“ຄວາມຄິດທີ່ໃຫ້ເກັບໄວ້ໃນໃຈ: ພັນທະສັນຍາ,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: ພຣະຄຳພີເດີມ 2022 (2021)
“ຄວາມຄິດທີ່ໃຫ້ເກັບໄວ້ໃນໃຈ: ພັນທະສັນຍາ,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: 2022
ຄວາມຄິດທີ່ໃຫ້ເກັບໄວ້ໃນໃຈ
ພັນທະສັນຍາ
ຕະຫລອດທົ່ວພຣະຄຳພີເດີມ, ທ່ານຈະອ່ານຄຳວ່າ ພັນທະສັນຍາ ເລື້ອຍໆ. ທຸກວັນນີ້ເຮົາມັກຄິດກ່ຽວກັບພັນທະສັນຍາວ່າເປັນຄຳສັນຍາທີ່ສັກສິດທີ່ໄດ້ເຮັດກັບພຣະເຈົ້າ, ແຕ່ໃນໂລກສະໄໝບູຮານ, ພັນທະສັນຍາກໍໄດ້ເປັນພາກສ່ວນທີ່ສຳຄັນຂອງການປະຕິສຳພັນຂອງຜູ້ຄົນທີ່ມີຕໍ່ກັນ. ເພື່ອຄວາມປອດໄພ ແລະ ການຢູ່ລອດຂອງເຂົາເຈົ້າ, ຜູ້ຄົນຕ້ອງສາມາດໄວ້ວາງໃຈກັນ, ແລະ ພັນທະສັນຍາກໍເປັນວິທີໜຶ່ງທີ່ຮັບປະກັນຄວາມໄວ້ວາງໃຈນັ້ນ.
ດັ່ງນັ້ນ ເມື່ອພຣະເຈົ້າໄດ້ກ່າວກັບໂນອາ, ອັບຣາຮາມ, ຫລື ໂມເຊ ກ່ຽວກັບພັນທະສັນຍາ, ພຣະອົງໄດ້ເຊື້ອເຊີນພວກເພິ່ນໃຫ້ເຂົ້າສູ່ຄວາມສຳພັນຂອງຄວາມໄວ້ວາງໃຈກັບພຣະອົງ. ໜຶ່ງໃນຕົວຢ່າງທີ່ດີທີ່ສຸດກ່ຽວກັບພັນທະສັນຍາຢູ່ໃນພຣະຄຳພີເດີມ ແມ່ນຕອນທີ່ພຣະເຈົ້າໄດ້ເຮັດພັນທະສັນຍາກັບອັບຣາຮາມ ແລະ ນາງຊາຣາ—ແລະ ຕອນທີ່ພຣະອົງໄດ້ຕໍ່ພັນທະສັນຍາກັບອີຊາກ ແລະ ຢາໂຄບ ລູກຫລານຂອງພວກເພິ່ນ (ກໍຍັງຖືກເອີ້ນວ່າ ອິດສະຣາເອນ ນຳອີກ). ເຮົາມັກເອີ້ນສິ່ງນີ້ວ່າ ພັນທະສັນຍາຂອງອັບຣາຮາມ, ເຖິງແມ່ນວ່າຢູ່ໃນພຣະຄຳພີເດີມ ມັນເປັນທີ່ຮູ້ຈັກກັນພຽງວ່າ “ພັນທະສັນຍາ.” ທ່ານຈະເຫັນວ່າ ພຣະຄຳພີເດີມ ເປັນເລື່ອງລາວຂັ້ນພື້ນຖານຂອງຜູ້ຄົນທີ່ໄດ້ເຫັນຕົວເອງວ່າເປັນຜູ້ຮັບມູນມໍລະດົກຂອງພັນທະສັນຍານີ້—ຜູ້ຄົນແຫ່ງພັນທະສັນຍາ.
ພັນທະສັນຍາຂອງອັບຣາຮາມຍັງຄົງສຳຄັນຢູ່ເໝືອນເດີມຈົນເຖິງທຸກວັນນີ້, ໂດຍສະເພາະຕໍ່ໄພ່ພົນຍຸກສຸດທ້າຍ. ເປັນຫຍັງ? ເພາະວ່າເຮົາກໍເປັນຜູ້ຄົນແຫ່ງພັນທະສັນຍາຄືກັນ. ບໍ່ວ່າເຮົາຈະເປັນເຊື້ອສາຍໂດຍກົງຂອງອັບຣາຮາມ, ອີຊາກ, ແລະ ຢາໂຄບຫລືບໍ່ກໍຕາມ (ເບິ່ງ ຄາລາເຕຍ 3:27–29). ເພາະດ້ວຍເຫດນີ້, ມັນຈຶ່ງສຳຄັນທີ່ຈະເຂົ້າໃຈວ່າ ພັນທະສັນຍາຂອງອັບຣາຮາມຄືຫຍັງ ແລະ ມັນກ່ຽວພັນກັບເຮົາແນວໃດໃນທຸກວັນນີ້.
ພັນທະສັນຍາຂອງອັບຣາຮາມຄືຫຍັງ?
ອັບຣາຮາມຢາກ “ເປັນຜູ້ຕິດຕາມຄວາມຊອບທຳຫລາຍຂຶ້ນ” (ອັບຣາຮາມ 1:2), ສະນັ້ນພຣະເຈົ້າຈຶ່ງໄດ້ເຊື້ອເຊີນເພິ່ນໃຫ້ເຂົ້າສູ່ຄວາມສຳພັນແຫ່ງພັນທະສັນຍາ. ອັບຣາຮາມບໍ່ໄດ້ເປັນຄົນທຳອິດທີ່ປາດຖະໜາສິ່ງນີ້, ແລະ ເພິ່ນກໍບໍ່ໄດ້ເປັນຄົນທຳອິດທີ່ໄດ້ຮັບພັນທະສັນຍາ. ເພິ່ນໄດ້ສະແຫວງຫາ “ພອນຂອງບັນພະບຸລຸດ” (ອັບຣາຮາມ 1:2)—ພອນທີ່ຖືກມອບໃຫ້ໂດຍພັນທະສັນຍາ ແກ່ອາດາມ ແລະ ເອວາ ແລະ ຫລັງຈາກນັ້ນມາ ແກ່ທຸກຄົນທີ່ສະແຫວງຫາພອນເຫລົ່ານີ້ຢ່າງພາກພຽນ.
ພັນທະສັນຍາຂອງພຣະເຈົ້າກັບອັບຣາຮາມໄດ້ໃຫ້ສັນຍາເຖິງພອນທີ່ປະເສີດ: ມີເຊື້ອສາຍຫລາຍ, ກາຍເປັນຊົນຊາດໃຫຍ່, ເຂົ້າເຖິງພິທີການຂອງຖານະປະໂລຫິດ, ແລະ ມີຊື່ທີ່ໄດ້ຮັບກຽດຕິຍົດຕະຫລອດຫລາຍໆລຸ້ນຄົນສືບຕໍ່ໄປ. ແຕ່ຈຸດໃຈກາງຂອງພັນທະສັນຍານີ້ ບໍ່ແມ່ນພຽງແຕ່ກ່ຽວກັບພອນທີ່ອັບຣາຮາມ ແລະ ຄອບຄົວຂອງເພິ່ນ ໄດ້ຮັບ ເທົ່ານັ້ນ ແຕ່ກ່ຽວກັບພອນທີ່ພວກເພິ່ນຈະ ເປັນ ຕໍ່ລູກໆທັງປວງຂອງພຣະເຈົ້ານຳອີກ. “ເຮົາຈະອວຍພອນເຈົ້າ,” ພຣະເຈົ້າໄດ້ປະກາດ, “ແລະ ເຈົ້າຈະໄດ້ເປັນພອນໃຫ້ແກ່ຊົນຊາດອື່ນໆເທິງແຜ່ນດິນໂລກ” (ປະຖົມມະການ 12:2–3).
ພັນທະສັນຍາຂໍ້ນີ້ໄດ້ມອບສິດທິພິເສດໃຫ້ແກ່ອັບຣາຮາມ, ນາງຊາຣາ, ແລະ ລູກຫລານຂອງພວກເພິ່ນ ໃນບັນດາລູກໆຂອງພຣະເຈົ້າບໍ? ພຽງແຕ່ໃນຄວາມຮູ້ສຶກທີ່ວ່າ ມັນເປັນສິດທິພິເສດທີ່ຈະເປັນພອນໃຫ້ແກ່ຄົນອື່ນໆ. ຄອບຄົວຂອງອັບຣາຮາມ ຕ້ອງ “ນຳການປະຕິບັດສາດສະໜາກິດ ແລະ ຖານະປະໂລຫິດນີ້ໄປສູ່ປະຊາຊາດທັງປວງ,” ແບ່ງປັນ “ພອນແຫ່ງພຣະກິດຕິຄຸນ, ຊຶ່ງເປັນພອນແຫ່ງຄວາມລອດ, ແມ່ນແຕ່ແຫ່ງຊີວິດນິລັນດອນ” (ອັບຣາຮາມ 2:9, 11).
ພັນທະສັນຍານີ້ ຄືພອນທີ່ອັບຣາຮາມຢາກໄດ້ມາແຕ່ໃດໆ. ຫລັງຈາກໄດ້ຮັບມັນແລ້ວ, ອັບຣາຮາມໄດ້ກ່າວຢູ່ໃນໃຈວ່າ, “ຜູ້ຮັບໃຊ້ຂອງພຣະອົງໄດ້ສະແຫວງຫາພຣະອົງຢ່າງພາກພຽນ; ບັດນີ້ ຂ້າພຣະອົງໄດ້ພົບພຣະອົງແລ້ວ” (ອັບຣາຮາມ 2:12).
ນັ້ນເປັນເວລາຫລາຍພັນປີມາແລ້ວ, ແຕ່ພັນທະສັນຍານີ້ໄດ້ຖືກຟື້ນຟູໃນວັນເວລາຂອງເຮົາ (ເບິ່ງ 1 ນີໄຟ 22:8–12). ແລະ ມັນກຳລັງບັນລຸໃນຊີວິດຂອງຜູ້ຄົນຂອງພຣະເຈົ້າ. ຕາມຈິງແລ້ວ, ການບັນລຸພັນທະສັນຍາກຳລັງຄືບໜ້າໃນຍຸກສຸດທ້າຍ ຂະນະທີ່ວຽກງານຂອງພຣະເຈົ້າກ້າວໄປໜ້າ, ເປັນພອນໃຫ້ແກ່ຄອບຄົວຕະຫລອດທົ່ວໂລກ. ແລະ ທຸກຄົນ, ຄືກັນກັບອັບຣາຮາມ, ທີ່ຢາກເປັນຜູ້ຕິດຕາມຄວາມຊອບທຳຫລາຍຂຶ້ນ, ທຸກຄົນທີ່ສະແຫວງຫາພຣະຜູ້ເປັນເຈົ້າຢ່າງພາກພຽນ, ກໍສາມາດເປັນພາກສ່ວນໄດ້.
ພັນທະສັນຍາຂອງອັບຣາຮາມມີຄວາມໝາຍຕໍ່ທ່ານແນວໃດ?
ທ່ານເປັນລູກແຫ່ງພັນທະສັນຍາ. ທ່ານໄດ້ເຮັດພັນທະສັນຍາກັບພຣະເຈົ້າ ຕອນທີ່ທ່ານຮັບບັບຕິສະມາ. ທ່ານຕໍ່ພັນທະສັນຍານັ້ນທຸກເທື່ອທີ່ທ່ານຮັບສ່ວນສິນລະລຶກຂອງທ່ານ. ແລະ ທ່ານເຮັດພັນທະສັນຍາທີ່ສັກສິດຢູ່ໃນພຣະວິຫານ. ທັງໝົດ, ພັນທະສັນຍາເຫລົ່ານີ້ເຮັດໃຫ້ທ່ານເປັນພາກສ່ວນໃນພັນທະສັນຍາຂອງອັບຣາຮາມ, ເປັນຄວາມສົມບູນຊຶ່ງມີຢູ່ໃນພິທີການພຣະວິຫານ. ດັ່ງທີ່ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ, “ໃນທີ່ສຸດ, ຢູ່ໃນພຣະວິຫານທີ່ສັກສິດ, ເຮົາອາດກາຍເປັນຜູ້ຮັບມູນມໍລະດົກທີ່ເປັນພອນຂອງຄອບຄົວນິລັນດອນນຳກັນ, ຊຶ່ງຄັ້ງໜຶ່ງໄດ້ສັນຍາໄວ້ກັບອັບຣາຮາມ, ອີຊາກ, ຢາໂຄບ, ແລະ ລູກຫລານຂອງພວກເພິ່ນ.”1
ຜ່ານທາງພັນທະສັນຍາ ແລະ ພິທີການເຫລົ່ານີ້, ເຮົາກາຍເປັນຜູ້ຄົນຂອງພຣະເຈົ້າ (ເບິ່ງ ອົບພະຍົບ 6:7; ພຣະບັນຍັດສອງ 7:6; 26:18; ເອເຊກຽນ 11:20). ເຮົາກາຍເປັນຜູ້ແຕກຕ່າງຈາກຊາວໂລກທີ່ຢູ່ອ້ອມຮອບເຮົາ. ພັນທະສັນຍາຂອງເຮົາ ເຮັດໃຫ້ເປັນໄປໄດ້ສຳລັບເຮົາທີ່ຈະເປັນຄົນຈິງໃຈ, ເປັນສານຸສິດທີ່ຈິງຈັງຂອງພຣະເຢຊູຄຣິດ. “ພັນທະສັນຍາຂອງເຮົາ,” ປະທານແນວສັນໄດ້ອະທິບາຍ, “ຜູກມັດເຮົາໄວ້ກັບພຣະອົງ ແລະ ມອບພະລັງແຫ່ງຄວາມເປັນພຣະເຈົ້າໃຫ້ແກ່ເຮົາ.”2 ແລະ ເມື່ອພຣະເຈົ້າອວຍພອນຜູ້ຄົນຂອງພຣະອົງດ້ວຍອຳນາດຂອງພຣະອົງ, ມັນເປັນຄຳເຊື້ອເຊີນ ແລະ ຄວາມຄາດໝາຍວ່າ ເຂົາເຈົ້າຈະອວຍພອນຄົນອື່ນ—ວ່າເຂົາເຈົ້າຈະ “ເປັນພອນ” ໃຫ້ແກ່ “ຄອບຄົວທັງໝົດຂອງແຜ່ນດິນໂລກ” (ອັບຣາຮາມ 2:9, 11).
ນີ້ຄືຄວາມເຂົ້າໃຈອັນມີຄ່າທີ່ຖືກມອບໃຫ້ເຮົາ ເພາະການຟື້ນຟູ ພັນທະສັນຍາຂອງອັບຣາຮາມຜ່ານທາງສາດສະດາໂຈເຊັບ ສະມິດ. ດັ່ງນັ້ນ ເມື່ອທ່ານອ່ານກ່ຽວກັບພັນທະສັນຍາຢູ່ໃນພຣະຄຳພີເດີມ, ຢ່າຄິດພຽງແຕ່ກ່ຽວກັບຄວາມສຳພັນຂອງພຣະເຈົ້າກັບອັບຣາຮາມ, ອີຊາກ, ແລະ ຢາໂຄບເທົ່ານັ້ນ. ໃຫ້ຄິດກ່ຽວກັບຄວາມສຳພັນຂອງພຣະອົງກັບທ່ານນຳອີກ. ເມື່ອທ່ານອ່ານກ່ຽວກັບຄຳສັນຍາຕໍ່ລູກຫລານຈົນນັບບໍ່ຖ້ວນ (ເບິ່ງ ປະຖົມມະການ 28:14), ຢ່າຄິດພຽງແຕ່ກ່ຽວກັບຫລາຍລ້ານຄົນໃນທຸກວັນນີ້ ທີ່ເອີ້ນອັບຣາຮາມວ່າເປັນບັນພະບຸລຸດຂອງເຂົາເຈົ້າ. ໃຫ້ຄິດກ່ຽວກັບຄຳສັນຍາທີ່ພຣະເຈົ້າໄດ້ເຮັດກັບທ່ານ ກ່ຽວກັບຄອບຄົວນິລັນດອນ ແລະ ການເພີ່ມເຕີມນິລັນດອນນຳອີກ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 131:1–4; 132:20–24). ເມື່ອທ່ານອ່ານກ່ຽວກັບຄຳສັນຍາກ່ຽວກັບແຜ່ນດິນທີ່ເປັນມູນມໍລະດົກ, ຢ່າຄິດພຽງແຕ່ກ່ຽວກັບແຜ່ນດິນທີ່ສັນຍາກັບອັບຣາຮາມເທົ່ານັ້ນ. ໃຫ້ຄິດກ່ຽວກັບຈຸດໝາຍປາຍທາງສູງສຸດຂອງແຜ່ນດິນໂລກເອງນຳອີກ—ມູນມໍລະດົກທີ່ສັນຍາກັບ “ຄົນອ່ອນໂຍນ” ທີ່ “ໄວ້ວາງໃຈໃນພຣະຜູ້ເປັນເຈົ້າ” (ມັດທາຍ 5:5; ເພງສັນລະເສີນ 37:9, 11; ເບິ່ງ ຄຳສອນ ແລະ ພັນທະສັນຍາ 88:17–20 ນຳອີກ). ແລະ ເມື່ອທ່ານອ່ານກ່ຽວກັບຄຳສັນຍາທີ່ຜູ້ຄົນແຫ່ງພັນທະສັນຍາຂອງພຣະເຈົ້າຈະເປັນພອນໃຫ້ແກ່ “ຄອບຄົວທັງໝົດຂອງແຜ່ນດິນໂລກ” (ອັບຣາຮາມ 2:11), ຢ່າຄິດພຽງແຕ່ກ່ຽວກັບການປະຕິບັດສາດສະໜາກິດຂອງອັບຣາຮາມ ຫລື ສາດສະດາທີ່ເປັນລູກຫລານຂອງເພິ່ນເທົ່ານັ້ນ. ແຕ່ໃຫ້ຄິດກ່ຽວກັບສິ່ງທີ່ທ່ານສາມາດເຮັດ—ໃນຖານະຜູ້ຕິດຕາມແຫ່ງພັນທະສັນຍາຂອງພຣະເຢຊູຄຣິດ—ທີ່ຈະເປັນພອນໃຫ້ແກ່ຄອບຄົວທີ່ຢູ່ອ້ອມຮອບທ່ານນຳອີກ.