ພຣະ​ຄຳ​ພີ​ເດີມ 2022
ວັນ​ທີ 7–13 ເດືອນ​ກຸມພາ. ປະ​ຖົມ​ມະ​ການ 12–17; ອັບ​ຣາ​ຮາມ 1–2: “ເປັນ​ຜູ້​ຕິດ​ຕາມ​ຄວາມ​ຊອບ​ທຳ​ຫລາຍ​ຂຶ້ນ”


“ວັນ​ທີ 7–13 ເດືອນ​ກຸມພາ. ປະ​ຖົມ​ມະ​ການ 12–17; ອັບ​ຣາ​ຮາມ 1–2: ‘ເປັນ​ຜູ້​ຕິດ​ຕາມ​ຄວາມ​ຊອບ​ທຳ​ຫລາຍ​ຂຶ້ນ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022 (2021)

“ວັນ​ທີ 7–13 ເດືອນ​ກຸມພາ. ປະ​ຖົມ​ມະ​ການ 12–17; ອັບ​ຣາ​ຮາມ 1–2,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2022

ຮູບ​ພາບ
ອັບ​ຣາ​ຮາມ ແລະ ນາງ​ຊາຣາ

ຮູບ​ພາບອັບ​ຣາ​ຮາມ ແລະ ນາງ​ຊາຣາ, ໂດຍ ດຽວລີນ ມາສ໌

ວັນ​ທີ 7–13 ເດືອນ​ກຸມພາ

ປະ​ຖົມ​ມະ​ການ 12–17; ອັບ​ຣາ​ຮາມ 1–2

“ເປັນ​ຜູ້​ຕິດ​ຕາມ​ຄວາມ​ຊອບ​ທຳ​ຫລາຍ​ຂຶ້ນ”

ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ອັບ​ຣາມ ແລະ ນາງ​ຊາ​ຣາຍ (ຕໍ່​ມາ​ຖືກ​ເອີ້ນ​ວ່າ ອັບ​ຣາ​ຮາມ ແລະ ນາງ​ຊາຣາ) ແລະ ຄອບ​ຄົວ​ຂອງ​ພວກ​ເພິ່ນ, ໃຫ້​ໄຕ່​ຕອງ​ເຖິງວິ​ທີ​ທີ່​ຕົວ​ຢ່າງ​ຂອງ​ພວກ​ເພິ່ນ​ດົນ​ໃຈ​ທ່ານ​ແນວ​ໃດ. ໃຫ້​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ສາ​ມາດ​ເຮັດ ເພື່ອ​ຈະ​ໄດ້ “ເປັນ​ຜູ້​ຕິດ​ຕາມ​ຄວາມ​ຊອບ​ທຳ​ຫລາຍ​ຂຶ້ນ” (ອັບ​ຣາ​ຮາມ 1:2).

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ເປັນ​ເພາະ​ພັນ​ທະ​ສັນ​ຍາ​ທີ່​ພຣະ​ເຈົ້າ​ໄດ້​ເຮັດ​ໄວ້​ກັບ​ເພິ່ນ, ອັບ​ຣາ​ຮາມ​ຈຶ່ງ​ໄດ້​ຖືກ​ເອີ້ນ​ວ່າ “ບິ​ດາ​ຂອງ​ຄົນ​ຊື່​ສັດ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 138:41) ແລະ “ສະ​ຫາຍ​ຂອງ​ພຣະ​ເຈົ້າ” (ຢາໂກໂບ 2:23). ຫລາຍ​ລ້ານ​ຄົນ​ໃນ​ທຸກວັນ​ນີ້​ເຄົາ​ລົບ​ເພິ່ນ ວ່າ​ເປັນ​ບັນ​ພະ​ບຸ​ລຸດ​ໂດຍ​ກົງ​ຂອງ​ເຂົາ​ເຈົ້າ, ແລະ ຫລາຍ​ຄົນ​ກໍ​ໄດ້​ຖືກ​ຮັບ​ເຂົ້າ​ໃນ​ຄອບ​ຄົວ​ຂອງ​ເພິ່ນ ເປັນ​ລູກ​ບຸນ​ທຳ ຜ່ານ​ທາງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ພຣະ​ກິດ​ຕິ​ຄຸນຂອງພຣະ​ເຢ​ຊູ​ຄຣິດ. ແຕ່ອັບ​ຣາ​ຮາມ​ເອງກໍ​ມາ​ຈາກ​ຄອບ​ຄົວ​ທີ່​ເຕັມ​ໄປ​ດ້ວຍ​ບັນ​ຫາ—ບິ​ດາ​ຂອງ​ເພິ່ນ, ຜູ້​ໄດ້​ປະ​ຖິ້ມ​ການ​ນະ​ມັດ​ສະ​ການ​ພຣະ​ເຈົ້າ​ທີ່​ແທ້​ຈິງ, ໄດ້​ພະ​ຍາ​ຍາມ​ຖວາຍ​ອັບ​ຣາ​ຮາມ​ໃຫ້​ພຣະ​ເຈົ້າ​ປອມ. ເຖິງ​ແມ່ນ​ຈະ​ເປັນ​ແນວນັ້ນ, ແຕ່​ຄວາມ​ປາດ​ຖະ​ໜາ​ຂອງ​ອັບ​ຣາ​ຮາມ​ແມ່ນ​ທີ່​ຈະ “ເປັນ​ຜູ້​ຕິດ​ຕາມ​ຄວາມ​ຊອບ​ທຳ​ຫລາຍ​ຂຶ້ນ” (ອັບ​ຣາ​ຮາມ 1:2), ແລະ ເລື່ອງ​ລາວ​ກ່ຽວ​ກັບ​ຊີ​ວິດ​ຂອງ​ເພິ່ນ​ທີ່​ພຣະ​ເຈົ້າ​ໄດ້​ກະ​ທຳ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ເພິ່ນ. ຊີ​ວິດ​ຂອງ​ອັບ​ຣາ​ຮາມ​ເປັນ​ແບບ​ຢ່າງ​ຂອງ​ປະ​ຈັກ​ພະ​ຍານ ທີ່ບໍ່​ວ່າ​ປະ​ຫວັດ​ຂອງ​ບຸກ​ຄົນ​ເຄີຍ​ເປັນ​ແນວ​ໃດ​ກໍ​ຕາມ, ແຕ່​ອະ​ນາ​ຄົດ​ສາ​ມາດ​ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ​ໄດ້.

ຮູບ​ພາບ
Learn More image
ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ອັບ​ຣາ​ຮາມ 1:1–19

ພຣະ​ເຈົ້າ​ຈະ​ປະ​ທານ​ພອນ​ໃຫ້​ເຮົາ​ສຳ​ລັບ​ສັດ​ທາ ແລະ ຄວາມ​ປາດ​ຖະ​ໜາ​ທີ່​ຊອບ​ທຳ​ຂອງ​ເຮົາ.

ຄື​ກັນ​ກັບ​ເຮົາ​ຫລາຍ​ຄົນ, ອັບ​ຣາ​ຮາມ​ໄດ້​ມີ​ຊີ​ວິດ​ຢູ່​ໃນ​ສະ​ພາບ​ແວດ​ລ້ອມ​ທີ່ຊົ່ວ​ຮ້າຍ, ແຕ່​ເພິ່ນ​ກໍ​ຍັງ​ປາດ​ຖະ​ໜາ​ທີ່​ຈະ​ເປັນ​ຄົນ​ຊອບ​ທຳ​ຢູ່. ປະທານ​ດາລິນ ເອັຈ ໂອກສ໌ ໄດ້​ສິດ​ສອນ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຊອບ​ທຳ: “ເຖິງ​ແມ່ນການ​ປະ​ຖິ້ມ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ເຮັດ​ຄວາມ​ຜິດ​ບາບ​ກໍ​ສຳ​ຄັນ​ພໍໆ​ກັນ, ແຕ່​ຊີ​ວິດ​ນິ​ລັນ​ດອນ​ຮຽກ​ຮ້ອງ​ຫລາຍກວ່ານັ້ນ. ເພື່ອ​ບັນ​ລຸ​ຈຸດ​ໝາຍ​ປາຍ​ທາງ​ນິ​ລັນ​ດອນ​ຂອງ​ເຮົາ, ເຮົາຈະ​ປາດ​ຖະ​ໜາ ແລະ ທຳ​ງານ​ເພື່ອ​ຄວາມ​ເໝາະ​ສົມ​ທີ່​ຈະ​ກາຍ​ເປັນ​ບຸກ​ຄົນ​ນິ​ລັນ​ດອນ. … ຖ້າ​ສິ່ງນີ້​ເບິ່ງ​ຄື​ວ່າ​ຫຍຸ້ງ​ຍາກ​ຫລາຍ—ແລະ ແນ່ນອນ ມັນ​ຈະ​ບໍ່​ເປັນ​ສິ່ງ​ງ່າຍ​ສຳ​ລັບ​ໃຜໆ​ໃນ​ພວກ​ເຮົາ—ແລ້ວ ເຮົາ​ຄວນ​ເລີ່ມ​ຕົ້ນ​ດ້ວຍ​ຄວາມ​ປາດ​ຖະ​ໜາ​ສຳ​ລັບ​ຄຸນ​ສົມ​ບັດ​ເຊັ່ນ​ນັ້ນ ແລະ ທູນ​ຂໍ​ໃຫ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຊ່ວຍ​ເຫລືອ​ເຮົາກັບ​ຄວາມ​ຮູ້​ສຶກ​ຂອງ​ເຮົາ [ເບິ່ງ ໂມໂຣໄນ 7:48]” (“Desire,” Liahona, May 2011, 44–45). ຂະ​ນະ​ທີ່​ທ່ານ​ອ່ານ ອັບ​ຣາ​ຮາມ 1:1–19, ໃຫ້​ພິ​ຈາ​ລະ​ນາ​ເຖິງວິ​ທີ​ທີ່​ຂໍ້ເຫລົ່າ​ນີ້​ສະ​ແດງ​ໃຫ້​ເຫັນ​ສິ່ງ​ທີ່​ປະ​ທານ​ໂອກສ໌ ໄດ້​ສິດ​ສອນ. ຄຳ​ຖາມ​ເຊັ່ນ​ດັ່ງ​ຕໍ່​ໄປ​ນີ້​ອາດ​ຊ່ວຍ​ໄດ້:

  • ອັບ​ຣາ​ຮາມ​ໄດ້​ປາດ​ຖະ​ໜາ ແລະ ສະ​ແຫວງ​ຫາ​ສິ່ງ​ໃດ? ເພິ່ນ​ໄດ້​ເຮັດ​ສິ່ງ​ໃດ​ເພື່ອ​ສະ​ແດງ​ເຖິງ​ສັດ​ທາ​ຂອງ​ເພິ່ນ?

  • ທ່ານ​ປາດ​ຖະ​ໜາ​ສິ່ງ​ໃດ? ມີ​ຫຍັງ​ບໍ່ທີ່ທ່ານ​ຮູ້​ສຶກວ່າ ທ່ານ​ຄວນ​ເຮັດ​ເພື່ອ​ເຮັດ​ໃຫ້​ຄວາມ​ປາດ​ຖະ​ໜາ​ຂອງ​ທ່ານ​ບໍ​ລິ​ສຸດ?

  • ມີ​ການ​ທ້າ​ທາຍ​ຢ່າງ​ໃດ​ແດ່​ທີ່​ອັບ​ຣາ​ຮາມ​ໄດ້​ປະ​ເຊີນ ເພາະ​ຄວາມ​ປາດ​ຖະ​ໜາ​ທີ່​ຊື່​ສັດ​ຂອງ​ເພິ່ນ? ພຣະ​ເຈົ້າ​ໄດ້​ຊ່ວຍ​ເພິ່ນ​ແນວ​ໃດ?

  • ຂໍ້​ເຫລົ່າ​ນີ້​ມີຂ່າວ​ສານ​ໃດ​ແດ່​ສຳ​ລັບ​ຜູ້​ທີ່​ມີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ທີ່ບໍ່​ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ມີ​ຄວາມ​ຊອບ​ທຳ?

ເບິ່ງ ມັດທາຍ 7:7; ວິ​ດີ​ໂອ “Deliverance of Abraham”, ChurchofJesusChrist.org; “Educate Your Desires, Elder Andersen Counsels” (ChurchofJesusChrist.org ນຳ​ອີກ).

ອັບ​ຣາ​ຮາມ 2:10–11

ມີ​ໃຜ​ແດ່​ທີ່​ລວມ​ຢູ່​ໃນ​ພັນ​ທະ​ສັນ​ຍາ​ຂອງ​ອັບ​ຣາ​ຮາມ?

ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ​ກັບ​ອັບ​ຣາ​ຮາມ, ພຣະ​ອົງ​ໄດ້​ສັນ​ຍາ​ວ່າ ພັນ​ທະ​ສັນ​ຍານີ້​ຈະ​ສືບ​ຕໍ່​ໃນ​ເຊື້ອ​ສາຍ, ຫລື “ລູກ​ຫລານ,” ຂອງ​ອັບ​ຣາ​ຮາມ ແລະ ວ່າ “ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ຈະ​ຖືກ … ນັບ​ໄວ້​ເປັນ​ລູກ​ຫລານ​ຂອງ​ເຈົ້າ” (ອັບ​ຣາ​ຮາມ 2:10–11). ນີ້​ໝາຍ​ຄວາມ​ວ່າ ຄຳ​ສັນ​ຍາ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ອັບ​ຣາ​ຮາມ​ແມ່ນ​ກ່ຽວ​ຂ້ອງ​ກັບ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ປະ​ຈຸ​ບັນ​ນີ້, ບໍ່​ວ່າ​ເຂົາ​ເຈົ້າ​ເປັນ​ລູກ​ຫລານ​ໂດຍ​ກົງ​ຂອງ​ອັບ​ຣາ​ຮາມ ຫລື ຖືກ​ຮັບ​ເຂົ້າ​ເປັນ​ລູກ​ບຸນ​ທຳ​ໃນ​ຄອບ​ຄົວ​ຂອງ​ເພິ່ນ​ຫລືບໍ່​ກໍ​ຕາມ ຜ່ານ​ທາງ​ການ​ບັບ​ຕິ​ສະ​ມາ ແລະ ພັນ​ທະ​ສັນ​ຍາ​ຕໍ່​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ (ເບິ່ງ ຄາລາເຕຍ 3:26–29; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 132:30–32). ເພື່ອ​ສືບ​ຕໍ່​ເປັນ​ລູກ​ຫລານ​ຂອງ​ອັບຣາ​ຮາມ, ບຸກ​ຄົນ​ຈະ​ຕ້ອງ​ເຊື່ອ​ຟັງ​ກົດ ແລະ ພິ​ທີ​ການ​ຂອງ​ພຣະ​ກິດ​ຕິ​ຄຸນ.

ປະ​ຖົມ​ມະ​ການ 12:1–3; 13:15–16; 15:1–6; 17:1–8, 15–22; ອັບ​ຣາ​ຮາມ 2:8–11

ພັນ​ທະ​ສັນ​ຍາ​ຂອງ​ອັບ​ຣາ​ຮາມ​ເປັນ​ພອນ​ໃຫ້​ແກ່​ເຮົາ ແລະ ຄອບ​ຄົວ​ຂອງ​ເຮົາ.

ເພາະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທຸກ​ຄົນ​ຖືກ​ລວມ​ເຂົ້າໃນ​ພັນ​ທະ​ສັນ​ຍາ​ຂອງ​ອັບ​ຣາ​ຮາມ, ທ່ານ​ອາດ​ຢາກ​ໃຊ້​ບາງ​ເວ​ລາ​ເພື່ອ​ໄຕ່​ຕອງ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ພັນ​ທະ​ສັນ​ຍານີ້ ໃນ​ຊີ​ວິດ​ຂອງ​ທ່ານ. ບັນ​ທຶກ​ຄວາມ​ນຶກ​ຄິດ​ຂອງ​ທ່ານ​ກ່ຽວ​ກັບ​ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້:

ຄຳ​ສັນ​ຍາ​ທີ່​ພົບ​ເຫັນ​ຢູ່​ໃນ ອັບ​ຣາ​ຮາມ 2:8–11 ສາ​ມາດ​ເປັນ​ພອນ​ໃຫ້​ແກ່​ເຮົາ ແລະ ຄອບ​ຄົວ​ຂອງ​ເຮົາ​ແນວ​ໃດ? (ເບິ່ງ ປະ​ຖົມ​ມະ​ການ 12:1–3; 13:15–16 ນຳ​ອີກ).

ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພັນ​ທະ​ສັນ​ຍາ​ຂອງ​ອັບຣາ​ຮາມ​ຈາກ ປະ​ຖົມ​ມະ​ການ 15:1–6; 17:1–8, 15–22?

ເຮົາ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ສິ່ງ​ໃດ ເພື່ອ​ຊ່ວຍ​ບັນ​ລຸ​ຄຳສັນ​ຍາ​ທີ່ “ຄອບ​ຄົວ​ທັງໝົດ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ໄດ້​ຮັບ​ພອນ”? (ອັບ​ຣາ​ຮາມ 2:11).

ທ່ານ​ອາດ​ພິ​ຈາ​ລະ​ນາ​ພອນ​ຝ່າຍ​ໂລກ​ບາງ​ຢ່າງ​ທີ່​ໄດ້​ສັນ​ຍາ​ກັບ​ອັບ​ຣາ​ຮາມ ແລະ ນາງ​ຊາຣາ, ດັ່ງ​ເຊັ່ນ​ການ​ໄດ້​ຮັບ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ເປັນ​ມູນ​ມໍ​ລະດົກ ແລະ ການ​ເປັນ​ບັນ​ພະ​ບຸ​ລຸດ​ຂອງ​ເຊື້ອ​ສາຍ​ທີ່​ຍິ່ງ​ໃຫຍ່, ມີ​ຄວາມ​ເທົ່າ​ທຽມ​ນິ​ລັນ​ດອນ​ແນວ​ໃດ. ສິ່ງ​ເຫລົ່າ​ນີ້​ແມ່ນລວມ​ທັງ​ມູນ​ມໍ​ລະ​ດົກ​ຢູ່​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 132:29) ແລະ ການ​ແຕ່ງ​ງານ​ນິ​ລັນ​ດອນ​ພ້ອມ​ດ້ວຍ​ເຊື້ອ​ສາຍ​ນິ​ລັນ​ດອນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 131:1–4; 132:20–24, 28–32). ມັນ​ແມ່ນ “ໃນ​ພຣະ​ວິ​ຫານ,” ປະທານ​ຣະໂຊ ເອັມ ແນວສັນ ໄດ້​ສິດ​ສອນ, ທີ່ “ເຮົາ​ໄດ້​ຮັບ​ພອນ​ອັນ​ສູງ​ສຸດ​ຂອງ​ເຮົາ, ໃນ​ຖາ​ນະ​ລູກ​ຫລານ​ຂອງ​ອັບ​ຣາ​ຮາມ, ອີຊາກ, ແລະ ຢາໂຄບ” (“The Gathering of Scattered Israel,” Liahona, Nov. 2006, 80).

ເບິ່ງ ການ​ແປ​ຂອງ​ໂຈ​ເຊັບ ສະມິດ, ປະ​ຖົມ​ມະ​ການ 15:9–12; 17:3–12 (ໃນ ພຣະຄຣິສ​ຕະ​ທຳ​ຄຳ​ພີ ພາກ​ຫ້ອຍ​ທ້າຍ); Bible Dictionary,“Abraham, covenant of”; “ຄວາມ​ຄິດ​ທີ່​ໃຫ້​ເກັບ​ໄວ້​ໃນ​ໃຈ: ພັນ​ທະ​ສັນ​ຍາ,” ໃນ​ແຫລ່ງນີ້.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ປະ​ຖົມ​ມະ​ການ 13:5–12.ອັບ​ຣາ​ຮາມ​ໄດ້​ເຮັດ​ຫຍັງ​ເພື່ອ​ສ້າງ​ຄວາມ​ສະ​ຫງົບ​ຢູ່​ໃນ​ຄອບ​ຄົວ​ຂອງ​ເພິ່ນ? ບາງ​ທີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ຝຶກ​ການ​ເປັນ​ຄົນ​ມັກ​ຄວາມ​ສະ​ຫງົບ ຄື​ກັນ​ກັບ​ອັບ​ຣາ​ຮາມ ໂດຍ​ການ​ຫລິ້ນ​ລະ​ຄອນ​ກ້ອມ ເຖິງວິ​ທີ​ທີ່​ຈະ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ ຊຶ່ງ​ອາດ​ເກີດ​ຂຶ້ນ​ຢູ່​ໃນ​ຄອບ​ຄົວ​ຂອງ​ທ່ານ.

ປະ​ຖົມ​ມະ​ການ 13:16; 15:2–6; 17:15–19.ທ່ານ​ຈະ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ເຂົ້າ​ໃຈ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້​ແນວ​ໃດ—ເຖິງ​ແມ່ນ​ວ່າ​ອັບ​ຣາ​ຮາມ ແລະ ນາງ​ຊາຣາ​ຍັງ​ບໍ່​ມີ​ລູກ​ເທື່ອ, ເຊື້ອ​ສາຍ​ຂອງ​ເຂົາ​ເຈົ້າ​ຈະ​ມີ​ຢູ່​ຢ່າງ​ຫລວງ​ຫລາຍ​ຄື​ກັນ​ກັບ​ຝຸ່ນ​ດິນ, ດວງ​ດາວ​ຢູ່​ໃນ​ທ້ອງ​ຟ້າ, ຫລື ເມັດ​ດິນ​ຊາຍ​ຢູ່​ແຄມ​ທະ​ເລ? (ເບິ່ງ ປະ​ຖົມ​ມະ​ການ 22:17 ນຳ​ອີກ). ບາງ​ທີ​ທ່ານ​ສາ​ມາດ​ເອົາ​ດິນ​ຊາຍ​ມາ​ໃຫ້ສະ​ມາ​ຊິກ​ໃນ​ຄອບ​ຄົວ​ເບິ່ງ, ຫລຽວ​ເບິ່ງດວງ​ດາວ, ຫລື ໃຊ້​ຮູບ​ພາບ​ທີ່​ມາ​ກັບ​ໂຄງຮ່າງນີ້. ເຮົາ​ຈະ​ໄວ້​ວາງ​ໃຈ​ໃນ​ຄຳ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ແນວ​ໃດ ແມ່ນ​ແຕ່​ເມື່ອ​ມັນ​ເບິ່ງ​ຄື​ວ່າ​ເປັນ​ໄປ​ບໍ່​ໄດ້?

ປະ​ຖົມ​ມະ​ການ 14:18–20.ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ເມນ​ຄີ​ເສ​ເດັກ ຈາກ ການ​ແປ​ຂອງ​ໂຈ​ເຊັບ ສະມິດ, ປະ​ຖົມ​ມະ​ການ 14:25–40? (ໃນ ພຣະຄຣິສ​ຕະ​ທຳ​ຄຳ​ພີ ພາກ​ຫ້ອຍ​ທ້າຍ; ເບິ່ງ ແອວມາ 13:13–19). ເຮົາ​ຈະ “[ສະ​ຖາ​ປະ​ນາ] ຄວາມ​ຊອບ​ທຳ” ຄື​ກັນ​ກັບ​ເມນ​ຄີ​ເສ​ເດັກ​ໄດ້​ເຮັດ ໄດ້​ແນວ​ໃດ? (ຂໍ້ທີ 36). ມີ​ຫຍັງ​ຕື່ມ​ອີກ​ແດ່​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເມນ​ຄີ​ເສ​ເດັກ ທີ່​ດົນ​ໃຈ​ເຮົາ?

ຮູບ​ພາບ
ເມນ​ຄີ​ເສ​ເດັກ​ອວຍ​ພອນ​ອັບ​ຣາ​ຮາມ

Melchizedek Blesses Abram [ເມນ​ຄີ​ເສ​ເດັກ​ອວຍ​ພອນ​ອັບ​ຣາ​ຮາມ], ໂດຍ ວາວເຕີ ເຣນ

ປະ​ຖົມ​ມະ​ການ 16.ການ​ອ່ານ​ກ່ຽວ​ກັບ​ນາງ​ຮາ​ກາ​ສາ​ມາດ​ເປັນ​ໂອ​ກາດ​ເພື່ອ​ສົນ​ທະ​ນາ​ເຖິງວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​​ຊ່ວຍ​ເຮົາ ເມື່ອ​ເຮົາ​ຮູ້​ສຶກ​ວ່າ​ຖືກ​ເຮັດຜິດ​​ຕໍ່ແນວ​ໃດ. ທ່ານ​ອາດ​ຊີ້ບອກວ່າ “ອິດ​ຊະ​ມາ​ເອນ” ໝາຍ​ຄວາມ​ວ່າ “ພຣະ​ເຈົ້າ​ໄດ້​ຍິນ.” ເມື່ອ​ໃດ​ທີ່​ເຮົາ​ເຄີຍ​ຮູ້​ສຶກວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຍິນ ແລະ ໄດ້​ຊ່ວຍ​ເຫລືອ​ເຮົາ ເມື່ອ​ເຮົາ​ຮູ້​ສຶກ​ວ່າ​ຖືກ​ເຮັດ​ຜິດຕໍ່? (ເບິ່ງ ປະ​ຖົມ​ມະ​ການ 16:11).

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ພຣະ​ເຈົ້າ​ມອບ​ພຣະ​ວິ​ຫານ​ແກ່​ເຮົາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 68.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ມີ​ເວ​ລາ ແລະ ສາ​ມາດ​ເຂົ້າ​ຫາ​ໄດ້. ບາງ​ເທື່ອເວ​ລາ​ສິດ​ສອນ​ທີ່​ດີ​ທີ່​ສຸດ​ແມ່ນ ເລີ່ມ​ຕົ້ນ​ດ້ວຍ​ຄຳ​ຖາມ ຫລື ຄວາມ​ເປັນ​ຫ່ວງ​ເປັນ​ໃຍໃນ​ໃຈ​ຂອງສະ​ມາ​ຊິກ​ໃນ​ຄອບ​ຄົວ. ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ​ຮູ້​ຜ່ານ​ທາງ​ຄຳ​ເວົ້າ ແລະ ການ​ກະ​ທຳ​ຂອງ​ທ່ານວ່າ ທ່ານ​ພ້ອມ​ທີ່​ຈະ​ຮັບ​ຟັງ​ເຂົາ​ເຈົ້າ. (ເບິ່ງ Teaching in the Savior’s Way, 16.)

ຮູບ​ພາບ
ນາງ​ຊາຣາ​ຫລຽວ​ເບິ່ງ​ທ້ອງ​ຟ້າ​ທີ່​ເຕັມ​ໄປ​ດ້ວຍດວງ​ດາວ

ພຣະ​ເຈົ້າ​ໄດ້​ສັນ​ຍາວ່າ​ເຊື້ອ​ສາຍ​ຂອງ​ອັບ​ຣາ​ຮາມ​ກັບ​ນາງ​ຊາ​ຣາ​ຈະ​ມີ​ຢ່າງ​ຫລວງ​ຫລາຍ “ດັ່ງ​ດວງ​ດາວ​ໃນ​ທ້ອງ​ຟ້າ” (ປະ​ຖົມ​ມະ​ການ 22:17). Pondering God’s Promise [ການ​ໄຕ່​ຕອງຄຳ​ສັນ​ຍາ​ຂອງ​ພຣະ​ເຈົ້າ], ໂດຍ ຄອດນີ ແມັດສ໌.

ພິມ