ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 16–22 ເດືອນ​ທັນ​ວາ: “ຈົ່ງ​ມາ​ຫາ​ພຣະ​ຄຣິດ, ແລະ ຖືກ​ເຮັດ​ໃຫ້​ເປັນ​ຄົນ​ດີ​ພ້ອມ​ໃນ​ພຣະ​ອົງ.” ໂມ​ໂຣ​ໄນ 10


“ວັນ​ທີ 16–22 ເດືອນ​ທັນ​ວາ: ‘ຈົ່ງ​ມາ​ຫາ​ພຣະ​ຄຣິດ, ແລະ ຖືກ​ເຮັດ​ໃຫ້​ເປັນ​ຄົນ​ດີ​ພ້ອມ​ໃນ​ພຣະ​ອົງ.’ ໂມ​ໂຣ​ໄນ 10,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2023)

“ວັນ​ທີ 16–22 ເດືອນ​ທັນ​ວາ. ໂມ​ໂຣ​ໄນ 10,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2023)

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ປະ​ກົດ​ຕົວ​ຕໍ່​ຊາວ​ນີ​ໄຟ

That Ye May Know [ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ຮູ້], ໂດຍ ແກ​ຣີ ແອວ ແຄັບ

ວັນ​ທີ 16–22 ເດືອນ​ທັນ​ວາ: “ຈົ່ງ​ມາ​ຫາ​ພຣະ​ຄຣິດ, ແລະ ຖືກ​ເຮັດ​ໃຫ້​ເປັນ​ຄົນ​ດີ​ພ້ອມ​ໃນ​ພຣະ​ອົງ”

ໂມ​ໂຣ​ໄນ 10

ພຣະ​ຄຳ​ພີ​ມໍ​ມອນ​ເປີດ​ດ້ວຍ​ຄຳ​ສັນ​ຍາ​ຂອງ​ນີ​ໄຟ ທີ່​ສະ​ແດງ​ໃຫ້​ເຮົາ​ເຫັນ​ວ່າ “ຄວາມ​ເມດ​ຕາ​ອັນ​ລະ​ອຽດ​ອ່ອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມີ​ຢູ່​ເໜືອ​ທຸກ​ຄົນ​ທີ່​ພຣະ​ອົງ​ເລືອກ​ໄວ້, ເປັນ​ເພາະ​ສັດ​ທາ​ຂອງ​ພວກ​ເຂົາ” (1 ນີ​ໄຟ 1:20). ພຣະ​ຄຳ​ພີ​ປິດ​ດ້ວຍ​ຄຳ​ເຊື້ອ​ເຊີນ​ທີ່​ຂະ​ໜານ​ກັນ​ຈາກ​ໂມ​ໂຣ​ໄນ: “ຈື່​ຈຳ​ໄວ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ເມດ​ຕາ … ຫລາຍ​ພຽງ​ໃດ” (ໂມ​ໂຣ​ໄນ 10:2–3). ຕົວ​ຢ່າງ​ໃດ​ແດ່​ຂອງ​ຄວາມ​ເມດ​ຕາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ທ່ານ​ເຄີຍ​ເຫັນ​ໃນ​ພຣະ​ຄຳ​ພີ​ມໍ​ມອນ? ທ່ານ​ອາດ​ຄິດ​ເຖິງ​ວິ​ທີ​ແຫ່ງ​ຄວາມ​ເມດ​ຕາ​ທີ່​ພຣະ​ເຈົ້າ​ໄດ້​ນຳ​ພາ​ຄອບ​ຄົວ​ຂອງ​ລີ​ໄຮ ຜ່ານ​ຜ່າ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ແລະ ຂ້າມ​ຜືນ​ນ້ຳ​ອັນ​ກວ້າງ​ໃຫຍ່, ຄວາມ​ເມດ​ຕາ​ອັນ​ອ່ອນ​ໂຍນ​ທີ່​ພຣະ​ອົງ​ໄດ້​ສະ​ແດງ​ຕໍ່​ເອ​ໂນດ ເມື່ອ​ຈິດ​ວິນ​ຍານ​ຂອງ​ເພິ່ນ​ຫິວ​ໂຫຍ​ການ​ໃຫ້​ອະ​ໄພ, ຫລື ຄວາມ​ເມດ​ຕາ​ທີ່​ພຣະ​ອົງ​ໄດ້​ສະ​ແດງ​ຕໍ່​ແອວ​ມາ, ສັດ​ຕູ​ທີ່​ຂົມ​ຂື່ນ​ຂອງ​ສາດ​ສະ​ໜາ​ຈັກ ຜູ້​ທີ່​ໄດ້​ກາຍ​ເປັນ​ຜູ້​ປົກ​ປ້ອງ​ທີ່​ບໍ່​ມີ​ຄວາມ​ຢ້ານ​ກົວ​ຂອງ​ສາດ​ສະ​ໜາ​ຈັກ. ຫລື ຄວາມ​ຄິດ​ຂອງ​ທ່ານ​ອາດ​ຫັນ​ໄປ​ສູ່​ຄວາມ​ເມດ​ຕາ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສະ​ແດງ​ຕໍ່​ຜູ້​ຄົນ ເມື່ອ​ພຣະ​ອົງ​ໄດ້​ປິ່ນ​ປົວ​ຄົນ​ເຈັບ​ປ່ວຍ ແລະ ໃຫ້​ພອນ​ແກ່​ເດັກ​ນ້ອຍໆ. ບາງ​ທີ ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ, ທັງ​ໝົດ​ນີ້​ສາ​ມາດ​ເຕືອນ​ທ່ານ​ເຖິງ “ພຣະ​ຜູ້​ເປັນ​ເຈົ້າ​ເມດ​ຕາ … ຫລາຍ​ພຽງ​ໃດ” ຕໍ່​ທ່ານ, ເພາະ​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ຖືກ​ຂຽນ​ໄວ້​ເພື່ອ​ເຊື້ອ​ເຊີນ​ເຮົາ​ແຕ່​ລະ​ຄົນ​ໃຫ້​ຮັບ​ເອົາ​ຄວາມ​ເມດ​ຕາ​ຂອງ​ພຣະ​ເຈົ້າ—ຄຳ​ເຊື້ອ​ເຊີນ​ຊຶ່ງ​ມີ​ຢູ່​ພຽງ​ແຕ່​ໃນ​ຄຳ​ກ່າວ​ອຳ​ລາ​ຂອງ​ໂມ​ໂຣ​ໄນ ທີ່​ວ່າ, “ຈົ່ງ​ມາ​ຫາ​ພຣະ​ຄຣິດ, ແລະ ຖືກ​ເຮັດ​ໃຫ້​ເປັນ​ຄົນ​ດີ​ພ້ອມ​ໃນ​ພຣະ​ອົງ” (ໂມ​ໂຣ​ໄນ 10:32).

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ໂບດ ແລະ ຢູ່​ທີ່​ບ້ານ

ໂມ​ໂຣ​ໄນ 10:3–7

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ເຮົາ​ສາ​ມາດ​ຮູ້​ຈັກ​ຄວາມ​ຈິງ​ຂອງ​ທຸກ​ເລື່ອງ ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ຄຳ​ສັນ​ຍາ​ຢູ່​ໃນ ໂມ​ໂຣ​ໄນ 10:3–7 ໄດ້​ປ່ຽນ​ແປງ​ຊີ​ວິດ​ຂອງ​ຫລາຍ​ລ້ານ​ຄົນ​ຕະ​ຫລອດ​ທົ່ວ​ໂລກ. ມັນ​ໄດ້​ປ່ຽນ​ແປງ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ? ຂະ​ນະ​ທີ່​ທ່ານ​ອ່ານ ໂມ​ໂຣ​ໄນ 10:3–7, ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ອ່ານ​ຢ່າງ​ລະ​ອຽດ​ກວ່າ​ທີ່​ທ່ານ​ອາດ​ເຄີຍ​ເຮັດ​ຜ່ານ​ມາ. ທ່ານ​ສາ​ມາດ​ກວດ​ກາ​ເບິ່ງ​ແຕ່​ລະ​ວະ​ລີ, ຖາມ​ຕົວ​ເອງ​ດັ່ງ​ເຊັ່ນ: ສິ່ງ​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ເຮົາ​ຈະ​ເຮັດ​ສິ່ງ​ນີ້​ໄດ້​ດີ​ກວ່າ​ເກົ່າ​ແນວ​ໃດ? ເຮົາ​ມີ​ປະ​ສົບ​ການ​ໃດ​ແດ່​ກັບ​ສິ່ງ​ນີ້?

ຂະ​ນະ​ທີ່​ທ່ານ​ໄຕ່​ຕອງ​ການ​ຄົ້ນ​ຫາ​ຄວາມ​ຈິງ​ຝ່າຍ​ວິນ​ຍານ​ສ່ວນ​ຕົວ​ຂອງ​ທ່ານ​ນັ້ນ, ມັນ​ອາດ​ຊ່ວຍ​ໃຫ້​ທ່ານ​ຮຽນ​ຮູ້​ວ່າ ຄົນ​ອື່ນ​ໄດ້​ພົບ​ຄວາມ​ຈິງ​ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ແນວ​ໃດ. ແອວ​ເດີ ມາ​ຕີ​ອາສ໌ ແຮວດ໌ ໄດ້​ເລົ່າ​ປະ​ສົບ​ການ​ຂອງ​ເພິ່ນ​ຕອນ​ເປັນ​ສະ​ມາ​ຊິກ​ໃໝ່​ຂອງ​ສາດ​ສະ​ໜາ​ຈັກ (ເບິ່ງ “Seeking Knowledge by the Spirit,” Liahona, May 2019, 31–33). ແອວ​ເດີ ເດ​ວິດ ແອັຟ ອີ​ແວນສ໌ ໄດ້​ເລົ່າ​ປະ​ສົບ​ການ​ຂອງ​ເພິ່ນ ເຖິງ​ແມ່ນ​ໄດ້​ເຕີບ​ໃຫຍ່​ໃນ​ສາດ​ສະ​ໜາ​ຈັກ ແຕ່​ກໍ​ຍັງ​ມີ​ຄຳ​ຖາມ​ຢູ່ (ເບິ່ງ “The Truth of All Things,” Liahona, Nov. 2017, 68–70). ໃຫ້​ພິ​ຈາ​ລະ​ນາ​ອ່ານ​ໜຶ່ງ ຫລື ທັງ​ສອງ​ຂ່າວ​ສານ​ນີ້ ແລະ ຂຽນ​ສິ່ງ​ໃດ​ກໍ​ຕາມ​ທີ່​ທ່ານ​ຮຽນ​ຮູ້​ຈາກ​ການ​ຄົ້ນ​ຫາ​ຄວາມ​ຈິງ​ຂອງ​ພວກ​ເພິ່ນ ທີ່​ຊ່ວຍ​ທ່ານ​ໃນ​ການ​ຄົ້ນ​ຫາ​ຄວາມ​ຈິງ​ຂອງ​ທ່ານ.

ທ່ານ​ອາດ​ສຳ​ຫລວດ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ສິດ​ສອນ​ກ່ຽວ​ກັບ​ຄວາມ​ຈິງ​ເຊັ່ນ​ກັນ ໂດຍ​ການ​ອ່ານ​ບາງ​ຂໍ້​ໃນ​ຄູ່​ມື​ພຣະ​ຄຳ​ພີ, “ຈິງ, ຄວາມ​ຈິງ” (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ). ຂໍ້​ພຣະ​ຄຳ​ພີ​ຂໍ້​ໃດ​ທີ່​ໃຫ້​ຄວາມ​ເຂົ້າ​ໃຈ​ເລິກ​ເຊິ່ງ​ແກ່​ທ່ານ​ໂດຍ​ສະ​ເພາະ? ບາງ​ທີ ທ່ານ​ກໍ​ສາ​ມາດ​ເລືອກ​ເອົາ​ຂໍ້​ໜຶ່ງ​ເພື່ອ​ແບ່ງ​ປັນ​ກັບ​ຄົນ​ອື່ນ​ທີ່​ກຳ​ລັງ​ສະ​ແຫວງ​ຫາ​ຄວາມ​ຈິງ​ໂດຍ​ພຣະ​ວິນ​ຍານ.

ເບິ່ງ Henry B. Eyring, “The Faith to Ask and then to Act,” Liahona, Nov. 2021, 74–76; “ບອກ​ມາ ສັດ​ຈະ​ຄື​ຫຍັງ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 34; Gospel Topics, “Seek Truth and Avoid Deception,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ. ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຕໍ່​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ນັ້ນ ໝາຍ​ເຖິງ​ທັງ​ການ​ຮູ້​ຈັກ ແລະ ການ​ດຳ​ເນີນ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ. ທ່ານ​ມີ​ແນວ​ໂນ້ມ​ທີ່​ຈະ​ປະ​ຕິ​ບັດ​ຕາມ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້ ຖ້າ​ທ່ານ​ຂຽນ​ມັນ​ລົງ. ຖ້າ​ທ່ານ​ກຳ​ລັງ​ສິດ​ສອນ, ໃຫ້​ເຊື້ອ​ເຊີນ​ຄົນ​ທີ່​ທ່ານ​ສິດ​ສອນ​ໃຫ້​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ທາງ​ວິນ​ຍານ​ຂອງ​ເຂົາ​ເຈົ້າ.

ໂມ​ໂຣ​ໄນ 10:8–25

ພຣະ​ເຈົ້າ​ໄດ້​ມອບ​ຂອງ​ປະ​ທານ​ຝ່າຍ​ວິນ​ຍານ​ໃຫ້​ແກ່​ເຮົາ.

ມີ​ຫລາຍ​ວິ​ທີ​ທາງ​ທີ່​ບຸກ​ຄົນ​ອາດ “ປະ​ຕິ​ເສດ … ຂອງ​ປະ​ທານ​ຂອງ​ພຣະ​ເຈົ້າ” (ໂມ​ໂຣ​ໄນ 10:8). ບາງ​ຄົນ​ປະ​ຕິ​ເສດ​ວ່າ ຂອງ​ປະ​ທານ​ເຫລົ່າ​ນີ້​ບໍ່​ມີ​ຈິງ. ບາງ​ຄົນ​ປະ​ຕິ​ເສດ​ຂອງ​ປະ​ທານ​ຂອງ​ຕົນ ໂດຍ​ການ​ບໍ່​ສົນ​ໃຈ​ກັບ​ມັນ ຫລື ບໍ່​ພັດ​ທະ​ນາ​ມັນ. ຂະ​ນະ​ທີ່​ທ່ານ​ອ່ານ ໂມ​ໂຣ​ໄນ 10:8–25, ໃຫ້​ຊອກ​ຫາ​ຄວາມ​ຈິງ​ທີ່​ຈະ​ຊ່ວຍ​ທ່ານ​ໃຫ້​ຄົ້ນ​ພົບ​ຂອງ​ປະ​ທານ​ທາງ​ວິນ​ຍານ​ຂອງ​ທ່ານ ແລະ ໃຊ້​ມັນ​ເພື່ອ​ເປັນ​ພອນ​ໃຫ້​ແກ່​ລູກໆ​ຂອງ​ພຣະ​ເຈົ້າ. ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້​ອາດ​ຊ່ວຍ​ໄດ້: ຂອງ​ປະ​ທານ​ຝ່າຍ​ວິນ​ຍານ​ຂອງ​ທ່ານ​ແມ່ນ​ຫຍັງ? ມັນ​ຖືກ​ມອບ​ໃຫ້​ໃຜ? ເປັນ​ຫຍັງ​ມັນ​ຈຶ່ງ​ຖືກ​ມອບ​ໃຫ້? ເຮົາ​ຈະ​ຮັບ​ມັນ​ໄດ້​ແນວ​ໃດ? ທ່ານ​ສາ​ມາດ​ນຶກ​ເຖິງ​ຕົວ​ຢ່າງ​ຂອງ​ຄົນ​ທີ່​ໃຊ້​ຂອງ​ປະ​ທານ​ທີ່​ມີ​ລະ​ບຸ​ໄວ້​ໃນ ໂມ​ໂຣ​ໄນ 10:9–16 ໄດ້​ບໍ່?

ໂມ​ໂຣ​ໄນ 10:30–33

ເຮົາ​ສາ​ມາດ​ດີ​ພ້ອມ​ຜ່ານ​ທາງ​ພຣະ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຄຳ​ແນະ​ນຳ​ຂອງ​ໂມ​ໂຣ​ໄນ​ໃຫ້ “ມາ​ຫາ​ພຣະ​ຄຣິດ” ມີ​ສ່ວນ​ຮ່ວມ​ຫລາຍ​ກວ່າ​ການ​ຮຽນ​ຮູ້ ແລະ ການ​ຄິດ​ກ່ຽວ​ກັບ​ພຣະ​ອົງ. ແຕ່, ສິ່ງ​ນີ້​ເປັນ​ຄຳ​ເຊື້ອ​ເຊີນ​ໃຫ້​ມາ​ຫາ​ພຣະ​ຄຣິດ ໃນ​ຄວາມ​ໝາຍ​ທີ່​ສົມ​ບູນ​ທີ່​ສຸດ—ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ. ຂະ​ນະ​ທີ່​ທ່ານ​ອ່ານ ໂມ​ໂຣ​ໄນ 10:30–33, ໃຫ້​ສັງ​ເກດ​ເບິ່ງ​ວະ​ລີ​ທີ່​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ວ່າ ການ​ມາ​ຫາ​ພຣະ​ຄຣິດ​ນັ້ນ​ໝາຍ​ຄວາມ​ວ່າ​ແນວ​ໃດ, ມັນ​ເປັນ​ໄປ​ໄດ້​ແນວ​ໃດ, ແລະ ຜົນ​ໄດ້​ຮັບ​ຂອງ​ການ​ເຮັດ​ເຊັ່ນ​ນັ້ນ​ເປັນ​ແນວ​ໃດ.

ໃຫ້​ເບິ່ງ​ຄືນ​ຫລັງ​ເຖິງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ​ຂອງ​ທ່ານ​ໃນ​ປີ​ນີ້, ແລະ ໄຕ່​ຕອງ​ສິ່ງ​ທີ່​ທ່ານ​ໄດ້​ຮູ້​ສຶກ ແລະ ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ. ຍົກ​ຕົວ​ຢ່າງ, ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ຊ່ວຍ​ໃຫ້​ທ່ານ​ມາ​ຫາ​ພຣະ​ອົງ​ແນວ​ໃດ? ມັນ​ໄດ້​ຊ່ວຍ​ໃຫ້​ທ່ານ​ເພິ່ງ​ພາ​ພຣະ​ຄຸນ​ຂອງ​ພຣະ​ອົງ​ຢ່າງ​ສົມ​ບູນ​ຂຶ້ນ​ກວ່າ​ເກົ່າ​ແນວ​ໃດ? ມັນ​ໄດ້​ຊ່ວຍ​ທ່ານ “ບໍ່​ໃຫ້​ປະ​ຕິ​ເສດ” ອຳ​ນາດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແນວ​ໃດ? ໃຫ້​ພິ​ຈາ​ລະ​ນາ​ແບ່ງ​ປັນ​ຄຳ​ພະ​ຍານ​ຂອງ​ທ່ານ​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ​ກັບ​ຄົນ​ທີ່​ຕ້ອງ​ການ​ໄດ້​ຍິນ​ມັນ, ລວມ​ທັງ​ຄົນ​ທີ່​ທ່ານ​ຮັກ ແລະ ໝູ່​ເພື່ອນ​ທີ່​ອາດ​ບໍ່​ຮູ້​ຈັກ​ຂ່າວ​ສານ​ຂອງ​ມັນ.

ເບິ່ງ “Moroni Invites All to Come unto Christ” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ໂມ​ໂຣ​ໄນ 10:3–4

ເຮົາ​ສາ​ມາດ​ຮູ້​ໄດ້​ດ້ວຍ​ຕົວ​ຂອງ​ເຮົາ​ເອງ​ວ່າ ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ຄວາມ​ຈິງ.

  • ທ່ານ​ຈະ​ສາ​ມາດ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ຍອມ​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ໂມ​ໂຣ​ໂນ​ໃຫ້​ທູນ​ຖາມ​ພຣະ​ເຈົ້າ​ວ່າ​ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ຄວາມ​ຈິງ​ຫລື​ບໍ່ ໄດ້​ແນວ​ໃດ? ໃຫ້​ພິ​ຈາ​ລະ​ນາ​ເອົາ​ແຜ່ນ​ເຈ້ຍ​ທີ່​ມີ​ຄຳ​ວ່າ ອ່ານ, ຈື່​ຈຳ, ໄຕ່​ຕອງ, ແລະ ທູນ​ຖາມ ໃຫ້​ພວກ​ເຂົາ. ລູກໆ​ຂອງ​ທ່ານ​ສາ​ມາດ​ພົບ​ຄຳ​ເຫລົ່າ​ນີ້​ໃນ ໂມ​ໂຣ​ໄນ 10:3–4. ເຮົາ​ຄວນ​ອ່ານ, ຈື່​ຈຳ, ໄຕ່​ຕອງ, ແລະ ທູນ​ຖາມ​ຫຍັງ ເພື່ອ​ທີ່​ຈະ​ໄດ້​ຮັບ ແລະ ເສີມ​ສ້າງ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ? ລູກໆ​ຂອງ​ທ່ານ​ຍັງ​ສາ​ມາດ​ຊອກ​ຫາ​ຄວາມ​ຄ້າຍ​ຄື​ກັນ​ລະ​ຫວ່າງ​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້ ແລະ ເພງ “ອະ​ທິ​ຖານ​ຄອບ​ຄົວ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 73) ນຳ​ອີກ.

  • ລູກໆ​ຂອງ​ທ່ານ​ສາ​ມາດ​ນຳ​ໃຊ້​ຮູບ​ພາບ​ທີ່​ຢູ່​ທ້າຍ​ໂຄງ​ຮ່າງ​ນີ້ ເພື່ອ​ເວົ້າ​ກ່ຽວ​ກັບ​ໂມ​ໂຣ​ໄນ​ຝັງ​ແຜ່ນ​ຈາ​ລຶກ​ຄຳ (ເບິ່ງ “ບົດ​ທີ 54: ຄຳ​ສັນ​ຍາ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ,” ​ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ, 156 ນຳ​ອີກ). ລູກ​ຜູ້​ນ້ອຍ​ອາດ​ມ່ວນ​ຊື່ນ​ກັບ​ການ​ທຳ​ທ່າ​ເປັນ​ໂມ​ໂຣ​ໄນ​ທີ່​ກຳ​ລັງ​ຂຽນ​ໃສ່​ແຜ່ນ​ຈາ​ລຶກ ແລະ ຝັງ​ມັນ. ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ພວກ​ທ່ານ​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ​ໃຫ້​ກັນ​ແລະ​ກັນ.

ໂມ​ໂຣ​ໄນ 10:8–19

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ມອບ​ຂອງ​ປະ​ທານ​ຝ່າຍ​ວິນ​ຍານ​ໃຫ້​ແກ່​ເຮົາ.

  • ເພື່ອ​ສິດ​ສອນ​ລູກໆ​ຂອງ​ທ່ານ​ກ່ຽວ​ກັບ​ຂອງ​ປະ​ທານ​ຝ່າຍ​ວິນ​ຍານ, ທ່ານ​ສາ​ມາດ​ຂຽນ​ເລກ 9 ຫາ​ເລກ 16 ລົງ​ໃນ​ເຈ້ຍ​ແຕ່​ລະ​ໃບ ແລະ ຫໍ່​ເຈ້ຍ​ແຕ່​ລະ​ໃບ​ໃຫ້​ຄື​ກັນ​ກັບ​ຂອງ​ຂວັນ. ລູກໆ​ຂອງ​ທ່ານ​ສາ​ມາດ​ປ່ຽນ​ຜຽນ​ກັນ​ແກະ​ຂອງ​ຂວັນ, ອ່ານ​ຂໍ້​ພຣະ​ຄຳ​ພີ​ຈາກ ໂມ​ໂຣ​ໄນ 10:9–16 ທີ່​ສອດ​ຄ່ອງ​ກັບ​ຕົວ​ເລກ, ແລະ ບອກ​ຊື່​ຂອງ​ປະ​ທານ​ຝ່າຍ​ວິນ​ຍານ​ແຕ່​ລະ​ຢ່າງ. ທ່ານ​ສາ​ມາດ​ເວົ້າ​ກ່ຽວ​ກັບ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຢາກ​ໃຫ້​ເຮົາ​ໃຊ້​ຂອງ​ປະ​ທານ​ເຫລົ່າ​ນີ້​ເພື່ອ​ເປັນ​ພອນ​ໃຫ້​ແກ່​ລູກໆ​ຂອງ​ພຣະ​ອົງ​ແນວ​ໃດ. ທ່ານ​ຍັງ​ສາ​ມາດ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ສັງ​ເກດ​ເຫັນ​ຂອງ​ປະ​ທານ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ປະ​ທານ​ໃຫ້​ແກ່​ພວກ​ເຂົາ​ໄດ້​ເຊັ່ນ​ກັນ.

ໂມ​ໂຣ​ໄນ 10:32–33

ພຣະ​ເຢ​ຊູ​ຄຣິດ​ປະ​ສົງ​ໃຫ້​ເຮົາ​ມາ​ຫາ​ພຣະ​ອົງ.

  • ລູກໆ​ຂອງ​ທ່ານ​ຮູ້​ບໍ່​ວ່າ ການ “ມາ​ຫາ​ພຣະ​ຄຣິດ” ໝາຍ​ຄວາມ​ວ່າ​ແນວ​ໃດ? ບາງ​ເທື່ອ ທ່ານ​ສາ​ມາດ​ອ່ານ ໂມ​ໂຣ​ໄນ 10:32 ແລະ ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ກ່າວ​ວະ​ລີ​ນັ້ນ​ຄືນ​ກັບ​ທ່ານ. ແລ້ວ​ພວກ​ເຂົາ​ກໍ​ສາ​ມາດ​ຫລັບ​ຕາ ຂະ​ນະ​ທີ່​ທ່ານ​ວາງ​ຮູບ​ຂອງ​ພຣະ​ເຢ​ຊູ​ໄວ້​ບ່ອນ​ໃດ​ບ່ອນ​ໜຶ່ງ​ໃນ​ຫ້ອງ. ຈາກ​ນັ້ນ​ກໍ​ໃຫ້​ພວກ​ເຂົາ​ເປີດ​ຕາ, ຊອກ​ຫາ​ຮູບ​ນັ້ນ, ລວມ​ຕົວ​ກັນ​ອ້ອມໆ​ມັນ, ແລະ ເວົ້າ​ກ່ຽວ​ກັບ​ວິ​ທີ​ທີ່​ເຮົາ​ສາ​ມາດ​ມາ​ຫາ​ພຣະ​ຄຣິດ. ບາງ​ເທື່ອ ການ​ຂຽນ​ຄຳ​ຖາມ​ທີ່​ວ່າ ການ​ມາ​ຫາ​ພຣະ​ຄຣິດ​ໝາຍ​ຄວາມ​ວ່າ​ແນວ​ໃດ? ອາດ​ສາ​ມາດ​ຊ່ວຍ​ໄດ້. ຊ່ວຍ​ພວກ​ເຂົາ​ຄົ້ນ​ຄວ້າ ໂມ​ໂຣ​ໄນ 10:32–33 ເພື່ອ​ຊອກ​ຫາ​ຄຳ​ຕອບ​ທີ່​ເປັນ​ໄປ​ໄດ້ (ເບິ່ງ ຫລັກ​ແຫ່ງ​ຄວາມ​ເຊື່ອ 1:3–4 ນຳ​ອີກ). ໃຫ້​ຊ່ວຍ​ກັນ​ຂຽນ​ລາຍ​ການ​ສິ່ງ​ທີ່​ພຣະ​ຄຣິດ​ຢາກ​ໃຫ້​ເຮົາ​ເຮັດ ແລະ ສິ່ງ​ທີ່​ພຣະ​ອົງ​ສັນ​ຍາ​ວ່າ​ຈະ​ເຮັດ​ເພື່ອ​ເຮົາ.

  • ບາງ​ເທື່ອ​ລູກໆ​ຂອງ​ທ່ານ​ອາດ​ມ່ວນ​ຊື່ນ​ກັບ​ການ​ເຮັດ ແລະ ຕົກ​ແຕ່ງ​ປ້າຍ​ຮູບ​ຫົວ​ໃຈ​ທີ່​ຂຽນ​ວ່າ “ຂ້ອຍ​ຮັກ​ພຣະ​ເຈົ້າ​ດ້ວຍ​ສຸດ​ພະ​ລັງ, ຄວາມ​ນຶກ​ຄິດ, ແລະ ກຳ​ລັງ​ຂອງ​ຂ້ອຍ” (ເບິ່ງ ໂມ​ໂຣ​ໄນ 10:32). ຂະ​ນະ​ທີ່​ພວກ​ເຂົາ​ເຮັດ​ສິ່ງ​ນັ້ນ, ​ໃຫ້​ເວົ້າ​ລົມ​ກັບ​ພວກ​ເຂົາ​ກ່ຽວ​ກັບ​ວິ​ທີ​ທີ່​ເຮົາ​ສະ​ແດງ​ໃຫ້​ພຣະ​ເຈົ້າ​ເຫັນ​ວ່າ ເຮົາ​ຮັກ​ພຣະ​ອົງ​ແນວ​ໃດ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ໂມ​ໂຣ​ໄນ​ກຳ​ລັງ​ຝັງ​ແຜ່ນ​ຈາ​ລຶກ​ຄຳ

ກ່ອນ​ທີ່​ຈະ​ຝັງ​ບັນ​ທຶກ, ໂມ​ໂຣ​ໄນ​ໄດ້​ເຊື້ອ​ເຊີນ​ເຮົາ​ໃຫ້ “ຈື່​ຈຳ​ໄວ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ເມດ​ຕາ … ຫລາຍ​ພຽງ​ໃດ” (ໂມ​ໂຣ​ໄນ 10:3).

ພິມ