ພຣະ​ຄຳ​ພີ​ໃໝ່ 2023
ຄວາມ​ເຫລື້ອມ​ໃສ ຄື​ເປົ້າ​ໝາຍ​ຂອງ​ເຮົາ


“ຄວາມ​ເຫລື້ອມ​ໃສ ຄື​ເປົ້າ​ໝາຍ​ຂອງ​ເຮົາ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ຄວາມ​ເຫລື້ອມ​ໃສ ຄື​ເປົ້າ​ໝາຍ​ຂອງ​ເຮົາ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ຜູ້​ຍິງ​ກຳ​ລັງ​ສຶກ​ສາ​ພຣະ​ຄຳ​ພີ

ຄວາມ​ເຫລື້ອມ​ໃສ ຄື​ເປົ້າ​ໝາຍ​ຂອງ​ເຮົາ

ຄວາມ​ມຸ້ງ​ໝາຍ​ຂອງ​ການ​ຮຽນ​ຮູ້ ແລະ ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ທັງ​ໝົດ ແມ່ນ​ເພື່ອ​ເຮັດ​ໃຫ້​ຄວາມ​ເຫລື້ອມ​ໃສ​ຂອງ​ເຮົາ​ເລິກ​ເຊິ່ງ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ ແລະ ຊ່ວຍ​ເຮົາ​ໃຫ້​ກາຍ​ເປັນ​ເໝືອນ​ດັ່ງ​ພວກ​ພຣະ​ອົງ​ຫລາຍ​ຂຶ້ນ. ເພາະ​ດ້ວຍ​ເຫດນີ້, ເມື່ອ​ເຮົາ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ, ເຮົາ​ຈຶ່ງ​ບໍ່​ພຽງ​ແຕ່​ຊອກ​ຫາ​ຂໍ້​ມູນ​ໃໝ່​ເທົ່າ​ນັ້ນ; ແຕ່​ເຮົາ​ຍັງ​ຢາກ​ກາຍ​ເປັນ “ຄົນ​ທີ່​ຖືກ​ສ້າງ​ໃໝ່” ນຳ​ອີກ (2 ໂກ​ຣິນ​ໂທ 5:17). ສິ່ງ​ນີ້​ໝາຍ​ເຖິງ​ການ​ເພິ່ງ​ອາ​ໄສ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ ເພື່ອ​ຊ່ວຍ​ເຮົາ​ໃຫ້​ປ່ຽນ​ໃຈ, ປ່ຽນ​ຄວາມ​ຄິດ​ເຫັນ, ປ່ຽນ​ການ​ກະ​ທຳ, ແລະ ປ່ຽນ​ທຳ​ມະ​ຊາດ​ຂອງ​ເຮົາ.

ແຕ່​ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ​ທີ່​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ເຮົາ ແລະ ນຳ​ພາ​ໄປ​ສູ່​ການ​ເຫລື້ອມ​ໃສ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ ຈະ​ບໍ່​ເກີດ​ຂຶ້ນ​ໃນ​ທັນ​ທີ. ມັນ​ຂະ​ຫຍາຍ​ຈາກ​ຫ້ອງ​ຮຽນ​ເຂົ້າ​ໄປ​ສູ່​ໃຈ ແລະ ບ້ານ​ເຮືອນ​ຂອງ​ເຮົາ. ມັນ​ຮຽກ​ຮ້ອງ​ຄວາມ​ພະ​ຍາ​ຍາມ​ທີ່​ໝັ້ນ​ຄົງ​ທຸກ​ວັນ ເພື່ອ​ຈະ​ເຂົ້າ​ໃຈ ແລະ ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ. ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ​ທີ່​ພາ​ໄປ​ສູ່​ການ​ເຫລື້ອມ​ໃສ​ທີ່​ແທ້​ຈິງ​ຮຽກ​ຮ້ອງ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ພຣະ​ວິນ​ຍານ​ບໍ​ລິ​ສຸດ​ນຳ​ພາ​ເຮົາ​ໄປ​ສູ່​ຄວາມ​ຈິງ ແລະ ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ນັ້ນ (ເບິ່ງ ໂຢຮັນ 16:13). ພຣະ​ອົງ​ໃຫ້​ຄວາມ​ຮູ້​ແກ່​ຄວາມ​ຄິດ, ກະ​ຕຸ້ນ​ຄວາມ​ເຂົ້າ​ໃຈ, ແລະ ສຳ​ພັດ​ໃຈ​ຂອງ​ເຮົາ ດ້ວຍ​ການ​ເປີດ​ເຜີຍ​ຈາກ​ພຣະ​ເຈົ້າ, ຊຶ່ງ​ເປັນ​ແຫລ່ງ​ຂອງ​ຄວາມ​ຈິງ​ທັງ​ໝົດ. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຊຳ​ລະ​ໃຈ​ຂອງ​ເຮົາ. ພຣະ​ອົງ​ດົນ​ໃຈ​ເຮົາ​ໃຫ້​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ໂດຍ​ຄວາມ​ຈິງ, ແລະ ພຣະ​ອົງ​ບອກ​ວິ​ທີ​ທາງ​ທີ່​ຈະ​ເຮັດ​ສິ່ງ​ນີ້​ໄດ້. ແທ້​ຈິງ​ແລ້ວ, “ພຣະ​ວິນ​ຍານ​ບໍ​ລິ​ສຸດ … ຈະ​ສິດ​ສອນ [ເຮົາ] ທຸກ​ສິ່ງ” (ໂຢຮັນ 14:26).

ເພາະ​ດ້ວຍ​ເຫດ​ຜົນ​ເຫລົ່າ​ນີ້, ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ທີ່​ຈະ​ດຳ​ລົງ​ຊີ​ວິດ, ຮຽນ​ຮູ້, ແລະ ສິດ​ສອນ​ພຣະ​ກິດ​ຕິ​ຄຸນ, ທຳ​ອິດ​ເຮົາ​ຕ້ອງ​ສະ​ແຫວງ​ຫາ​ຄວາມ​ເປັນ​ເພື່ອນ​ຂອງ​ພຣະ​ວິນ​ຍານ​ກ່ອນ. ເປົ້າ​ໝາຍ​ນີ້​ຄວນ​ຄວບ​ຄຸມ​ການ​ເລືອກ​ຂອງ​ເຮົາ ແລະ ນຳ​ພາ​ຄວາມ​ຄິດ ແລະ ການ​ກະ​ທຳ​ຂອງ​ເຮົາ. ເຮົາ​ຄວນ​ສະ​ແຫວງ​ຫາ​ສິ່ງ​ໃດ​ກໍ​ຕາມ​ທີ່​ເຊື້ອ​ເຊີນ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ ແລະ ປະ​ຕິ​ເສດ​ສິ່ງ​ໃດ​ກໍ​ຕາມ​ທີ່​ຂັບ​ໄລ່​ອິດ​ທິ​ພົນ​ນັ້ນ—ເພາະ​ເຮົາ​ຮູ້​ວ່າ ຖ້າ​ຫາກ​ເຮົາ​ສາ​ມາດ​ມີ​ຄ່າ​ຄວນ​ສຳ​ລັບ​ການ​ສະ​ຖິດ​ຢູ່​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລ້ວ​ເຮົາ​ກໍ​ສາ​ມາດ​ມີ​ຄ່າ​ຄວນ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ.

ພິມ