ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 10–16 ເດືອນ​ມັງກອນ. ປະ​ຖົມ​ມະ​ການ 3–4; ໂມເຊ 4–5: ການ​ຕົກ​ຂອງ​ອາດາມ ແລະ ເອວາ


“ວັນ​ທີ 10–16 ເດືອນ​ມັງກອນ. ປະ​ຖົມ​ມະ​ການ 3–4; ໂມເຊ 4–5: ການ​ຕົກ​ຂອງ​ອາດາມ ແລະ ເອວາ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 10–16 ເດືອນ​ມັງກອນ. ປະ​ຖົມ​ມະ​ການ 3–4; ໂມເຊ 4–5,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ອາ​ດາມ ແລະ ເອ​ວາ ຍ່າງ​ໄປ​ນຳ​ກັນ

Adam and Eve [ອາດາມ ແລະ ເອວາ], ໂດຍ ດັກລັສ ເອັມ ຟຣາຍເອີ

ວັນ​ທີ 10–16 ເດືອນ​ມັງກອນ

ປະ​ຖົມ​ມະ​ການ 3–4; ໂມເຊ 4–5

ການ​ຕົກ​ຂອງ​ອາດາມ ແລະ ເອວາ

ຂະ​ນະ​ທີ່​ທ່ານສຶກ​ສາ​ ປະ​ຖົມ​ມະ​ການ 3–4 ແລະ ໂມເຊ 4–5, ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ພະ​ຍາ​ຍາມ​ສິດ​ສອນ​​ທ່ານ. ໃຫ້​ບັນ​ທຶກ​ຄວາມ​ຈິງ​ເຫລົ່າ​ນີ້ ແລະ ຄວາມ​ປະ​ທັບ​ໃຈ​ທາງວິນ​ຍານ​ຂອງ​ທ່ານ, ແລະ ສະ​ທ້ອນ​ຄິດ​ກ່ຽວ​ກັບ​ມັນ​ລະ​ຫວ່າງ​ອາ​ທິດ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ທຳ​ອິດ, ເລື່ອງ​ລາວ​ກ່ຽວ​ກັບ​ການ​ຕົກ​ຂອງ​ອາດາມ ແລະ ເອວາ ອາດ​ເບິ່ງ​ຄື​ວ່າ​ເປັນ​ສິ່ງ​ໂສກ​ເສົ້າ. ອາດາມ ແລະ ເອວາ​ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ສວນ​ເອ​ເດນ​ທີ່​ສວຍ​ງາມ. ເຂົາ​ເຈົ້າ​ຖືກ​ສົ່ງ​ໄປ​ຫາ​ໂລກ​ບ່ອນ​ທີ່​ມີ​ຄວາມ​ເຈັບ​ປວດ, ຄວາມ​ໂສກ​ເສົ້າ, ແລະ ຄວາມ​ຕາຍ (ເບິ່ງ ປະ​ຖົມ​ມະ​ການ 3:16–19). ແລະ ເຂົາ​ເຈົ້າ​ໄດ້​ຖືກ​ແຍກ​ອອກ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຂົາ​ເຈົ້າ. ແຕ່​ເປັນ​ເພາະ​ຄວາມ​ຈິງ​ທີ່​ຖືກ​ຟື້ນ​ຟູ​ຜ່ານ​ທາງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ຢູ່​ໃນ​ໜັງ​ສື​ໂມເຊ, ພວກ​ເຮົາ​ຮູ້​ວ່າ ເລື່ອງ​ລາວ​ກ່ຽວ​ກັບ​ອາດາມ ແລະ ເອວາ ຕາມ​ຈິງ​ແລ້ວ​ເປັນ​ໜຶ່ງ​ໃນ​ຄວາມ​ຫວັງ—ແລະ ເປັນ​ພາກ​ສ່ວນ​ທີ່ຈຳ​ເປັນ​ໃນ​ແຜນ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ.

ສວນ​ເອ​ເດນ​ສວຍ​ງາມ. ແຕ່ອາດາມ ແລະ ເອວາ​ຕ້ອງ​ການ​ບາງ​ສິ່ງ​ທີ່​ເກີນກວ່າ​ຄວາມ​ສວຍ​ງາມທີ່ຢູ່​ອ້ອມ​ຮອບ. ເຂົາ​ເຈົ້າ​ຕ້ອງ​ການ—ແລະ ພວກ​ເຮົາ​ທຸກ​ຄົນ​ຕ້ອງ​ການ—ໂອ​ກາດ​ເພື່ອ​ເຕີບ​ໂຕ. ການ​ໜີ​ຈາກ​ສວນ​ເອ​ເດນ​ເປັນ​ບາດ​ກ້າວ​ທຳ​ອິດ​ທີ່​ຈຳ​ເປັນ ເພື່ອ​ກັບ​ໄປ​ຫາ​ພຣະ​ເຈົ້າ ແລະ ໃນ​ທີ່​ສຸດ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ. ນັ້ນ​ໝາຍ​ຄວາມ​ວ່າ​ການ​ປະ​ເຊີນ​ກັບ​ການ​ກົງ​ກັນ​ຂ້າມ, ການ​ເຮັດ​ຄວາມ​ຜິດ, ການ​ຮຽນ​ຮູ້​ທີ່​ຈະ​ກັບ​ໃຈ, ແລະ ການ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຊຶ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ​ເຮັດ​ໃຫ້​ຄວາມ​ກ້າວ​ໜ້າ ແລະ “ຄວາມ​ສຸກ​ຂອງ​ການ​ໄຖ່” ເປັນ​ໄປ​ໄດ້ (ໂມເຊ 5:11). ດັ່ງ​ນັ້ນ ເມື່ອ​ທ່ານ​ອ່ານ​ກ່ຽວ​ກັບ​ການ​ຕົກ​ຂອງ​ອາດາມ ແລະ ເອວາ, ຢ່າ​ເອົາ​ໃຈ​ໃສ່​ຕໍ່​ສິ່ງ​ທີ່​ເບິ່ງ​ຄື​ວ່າ​ເປັນ​ສິ່ງ​ໂສກ​ເສົ້າ ແຕ່​ໃຫ້​ເອົາ​ໃຈ​ໃສ່​ຕໍ່ສິ່ງ​ທີ່​ເປັນ​ໄປ​ໄດ້—ຢ່າ​ເອົາ​ໃຈ​ໃສ່ຕໍ່​​ທີ່ສຸ​ຂະ​ເສີມ ​ບ່ອນທີ່ອາດາມ ແລະ ເອວາ​ໄດ້​ສູນ​ເສຍ ແຕ່​ໃຫ້​ເອົາ​ໃຈ​ໃສ່​ຕໍ່​ລັດ​ສະ​ໝີ​ພາບ​ທີ່​ການ​ເລືອກ​ຂອງ​ເຂົາ​ເຈົ້າ​ໄດ້​ຊ່ວຍ​ເຮົາ​ໃຫ້​ສາ​ມາດ​ໄດ້​ຮັບ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ປະ​ຖົມ​ມະ​ການ 3:1–7; ໂມເຊ 4; 5:4–12

ການ​ຕົກ​ເປັນ​ພາກສ່ວນ​ທີ່​ຈຳ​ເປັນ​ໃນ​ແຜນ​ຂອງ​ພຣະ​ເຈົ້າ ເພື່ອ​ໄຖ່​ລູກໆ​ຂອງ​ພຣະ​ອົງ.

ການ​ຕົກ​ຂອງ​ອາດາມ ແລະ ເອວາ​ໄດ້​ນຳ​ຄວາມ​ຕາຍ​ທາງ​ໂລກ ແລະ ທາງວິນ​ຍານ​ມາ​ສູ່​ໂລກ. ມັນ​ກໍ​ຍັງ​ໄດ້​ນຳ​ຄວາມ​ຍາກ​ລຳ​ບາກ, ຄວາມ​ໂສກ​ເສົ້າ, ແລະ ຄວາມ​ຜິດ​ບາບ​ມາ​ສູ່​ໂລກ​ນຳ​ອີກ. ທຸກ​ສິ່ງ​ເຫລົ່າ​ນີ້​ເບິ່ງ​ຄື​ວ່າ​ເປັນ​ເຫດ​ຜົນ​ທີ່​ເສຍ​ໃຈ​ກັບ​ການ​ຕົກ. ແຕ່​ການ​ຕົກ​ໄດ້​ເປັນ​ພາກ​ສ່ວນ​ໜຶ່ງ​ໃນ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ເພື່ອ​ໄຖ່ ແລະ ນຳ​ຄວາມ​ສູງ​ສົ່ງ​ມາ​ໃຫ້​ລູກໆ​ຂອງ​ພຣະ​ອົງ ຜ່ານ​ທາງ “ການ​ເສຍ​ສະ​ລະ​ຂອງ​ພຣະ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຈາກ​ພຣະ​ບິ​ດາ” (ໂມເຊ 5:7). ຂະ​ນະ​ທີ່​ທ່ານ​ສຶກ​ສາ ປະ​ຖົມ​ມະ​ການ 3:1–7; ໂມເຊ 4; 5:4–12, ຄວາມ​ຈິງ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ ທີ່​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃ​ຈ​ກ່ຽວ​ກັບການ​ຕົກ ແລະ ວິ​ທີ​ທີ່​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ​ໄດ້​ເອົາ​ຊະ​ນະ​ມັນ? ຄຳ​ຖາມ​ແບບ​ດັ່ງ​ຕໍ່​ໄປ​ນີ້​ອາດ​ຊ່ວຍ​ໄດ້:

  • ການ​ຕົກ​ມີ​ຜົນ​ກະ​ທົບ​ຕໍ່​ອາດາມ ແລະ ເອວາ​ແນວ​ໃດ? ມັນ​ມີ​ຜົນ​ກະ​ທົບ​ຕໍ່​ເຮົາ​ແນວ​ໃດ?

  • ເປັນ​ຫຍັງ​ອາດາມ ແລະ ເອວາ​ຈຶ່ງ​ທຳ​ການ​ຖວາຍ? ການ​ຖວາຍ​ເຫລົ່າ​ນັ້ນ​ເປັນ​ສັນ​ຍາ​ລັກ​ໃຫ້​ສິ່ງ​ໃດ? ເຮົາ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຖ້ອຍ​ຄຳ​ຂອງ​ທູດ ຢູ່​ໃນ​ຂໍ້​ເຫລົ່າ​ນີ້?

  • ເປັນ​ຫຍັງອາດາມ ແລະ ເອວາ​ຈຶ່ງ “ຍິນ​ດີ” ຫລັງ​ຈາກ​ການ​ຕົກ​ຂອງ​ເຂົາ​ເຈົ້າ? ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ເລື່ອງນີ້​ກ່ຽວ​ກັບ​ແຜນ​ຂອງ​ພຣະ​ເຈົ້າ ເພື່ອ​ໄຖ່​ເຮົາ​ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ?

ເປັນ​ເພາະ​ພຣະ​ຄຳ​ພີ​ມໍ​ມອນ ແລະ ການ​ເປີດ​ເຜີຍ​ໃນ​ຍຸກ​ສຸດ​ທ້າຍ​ອື່ນໆ, ເຮົາ​ຈຶ່ງ​ມີ​ທັດ​ສະ​ນະພິ​ເສດ​ກ່ຽວ​ກັບ​ການ​ຕົກ. ຍົກ​ຕົວ​ຢ່າງ, ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ທີ່​ສາດ​ສະ​ດາ​ລີ​ໄຮ​ໄດ້​ສິດ​ສອນ​ຄອບ​ຄົວ​ຂອງ​ເພິ່ນ​ກ່ຽວ​ກັບ​ອາດາມ ແລະ ເອວາ​ໃນ 2 ນີໄຟ 2:15–27. ການ​ສິດ​ສອນ​ຂອງ​ລີ​ໄຮ​ໄດ້​ໃຫ້​ຄວາມ​ແຈ່ມ​ແຈ້ງກ່ຽວ​ກັບ​ສິ່ງ​ທີ່​​ໄດ້ເກີດ​ຂຶ້ນ​ຢູ່​ໃນ​ສວນ​ເອ​ເດນ ແລະ ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ?

ເບິ່ງ 1 ໂກຣິນໂທ 15:20–22; ໂມໄຊຢາ 3:19; ແອວມາ 12:21–37; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29:39–43; ຫລັກ​ແຫ່ງ​ຄວາມ​ເຊື່ອ 1:3; Dallin H. Oaks, “The Great Plan,” Liahona, May 2020, 93–96; Dallin H. Oaks, “Opposition in All Things,” Liahona, May 2016, 114–17; Jeffrey R. Holland, “Where Justice, Love, and Mercy Meet,” Liahona, May 2015, 104–6 ນຳ​ອີກ.

ຮູບ​ພາບ
ເອວາ​ຖື​ໝາກ​ໄມ້

Leaving Eden [ການ​ໜີ​ຈາກ​ສວນ​ເອ​ເດນ], ໂດຍ ແອນນີ ເຮັນຣີ ເນເດີ

ປະ​ຖົມ​ມະ​ການ 3:16; ໂມເຊ 4:22

ຄຳ​ວ່າ​ອາດາມ​ຈະ “ປົກ​ຄອງ​ເໜືອ” ເອວາ ໝາຍ​ຄວາມ​ວ່າ​ແນວ​ໃດ?

ຄຳ​ນີ້​ຂອງ​ພຣະ​ຄຳພີໄດ້​ຖືກ​ເຂົ້າ​ໃຈ​ຜິດ​ມາ​ເປັນ​ເວ​ລາ​ດົນ​ນານ ທີ່​ວ່າ ສາ​ມີ​ບໍ່​ມີ​ຄວາມ​ຜິດ​ທີ່​ຈະ​ປະ​ຕິ​ບັດ​ຕໍ່​ພັນ​ລະ​ຍາ​ແບບບໍ່​ອ່ອນ​ໂຍນ. ໃນ​ວັນ​ເວ​ລາ​ຂອງ​ເຮົາ, ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສິດ​ສອນ​ວ່າ ຂະ​ນະ​ທີ່ສາ​ມີ​ຄວນ​ປົກ​ຄອງ​ບ້ານ​ເຮືອນ​ດ້ວຍ​ຄວາມ​ຊອບ​ທຳ, ແຕ່​ລາວ​ຄວນເຫັນ​ວ່າ ພັນ​ລະ​ຍາ​ຂອງ​ລາວ​ເປັນ​ຫຸ້ນ​ສ່ວນ​ທີ່​ເທົ່າ​ທຽມ​ກັນ​ກັບ​ລາວ (ເບິ່ງ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ” [ChurchofJesusChrist.org]). ແອວເດີ ແດວ ຈີ ເຣັນ​ລັນ ແລະ ຊິດ​ສະ​ເຕີ ຣຸດ ລິບ​ເບີດ ເຣັນ​ລັນ ໄດ້​ອະ​ທິ​ບາຍ​ວ່າ ສາ​ມີ​ທີ່​ຊອບ​ທຳ “ຈະ​ສະ​ແຫວງ​ຫາ​ທີ່​ຈະ​ປະ​ຕິ​ບັດ; ລາວ​ຈະຍອມ​ຮັບ​ຄວາມ​ຜິດ​ພາດ ແລະ ສະ​ແຫວງ​ຫາ​ການໃຫ້​ອະ​ໄພ; ລາວ​ຈະ​ກ່າວ​ຄຳ​ຍ້ອງ​ຍໍຢ່າງວ່ອງ​ໄວ; ລາວ​ຈະ​ມີ​ຄວາມ​ເກງ​ໃຈ​ຕໍ່​ການ​ເລືອກ​ຂອງ​ສະ​ມາ​ຊິກ​ໃນ​ຄອບ​ຄົວ; ລາວ​ຈະ​ຮູ້​ສຶກ​ໜັກ​ໜ່ວງ​ກັບ​ໜ້າ​ທີ່​ຮັບ​ຜິດ​ຊອບ ທີ່​ຈະ​ຈັດ​ຫາ ‘ສິ່ງ​ທີ່​ຈຳ​ເປັນ​ຕໍ່​ຊີ​ວິດ ແລະ ການ​ປົກ​ປ້ອງ’ ສຳ​ລັບ​ຄອບ​ຄົວ​ຂອງ​ລາວ; ລາວ​ຈະ​ປະ​ຕິ​ບັດ​ກັບ​ພັນ​ລະ​ຍາ​ຂອງ​ລາວ​ດ້ວຍ​ຄວາມ​ນັບ​ຖື ແລະ ດ້ວຍ​ການ​ຍິນຍອມ​ຫລາຍ​ທີ່​ສຸດ. … ລາວ​ຈະ​ເປັນ​ພອນ​ໃຫ້​ແກ່​ຄອບ​ຄົວ​ຂອງ​ລາວ” (The Melchizedek Priesthood: Understanding the Doctrine, Living the Principles [2018], 23).

ໂມເຊ 5:4–9, 16–26

ພຣະ​ເຈົ້າ​ຈະ​ຮັບ​ເອົາ​ການ​ເສຍ​ສະ​ລະ​ຂອງ​ເຮົາ ຖ້າ​ຫາກ​ເຮົາ​ຖວາຍ​ມັນ​ດ້ວຍ​ຄວາມ​ເຕັມ​ໃຈ ແລະ ດ້ວຍ​ໃຈ​ທີ່​ເຊື່ອ​ຟັງ.

ອາດາມ ແລະ ເອວາ​ໄດ້​ຮຽນ​ຮູ້​ວ່າ ການ​ຖວາຍ​ສັດ​ເປັນ​ສັນ​ຍາ​ລັກ​ເຖິງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ, ແລະ ເຂົາ​ເຈົ້າ​ໄດ້​ເຮັດ​ສິ່ງນີ້​ໃຫ້​ເປັນ​ທີ່ “ຮູ້​ຈັກ​ແກ່​ພວກ​ລູກ​ຊາຍ ແລະ ລູກ​ສາວ ​[ຂອງ​ເຂົາ​ເຈົ້າ]” (ໂມເຊ 5:12). ຂະ​ນະ​ທີ່​ທ່ານ​ສຶກ​ສາ ໂມເຊ 5:4–9, 16–26, ໃຫ້​ພິ​ຈາ​ລະ​ນາ​ເຖິງ​ຄວາມ​ແຕກ​ຕ່າງ​ໃນ​ປະ​ຕິ​ກິ​ລິ​ຍາ​ຂອງ​ກາ​ອິນ ແລະ ອາ​ເບັນ ລູກ​ຊາຍ​ສອງ​ຄົນ​ຂອງ​ເຂົາ​ເຈົ້າ, ກ່ຽວ​ກັບ​ການ​ຖວາຍ​ນີ້. ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຮັບ​ເອົາ​ການ​ຖວາຍ​ຂອງ​ອາ​ເບັນ ແຕ່ບໍ່​ໄດ້​ຮັບ​ເອົາ​ການ​ຖວາຍ​ຂອງ​ກາ​ອິນ?

ພຣະ​ຜູ້​ເປັນ​ເຈົ້າ​ຮຽກ​ຮ້ອງ​ທ່ານ​ໃຫ້​ຖວາຍ​ສິ່ງ​ໃດ? ມີ​ສິ່ງ​ໃດ​ບໍ ຢູ່​ໃນ ໂມເຊ 5:4–9, 16–26 ທີ່​ປ່ຽນ​ແປງວິ​ທີ​ທີ່​ທ່ານ​ຄິດ​ກ່ຽວ​ກັບ​ການ​ຖວາຍ​ເຫລົ່າ​ນັ້ນ?

ເບິ່ງ ເພງ​ສັນ​ລະ​ເສີນ 4:5; 2 ໂກຣິນໂທ 9:7; ອອມໄນ 1:26; 3 ນີໄຟ 9:19–20; ໂມໂຣໄນ 7:6–11; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 97:8; Jeffrey R. Holland, “Behold the Lamb of God,” Liahona, May 2019, 44–46 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ປະ​ຖົມ​ມະ​ການ 3; ໂມເຊ 4.ທ່ານ​ສາ​ມາດ​ເຮັດຫຍັງ​ແດ່​ເພື່ອ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ ໃຫ້​ເຂົ້າ​ໃຈ​ກ່ຽວ​ກັບການ​ຕົກ​ຂອງ​ອາດາມ ແລະ ເອວາ​ຫລາຍກວ່າ​ເກົ່າ? ທ່ານ​ສາ​ມາດກ໊ອບ​ປີ້​ເອົາ​ຮູບ​ຈາກ “ອາດາມ ແລະ ເອວາ” (ໃນ ນິ​ທານ​ພຣະ​ສັນ​ຍາ​ເດີມ) ແລະ ຕັດເອົາ​ຮູບ​ເຫລົ່າ​ນັ້ນ. ແລ້ວ​ພວກທ່ານ​ສາ​ມາດ​ຊ່ວຍ​ກັນລຽງ​ຮູບ​ຕາມ​ລຳ​ດັບ ຂະ​ນະ​ທີ່​ສົນ​ທະ​ນາ​ກັນ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ອາດາມ ແລະ ເອວາ. ເປັນ​ຫຍັງ​ການ​ຕົກ​ຈຶ່ງ​ຈຳ​ເປັນ​ຢູ່​ໃນ​ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ? ການ​ເບິ່ງວິ​ດີ​ໂອ “The Fall” (ChurchofJesusChrist.org) ສາ​ມາດ​ຊ່ວຍ​ຕອບ​ຄຳ​ຖາມນີ້​ໄດ້.

ໂມເຊ 4:1–4.ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຈົ້າ, ພຣະ​ເຢ​ຊູ​ຄຣິດ, ແລະ ຊາ​ຕານ ຈາກ​ຂໍ້​ເຫລົ່າ​ນີ້? ເປັນ​ຫຍັງ​ອຳ​ເພີ​ໃຈ​ຈຶ່ງ​ສຳ​ຄັນ​ຕໍ່​ແຜນ​ຂອງ​ພຣະ​ເຈົ້າ ຊຶ່ງ​ຊາ​ຕານ​ຢາກ​ທຳ​ລາຍ​ມັນ?

ໂມເຊ 5:5–9.ພຣະ​ເຈົ້າ​ໄດ້​ບັນ​ຊາ​ອາດາມ ແລະ ເອວາ​ໃຫ້​ເຮັດ​ສິ່ງ​ໃດ ເພື່ອ​ຊ່ວຍ​ຕົວ​ເອງ​ໃຫ້​ຄິດ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ? ພຣະ​ເຈົ້າ​ໄດ້​ປະ​ທານ​ສິ່ງ​ໃດ​ໃຫ້​ເຮົາ ເພື່ອ​ໃຫ້​ຄິດ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ?

ໂມເຊ 5:16–34.ຄຳ​ວ່າ ການ​ເປັນ​ “​ຜູ້ດູ​ແລ​ຮັກ​ສາ​ນ້ອງ​ຊາຍ” ຂອງ​ເຮົາ ໝາຍ​ຄວາມ​ວ່າ​ແນວ​ໃດ? ເຮົາ​ຈະ​ສາ​ມາດ​ດູ​ແລກັນ​ແລະ​ກັນ​ເປັນ​ຄອບ​ຄົວ​ໄດ້ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ກ້າ​ເຮັດ​ສິ່ງ​ຖືກ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 70.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ໃຊ້​ສິ່ງ​ຊ່ວຍເຫລືອ​ການ​ສຶກ​ສາພຣະ​ຄຳ​ພີ. ຂະ​ນະ​ທີ່​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ, ໃຫ້​ໃຊ້​ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ, Topical Guide, Bible Dictionary, ຄູ່​ມື​ພຣະ​ຄຳ​ພີ, ແລະ ສິ່ງ​ຊ່ວຍ​ສຶກ​ສາ​ຢ່າງ​ອື່ນ ເພື່ອ​ຮັບ​ເອົາ​ຄວາມ​ຮູ້​ເພີ່ມ​ເຕີມ.

ຮູບ​ພາບ
ທູດມາ​ຢ້ຽມ​ຢາມ​ອາ​ດາມ ແລະ ເອ​ວາ

Similitude [ຄວາມ​ເປັນ​ເໝືອນ], ໂດຍ ວາວເຕີ ເຣນ

ພິມ