“ວັນທີ 28 ເດືອນຕຸລາ–ວັນທີ 3 ເດືອນພະຈິກ: ‘ຂ້າພະເຈົ້າປາດຖະໜາທີ່ຈະຊັກຊວນທ່ານທັງຫລາຍ … ໃຫ້ກັບໃຈ.’ ມໍມອນ 1–6,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ພຣະຄຳພີມໍມອນ 2024 (2023)
“ວັນທີ 28 ເດືອນຕຸລາ–ວັນທີ 3 ເດືອນພະຈິກ. ມໍມອນ 1-6,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: 2024 (2023)
ວັນທີ 28 ເດືອນຕຸລາ–ວັນທີ 3 ເດືອນພະຈິກ: “ຂ້າພະເຈົ້າປາດຖະໜາທີ່ຈະຊັກຊວນທ່ານທັງຫລາຍ … ໃຫ້ກັບໃຈ”
ມໍມອນ 1–6
ມໍມອນໄດ້ບັນທຶກເລື່ອງລາວໄວ້ໃຫ້ເຮົາ “ຢ່າງຄົບຖ້ວນ” ເຖິງ “ພາບອັນເປັນຕາຢ້ານ” ຂອງຄວາມຊົ່ວຮ້າຍ ແລະ ການຂ້າຟັນ ທີ່ເພິ່ນໄດ້ເຫັນໃນບັນດາຊາວນີໄຟ (ມໍມອນ 2:18; 5:8). ແຕ່ສິ່ງທີ່ເພິ່ນໄດ້ບັນທຶກໄວ້ຢູ່ໃນ ມໍມອນ 1–6 ແມ່ນພຽງພໍທີ່ຈະເຕືອນເຮົາວ່າ ຜູ້ຄົນທີ່ຄັ້ງໜຶ່ງເຄີຍຊອບທຳກໍສາມາດຕົກໄປໄກຫລາຍຂະໜາດໃດ. ທ່າມກາງຄວາມຊົ່ວຮ້າຍທີ່ແຜ່ຂະຫຍາຍ, ບໍ່ມີໃຜສາມາດກ່າວໂທດມໍມອນ ທີ່ເພິ່ນໄດ້ອ່ອນເພຍ ແລະ ທໍ້ຖອຍໃຈ. ແຕ່ໃນທັງໝົດທີ່ເພິ່ນໄດ້ເຫັນ ແລະ ມີປະສົບການ, ເພິ່ນບໍ່ເຄີຍລືມຄວາມເມດຕາທີ່ຍິ່ງໃຫຍ່ຂອງພຣະເຈົ້າ ແລະ ຄວາມເຊື່ອໝັ້ນຂອງເພິ່ນວ່າ ການກັບໃຈຄືວິທີທີ່ຈະໄດ້ຮັບມັນ. ແລະ ເຖິງແມ່ນວ່າຜູ້ຄົນຂອງມໍມອນເອງໄດ້ປະຕິເສດຄຳອ້ອນວອນຂອງເພິ່ນໃຫ້ກັບໃຈ, ແຕ່ເພິ່ນຮູ້ວ່າເພິ່ນມີຜູ້ຄົນກຸ່ມໃຫຍ່ກວ່ານັ້ນທີ່ຈະຊັກຊວນ. “ຈົ່ງເບິ່ງ,” ເພິ່ນໄດ້ປະກາດ, “ຂ້າພະເຈົ້າຂຽນຫາທີ່ສຸດຂອງແຜ່ນດິນໂລກ.” ໃນອີກຄຳໜຶ່ງ, ເພິ່ນໄດ້ຂຽນຫາທ່ານ (ເບິ່ງ ມໍມອນ 3:17–20). ແລະ ຂ່າວສານຂອງເພິ່ນຕໍ່ທ່ານ, ໃນທຸກວັນນີ້, ກໍເປັນຂ່າວສານອັນດຽວກັນນັ້ນ ທີ່ອາດຊ່ວຍຊີວິດຂອງຊາວນີໄຟໄວ້ໄດ້ໃນວັນເວລາຂອງພວກເຂົາ ທີ່ວ່າ: “ຈົ່ງເຊື່ອໃນພຣະກິດຕິຄຸນຂອງພຣະເຢຊູຄຣິດ. … ກັບໃຈ ແລະ ຕຽມຕົວເພື່ອຢືນຢູ່ຕໍ່ໜ້າບັນລັງພິພາກສາຂອງພຣະຄຣິດ” (ມໍມອນ 3:21–22).
ເບິ່ງ “Mormon Preserves the Record to Bring the House of Israel to Christ” (ວິດີໂອ), ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ.
ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ
ເຮົາສາມາດຕິດຕາມພຣະເຢຊູຄຣິດ ບໍ່ວ່າຄົນອື່ນຈະເຮັດຫຍັງກໍຕາມ.
ຕອນເພິ່ນມີອາຍຸພຽງປະມານ 10 ປີ, ມໍມອນມີຄວາມແຕກຕ່າງຫລາຍຈາກຄົນອື່ນທີ່ຢູ່ອ້ອມຂ້າງເພິ່ນ. ຂະນະທີ່ທ່ານອ່ານ ມໍມອນ 1–6, ໃຫ້ຊອກຫາວິທີທີ່ສັດທາຂອງມໍມອນໃນພຣະເຢຊູຄຣິດ ເຮັດໃຫ້ເພິ່ນພິເສດ ແລະ ໃຫ້ໂອກາດເພິ່ນເພື່ອຮັບໃຊ້ ແລະ ເປັນພອນໃຫ້ແກ່ຄົນອື່ນແນວໃດ. ຂໍ້ດັ່ງຕໍ່ໄປນີ້ອາດຊ່ວຍທ່ານເລີ່ມຕົ້ນ:
-
ມໍມອນ 1:2–3, 13–17.ທ່ານສັງເກດເຫັນຄວາມແຕກຕ່າງຢ່າງໃດແດ່ລະຫວ່າງມໍມອນ ແລະ ຜູ້ຄົນຂອງເພິ່ນ? ເພິ່ນມີຄຸນສົມບັດຢ່າງໃດແດ່ ທີ່ຊ່ວຍໃຫ້ເພິ່ນສືບຕໍ່ເຂັ້ມແຂງທາງວິນຍານ ໃນຊ່ວງເວລາທີ່ຫຍຸ້ງຍາກເຊັ່ນນັ້ນ?
-
ມໍມອນ 2:18–19.ມໍມອນໄດ້ໃຊ້ຄຳໃດເພື່ອບັນຍາຍເຖິງໂລກທີ່ເພິ່ນອາໄສຢູ່? ເພິ່ນຍັງຄົງມີຄວາມຫວັງຢູ່ໄດ້ແນວໃດກັບສິ່ງທີ່ຢູ່ອ້ອມຂ້າງເພິ່ນ?
-
ມໍມອນ 3:12.ມໍມອນຮູ້ສຶກແນວໃດກ່ຽວກັບຜູ້ຄົນທີ່ຢູ່ອ້ອມຂ້າງເພິ່ນ? ທ່ານສາມາດເຮັດຫຍັງໄດ້ແດ່ ເພື່ອພັດທະນາຄວາມຮັກຄືກັນກັບທີ່ເພິ່ນມີ?
ມີຂໍ້ອື່ນໃດອີກແດ່ໃນ ມໍມອນ 1–6 ທີ່ລະບຸສັດທາຂອງມໍມອນໃນພຣະເຢຊູຄຣິດ? ເພິ່ນໄດ້ຮັບໂອກາດໃດແດ່ ຍ້ອນເພິ່ນໄດ້ເລືອກທີ່ຈະຊື່ສັດຕໍ່ໄປ?
ໃຫ້ຄິດທີ່ຈະສຶກສາຂ່າວສານຂອງປະທານທອມມັສ ແອັສ ມອນສັນ “Be an Example and a Light” (Liahona, Nov. 2015, 86–88), ເພື່ອຊອກຫາເຫດຜົນວ່າ ເປັນຫຍັງມັນຈຶ່ງສຳຄັນສຳລັບຜູ້ຕິດຕາມຂອງພຣະເຢຊູຄຣິດທີ່ຈະຕ້ອງໂດດເດັ່ນ ຫລື ແຕກຕ່າງ. ທ່ານຈະປະກອບປະໂຫຍກແບບນີ້ໃຫ້ສົມບູນໄດ້ແນວໃດ? “ ເປັນຕົວຢ່າງທີ່ດີສຳລັບຂ້ອຍເມື່ອລາວ . ສິ່ງນີ້ຊ່ວຍໃຫ້ຂ້ອຍຢາກ .”
ມໍມອນອາດຈະຮູ້ສຶກວ່າ ຕົວຢ່າງຂອງເພິ່ນບໍ່ໄດ້ສ້າງຄວາມແຕກຕ່າງໃຫ້ກັບຜູ້ຄົນຂອງເພິ່ນ. ຖ້າຫາກທ່ານມີໂອກາດທີ່ຈະເວົ້າກັບມໍມອນ, ທ່ານຈະບອກຫຍັງກັບເພິ່ນກ່ຽວກັບວ່າ ຕົວຢ່າງຂອງເພິ່ນໄດ້ສ້າງຄວາມແຕກຕ່າງໃຫ້ກັບທ່ານແນວໃດ?
ເບິ່ງ David A. Bednar, “Quick to Observe,” Ensign, Dec. 2006, 30–36, or Liahona, Dec. 2006, 14–20; “Something Different about Us: Example” (ວິດີໂອ), ຫ້ອງສະໝຸດພຣະກິດຕິຄຸນ; Gospel Topics, “Living the Gospel of Jesus Christ,” ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ.
ຄວາມທຸກໃຈຕາມຢ່າງຊອບພຣະໄທພຣະເຈົ້ານຳພາເຮົາໄປສູ່ພຣະຄຣິດ ແລະ ໄປສູ່ການປ່ຽນແປງທີ່ຍືນຍົງ.
ເມື່ອມໍມອນໄດ້ເຫັນຄວາມເສົ້າສະຫລົດໃຈຂອງຜູ້ຄົນຂອງເພິ່ນ, ເພິ່ນຫວັງວ່າພວກເຂົາຈະກັບໃຈ. ແຕ່ “ຄວາມເສົ້າສະຫລົດໃຈຂອງພວກເຂົາບໍ່ແມ່ນເພື່ອການກັບໃຈ” (ມໍມອນ 2:13)—ມັນບໍ່ໄດ້ເປັນຄວາມທຸກໃຈຕາມຢ່າງຊອບພຣະໄທພຣະເຈົ້າ ແຕ່ເປັນຄວາມທຸກໃຈຕາມຢ່າງໂລກ. ເພື່ອທີ່ຈະເຂົ້າໃຈຄວາມແຕກຕ່າງ, ໃຫ້ຄິດທີ່ຈະບັນທຶກສິ່ງທີ່ທ່ານຮຽນຮູ້ຈາກ ມໍມອນ 2:10–15 ໃນຕາຕະລາງທີ່ຄືກັນກັບອັນນີ້:
ຄວາມທຸກໃຈຕາມຢ່າງຊອບພຣະໄທພຣະເຈົ້າ |
ຄວາມທຸກໃຈຕາມຢ່າງໂລກ |
---|---|
ມາຫາພຣະເຢຊູ (ຂໍ້ທີ 14) |
ສາບແຊ່ງພຣະເຈົ້າ (ຂໍ້ທີ 14) |
ທ່ານຈະຮູ້ຈັກວ່າ ຄວາມທຸກໃຈຂອງທ່ານເປັນຕາມຢ່າງຊອບພຣະໄທພຣະເຈົ້າ ຫລື ເປັນຕາມຢ່າງໂລກໄດ້ແນວໃດ? ຖ້າຫາກທ່ານມີຄວາມທຸກໃຈຕາມຢ່າງໂລກ, ທ່ານຈະປ່ຽນມັນໃຫ້ເປັນຄວາມທຸກໃຈຕາມຢ່າງຊອບພຣະໄທພຣະເຈົ້າໄດ້ແນວໃດ?
ເບິ່ງ 2 ໂກຣິນໂທ 7:8–11; Michelle D. Craig, “Divine Discontent,” Liahona, Nov. 2018, 52–55 ນຳອີກ.
“ພວກເຂົາບໍ່ເຂົ້າໃຈວ່າ ແມ່ນພຣະຜູ້ເປັນເຈົ້ານີ້ແຫລະທີ່ໄວ້ຊີວິດຂອງພວກເຂົາ.”
ມໍມອນໄດ້ສັງເກດວ່າ ຊາວນີໄຟບໍ່ຮັບຮູ້ວິທີທີ່ພຣະຜູ້ເປັນເຈົ້າໄດ້ໃຫ້ພອນແກ່ພວກເຂົາ. ຂະນະທີ່ທ່ານອ່ານ ມໍມອນ 3:3, 9, ທ່ານອາດຢາກໄຕ່ຕອງວິທີທີ່ທ່ານຮັບຮູ້ອິດທິພົນຂອງພຣະເຈົ້າໃນຊີວິດຂອງທ່ານແນວໃດ. ພອນຢ່າງໃດແດ່ໄດ້ມາເຖິງ ເມື່ອທ່ານຮັບຮູ້ອິດທິພົນຂອງພຣະອົງ? ແມ່ນຫຍັງຄືຜົນສະທ້ອນຂອງການບໍ່ຮັບຮູ້ພຣະອົງ? (ເບິ່ງ ມໍມອນ 2:26; ຄຳສອນ ແລະ ພັນທະສັນຍາ 59:21).
ເບິ່ງ Henry B. Eyring, “O Remember, Remember,” Liahona, Nov. 2007, 66–69 ນຳອີກ.
ພຣະເຢຊູຄຣິດຢືນວາພຣະພາຫາຕ້ອນຮັບເຮົາຢູ່.
ຖ້າຫາກທ່ານຮູ້ສຶກທໍ້ແທ້ໃຈກ່ຽວກັບບາບຂອງຕົວເອງ, ຄຳບັນຍາຍຂອງມໍມອນກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ ທີ່ກຳລັງ “ວາພຣະພາຫາຕ້ອນຮັບທ່ານຢູ່” ສາມາດໃຫ້ຄວາມໝັ້ນໃຈໄດ້. ຂະນະທີ່ທ່ານອ່ານ ມໍມອນ 5:8–24 ແລະ 6:16–22, ທ່ານຮຽນຮູ້ຫຍັງແດ່ກ່ຽວກັບຄວາມຮູ້ສຶກຂອງພຣະບິດາເທິງສະຫວັນ ແລະ ພຣະເຢຊູຕໍ່ທ່ານ, ແມ່ນແຕ່ໃນເວລາທີ່ທ່ານເຮັດບາບ? ທ່ານຮູ້ສຶກວ່າພຣະເຢຊູຄຣິດໄດ້ວາພຣະພາຫາອອກມາຫາທ່ານແນວໃດ? ແລ້ວທ່ານຮູ້ສຶກໄດ້ຮັບການດົນໃຈໃຫ້ເຮັດສິ່ງໃດ?
ເບິ່ງ “ພຣະຜູ້ໄຖ່ແຫ່ງອິດສະຣາເອນ,” ເພງສວດ ແລະ ເພງຂອງເດັກນ້ອຍ, 5 ນຳອີກ.
ແນວຄິດສຳລັບການສິດສອນເດັກນ້ອຍ
ມໍມອນ 1:1–3; 2:1, 23–24; 3:1–3, 12, 17–22
ຄືກັນກັບມໍມອນ, ເຮົາສາມາດຕິດຕາມພຣະເຢຊູຄຣິດ.
-
ຍ້ອນວ່າມໍມອນຍັງນ້ອຍຢູ່ ຕອນເພິ່ນພັດທະນາສັດທາຂອງເພິ່ນໃນພຣະຄຣິດ, ເພິ່ນຈຶ່ງສາມາດເປັນແຮງບັນດານໃຈໃຫ້ກັບລູກໆຂອງທ່ານໄດ້. ບາງທີທ່ານສາມາດອ່ານ ມໍມອນ 1:1–3 ແລະ ລູກໆຂອງທ່ານສາມາດຟັງເບິ່ງວ່າ ມໍມອນມີອາຍຸໄດ້ຈັກປີຕອນອາມມາຣອນໄດ້ມອບພາລະກິດພິເສດໃຫ້ເພິ່ນ. ທ່ານກໍສາມາດຊ່ວຍພວກເຂົາຊອກຫາຄຸນສົມບັດທີ່ອາມມາຣອນເຫັນໃນຕົວຂອງມໍມອນ ໃນຂໍ້ເຫລົ່ານີ້ນຳອີກ. ຄຸນສົມບັດເຫລົ່ານີ້ຊ່ວຍໃຫ້ເຮົາຕິດຕາມພຣະເຢຊູຄຣິດແນວໃດ?
-
ຍ້ອນວ່າມໍມອນໄດ້ຕິດຕາມພຣະເຢຊູຄຣິດ, ເພິ່ນຈຶ່ງໄດ້ຮັບໂອກາດເພື່ອຮັບໃຊ້ ແລະ ເປັນພອນໃຫ້ແກ່ຄົນອື່ນ. ທ່ານສາມາດເຊື້ອເຊີນລູກໆຂອງທ່ານໃຫ້ອ່ານຂໍ້ພຣະຄຳພີຂໍ້ໜຶ່ງ ຫລື ຫລາຍກວ່ານັ້ນດັ່ງຕໍ່ໄປນີ້ ແລະ ຊ່ວຍໃຫ້ພວກເຂົາແບ່ງປັນກ່ຽວກັບມໍມອນ: ມໍມອນ 1:1–3; 2:1, 23–24; ແລະ 3:1–3, 12, 20–22 (ເບິ່ງ “ບົດທີ 49: ມໍມອນ ແລະ ຄຳສອນຂອງເພິ່ນ,” ເລື່ອງພຣະຄຳພີມໍມອນ, 138–42 ນຳອີກ). ເພິ່ນໄດ້ຕິດຕາມພຣະເຢຊູຄຣິດແນວໃດ? ສັດທາຂອງເພິ່ນໃນພຣະເຢຊູຄຣິດຊ່ວຍເຫລືອ ຫລື ເປັນພອນໃຫ້ແກ່ຄົນອື່ນແນວໃດ? ສັດທາຂອງເຮົາສາມາດຊ່ວຍຜູ້ຄົນທີ່ເຮົາຮູ້ຈັກໄດ້ແນວໃດ?
ຄວາມທຸກໃຈຕາມຢ່າງຊອບພຣະໄທພຣະເຈົ້ານຳພາເຮົາໄປສູ່ພຣະຄຣິດ ແລະ ໄປສູ່ການປ່ຽນແປງທີ່ຍືນຍົງ.
-
ບາງທີທ່ານສາມາດເຮັດຕາຕະລາງຄືກັນກັບອັນທີ່ຢູ່ໃນ “ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ” ເພື່ອຊ່ວຍລູກໆຂອງທ່ານໃຫ້ເຂົ້າໃຈຄວາມແຕກຕ່າງລະຫວ່າງຄວາມທຸກໃຈຕາມຢ່າງໂລກ ແລະ ຄວາມທຸກໃຈຕາມຢ່າງຊອບພຣະໄທພຣະເຈົ້າ ຂະນະທີ່ພວກເຂົາອ່ານ ມໍມອນ 2:8, 10–15. ແລ້ວພວກເຂົາສາມາດຄົ້ນຄວ້າ ມໍມອນ 2:12 ນຳອີກ ເພື່ອຊອກຫາເຫດຜົນວ່າ ເປັນຫຍັງການກັບໃຈຈຶ່ງຄວນເຮັດໃຫ້ “ໃຈ [ຂອງເຮົາ] … ປິຕິຍິນດີ.” ເຮົາຈະແນ່ໃຈໄດ້ແນວໃດວ່າ ຄວາມທຸກໃຈທີ່ເຮົາຮູ້ສຶກສຳລັບບາບຂອງເຮົາ ຈະພາເຮົາໃຫ້ສະແຫວງຫາຄວາມຊ່ວຍເຫລືອຈາກພຣະເຈົ້າເພື່ອປ່ຽນແປງ?
ພຣະບິດາເທິງສະຫວັນປະທານພອນຫລາຍຢ່າງໃຫ້ເຮົາ.
-
ການເຊື້ອເຊີນລູກໆຂອງທ່ານໃຫ້ເຮັດລາຍການ (ຫລື ແຕ້ມຮູບ) ບາງຢ່າງ ທີ່ເຂົາເຈົ້າມີຄວາມກະຕັນຍູຕໍ່ ອາດເປັນວິທີທີ່ດີ ໃນການຊ່ວຍເຫລືອພວກເຂົາໃຫ້ຮູ້ສຶກມີຄວາມກະຕັນຍູຕໍ່ພຣະເຈົ້າ. ຫລັງຈາກພວກເຂົາໄດ້ເຮັດລາຍການແລ້ວ, ທ່ານສາມາດອ່ານ ມໍມອນ 3:3, 9 ແລະ ອະທິບາຍວ່າ ພຣະບິດາເທິງສະຫວັນໄດ້ໃຫ້ພອນແກ່ຊາວນີໄຟເຊັ່ນກັນ, ແຕ່ພວກເຂົາບໍ່ຮັບຮູ້. ເຮົາສາມາດເຮັດຫຍັງແດ່ ເພື່ອສະແດງວ່າເຮົາຂອບພຣະໄທພຣະບິດາເທິງສະຫວັນສຳລັບພອນຂອງເຮົາ?
ພຣະບິດາເທິງສະຫວັນປະສົງໃຫ້ເຮົາຮັກທຸກຄົນ.
-
ເຖິງແມ່ນວ່າຊາວນີໄຟເປັນຄົນຊົ່ວຮ້າຍ, ແຕ່ມໍມອນກໍບໍ່ເຄີຍຢຸດຮັກພວກເຂົາ. ຊ່ວຍລູກໆຂອງທ່ານຊອກຫາຄຳວ່າ “ໄດ້ຮັກ” ແລະ “ຄວາມຮັກ” ໃນ ມໍມອນ 3:12. ພວກທ່ານກໍສາມາດຮ້ອງເພງນຳກັນກ່ຽວກັບການຮັກຄົນອື່ນນຳອີກ, ດັ່ງເຊັ່ນ “ປັນຍາ ແລະ ຄວາມຮັກຍິ່ງໃຫຍ່” (ເພງສວດ ແລະ ເພງຂອງເດັກນ້ອຍ, 20), ຂະນະທີ່ສະແດງຮູບຂອງເດັກນ້ອຍຈາກທົ່ວໂລກ. ເປັນພະຍານເຖິງຄວາມຮັກຂອງພຣະເຈົ້າສຳລັບລູກໆຂອງພຣະອົງທຸກຄົນ.