ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 17–23 ເດືອນ​ມັງກອນ. ປະ​ຖົມມະ​ການ 5; ໂມເຊ 6: “ໃຫ້ສິດ​ສອນ​ສິ່ງ​ເຫລົ່າ​ນີ້​ຢ່າງ​ເປັນ​ອິດ​ສະ​ລະ​ກັບ​ລູກໆ​ຂອງ​ເຈົ້າ”


“ວັນ​ທີ 17–23 ເດືອນ​ມັງກອນ. ປະ​ຖົມມະ​ການ 5; ໂມເຊ 6: ‘ໃຫ້ສິດ​ສອນ​ສິ່ງ​ເຫລົ່າ​ນີ້​ຢ່າງ​ເປັນ​ອິດ​ສະ​ລະ​ກັບ​ລູກໆ​ຂອງ​ເຈົ້າ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 17–23 ເດືອນ​ມັງກອນ. ປະ​ຖົມມະ​ການ 5; ໂມເຊ 6,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ອາດາມ ແລະ ເອວາ​ຢູ່ນອກ​ສວນ​ເອ​ເດນ

Better than Paradise [ດີກວ່າ​ທີ່​ສຸຂະ​ເສີມ], ໂດຍ ເຄັນໂດ ເຣ ຈອນສັນ

ວັນ​ທີ 17–23 ເດືອນ​ມັງກອນ

ປະ​ຖົມມະ​ການ 5; ໂມເຊ 6

“ໃຫ້ສິດ​ສອນ​ສິ່ງ​ເຫລົ່າ​ນີ້​ຢ່າງ​ເປັນ​ອິດ​ສະ​ລະ​ກັບ​ລູກໆ​ຂອງ​ເຈົ້າ”

ຂະ​ນະ​ທີ່​ທ່ານ​ອ່ານ ແລະ ໄຕ່​ຕອງ ປະ​ຖົມມະ​ການ 5 ແລະ ໂມເຊ 6, ໃຫ້​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ທາງວິນ​ຍານ​ທີ່​ທ່ານ​ໄດ້​ຮັບ. ມີ​ຂ່າວ​ສານ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ ທີ່​ມີ​ຄ່າ​ຕໍ່​ທ່ານ ແລະ ຄອບ​ຄົວ​ຂອງ​ທ່ານ?

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ພຣະ​ທຳ ປະ​ຖົມມະ​ການ 5 ສ່ວນ​ຫລາຍ​ແມ່ນບັນ​ທຶກ​ລຳ​ດັບ​ເຊື້ອ​ສາຍ​ລະ​ຫວ່າງອາດາມ ແລະ ເອວາ ແລະ ໂນ​ອາ. ເຮົາ​ອ່ານ​ລາຍ​ຊື່​ຂອງ​ຫລາຍ​ຄົນ, ແຕ່​ເຮົາ​ບໍ່​ຮູ້​ຫຍັງ​ຫລາຍ​ກ່ຽວ​ກັບ​ເຂົາ​ເຈົ້າ. ແລ້ວ​ເຮົາ​ອ່ານ​ກ່ຽວ​ກັບ​ເອນົກ, ຫົກ​ລຸ້ນຄົນ​ຈາກ​ອາ​ດາມ, ຜູ້​ຖືກ​ບັນ​ຍາຍ​ດ້ວຍ​ປະ​ໂຫຍກ​ທີ່​ໜ້າ​ສົນ​ໃຈ ແລະ ບໍ່​​ຖືກອະ​ທິ​ບາຍນີ້​ວ່າ: “ແລະ ເອນົກ​ໄດ້​ດຳ​ເນີນ​ຊີ​ວິດ​ກັບ​ພຣະ​ເຈົ້າ: ແລະ ລາວ​ກໍ​ໄດ້​ຫາຍ​ຕົວ​ໄປ; ເພາະ​ພຣະ​ເຈົ້າ​ໄດ້​ຮັບ​ເອົາ​ລາວ​ໄປ” (ປະ​ຖົມມະ​ການ 5:24). ແນ່ນອນ ຄົງ​ມີເລື່ອງ​ລາວ​ຢູ່​ເບື້ອງ​ຫລັງ. ແຕ່​ປາດ​ສະ​ຈາກ​ຄຳ​ອະ​ທິ​ບາຍ​ເພີ່ມ​ເຕີມ, ກໍ​ມີລາຍ​ຊື່​ຂອງ​ຫລາຍ​ລຸ້ນ​ຄົນ​ໄດ້ຖືກ​ລະ​ບຸ​ໄວ້​ຕໍ່ໄປ.

ໂຊກ​ດີ​ແຕ່, ໂມເຊ 6 ເປີດ​ເຜີຍ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ເລື່ອງ​ລາວ​ຂອງ​ເອນົກ—ແລະ ມັນ​ເປັນ​ເລື່ອງ​ລາວ​ຈົບ​ດີ. ເຮົາ​ຮຽນ​ຮູ້​ເຖິງ​ຄວາມ​ຖ່ອມ​ຕົວ​ຂອງ​ເອນົກ, ເຖິງ​ຄວາມບໍ່​ໝັ້ນ​ຄົງ​ຂອງ​ເພິ່ນ, ເຖິງ​ສັກ​ກະ​ຍະ​ພາບ​ທີ່​ພຣະ​ເຈົ້າ​ເຫັນ​ໃນ​ຕົວ​ເພິ່ນ, ແລະ ເຖິງວຽກ​ງານ​ອັນ​ຍິ່ງ​ໃຫຍ່​ທີ່​ເພິ່ນ​ໄດ້​ເຮັດ​ໃນ​ຖາ​ນະ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ. ເຮົາ​ກໍ​ເຫັນ​ພາບ​ທີ່​ແຈ່ມ​ແຈ້ງ​ຫລາຍກວ່າ​ເກົ່າ ເຖິງ​ຄອບ​ຄົວ​ຂອງ​ອາດາມ ແລະ ເອວາ ຂະ​ນະ​ທີ່​ມັນ​ຄືບ​ໜ້າ​ຕະ​ຫລອດ​ທົ່ວ​ຫລາຍ​ລຸ້ນ​ຄົນ. ເຮົາ​ອ່ານ​ກ່ຽວ​ກັບ​ “ອຳ​ນາດ​ຢ່າງ​ຫລວງ​ຫລາຍ” ຂອງ​ຊາ​ຕານ ແລະ ອ່ານ​ກ່ຽວ​ກັບ​ພໍ່​ແມ່​ທີ່​ສິດ​ສອນ​ລູກໆ​ຕາມ “ວິ​ທີ​ທາງ​ຂອງ​ພຣະ​ເຈົ້າ” ແລະ “ສັ່ງ​ສອນ​ຄວາມ​ຊອບ​ທຳ” ຜູ້ “ໄດ້​ກ່າວ ແລະ ໄດ້​ທຳ​ນາຍ” (ໂມເຊ 6:15, 21, 23). ໂດຍ​ສະ​ເພາະ​ມີ​ຄ່າ​ຢ່າງ​ຍິ່ງ ແມ່ນ​ສິ່ງ​ທີ່​ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ຄຳ​ສອນ​ທີ່​ພໍ່​ແມ່ ແລະ ຜູ້​ປະ​ກາດ​ໄດ້​ສິດ​ສອນ: ສັດ​ທາ, ການ​ກັບ​ໃຈ, ບັບ​ຕິ​ສະ​ມາ, ແລະ ການ​ຮັບ​ເອົາ​ຂອງ​ປະ​ທານ​ແຫ່ງ​ພ​ຣະ​ວິນ​ຍານ​ບໍ​ລິ​ສຸດ (ເບິ່ງ ໂມເຊ 6:50–52). ຄຳ​ສອນນັ້ນ, ຄື​ກັນ​ກັບ​ຖາ​ນະ​ປະ​ໂລ​ຫິດ​ທີ່​ມາ​ກັບ​ມັນ, “ຢູ່​ໃນ​ຕອນ​ຕົ້ນ [ແລະ] ຈະ​ຢູ່​ໃນ​ຄາວ​ສິ້ນ​ສຸດ​ໂລກ​ຄື​ກັນ” (ໂມເຊ 6:7).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ໂມເຊ 6:26–36

ສາດ​ສະ​ດາ​ເປັນ​ຜູ້​ພະ​ຍາ​ກອນ.

ຂະ​ນະ​ທີ່​ທ່ານ​ສຶກ​ສາ ໂມເຊ 6:26–36, ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຕາ, ຄວາມ​ມືດ, ແລະ ການ​ຫລຽວ​ເຫັນ? ໃນ​ວັນ​ເວ​ລາ​ຂອງ​ເອ​ນົກ, ແມ່ນ​ໃຜ​ທີ່ “ຫລຽວ​ເຫັນ​ໄດ້​ບໍ່​ໄກ”? ເປັນ​ຫຍັງ​ຜູ້​ຄົນ​ເຫລົ່ານີ້​ຈຶ່ງບໍ່​ສາ​ມາດ​ຫລຽວ​ເຫັນ​ຄວາມ​ຈິງ? ເອນົກ​ສາ​ມາດ​ຫລຽວ​ເຫັນ​ສິ່ງ​ໃດ? ແມ່ນ​ຫຍັງ​ໄດ້​ສ້າງ​ສັດ​ທາ​ຂອງ​ທ່ານ ວ່າ​ສາດ​ສະ​ດາ​ໃນ​ສະ​ໄໝ​ໃໝ່​ເປັນ​ຜູ້​ພະ​ຍາ​ກອນ? (ເບິ່ງ ຂໍ້ທີ 36; ຄູ່​ມື​ພຣະ​ຄຳ​ພີ, “ຜູ້​ພະ​ຍາ​ກອນ,” scriptures.ChurchofJesusChrist.org).

ໂມເຊ 6:26–47

ພຣະ​ເຈົ້າ​ເອີ້ນ​ເຮົາ​ໃຫ້​ເຮັດ​ວຽກ​ງານ​ຂອງ​ພຣະ​ອົງ ເຖິງ​ແມ່ນ​ວ່າ​ເຮົາ​ບໍ່​ພຽບ​ພ້ອມ​ກໍ​ຕາມ.

ມັນ​ບໍ່​ເປັນ​ເລື່ອງ​ແປກ​ແນວ​ໃດ​ທີ່​ຈະ​ຮູ້​ສຶກ​ເປັນ​ຫ່ວງ​ກັບ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ທ່ານ​ໃຫ້​ເຮັດ. ແມ່ນ​ແຕ່​ເອນົກ​ກໍ​ຍັງ​ຮູ້​ສຶກ​ແບບນັ້ນ ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ເພິ່ນ​ໃຫ້​ເປັນ​ສາດ​ສະ​ດາ. ຂະ​ນະ​ທີ່​ທ່ານ​ອ່ານ ໂມເຊ 6:26–36, ໃຫ້​ຊອກ​ຫາ​ເຫດ​ຜົນ​ທີ່​ເອນົກ​ຮູ້​ສຶກ​ເປັນ​ຫ່ວງ ແລະ ຊອກ​ຫາ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ ເພື່ອ​ໃຫ້​ກຳ​ລັງ​ໃຈ​ແກ່​ເພິ່ນ. ໃນ ຂໍ້ທີ 37–47, ໃຫ້​ຊອກ​ຫາ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ສະ​ໜັບ​ສະ​ໜູນ​ເອນົກ ແລະ ມອບ​ອຳ​ນາດ​ໃຫ້​ແກ່​ເພິ່ນ ເພື່ອ​ເຮັດ​ວຽກ​ງານ​ຂອງ​ພຣະ​ອົງ (ເບິ່ງ ໂມເຊ 7:13 ນຳ​ອີກ). ທ່ານ​ອາດ​ຢາກ​ປຽບ​ທຽບ​ປະ​ສົບ​ການ​ຂອງ​ເອນົກ​ກັບ​ປະ​ສົບ​ການ​ຂອງ​ສາດ​ສະ​ດາ​ຄົນ​ອື່ນໆ ທີ່​ຮູ້​ສຶກບໍ່​ພຽບ​ພ້ອມ, ດັ່ງ​ເຊັ່ນ​ໂມເຊ (ເບິ່ງ ອົບ​ພະ​ຍົບ 4:10–16), ເຢ​ເຣມີ​ຢາ (ເບິ່ງ ເຢ​ເຣມີ​ຢາ 1:4–10), ນີໄຟ (ເບິ່ງ 2 ນີໄຟ 33:1–4), ແລະ ໂມ​ໂຣ​ໄນ (ເບິ່ງ ອີເທີ 12:23–29). ທ່ານ​ຮູ້​ສຶກວ່າ ພຣະ​ເຈົ້າ​ປະ​ສົງ​ໃຫ້​ທ່ານ​ຮຽນ​ຮູ້​ສິ່ງ​ໃດ​ຈາກ​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້ ກ່ຽວ​ກັບ​ວຽກ​ງານ​ທີ່​ພຣະ​ອົງ​ໄດ້​ມອບ​ໃຫ້​ທ່ານ​ເຮັດ?

ເບິ່ງ ຢາໂຄບ 4:6–8 ນຳ​ອີກ.

ໂມເຊ 6:48–68

ຄຳ​ສອນ​ຂອງ​ພຣະ​ຄຣິດ​ເປັນ​ສູນ​ກາງ​ຕໍ່​ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະເຈົ້າ.

ເປັນເພາະ​ເຮົາ​ມີ​ໜັງ​ສື​ໂມເຊ, ເຮົາ​ຈຶ່ງ​ຮູ້​ວ່າ ພຣະ​ເຈົ້າ​ໄດ້​ສິດ​ສອນ​ລູກໆ​ຂອງ​ພຣະ​ອົງ​ຕະ​ຫລອດ​ມາ ເຖິງວິ​ທີ​ຊອກ​ຫາ​ການ​ໃຫ້​ອະ​ໄພ ແລະ ການ​ໄຖ່ ນັບ​ຕັ້ງ​ແຕ່​ຕອນ​ຕົ້ນ ເປັນ​ຕົ້ນ​ມາ. ໃນ​ພຣະ​ຄຳ​ພີ, ຄຳ​ສອນ​ເຫລົ່າ​ນີ້​ບາງ​ເທື່ອ​ຖືກ​ເອີ້ນ​ວ່າ ຄຳ​ສອນ​ຂອງ​ພຣະ​ຄຣິດ (ເບິ່ງ 2 ນີໄຟ 31:13–21). ຂະ​ນະ​ທີ່​ທ່ານ​ສຶກ​ສາ ໂມເຊ 6:48–68, ໃຫ້​ຄົ້ນ​ຫາ​ສິ່ງ​ທີ່​ເຮົາ​ຕ້ອງ​ຮູ້ ແລະ ເຮັດ​ເພື່ອ​​ຈະ​ໄດ້​ຮັບ​ການ​ໄຖ່. ທ່ານ​ອາດ​ພົບ​ເຫັນ​ວ່າ​ມັນ​ເປັນ​ປະ​ໂຫຍດ​ທີ່​ຈະ​ຂຽນຂໍ້​ສະ​ຫລຸບ​ຂອງ​ທ່ານ​ເອງ​ໄວ້ ເຖິງ​ສິ່ງ​ທີ່​ເອນົກ​ໄດ້​ສິດ​ສອນ. ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ຈະ​ຮູ້​ວ່າ ຄວາມ​ຈິງ​ເຫລົ່າ​ນີ້ໄດ້​ຖືກ​ສິດ​ສອນ​ນັບ​ຕັ້ງແຕ່​ວັນ​ເວ​ລາ​ຂອງອາດາມ ແລະ ເອວາ​ເປັນ​ຕົ້ນ​ມາ? ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ກະ​ຕຸ້ນ​ໃຫ້​ເຮັດ​ສິ່ງ​ໃດ ຕາມ​ຜົນ​ຂອງ​ການ​ສຶກ​ສາ​​ຄຳສອນ​ເຫລົ່າ​ນີ້?

ໂມເຊ 6:51–62

“ໃຫ້ສິດ​ສອນ​ສິ່ງ​ເຫລົ່າ​ນີ້​ຢ່າງ​ເປັນ​ອິດ​ສະ​ລະ​ກັບ​ລູກໆ​ຂອງ​ເຈົ້າ.”

ອາດາມ ແລະ ເອວາ​ໄດ້​ຖືກ​ສິດ​ສອນ​ເຖິງ​ຄວາມ​ຈິງ​ອັນ​ມີ​ຄ່າ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ແຕ່​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ ໂມເຊ 6:27–28 ໄດ້​ໃຫ້​ຄວາມ​ແຈ່ມ​ແຈ້ງວ່າ ໃນ​ຫລາຍ​ລຸ້ນ​ຄົນ​ກ່ອນ​ເອນົກ, ຫລາຍ​ຄົນບໍ່​ໄດ້ດຳ​ລົງ​ຊີ​ວິດ​ຕາມ​ຄວາມ​ຈິງ​ເຫລົ່າ​ນັ້ນ​ເລີຍ. ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ເອນົກ​ຟື້ນ​ຟູ​ຄວາມ​ຈິງ​ທີ່ສູນ​ຫາຍ​ໄປ—ພ້ອມ​ທັງ​ພຣະ​ບັນ​ຍັດ​ດັ້ງ​ເດີມ​ທີ່ມອບ​ໃຫ້​ອາ​ດາມ ທີ່​ວ່າ: “ໃຫ້ສິດ​ສອນ​ສິ່ງ​ເຫລົ່າ​ນີ້​ຢ່າງ​ເປັນ​ອິດ​ສະ​ລະ​ກັບ​ລູກໆ​ຂອງ​ເຈົ້າ” (ໂມເຊ 6:58). ຂະ​ນະ​ທີ່​ທ່ານ​ອ່ານ ໂມເຊ 6:51–62, ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ? ທ່ານ​ພົບ​ເຫັນ​ຫຍັງ​ແດ່​ທີ່​ຈະ​ມີ​ຄ່າ​ຕໍ່​ຄົນ​ລຸ້ນ​ໃໝ່​ໂດຍ​ສະ​ເພາະ? ທ່ານ​ສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່ ເພື່ອ​ຊ່ວຍ​ສົ່ງ​ຕໍ່​ຄວາມ​ຈິງ​ເຫລົ່າ​ນີ້​ໄປ​ໃຫ້​ຄົນ​ລຸ້ນ​ຫລັງ?

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ສຶກ​ສາ​ພຣະ​ຄຳ​ພີ

ພໍ່​ແມ່​ຄວນ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ແກ່​ລູກໆ​ຂອງ​ຕົນ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ປະ​ຖົມມະ​ການ 5; ໂມເຊ 6:5–25, 46.ການ​ອ່ານ​ກ່ຽວ​ກັບ “ປຶ້ມ​ແຫ່ງ​ຄວາມ​ຊົງ​ຈຳ” ທີ່​ຄອບ​ຄົວ​ຂອງ​ອາດາມ ແລະ ເອວາ​ໄດ້​ຮັກ​ສາ ອາດ​ດົນ​ໃຈ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ເຮັດ​ປຶ້ມ​ແຫ່ງ​ຄວາມ​ຊົງ​ຈຳຂອງ​ພວກ​ທ່ານເອງ. ໃຫ້​ສົນ​ທະ​ນາ​ເປັນ​ຄອບ​ຄົວ​ເຖິງ​ສິ່ງ​ທີ່​ທ່ານ​ຢາກ​ລວມ​ໄວ້​ໃນ​ນັ້ນ. ບາງ​ທີ​ພວກ​ທ່ານ​ມີ​ຮູບ​ຖ່າຍ, ເລື່ອງ​ເລົ່າ, ຫລື ບົດ​ຄວາມ​ຕ່າງໆ​ຈາກ​ປະ​ຫວັດ​ຄອບ​ຄົວ​ຂອງ​ພວກ​ທ່ານ. ພວກ​ທ່ານ​ອາດ​ເລືອກ​ທີ່​ຈະ​ລວມ​ສິ່ງ​ທີ່ກຳ​ລັງ​ເກີດ​ຂຶ້ນ​ໃນ​ຄອບ​ຄົວ​ຂອງ​ທ່ານ​ໃນ​ເວ​ລານີ້​ໃສ່​ນຳ. ຄົນ​ລຸ້ນ​ຫລັງ​ຈະ​ພົບ​ເຫັນ​ຫຍັງ​ແດ່​ທີ່​ມີ​ຄ່າ? ພວກ​ທ່ານ​ສາ​ມາດ​ສົນ​ທະ​ນາ​ເຖິງວິ​ທີ​ທີ່​ວະ​ລີ​ທີ່​ວ່າ “ໂດຍ​ວິນ​ຍານ​ແຫ່ງ​ການ​ດົນ​ໃຈ” (ໂມເຊ 6:5) ແລະ “ແບບ​ແຜນ​ທີ່ມອບ​ໃຫ້​ໂດຍນິ້ວ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ” (ໂມເຊ 6:46) ສາ​ມາດ​ນຳ​ພາ​ຄວາມ​ພະ​ຍາ​ຍາມ​ຂອງ​ພວກ​ທ່ານ​ແນວ​ໃດ. ໃຫ້​ຄິດ​ທີ່​ຈະ​ເກັບ​ຮັກ​ສາ​ຂໍ້​ມູນ​ຈາກ​ປຶ້ມ​ແຫ່ງ​ຄວາມ​ຊົງ​ຈຳ​ຂອງ​ທ່ານ ໄວ້​ໃນ FamilySearch.org.

ໂມເຊ 6:53–62.ເຮົາ​ຈະ​ຕອບ​ຄຳ​ຖາມ​ຂອງ​ອາ​ດາມ ຢູ່​ໃນ ໂມເຊ 6:53 ແນວ​ໃດ? ຄຳ​ຕອບ​ໃດ​ແດ່​ທີ່​ເຮົາ​ພົບ​ເຫັນ ຢູ່​ໃນ ຂໍ້ທີ 57–62?

ໂມເຊ 6:59.ຄຳ​ວ່າ “ເກີດ​ໃໝ່​ອີກ​ໃນ​ອາ​ນາ​ຈັກ​ສະ​ຫວັນ” ໝາຍ​ຄວາມ​ວ່າ​ແນວ​ໃດ? ເຮົາ​ສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່ ເພື່ອ​ສືບ​ຕໍ່​ເກີດ​ໃໝ່ ຕະ​ຫລອດ​ຊົ່ວ​ຊີ​ວິດ​ຂອງ​ເຮົາ? ສຳ​ລັບ​ຄວາມ​ຊ່ວຍ​ເຫລືອ, ໃຫ້ເບິ່ງ ແອວມາ 5:7–14, 26; ຄູ່​ມື​ພຣະ​ຄຳ​ພີ, “ເກີດ​ໃໝ່, ເກີດ​ໃໝ່​ຈາກ​ພຣະ​ເຈົ້າscriptures.ChurchofJesusChrist.org; David A. Bednar, “Always Retain a Remission of Your Sins” (Liahona, May 2016, 59–62).

ໂມເຊ 6:61.ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈາກ​ຂໍ້​ເຫລົ່າ​ນີ້?

ໂມເຊ 6:63.ມີ​ສິ່ງ​ໃດ​ແດ່​ທີ່ “ເປັນ​ພະ​ຍານ​ເຖິງ [ພຣະ​ຄຣິດ]”? (ເບິ່ງ 2 ນີໄຟ 11:4 ນຳ​ອີກ). ໃຫ້​ຄິດ​ທີ່​ຈະ​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ແບ່ງ​ປັນ​ບາງ​ສິ່ງ​ທີ່​ເຂົາ​ເຈົ້າ​ເຫັນ “ຢູ່​ໃນ​ຟ້າ​ສະ​ຫວັນ​ເບື້ອງ​ເທິງ” ຫລື “ເທິງ​ແຜ່ນ​ດິນ​ໂລກ” ທີ່​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ. ຍົກ​ຕົວ​ຢ່າງ, ຕົ້ນ​ໄມ້, ກ້ອນ​ຫີນ, ຫລື ຕາ​ເວັນ ເຕືອນ​ເຮົາ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແນວ​ໃດ? ຄຳ​ວ່າ “ນ້ຳ​ທີ່​ປະ​ກອບ​ດ້ວຍ​ຊີ​ວິດ” ແລະ “​ເຂົ້າ​ຈີ່​ແຫ່ງ​ຊີ​ວິດ” ສິດ​ສອນ​ເຮົາ​ກ່ຽວ​ກັບ​ພຣະ​ອົງ​ແນວ​ໃດ? (ໂຢຮັນ 4:10–14; 6:35).

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ເຮົາ​ຈະ​ໄປ​ທີ່​ພຣະ​ອົງ​ບັນ​ຊາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 50.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ຊອກ​ຫາ​ສັນ​ຍາ​ລັກ. ສ່ວນ​ຫລາຍ​ແລ້ວ ໃນ​ພຣະ​ຄຳ​ພີ, ສິ່ງ​ຂອງ ຫລື ເຫດ​ການ​ຕ່າງໆ​ເປັນ​ຕົວ​ແທນ ຫລື ເປັນ​ສັນ​ຍາ​ລັກ​ໃຫ້​ແກ່​ຄວາມ​ຈິງ​ທາງວິນ​ຍານ. ສັນ​ຍາ​ລັກ​ເຫລົ່າ​ນີ້​ສາ​ມາດ​ຊ່ວຍ​ທ່ານ​ໃຫ້ເຂົ້າ​ໃຈ​ຫລາຍກວ່າ​ເກົ່າ​ກ່ຽວ​ກັບ​ຄຳ​ສອນ. ຍົກ​ຕົວ​ຢ່າງ, ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ສັນ​ຍາ​ລັກ​ຂອງ​ຕາ ແລະ ຂີ້​ຕົມ ຢູ່​ໃນ ໂມເຊ 6:35?

ຮູບ​ພາບ
ອາ​ດາມ ແລະ ເອ​ວາ​ກັບ​ລູກໆ

Adam and Eve Teaching Their Children [ອາ​ດາມ ແລະ ເອ​ວາ​ສິດ​ສອນ​ລູກໆ​ຂອງ​ເຂົາ​ເຈົ້າ], ໂດຍ ແດວ ພາສັນ

ພິມ