“ວັນທີ 9–15 ເດືອນທັນວາ: ‘ຂໍໃຫ້ພຣະຄຣິດຈົ່ງຍົກລູກຂຶ້ນ.’ ໂມໂຣໄນ 7–9,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ພຣະຄຳພີມໍມອນ 2024 (2023)
“ວັນທີ 9–15 ເດືອນທັນວາ. ໂມໂຣໄນ 7–9,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: 2024 (2023)
ວັນທີ 9–15 ເດືອນທັນວາ: “ຂໍໃຫ້ພຣະຄຣິດຈົ່ງຍົກລູກຂຶ້ນ”
ໂມໂຣໄນ 7–9
ກ່ອນໂມໂຣໄນໄດ້ສະຫລຸບບັນທຶກ ທີ່ເຮົາຮູ້ຈັກກັນໃນທຸກວັນນີ້ ວ່າເປັນພຣະຄຳພີມໍມອນ ດ້ວຍຖ້ອຍຄຳສຸດທ້າຍຂອງເພິ່ນເອງ, ເພິ່ນໄດ້ແບ່ງປັນຂ່າວສານສາມຢ່າງຈາກມໍມອນ, ບິດາຂອງເພິ່ນ: ຊຶ່ງກ່າວຕໍ່ “ຜູ້ທີ່ຮັກສັນຕິສຸກຂອງພຣະຄຣິດ” (ໂມໂຣໄນ 7:3) ແລະ ຈົດໝາຍສອງສະບັບທີ່ມໍມອນໄດ້ຂຽນເຖິງໂມໂຣໄນ. ບາງທີໂມໂຣໄນໄດ້ລວມຂ່າວສານເຫລົ່ານີ້ຢູ່ໃນພຣະຄຳພີມໍມອນ ເພາະເພິ່ນໄດ້ເຫັນລ່ວງໜ້າເຖິງສິ່ງທີ່ຄ້າຍຄືກັນລະຫວ່າງຄວາມຫຍຸ້ງຍາກໃນວັນເວລາຂອງເພິ່ນ ແລະ ຂອງເຮົາ. ຕອນທີ່ຖ້ອຍຄຳເຫລົ່ານີ້ຖືກຂຽນ, ຜູ້ຄົນຂອງຊາວນີໄຟກຳລັງຫັນໜີຈາກພຣະຜູ້ຊ່ວຍໃຫ້ລອດ. ພວກເຂົາຫລາຍຄົນໄດ້ “ສູນເສຍຄວາມຮັກຂອງພວກເຂົາທີ່ມີຕໍ່ກັນ” ແລະ ເບີກບານໃນ “ທຸກສິ່ງທຸກຢ່າງນອກຈາກສິ່ງທີ່ດີ” (ໂມໂຣໄນ 9:5, 19). ແຕ່ມໍມອນຍັງມີເຫດຜົນສຳລັບຄວາມຫວັງ, ສິດສອນເຮົາວ່າ ຄວາມຫວັງບໍ່ໄດ້ໝາຍເຖິງ ການບໍ່ສົນໃຈ ຫລື ບໍ່ຮູ້ຫຍັງກ່ຽວກັບບັນຫາຂອງໂລກ. ຄວາມຫວັງໝາຍເຖິງການມີສັດທາໃນພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ, ຊຶ່ງອຳນາດຂອງພວກພຣະອົງຍິ່ງໃຫຍ່ກວ່າ ແລະ ທົນທານກວ່າບັນຫາເຫລົ່ານີ້. ມັນໝາຍເຖິງ “[ການ] ຍຶດຖືທຸກສິ່ງທີ່ດີໄວ້” (ໂມໂຣໄນ 7:19). ມັນໝາຍເຖິງການປ່ອຍໃຫ້ການຊົດໃຊ້ຂອງພຣະເຢຊູຄຣິດ “ແລະ ຄວາມຫວັງໃນລັດສະໝີພາບຂອງພຣະອົງ ແລະ ຊີວິດນິລັນດອນ, ມີຢູ່ໃນຈິດໃຈຂອງທ່ານ” (ໂມໂຣໄນ 9:25).
ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ
ຄວາມສະຫວ່າງຂອງພຣະຄຣິດຊ່ວຍເຮົາໃຫ້ຮູ້ລະຫວ່າງຄວາມຈິງ ແລະ ຄວາມຜິດ.
ຫລາຍຄົນສົງໄສວ່າ, “ເຮົາຈະຮູ້ໄດ້ແນວໃດຖ້າຫາກວ່າຄວາມປະທັບໃຈມາຈາກພຣະເຈົ້າ ຫລື ວ່າມາຈາກຄວາມຄິດຂອງເຮົາເອງ?” ຫລື “ໂດຍທີ່ມີການຫລອກລວງຢ່າງຫລວງຫລາຍໃນທຸກວັນນີ້, ເຮົາຈະຮູ້ໄດ້ແນວໃດວ່າອັນໃດຖືກ ຫລື ອັນໃດຜິດ?” ຖ້ອຍຄຳຂອງມໍມອນ ຢູ່ໃນ ໂມໂຣໄນ 7 ໃຫ້ຫລັກທຳຫລາຍຢ່າງແກ່ເຮົາ ທີ່ເຮົາສາມາດໃຊ້ເພື່ອຕອບຄຳຖາມເຫລົ່ານີ້. ໃຫ້ຊອກຫາມັນ ໂດຍສະເພາະໃນ ຂໍ້ທີ 12–20. ທ່ານສາມາດໃຊ້ຄວາມຈິງເຫລົ່ານີ້ເພື່ອຊ່ວຍໃຫ້ທ່ານປະເມີນຂ່າວສານທີ່ທ່ານປະເຊີນ ແລະ ປະສົບການທີ່ທ່ານມີໃນອາທິດນີ້.
ເບິ່ງ ຄູ່ມືພຣະຄຳພີ, “ຄວາມສະຫວ່າງ, ຄວາມສະຫວ່າງຂອງພຣະຄຣິດ,” ຫ້ອງສະໝຸດພຣະກິດຕິຄຸນ; “Patterns of Light: Discerning Light” (ວິດີໂອ) ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ.
ຍ້ອນພຣະເຢຊູຄຣິດ, ເຮົາຈຶ່ງສາມາດ “ຍຶດຖືທຸກສິ່ງທີ່ດີໄວ້.”
ມໍມອນໄດ້ຖາມຄຳຖາມທີ່ເບິ່ງຄືວ່າສຳຄັນເປັນພິເສດໃນທຸກວັນນີ້ວ່າ: “ຈະເປັນໄປໄດ້ແນວໃດ [ທີ່ຈະ] ຍຶດຖືທຸກສິ່ງທີ່ດີໄວ້?” (ໂມໂຣໄນ 7:20). ແລ້ວເພິ່ນໄດ້ສິດສອນກ່ຽວກັບສັດທາໃນພຣະເຢຊູຄຣິດ, ຄວາມຫວັງ, ແລະ ຄວາມໃຈບຸນ. ຂະນະທີ່ທ່ານອ່ານ ຂໍ້ທີ 20–48, ໃຫ້ຊອກຫາວ່າ ຄຸນລັກສະນະແຕ່ລະຢ່າງຈະຊ່ວຍທ່ານພົບເຫັນ ແລະ “ຍຶດຖື” ພຣະກະລຸນາທິຄຸນທີ່ມາຈາກພຣະເຢຊູຄຣິດແນວໃດ. ເປັນຫຍັງຄຸນລັກສະນະເຫລົ່ານີ້ຈຶ່ງຈຳເປັນສຳລັບສານຸສິດຂອງພຣະເຢຊູຄຣິດ?
ເບິ່ງ “Mormon’s Teachings about Faith, Hope, and Charity” (ວິດີໂອ), ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ.
“ຄວາມໃຈບຸນຄືຄວາມຮັກອັນບໍລິສຸດຂອງພຣະຄຣິດ.”
ມໍມອນໄດ້ສັງເກດເຫັນວ່າ ສັດທາ ແລະ ຄວາມຫວັງຂອງເຮົາໃນພຣະເຢຊູຄຣິດຈະນຳພາເຮົາໃຫ້ມີຄວາມໃຈບຸນ. ແຕ່ຄວາມໃຈບຸນຄືຫຍັງ? ທ່ານອາດຂຽນວ່າ ຄວາມໃຈບຸນຄື … ແລະ ແລ້ວອ່ານ ໂມໂຣໄນ 7:44–48, ຊອກຫາຖ້ອຍຄຳ ຫລື ວະລີທີ່ສາມາດປະກອບປະໂຫຍກນີ້ໃຫ້ສົມບູນ. ເມື່ອທ່ານເຮັດສຳເລັດແລ້ວ, ໃຫ້ພິຈາລະນາທີ່ຈະໃຊ້ພຣະນານຂອງ ພຣະເຢຊູຄຣິດ ແທນຄຳວ່າ ຄວາມໃຈບຸນ. ສິ່ງນີ້ສິດສອນທ່ານຫຍັງແດ່ກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ? ພຣະເຢຊູຄຣິດໄດ້ສາທິດຄວາມຮັກອັນບໍລິສຸດຂອງພຣະອົງແນວໃດ? ໃຫ້ຄິດເຖິງຕົວຢ່າງຈາກພຣະຄຳພີ ແລະ ຈາກຊີວິດຂອງທ່ານເອງ?
ປະທານດາລິນ ເອັຈ ໂອກສ໌ ໄດ້ສັງເກດວ່າ: “ເຫດຜົນທີ່ຄວາມໃຈບຸນບໍ່ເຄີຍລົ້ມເຫລວ ແລະ ເຫດຜົນທີ່ຄວາມໃຈບຸນຍິ່ງໃຫຍ່ຫລາຍກວ່າເກົ່າ ແມ່ນແຕ່ຍິ່ງໃຫຍ່ກວ່າການກະທຳຄວາມດີທີ່ສຳຄັນທີ່ສຸດ … ຄືວ່າ ຄວາມໃຈບຸນນັ້ນ, ‘ຄວາມຮັກອັນບໍລິສຸດຂອງພຣະຄຣິດ’ [ໂມໂຣໄນ 7:47], ບໍ່ແມ່ນ ການກະທຳ ແຕ່ແມ່ນ ສະພາບ ຫລື ການເປັນຄົນໃຈບຸນ. … ຄວາມໃຈບຸນຄືສິ່ງທີ່ບຸກຄົນກາຍເປັນ” (“The Challenge to Become,” Ensign, Nov. 2000, 34). ໂດຍມີຄຳຖະແຫລງການນີ້ຢູ່ໃນໃຈ, ທ່ານສາມາດອ່ານຂ່າວສານຂອງແອວເດີ ມາຊີໂມ ເດເຟໂອ “Pure Love: The True Sign of Every True Disciple of Jesus Christ” (Liahona, May 2018, 81–83). ຄວາມໃຈບຸນມີຜົນກະທົບຕໍ່ການເປັນສານຸສິດຂອງທ່ານແນວໃດ? ທ່ານສາມາດ “ຍຶດໝັ້ນຢູ່ກັບຄວາມໃຈບຸນ” ໄດ້ແນວໃດ? (ຂໍ້ທີ 46).
ເບິ່ງ 1 ໂກຣິນໂທ 13:1–13; ອີເທີ 12:33–34; “ຮັກທີ່ບ້ານ,” ເພງສວດ ແລະ ເພງຂອງເດັກນ້ອຍ, 48; “Charity: An Example of the Believers” (ວິດີໂອ), ຫ້ອງສະໝຸດພຣະກິດຕິຄຸນ; Gospel Topics, “Charity,” ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ.
ຄວາມໃຈຮ້າຍນຳໄປສູ່ຄວາມເສົ້າສະຫລົດໃຈ ແລະ ຄວາມທຸກທໍລະມານ.
ກົງກັນຂ້າມກັບຂ່າວສານແຫ່ງຄວາມຮັກຂອງມໍມອນຢູ່ໃນ ໂມໂຣໄນ 7:44–48, ສານສະບັບທີສອງຂອງມໍມອນເຖິງໂມໂຣໄນແມ່ນລວມທັງຄຳເຕືອນຕໍ່ຕ້ານກັບບາງສິ່ງທີ່ຫລາຍຄົນຕໍ່ສູ້ດີ້ນລົນໃນທຸກວັນນີ້ ນັ້ນຄື—ຄວາມໃຈຮ້າຍ. ອີງຕາມ ໂມໂຣໄນ 9:3–5, ຜົນທີ່ຕາມມາບາງຢ່າງຈາກຄວາມໃຈຮ້າຍຂອງຊາວນີໄຟນັ້ນມີຫຍັງແດ່? ມີຄຳເຕືອນໃດແດ່ທີ່ເຮົາສາມາດຮຽນຮູ້ຈາກ ຂໍ້ທີ 3–5, 18–20, 23?
ເບິ່ງ Gordon B. Hinckley, “Slow to Anger,” Liahona, Nov. 2007, 62–66 ນຳອີກ.
ເຮົາສາມາດມີຄວາມຫວັງໃນພຣະຄຣິດ ບໍ່ວ່າສະຖານະການຂອງເຮົາຈະເປັນແນວໃດກໍຕາມ.
ຫລັງຈາກໄດ້ບັນຍາຍເຖິງຄວາມຊົ່ວຮ້າຍທີ່ເພິ່ນໄດ້ເຫັນແລ້ວ, ມໍມອນໄດ້ບອກລູກຊາຍຂອງເພິ່ນບໍ່ໃຫ້ໂສກເສົ້າ. ແມ່ນຫຍັງທີ່ປະທັບໃຈທ່ານຫລາຍກ່ຽວກັບຂ່າວສານຂອງມໍມອນເລື່ອງຄວາມຫວັງ? ພຣະຄຣິດຈະ “ຍົກ [ທ່ານ] ຂຶ້ນ” ໝາຍຄວາມວ່າແນວໃດ? ຄຸນລັກສະນະຂອງພຣະຄຣິດ ແລະ ຫລັກທຳພຣະກິດຕິຄຸນຂອງພຣະອົງຢ່າງໃດແດ່ທີ່ “ມີຢູ່ໃນຈິດໃຈຂອງ [ທ່ານ]” ແລະ ໃຫ້ຄວາມຫວັງແກ່ທ່ານ? (ໂມໂຣໄນ 9:25).
ເບິ່ງ Russell M. Nelson, “Joy and Spiritual Survival,” Liahona, Nov. 2016, 81–84 ນຳອີກ.
ແນວຄິດສຳລັບການສິດສອນເດັກນ້ອຍ
ຖ້າເຮົາມີສັດທາໃນພຣະເຢຊູຄຣິດ, ເຮົາສາມາດເຮັດສິ່ງໃດກໍໄດ້ທີ່ພຣະອົງປະສົງໃຫ້ເຮົາເຮັດ.
-
ໃຫ້ພິຈາລະນາທີ່ຈະເບິ່ງຮູບສາມສີ່ໃບນຳກັນ ທີ່ສະແດງໃຫ້ເຫັນບາງຄົນຈາກພຣະຄຳພີ ທີ່ກຳລັງສຳເລັດສິ່ງທີ່ສຳຄັນບາງຢ່າງ (ເບິ່ງ, ຍົກຕົວຢ່າງ, ປຶ້ມຮູບພຣະກິດຕິຄຸນ, ເລກທີ 19, 70, 78, 81). ການມີສັດທາໃນພຣະເຢຊູຄຣິດສ້າງຄວາມແຕກຕ່າງໃນຕົວຢ່າງເຫລົ່ານີ້ແນວໃດ? ແລ້ວທ່ານ ແລະ ລູກໆຂອງທ່ານສາມາດອ່ານ ໂມໂຣໄນ 7:33, ຊອກຫາສິ່ງທີ່ເຮົາສາມາດເຮັດໄດ້ເມື່ອເຮົາມີສັດທາໃນພຣະເຢຊູຄຣິດ. ທ່ານຍັງສາມາດແບ່ງປັນປະສົບການນຳກັນ ຕອນທີ່ພຣະເຈົ້າໄດ້ອວຍພອນທ່ານດ້ວຍອຳນາດທີ່ຈະເຮັດຕາມພຣະປະສົງຂອງພຣະອົງ.
ການເຊື່ອໃນພຣະເຢຊູຄຣິດສາມາດໃຫ້ຄວາມຫວັງແກ່ເຮົາ.
-
ຂະນະທີ່ທ່ານອ່ານ ໂມໂຣໄນ 7:41 ໃຫ້ລູກໆຟັງ, ບາງທີພວກເຂົາສາມາດຍົກມືຂຶ້ນ ເມື່ອພວກເຂົາໄດ້ຍິນມໍມອນກ່າວເຖິງສິ່ງທີ່ເຮົາຄວນມຸ້ງຫວັງ. ບອກພວກເຂົາກ່ຽວກັບຄວາມຫວັງທີ່ທ່ານຮູ້ສຶກ ຍ້ອນພຣະເຢຊູຄຣິດ.
-
ທ່ານ ແລະ ລູກໆຂອງທ່ານສາມາດຄິດເຖິງຄົນໃດຄົນໜຶ່ງ ຜູ້ທີ່ອາດມີຄວາມຫຍຸ້ງຍາກກັບອັນໃດບາງຢ່າງ. ບາງທີລູກໆຂອງທ່ານສາມາດແຕ້ມຮູບໃຫ້ບຸກຄົນນັ້ນທີ່ສາມາດເຕືອນເຂົາໃຫ້ມີຄວາມຫວັງໃນພຣະເຢຊູຄຣິດ.
ເຮົາສາມາດມີຄວາມຫວັງໃນພຣະເຢຊູຄຣິດ, ແມ່ນແຕ່ລະຫວ່າງການທົດລອງທີ່ຫຍຸ້ງຍາກ.
-
ເພື່ອສິດສອນລູກໆຂອງທ່ານກ່ຽວກັບຄວາມຫວັງໃນພຣະເຢຊູຄຣິດ, ທ່ານສາມາດເອົານ້ຳໃສ່ພາຊະນະໃສ ແລະ ວາງສິ່ງຂອງສອງຢ່າງລົງໃນນ້ຳ—ອັນໜຶ່ງຟູ ແລະ ອີກອັນໜຶ່ງຈົມ. ຂະນະທີ່ພວກທ່ານອ່ານ ໂມໂຣໄນ 7:40–41 ແລະ 9:25–26 ນຳກັນ, ລູກໆຂອງທ່ານສາມາດຊອກຫາສິ່ງທີ່ຄວາມຫວັງເຮັດຫຍັງເພື່ອເຮົາ. ແລ້ວພວກເຂົາສາມາດປຽບທຽບສິ່ງຂອງທີ່ຟູໃສ່ກັບຄົນໆໜຶ່ງ ຜູ້ທີ່ມີຄວາມຫວັງໃນພຣະຄຣິດ. ພຣະອົງ “ຍົກ [ເຮົາ] ຂຶ້ນ” ແນວໃດເມື່ອເຮົາປະເຊີນໜ້າກັບການທົດລອງທີ່ຫຍຸ້ງຍາກ? ຊ່ວຍລູກໆຂອງທ່ານໃຫ້ຄິດເຖິງວິທີທີ່ພວກເຂົາສາມາດຮັກສາພຣະຜູ້ຊ່ວຍໃຫ້ລອດ ແລະ ຄຳສອນທີ່ໃຫ້ກຳລັງໃຈຂອງພຣະອົງໄວ້ “ຢູ່ໃນຈິດໃຈ [ຂອງພວກເຂົາ] ຕະຫລອດໄປ.”
“ຄວາມໃຈບຸນຄືຄວາມຮັກອັນບໍລິສຸດຂອງພຣະຄຣິດ.”
-
ເພງກ່ຽວກັບຄວາມຮັກ, ດັ່ງເຊັ່ນ “ຮັກທີ່ບ້ານ” (ເພງສວດ ແລະ ເພງຂອງເດັກນ້ອຍ, 48), ອາດເລີ່ມຕົ້ນການສົນທະນາກັນກ່ຽວກັບວ່າ ຄວາມໃຈບຸນນັ້ນຄືຫຍັງ? ທ່ານສາມາດອ່ານ ຫລື ສະຫລຸບ ໂມໂຣໄນ 7:47 ແລະ ເຊື້ອເຊີນໃຫ້ລູກໆຂອງທ່ານແຕ້ມຮູບຂອງຕົນເອງສະແດງຄວາມຮັກຕໍ່ຄົນໃດຄົນໜຶ່ງ. ແນະນຳພວກເຂົາວ່າໃຫ້ພວກເຂົາວາງຮູບນັ້ນຢູ່ໃນບ່ອນທີ່ມັນຈະເຕືອນພວກເຂົາໃຫ້ຮັກຄົນອື່ນດັ່ງທີ່ພຣະເຢຊູຮັກ.
-
ທ່ານຈະດົນໃຈລູກໆຂອງທ່ານໃຫ້ຄົ້ນຫາ ແລະ ພັດທະນາຄວາມຮັກອັນບໍລິສຸດຂອງພຣະຄຣິດຢູ່ໃນໃຈຂອງພວກເຂົາແນວໃດ? ບາງທີທ່ານສາມາດຊ່ວຍໃຫ້ພວກເຂົາຄິດເຖິງວິທີທີ່ພຣະເຢຊູໄດ້ສະແດງຄວາມໃຈບຸນ (ເບິ່ງ, ຍົກຕົວຢ່າງ, ລູກາ 23:34; ໂຢຮັນ 8:1–11; ອີເທີ 12:33–34). ເຮົາຈະເຮັດຕາມຕົວຢ່າງຂອງພຣະອົງແນວໃດ?