ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 24–30 ເດືອນ​ມັງກອນ. ໂມເຊ 7: “ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ຜູ້​ຄົນ​ຂອງ​ພຣະ​ອົງ​ວ່າ ຊີ​ໂອນ”


“ວັນ​ທີ 24–30 ເດືອນ​ມັງກອນ. ໂມເຊ 7: ‘ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ຜູ້​ຄົນ​ຂອງ​ພຣະ​ອົງ​ວ່າ ຊີ​ໂອນ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 24–30 ເດືອນ​ມັງກອນ. ໂມເຊ 7,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ຫລາຍ​ຄົນ​ປະ​ຕິ​ບັດ​ຕໍ່​ກັນ​ດ້ວຍ​ຄວາມ​ຮັກ

Love One Another [ຮັກ​ກັນ​ແລະ​ກັນ], ໂດຍ ເອມມາ ດາໂນສັນ ເທເລີ

ວັນ​ທີ 24–30 ເດືອນ​ມັງກອນ

ໂມເຊ 7

“ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ຜູ້​ຄົນ​ຂອງ​ພຣະ​ອົງ​ວ່າ ຊີ​ໂອນ”

ຂະ​ນະ​ທີ່​ທ່ານ​ອ່ານ ແລະ ໄຕ່​ຕອງ ໂມເຊ 7, ໃຫ້​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ທາງວິນ​ຍານ​ຂອງ​ທ່ານ. ໂດຍ​ການ​ເຮັດ​ສິ່ງນີ້, ທ່ານ​ສະ​ແດງວ່າ ທ່ານ​ນັບ​ຖື​ການ​ຊີ້​ນຳ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ແລະ ວ່າ​ທ່ານ​ຢາກ​ໄດ້​ຮັບ​ການ​ຊີ້​ນຳ​ເພີ່ມ​ເຕີມ​ຈາກ​ພຣະ​ອົງ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຕະ​ຫລອດ​ທົ່ວ​ປະ​ຫວັດ​ສາດ, ຜູ້​ຄົນ​ໄດ້​ພະ​ຍາ​ຍາມ​ບັນ​ລຸ​ສິ່ງ​ທີ່​ເອນົກ ແລະ ຜູ້​ຄົນ​ຂອງ​ເພິ່ນ​ໄດ້​ປະ​ສົບ​ຄວາມ​ສຳ​ເລັດ: ການ​ສ້າງ​ສັງ​ຄົມ​ໃນ​ອຸ​ດົມ​ຄະ​ຕິ ບ່ອນ​ທີ່ບໍ່​ມີ​ຄວາມ​ທຸກ​ຍາກ​ລຳ​ບາກ ຫລື ຄວາມ​ຮຸນ​ແຮງ. ໂດຍ​ທີ່​ເປັນ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ, ເຮົາ​ແບ່ງ​ປັນ​ຄວາມ​ປາດ​ຖະ​ໜານີ້. ເຮົາ​ເອີ້ນ​ມັນ​ວ່າ ການ​ສ້າງ​ຊີ​ໂອນ, ແລະ ມັນ​ລວມ​ທັງ—ນອກ​ເໜືອ​ໄປ​ຈາກ​ການ​ດູ​ແລ​ຄົນ​ຍາກ​ຈົນ ແລະ ການສົ່ງ​ເສີມ​ຄວາມ​ສະ​ຫງົບ—ການ​ເຮັດ​ພັນ​ທະ​ສັນ​ຍາ, ການ​ຢູ່​ນຳ​ກັນ​ໃນ​ຄວາມ​ຊອບ​ທຳ, ແລະ ການ​ກາຍ​ເປັນ​ໜຶ່ງ​ນຳ​ກັນ ແລະ ນຳ​ພຣະ​ເຢ​ຊູ​ຄຣິດ, “ກະ​ສັດ​ແຫ່ງ​ຊີ​ໂອນ” (ໂມເຊ 7:53). ເປັນ​ເພາະ​ວຽກ​ງານ​ແຫ່ງ​ການ​ສະ​ຖາ​ປະ​ນາ​ຊີ​ໂອນ​ດຳ​ເນີນ​ຕໍ່​ຢູ່​ໃນ​ວັນ​ເວ​ລາ​ຂອງ​ເຮົາ, ມັນ​ຈຶ່ງ​ເປັນ​ປະ​ໂຫຍດ​ທີ່​ຈະ​ຖາມວ່າ, ເອນົກ ແລະ ຜູ້​ຄົນ​ຂອງ​ເພິ່ນ​ເຮັດ​ແນວ​ໃດ? ເຂົາ​ເຈົ້າ​ໄດ້​ກາຍ​ເປັນ “ໃຈ​ດຽວ ແລະ ມີ​ຄວາມ​ຄິດ​ດຽວ” ໄດ້​ແນວ​ໃດ (ໂມເຊ 7:18) ເຖິງ​ແມ່ນ​ມີ​ຄວາມ​ຊົ່ວ​ຮ້າຍ​ຢູ່​ອ້ອມ​ຮອບ​ເຂົາ​ເຈົ້າ​ກໍ​ຕາມ? ໃນ​ບັນ​ດາ​ລາຍ​ລະ​ອຽດ​ຫລາຍ​ຢ່າງ​ທີ່ ໂມເຊ 7 ໃຫ້​ເຮົາ​ຮູ້​ຈັກ​ກ່ຽວ​ກັບ​ຊີ​ໂອນ, ຢ່າງ​ໜຶ່ງ​ໂດຍ​ສະ​ເພາະ​ທີ່​ມີ​ຄ່າ​ຕໍ່ໄພ່​ພົນ​ຍຸກ​ສຸດ​ທ້າຍ ຄົງ​ເປັນ​ສິ່ງນີ້: ຊີ​ໂອນບໍ່​ໄດ້​ເປັນ​ພຽງ​ແຕ່​ເມືອງ​ເທົ່າ​ນັ້ນ—ມັນ​ເປັນ​ສະ​ພາບ​ຂອງ​ໃຈ ແລະ ວິນ​ຍານ. ຊີ​ໂອນ, ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສິດ​ສອນ, ວ່າ​ເປັນ “ຜູ້​ທີ່​ມີ​ໃຈ​ບໍ​ລິ​ສຸດ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 97:21). ດັ່ງ​ນັ້ນ ບາງ​ທີ​ວິ​ທີ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ສ້າງ​ຊີ​ໂອນ​ແມ່ນ​ການ​ເລີ່ມ​ຕົ້ນ​ຢູ່​ໃນ​ໃຈ ແລະ ໃນ​ບ້ານ​ເຮືອນ​ຂອງ​ເຮົາ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ໂມເຊ 7:16–21, 27, 53, 62–69

ຄວາມ​ພະ​ຍາ​ຍາມ​ຂອງ​ເອນົກ ເປັນ​ແບບ​ແຜນ​ສຳ​ລັບ​ການ​ສ້າງ​ຊີ​ໂອນ​ໃນ​ຊີ​ວິດ​ຂອງ​ເຮົາ​ເອງ.

ເພາະ ໂມເຊ 7 ເປັນ​ບັນ​ທຶກ​ເຖິງວິ​ທີ​ທີ່​ຜູ້​ຕິດ​ຕາມ​ພຣະ​ເຈົ້າ​ໄດ້​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ການ​ສ້າງ​ຊີ​ໂອນ, ມັນ​ຈຶ່ງ​ສາ​ມາດ​ໃຫ້​ຄຳ​ແນະ​ນຳ ແລະ ດົນ​ໃຈ​ເຮົາ​ທຸກວັນ​ນີ້ ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ເຮັດ​ແບບ​ດຽວ​ກັນ​ນັ້ນ. ໃຫ້​ຄິດ​ທີ່​ຈະ​ໃຊ້ຕາ​ຕະ​ລາງ​ອັນ​ໜຶ່ງ ຄື​ກັນ​ກັບ​ຕາ​ຕະ​ລາງ​ອັນ​ນີ້ ເພື່ອ​ບັນ​ທຶກ​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ຊີ​ໂອນ ຈາກ ໂມເຊ 7:16–21, 27, 53, 62–69.

ຂໍ້ທີ

ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຊີ​ໂອນ?

ສິ່ງນີ້​ແນະ​ນຳ​ທ່ານ​ໃຫ້​ເຮັດ​ສິ່ງ​ໃດ​ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ​ສ້າງ​ຊີ​ໂອນ?

ຂໍ້ທີ

7:18

ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຊີ​ໂອນ?

ຜູ້​ຄົນ​ຂອງ​ຊີ​ໂອນ “ມີ​ໃຈ​ດຽວ ແລະ ມີ​ຄວາມ​ຄິດ​ດຽວ.”

ສິ່ງນີ້​ແນະ​ນຳ​ທ່ານ​ໃຫ້​ເຮັດ​ສິ່ງ​ໃດ​ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ​ສ້າງ​ຊີ​ໂອນ?

ເຮົາ​ຕ້ອງ​ສາ​ມັກ​ຄີ​ກັນ​ເປັນ​ຄອບ​ຄົວ ແລະ ເປັນສາດ​ສະ​ໜາ​ຈັກ.

ຂໍ້ທີ

7:21

ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຊີ​ໂອນ?

“ຕາມ​ຄວາມ​ສົມ​ຄວນ​ຂອງ​ເວ​ລາ, [ຊີ​ໂອນ] ໄດ້​ຖືກ​ເອົາ​ຂຶ້ນ​ໄປ​ສະ​ຫວັນ.”

ສິ່ງນີ້​ແນະ​ນຳ​ທ່ານ​ໃຫ້​ເຮັດ​ສິ່ງ​ໃດ​ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ​ສ້າງ​ຊີ​ໂອນ?

ການ​ສ້າງ​ຊີ​ໂອນ​ເປັນ​ຂັ້ນ​ຕອນ​ທີ່​ດຳ​ເນີນ​ໄປ​ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ.

ຂໍ້ທີ

ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຊີ​ໂອນ?

ສິ່ງນີ້​ແນະ​ນຳ​ທ່ານ​ໃຫ້​ເຮັດ​ສິ່ງ​ໃດ​ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ​ສ້າງ​ຊີ​ໂອນ?

ຂໍ້ທີ

ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຊີ​ໂອນ?

ສິ່ງນີ້​ແນະ​ນຳ​ທ່ານ​ໃຫ້​ເຮັດ​ສິ່ງ​ໃດ​ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ​ສ້າງ​ຊີ​ໂອນ?

ໂມເຊ 7:18–19, 53

ຜູ້​ຄົນ​ຂອງ​ພຣະເຈົ້າ​ຄວນ​ພະ​ຍາ​ຍາມ​ໃຫ້ “ມີ​ໃຈ​ດຽວ ແລະ ມີ​ຄວາມ​ຄິດ​ດຽວ.”

ໂມເຊ 7:18–19 ບັນ​ຈຸ​ບຸກ​ຄະ​ລິກ​ລັກ​ສະ​ນະ​ທີ່​ສຳ​ຄັນ​ກ່ຽວ​ກັບ​ຜູ້​ຄົນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ເອີ້ນ​ວ່າ​ຊີ​ໂອນ. ທ່ານ​ຄິດ​ວ່າ​ເປັນ​ຫຍັງບຸກ​ຄະ​ລິກ​ລັກ​ສະ​ນະ​ເຫລົ່າ​ນີ້​ຈຶ່ງຈຳ​ເປັນ​ຕໍ່​ການ​ສ້າງ​ຊີ​ໂອນ? ດັ່ງ​ທີ່​ບັນ​ຍາຍ​ຢູ່​ໃນ​ບົດ​ນີ້, ຊີ​ໂອນ​ແຕກ​ຕ່າງ​ຈາກ​ກຸ່ມ ຫລື ອົງ​ການ​ອື່ນ​ທີ່​ເປັນ​ໜຶ່ງ​ດຽວ​ກັນ ຢູ່​ໃນ​ໂລກ​ແນວ​ໃດ? ຂະ​ນະ​ທີ່​ທ່ານ​ໄຕ່​ຕອງ​ຄຳ​ຖາມນີ້, ທ່ານ​ອາດ​ຄິດ​ກ່ຽວ​ກັບ​ພຣະ​ຄຳ​ເຫລົ່າ​ນີ້​ເຖິງ​ພຣະ​ເຢ​ຊູ​ຄຣິດ ຢູ່​ໃນ ຂໍ້ທີ 53: “ພຣະ​ເມ​ຊີ​ອາ, ກະ​ສັດ​ແຫ່ງ​ຊີ​ໂອນ.” ການ​ມີ​ພຣະ​ເຢ​ຊູ​ຄຣິດ​ເປັນ​ກະ​ສັດ​ຂອງ​ເຮົາ ໝາຍ​ຄວາມ​ວ່າ​ແນວ​ໃດ? ພຣະ​ອົງ​ຊ່ວຍ​ເຮົາ​ໃຫ້​ພັດ​ທະ​ນາ​ບຸກ​ຄະ​ລິກ​ລັກ​ສະ​ນະ​ຂອງ​ຊີ​ໂອນ​ແນວ​ໃດ?

ເບິ່ງ ຟີລິບປອຍ 2:1–5; 4 ນີໄຟ 1:15–18; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 97:21; 105:5 ນຳ​ອີກ.

ຮູບ​ພາບ
ຜູ້​ຄົນ​ທັກ​ທາຍ​ກັນ

ເຮົາ​ຄວນ​ພະ​ຍາ​ຍາມ “ມີ​ໃຈ​ດຽວ ແລະ ມີ​ຄວາມ​ຄິດ​ດຽວ” (ໂມເຊ 7:18).

ໂມເຊ 7:21, 23–24, 27, 69

ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ເມືອງ​ຂອງ​ເອນົກ?

ວະ​ລີ​ທີ່​ວ່າ “ຖືກ​ເອົາ​ຂຶ້ນ​ໄປ” (ໂມເຊ 7:21, 23), “ຖືກ​ຍົກ​ຂຶ້ນ” (ໂມເຊ 7:24), “ຖືກ​ຮັບ​ຂຶ້ນ​ໄປ” (ໂມເຊ 7:27), ແລະ “ຫລົບ​ໜີ” (ໂມເຊ 7:69) ກ່າວ​ເຖິງ​ຊີ​ໂອນ ແລະ ຜູ້​ຄົນ​ຂອງ​ເອນົກ ຖືກ​ປ່ຽນ​ສະ​ພາບ ແລະ ຖືກ​ເອົາ​ຂຶ້ນ​ໄ​ປ​ສະຫວັນ. ຜູ້​ຄົນ​ທີ່​ຖືກ​ປ່ຽນ​ສະ​ພາບ “ໄດ້ປ່ຽນ​ແປງ​ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ບໍ່​ປະ​ສົບ​ກັບ​ຄວາມ​ເຈັບ​ປວດ ຫລື ຄວາມ​ຕາຍ” ຕອນ​ເປັນ​ມະ​ນຸດ (ຄູ່​ມື​ພຣະ​ຄຳ​ພີ, “ບຸກ​ຄົນ​ທີ່​ຖືກ​ປ່ຽນ​ສະ​ພາບ,” “ຊີ​ໂອນ,” scriptures.ChurchofJesusChrist.org; ເບິ່ງ 3 ນີໄຟ 28:4–9, 15–18, 39–40 ນຳ​ອີກ).

ໂມເຊ 7:28–69

ພຣະ​ເຈົ້າ​ກັນ​ແສງ​ເພາະ​ລູກໆ​ຂອງ​ພຣະ​ອົງ.

ບາງ​ຄົນ​ເຫັນ​ພຣະ​ເຈົ້າ​ວ່າ ພຣະ​ອົງ​ຢູ່​ຫ່າງ​ເຫີນ ແລະ ບໍ່​ຮູ້​ສຶກ​ກະ​ທົບ​ກະ​ເທືອນ​ໃນ​ສິ່ງ​ທີ່​ເກີດ​ກັບ​ເຮົາ. ແຕ່​ເອນົກ​ໄດ້​ເຫັນ​ພາບ​ນິ​ມິດ ຊຶ່ງ​ໃນ​ນັ້ນ​ພຣະ​ເຈົ້າ​ໄດ້​ກັນ​ແສງ​ເພາະ​ລູກໆ​ຂອງ​ພຣະ​ອົງ. ຂະ​ນະ​ທີ່​ທ່ານ​ອ່ານ ໂມເຊ 7:28–40, ໃຫ້​ຊອກ​ຫາ​ເຫດ​ຜົນ​ທີ່​ພຣະ​ອົງ​ໄດ້​ກັນ​ແສງ. ໃນ​ພາກ​ສ່ວນ​ທີ່​ເຫລືອ​ຢູ່​ຂອງ​ພາບ​ນິ​ມິດ​ຂອງ​ເອນົກ, ຊຶ່ງ​ບັນ​ຍາຍ​ຢູ່​ໃນ ໂມເຊ 7:41–69, ທ່ານ​ເຫັນ​ຫລັກ​ຖານ​ຢ່າງ​ໃດ​ແດ່ ທີ່​ພຣະ​ເຈົ້າ “ມີ​ເມດ​ຕາ ແລະ ກະ​ລຸ​ນາ​ຕະ​ຫລອດ​ການ”? (ໂມເຊ 7:30; ເບິ່ງ ຂໍ້ທີ 43, 47, ແລະ 62 ສຳ​ລັບ​ຕົວ​ຢ່າງ).

ໂມເຊ 7:62

ໃນ​ຍຸກ​ສຸດ​ທ້າຍ ພຣະ​ເຈົ້າ​ຈະ​ເຕົ້າ​ໂຮມ​ຜູ້​ທີ່​ພຣະ​ອົງ​ເລືອກ​ໄວ້.

ຂໍ້ທີ 62 ບັນ​ຍາຍ​ເຫດ​ການ​ຂອງ​ຍຸກ​ສຸດ​ທ້າຍ. ໃຫ້​ພິ​ຈາ​ລະ​ນາ​ວະ​ລີ​ເຫລົ່າ​ນີ້ ວ່າ​ມັນ​ມີ​ຄວາມ​ໝາຍ​ແນວ​ໃດ: “ຄວາມ​ຊອບ​ທຳ​ຈະ​ຖືກ​ສົ່ງ​ລົງ​ມາ​ຈາກ​ສະ​ຫວັນ,” “ເຮົາ​ຈະ​ສົ່ງຄວາມ​ຈິງ​ຂຶ້ນ​ມາ​ຈາກແຜ່ນ​ດິນ​ໂລກ,” “ເຮົາ​ຈະ​ເຮັດ​ໃຫ້​ຄວາມ​ຊອບ​ທຳ ແລະ ຄວາມ​ຈິງກວາດ​ແຜ່ນ​ດິນ​ໂລກ​ດັ່ງ​ນ້ຳ​ຖ້ວມ.” ວະ​ລີ​ເຫລົ່າ​ນີ້​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ວຽກ​ງານ​ຂອງ​ພຣະ​ເຈົ້າ ໃນ​ຍຸກ​ສຸດ​ທ້າຍ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ໂມເຊ 7:18–19.ເພື່ອ​ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ເຂົ້າ​ໃຈ​ຄວາມ​ໝາຍ​ທີ່​ວ່າ “ມີ​ໃຈ​ດຽວ,” ທ່ານ​ສາ​ມາດຕັດ​ເຈ້ຍ​ເຮັດ​ເປັນ​ຮູບ​ຫົວ​ໃຈ ແລະ ຕັດ​ມັນ​ເປັນ​ຫລາຍໆ​ຕ່ອນ​ເພື່ອ​ປະ​ກອບ​ເຂົ້າ​ກັນ​ເປັນ​ຮູບ, ໃຫ້​ພໍ​ສຳ​ລັບ​ທຸກ​ຄົນທີ່​ຈະ​ໄດ້​ຮັບ​ໜຶ່ງ​ຕ່ອນ. ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ຂຽນ​ຊື່​ຂອງ​ຕົນ​ໃສ່​ໃນ​ຕ່ອນ​ເຈ້ຍ ແລະ ຊ່ວຍ​ກັນ​ປະ​ກອບ​ໃຫ້​ເປັນ​ຮູບ​ຫົວ​ໃຈ. ເມື່ອ​ປະ​ກອບ​ຕ່ອນ​ເຈ້ຍ​ຮຽບ​ຮ້ອຍ​ແລ້ວ ພວກ​ທ່ານ​ອາດ​ເວົ້າ​ລົມ​ກັນ​ເຖິງ​ສິ່ງ​ທີ່​ພວກ​ທ່ານມັກ​ກ່ຽວ​ກັບ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ແຕ່​ລະ​ຄົນ.

ໂມເຊ 7:28–31, 35.ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຈົ້າ ຈາກ​ຂໍ້​ເຫລົ່າ​ນີ້?

ໂມເຊ 7:32.ເປັນ​ຫຍັງ​ພຣະ​ເຈົ້າ​ຈຶ່ງມອບ​ອຳ​ເພີ​ໃຈ​ໃຫ້​ເຮົາ? ເຮົາ​ຈະ​ເວົ້າ​ແນວ​ໃດ​ກັບ​ຜູ້​ທີ່​ຄິດ​ວ່າ ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ຈຳ​ກັດ​ອຳ​ເພີ​ໃຈ​ຂອງ​ເຮົາ? ການ​ອ່ານ 2 ນີໄຟ 2:25–27 ອາດ​ຊ່ວຍ​ໃຫ້​ມີ​ການ​ສົນ​ທະ​ນາ​ເພີ່ມ​ເຕີມ.

ໂມເຊ 7:59–67.ຂະ​ນະ​ທີ່​ຄອບ​ຄົວ​ຂອງ​ທ່ານ​ອ່ານ ໂມເຊ 7:59–67, ໃຫ້​ພະ​ຍາ​ຍາມ​ໝາຍ ຫລື ຊີ້ບອກ​ເຖິງ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ບອກ​ເອນົກ​ກ່ຽວ​ກັບ​ຍຸກ​ສຸດ​ທ້າຍ—ຍົກ​ຕົວ​ຢ່າງ, ວ່າ​ພຣະ​ເຈົ້າ​ຈະ “ເຕົ້າ​ໂຮມ​ຜູ້​ທີ່ [ພຣະ​ອົງ] ເລືອກ​ໄວ້” (ຂໍ້ທີ 62) ແລະ ວ່າ​ມັນ​ຈະ​ມີ “ຄວາມ​ທຸກ​ຍາກ​ລຳ​ບາກ​ອັນ​ໃຫຍ່​ຫລວງ​ໃນ​ບັນ​ດາ​ຄົນ​ຊົ່ວ” (ຂໍ້ທີ 66). ເຮົາ​ຈະ​ມີ​ສັດ​ທາ ແລະ ມີ​ຄວາມ​ຫວັງ ໃນ​ທ່າມ​ກາງ​ຄວາມ​ຊົ່ວ​ຮ້າຍ ໃນ​ຍຸກ​ສຸດ​ທ້າຍ​ໄດ້​ແນວ​ໃດ? ໃນ​ພາກ​ສ່ວນ​ໜຶ່ງ​ຂອງ​ການ​ສົນ​ທະ​ນານີ້, ໃຫ້​ຄິດ​ທີ່​ຈະ​ອ່ານ​ຂໍ້​ຄວາມ​ເຫລົ່າ​ນີ້ ຈາກ​ແອວ​ເດີ ຣອນໂນ ເອ ແຣັສ໌ແບນ ທີ່​ວ່າ: “ຂໍ​ໃຫ້​ຮັບ​ຮູ້​ໄວ້​ເຖີດ​ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ. ແມ່ນແລ້ວ, ເຮົາມີ​ຊີວິດ​ຢູ່ໃນ​ວັນ​ເວລາ​ທີ່​ວຸ້ນວາຍ, ແຕ່ເມື່ອ​ເຮົາຍຶດໝັ້ນ​ຢູ່ໃນ​ເສັ້ນທາງ​ແຫ່ງພັນ​ທະສັນ​ຍາ, ເຮົາຈະ​ບໍ່ຢ້ານ​ກົວ. ຂ້າພະ​ເຈົ້າອວຍ​ພອນ​ທ່ານ​ຂະນະ​ທີ່ທ່ານ​ເຮັດ​ດັ່ງນີ້, ທ່ານ​ຈະບໍ່​ຢ້ານກົວ​ໂດຍ​ວັນ​ເວລາ​ທີ່ເຮົາ​ອາໄສ​ຢູ່ ຫລື ບັນຫາ​ທີ່ຈະ​ເຂົ້າມາ​ໃນ​ຊີວິດ​ຂອງທ່ານ. ຂ້າພະ​ເຈົ້າ​ອວຍພອນ​ທ່ານໃຫ້​ເລືອກທີ່​ຈະຢືນ​ຢູ່ໃນ​ສະຖານ​ທີ່​ສັກສິດ ແລະ ບໍ່​ຫວັ່ນໄຫວ. ຂ້າພະ​ເຈົ້າ​ອວຍພອນ​ທ່ານໃຫ້​ເຊື່ອໃນ​ຄຳ​ສັນຍາ​ຂອງ​ພຣະ​ເຢຊູ​ຄຣິດ, ວ່າ​ພຣະອົງ​ຊົງ​ພຣະຊົນ ແລະ ວ່າ​ພຣະອົງ​ຄຸ້ມຄອງ​ເຮົາຢູ່, ຫ່ວງໃຍ​ເຮົາ ແລະ ຢືນຢູ່​ຄຽງ​ຂ້າງເຮົາ” (“Be Not Troubled,” Liahona, Nov. 2018, 21).

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ຮັກ​ທີ່​ບ້ານ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 48.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ຊ່າງ​ສັງ​ເກດ. ຖ້າ​ຫາກ​ທ່ານ​ເອົາ​ໃຈ​ໃສ່​ຕໍ່​ສິ່ງ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ຊີ​ວິດ​ຂອງ​ລູກໆ​ຂອງ​ທ່ານ, ແລ້ວ​ທ່ານ​ຈະ​ພົບ​ເຫັນ​ໂອ​ກາດ​ທີ່​ດີ​ເລີດ ທີ່​ຈະ​ສິດ​ສອນ. ຄວາມ​ຄິດ​ຄວາມ​ເຫັນ ແລະ ຄຳ​ຖາມ​ຂອງ​ລູກໆ​ຂອງ​ທ່ານ​ຕະ​ຫລອດມື້ ກໍ​ສາ​ມາດ​ເປັນ​ເຄື່ອງ​ໝາຍ​ເຖິງ​ຊ່ວງ​ເວ​ລາ​ຂອງ​ການ​ສິດ​ສອນ. (ເບິ່ງ Teaching in the Savior’s Way, 16.)

ຮູບ​ພາບ
ຮູບພາບ​ເອນົກ ແລະ ຜູ້​ຄົນ​ຂອງ​ເພິ່ນ​ກຳ​ລັງ​ຫລຽວ​ຂຶ້ນ​ເບິ່ງ​ແສງສະ​ຫວ່າງ

City of Zion Translated [ເມືອງ​ຊີໂອນ​ທີ່​ຖືກ​ປ່ຽນ​ສະ​ພາບ], ໂດຍ ແດວ ພາສັນ

ພິມ