ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 3–9 ເດືອນ​ມັງກອນ. ປະ​ຖົມ​ມະ​ການ 1–2; ໂມເຊ 2–3; ອັບ​ຣາ​ຮາມ 4–5: “ໃນ​ຕອນ​ຕົ້ນ​ພຣະ​ເຈົ້າ​ໄດ້​ນິ​ລະ​ມິດ​ສ້າງ​ຟ້າ​ສະ​ຫວັນ ແລະ ແຜ່ນ​ດິນ​ໂລກ”


“ວັນ​ທີ 3–9 ເດືອນ​ມັງກອນ. ປະ​ຖົມ​ມະ​ການ 1–2; ໂມເຊ 2–3; ອັບ​ຣາ​ຮາມ 4–5: ‘ໃນ​ຕອນ​ຕົ້ນ​ພຣະ​ເຈົ້າ​ໄດ້​ນິ​ລະ​ມິດ​ສ້າງ​ຟ້າ​ສະ​ຫວັນ ແລະ ແຜ່ນ​ດິນ​ໂລກ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 3–9 ເດືອນ​ມັງກອນ. ປະ​ຖົມ​ມະ​ການ 1–2; ໂມເຊ 2–3; ອັບ​ຣາ​ຮາມ 4–5,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ຮູບ​ພາບ​ແຜ່ນ​ດິນ​ໂລກ ແລະ ດວງ​ເດືອນ

ວັນ​ທີ 3–9 ເດືອນ​ມັງກອນ

ປະ​ຖົມ​ມະ​ການ 1–2; ໂມເຊ 2–3; ອັບ​ຣາ​ຮາມ 4–5

“ໃນ​ຕອນ​ຕົ້ນ​ພຣະ​ເຈົ້າ​ໄດ້​ນິ​ລະ​ມິດ​ສ້າງ​ຟ້າ​ສະ​ຫວັນ ແລະ ແຜ່ນ​ດິນ​ໂລກ”

ແມ່ນ​ແຕ່​ຖ້າ​ຫາກທ່ານ​ເຄີຍ​ໄດ້ອ່ານ​ກ່ຽວ​ກັບ​ການ​ນິ​ລະ​ມິດ​ສ້າງ​ມາ​ແລ້ວ, ແຕ່​ກໍ​ມີ​ສິ່ງ​ທີ່​ຈະ​ຮຽນ​ຮູ້​ຕື່ມ​ອີກ​ຈາກ​ພຣະ​ຄຳ​ພີ. ໃຫ້​ອະ​ທິ​ຖານ​ເພື່ອ​ການ​ຊີ້​ນຳ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ເພື່ອ​ຊ່ວຍ​ທ່ານ​ໃຫ້​ພົບຄວາມ​ເຂົ້າ​ໃຈ​ໃໝ່.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ເປັນ​ເພາະ​ໂລກ​ທີ່​ຢູ່​ອ້ອມ​ຮອບ​ເຮົາ​ສວຍ​ງາມ ແລະ ສະ​ຫງ່າ​ລາ​ສີ​ຫລາຍ, ມັນ​ຈຶ່ງ​ຍາກ​ທີ່​ຈະ​ວາດ​ພາບ​ເຫັນ​ໂລກວ່າ​ເປັນ​ແນວ​ໃດ ຕອນ​ມັນ​ຍັງ “ບໍ່​ທັນ​ມີ​ຮູບ​ຮ່າງ, ແລະ ແປນ,” “ວ່າງ​ເປົ່າ ແລະ ຮ້າງ” (ປະ​ຖົມ​ມະ​ການ 1:2; ອັບ​ຣາ​ຮາມ 4:2). ສິ່ງ​ໜຶ່ງ​ທີ່​ເລື່ອງ​ເລົ່າ​ກ່ຽວ​ກັບ​ການ​ນິ​ລະ​ມິດ​ສ້າງ​ສິດ​ສອນ​ເຮົາ​ແມ່ນ​ວ່າ ພຣະ​ເຈົ້າ​ສາ​ມາດ​ເຮັດ​ບາງ​ສິ່ງ​ທີ່​ຍິ່ງ​ໃຫຍ່​ຈາກ​ບາງ​ສິ່ງ​ທີ່ບໍ່ເປັນ​ລະ​ບຽບ. ມັນ​ຈະ​ຊ່ວຍ​ໄດ້​ຫລາຍ​ທີ່​ຈະ​ຈື່​ຈຳ​ສິ່ງນັ້ນ ເມື່ອ​ຊີ​ວິດ​ເຕັມ​ໄປ​ດ້ວຍ​ຄວາມ​ວຸ້ນ​ວາຍ. ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ຜູ້​ສ້າງ, ແລະ ການ​ນິ​ລະ​ມິດ​ສ້າງ​ຂອງ​ພວກ​ພຣະ​ອົງ​ກັບ​ພວກ​ເຮົາ​ຍັງ​ບໍ່​ສຳ​ເລັດ​ເທື່ອ. ພວກ​ພຣະ​ອົງ​ສາ​ມາດ​ເຮັດ​ໃຫ້ແສງ​ສະ​ຫວ່າງ​ສ່ອງ​ໃສ່​ຊີ​ວິດ​ຂອງ​ເຮົາ​ຕອນ​ມັນ​ມືດ​ມົວ. ພວກ​ພຣະ​ອົງ​ສາ​ມາດ​ປະ​ກອບ​ແຜ່ນ​ດິນທີ່​ແຂງ​ແກ່ນ ໃນ​ທ່າມ​ກາງ​ທະ​ເລ​ມໍ​ລະສຸມ​ຊີ​ວິດ​ຂອງ​ເຮົາ. ພວກ​ພຣະ​ອົງ​ສາ​ມາດ​ບັນ​ຊາ​ທາດ​ຕ່າງໆ, ແລະ ຖ້າ​ຫາກ​ເຮົາ​ເຊື່ອ​ຟັງ​ພຣະ​ຄຳ​ຂອງ​ພວກ​ພຣະ​ອົງ ຄື​ກັນ​ກັບ​ທາດ​ເຫລົ່າ​ນັ້ນ​ໄດ້​ເຊື່ອ​ຟັງ, ແລ້ວ​ພວກ​ພຣະ​ອົງ​ຈະ​ສາ​ມາດ​ປ່ຽນ​ແປງ​ເຮົາ​ໃຫ້​ກາຍ​ເປັນ​ການ​ນິ​ລະ​ມິດ​ສ້າງ​ອັນ​ສວຍ​ງາມ ທີ່​ເຮົາ​ຄວນ​ເປັນ. ນັ້ນ​ຄື​ພາກ​ສ່ວນ​ໜຶ່ງ​ຂອງ​ຄວາມ​ໝາຍ​ທີ່​ໄດ້​ຖືກ​ນິ​ລະ​ມິດ​ສ້າງ​ຂຶ້ນ​ຕາມ​ຮູບ​ລັກ​ສະ​ນະ​ຂອງ​ພຣະ​ເຈົ້າ, ຕາມ​ແບບ​ຢ່າງ​ຂອງ​ພຣະ​ອົງ (ເບິ່ງ ປະ​ຖົມ​ມະ​ການ 1:26). ເຮົາ​ມີ​ສັກ​ກະ​ຍະ​ພາບ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ: ຖືກ​ເຮັດ​ໃຫ້​ສູງ​ສົ່ງ, ສະຫງ່າ​ລາ​ສີ, ເປັນ​ບຸກ​ຄົນຂອງ​ສະ​ຫວັນ​ຊັ້ນ​ສູງ.

ສຳ​ລັບ​ພາບ​ລວມ​ຂອງ​ໜັງ​ສື​ປະ​ຖົມ​ມະ​ການ, ໃຫ້ເບິ່ງ “ປະ​ຖົມ​ມະ​ການ” ໃນ Bible Dictionary.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ປະ​ຖົມ​ມະ​ການ 1:1–25; ໂມເຊ 2:1–25; ອັບ​ຣາ​ຮາມ 4:1–25

ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ພຣະ​ເຢ​ຊູ​ຄຣິດ​ໄດ້​ນິ​ລະ​ມິດ​ສ້າງ​ແຜ່ນ​ດິນ​ໂລກ.

ແອວເດີ ດີ ທອດ ຄຣິສ​ໂຕ​ເຟີ​ສັນ ໄດ້​ກ່າວ​ວ່າ, “ບໍ່ວ່າ​ລາຍລະ​ອຽດຂອງ​ຂັ້ນຕອນ​ຂອງການ​ນິ​ລະ​ມິດ​ສ້າງນັ້ນ​ຈະເປັນ​ອັນໃດ​ກໍຕາມ, ເຮົາ​ຮູ້ວ່າ ມັນ​ບໍ່ໄດ້​ເປັນ​ເລື່ອງ​ບັງເອີນ ແຕ່ວ່າ​ມັນໄດ້​ຖືກ​ຊີ້ນຳ​ໂດຍ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ແລະ ຖືກ​ປະຕິ​ບັດ​ຕາມ​ໂດຍ​ພຣະ​ເຢຊູ​ຄຣິດ” (“Why Marriage, Why Family,” Liahona, May 2015, 51). ຂະ​ນະ​ທີ່​ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່​ເຮົາ​ບໍ່​ຮູ້​ຈັກ​ແນ່ນອນ​ກ່ຽວ​ກັບ​ວິ​ທີ​ທີ່​ໂລກ​ຖືກ​ນິ​ລະ​ມິດ​ສ້າງ, ແຕ່​ໃຫ້​ໄຕ່​ຕອງ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້​ກ່ຽວ​ກັບ​ການ​ນິ​ລະ​ມິດ​ສ້າງ​ຈາກ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ເປີດ​ເຜີຍ​ຢູ່​ໃນ ປະ​ຖົມ​ມະ​ການ 1:1–25; ໂມເຊ 2:1–25; ແລະ ອັບ​ຣາ​ຮາມ 4:1–25. ມີ​ສິ່ງ​ໃດ​ແດ່​ທີ່​ທ່ານ​ສັງ​ເກດ​ເຫັນ​ຢູ່​ໃນ​ເລື່ອງ​ເຫລົ່າ​ນີ້ ທີ່​ຄ້າຍ​ຄື​ກັນ? ມີ​ສິ່ງ​ໃດ​ແດ່​ທີ່​ທ່ານ​ສັງ​ເກດ​ເຫັນ​ວ່າ​ແຕກ​ຕ່າງ​ກັນ? ທ່ານ​ຄິດ​ແນວ​ໃດ​ກ່ຽວ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ການ​ນິ​ລະ​ມິດ​ສ້າງ?

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 101:32–34 ນຳ​ອີກ.

ຮູບ​ພາບ
ຜ້າ​ຫົ່ມ​ສະ​ແດງ​ເຖິງ​ການ​ນິ​ລະ​ມິດ​ສ້າງ​ໃນ​ແຕ່​ລະ​ໄລ​ຍະ

Creation [ການ​ນິ​ລະ​ມິດ​ສ້າງ], ໂດຍ ໂຈແອນ ຮິບເບີດ ເດີຊິ

ປະ​ຖົມ​ມະ​ການ 1:27–28; 2:18–25; ໂມເຊ 3:18, 21–25; ອັບ​ຣາ​ຮາມ 5:14–19

ການ​ແຕ່ງ​ງານ​ລະ​ຫວ່າງ​ຊາຍ ແລະ ຍິງ ໄດ້​ຖືກ​ແຕ່ງຕັ້ງ​ໄວ້​ໂດຍ​ພຣະ​ເຈົ້າ.

“ອາດາມ ແລະ ເອວາ​ໄດ້​ເຂົ້າ​ຮ່ວມ​ກັນ​ໃນ​ການ​ແຕ່ງ​ງານ​ສຳ​ລັບ​ການ​ເວ​ລາ ແລະ ຊົ່ວ​ນິ​ລັນ​ດອນ ໂດຍ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ອັນ​ເປັນ​ນິດ” (Russell M. Nelson, “Lessons from Eve,” Ensign, Nov. 1987, 87). ເປັນ​ຫຍັງ​ຄວາມ​ຈິງນີ້​ຈຶ່ງ​ສຳ​ຄັນ​ທີ່​ຈະ​ຮູ້​ຈັກ? ໃຫ້​ໄຕ່​ຕອງ​ຂະ​ນະ​ທີ່​ທ່ານ​ອ່ານ ປະ​ຖົມ​ມະ​ການ 1:27–28; 2:18–25; ໂມເຊ 3:18, 21–25; ແລະ ອັບ​ຣາ​ຮາມ 5:14–19. ຖ້າ​ຫາກ​ທ່ານ​ຢາກ​ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ການ​ແຕ່ງ​ງານ​ຢູ່​ໃນ​ແຜນ​ຂອງ​ພຣະ​ເຈົ້າ, ໃຫ້​ອ່ານ ແລະ ໄຕ່​ຕອງ​ແຫລ່ງ​ຕ່າງໆ​ທີ່​ຢູ່​ຂ້າງ​ລຸ່ມນີ້. ແຫລ່ງ​ເຫລົ່າ​ນີ້​ກະ​ຕຸ້ນ​ທ່ານ​ໃຫ້​ເຮັດ​ສິ່ງ​ໃດ ເພື່ອ​ປັບ​ປຸງ​ການ​ແຕ່ງ​ງານ ຫລື ເພື່ອ​ກະ​ກຽມ​ສຳ​ລັບ​ການ​ແຕ່ງ​ງານ​ໃນ​ອະ​ນາ​ຄົດ​ຂອງ​ທ່ານ?

ເບິ່ງ ມັດທາຍ 19:4–6; 1 ໂກຣິນໂທ 11:11; Linda K. Burton, “We’ll Ascend Together,” Liahona, May 2015, 29–32; “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ChurchofJesusChrist.org ນຳ​ອີກ.

ປະ​ຖົມ​ມະ​ການ 2:2–3; ໂມເຊ 3:2–3; ອັບ​ຣາ​ຮາມ 5:2–3

ພຣະ​ເຈົ້າ​ອວຍ​ພອນ ແລະ ເຮັດ​ໃຫ້​ວັນ​ຊະ​ບາ​ໂຕ​ສັກ​ສິດ.

ພຣະ​ເຈົ້າ​ເຮັດ​ໃຫ້​ວັນ​ຊະ​ບາ​ໂຕ​ສັກ​ສິດ, ແລະ ພຣະ​ອົງ​ຂໍ​ໃຫ້​ເຮົາ​ຮັກ​ສາ​ມັນ​ໃຫ້​ສັກ​ສິດ. ແອວເດີ ເດວິດ ເອ ແບ໊ດ​ນາ ໄດ້​ສິດ​ສອນ​ວ່າ, “ວັນ​ຊະ​ບາ​ໂຕ​ເປັນ​ເວ​ລາ​ຂອງ​ພຣະ​ເຈົ້າ, ເປັນ ເວ​ລາ​ສັກ​ສິດ ທີ່​ຕັ້ງ​ໄວ້​ໂດຍ​ສະ​ເພາະ ເພື່ອ​ໃຫ້​ນະ​ມັດ​ສະ​ການ​ພຣະ​ອົງ ແລະ ເພື່ອ​ໃຫ້​ລະ​ນຶກ​ເຖິງ​ຄຳ​ສັນ​ຍາ​ທີ່​ຍິ່ງ​ໃຫຍ່ ແລະ ປະ​ເສີດ​ຂອງ​ພຣະ​ອົງ” (“Exceeding Great and Precious Promises,” Liahona, Nov. 2017, 92). ທ່ານ​ຈະ​ສາ​ມາດ​ໃຊ້​ບົດ​ຄວາມນີ້ ແລະ ປະ​ຖົມ​ມະ​ການ 2:2–3; ໂມເຊ 3:2–3; ຫລື ອັບ​ຣາ​ຮາມ 5:2–3 ເພື່ອ​ອະ​ທິ​ບາຍ​ຕໍ່​ບາງ​ຄົນ ເຖິງ​ເຫດ​ຜົນ​ທີ່​ທ່ານ​ເລືອກ​ທີ່​ຈະ​ເຄົາ​ລົບ​ວັນ​ຊະ​ບາ​ໂຕ​ແນວ​ໃດ? ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອວຍ​ພອນ​ທ່ານ ສຳ​ລັບ​ການ​ຮັກ​ສາ​ວັນ​ສັກ​ສິດ​ຂອງ​ພຣະ​ອົງ​ແນວ​ໃດ?

ເບິ່ງ ເອ​ຊາ​ຢາ 58:13–14; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 59:9–13; ວິ​ດີ​ໂອ “The Sabbath Is a Delight”, ChurchofJesusChrist.org ນຳ​ອີກ.

ຮູບ​ພາບ
family study icon

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ປະ​ຖົມ​ມະ​ການ 1:1–25; ໂມເຊ 2:1–25; ອັບ​ຣາ​ຮາມ 4:1–25.ທ່ານ​ຈະ​ສາ​ມາດ​ເຮັດ​ໃຫ້​ການ​ຮຽນ​ຮູ້​ກ່ຽວ​ກັບ​ການ​ນິ​ລະ​ມິດ​ສ້າງ​ເປັນ​ສິ່ງ​ທີ່​ມ່ວນ​ຊື່ນ​ສຳ​ລັບ​ຄອບ​ຄົວ​ຂອງ​ທ່ານ​ໄດ້​ແນວ​ໃດ? ທ່ານ​ສາ​ມາດ​ພາ​ຄອບ​ຄົວ​ຂອງ​ທ່ານ​ອອກ​ໄປ​ຊອກ​ຫາ​ບາງ​ສິ່ງ​ຢູ່ນອກ​ເຮືອນ ທີ່​ໄດ້​ຖືກ​ນິ​ລະ​ມິດ​ສ້າງ​ຂຶ້ນ​ໃນ​ແຕ່​ລະ​ໄລ​ຍະ, ດັ່ງ​ເຊັ່ນ ດວງ​ດາວ, ຕົ້ນ​ໄມ້, ຫລື ສັດ​ສາ​ວາ​ສິ່ງ. ທ່ານ​ກໍ​ສາ​ມາດ​ສະ​ແດງ​ຮູບ​ພາບ​ເຖິງ​ການ​ນິ​ລະ​ມິດ​ສ້າງ​ໃນ​ແຕ່​ລະ​ໄລ​ຍະ​ນຳ​ອີກ ແລະ ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ລຽງ​ຮູບ​ຕາມ​ລຳ​ດັບ ຫລັງ​ຈາກ​ການ​ອ່ານ​ແຕ່​ລະ​ເລື່ອງ​ກ່ຽວ​ກັບການ​ນິ​ລະ​ມິດ​ສ້າງ​ນຳ​ກັນ. ການ​ນິ​ລະ​ມິດ​ສ້າງ​ເຫລົ່າ​ນີ້​ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ?

ປະ​ຖົມ​ມະ​ການ 1; ໂມເຊ 2; ອັບ​ຣາ​ຮາມ 4.ວິ​ທີ​ໜຶ່ງ​ທີ່​ຈະ​ເຂົ້າ​ຫາ​ເລື່ອງ​ເລົ່າ​ຂອງ​ການ​ນິ​ລະ​ມິດ​ສ້າງ ແມ່ນ​ໃຫ້​ເຊື້ອ​ເຊີນ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​​ຊອກ​ຫາ​ຫລາຍ​ສິ່ງ​ຢູ່​ໃນ ປະ​ຖົມ​ມະ​ການ 1 ຫລື ໂມເຊ 2 ຊຶ່ງ​ພຣະ​ເຈົ້າ​ເອີ້ນສິ່ງ​ທີ່​ພຣະ​ອົງ​ໄດ້​ນິ​ລະ​ມິດ​ສ້າງວ່າ “ດີ.” ສິ່ງນີ້​ແນະ​ນຳ​ຫຍັງ​ແດ່​ກ່ຽວ​ກັບ​ວິ​ທີ​ທີ່​ເຮົາ​ຄວນ​ປະ​ຕິ​ບັດ​ຕໍ່​ການ​ນິ​ລະ​ມິດ​ສ້າງ​ຂອງ​ພຣະ​ເຈົ້າ—ລວມ​ທັງ​ຕົວ​ເຮົາ​ເອງ? ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກວິ​ທີ​ທີ່​ເຫດ​ການ​ເຫລົ່າ​ນີ້ ຖືກ​ບັນ​ທຶກ​ໄວ້​ຢູ່​ໃນ ອັບ​ຣາ​ຮາມ 4?

ປະ​ຖົມ​ມະ​ການ 1:26–27; ໂມເຊ 2:26–27; ອັບ​ຣາ​ຮາມ 4:26–27.ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ຮູ້​ວ່າ​ເຮົາ​ໄດ້​ຖືກ​ນິ​ລະ​ມິດ​ສ້າງ​ຂຶ້ນ​ໃນ​ຮູບ​ລັກ​ສະ​ນະ​ຂອງ​ພຣະ​ເຈົ້າ? ມັນ​ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ເຮົາ​ຮູ້​ສຶກ​ກ່ຽວ​ກັບ​ຕົວ​ເຮົາ​ເອງ, ກັບ​ຄົນ​ອື່ນ, ແລະ ກັບ​ພຣະ​ເຈົ້າ​ແນວ​ໃດ?

ຖ້າ​ຫາກ​ທ່ານ​ມີ​ລູກ​ນ້ອຍ, ພວກທ່ານ​ອາດ​ຢາກ​ອ່ານ ໂມເຊ 2:27 ນຳ​ກັນ ແລະ ຫລິ້ນ​ເກມ​ທີ່​ງ່າຍໆ: ສະ​ແດງ​ຮູບ​ກ່ຽວ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ, ດັ່ງ​ເຊັ່ນ ຮູບ​ເລກ​ທີ 90 ໃນ ປຶ້ມ​ຮູບ​ພາບ​ພຣະ​ກິດ​ຕິ​ຄຸນ (2009), ແລະ ຂໍ​ໃຫ້ສະ​ມາ​ຊິກ​ໃນ​ຄອບ​ຄົວ​ປ່ຽນ​ຜຽນ​ກັນ​ຊີ້​ໃສ່​ພາກ​ສ່ວນ​ຂອງ​ພຣະ​ກາຍ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ຫລື ພຣະ​ກາຍ​ຂອງ​ພຣະ​ເຢ​ຊູ. ແລ້ວ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຄົນ​ອື່ນໆ ສາ​ມາດ​ຊີ້​ໃສ່​ຮ່າງ​ກາຍ​ພາກ​ສ່ວນ​ດຽວ​ກັນ​ນັ້ນ​ຂອງ​ຕົນ.

ປະ​ຖົມ​ມະ​ການ 1:28; ໂມເຊ 2:28; ອັບ​ຣາ​ຮາມ 4:28.“ພຣະ​ບັນຍັດ​ຂອງ​ພຣະເຈົ້າ​ຕໍ່​ລູກໆ​ຂອງ​ພຣະອົງ​ໃຫ້ມີ​ລູກໃນ​ແຜ່ນ​ດິນ​ໂລກ ຍັງ​ເປັນ​ພຣະ​ບັນຍັດ​ທີ່ໃຊ້​ໄດ້ຢູ່.” (“​ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ChurchofJesusChrist.org). ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ຫລິ້ນ​ລະ​ຄອນ​ກ້ອມ ເຖິງວິ​ທີ​ທີ່​ເຮົາອະ​ທິ​ບາຍ​ຄວາມ​ເຊື່ອ​ຂອງ​ເຮົາ​ໃນ​ພຣະ​ບັນ​ຍັດ​ຂໍ້​ນີ້​ກັບ​ຜູ້​ທີ່ບໍ່​ຮູ້​ຈັກ​ຄວາມ​ຈິງນີ້ ຫລື ຜູ້​ທີ່ບໍ່​ເຊື່ອ​ຄື​ກັບ​ເຮົາ.

ປະ​ຖົມ​ມະ​ການ 1:28; ໂມເຊ 2:28; ອັບ​ຣາ​ຮາມ 4:28.ຄຳ​ວ່າ “ປົກ​ຄອງ … ເໜືອ​ທຸກ​ສິ່ງ​ເທິງ​ແຜ່ນ​ດິນ​ໂລກນີ້” ໝາຍ​ຄວາມ​ວ່າ​ແນວ​ໃດ? (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 59:16–21) ນຳ​ອີກ. ຄອບ​ຄົວ​ຂອງ​ເຮົາ​ຈະ​ສາ​ມາດ​ບັນ​ລຸ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຮົາ ທີ່​ຈະ​ດູ​ແລ​ແຜ່ນ​ດິນ​ໂລກ​ໄດ້ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ໂອ້​ພຣະ​ບິ​ດາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 46.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ນຳ​ໃຊ້​ພຣະ​ຄຳ​ພີ​ໃນ​ຊີ​ວິດ​ຂອງ​ເຮົາ. ຫລັງ​ຈາກ​ໄດ້​ອ່ານ​ຂໍ້​ພຣະ​ຄຳ​ພີ​ແລ້ວ, ໃຫ້ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້ນຳ​ໃຊ້​ມັນ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ. ຍົກ​ຕົວ​ຢ່າງ, ໂມເຊ 3:1–3 ກ່ຽວ​ຂ້ອງ​ກັບ​ການ​ນະ​ມັດ​ສະ​ການ​ໃນ​ວັນ​ຊະ​ບາ​ໂຕ​ຂອງ​ເຮົາ​ແຕ່​ລະ​ອາ​ທິດ​ແນວ​ໃດ? (ເບິ່ງ Teaching in the Savior’s Way, 21.)

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດປະ​ທັບ​ຢືນ​ຢູ່​ທ່າມ​ກາງ​ກ້ອນ​ເມກ

The Creation [ການ​ນິ​ລະ​ມິດ​ສ້າງ], ໂດຍ ແອນນີ ເຮັນຣີ ເນເດີ

ພິມ