“ສຽງຂອງການຟື້ນຟູ: ຄ້າຍຊີໂອນ,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ຄຳສອນ ແລະ ພັນທະສັນຍາ 2025 (2025)
“ຄ້າຍຊີໂອນ,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: 2025
ສຽງຂອງການຟື້ນຟູ
ຄ້າຍຊີໂອນ
ເປັນເພາະຄ້າຍຊີໂອນບໍ່ໄດ້ຖືກອະນຸຍາດໃຫ້ກັບໄປຢູ່ທີ່ດິນຂອງເຂົາເຈົ້າເອງຢູ່ໃນເຂດແຈ໊ກສັນ, ຫລາຍຄົນຈຶ່ງຮູ້ສຶກວ່າ ການເດີນທາງຂອງເຂົາເຈົ້າລົ້ມເຫລວ. ເຖິງຢ່າງໃດກໍຕາມ, ຫລາຍຄົນທີ່ມີສ່ວນຮ່ວມໃນຄ້າຍຊີໂອນໄດ້ຫວນຄິດກ່ຽວກັບປະສົບການຂອງຕົນ ແລະ ໄດ້ເຫັນພຣະຜູ້ເປັນເຈົ້າບັນລຸຈຸດປະສົງທີ່ສູງກວ່າໃນຊີວິດຂອງເຂົາເຈົ້າ ແລະ ໃນອານາຈັກຂອງພຣະອົງ. ຕໍ່ໄປນີ້ແມ່ນປະຈັກພະຍານຈຳນວນໜຶ່ງຂອງເຂົາເຈົ້າ:
ໂຈເຊັບ ສະມິດ
ຫລາຍກວ່າ 40 ປີ ຫລັງຈາກຄ້າຍຊີໂອນ, ໂຈເຊັບ ຢັງ, ສະມາຊິກຄົນໜຶ່ງໃນຄ້າຍ, ໄດ້ລາຍງານວ່າ ໂຈເຊັບ ສະມິດ ໄດ້ກ່າວດັ່ງຕໍ່ໄປນີ້:
“ອ້າຍນ້ອງທັງຫລາຍ, ພວກທ່ານບາງຄົນໄດ້ໃຈຮ້າຍໃຫ້ຂ້າພະເຈົ້າ, ເພາະພວກທ່ານບໍ່ໄດ້ຕໍ່ສູ້ຢູ່ລັດມີເຊີຣີ, ແຕ່ຂ້າພະເຈົ້າຈະບອກພວກທ່ານວ່າ, ພຣະເຈົ້າບໍ່ຢາກໃຫ້ພວກທ່ານຕໍ່ສູ້. ພຣະອົງບໍ່ສາມາດຈັດຕັ້ງອານາຈັກຂອງພຣະອົງຂຶ້ນ ດ້ວຍຜູ້ຊາຍສິບສອງຄົນ ເພື່ອເປີດປະຕູພຣະກິດຕິຄຸນຕໍ່ປະຊາຊາດຂອງແຜ່ນດິນໂລກ, ແລະ ດ້ວຍຜູ້ຊາຍເຈັດສິບຄົນ ພາຍໃຕ້ການຊີ້ນຳຂອງພວກເພິ່ນ ເພື່ອຕິດຕາມຮອຍຂອງພວກເພິ່ນ, ຍົກເວັ້ນແຕ່ພຣະອົງຈະເລືອກເອົາເຂົາເຈົ້າຈາກກຸ່ມຜູ້ຊາຍເຫລົ່ານັ້ນທີ່ໄດ້ຍອມມອບຊີວິດຂອງເຂົາເຈົ້າ, ແລະ ຜູ້ທີ່ໄດ້ທຳການເສຍສະລະຢ່າງຫລວງຫລາຍ ຄືກັນກັບທີ່ອັບຣາຮາມໄດ້ເຮັດ.
“ບັດນີ້, ພຣະຜູ້ເປັນເຈົ້າມີອັກຄະສາວົກສິບສອງ ແລະ ສາວົກເຈັດສິບຂອງພຣະອົງແລ້ວ, ແລະ ກໍຈະມີກຸ່ມອື່ນອີກຂອງສາວົກເຈັດສິບຖືກຈັດຕັ້ງຂຶ້ນ, ຜູ້ທີ່ຈະເສຍສະລະ, ແລະ ຜູ້ທີ່ຍັງບໍ່ໄດ້ເສຍສະລະເທື່ອໃນເວລານີ້, ກໍຈະເສຍສະລະຫລັງຈາກນີ້.”1
ບຣິກຳ ຢັງ
“ເວລາພວກເຮົາໄດ້ໄປເຖິງລັດມີເຊີຣີ ພຣະຜູ້ເປັນເຈົ້າໄດ້ກ່າວຕໍ່ໂຈເຊັບຜູ້ຮັບໃຊ້ຂອງພຣະອົງວ່າ, ‘ເຮົາໄດ້ຮັບເອົາການຖວາຍຂອງພວກເຈົ້າແລ້ວ,’ ແລະ ພວກເຮົາໄດ້ຮັບສິດທິພິເສດໃຫ້ກັບຄືນໄປອີກ. ຕອນກັບຄືນໄປໝູ່ເພື່ອນຫລາຍຄົນຂອງຂ້າພະເຈົ້າໄດ້ຖາມຂ້າພະເຈົ້າກ່ຽວກັບວ່າ ມັນໄດ້ປະໂຫຍດຫຍັງທີ່ເອີ້ນໃຫ້ຜູ້ຊາຍຫລາຍຄົນໃຫ້ປະໜ້າທີ່ວຽກງານຂອງຕົນ ເພື່ອໄປລັດມີເຊີຣີ ແລະ ກັບຄືນມາຊື່ໆ, ໂດຍທີ່ບໍ່ໄດ້ບັນລຸຄວາມສຳເລັດຢ່າງໃດເລີຍ. ‘ມັນໄດ້ປະໂຫຍດຫຍັງ?’ ເຂົາເຈົ້າຖາມ. ‘ຖ້າຫາກພຣະຜູ້ເປັນເຈົ້າໄດ້ບັນຊາໃຫ້ເຮັດມັນສຳເລັດ, ພຣະອົງມີເປົ້າໝາຍແນວໃດ ໃນການເຮັດແນວນັ້ນ?’ … ຂ້າພະເຈົ້າໄດ້ບອກບັນດາອ້າຍນ້ອງເຫລົ່ານັ້ນວ່າ ຂ້າພະເຈົ້າໄດ້ຮັບລາງວັນຢ່າງເໝາະສົມ—ດ້ວຍດອກເບ້ຍທີ່ງົດງາມ—ແທ້ຈິງແລ້ວ ລາງວັນຂອງຂ້າພະເຈົ້າແມ່ນເຕັມໄປດ້ວຍຄວາມຮູ້ ທີ່ຂ້າພະເຈົ້າໄດ້ຮັບໂດຍການເດີນທາງໄປກັບສາດສະດາ.”2
ວິວເຝີດ ວູດຣັບ
“ຂ້າພະເຈົ້າໄດ້ຢູ່ໃນຄ້າຍຊີໂອນກັບສາດສະດາຂອງພຣະເຈົ້າ. ຂ້າພະເຈົ້າໄດ້ເຫັນພຣະເຈົ້າທຳງານກັບເພິ່ນ. ຂ້າພະເຈົ້າໄດ້ເຫັນອຳນາດຂອງພຣະເຈົ້າຢູ່ກັບເພິ່ນ. ຂ້າພະເຈົ້າໄດ້ເຫັນວ່າ ເພິ່ນເປັນສາດສະດາ. ສິ່ງທີ່ສະແດງໃຫ້ປະຈັກແກ່ເພິ່ນໂດຍອຳນາດຂອງພຣະເຈົ້າກ່ຽວກັບພາລະກິດນັ້ນ ມີຄ່າຫລາຍທີ່ສຸດຕໍ່ຂ້າພະເຈົ້າ ແລະ ຕໍ່ທຸກຄົນທີ່ໄດ້ຮັບຄຳແນະນຳຈາກເພິ່ນ.”3
“ຕອນສະມາຊິກຂອງຄ້າຍຊີໂອນຖືກເອີ້ນ ຫລາຍຄົນພວກເຮົາບໍ່ຮູ້ຈັກກັນ; ພວກເຮົາເປັນຄົນແປກໜ້າຕໍ່ກັນ ແລະ ກໍບໍ່ເຄີຍເຫັນສາດສະດາ. ພວກເຮົາໄດ້ຢາຍກັນຢູ່, ຄືກັນກັບເມັດສາລີຢູ່ໃນກະດົ້ງ, ທົ່ວປະເທດ. ພວກເຮົາເປັນຊາຍສະກັນ, ແລະ ຖືກເອີ້ນໃນຊ່ວງໄລຍະຕອນຕົ້ນນັ້ນໃຫ້ຂຶ້ນໄປ ແລະ ໄຖ່ຊີໂອນ, ແລະ ສິ່ງທີ່ພວກເຮົາຈະຕ້ອງເຮັດ ພວກເຮົາຕ້ອງໄດ້ເຮັດດ້ວຍສັດທາ. ພວກເຮົາໄດ້ມາເຕົ້າໂຮມກັນຈາກຫລາຍລັດຢູ່ເມືອງເຄີດແລນ ແລະ ໄດ້ຂຶ້ນໄປເພື່ອໄຖ່ຊີໂອນ, ໃນການເຮັດຕາມພຣະບັນຍັດຂອງພຣະເຈົ້າ ທີ່ໄດ້ມອບໃຫ້ພວກເຮົາ. ພຣະເຈົ້າໄດ້ຮັບເອົາວຽກງານຂອງພວກເຮົາ ຄືກັນກັບທີ່ພຣະອົງໄດ້ຮັບເອົາວຽກງານຂອງອັບຣາຮາມ. ພວກເຮົາໄດ້ບັນລຸຄວາມສຳເລັດຫລາຍ, ເຖິງແມ່ນຜູ້ປະຖິ້ມຄວາມເຊື່ອ ແລະ ຜູ້ທີ່ບໍ່ເຊື່ອໄດ້ຖາມຫລາຍເທື່ອວ່າ ‘ພວກເຈົ້າໄດ້ເຮັດຫຍັງ?’ ພວກເຮົາໄດ້ຮັບປະສົບການທີ່ພວກເຮົາບໍ່ເຄີຍໄດ້ຮັບ [ໃນ] ວິທີທາງອື່ນ. ພວກເຮົາໄດ້ຮັບສິດທິພິເສດທີ່ໄດ້ເຫັນສາດສະດາໜ້າຕໍ່ໜ້າ, ແລະ ພວກເຮົາໄດ້ຮັບສິດທິພິເສດທີ່ໄດ້ເດີນທາງຫລາຍພັນກິໂລແມັດໄປກັບເພິ່ນ, ແລະ ໄດ້ເຫັນວຽກງານທາງວິນຍານຂອງພຣະເຈົ້າຢູ່ກັບເພິ່ນ, ແລະ ການເປີດເຜີຍຂອງພຣະເຢຊູຄຣິດແກ່ເພິ່ນ ແລະ ການສຳເລັດຄົບຖ້ວນຂອງການເປີດເຜີຍເຫລົ່ານັ້ນ. ແລະ ເພິ່ນໄດ້ເຕົ້າໂຮມບັນດາອ້າຍນ້ອງຫລາຍກວ່າສອງພັນຄົນຈາກທົ່ວປະເທດໃນຊ່ວງໄລຍະຕອນຕົ້ນນັ້ນ ແລະ ໄດ້ສົ່ງພວກເຮົາອອກໄປສູ່ໂລກ ເພື່ອສັ່ງສອນພຣະກິດຕິຄຸນຂອງພຣະເຢຊູຄຣິດ. ຖ້າຫາກວ່າຂ້າພະເຈົ້າບໍ່ໄດ້ໄປກັບຄ້າຍຊີໂອນ ຂ້າພະເຈົ້າຄົງບໍ່ໄດ້ຢູ່ທີ່ນີ້ໃນມື້ນີ້ [ໃນເມືອງເຊົາເລັກ, ຮັບໃຊ້ຢູ່ໃນກຸ່ມອັກຄະສາວົກສິບສອງ]. … ໂດຍການໄປທີ່ນັ້ນ ພວກເຮົາໄດ້ຖືກຜັກດັນເຂົ້າໄປໃນສວນອະງຸ່ນ ເພື່ອສັ່ງສອນພຣະກິດຕິຄຸນ, ແລະ ພຣະຜູ້ເປັນເຈົ້າໄດ້ຮັບເອົາວຽກງານຂອງພວກເຮົາ. ແລະ ໃນວຽກງານ ແລະ ການຂົ່ມເຫັງທັງໝົດຂອງພວກເຮົາ, ໂດຍທີ່ຊີວິດຂອງພວກເຮົາຢູ່ໃນການສ່ຽງສະເໝີ, ພວກເຮົາຕ້ອງທຳງານ ແລະ ໃຊ້ຊີວິດດ້ວຍສັດທາ.”4
“ປະສົບການທີ່ [ພວກເຮົາ] ໄດ້ຮັບໃນການເດີນທາງໄປກັບຄ້າຍຊີໂອນ ມີຄ່າຫລາຍກວ່າເງິນຄຳ.”5