“ວັນທີ 14–20 ເດືອນກຸມພາ. ປະຖົມມະການ 18–23: ‘ມີຫຍັງແດ່ຍາກສຳລັບພຣະຜູ້ເປັນເຈົ້າ?’” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: ພຣະຄຳພີເດີມ 2022 (2021)
“ວັນທີ 14–20 ເດືອນກຸມພາ. ປະຖົມມະການ 18–23,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: 2022
ວັນທີ 14–20 ເດືອນກຸມພາ
ປະຖົມມະການ 18–23
“ມີຫຍັງແດ່ຍາກສຳລັບພຣະຜູ້ເປັນເຈົ້າ?”
ໃຫ້ອ່ານ ແລະ ໄຕ່ຕອງ ປະຖົມມະການ 18–23, ແລະ ບັນທຶກຄວາມປະທັບໃຈຂອງທ່ານ. ທ່ານສາມາດໃຊ້ແນວຄິດຢູ່ໃນໂຄງຮ່າງນີ້ ເພື່ອຊ່ວຍທ່ານສຶກສາບົດເຫລົ່ານີ້, ແລະ ທ່ານອາດໄດ້ຮັບການດົນໃຈໃຫ້ຄົ້ນຫາຂ່າວສານອື່ນໆໃນພຣະຄຳພີ ທີ່ພຣະຜູ້ເປັນເຈົ້າມີໃຫ້ໄວ້ສຳລັບທ່ານໂດຍສະເພາະ.
ບັນທຶກຄວາມປະທັບໃຈຂອງທ່ານ
ຊີວິດຂອງອັບຣາຮາມ, ຊຶ່ງເຕັມໄປດ້ວຍທັງຄວາມເຈັບປວດໃຈ ແລະ ຄວາມອົບອຸ່ນໃຈ, ເປັນຫລັກຖານເຖິງຄວາມຈິງທີ່ອັບຣາຮາມໄດ້ຮຽນຮູ້ຢູ່ໃນພາບນິມິດ—ທີ່ວ່າເຮົາຢູ່ໃນໂລກນີ້ເພື່ອຮັບການພິສູດ, “ເພື່ອເບິ່ງວ່າ [ເຮົາ] ຈະເຮັດທຸກສິ່ງທັງປວງສິ່ງໃດກໍຕາມທີ່ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າ [ຂອງເຮົາ] ຈະບັນຊາ” ຫລືບໍ່ (ອັບຣາຮາມ 3:25). ອັບຣາຮາມໄດ້ພິສູດຕົວເອງວ່າເປັນຄົນຊື່ສັດຫລືບໍ່? ເພິ່ນໄດ້ສືບຕໍ່ມີສັດທາໃນຄຳສັນຍາຂອງພຣະເຈົ້າຫລືບໍ່ ກ່ຽວກັບການຈະມີລູກຫລານຢ່າງຫລວງຫລາຍ, ເຖິງແມ່ນວ່າເພິ່ນ ແລະ ນາງຊາຣາ ຍັງບໍ່ມີລູກເທື່ອ ໃນໄວແກ່ຊະລາຂອງພວກເພິ່ນ? ແລະ ເມື່ອອີຊາກໄດ້ເກີດມາ, ອັບຣາຮາມຍັງມີສັດທາຕໍ່ໄປອີກບໍ ຈົນເຖິງສິ່ງທີ່ບໍ່ຄາດຄິດ—ຖືກບັນຊາໃຫ້ເສຍສະລະລູກຊາຍຄົນດຽວ ຊຶ່ງຜ່ານທາງອີຊາກ ພຣະເຈົ້າຈະສຳເລັດພັນທະສັນຍານັ້ນ? ອັບຣາຮາມໄດ້ພິສູດວ່າຕົນຊື່ສັດ. ອັບຣາຮາມໄວ້ວາງໃຈໃນພຣະເຈົ້າ, ແລະ ພຣະເຈົ້າໄດ້ໄວ້ວາງພຣະໄທໃນອັບຣາຮາມ. ໃນ ປະຖົມມະການ 18–23, ເຮົາພົບເຫັນເລື່ອງລາວຈາກຊີວິດຂອງອັບຣາຮາມ ແລະ ບຸກຄົນອື່ນໆ ທີ່ສາມາດກະຕຸ້ນເຮົາໃຫ້ຄິດກ່ຽວກັບຄວາມສາມາດຂອງເຮົາເອງ ທີ່ຈະເຊື່ອໃນຄຳສັນຍາຂອງພຣະເຈົ້າ, ທີ່ຈະໜີຈາກຄວາມຊົ່ວຮ້າຍ ແລະ ບໍ່ເຄີຍຫລຽວກັບຄືນໄປເບິ່ງ, ແລະ ທີ່ຈະໄວ້ວາງໃຈໃນພຣະເຈົ້າ ເຖິງແມ່ນຕ້ອງເສຍສະລະກໍຕາມ.
ແນວຄິດສຳລັບການສຶກສາພຣະຄຳພີເປັນສ່ວນຕົວ
ພຣະຜູ້ເປັນເຈົ້າສຳເລັດຄຳສັນຍາຂອງພຣະອົງ ໃນເວລາຂອງພຣະອົງເອງ.
ພຣະຜູ້ເປັນເຈົ້າໄດ້ເຮັດຄຳສັນຍາທີ່ສະຫງ່າລາສີກັບຜູ້ທີ່ຊື່ສັດ, ແຕ່ບາງເທື່ອສະຖານະການໃນຊີວິດຂອງເຮົາສາມາດເຮັດໃຫ້ເຮົາສົງໄສວ່າ ຄຳສັນຍາເຫລົ່ານັ້ນຈະສຳເລັດໄດ້ແນວໃດ. ອັບຣາຮາມ ແລະ ນາງຊາຣາອາດໄດ້ຮູ້ສຶກແບບນັ້ນເປັນບາງຄັ້ງບາງຄາວ. ທ່ານຮຽນຮູ້ຫຍັງແດ່ຈາກປະສົບການຂອງພວກເພິ່ນ? ມັນອາດເປັນປະໂຫຍດທີ່ຈະເລີ່ມຕົ້ນການສຶກສາຂອງທ່ານ ໂດຍການທົບທວນສິ່ງທີ່ພຣະຜູ້ເປັນເຈົ້າໄດ້ສັນຍາກັບອັບຣາຮາມຢູ່ໃນ ປະຖົມມະການ 17:4, 15–22. ອັບຣາຮາມ ແລະ ນາງຊາຣາໄດ້ມີປະຕິກິລິຍາແນວໃດ? (ເບິ່ງ ການແປຂອງໂຈເຊັບ ສະມິດ, ປະຖົມມະການ 17:23 [ໃນ ປະຖົມມະການ 17:17, ໝາຍເຫດຢູ່ທາງລຸ່ມໜ້າປຶ້ມ ຂ]; ປະຖົມມະການ 18:9–12). ພຣະຜູ້ເປັນເຈົ້າໄດ້ຕອບຮັບທີ່ຈະຊ່ວຍພວກເພິ່ນໃຫ້ມີສັດທາຫລາຍກວ່າເກົ່າໃນຄຳສັນຍາຂອງພຣະອົງແນວໃດ? (ເບິ່ງ ປະຖົມມະການ 18:14).
ທ່ານພົບເຫັນຫຍັງແດ່ຢູ່ໃນຂໍ້ເຫລົ່ານີ້ທີ່ສ້າງສັດທາຂອງທ່ານ? ປະສົບການໃດແດ່ອື່ນອີກ—ໃນຊີວິດຂອງທ່ານ ຫລື ຂອງຄົນອື່ນ—ທີ່ເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາຂອງທ່ານ ເຖິງສິ່ງທີ່ພຣະຜູ້ເປັນເຈົ້າຈະສຳເລັດຄຳສັນຍາຂອງພຣະອົງທີ່ໄດ້ເຮັດໄວ້ກັບທ່ານ ໃນເວລາ ແລະ ໃນວິທີທາງຂອງພຣະອົງເອງ?
ເບິ່ງ ຄຳສອນ ແລະ ພັນທະສັນຍາ 88:68 ນຳອີກ.
ພຣະຜູ້ເປັນເຈົ້າບັນຊາເຮົາໃຫ້ໜີຈາກຄວາມຊົ່ວຮ້າຍ.
ບົດຮຽນຢ່າງໃດແດ່ທີ່ທ່ານຮຽນຮູ້ກ່ຽວກັບການໜີຈາກຄວາມຊົ່ວຮ້າຍ ຂະນະທີ່ທ່ານອ່ານກ່ຽວກັບໂລດ ແລະ ຄອບຄົວຂອງລາວ? ຍົກຕົວຢ່າງ, ແມ່ນຫຍັງທີ່ປະທັບໃຈທ່ານກ່ຽວກັບສິ່ງທີ່ທູດສະຫວັນໄດ້ກ່າວ ແລະ ໄດ້ເຮັດ ເພື່ອຊ່ວຍໂລດກັບຄອບຄົວຂອງລາວໃຫ້ລອດຈາກຄວາມພິນາດ? (ເບິ່ງ ປະຖົມມະການ 19:12–17). ພຣະຜູ້ເປັນເຈົ້າຊ່ວຍເຫລືອທ່ານ ແລະ ຄອບຄົວຂອງທ່ານໃຫ້ໜີຈາກ ຫລື ໃຫ້ພົບເຫັນການປົກປ້ອງຈາກອິດທິພົນຂອງຄວາມຊົ່ວຮ້າຍຢູ່ໃນໂລກແນວໃດ?
ສຳລັບລາຍລະອຽດເພີ່ມເຕີມກ່ຽວກັບບາບກຳຂອງເມືອງໂຊໂດມ ແລະ ເມືອງໂກໂມຣາ, ໃຫ້ເບິ່ງ ເອເຊກຽນ 16:49–50 ແລະ ຢູດາ 1:7–8.
ເບິ່ງ ການແປຂອງໂຈເຊັບ ສະມິດ, ປະຖົມມະການ 19:9-15 (ໃນ ພຣະຄຣິສຕະທຳຄຳພີ ພາກຫ້ອຍທ້າຍ) ນຳອີກ.
ເມຍຂອງໂລດໄດ້ເຮັດຫຍັງຜິດ?
ແອວເດີ ແຈັບຟະຣີ ອາ ຮໍແລນ ໄດ້ສິດສອນວ່າ:
“ຕາມຄວາມຈິງແລ້ວ, ສິ່ງທີ່ເມຍຂອງໂລດໄດ້ເຮັດຜິດແມ່ນ ນາງບໍ່ພຽງແຕ່ ຫລຽວຄືນ ຫລັງເທົ່ານັ້ນ; ແຕ່ໃຈຂອງນາງຍັງຢາກ ກັບ ຄືນໄປນຳອີກ. ເບິ່ງຄືວ່າ ແມ່ນແຕ່ກ່ອນນາງອອກຈາກນອກເຂດເມືອງ, ນາງກໍເລີ່ມຕົ້ນຄິດຮອດສິ່ງທີ່ນາງເຄີຍມີຢູ່ໃນເມືອງໂຊໂດມ ແລະ ເມືອງໂກໂມຣາແລ້ວ. … ນາງບໍ່ໄດ້ມີສັດທາ. ນາງສົງໄສຄວາມສາມາດຂອງພຣະຜູ້ເປັນເຈົ້າທີ່ຈະມອບສິ່ງທີ່ດີກວ່າທີ່ນາງເຄີຍມີໃຫ້ນາງ. …
“ຕໍ່ທຸກ [ຄົນ] ໃນທຸກລຸ້ນ, ຂ້າພະເຈົ້າເນັ້ນ, ‘ຈົ່ງລະນຶກເຖິງເມຍຂອງໂລດ’ [ລູກາ 17:32]. ສັດທາແມ່ນເພື່ອອະນາຄົດ. ສັດທາແມ່ນສ້າງຂຶ້ນເທິງອະດີດແຕ່ບໍ່ເຄີຍຢູ່ບ່ອນເກົ່າ. ສັດທາແມ່ນການໄວ້ວາງໃຈວ່າພຣະເຈົ້າມີສິ່ງທີ່ຍິ່ງໃຫຍ່ກວ່າໄວ້ໃຫ້ເຮົາແຕ່ລະຄົນ ແລະ ວ່າພຣະຄຣິດເປັນ ‘ພຣະມະຫາປະໂລຫິດສຳລັບສິ່ງປະເສີດ ຊຶ່ງມາເຖິງແລ້ວ’ ແທ້ໆ (ເຮັບເຣີ 9:11)” (“The Best Is Yet to Be,” Ensign, Jan. 2010, 24, 27).
ຄວາມເຕັມໃຈຂອງອັບຣາຮາມທີ່ຈະເສຍສະລະອີຊາກ ເປັນລັກສະນະດຽວກັນກັບພຣະເຈົ້າ ແລະ ພຣະບຸດຂອງພຣະອົງ.
ເຮົາບໍ່ຮູ້ເຖິງເຫດຜົນທັງໝົດທີ່ພຣະເຈົ້າໄດ້ບັນຊາອັບຣາຮາມໃຫ້ເສຍສະລະອີຊາກເປັນເຄື່ອງຖວາຍ; ເຮົາຮູ້ວ່າ ມັນເປັນການທົດສອບສັດທາຂອງເພິ່ນໃນພຣະເຈົ້າ (ເບິ່ງ ປະຖົມມະການ 22:12–19). ຂະນະທີ່ທ່ານອ່ານ ປະຖົມມະການ 22:1–19, ທ່ານຮຽນຮູ້ຫຍັງແດ່ຈາກປະສົບການຂອງອັບຣາຮາມ?
ຄວາມເຕັມໃຈຂອງອັບຣາຮາມທີ່ຈະເສຍສະລະລູກຊາຍຂອງເພິ່ນ ເປັນ “ລັກສະນະດຽວກັນກັບພຣະເຈົ້າຖວາຍພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງ” (ຢາໂຄບ 4:5). ຂະນະທີ່ທ່ານໄຕ່ຕອງກ່ຽວກັບສິ່ງທີ່ຄ້າຍຄືກັນລະຫວ່າງການທົດສອບຂອງອັບຣາຮາມ ແລະ ພຣະເຈົ້າອົງເປັນພຣະບິດາໄດ້ເສຍສະລະພຣະບຸດຂອງພຣະອົງໃຫ້ເປັນເຄື່ອງຖວາຍສຳລັບເຮົາ, ທ່ານຮູ້ສຶກແນວໃດກ່ຽວກັບພຣະບິດາເທິງສະຫວັນຂອງທ່ານ?
ມັນກໍມີຄວາມຄ້າຍຄືກັນລະຫວ່າງອີຊາກ ແລະ ພຣະຜູ້ຊ່ວຍໃຫ້ລອດ. ໃຫ້ຄິດທີ່ຈະອ່ານ ປະຖົມມະການ 22:1–19 ອີກ, ເພື່ອຊອກຫາຄວາມທີ່ຄ້າຍຄືກັນເຫລົ່ານີ້.
ເບິ່ງ ວິດີໂອ “Akedah (The Binding)”, ChurchofJesusChrist.org ນຳອີກ.
ແນວຄິດສຳລັບການສຶກສາພຣະຄຳພີເປັນຄອບຄົວ ແລະ ການສັງສັນໃນຕອນແລງ
-
ປະຖົມມະການ 18:14.ມີເລື່ອງລາວໃດບໍ່ຈາກພຣະຄຳພີ, ຈາກປະຫວັດຄອບຄົວຂອງທ່ານ, ຫລື ຈາກຊີວິດຂອງທ່ານເອງ ທີ່ທ່ານສາມາດແບ່ງປັນ ຊຶ່ງໄດ້ສິດສອນທ່ານວ່າ ບໍ່ມີສິ່ງໃດທີ່ຍາກຫລາຍເກີນໄປສຳລັບພຣະຜູ້ເປັນເຈົ້າ?
-
ປະຖົມມະການ 18:16–33.ເຮົາຮຽນຮູ້ຫຍັງແດ່ກ່ຽວກັບບຸກຄະລິກລັກສະນະຂອງອັບຣາຮາມຈາກຂໍ້ເຫລົ່ານີ້? ເຮົາຈະເຮັດຕາມຕົວຢ່າງຂອງເພິ່ນແນວໃດ? (ເບິ່ງ ແອວມາ 10:22–23 ນຳອີກ.)
-
ປະຖົມມະການ 19:15–17.ຂໍ້ເຫລົ່ານີ້ສາມາດຊ່ວຍສະມາຊິກໃນຄອບຄົວຂອງເຮົາໃຫ້ກະກຽມສຳລັບເວລາເມື່ອເຂົາເຈົ້າຈຳເປັນຕ້ອງໜີຈາກສະຖານະການທີ່ຊົ່ວຮ້າຍໄດ້ແນວໃດ. ສະຖານະການເຫລົ່ານີ້ຄືສິ່ງໃດແດ່? ຍົກຕົວຢ່າງ, ພວກທ່ານອາດສົນທະນາກັນກ່ຽວກັບສື່ສານມວນຊົນທີ່ບໍ່ເໝາະສົມ ຫລື ການຢາກເວົ້າຂວັນຄົນອື່ນ. ເຮົາຈະໜີຈາກສະຖານະການແບບນັ້ນໄດ້ແນວໃດ?
-
ປະຖົມມະການ 21:9–20.ແມ່ນຫຍັງທີ່ປະທັບໃຈຄອບຄົວຂອງທ່ານກ່ຽວກັບວິທີທີ່ພຣະເຈົ້າໄດ້ປະຕິບັດຕໍ່ນາງຮາກາ ແລະ ທ້າວອິດຊະມາເອນ ຫລັງຈາກທີ່ນາງຊາຣາ ແລະ ອັບຣາຮາມໄດ້ສົ່ງເຂົາເຈົ້າໃຫ້ໜີໄປ?
-
ປະຖົມມະການ 22:1–14.ທ່ານຈະສາມາດຊ່ວຍຄອບຄົວຂອງທ່ານໃຫ້ເຫັນຄວາມສຳພັນລະຫວ່າງເລື່ອງທີ່ພຣະເຈົ້າໄດ້ບັນຊາອັບຣາຮາມໃຫ້ເສຍສະລະອີຊາກ ແລະ ການເສຍສະລະຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດແນວໃດ? ທ່ານສາມາດສະແດງຮູບພາບຂອງອັບຣາຮາມ ແລະ ອີຊາກ ແລະ ຮູບພາບການຄຶງ (ເບິ່ງ “ອັບຣາຮາມ ແລະ ອີຊາກ,” ໃນ ນິທານພຣະສັນຍາເດີມ) ຂະນະທີ່ສະມາຊິກໃນຄອບຄົວສົນທະນາກັນເຖິງຄວາມຄ້າຍຄືກັນທີ່ເຂົາເຈົ້າເຫັນລະຫວ່າງເຫດການເຫລົ່ານີ້. ພວກທ່ານກໍສາມາດຮ້ອງເພງສວດ ຫລື ຮ້ອງເພງກ່ຽວກັບການເສຍສະລະຂອງພຣະຜູ້ຊ່ວຍໃຫ້ລອດ, ດັ່ງເຊັ່ນ “ເບິ່ງເຖີດພຣະຜູ້ໄຖ່ຍິ່ງໃຫຍ່ມ້ວຍ” (ເພງສວດ ແລະ ເພງຂອງເດັກນ້ອຍ, 16), ແລະ ຊອກຫາວະລີທີ່ບັນຍາຍເຖິງການເສຍສະລະຂອງພຣະຜູ້ຊ່ວຍໃຫ້ລອດ.
ເຮົາໄດ້ຖືກຂໍໃຫ້ເສຍສະລະຫຍັງແດ່ເປັນຄອບຄົວ? ການເສຍສະລະເຫລົ່ານີ້ໄດ້ເຮັດໃຫ້ເຮົາເຂົ້າໃກ້ພຣະເຈົ້າຫລາຍກວ່າເກົ່າແນວໃດ?
ສຳລັບແນວຄິດເພີ່ມເຕີມກ່ຽວກັບການສິດສອນເດັກນ້ອຍ, ໃຫ້ເບິ່ງ ໂຄງຮ່າງຂອງອາທິດນີ້ ຢູ່ໃນ ຈົ່ງຕາມເຮົາມາ—ສຳລັບຊັ້ນປະຖົມໄວ.
ເພງແນະນຳ: “ຄັ້ງໜຶ່ງເຢຊູເກີດຕ່ຳຕ້ອຍ,” ເພງສວດ ແລະ ເພງຂອງເດັກນ້ອຍ, 22.