ພຣະ​ຄຳ​ພີ​ເດີມ 2022
ວັນທີ 27 ເດືອນ​ທັນວາ–ວັນ​ທີ 2 ເດືອນ​ມັງກອນ. ໂມເຊ 1; ອັບ​ຣາ​ຮາມ 3: “ນີ້​ຄື​ວຽກ​ງານ​ຂອງ​ເຮົາ ແລະ ລັດ​ສະ​ໝີ​ພາບ​ຂອງ​ເຮົາ”


“ວັນທີ 27 ເດືອນ​ທັນວາ–ວັນ​ທີ 2 ເດືອນ​ມັງກອນ. ໂມເຊ 1; ອັບ​ຣາ​ຮາມ 3: ‘ນີ້​ຄື​ວຽກ​ງານ​ຂອງ​ເຮົາ ແລະ ລັດ​ສະ​ໝີ​ພາບ​ຂອງ​ເຮົາ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນທີ 27 ເດືອນ​ທັນວາ–ວັນ​ທີ 2 ເດືອນ​ມັງກອນ. ໂມເຊ 1; ອັບ​ຣາ​ຮາມ 3,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ຮູບ​ພາບດວງ​ດາວ​ຢູ່​ໃນ​ທ້ອງ​ຟ້າ

ວັນທີ 27 ເດືອນ​ທັນວາ–ວັນທີ 2 ເດືອນ​ມັງກອນ

ໂມເຊ 1; ອັບ​ຣາ​ຮາມ 3

“ນີ້​ຄື​ວຽກ​ງານ​ຂອງ​ເຮົາ ແລະ ລັດ​ສະ​ໝີ​ພາບ​ຂອງ​ເຮົາ”

ຂະ​ນະ​ທີ່​ທ່ານ​ອ່ານ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້ກ່າວ​ກັບ​ໂມເຊ ແລະ ກັບອັບ​ຣາ​ຮາມ, ໃຫ້​ໄຕ່​ຕອງ​ສິ່ງ​ທີ່​ພຣະ​ອົງ​ອາດ​ກ່າວ​ກັບທ່ານ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ເລີ່ມ​ຕົ້ນ​ດ້ວຍ​ຄຳ​ວ່າ “ໃນ​ຕອນ​ຕົ້ນ​ພຣະ​ເຈົ້າ​ໄດ້​ສ້າງ​ຟ້າ​ສະ​ຫວັນ ແລະ ແຜ່ນ​ດິນ​ໂລກ” (ປະ​ຖົມ​ມະ​ການ 1:1). ແຕ່​ມີ​ຫຍັງ ກ່ອນ “ຕອນ​ຕົ້ນ” ນີ້? ແລະ ເປັນ​ຫຍັງ ພຣະ​ເຈົ້າຈຶ່ງ​ສ້າງ​ທຸກ​ສິ່ງ​ເຫລົ່າ​ນີ້? ຜ່ານ​ທາງ​ສາດ​ສະ​ດາ​ໂຈເຊັບ ສະມິດ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້ໃຫ້​ຄຳ​ຕອບ​ຕໍ່​ຄຳ​ຖາມ​ເຫລົ່າ​ນີ້.

ຍົກ​ຕົວ​ຢ່າງ, ພຣະ​ອົງ​ໄດ້​ມອບ​ບັນ​ທຶກ​ໃຫ້​ເຮົາ​ກ່ຽວ​ກັບ​ພາບ​ນິ​ມິດ ຊຶ່ງ​ໃນ​ນັ້ນ​ອັບ​ຣາ​ຮາມ​ໄດ້​ເຫັນ​ການ​ເປັນ​ຢູ່​ຂອງ​ເຮົາ​ໃນ​ຖາ​ນະ​ວິນ​ຍານ “ກ່ອນ​ໂລກ​ເປັນ​ມາ” (ເບິ່ງ ອັບ​ຣາ​ຮາມ 3:22–28). ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຍັງ​ໄດ້​ມອບ​ການ​ແປ​ທີ່​ດົນ​ໃຈ ຫລື ການ​ເປີດ​ເຜີຍ​ຫົກ​ບົດ​ທຳ​ອິດ​ຂອງ​ປະ​ຖົມ​ມະ​ການ​ໃຫ້​ເຮົາ​ນຳ​ອີກ, ເອີ້ນ​ວ່າ​ໜັງ​ສືໂມເຊ—ຊຶ່ງບໍ່​ໄດ້​ເລີ່ມ​ຕົ້ນ​ດ້ວຍ “ໃນ​ຕອນ​ຕົ້ນ.” ກົງ​ກັນ​ຂ້າມ, ມັນ​ເລີ່ມ​ຕົ້ນ​ດ້ວຍ​ປະ​ສົບ​ການ​ທີ່​ໂມເຊ​ໄດ້​ມີ ຊຶ່ງ​ໃຫ້ຄວາມ​ໝາຍ​ທີ່​ຮູ້​ຈັກ​ກັນ​ດີ​ວ່າ​ເປັນ​ເລື່ອງ​ລາວ​ຂອງ​ການ​ນິ​ລະ​ມິດ​ສ້າງ. ພ້ອມ​ກັນ​ນີ້, ພຣະ​ຄຳ​ພີ​ຂອງ​ຍຸກ​ສຸດ​ທ້າຍນີ້ ຍັງເປັນ​ບ່ອນ​ທີ່​ສຳ​ຄັນ​ທີ່​ຈະ​ເລີ່ມ​ຕົ້ນ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເດີມ​ຂອງ​ເຮົາ ເພາະ​ວ່າ​ມັນ​ຕອບ​ຄຳ​ຖາມ​ຂັ້ນ​ພື້ນ​ຖານ ທີ່​ສາ​ມາດ​ໃຫ້​ຄວາມ​ໝາຍ​ແກ່​ການ​ອ່ານ​ຂອງ​ເຮົາ​ວ່າ: ພຣະ​ເຈົ້າ​ຄື​ໃຜ? ພວກເຮົາ​ຄື​ໃຜ? ວຽກ​ງານ​ຂອງ​ພຣະ​ເຈົ້າ​ຄື​ຫຍັງ, ແລະ ໜ້າ​ທີ່​ຂອງ​ພວກ​ເຮົາ​ຄື​ຫຍັງ​ໃນ​ນັ້ນ? ບົດ​ທຳ​ອິດ​ຢູ່​ໃນ​ປະ​ຖົມ​ມະ​ການ​ສາ​ມາດ​ເຫັນ​ໄດ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຕອບ​ຮັບ​ຕໍ່​ຄຳ​ອ້ອນວອນ​ຂອງ​ໂມເຊ ທີ່​ວ່າ: “ຂໍ​ຈົ່ງ​ເມດ​ຕາ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ດ້ວຍ​ເທີ້ນ, ໂອ້ ພຣະ​ອົງ​ເຈົ້າ, ແລະ ຂໍ​ຈົ່ງ​ບອກ​ຂ້າ​ພຣະ​ອົງ​ກ່ຽວ​ກັບ​ແຜ່ນ​ດິນ​ໂລກ​ນີ້, ແລະ ຜູ້​ອາ​ໄສ​ຢູ່​ໃນ​ນັ້ນ, ແລະ ຟ້າ​ສະຫວັນ​ນຳ​ອີກ” (ໂມເຊ 1:36).

ຮູບ​ພາບ
Learn More image
ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ໂມເຊ 1

ໃນ​ຖາ​ນະລູກ​ຂອງ​ພຣະ​ເຈົ້າ, ເຮົາ​ມີ​ຈຸດ​ໝາຍ​ປາຍ​ທາງ​ອັນ​ສູງ​ສົ່ງ.

ປະທານ​ດີເດີ ແອັຟ ອຸກດອບ ໄດ້​ສິດ​ສອນ​ວ່າ, “ຄວາມ​ສັບ​ສົນ​ສ່ວນ​ຫລາຍ​ທີ່​ເຮົາ​ປະ​ເຊີນ​ໃນ​ຊີ​ວິດນີ້ ມາ​ຈາກ​ການ​ພຽງ​ແຕ່ບໍ່​ເຂົ້າ​ໃຈ​ວ່າ​ເຮົາ​ເປັນ​ໃຜ” (“The Reflection in the Water” [Church Educational System fireside for young adults, Nov. 1, 2009], ChurchofJesusChrist.org). ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຮູ້ເຖິງ​ເລື່ອງນີ້, ແລະ ຊາ​ຕານ​ກໍ​ຮູ້​ຄື​ກັນ. ຂ່າວ​ສານ​ທຳ​ອິດ​ຂອງ​ພຣະ​ເຈົ້າ​ຕໍ່​ໂມເຊ ແມ່ນ​ລວມ​ທັງ​ຄວາມ​ຈິງທີ່​ວ່າ “ເຈົ້າ​ເປັນ​ບຸດ​ຂອງ​ເຮົາ” ແລະ “ເຈົ້າຈະ​ເໝືອນ​ພຣະ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ເຮົາ” (ໂມເຊ 1:4, 6). ກົງ​ກັນ​ຂ້າມ, ຊາ​ຕານ​ໄດ້​ກ່າວ​ເຖິງ​ໂມເຊວ່າ​ເປັນ “ບຸດ​ມະ​ນຸດ” (ໂມເຊ 1:12). ຊີ​ວິດ ແລະ ການ​ຕັດ​ສິນ​ໃຈ​ຂອງ​ທ່ານ ຈະ​ແຕກ​ຕ່າງ​ແນວ​ໃດ ຖ້າ​ຫາກ​ທ່ານ​ຄິດກ່ຽວ​ກັບ​ຕົວ​ເອງ ດັ່ງ​ທີ່​ຊາ​ຕານ​ຢາກ​ໃຫ້​ທ່ານ​ຄິດ​ວ່າ “ບຸດ [ຫລື ທິ​ດາ] ມະ​ນຸດ”? ການ​ຮູ້​ຈັກ ແລະ ການ​ຈື່​ຈຳ​ວ່າ​ທ່ານ​ເປັນ​ລູກ​ຂອງ​ພຣະ​ເຈົ້າ ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ?

ຂໍ້ໃດ ຫລື ວະ​ລີ​ໃດ ຢູ່​ໃນ ໂມເຊ 1 ຊ່ວຍ​ທ່ານ​ໃຫ້​ຮູ້​ສຶກ​ເຖິງ​ຄ່າ​ຄວນ​ແຫ່ງ​ສະ​ຫວັນ​ຂອງ​ທ່ານ?

ຮູບ​ພາບ
ພຣະ​ເຢ​ຊູຄຣິດ​ໃນ​ທ່າມ​ກາງດວງ​ດາວ

Christ and the Creation [ພຣະ​ຄຣິດ ແລະ ການ​ນິ​ລະ​ມິດ​ສ້າງ], ໂດຍ ຣໍເບີດ ທີ ບາແຣັດ

ໂມເຊ 1:12–26

ເຮົາ​ສາ​ມາດ​ຕ້ານ​ທານ​ກັບ​ອິດ​ທິ​ພົນ​ຂອງ​ຊາ​ຕານ.

ດັ່ງທີ່ ໂມເຊ 1 ສະ​ແດງ​ໃຫ້​ເຫັນ​ຢ່າງ​ແຈ່ມ​ແຈ້ງ​ວ່າ, ປະ​ສົບ​ການ​ທາງວິນ​ຍານບໍ່​ໄດ້​ຍົກ​ເວັ້ນ​ເຮົາ​ຈາກ​ການລໍ້​ລວງ. ຕາມ​ຈິງ​ແລ້ວ, ໜຶ່ງ​ໃນຍຸດ​ທະ​ວິ​ທີ​ຂອງຊາ​ຕານ​ແມ່ນ​ທີ່​ຈະ​ລໍ້​ລວງ​ເຮົາ​ໃຫ້​ສົງ​ໄສ​ປະ​ສົບ​ການ​ເຫລົ່າ​ນັ້ນ ຫລື ສິ່ງ​ທີ່​ເຮົາ​ໄດ້​ຮຽນ​ຮູ້​ຈາກ​ປະ​ສົບ​ການ​ເຫລົ່າ​ນັ້ນ. ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ການ​ຕອບ​ຮັບ​ຂອງ​ໂມເຊ​ຕໍ່​ຊາ​ຕານ ຢູ່​ໃນ ຂໍ້ທີ 12–26, ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ທີ່​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຍຶດ​ໝັ້ນ​ຢູ່​ໃນ​ຄວາມ​ຈິງ​ໃຈ​ຕໍ່​ປະ​ຈັກ​ພະ​ຍານ​ທີ່​ທ່ານ​ໄດ້​ຮັບ? ແມ່ນ​ຫຍັງ​ທີ່​ຊ່ວຍ​ທ່ານ​ໃຫ້​ຕ້ານ​ທານ​ກັບ​ການ​ລໍ້​ລວງ​ຢ່າງ​ອື່ນໆ​ຂອງ​ຊາ​ຕານ? (ເບິ່ງ, ຍົກ​ຕົວ​ຢ່າງ, ຂໍ້ທີ 15 ແລະ 18).

ອີງ​ຕາມ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້, ທ່ານ​ສາ​ມາດ​ວາງ​ແຜນ​ສຳ​ລັບ​ການ​ຕ້ານ​ທານ​ກັບ​ການ​ລໍ້​ລວງ​ໄດ້. ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ປະ​ກອບ​ຂໍ້​ຄວາມນີ້​ໃຫ້​ຄົບ​ຖ້ວນ “ເມື່ອ​ເຮົາ​ຖືກ​ລໍ້​ລວງ​ໃຫ້ , ເຮົາ​ຈະ .”

ເບິ່ງ ມັດທາຍ 4:1–11; ຮີລາມັນ 5:12; Gary E. Stevenson, “Deceive Me Not,” Liahona, Nov. 2019, 93–96; ວິ​ດີ​ໂອ “I Am a Son of God”, ChurchofJesusChrist.org ນຳ​ອີກ.

ໂມເຊ 1:27–39; ອັບ​ຣາ​ຮາມ 3

ວຽກ​ງານ ແລະ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ ຄື​ການ​ຊ່ວຍ​ເຮົາ​ໃຫ້​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ.

ຫລັງ​ຈາກ​ໄດ້​ເຫັນ​ພາບ​ນິ​ມິດ​ເຖິງ​ການ​ນິ​ລະ​ມິດ​ສ້າງ​ຂອງ​ພຣະ​ເຈົ້າ​ແລ້ວ, ໂມເຊ​ໄດ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ: “ຂໍ​ຊົງ​ບອກ​ຂ້າ​ພຣະ​ອົງ​ແດ່​ທ້ອນ ດ້ວຍ​ເຫດ​ໃດ​ສິ່ງ​ເຫລົ່າ​ນີ້​ຈຶ່ງ​ເປັນ​ເຊັ່ນ​ນີ້” (ໂມເຊ 1:30). ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ການ​ຕອບ​ຮັບ​ຂອງ​ພຣະ​ເຈົ້າ​ໃນ ໂມເຊ 1:31–39?

ອັບ​ຣາ​ຮາມກໍ​ໄດ້​ມີ​ປະ​ສົບ​ການ​ທາງ​ພາບ​ນິ​ມິດ​ນຳ​ອີກ, ຊຶ່ງ​ບັນ​ທຶກ​ຢູ່​ໃນ ອັບ​ຣາ​ຮາມ 3. ທ່ານ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ ຂໍ້ທີ 22–26 ທີ່​ສາ​ມາດ​ຊ່ວຍ​ຕອບ​ຄຳ​ຖາມ​ຂອງ​ໂມເຊ?

ໃຫ້​ຄິດ​ທີ່​ຈະ​ຂຽນ​ຄວາມ​ຈິງ​ຢ່າງ​ອື່ນໆ​ທີ່​ໂມເຊ ແລະ ອັບ​ຣາ​ຮາມ​ໄດ້​ຮຽນ​ຮູ້ ຢູ່​ໃນ​ພາບ​ນິ​ມິດ​ລົງ​ໄວ້: ຄວາມ​ຈິງ​ກ່ຽວ​ກັບ​ພຣະ​ເຈົ້າ, ກ່ຽວ​ກັບ​ຕົວ​ພວກ​ເພິ່ນ​ເອງ, ແລະ ກ່ຽວ​ກັບ​ຈຸດ​ປະ​ສົງ​ຂອງ​ການ​ນິ​ລະ​ມິດ​ສ້າງ​ຂອງ​ພຣະ​ເຈົ້າ. ຄວາມ​ຈິງ​ເຫລົ່າ​ນີ້​ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ທ່ານ​ຄິດ​ກ່ຽວ​ກັບ​ຕົວ​ເອງ ແລະ ກ່ຽວ​ກັບ​ໂລກ​ທີ່​ຢູ່​ອ້ອມ​ຮອບ​ທ່ານ​ແນວ​ໃດ?

ເບິ່ງ Dieter F. Uchtdorf, “You Matter to Him,” Liahona, Nov. 2011, 19–22; Gospel Topics, “Premortality,” topics.ChurchofJesusChrist.org ນຳ​ອີກ.

ອັບ​ຣາ​ຮາມ 3:22–23

ມີ​ຄົນ​ອື່ນ​ທີ່ນອກ​ເໜືອ​ໄປ​ຈາກ​ອັບ​ຣາ​ຮາມບໍ່ ທີ່ “​ຖືກ​ເລືອກ​ກ່ອນ [ພວກ​ເພິ່ນ] ໄດ້​ມາ​ເກີດ”?

“ໃນ​ໂລກ​ກ່ອນ​ເກີດ, ພຣະ​ເຈົ້າ​ໄດ້​ກຳ​ນົດ​ດວງວິນ​ຍານ​ໃດ​ໜຶ່ງ​ໂດຍ​ສະ​ເພາະ ໃຫ້​ບັນ​ລຸ​ພາ​ລະ​ກິດ​ໃດ​ໜຶ່ງ​ໂດຍ​ສະ​ເພາະ​ລະ​ຫວ່າງ​ຊີ​ວິດ​ໃນ​ຊ່ວງ​ມະ​ຕະ​ຂອງ​ເຂົາ​ເຈົ້າ. ສິ່ງນີ້​ຖືກ​ເອີ້ນ​ວ່າ ການ​ແຕ່ງ​ຕັ້ງ​ລ່ວງ​ໜ້າ. … ຄຳ​ສອນ​ຂອງ​ການ​ແຕ່ງ​ຕັ້ງ​ລ່ວງ​ໜ້າ​ກ່ຽວ​ຂ້ອງ​ກັບ​ສະ​ມາ​ຊິກ​ທຸກ​ຄົນ​ຂອງ​ສາດ​ສະ​ໜາ​ຈັກ, ບໍ່​ພຽງ​ແຕ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ສາດ​ສະ​ດາ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ” (Gospel Topics, “Foreordination,” topics.ChurchofJesusChrist.org).

ເຮົາ​ໄດ້​ຮັບ​ໜັງ​ສື​ໂມເຊ ແລະ ໜັງ​ສືອັບ​ຣາ​ຮາມ​ມາ​ໄດ້​ແນວ​ໃດ?

ໜັງ​ສື​ໂມເຊ​ເປັນ​ພາກ​ສ່ວນ​ທຳ​ອິດ​ຂອງ​ການ​ແປພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ທີ່​ດົນ​ໃຈ​ຂອງ​ໂຈເຊັບ ສະມິດ. ໜັງ​ສື​ອັບ​ຣາ​ຮາມ​ໄດ້​ຖືກ​ເປີດ​ເຜີຍ​ຕໍ່​ໂຈເຊັບ ສະມິດ ລະ​ຫວ່າງ​ທີ່​ເພິ່ນ​ເຮັດ​ວຽກ​ກັບໃບ​ລານ​ພະພາຍ​ຣັສ​ຂອງ​ເອ​ຢິບ. ໜັງ​ສື​ເຫລົ່າ​ນີ້, ຊຶ່ງ​ມີ​ຢູ່​ໃນ​ໄຂ່​ມຸກ​ອັນ​ລ້ຳ​ຄ່າ​ໃນ​ທຸກວັນ​ນີ້, ບັນ​ຈຸ​ຂໍ້​ມູນ​ຢ່າງ​ຫລວງ​ຫລາຍ​ກ່ຽວ​ກັບ​ໂມເຊ, ອັບ​ຣາ​ຮາມ, ແລະ ສາດ​ສະ​ດາ​ຄົນ​ອື່ນໆ ທີ່ບໍ່​ພົບ​ເຫັນ​ຢູ່ໃນ​ພຣະ​ຄຳ​ພີ​ເດີມ. ເພື່ອ​ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ວິ​ທີ​ທີ່​ເຮົາ​ໄດ້​ປຶ້ມ​ເຫລົ່າ​ນີ້​ມາ, ໃຫ້​ເບິ່ງ “Joseph Smith Translation of the Bible” (Church History Topics, ChurchofJesusChrist.org/study/history/topics) ແລະ “Translation and Historicity of the Book of Abraham” (Gospel Topics, topics.ChurchofJesusChrist.org).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ໂມເຊ 1:2–6; ອັບ​ຣາ​ຮາມ 3:11–12.ທ່ານ​ສາ​ມາດ​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ຊອກ​ຫາ​ວະ​ລີ​ຢູ່​ໃນ​ເພງ “ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 64) ທີ່​ກ່ຽວ​ຂ້ອງ​ກັບ​ຄວາມ​ຈິ​ງ ຊຶ່ງສິດ​ສອນ​ຢູ່​ໃນ​ພຣະ​ຄຳ​ພີ​ເຫລົ່າ​ນີ້.

ໂມເຊ 1:4, 30–39.ຄອບ​ຄົວ​ຂອງ​ທ່ານ​ຈະ​ມັກ​ເບິ່ງ “ຝີ​ມື [ຂອງ​ພຣະ​ເຈົ້າ]” ບາງ​ຢ່າງບໍ່? (ຂໍ້ທີ 4). ບາງ​ທີ​ທ່ານ​ສາ​ມາດ​ອ່ານ​ຂໍ້​ເຫລົ່າ​ນີ້​ຢູ່​ເດີ່ນ​ຫລິ້ນ​ສາ​ທາ​ລະ​ນະ ຫລື ຢູ່​ໃຕ້​ໝູ່ດວງ​ດາວ​ໃນ​ຕອນ​ກາງ​ຄືນ. ແລ້ວ​ພວກ​ທ່ານ​ສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ເຫດ​ຜົນ​ທີ່​ພຣະ​ເຈົ້າ​ໄດ້ນິ​ລະ​ມິດ​ສ້າງ​ໂລກ ແລະ ກ່ຽວ​ກັບ​ວິ​ທີ​ທີ່​ເຮົາ​ເປັນ​ພາກ​ສ່ວນ​ຢູ່​ໃນ “ວຽກ​ງານ ແລະ ລັດ​ສະ​ໝີ​ພາບ [ຂອງ​ພຣະ​ອົງ]” (ຂໍ້ທີ 39).

ໂມເຊ 1:18.ມີ​ຄຳ​ແນະ​ນຳ​ໃດ​ແດ່​ທີ່​ເຮົາ​ສາ​ມາດ​ແບ່ງ​ປັນ ເພື່ອ​ຊ່ວຍ​ກັນ “ຈຳ​ແນກ​ໄດ້ລະ​ຫວ່າງ” ພຣະ​ເຈົ້າ ແລະ ຊາ​ຕານ? (ເບິ່ງ ໂມໂຣໄນ 7:12–18; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 50:23–24 ນຳ​ອີກ.)

ອັບ​ຣາ​ຮາມ 3:24–26.ທ່ານ​ສາ​ມາດມອບ​ໜ້າ​ທີ່​ບາງ​ຢ່າງ​ທີ່​ສະ​ໜຸກ​ສະ​ໜານ ແຕ່​ທ້າ​ທາຍ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ ເພື່ອ​ໃຫ້​ເຂົາ​ເຈົ້າ​ພິ​ສູດ​ວ່າ ເຂົາ​ເຈົ້າ​ສາ​ມາດ​ເຮັດ​ຕາມ​ຄຳ​ແນະ​ນຳ​ໄດ້, ດັ່ງ​ເຊັ່ນ ການ​ພັບ​ເຈ້ຍ​ເຮັດ​ເປັນ​ເຮືອ​ບິນ ຫລື ເຮັດ​ຕາມສູດອາ​ຫານ. ກິດ​ຈະ​ກຳນີ້​ຄ້າຍ​ຄື​ກັນ​ກັບ​ຈຸດ​ປະ​ສົງ​ໃນ​ຊີ​ວິດ​ມະ​ຕະ​ຂອງ​ເຮົາ​ແນວ​ໃດ ດັ່ງ​ທີ່​ບັນ​ຍາຍ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ “ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 64.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ຊອກ​ຫາ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ. ໃນ​ພຣະ​ຄຳ​ພີ, ບາງ​ເທື່ອ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຈະ​ຖືກກ່າວ​ແບບ​ໂດຍ​ກົງ; ບາງ​ເທື່ອ​ກໍ​ຖືກບອກ​ກ່າວ​ຜ່ານ​ທາງ​ຕົວ​ຢ່າງ ຫລື ເລື່ອງ​ລາວ. ໃຫ້​ຖາມ​ຕົວ​ເອງວ່າ, “ຄວາມ​ຈິງ​ນິ​ລັນ​ດອນ​ຢ່າງ​ໃດ​ທີ່​ສິດ​ສອນ​ຢູ່​ໃນ​ຂໍ້​ເຫລົ່ານີ້?”

ຮູບ​ພາບ
ໂມເຊ​ສັ່ງ​ໃຫ້​ຊາ​ຕານ​ໜີ​ໄປ

Moses Overcomes Satan [ໂມເຊ​ເອົາ​ຊະ​ນະ​ຊາຕານ], ໂດຍ ໂຈເຊັບ ບຣິກກີ

ພິມ