ພຣະ​ຄຳ​ພີ​ເດີມ 2022
ວັນທີ 31 ເດືອນ​ມັງກອນ–ວັນທີ 6 ເດືອນ​ກຸມພາ. ປະ​ຖົມ​ມະ​ການ 6–11; ໂມເຊ 8: “ໂນອາໄດ້​ພົບ​ເຫັນ​ພຣະ​ຄຸນ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ”


“ວັນທີ 31 ເດືອນ​ມັງກອນ–ວັນທີ 6 ເດືອນ​ກຸມພາ ປະ​ຖົມ​ມະ​ການ 6–11; ໂມເຊ 8: ‘ໂນອາໄດ້​ພົບ​ເຫັນ​ພຣະ​ຄຸນ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພ​ຣະ​ຄຳ​ພີ​ເດີມ 2022 (2021)

“ວັນທີ 31 ເດືອນ​ມັງກອນ–ວັນທີ 6 ເດືອນ​ກຸມພາ ປະ​ຖົມ​ມະ​ການ 6–11,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ໂນອາ, ຄອບ​ຄົວ​ຂອງ​ເພິ່ນ, ສັດ​ສາ​ວາ​ສິ່ງ, ເຮືອ, ແລະ ຮຸ້ງ​ກິນ​ນ້ຳ

ຮູບ​ພາບ​ໂນອາ​ອອກ​ຈາກ​ເຮືອ, ໂດຍ ແຊມ ລໍເລີ

ວັນທີ 31 ເດືອນ​ມັງກອນ–ວັນທີ 6 ເດືອນ​ກຸມພາ

ປະ​ຖົມ​ມະ​ການ 6–11; ໂມເຊ 8

“ໂນອາໄດ້​ພົບ​ເຫັນ​ພຣະ​ຄຸນ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ”

ສ່ວນ​ຫລາຍ​ແລ້ວ ເລື່ອງ​ລາວ​ໃນ​ພຣະ​ຄຳ​ພີສາ​ມາດ​ສິດ​ສອນ​ເຮົາ​ກ່ຽວ​ກັບບົດ​ຮຽນ​ທາງວິນ​ຍານ​ຫລາຍໆ​ເລື່ອງ. ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ເລື່ອງ​ນ້ຳ​ຖ້ວມ​ທີ່​ຍິ່ງ​ໃຫຍ່ ແລະ ຫໍ​ຄອຍ​ເມືອງ​ບາ​ເບນ, ໃຫ້​ສະ​ແຫວງ​ຫາ​ການ​ດົນ​ໃຈ​ກ່ຽວ​ກັບ​ວິ​ທີທີ່​ເລື່ອງ​ລາວ​ເຫລົ່າ​ນີ້​ກ່ຽວ​ຂ້ອງ​ກັບ​ທ່ານ​ແນວ​ໃດ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຜູ້​ອ່ານ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີຫລາຍ​ລຸ້ນ​ຄົນໄດ້​ຮັບ​ການ​ດົນ​ໃຈ​ໂດຍ​ເລື່ອງ​ລາວ​ຂອງ​ໂນອາ ແລະ ນ້ຳ​ຖ້ວມ. ແຕ່​ເຮົາ​ຜູ້​ມີ​ຊີ​ວິດ​ຢູ່​ໃນ​ຍຸກ​ສຸດ​ທ້າຍ ມີ​ເຫດ​ຜົນ​ທີ່​ຈະ​ເອົາ​ໃຈ​ໃສ່​ຕໍ່​ມັນ​ເປັນ​ພິ​ເສດ. ເມື່ອ​ພຣະ​ເຢ​ຊູ​ຄຣິດ​ໄດ້​ສິດ​ສອນ​ວິ​ທີ​ທີ່​ເຮົາ​ຄວນ​ເຝົ້າ​ເບິ່ງ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ອົງ, ພຣະ​ອົງ​ໄດ້​ກ່າວ​ວ່າ, “ດັ່ງ​ທີ່ວັນ​ເວ​ລາ​ຂອງ​ໂນ​ອາ​ເປັນ​ສັນ​ໃດ, ມັນ​ກໍ​ຈະ​ເປັນສັນ​ນັ້ນ​ໃນ​ຕອນ​ບຸດ​ມະ​ນຸດ​ສະ​ເດັດ​ມາ” (ໂຈເຊັບ ສະມິດ—ມັດທາຍ 1:41). ນອກ​ເໜືອ​ຈາກນີ້, ວະ​ລີ​ທີ່​ບັນ​ຍາຍ​ເຖິງວັນ​ເວ​ລາ​ຂອງ​ໂນອາ, ເຊັ່ນ “ເສື່ອມ​ໂຊມ” ແລະ “ເຕັມ​ໄປ​ດ້ວຍ​ຄວາມ​ຮຸນ​ແຮງ,” ກໍ​ສາ​ມາດ​ເອົາ​ມາ​ໃຊ້​ເພື່ອ​ບັນ​ຍາຍ​ເຖິງວັນ​ເວ​ລາ​ຂອງ​ເຮົາ​ໄດ້​ຄື​ກັນ (ປະ​ຖົມ​ມະ​ການ 6:12–13; ໂມເຊ 8:28). ເລື່ອງ​ລາວ​ກ່ຽວ​ກັບ​ຫໍ​ຄອຍ​ເມືອງ​ບາ​ເບນ​ກໍ​ສາ​ມາດ​ເອົາມາ​ປຽບ​ທຽບ​ໃສ່​ກັບ​ວັນ​ເວ​ລາ​ຂອງ​ເຮົາ​ຄື​ກັນ, ພ້ອມ​ດ້ວຍ​ການ​ບັນ​ຍາຍ​ຂອງ​ມັນ​ກ່ຽວ​ກັບ​ຄວາມ​ທະ​ນົງ​ຕົວ ຕິດ​ຕາມ​ດ້ວຍ​ຄວາມ​ສັບ​ສົນ ແລະ ຄວາມ​ແຕກ​ແຍກ​ໃນ​ບັນ​ດາ​ລູກໆ​ຂອງ​ພຣະ​ເຈົ້າ.

ເລື່ອງ​ລາວ​ບູ​ຮານ​ເຫລົ່າ​ນີ້​ມີ​ຄວາມ​ສຳ​ຄັນ​ບໍ່​ພຽງ​ແຕ່​ມັນ​ສະ​ແດງ​ໃຫ້​ເຮົາ​ເຫັນ​ວ່າ ຄວາມ​ຊົ່ວ​ຮ້າຍ​ໄດ້​ເກີດ​ຂຶ້ນ​ເທື່ອ​ແລ້ວ​ເທື່ອ​ອີກ​ຕະ​ຫລອດ​ທົ່ວ​ປະ​ຫວັດ​ສາດ​ເທົ່າ​ນັ້ນ. ສຳ​ຄັນ​ກວ່ານັ້ນ, ມັນ​ສິດ​ສອນ​ເຮົາ​ເຖິງວິ​ທີ​ທີ່​ຈະ​ຈັດ​ການ​ກັບ​ມັນ​ນຳ​ອີກ. ໂນອາ “ໄດ້​ພົບ​ເຫັນ​ພຣະ​ຄຸນ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” (ໂມເຊ 8:27) ເຖິງ​ແມ່ນ​ໄດ້​ມີ​ຄວາມ​ຊົ່ວ​ຮ້າຍ​ຢູ່​ອ້ອມ​ຮອບ​ເພິ່ນ​ກໍ​ຕາມ. ແລະ ຄອບ​ຄົວ​ຂອງ​ຢາ​ເຣັດ ແລະ ນ້ອງ​ຊາຍ​ຂອງ​ລາວ ໄດ້​ຫັນ​ໄປ​ຫາພຣະ​ຜູ້​ເປັນ​ເຈົ້າ ແລະ ໄດ້​ຖືກ​ພາ​ໜີ​ຈາກ​ຄວາມ​ຊົ່ວ​ຮ້າຍ​ຢູ່​ໃນ​ເມືອງບາເບນ (ເບິ່ງ ອີເທີ 1:33–43). ຖ້າ​ຫາກ​ເຮົາຢາກ​ຮູ້​ຈັກ​ວິ​ທີ​ທີ່​ຈະ​ຮັກ​ສາ​ຕົວ​ເອງ ແລະ ຄອບ​ຄົວ​ຂອງ​ເຮົາ​ໃຫ້​ປອດ​ໄພ ຈາກ​ຄວາມ​ເສື່ອມ​ໂຊມ ແລະ ຄວາມ​ຮຸນ​ແຮງ​ໃນ​ວັນ​ເວ​ລາ​ຂອງ​ເຮົາ, ເລື່ອງ​ລາວ​ທີ່ຮູ້​ຈັກ​ກັນ​ດີ​ຢູ່​ໃນ​ບົດ​ເຫລົ່າ​ນີ້ ມີ​ຫລາຍ​ສິ່ງ​ທີ່​ຈະ​ສິດ​ສອນ​ເຮົາ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ປະ​ຖົມ​ມະ​ການ 6; ໂມເຊ 8

ມັນ​ມີ​ຄວາມ​ປອດ​ໄພ​ທາງວິນ​ຍານ ໃນ​ການ​ເຮັດ​ຕາມ​ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ເປັນ​ເພາະ​ພຣະ​ກິດ​ຕິ​ຄຸນ​ທີ່ຖືກ​ຟື້ນ​ຟູ, ເຮົາ​ຈຶ່ງ​ຮູ້​ກ່ຽວ​ກັບ​ໂນອາ​ຫລາຍກວ່າ​ທີ່​ພົບ​ເຫັນ​ຢູ່​ໃນ​ພຣະ​ຄຳ​ພີ​ເດີມ. ການ​ແປ​ທີ່​ດົນ​ໃຈ​ຂອງ​ໂຈເຊັບ ສະມິດ ກ່ຽວ​ກັບ ປະ​ຖົມ​ມະ​ການ 6, ມີ​ຢູ່​ໃນ ໂມເຊ 8, ເປີດ​ເຜີຍ​ວ່າ​ໂນອາ​ໄດ້​ເປັນ​ໜຶ່ງ​ໃນ​ບັນ​ດາ​ສາດ​ສະ​ດາ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພຣະ​ເຈົ້າ. ເພິ່ນ​ໄດ້​ຖືກ​ແຕ່ງ​ຕັ້ງ ແລະ ໄດ້​ຖືກ​ສົ່ງ​ອອກ​ໄປ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເພິ່ນ​ໄດ້​ເດີນ ແລະ ເວົ້າ​ລົມ​ກັບ​ພຣະ​ເຈົ້າ, ແລະ ເພິ່ນ​ໄດ້​ຖືກ​ເລືອກ​ໃຫ້​ສ້າງ​ລູກໆ​ຂອງ​ພຣະ​ເຈົ້າ​ຄືນ​ສູ່​ໂລກ​ຫລັງ​ຈາກ​ນ້ຳ​ຖ້ວມ (ເບິ່ງ Teachings of Presidents of the Church: Joseph Smith [2007], 104, 201) ນຳ​ອີກ). ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ສາດ​ສະ​ດາ​ຈາກ​ປະ​ສົບ​ການ​ຂອງ​ໂນອາ?

ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ວັນ​ເວ​ລາ​ຂອງ​ໂນອາ, ທ່ານ​ອາດ​ສັງ​ເກດ​ເຫັນ​ຄວາມ​ຄ້າຍ​ຄື​ກັນ​ກັບ​ວັນ​ເວ​ລາ​ຂອງ​ເຮົາ. ຍົກ​ຕົວ​ຢ່າງ:

  • ໂມເຊ 8:18, 20–21, 23–24 (ການ​ປະ​ຕິ​ເສດ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ)

  • ໂມເຊ 8:21 (ຄວາມ​ເພິ່ງ​ພໍ​ໃຈ ແລະ ສິ່ງ​ທີ່​ເປັນທາງ​ໂລກ)

  • ໂມເຊ 8:22 (ຄວາມ​ຄິດ​ຝັນ ແລະ ຄວາມ​ນຶກ​ຄິດ​ໃນ​ທາງ​ຊົ່ວ)

  • ໂມເຊ 8:28 (ຄວາມ​ເສື່ອມ​ໂຊມ ແລະ ຄວາມ​ຮຸນ​ແຮງ)

ມີ​ຄຳ​ສອນ​ຢ່າງ​ໃດ​ແດ່​ຂອງ​ສາດ​ສະ​ດາ​ໃນ​ທຸກວັນ​ນີ້ ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ທີ່​ສາ​ມາດ​ຮັກ​ສາ​ທ່ານ​ໃຫ້​ປອດ​ໄພ​ຢູ່​ໃນ​ໂລກ​ທຸກວັນ​ນີ້? ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ໂນອາ, ແມ່ນ​ຫຍັງ​ທີ່​ດົນ​ໃຈ​ທ່ານ​ໃຫ້​ເຮັດ​ຕາມ​ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ທຸກວັນ​ນີ້?

ເບິ່ງ ໂມໄຊຢາ 13:33; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 21:4–7 ນຳ​ອີກ.

ປະ​ຖົມ​ມະ​ການ 9:8–17

ໝາຍ​ສຳ​ຄັນ ຫລື ສັນ​ຍາ​ລັກ​ຊ່ວຍ​ເຮົາ​ຈື່​ຈຳ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ຜູ້​ເປັນ​ເຈົ້າ.

ພັນ​ທະ​ສັນ​ຍາ​ຂອງ​ພຣະ​ກິດ​ຕິ​ຄຸນ​ສາ​ມາດ​ເປັນ​ຕົວ​ແທນ​ໂດຍ​ເຄື່ອງ​ໝາຍ, ສັນ​ຍາ​ລັກ, ຫລື “ໝາຍ​ສຳ​ຄັນ” (ປະ​ຖົມ​ມະ​ການ 9:12). ຍົກ​ຕົວ​ຢ່າງ, ໃຫ້​ຄິດ​ກ່ຽວ​ກັບ​ວິ​ທີ​ທີ່​ເຂົ້າ​ຈີ່ ແລະ ນ້ຳ​ຂອງ​ສິນ​ລະ​ລຶກ ຫລື ນ້ຳ​ຂອງ​ການ​ບັບ​ຕິ​ສະ​ມາ​ສາ​ມາດ​ເຕືອນ​ໃຈ​ເຖິງ​ຄວາມ​ຈິງ​ທີ່​ສັກ​ສິດ ຊຶ່ງ​ກ່ຽວ​ພັນ​ກັບ​ພັນ​ທະ​ສັນ​ຍາ​ຂອງ​ທ່ານ. ອີງ​ຕາມ ປະ​ຖົມ​ມະ​ການ 9:8–17, ຮຸ້ງ​ກິນ​ນ້ຳ​ຊ່ວຍ​ໃຫ້​ເຮົາ​ຄິດ​ເຖິງ​ສິ່ງ​ໃດ? ການ​ແປ​ຂອງ​ໂຈເຊັບ ສະມິດ, ປະ​ຖົມ​ມະ​ການ 9:21–25 (ຢູ່​ໃນ ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ພາກ​ຫ້ອຍ​ທ້າຍ) ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ຫລາຍກວ່າ​ເກົ່າ​ແນວ​ໃດ? ​ເປັນ​ຫຍັງພຣະ​ຜູ້​ເປັນ​ເຈົ້າປະ​ສົງ​ໃຫ້​ທ່ານ​ຈື່​ຈຳ​ພຣະ​ອົງ ແລະ ພັນ​ທະ​ສັນ​ຍາ​ທີ່​ທ່ານ​ໄດ້​ເຮັດ?

ເບິ່ງ Gerrit W. Gong, “Always Remember Him,” Liahona, May 2016, 108–11 ນຳ​ອີກ.

ປະ​ຖົມ​ມະ​ການ 11:1–9

ທາງ​ດຽວ​ທີ່​ຈະ​ຂຶ້ນ​ເຖິງ​ສະ​ຫວັນ​ໄດ້ ແມ່ນ​ການ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ.

ເມືອງ​ບາ​ເບນ​ບູ​ຮານ, ຫລື ບາ​ບີ​ໂລນ, ໄດ້​ຖືກ​ໃຊ້​ເປັນ​ສັນ​ຍາ​ລັກ​ຂອງ​ຄວາມ​ຊົ່ວ​ຮ້າຍ ແລະ ສິ່ງ​ທີ່​ເປັນ​ທາງ​ໂລກ ເປັນ​ເວລາ​ດົນ​ນານ​ມາ​ແລ້ວ (ເບິ່ງ ພຣະ​ນິ​ມິດ 18:1–10; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 133:14). ຂະ​ນະ​ທີ່​ທ່ານສຶກ​ສາ ປະ​ຖົມ​ມະ​ການ 11:1–9, ໃຫ້​ໄຕ່​ຕອງກ່ຽວ​ກັບ​ຄວາມ​ຮູ້​ທີ່ມອບ​ໃຫ້​ໂດຍ​ສາດ​ສະ​ດາ​ມໍ​ມອນ, ຜູ້​ໄດ້​ຂຽນ​ວ່າ ມັນ​ແມ່ນ​ຊາ​ຕານ “ທີ່​ໃສ່​ມັນ​ໄວ້​ໃນ​ໃຈ​ຂອງ​ຜູ້​ຄົນ​ໃຫ້​ສ້າງ​ຫໍ​ຄອຍ​ທີ່​ສູງ​ທີ່​ສຸດເພື່ອ​ພວກ​ເຂົາ​ຈະ​ໄດ້​ຂຶ້ນ​ໄປ​ເຖິງ​ສະ​ຫວັນ” (ຮີ​ລາ​ມັນ 6:28; ເບິ່ງ ຂໍ້ທີ 26–27 ນຳ​ອີກ). ມີ​ຄຳ​ເຕືອນ​ຢ່າງ​ໃດ​ແດ່​ທີ່​ເລື່ອງ​ລາວ​ຂອງ​ຫໍ​ຄອຍ​ເມືອງ​ບາ​ເບນ​ມີ​ໃຫ້​ທ່ານ?

ເບິ່ງ ເພງ​ສັນ​ລະ​ເສີນ 127:1 ນຳ​ອີກ.

ຮູບ​ພາບ
ຫໍ​ຄອຍ​ເມືອງ​ບາ​ເບນ

ຮູບ​ພາບ​ຫໍ​ຄອຍ​ເມືອງ​ບາ​ເບນ, ໂດຍ ເດວິດ ກຣີນ

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ປະ​ຖົມ​ມະ​ການ 6–8.ທ່ານ​ຈະ​ໃຊ້​ເລື່ອງ​ລາວ​ກ່ຽວ​ກັບ​ເຮືອ​ຂອງ​ໂນອາ ເພື່ອ​ສິດ​ສອນ​ຄອບ​ຄົວ​ຂອງ​ທ່ານ​ເຖິງ​ການ​ເຮັດ​ຕາມ​ສາດ​ສະ​ດາ​ສາ​ມາດ​ຮັກ​ສາ​ເຮົາ​ໃຫ້​ປອດ​ໄພ​ທາງວິນ​ຍານ​ແນວ​ໃດ? (ເບິ່ງ “ໂນອາ ແລະ ຄອບ​ຄົວ​ຂອງ​ເພິ່ນ,” ໃນ ນິ​ທານ​ພຣະ​ສັນ​ຍາ​ເດີມ). ບາງ​ທີ​ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ຊ່ວຍ​ກັນ​ສ້າງ​ເຮືອ​ນ້ອຍ​ດ້ວຍ​ເຈ້ຍ ຫລື ດ້ວຍຂອງ​ຫລິ້ນ​ຂອງ​ເດັກ​ນ້ອຍ. ຂະ​ນະ​ທີ່​ທ່ານ​ອ່ານ ປະ​ຖົມ​ມະ​ການ 6–7, ທ່ານ​ສາ​ມາດປຽບ​ທຽບ​ຄວາມ​ປອດ​ໄພ​ຢູ່​ໃນ​ເຮືອ​ໃສ່​ກັບ​ຄວາມ​ປອດ​ໄພ​ທີ່​ທ່ານ​ພົບ​ເຫັນ​ໃນ​ການ​ເຮັດ​ຕາມ​ສາດ​ສະ​ດາ​ແນວ​ໃດ. ພວກທ່ານ​ອາດ​ຢາກ​ສົນ​ທະ​ນາ​ກັນ​ກ່ຽວ​ກັບ​ຄຳ​ແນະ​ນຳ​ເມື່ອບໍ່​ດົນ​ມານີ້​ຈາກ​ສາດ​ສະ​ດາ ແລະ ຂຽນ​ຄຳ​ແນະ​ນຳ​ໃສ່​ເທິງເຮືອ​ຂອງ​ພວກ​ທ່ານ.

ພຣະ​ເຈົ້າ​ໄດ້​ມອບ​ສິ່ງ​ອື່ນໃດ​ອີກ​ແດ່​ໃຫ້​ເຮົາ ທີ່​ອາດ​ປຽບ​ທຽບ​ໃສ່​ກັບ​ເຮືອ​ທີ່​ຮັກ​ສາ​ຊີ​ວິດ​ຄອບ​ຄົວ​ຂອງ​ໂນອາ​ໄວ້? ແຫລ່ງ​ເຫລົ່າ​ນີ້​ແນະ​ນຳຄຳ​ຕອບ​ບາງ​ຈຳ​ນວນ, ແຕ່​ກໍ​ຍັງມີ​ແຫລ່ງ​ອື່ນ​ອີກ: 2 ນີໄຟ 9:7–13; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 115:5–6; ແລະ ຂ່າວ​ສານ​ຂອງ​ປະທານ​ຣະໂຊ ເອັມ ແນວສັນ “Becoming Exemplary Latter-day Saints” (Liahona, Nov. 2018, 113–14).

ໂມເຊ 8:17.ຄຳ​ວ່າ ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ “ພະ​ຍາ​ຍາມ” ກັບ​ເຮົາ ໝາຍ​ຄວາມ​ວ່າ​ແນວ​ໃດ? (ເບິ່ງ 1 ນີໄຟ 7:14; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:33). ເຮົາ​ເຄີຍ​ມີ​ປະ​ສົບ​ການ​ຕອນ​ທີ່​ພຣະ​ວິນ​ຍານ​ພະ​ຍາ​ຍາມ​ກັບ​ເຮົາ​ເມື່ອ​ໃດ?

ປະ​ຖົມ​ມະ​ການ 9:8–17.ເດັກ​ນ້ອຍ​ອາດ​ມັກ​ແຕ້ມ​ຮູບ ແລະ ລະ​ບາຍ​ສີຮຸ້ງ​ກິນ​ນ້ຳ ຂະ​ນະ​ທີ່ພວກ​ທ່ານ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ມັນ (ເບິ່ງ ການ​ແປ​ຂອງ​ໂຈເຊັບ ສະມິດ, ປະ​ຖົມ​ມະ​ການ 9:21–25 [ຢູ່​ໃນ ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ພາກ​ຫ້ອຍ​ທ້າຍ]). ພວກ​ທ່ານ​ອາດ​ສົນ​ທະ​ນາ​ກ່ຽວ​ກັບ​ສິ່ງ​ທີ່​ຊ່ວຍ​ເຫລືອ​ພວກ​ທ່ານ​ໃຫ້​ຈື່​ຈຳ​ພັນ​ທະ​ສັນ​ຍາ​ຂອງ​ພວກ​ທ່ານ​ນຳ​ອີກ, ດັ່ງ​ເຊັ່ນ ສິນ​ລະ​ລຶກ, ຊຶ່ງ​ຊ່ວຍ​ເຮົາ​ໃຫ້​ລະ​ນຶກ​ເຖິງ​ການ​ບັບ​ຕິ​ສະ​ມາ​ຂອງ​ເຮົາ ທີ່​ຈະ​ຕິດ​ຕາມພຣະ​ເຢ​ຊູ​ຄຣິດ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:75–79).

ປະ​ຖົມ​ມະ​ການ 11:1–9.ມັນ​ອາດ​ເປັນ​ປະ​ໂຫຍດ​ທີ່​ຈະ​ອ່ານ ອີເທີ 1:33–43 ຂະ​ນະ​ທີ່ຄອບ​ຄົວ​ຂອງ​ທ່ານ​ສຶກ​ສາ ປະ​ຖົມ​ມະ​ການ 11 ແລະ ຮຽນ​ຮູ້​ກ່ຽວ​ກັບ​ຫໍຄອຍ​ເມືອງ​ບາ​ເບນ. ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຄອບ​ຄົວ​ຂອງ​ຢາ​ເຣັດ ແລະ ນ້ອງ​ຊາຍ​ຂອງ​ລາວ ທີ່​ສາ​ມາດ​ຊ່ວຍ​ຄອບ​ຄົວ​ຂອງ​ເຮົາ​ໃຫ້ພົບ​ເຫັນ​ຄວາມ​ປອດ​ໄພ​ທາງວິນ​ຍານ ເຖິງ​ແມ່ນ​ໂລກນີ້​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຊົ່ວ​ຮ້າຍ​ກໍ​ຕາມ? ມີ​ບົດ​ຮຽນ​ໃດ​ແດ່ຕື່ມ​ອີກ​ທີ່​ເຮົາ​ຮຽນ​ຮູ້​ຈາກ​ໂນອາ ແລະ ຄອບ​ຄົວ​ຂອງ​ເພິ່ນ ຂະ​ນະ​ທີ່​ເຂົາ​ເຈົ້າ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ທີ່​ຄ້າຍ​ຄື​ກັນ? (ເບິ່ງ ໂມເຊ 8:13, 16–30).

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ເຮົາ​ຂອບ​ພຣະ​ໄທ​ສຳ​ລັບ​ສາດ​ສະ​ດາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 40 (ບາດ​ທີ 3).

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ແບ່ງປັນ​ຄວາມ​ຮູ້ຂອງທ່ານ. ເມື່ອ​ທ່ານ​ແບ່ງ​ປັນ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້​ຈາກ​ພຣະ​ຄຳ​ພີ, ທ່ານບໍ່​ພຽງ​ແຕ່​ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ​ເທົ່າ​ນັ້ນ ແຕ່ທ່ານ​ຈະ​ເຂົ້າ​ໃຈ​ຢ່າງ​ເລິກ​ຊຶ້ງ​ຫລາຍກວ່າ​ເກົ່າ​ນຳ​ອີກ. ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ແບ່ງ​ປັນ​ສິ່ງ​ໃດ​ຈາກ​ພຣະ​ຄຳ​ພີ ກັບ​ຄອບ​ຄົວ, ໝູ່​ເພື່ອນ, ຫລື ເພື່ອນ​ສະ​ມາ​ຊິກ​ຫວອດ​ຂອງ​ທ່ານ?

ຮູບ​ພາບ
ເຮືອ​ຂອງ​ໂນອາ

ຮູບ​ພາບ​ເຮືອ​ຂອງ​ໂນອາ, ໂດຍ ອາດາມ ຄລິ້ນ ເດ

ພິມ