ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 21–27 ເດືອນ​ກຸມພາ. ປະ​ຖົມ​ມະ​ການ 24–27: ພັນ​ທະ​ສັນ​ຍາ​ຖືກມອບ​ໃຫ້​ຕໍ່


“ວັນ​ທີ 21–27 ເດືອນ​ກຸມພາ. ປະ​ຖົມ​ມະ​ການ 24–27: ພັນ​ທະ​ສັນ​ຍາ​ຖືກມອບ​ໃຫ້​ຕໍ່,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 21–27 ເດືອນ​ກຸມພາ. ປະ​ຖົມ​ມະ​ການ 24–27,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ເຣ​ເບ​ກາ

ຮູບ​ພາບ​ນາງ​ເຣ​ເບ​ກາ ໂດຍ ດຽວລີນ ມາສ໌

ວັນ​ທີ 21–27 ເດືອນ​ກຸມພາ

ປະຖົມມະການ 24–27

ພັນ​ທະ​ສັນ​ຍາ​ຖືກມອບ​ໃຫ້​ຕໍ່

ຂະ​ນະ​ທີ່​ທ່ານ​ອ່ານ ປະ​ຖົມ​ມະ​ການ 24–27, ໃຫ້​ເອົາ​ໃຈ​ໃສ່​ຕໍ່​ຄວາມ​ຮູ້​ທາງວິນ​ຍານ​ທີ່​ທ່ານ​ໄດ້​ຮັບ. ໃຫ້​ອະ​ທິ​ຖານ​ເພື່ອ​ຈະ​ໄດ້​ຮູ້​ຈັກວ່າ​ຫລັກ​ທຳ​ທີ່​ທ່ານ​ພົບ​ເຫັນ ກ່ຽວ​ຂ້ອງ​ກັບ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ກັບ​ອັບ​ຣາ​ຮາມ ແມ່ນ​ລວມ​ທັງ​ຄຳ​ສັນ​ຍາ​ວ່າ ຜ່ານ​ທາງ​ອັບ​ຣາ​ຮາມ ແລະ ລູກ​ຫລານ​ຂອງ​ເພິ່ນ “ຄອບ​ຄົວ​ທັງ​ໝົດ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ໄດ້​ຮັບ​ພອນ” (ອັບ​ຣາ​ຮາມ 2:11). ນັ້ນ​ບໍ່​ແມ່ນ​ຄຳ​ສັນ​ຍາ​ທີ່​ສາ​ມາດ​ບັນ​ລຸໄດ້​ພຽງ​ໃນ​ໜຶ່ງ​ລຸ້ນ​ຄົນ: ໃນ​ຫລາຍ​ວິ​ທີ​ທາງ, ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ເປັນ​ເລື່ອງ​ລາວ​ຂອງ​ພຣະ​ເຈົ້າ ເຖິງ​ການ​ບັນ​ລຸ​ຄຳ​ສັນ​ຍາ​ອັນ​ຕໍ່​ເນື່ອງ​ຂອງ​ພຣະ​ອົງ. ແລະ ພຣະ​ອົງ​ໄດ້​ເລີ່ມ​ຕົ້ນ​ໂດຍ​ການ​ຕໍ່​ພັນ​ທະ​ສັນ​ຍາ​ກັບ​ຄອບ​ຄົວ​ຂອງອີຊາກ ແລະ ເຣ​ເບ​ກາ. ຜ່ານ​ທາງ​ປະ​ສົບ​ການ​ຂອງ​ເຂົາ​ເຈົ້າ, ເຮົາ​ຮຽນ​ຮູ້​ບາງ​ຢ່າງ​ກ່ຽວ​ກັບ​ການ​ເປັນ​ພາກ​ສ່ວນ​ຂອງພັນ​ທະ​ສັນ​ຍາ. ຕົວ​ຢ່າງ​ຂອງ​ເຂົາ​ເຈົ້າ​ສິດ​ສອນ​ເຮົາ​ກ່ຽວ​ກັບ​ຄວາມ​ເມດ​ຕາ, ຄວາມ​ອົດ​ທົນ, ແລະ ຄວາມ​ໄວ້​ວາງ​ໃຈ​ໃນ​ພອນ​ທີ່​ສັນ​ຍາ​ໄວ້ຂອງ​ພຣະ​ເຈົ້າ. ແລະ ເຮົາ​ຮຽນ​ຮູ້​ວ່າ ມັນ​ກຸ້ມ​ຄ່າ​ທີ່​ຈະ​ປະ​ຖິ້ມ “ແກງ” ທີ່​ເປັນ​ຂອງ​ໂລກ (ປະ​ຖົມ​ມະ​ການ 25:30) ເພື່ອຈະ​ໄດ້​ຮັບ​ພອນ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ຕົວ​ເຮົາ​ເອງ ແລະ ລູກ​ຫລານ​ຂອງ​ເຮົາ ໃນ​ຫລາຍ​ລຸ້ນ​ຄົນ ໃນ​ພາຍ​ຂ້າງ​ໜ້າ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ປະ​ຖົມ​ມະ​ການ 24

ການ​ແຕ່ງ​ງານ​ເປັນ​ສິ່ງທີ່​ຈຳ​ເປັນ​ຕໍ່​ແຜນ​ນິ​ລັນ​ດອນ​ຂອງ​ພຣະ​ເຈົ້າ.

ທຸກວັນ​ນີ້​ຫລາຍ​ຄົນ​ນັບ​ຖື​ການ​ແຕ່ງ​ງານ​ເປັນ​ຄວາມ​ສຳ​ຄັນ​ອັນ​ດັບ​ຕ່ຳ ຫລື ແມ່ນ​ແຕ່​ຄິດ​ວ່າ​ເປັນ​ພາ​ລະໜັກ. ອັບ​ຣາ​ຮາມ​ມີ​ທັດ​ສະ​ນະ​ທີ່​ແຕກ​ຕ່າງ—ສຳ​ລັບ​ເພິ່ນ​ແລ້ວ, ການ​ແຕ່ງ​ງານ​ຂອງ​ອີຊາກ ລູກ​ຊາຍ​ຂອງ​ເພິ່ນ ເປັນ​ສິ່ງ​ສຳ​ຄັນ​ອັນ​ສູງ​ສຸດ. ທ່ານ​ຄິດ​ວ່າ ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ຫລາຍ​ແທ້ໆ​ຕໍ່​ເພິ່ນ? ຂະ​ນະ​ທີ່​ທ່ານ​ອ່ານ ປະ​ຖົມ​ມະ​ການ 24, ໃຫ້​ຄິດ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ແຕ່ງ​ງານ ໃນ​ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ເຈົ້າ. ທ່ານ​ກໍ​ສາ​ມາດ​ອ່ານ​ຂ່າວ​ສານ​ຂອງ​ແອວ​ເດີ ດີ ທອດ ຄຣິສ​ໂຕ​ເຟີ​ສັນ ນຳ​ອີກ “Why Marriage, Why Family” (Liahona, May 2015, 50–53) ແລະ ພິ​ຈາ​ລະ​ນາ​ວ່າ ເປັນ​ຫຍັງ “ຄອບ​ຄົວ​ທີ່​ສ້າງ​ຂຶ້ນ​ດ້ວຍ​ການ​ແຕ່ງ​ງານ​ຂອງ​ຊາຍ ແລະ ຍິງ ຈຶ່ງຈັດ​ໃຫ້​ມີ​ບັນ​ຍາ​ກາດ​ທີ່​ດີ​ທີ່​ສຸດ ເພື່ອ​ແຜນ​ຂອງ​ພຣະ​ເຈົ້າ​ຈະ ຈະ​ເລີນ​ກ້າວ​ໜ້າ” (ໜ້າ​ທີ 52).

ຄຳ​ຖາມ​ດັ່ງຕໍ່​ໄປ​ນີ້ ອາດ​ຊ່ວຍ​ທ່ານ​ພິ​ຈາ​ລະ​ນາ​ຫລັກ​ທຳ​ທີ່​ສຳ​ຄັນ​ຢ່າງ​ອື່ນໆ ຢູ່​ໃນ​ບົດ​ນີ້:

ປະ​ຖົມ​ມະ​ການ 24:1–14. ອັບ​ຣາ​ຮາມ ແລະ ຄົນ​ຮັບ​ໃຊ້​ຂອງ​ເພິ່ນ​ໄດ້​ເຮັດ​ຫຍັງ ເພື່ອ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ມີ​ພາກ​ສ່ວນ​ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ພວກ​ເພິ່ນ ເພື່ອ​ຊອກ​ຫາ​ເມຍ​ໃຫ້​ອີຊາກ?

ປະ​ຖົມ​ມະ​ການ 24:15–28, 55–60. ທ່ານ​ພົບ​ເຫັນຄວາມ​ດີ​ງາມ​ຢ່າງ​ໃດ​ແດ່ ໃນ​ຕົວ​ນາງ​ເຣ​ເບ​ກາ ທີ່​ທ່ານ​ຢາກ​ເຮັດ​ຕາມ?

ມີ​ຄວາມ​ຮູ້​ອື່ນ​ໃດ​ອີກ​ແດ່ທີ່​ທ່ານ​ພົບ​ເຫັນ?

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 131:1–4; “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ChurchofJesusChrist.org ນຳ​ອີກ.

ປະ​ຖົມ​ມະ​ການ 25:29–34

ເຮົາ​ສາ​ມາດ​ເລືອກ​ລະ​ຫວ່າງ​ຄວາມ​ເພິ່ງ​ພໍ​ໃຈ​ໃນ​ທັນ​ທີ ແລະ ສິ່ງ​ທີ່​ມີ​ຄ່າ​ຫລາຍກວ່າ.

ໃນ​ວັດ​ທະ​ນະ​ທຳ​ຂອງ​ອັບ​ຣາ​ຮາມ, ຕາມ​ປົກ​ກະ​ຕິ​ແລ້ວ ລູກ​ຊາຍ​ກົກ​ໃນ​ຄອບ​ຄົວ​ຈະ​ໄດ້​ຮັບ​ຕຳ​ແໜ່ງ​ຂອງ​ການ​ເປັນ​ຜູ້​ນຳ ແລະ ສິດ​ທິ​ພິ​ເສດ, ເອີ້ນ​ວ່າ ສິດ​ທິ​ອ້າຍ​ກົກ. ລູກ​ຊາຍ​ຄົນ​ນີ້​ຈະ​ໄດ້​ຮັບ​ຊັບ​ສົມ​ບັດ​ຫລາຍກວ່າ​ໝູ່ ຈາກ​ພໍ່​ແມ່​ຂອງ​ລາວ, ພ້ອມ​ທັງ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫລາຍກວ່າ ໃນ​ການ​ດູ​ແລ​ທຸກ​ຄົນ​ໃນ​ຄອບ​ຄົວ.

ຂະ​ນະ​ທີ່​ທ່ານ​ອ່ານ ປະ​ຖົມ​ມະ​ການ 25:29–34, ໃຫ້​ພິ​ຈາ​ລະ​ນາ​ວ່າ ເປັນ​ຫຍັງ​ເອ​ຊາວ​ຈຶ່ງ​ເຕັມ​ໃຈ​ທີ່​ຈະ​ສະ​ລະ ສິດ​ທິ​ອ້າຍ​ກົກ​ຂອງ​ລາວ ເພື່ອ​ແລກ​ປ່ຽນ​ກັບ​ອາ​ຫານ​ຄາບ​ດຽວ. ບົດ​ຮຽນ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ​ສຳ​ລັບ​ຕົວ​ທ່ານ​ເອງ ຢູ່​ໃນ​ເລື່ອງນີ້? ຍົກ​ຕົວ​ຢ່າງ, ມີ “ແກງ” ຢ່າງ​ໃດ​ແດ່​ທີ່​ກີດ​ກັນ​ທ່ານ​ຈາກ​ພອນ ທີ່​ມີ​ຄ່າ​ຫລາຍ​ທີ່​ສຸດ​ຕໍ່​ທ່ານ? ທ່ານ​ເຮັດ​ຫຍັງ​ແດ່​ເພື່ອ​ເອົາ​ໃຈ​ໃສ່ ແລະ ຮູ້​ບຸນ​ຄຸນ​ຕໍ່​ພອນ​ເຫລົ່າ​ນີ້?

ເບິ່ງ ມັດທາຍ 6:19–33; 2 ນີໄຟ 9:51; M. Russell Ballard, “What Matters Most Is What Lasts Longest,” Liahona, Nov. 2005, 41–44 ນຳ​ອີກ.

ປະ​ຖົມ​ມະ​ການ 26:1–5

ພັນ​ທະ​ສັນ​ຍາ​ຂອງ​ອັບ​ຣາ​ຮາມ​ໄດ້​ຖືກມອບ​ໃຫ້​ຕໍ່​ຜ່ານ​ທາງ​ອີຊາກ.

ພັນ​ທະ​ສັນ​ຍາ​ທີ່​ພຣະ​ເຈົ້າ​ໄດ້​ເຮັດ​ໄວ້​ກັບ​ອັບ​ຣາ​ຮາມ ມີ​ເຈດ​ຕະ​ນາ​ເພື່ອ​ໃຫ້​ສືບ​ຕໍ່​ໄປ​ຫາ​ຫລາຍ​ລຸ້ນ​ຄົນ, ເພື່ອ​ວ່າ ມໍ​ລະ​ດົກຂອງ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ອັບ​ຣາ​ຮາມ ແລະ ນາງ​ຊາ​ຣາ​ຈະ​ຖືກ​ສົ່ງ​ຕໍ່​ໄປ​ຫາ ອີຊາກ, ຢາໂຄບ, ແລະ ຜູ້​ຍິງ ແລະ ຜູ້​ຊາຍ​ທີ່​ຊື່​ສັດ​ຄົນ​ອື່ນໆ ໃນ​ບັນ​ດາ​ລູກ​ຫລານ​ຂອງ​ພວກ​ເພິ່ນ. ຂະ​ນະ​ທີ່​ທ່ານ​ອ່ານ ປະ​ຖົມ​ມະ​ການ 26:1–5, ໃຫ້​ຊອກ​ຫາ​ພອນ​ບາງ​ຢ່າງ​ຂອງ​ພັນ​ທະ​ສັນ​ຍາ​ທີ່​ພຣະ​ເຈົ້າ​ໄດ້​ກ່າວ​ເຖິງ. ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຈົ້າ ຈາກ​ຂໍ້​ເຫລົ່າ​ນີ້?

ປະ​ຖົມ​ມະ​ການ 26:18–25, 32–33

ພຣະ​ເຢ​ຊູ​ຄຣິດ​ຄື​ນ້ຳ​ສ້າງ​ຂອງນ້ຳ​ທີ່​ປະ​ກອບ​ດ້ວຍ​ຊີ​ວິດ.

ທ່ານ​ອາດ​ສັງ​ເກດ​ເຫັນ​ວ່າ ນ້ຳ​ສ້າງ ແລະ ນ້ຳພຸ ແລະ ແຫລ່ງ​ນ້ຳ​ອື່ນໆ ມີ​ບົດ​ບາດ​ທີ່​ສຳ​ຄັນ​ໃນ​ເລື່ອງ​ລາວ​ຫລາຍໆ​ເລື່ອງ ຢູ່​ໃນພຣະ​ຄຳ​ພີ​ເດີມ. ສິ່ງນີ້ບໍ່​ເປັນ​ເລື່ອງ​ແປກ, ເພາະ​ເລື່ອງ​ລາວ​ສ່ວນ​ຫລາຍ​ໄດ້​ເກີດ​ຂຶ້ນ​ຢູ່​ໃນ​ສະ​ຖານ​ທີ່ ທີ່​ແຫ້ງ​ແລ້ງ. ຂະ​ນະ​ທີ່​ທ່ານ​ອ່ານ​ໃນ ປະ​ຖົມ​ມະ​ການ 26 ກ່ຽວ​ກັບ​ນ້ຳ​ສ້າງ​ຂອງ​ອີຊາກ, ໃຫ້​ໄຕ່​ຕອງ​ກ່ຽວ​ກັບ​ສິ່ງ​ທີ່​ນ້ຳ​ເປັນ​ຕົວ​ແທນ​ໃຫ້​ສິ່ງ​ໃດ ຢູ່​ໃນ​ພຣະ​ຄຳ​ພີ. ຄວາມ​ຮູ້​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນກ່ຽວ​ກັບ​ນ້ຳ​ສ້າງ​ທາງວິນ​ຍານ “ນ້ຳ​ທີ່​ປະ​ກອບ​ດ້ວຍ​ຊີ​ວິດ”? (ເບິ່ງ ໂຢຮັນ 4:10–15). ທ່ານ​ກຳ​ລັງ​ຂຸດ​ນ້ຳ​ສ້າງ​ທາງວິນ​ຍານ​ໃນ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ? ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເປັນ​ເໝືອນ​ດັ່ງ​ນ້ຳ​ທີ່​ປະ​ກອບ​ດ້ວຍ​ຊີ​ວິດ​ຕໍ່​ທ່ານ​ແນວ​ໃດ? ໃຫ້ຮູ້​ໄວ້​ວ່າຊາວ​ຟີ​ລິດ​ສະ​ຕິນ​ໄດ້ “ຖົມ” ນ້ຳ​ສ້າງ (ເບິ່ງ ປະ​ຖົມ​ມະ​ການ 26:18). ມີ​ສິ່ງ​ໃດບໍ​ຢູ່​ໃນ​ຊີ​ວິດ​ຂອງ​ທ່ານ ທີ່ຖົມ​ນ້ຳ​ສ້າງ​ຊຶ່ງ​ເປັນ​ນ້ຳ​ທີ່​ປະ​ກອບ​ດ້ວຍ​ຊີ​ວິດ​ຂອງ​ທ່ານ?

ຮູບ​ພາບ
ນ້ຳ​ສ້າງ​ບູ​ຮານ

ນ້ຳ​ສ້າງເມືອງ ເບເອນ​ເຊບາ ໃນ​ສະ​ໄໝ​ບູ​ຮານ, ບ່ອນ​ທີ່​ອັບ​ຣາ​ຮາມ ແລະ ອີຊາກ​ໄດ້​ຂຸດ​ນ້ຳ​ສ້າງ​ຫລາຍ​ບ່ອນ.

ປະ​ຖົມ​ມະ​ການ 27

ເຣ​ເບ​ກາ ແລະ ຢາໂຄບ​ໄດ້​ເຮັດ​ຜິດ​ບໍ ທີ່​ໄດ້​ຫລອກ​ລວງ​ອີຊາກ?

ເຮົາ​ບໍ່​ຮູ້​ຈັກ​ເຖິງ​ເຫດ​ຜົນ​ຂອງ​ການ​ເຂົ້າ​ຫາ ທີ່ເຣ​ເບ​ກາ ແລະ ຢາໂຄບ​ໄດ້​ໃຊ້ ເພື່ອ​ຮັບ​ເອົາ​ພອນ​ສຳ​ລັບ​ຢາໂຄບ. ມັນ​ຊ່ວຍ​ໄດ້​ຫລາຍ ທີ່​ຈະ​ຈື່​ຈຳ​ວ່າ​ພຣະ​ຄຳ​ພີ​ເດີມ ດັ່ງ​ທີ່​ເຮົາ​ຮູ້​ໃນ​ເວ​ລານີ້ ບໍ່​ຄົບ​ຖ້ວນ (ເບິ່ງ ໂມເຊ 1:23, 41). ອາດ​ມີ​ຂໍ້​ມູນ​ບາງ​ຢ່າງ​ທີ່​ຂາດ​ໄປ​ຈາກ​ບັນ​ທຶກ​ຕົ້ນ​ສະ​ບັບ ທີ່​ອະ​ທິ​ບາຍ​ສິ່ງ​ທີ່​ເຮົາ​ຂ້ອງ​ໃຈ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ຮູ້​ວ່າ ມັນ​ແມ່ນ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ ເພື່ອ​ໃຫ້​ຢາ​ໂຄບ​ໄດ້​ຮັບ​ພອນ​ຈາກ​ອີ​ຊາກ ເພາະ​ນາງ​ເຣ​ເບ​ກາ​ໄດ້​ຮັບ​ການ​ເປີດ​ເຜີຍ​ວ່າ ຢາ​ໂຄບ​ຈະ​ເປັນ​ຜູ້​ປົກ​ຄອງ ເອຊາວ (ເບິ່ງ ປະ​ຖົມ​ມະ​ການ 25:23). ຫລັງ​ຈາກ​ອີ​ຊາກ​ຮັບ​ຮູ້​ວ່າ ເພິ່ນ​ໄດ້​ມອບ​ພອນ​ໃຫ້​ຢາ​ໂຄບ ແທນ​ທີ່​ຈະໃຫ້​ເອ​ຊາວ, ເພິ່ນ​ໄດ້​ຢືນ​ຢັນ​ວ່າ “ພອນນັ້ນ​ຈະ​ເປັນ​ຂອງ” ຢາໂຄບ (ປະ​ຖົມ​ມະ​ການ 27:33)—ແນະ​ນຳ​ວ່າ ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ​ບັນ​ລຸ​ຄົບ​ຖ້ວນ​ແລ້ວ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ປະ​ຖົມ​ມະ​ການ 24:2–4, 32–48.ອັບ​ຣາ​ຮາມ​ໄດ້​ຂໍ​ໃຫ້​ຜູ້​ຮັບ​ໃຊ້​ໄປ​ຊອກ​ຫາ​ເມຍ​ໃຫ້ອີ​ຊາກ, ແລະ ຜູ້​ຮັບ​ໃຊ້ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ອັບ​ຣາ​ຮາມວ່າ ລາວ​ຈະ​ເຮັດ​ຕາມນັ້ນ. ຜູ້​ຮັບ​ໃຊ້​ຂອງ​ອັບ​ຣາ​ຮາມໄດ້​ສະ​ແດງ​ຄວາມ​ຊື່​ສັດ​ໃນ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ລາວ​ແນວ​ໃດ? ເຮົາ​ຈະ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ລາວ​ແນວ​ໃດ?

ປະ​ຖົມ​ມະ​ການ 24:15–28, 55–60.ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ເບິ່ງ​ຂໍ້​ເຫລົ່າ​ນີ້ ເພື່ອ​ຊອກ​ຫາ​ຄຸນ​ລັກ​ສະ​ນະ​ທີ່​ເຮັດ​ໃຫ້​ນາງ​ເຣ​ເບ​ກາ​ມີ​ຄ່າ​ຄວນ​ພໍ​ທີ່​ຈະ​ເປັນ​ຄູ່​ຄອງ​ນິ​ລັນ​ດອນ​ຂອງ​ອີຊາກ. ຊຸກ​ຍູ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ເລືອກ​ເອົາ​ຄຸນ​ລັກ​ສະ​ນະ​ຢ່າງ​ໜຶ່ງ​ເຫລົ່າ​ນີ້ ທີ່​ເຂົາ​ເຈົ້າ​ຮູ້​ສຶກວ່າ​ຄວນ​ພັດ​ທະ​ນາ.

ປະ​ຖົມ​ມະ​ການ 25:19–3427.ເພື່ອ​ທົບ​ທວນ​ເລື່ອງ​ລາວ​ເຖິງວິ​ທີ​ທີ່ຢາ​ໂຄບ​ໄດ້​ຮັບ​ສິດ​ທິ​ອ້າຍ​ກົກ ແລະ ພອນ​ຂອງ​ເອຊາວ, ພວກ​ທ່ານ​ສາ​ມາດ​ຂຽນ​ປະ​ໂຫຍກ​ຈາກ “ຢາໂຄບ ແລະ ເອຊາວ” (ໃນ ນິ​ທານ​ພຣະ​ສັນ​ຍາ​ເດີມ) ໃສ່​ໃນ​ເຈ້ຍ​ຫລາຍໆຕ່ອນ. ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ຊ່ວຍ​ກັນ​ລຽງ​ປະ​ໂຫຍກ​ເຫລົ່າ​ນັ້ນ​ເຂົ້າ​ກັນ​ຕາມ​ລຳ​ດັບ.

ຂະ​ນະ​ທີ່​ພວກ​ທ່ານ​ສົນ​ທະ​ນາ​ກ່ຽວ​ກັບ​ເອຊາວ​ຂາຍສິດ​ທິ​ອ້າຍ​ກົກ​ຂອງ​ລາວ, ພວກ​ທ່ານ​ກໍ​ສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ຕໍ່​ຄອບ​ຄົວ​ຂອງ​ທ່ານ, ດັ່ງ​ເຊັ່ນ ຄວາມ​ສຳ​ພັນ​ຂອງ​ພວກ​ທ່ານ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ. ບາງ​ທີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ຊອກ​ຫາ​ສິ່ງ​ຂອງ ຫລື ຮູບ​ພາບ​ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ສິ່ງ​ທີ່​ເຂົາ​ເຈົ້າ​ຄິດ​ວ່າ​ມີ​ຄ່າ​ນິ​ລັນ​ດອນ. ໃຫ້​ເວ​ລາ​ເຂົາ​ເຈົ້າ​ອະ​ທິ​ບາຍ​ເຫດ​ຜົນ​ທີ່​ເຂົາ​ເຈົ້າ​ເລືອກ​ເອົາ​ສິ່ງ​ເຫລົ່າ​ນັ້ນ.

ປະ​ຖົມ​ມະ​ການ 26:3–5.ເພື່ອ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ເຂົ້າ​ໃຈ​ພັນ​ທະ​ສັນ​ຍາ​ຂອງ​ອັບ​ຣາ​ຮາມ, ທ່ານ​ສາ​ມາດ​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ຊອກ​ຫາ​ຄຳ​ສັນ​ຍາ​ທີ່​ບັນ​ຍາຍ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້. ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ຕໍ່​ເຮົາ​ທີ່​ຈະ​ຮູ້​ຈັກ​ກ່ຽວ​ກັບ​ຄຳ​ສັນ​ຍາ​ເຫລົ່າ​ນີ້ ໃນ​ທຸກວັນ​ນີ້? (ເບິ່ງ “ຄວາມ​ຄິດ​ທີ່​ໃຫ້​ເກັບ​ໄວ້​ໃນ​ໃຈ: ພັນ​ທະ​ສັນ​ຍາ,” ຢູ່​ໃນ​ແຫລ່ງນີ້).

ປະ​ຖົມ​ມະ​ການ 26:18–25, 32–33.ເປັນ​ຫຍັງ​ນ້ຳ​ສ້າງ​ຈຶ່ງ​ສຳ​ຄັນ? ພຣະ​ເຢ​ຊູ​ຄຣິດ​ເປັນ​ເໝືອນ​ດັ່ງ​ນ້ຳ​ສ້າງ​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ກ້າ​ເຮັດ​ສິ່ງ​ຖືກ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 70.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ທ່ອງ​ຈຳ​ຂໍ້​ພຣະ​ຄຳ​ພີ. ແອວເດີ ຣິ​ເຈີດ ຈີ ສະ​ກາດ ໄດ້​ສິດສອນ​ວ່າ, “ຂໍ້​ພຣະ​ຄຳ​ພີ​ໃດ​ທີ່​ເຮົາທ່ອງ​ຈຳ ຈະ​ກາຍ​ເປັນ​ເພື່ອນ​ທີ່​ຍືນ​ຍົງ ຊຶ່ງ​ບໍ່​ອ່ອນ​ແອ​ເມື່ອ​ເວ​ລາ​ຜ່ານ​ໄປ” (“The Power of Scripture,” Liahona, Nov. 2011, 6).

ຮູບ​ພາບ
ເອຊາວ ແລະ ຢາໂຄບ

Esau Sells His Birthright to Jacob [ເອຊາວ​ຂາຍ​ສິດ​ທິ​ອ້າຍ​ກົກ​ໃຫ້​ຢາໂຄບ], ໂດຍ ກະເລັນ ແອັສ ຮອບຄິນສັນ

ພິມ