ່​ກັບ​ທ່ານ” (“A Yearning for Home,” Liahona, Nov. 2017, 22).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ປະ​ຖົມ​ມະ​ການ 37:1–28; 39; 41:9–45

“ພຣະ​ຜູ້​ເປັນ​ເຈົ້າ​ສະ​ຖິດ​ຢູ່​ກັບ​ໂຢເຊັບ” ໃນ​ຄວາມ​ຍາກ​ລຳ​ບາກ​ຂອງ​ລາວ.

ເທື່ອ​ແລ້ວ​ເທື່ອ​ອີກ, ເບິ່ງ​ຄື​ວ່າ ບຸນ​ວາດ​ສະ​ໜາໄດ້​ປະ​ຖິ້ມ​ໂຢເຊັບ, ແຕ່​ພຣະ​ຜູ້​ເປັນ​ເຈົ້າບໍ່​ເຄີຍ​ປະ​ຖິ້ມ​ລາວ. ຂະ​ນະ​ທີ່​ທ່ານ​ອ່ານ​ເລື່ອງ​ລາວ​ຂອງ​ໂຢເຊັບ, ໃຫ້​ໄຕ່​ຕອງ​ຄຳ​ຖາມ​ທີ່​ຄື​ກັນ​ນີ້: ໂຢເຊັບ​ເຮັດ​ສິ່ງ​ໃດ​ເພື່ອ​ຢູ່​ໃກ້​ພຣະ​ຜູ້​ເປັນ​ເຈົ້າ​ລະ​ຫວ່າງ​ທີ່​ລາວ​ຖືກ​ທົດ​ລອງ? ພຣະ​ຜູ້​ເປັນ​ເຈົ້າ “ສະ​ຖິດ​ຢູ່​ກັບ​ລາວ” ແນວ​ໃດ? (ປະ​ຖົມ​ມະ​ການ 39:2–3, 21, 23).

ທ່ານ​ອາດ​ຢາກ​ຖາມ​ຄຳ​ຖາມ​ທີ່​ຄ້າຍ​ຄື​ກັນ​ນີ້​ກ່ຽວ​ກັບ​ຊີ​ວິດ​ຂອງ​ທ່ານ. ມີ​ຫລັກ​ຖານ​ຢ່າງ​ໃດ​ແດ່​ທີ່​ທ່ານ​ເຄີຍ​ເຫັນ​ວ່າ​ພຣະ​ຜູ້​ເປັນ​ເຈົ້າບໍ່​ໄດ້​ປະ​ຖິ້ມ​ທ່ານ ໃນ​ເວ​ລາ​ທີ່​ທ່ານ​ຖືກທົດ​ລອງ? ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ທ່ານ​ສາ​ມາດ​ແບ່ງ​ປັນ​ປະ​ສົບ​ການ​ກັບ​ສະ​ມາ​ຊິກ​ໃນ​ຄອບ​ຄົວ ແລະ ຄົນ​ລຸ້ນ​ຫລັງ (ເບິ່ງ 1 ນີໄຟ 5:14). ທ່ານ​ສາ​ມາດ​ເຮັດ​ຫຍັງ​ແດ່​ໃນ​ເວ​ລານີ້ ເພື່ອ​ກະ​ກຽມ​ຕົວ​ເອງ​ໃຫ້​ຊື່​ສັດ​ຢູ່​ຄື​ເກົ່າ ເມື່ອ​ທ່ານ​ປະ​ເຊີນ​ກັບ​ການ​ທົດ​ລອງ​ໃນ​ອະ​ນາ​ຄົດ?

ເບິ່ງ ໂຢຮັນ 14:18; ໂຣມ 8:28; ແອວມາ 36:3; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:7–8; D. Todd Christofferson, “The Joy of the Saints,” Liahona, Nov. 2019, 15–18 ນຳ​ອີກ.

ປະ​ຖົມ​ມະ​ການ 37:5–11; 40; 41:1–38

ຖ້າ​ຫາກ​ເຮົາ​ຊື່​ສັດ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ນຳ​ພາ ແລະ ດົນ​ໃຈ​ເຮົາ.

ແອວເດີ ເດວິດ ເອ ແບ໊ດນາ ໄດ້​ສິດ​ສອນ​ວ່າ, “ການ​ເປີດ​ເຜີຍ​ໄດ້​ຖືກ​ຖ່າຍ​ທອດ​ໃນ​ຫລາຍ​ວິ​ທີ​ທາງ, ລວມ​ທັງ, ຍົກ​ຕົວ​ຢ່າງ, ຄວາມ​ຝັນ, ພາບ​ນິ​ມິດ, ການ​ສົນ​ທະ​ນາກັບ​ຜູ້​ສົ່ງ​ຂ່າວ​ຈາກ​ສະ​ຫວັນ, ແລະ ການ​ດົນ​ໃຈ” (“The Spirit of Revelation,” Liahona, May 2011, 88). ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຊ້​ຄວາມ​ຝັນ​ເພື່ອ​ເປີດ​ເຜີຍ​ຄວາມ​ຈິງ​ຕໍ່​ໂຢເຊັບ, ຕໍ່​ຫົວ​ໜ້າພະ​ນັກ​ງານເຮັດ​ເຫລົ້າ​ອະ​ງຸ່ນ ແລະ ພະ​ນັກ​ງານ​ເຮັດ​ເຂົ້າ​ຈີ່​ຂອງ​ຟາ​ຣາ​ໂອ, ແລະ ຕໍ່​ຟາ​ຣາ​ໂອ. ພຣະ​ຜູ້​ເປັນ​ເຈົ້າ​ກໍ​ໄດ້​ເປີດເຜີຍ​ຕໍ່​ໂຢເຊັບ ເຖິງວິ​ທີ​ແກ້​ຄວາມ​ຝັນ​ນຳ​ອີກ. ທ່ານ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ ປະ​ຖົມ​ມະ​ການ 37:5–11; 40:5–8; 41:14–25, 37–38 ກ່ຽວ​ກັບ​ການ​ໄດ້​ຮັບ ແລະ ການ​ເຂົ້າ​ໃຈ​ການ​ເປີດ​ເຜີຍ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ? ຍົກ​ຕົວ​ຢ່າງ, ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຕົວ​ຢ່າງ​ຂອງ​ໂຢເຊັບ ເມື່ອ​ການ​ເປີດ​ເຜີຍ​ເບິ່ງ​ຄື​ຫຍຸ້ງ​ຍາກ​ທີ່​ຈະ​ເຂົ້າ​ໃຈ? (ເບິ່ງ ປະ​ຖົມ​ມະ​ການ 40:8; 41:16).

ຮູບ​ພາບ
ໂຢເຊັບ​ຢູ່​ໃນ​ຄຸກ ກຳ​ລັງ​ແປ​ຄວາມ​ຝັນ

Joseph Interpreting the Butler and Baker’s Dreams [ໂຢເຊັບ​ແປ​ຄວາມ​ຝັນ​ຂອງພະ​ນັກ​ງານ​ເຮັດ​ເຫລົ້າ​ອະ​ງຸ່ນ ແລະ ພະ​ນັກ​ງານ​ເຮັດ​ເຂົ້າ​ຈີ່], ໂດຍ ຟ​ຣານ​ຊົວ ເຈຣາດ

ໃຫ້​ໄຕ່​ຕອງວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າເປີດ​ເຜີຍ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ຕໍ່​ທ່ານ. ທ່ານ​ຈະ​ເຮັດ​ສິ່ງ​ໃດ​ເພື່ອປະ​ຕິ​ບັດ​ຕາມ​ການ​ເປີດ​ເຜີຍທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໃຫ້​ທ່ານ? ທ່ານ​ສະ​ແຫວງ​ຫາ​ການ​ນຳ​ພາ​ເພີ່ມ​ເຕີມ​ຈາກ​ພຣະ​ອົງ​ໃນ​ທາງ​ໃດ?

ເບິ່ງ Russell M. Nelson, “Revelation for the Church, Revelation for Our Lives,” Liahona, May 2018, 93–96; Michelle Craig, “Spiritual Capacity,” Liahona, Nov. 2019, 19–21 ນຳ​ອີກ.

ປະ​ຖົມ​ມະ​ການ 38; 39:7–20

ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ, ເຮົາ​ສາ​ມາດ​​ແລ່ນ​ໜີ​ອອກ​ໄປ​ຈາກ​ການ​ລໍ້​ລວງ.

ເມື່ອ​ທ່ານ​ກຳ​ລັງ​ຖືກ​ລໍ້​ລວງ, ຕົວ​ຢ່າງ​ຂອງ​ໂຢເຊັບ​ສາ​ມາດ​ໃຫ້​ຄວາມ​ກ້າ​ຫານ ແລະ ຄວາມ​ເຂັ້ມ​ແຂງ​ແກ່​ທ່ານ​ໄດ້. ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ລາວ​ຢູ່​ໃນ ປະ​ຖົມ​ມະ​ການ 39, ໃຫ້​ສັງ​ເກດ​ເບິ່ງ​ສິ່ງ​ທີ່​ໂຢເຊັບ​ໄດ້​ເຮັດ ເພື່ອ​ຕ້ານ​ທານ​ກັບ​ການ​ລໍ້​ລວງ. ຍົກ​ຕົວ​ຢ່າງ:

  • ລາວ “ປະ​ຕິ​ເສດ” ການ​ຊັກ​ຊວນ​ຂອງ​ເມຍ​ໂປ​ຕີ​ຟາ (ຂໍ້ທີ 8).

  • ລາວ​ຮູ້​ວ່າ​ການ​ເຮັດ​ບາບ​ຈະ​ເປັນ​ການ​ເຮັດ​ຜິດ​ຕໍ່​ພຣະ​ເຈົ້າ ແລະ ຕໍ່​ຄົນ​ອື່ນໆ (ຂໍ້ທີ 8–9).

  • ລາວ “ບໍ່​ຍອມ” ຕໍ່​ການ​ລໍ້​ລວງ, ເຖິງ​ແມ່ນ​ວ່າ​ມັນ​ໄດ້​ເກີດ​ຂຶ້ນ “ທຸກມື້​ທຸກວັນ” ກໍ​ຕາມ (ຂໍ້ທີ 10).

  • ລາວ “ປະ​ເສື້ອ​ໄວ້ … ແລະ ແລ່ນ​ອອກ​ໄປ​ຈາກ​ເຮືອນ” (ຂໍ້ທີ 12).

ດ້ວຍ​ຕົວ​ຢ່າງ​ຂອງ​ໂຢເຊັບ​ຢູ່​ໃນ​ໃຈ, ໃຫ້​ຄິດ​ທີ່​ຈະ​ວາງ​ແຜນ​ເພື່ອ​ການ​ຫລີກ​ລ້ຽງ ແລະ ການ​ຕ້ານ​ທານ​ກັບ​ການ​ລໍ້​ລວງ. ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ຄິດ​ກ່ຽວ​ກັບ​ການ​ລໍ້​ລວງ​ທີ່​ທ່ານ​ປະ​ເຊີນ, ໃຫ້​ຂຽນ​ວິ​ທີ​ຫລີກ​ລ້ຽງ​ລົງ​ໄວ້, ແລະ ວາງ​ແຜນ​ທີ່​ຈະ​ເພິ່ງ​ອາ​ໄສ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ເມື່ອ​ການ​ລໍ້​ລວງ​ເກີດ​ຂຶ້ນ (ເບິ່ງ 2 ນີໄຟ 4:18, 27–33).

ການລໍ້​ລວງ:

ວິ​ທີ​ຫລີກ​ລ້ຽງ:

ແຜນ​ຕອບ​ຮັບ:

ເລື່ອງ​ລາວ​ກ່ຽວ​ກັບ​ຄວາມ​ເຂັ້ມ​ແຂງ​ຂອງ​ໂຢເຊັບ ເມື່ອ​ໄດ້​ປະ​ເຊີນ​ກັບ​ການ​ລໍ້​ລວງນີ້ ມີ​ອີກ​ເລື່ອງ​ໜຶ່ງ​ທີ່​ແຕກ​ຕ່າງ​ໄດ້​ເກີດ​ຂຶ້ນ​ກ່ອນ ກ່ຽວ​ກັບ​ອ້າຍ​ຂອງ​ລາວ​ຊື່ ຢູ​ດາ, ມີ​ຢູ່​ໃນ ປະ​ຖົມ​ມະ​ການ 38. ບົດທີ 37, 38, ແລະ 39, ທັງ​ໝົດ​ນີ້, ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ພົມ​ມະ​ຈັນ?

ເບິ່ງ 1 ໂກຣິນໂທ 10:13; 1 ນີໄຟ 15:23–24; 3 ນີໄຟ 18:17–18.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ປະ​ຖົມ​ມະ​ການ 37.ຖ້າ​ຫາກ​ທ່ານ​ໄດ້​ເປັນ​ອ້າຍ​ຄົນ​ໜຶ່ງ​ຂອງ​ໂຢເຊັບ, ທ່ານ​ຈະ​ເຮັດ​ສິ່ງ​ໃດ​ກັບ​ຄວາມ​ອິດ​ສາ​ບັງ​ບຽດ ເພື່ອບໍ່​ໃຫ້​ມັນ​ເຮັດ​ໃຫ້​ຄວາມ​ສຳ​ພັນ​ຂອງ​ທ່ານ​ກັບ​ລາວ​ເສື່ອມ​ໂຊມ​ລົງ? ມັນ​ຊ່ວຍ​ເຮົາ​ໃຫ້ “ເວົ້າ​ດີ​ນຳ” ກັນ​ແນວ​ໃດ? (ຂໍ້ທີ 4).

ປະ​ຖົມ​ມະ​ການ 39.ວິ​ດີ​ໂອ “The Refiner’s Fire” ແລະ “After the Storm” (ChurchofJesusChrist.org) ບອກ​ເຖິງ​ປະ​ສົບ​ການ​ຂອງ​ຜູ້​ຄົນ​ທີ່​ພົບ​ເຫັນ​ຄວາມ​ເຂັ້ມ​ແຂງ​ໂດຍ​ການ​ຫັນ​ໄປ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ລະ​ຫວ່າງ​ການ​ທົດ​ລອງ​ຂອງ​ເຂົາ​ເຈົ້າ. ບາງ​ທີ​ພວກ​ທ່ານ​ສາ​ມາດ​ເບິ່ງວິ​ດີ​ໂອ​ເລື່ອງ​ໜຶ່ງ ແລະ ເວົ້າ​ລົມ​ກັນ​ກ່ຽວ​ກັບ​ສິ່ງ​ທີ່​ໂຢເຊັບ​ອາດ​ເວົ້າ ຖ້າ​ຫາກ​ລາວ​ໄດ້​ເຮັດ​ວິ​ດີ​ໂອ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ລາວ​ເອງ. ພວກ​ທ່ານ​ສາ​ມາດ​ຮ້ອງ​ເພງ “ເຮົາ​ຮ້ອງ​ສັນ​ເສີນ​ນາມ​ເຢ​ຊູ​ເຈົ້າ” ນຳ​ກັນ (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 27) ແລະ ຊອກ​ຫາ​ຄຳ​ແນະ​ນຳ​ທີ່​ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ແບ່ງ​ປັນ​ກັບ​ໂຢເຊັບ ຂະ​ນະ​ທີ່​ລາວປະ​ເຊີນ​ກັບ​ການ​ທົດ​ລອງ​ຂອງ​ລາວ.

ປະ​ຖົມ​ມະ​ການ 39:7–12.ການ​ອ່ານ​ຂໍ້​ເຫລົ່າ​ນີ້​ສາ​ມາດ​ໃຫ້​ໂອ​ກາດ​ເພື່ອ​ສົນ​ທະ​ນາ​ກ່ຽວ​ກັບກົດ​ພົມ​ມະ​ຈັນ​ກັບ​ຄອບ​ຄົວ​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່ນ​ແຫລ່ງ​ຈຳ​ນວນ​ໜຶ່ງ ທີ່​ສາ​ມາດ​ຊ່ວຍ​ທ່ານ​ກັບ​ການ​ສົນ​ທະ​ນານີ້: ຢາໂຄບ 2:28; ແອວມາ 39:3–9; “ຄວາມ​ບໍ​ລິ​ສຸດ​ທາງ​ເພດ” (ໃນ​ປຶ້ມ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ [2011], 35–37); “Sexual Intimacy Is Sacred and Beautiful” (ໃນ Help for Parents [2019], AddressingPornography.ChurchofJesusChrist.org).

ປະ​ຖົມ​ມະ​ການ 41:15–57.ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຂໍ້​ເຫລົ່າ​ນີ້​ກ່ຽວ​ກັບ​ວິ​ທີ​ທີ່ພຣະ​ຜູ້​ເປັນ​ເຈົ້າ​ອວຍ​ພອນ​ຜູ້​ຄົນ​ຂອງ​ເອ​ຢິບ​ຜ່ານ​ທາງ​ໂຢເຊັບ? ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ກະ​ກຽມ​ສຳ​ລັບ​ພາ​ວະ​ສຸກ​ເສີນ​ໃນ​ອະ​ນາ​ຄົດ? ໃຫ້​ສົນ​ທະ​ນາ​ສິ່ງ​ທີ່​ພວກ​ທ່ານ​ສາ​ມາດ​ເຮັດ​ໄດ້ ເພື່ອ​ກະ​ກຽມ​ເປັນ​ຄອບ​ຄົວ​ໃຫ້​ດີກວ່າເກົ່າ. ສຳ​ລັບ​ແນວ​ຄິດ, ເບິ່ງ Gospel Topics, “Emergency Preparedness,” topics.ChurchofJesusChrist.org.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ຄັ້ງ​ໜຶ່ງ​ເຢ​ຊູ​ເກີດ​ຕ່ຳ​ຕ້ອຍ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 22.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ປຽບ​ທຽບ​ພຣະ​ຄຳ​ພີ​ໃສ່​ກັບ​ຊີ​ວິດ​ຂອງ​ທ່ານ. ຂະ​ນະ​ທີ່​ທ່ານ​ອ່ານ, ໃຫ້​ພິ​ຈາ​ລະ​ນາວິ​ທີ​ທີ່​ເລື່ອງ​ລາວ ແລະ ຄຳ​ສອນ​ໃນ​ພຣະ​ຄຳ​ພີ​ກ່ຽວ​ຂ້ອງ​ກັບ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ. ຍົກ​ຕົວ​ຢ່າງ, ຄວາມ​ຊື່​ສັດ​ຂອງ​ໂຢເຊັບ​ຢູ່​ໃນ​ເອ​ຢິບ​ດົນ​ໃຈ​ທ່ານ​ໃຫ້​ຊື່​ສັດ​ຢູ່​ຄື​ເກົ່າ​ຕໍ່​ພຣະຜູ້​ເປັນ​ເຈົ້າ ເຖິງ​ແມ່ນ​ຈະ​ມີ​ຄວາມ​ຍາກ​ລຳ​ບາກ​ກໍ​ຕາມ​ແນວ​ໃດ?

ຮູບ​ພາບ
ພວກ​ອ້າຍ​ຂອງ​ໂຢເຊັບ​ຖອດ​ເສື້ອ​ຄຸມ​ຂອງ​ລາວ​ອອກ

ຮູບ​ພາບພວກ​ອ້າຍ​ຂອງ​ໂຢເຊັບ​ຖອດ​ເສື້ອ​ຄຸມ​ຂອງ​ລາວ​ອອກ, ໂດຍ ແຊມ ລໍເລີ

ພິມ