“ຄວາມຄິດທີ່ໃຫ້ເກັບໄວ້ໃນໃຈ: ການອ່ານພຣະຄຳພີເດີມ,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: ພຣະຄຳພີເດີມ 2022 (2021)
“ຄວາມຄິດທີ່ໃຫ້ເກັບໄວ້ໃນໃຈ: ການອ່ານພຣະຄຳພີເດີມ,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: 2022
ຄວາມຄິດທີ່ໃຫ້ເກັບໄວ້ໃນໃຈ
ການອ່ານພຣະຄຳພີເດີມ
ຊອກຫາຄວາມໝາຍສ່ວນຕົວ
ເມື່ອທ່ານພິຈາລະນາໂອກາດຂອງທ່ານທີ່ຈະສຶກສາພຣະຄຳພີເດີມໃນປີນີ້, ທ່ານຮູ້ສຶກແນວໃດ? ຕື່ນເຕັ້ນ? ບໍ່ແນ່ໃຈ? ຢ້ານກົວ? ຄວາມຮູ້ສຶກເຫລົ່ານັ້ນທັງໝົດກໍເປັນສິ່ງທີ່ເຂົ້າໃຈໄດ້. ພຣະຄຳພີເດີມເປັນການຮວບຮວມການຂຽນທີ່ເກົ່າແກ່ທີ່ສຸດຢູ່ໃນໂລກ, ແລະ ສິ່ງນັ້ນເຮັດໃຫ້ຮູ້ສຶກທັງຕື່ນເຕັ້ນ ແລະ ເປັນຕາຢ້ານ. ການຂຽນເຫລົ່ານີ້ມາຈາກວັດທະນະທຳບູຮານ ທີ່ສາມາດເບິ່ງຄືວ່າແຕກຕ່າງ ແລະ ບາງເທື່ອແປກປະຫລາດ ຫລື ແມ່ນແຕ່ເຮັດໃຫ້ບໍ່ສະບາຍໃຈ. ແຕ່ຢູ່ໃນການຂຽນເຫລົ່ານີ້ ເຮົາເຫັນຜູ້ຄົນມີປະສົບການທີ່ເບິ່ງຄືວ່າຄຸ້ນເຄີຍ, ແລະ ເຮົາຮັບຮູ້ຫົວຂໍ້ພຣະກິດຕິຄຸນທີ່ເປັນພະຍານເຖິງຄວາມເປັນພຣະເຈົ້າຂອງພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ.
ແມ່ນແລ້ວ, ຜູ້ຄົນເຊັ່ນອັບຣາຮາມ, ຊາຣາ, ຮັນນາ, ແລະ ດານີເອນ ໄດ້ໃຊ້ຊີວິດແບບນັ້ນ, ໃນບາງວິທີທາງ, ແມ່ນແຕກຕ່າງຈາກຊີວິດຂອງເຮົາ. ແຕ່ເຂົາເຈົ້າກໍເຄີຍມີປະສົບການກັບຊີວິດຄອບຄົວທີ່ມີຄວາມສຸກ ແລະ ການຜິດຖຽງກັນ, ຊ່ວງເວລາທີ່ມີສັດທາ ແລະ ຊ່ວງເວລາທີ່ບໍ່ແນ່ນອນ, ແລະ ປະສົບຜົນສຳເລັດ ແລະ ທໍ້ຖອຍໃຈ—ຄືກັບເຮົາທຸກຄົນມີ. ສິ່ງທີ່ສຳຄັນຫລາຍກວ່ານັ້ນ, ເຂົາເຈົ້າໄດ້ໃຊ້ສັດທາ, ໄດ້ກັບໃຈ, ໄດ້ເຮັດພັນທະສັນຍາ, ໄດ້ມີປະສົບການທາງວິນຍານ, ແລະ ບໍ່ເຄີຍຍອມແພ້ໃນຄວາມພະຍາຍາມຂອງເຂົາເຈົ້າ ທີ່ຈະເຊື່ອຟັງພຣະເຈົ້າ.
ຖ້າຫາກທ່ານສົງໄສວ່າ ທ່ານ ແລະ ຄອບຄົວຂອງທ່ານຈະສາມາດພົບເຫັນຄວາມໝາຍສ່ວນຕົວຢູ່ໃນພຣະຄຳພີເດີມໃນປີນີ້ຫລືບໍ່, ໃຫ້ເກັບເລື່ອງນີ້ໄວ້ໃນໃຈວ່າ ຄອບຄົວຂອງລີໄຮ ແລະ ຊາໄຣຢາ ໄດ້ພົບເຫັນ. ນີໄຟໄດ້ແບ່ງປັນເລື່ອງລາວກ່ຽວກັບໂມເຊ ແລະ ຄຳສອນຈາກເອຊາຢາ ເມື່ອພວກອ້າຍຂອງເພິ່ນຕ້ອງການກຳລັງໃຈ ຫລື ການຕັກເຕືອນ ຫລື ທັດສະນະ. ເມື່ອນີໄຟໄດ້ກ່າວວ່າ, “ຈິດວິນຍານຂອງຂ້າພະເຈົ້າເບີກບານໃນພຣະຄຳພີ” (2 ນີໄຟ 4:15), ເພິ່ນໄດ້ເວົ້າກ່ຽວກັບພຣະຄຳພີທີ່ເວລານີ້ ເປັນພາກສ່ວນໜຶ່ງຢູ່ໃນພຣະຄຳພີເດີມ.
ສະແຫວງຫາພຣະຜູ້ຊ່ວຍໃຫ້ລອດ
ຖ້າຫາກທ່ານສົງໄສວ່າທ່ານ ແລະ ຄອບຄົວຂອງທ່ານສາມາດເຂົ້າໃກ້ພຣະເຢຊູຄຣິດຫລາຍກວ່າເກົ່າຫລືບໍ່ ຜ່ານທາງການສຶກສາພຣະຄຳພີເດີມ, ໃຫ້ເກັບເລື່ອງນີ້ໄວ້ໃນໃຈວ່າ ພຣະຜູ້ຊ່ວຍໃຫ້ລອດເອງເຊື້ອເຊີນເຮົາໃຫ້ເຮັດເຊັ່ນດຽວກັນ. ຕອນພຣະອົງໄດ້ບອກພວກຜູ້ນຳຂອງຊາວຢິວວ່າ, “ພຣະຄຳພີ … ເປັນພະຍານໃຫ້ເຮົາ” (ໂຢຮັນ 5:39), ພຣະອົງໄດ້ກ່າວກ່ຽວກັບການຂຽນທີ່ເຮົາເອີ້ນວ່າ ພຣະຄຳພີເດີມ. ເພື່ອຊອກຫາພຣະຜູ້ຊ່ວຍໃຫ້ລອດຢູ່ໃນສິ່ງທີ່ທ່ານອ່ານ, ທ່ານອາດຕ້ອງໄດ້ໄຕ່ຕອງດ້ວຍຄວາມອົດທົນ ແລະ ສະແຫວງຫາການນຳພາທາງວິນຍານ. ບາງເທື່ອຄຳອ້າງອີງເຖິງພຣະອົງ ເບິ່ງເປັນແບບໂດຍກົງ, ດັ່ງທີ່ຢູ່ໃນການປະກາດຂອງເອຊາຢາ ທີ່ວ່າ “ມີເດັກນ້ອຍຜູ້ໜຶ່ງໄດ້ເກີດມາໃຫ້ພວກເຮົາ: … ແລະ ພຣະອົງຈະມີນາມວ່າ … ອົງສັນຕິລາດ” (ເອຊາຢາ 9:6). ຢູ່ໃນບ່ອນອື່ນອີກ, ພຣະຜູ້ຊ່ວຍໃຫ້ລອດຖືກນຳສະເໜີໃນທາງທີ່ອ້ອມຄ້ອມກວ່າ, ຜ່ານທາງສັນຍາລັກ ແລະ ຄວາມຄ້າຍຄຽງ—ຍົກຕົວຢ່າງ, ຜ່ານທາງການຖວາຍສັດ (ເບິ່ງ ລະບຽບພວກເລວີ 1:3–4) ຫລື ໂດຍເລື່ອງລາວກ່ຽວກັບໂຢເຊັບໄດ້ໃຫ້ອະໄພແກ່ອ້າຍນ້ອງຂອງລາວ ແລະ ໄວ້ຊີວິດເຂົາເຈົ້າຈາກຄວາມອຶດຢາກ.
ຖ້າຫາກທ່ານສະແຫວງຫາສັດທາທີ່ຍິ່ງໃຫຍ່ກວ່າຢູ່ໃນພຣະຜູ້ຊ່ວຍໃຫ້ລອດ ຂະນະທີ່ທ່ານສຶກສາພຣະຄຳພີເດີມ, ທ່ານຈະພົບເຫັນມັນ. ບາງທີສິ່ງນີ້ສາມາດເປັນເປົ້າໝາຍຂອງການສຶກສາຂອງທ່ານໃນປີນີ້. ໃຫ້ອະທິຖານຂໍໃຫ້ພຣະວິນຍານນຳພາທ່ານ ເພື່ອພົບເຫັນ ແລະ ເອົາໃຈໃສ່ຕໍ່ຂ່າວສານ, ເລື່ອງລາວ, ແລະ ຄຳທຳນາຍ ທີ່ຈະນຳພາທ່ານໃຫ້ເຂົ້າໃກ້ພຣະເຢຊູຄຣິດຫລາຍກວ່າເກົ່າ.
ຖືກຮັກສາໄວ້ໂດຍສະຫວັນ
ຢ່າຄາດໝາຍໃຫ້ພຣະຄຳພີເດີມມີປະຫວັດສາດຂອງມະນຸດຊາດທີ່ລະອຽດ ແລະ ຊັດເຈນ. ນັ້ນບໍ່ໄດ້ເປັນເຈດຕະນາຂອງຜູ້ຂຽນ ແລະ ຜູ້ຮວບຮວມພຣະຄຳພີ. ຄວາມເປັນຫ່ວງຫລາຍກວ່າຂອງພວກເພິ່ນ ແມ່ນເພື່ອສິດສອນບາງສິ່ງກ່ຽວກັບພຣະເຈົ້າ—ກ່ຽວກັບແຜນຂອງພຣະເຈົ້າສຳລັບລູກໆຂອງພຣະອົງ, ກ່ຽວກັບຄວາມໝາຍຂອງການເປັນຜູ້ຄົນແຫ່ງພັນທະສັນຍາຂອງພຣະອົງ, ແລະ ກ່ຽວກັບວິທີທີ່ຈະພົບເຫັນການໄຖ່ ເມື່ອເຮົາບໍ່ໄດ້ດຳລົງຊີວິດຕາມພັນທະສັນຍາຂອງເຮົາ. ບາງເທື່ອເຂົາເຈົ້າໄດ້ເຮັດໂດຍການເລົ່າເຖິງເຫດການໃນປະຫວັດສາດຕາມທີ່ເຂົາເຈົ້າເຂົ້າໃຈມັນ—ລວມທັງເລື່ອງລາວຈາກຊີວິດຂອງບັນດາສາດສະດາທີ່ຍິ່ງໃຫຍ່. ປະຖົມມະການເປັນຕົວຢ່າງເຖິງສິ່ງນີ້, ດັ່ງເຊັ່ນໜັງສືໂຢຊວຍ, ພວກຜູ້ປົກຄອງ, ແລະ 1 ແລະ 2 ກະສັດ. ແຕ່ຜູ້ຂຽນພຣະຄຳພີເດີມຄົນອື່ນໆ ບໍ່ໄດ້ມີເປົ້າໝາຍຈະໃຫ້ເປັນປະຫວັດສາດຈັກໜ່ອຍເລີຍ. ແຕ່ພວກເພິ່ນໄດ້ສິດສອນຜ່ານທາງວຽກງານທາງສິລະປະ ດັ່ງເຊັ່ນບົດກະວີ ແລະ ວັນນະຄະດີ. ເພງສັນລະເສີນ ແລະ ສຸພາສິດ ກໍຢູ່ໃນຈຳພວກນີ້. ແລະ ແລ້ວກໍມີຖ້ອຍຄຳອັນມີຄ່າຂອງບັນດາສາດສະດາ, ຈາກເອຊາຢາ ເຖິງ ມາລາກີ, ຜູ້ໄດ້ກ່າວເຖິງພຣະເຈົ້າຕໍ່ຊາວອິດສະຣາເອນໃນສະໄໝບູຮານ—ແລະ, ຜ່ານທາງການມະຫັດສະຈັນຂອງພຣະຄຣິສຕະທຳຄຳພີ, ຊຶ່ງຍັງກ່າວກັບເຮົາຢູ່ໃນທຸກວັນນີ້.
ບັນດາສາດສະດາ, ນັກກະວີ, ແລະ ຜູ້ຮວບຮວມເຫລົ່ານີ້ໄດ້ຮູ້ບໍວ່າ ຖ້ອຍຄຳຂອງພວກເພິ່ນຈະຖືກອ່ານໂດຍຜູ້ຄົນຕະຫລອດທົ່ວໂລກ ເມື່ອຫລາຍພັນປີຈາກນັ້ນ? ເຮົາບໍ່ຮູ້. ແຕ່ເຮົາອັດສະຈັນໃຈທີ່ ສິ່ງນີ້ແຫລະທີ່ໄດ້ເກີດຂຶ້ນ. ປະຊາຊາດໄດ້ຖືກສະຖາປະນາຂຶ້ນ ແລະ ຕົກໄປ, ຕົວເມືອງໄດ້ຖືກຍຶດຄອງ, ກະສັດໄດ້ມີຊີວິດ ແລະ ຕາຍໄປ; ແຕ່ພຣະຄຳພີເດີມຢູ່ໄດ້ນານກວ່າທັງໝົດນັ້ນ, ຈາກລຸ້ນສູ່ລຸ້ນ, ຈາກຜູ້ຂຽນຄົນແລ້ວຄົນເລົ່າ, ຈາກການແປເທື່ອແລ້ວເທື່ອເລົ່າ. ແນ່ນອນບາງສິ່ງໄດ້ສູນຫາຍໄປ ຫລື ຖືກປ່ຽນແປງ, ແຕ່ກໍຍັງມີຢ່າງຫລວງຫລາຍທີ່ຖືກຮັກສາໄວ້ຢ່າງມະຫັດສະຈັນ.1
ທີ່ກ່າວມານີ້ ເປັນພຽງສອງສາມຢ່າງທີ່ໃຫ້ເກັບໄວ້ໃນໃຈ ຂະນະທີ່ທ່ານອ່ານພຣະຄຳພີເດີມໃນປີນີ້. ບາງທີພຣະເຈົ້າໄດ້ຮັກສາການຂຽນບູຮານເຫລົ່ານີ້ໄວ້ ເພາະພຣະອົງຮູ້ຈັກທ່ານ ແລະ ຮູ້ຈັກສິ່ງທີ່ທ່ານກຳລັງປະເຊີນຢູ່. ບາງທີພຣະອົງໄດ້ຕຽມຂ່າວສານທາງວິນຍານໄວ້ໃຫ້ທ່ານຢູ່ໃນຂໍ້ຄວາມເຫລົ່ານີ້, ບາງສິ່ງທີ່ຈະເຮັດໃຫ້ທ່ານເຂົ້າໃກ້ພຣະອົງຫລາຍກວ່າເກົ່າ ແລະ ສ້າງສັດທາຂອງທ່ານໃນແຜນຂອງພຣະອົງ ແລະ ໃນພຣະບຸດທີ່ຮັກຂອງພຣະອົງ. ບາງທີພຣະອົງຈະນຳພາທ່ານໄປຫາຂໍ້ພຣະຄຳພີໃດໜຶ່ງ ຫລື ໄປຫາຄວາມຮູ້ທີ່ຈະເປັນພອນໃຫ້ບາງຄົນທີ່ທ່ານຮູ້ຈັກ—ຂ່າວສານທີ່ທ່ານສາມາດແບ່ງປັນໃຫ້ກັບໝູ່ເພື່ອນ, ສະມາຊິກໃນຄອບຄົວ, ຫລື ເພື່ອນສິດທິຊົນດ້ວຍກັນ. ມັນມີຄວາມເປັນໄປໄດ້ຫລາຍໆຢ່າງ. ເມື່ອຄິດແລ້ວ ມັນເປັນເລື່ອງທີ່ໜ້າຕື່ນເຕັ້ນບໍ່?