ພຣະ​ຄຳ​ພີ​ໃໝ່ 2023
ການ​ໃຊ້ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ


“ການ​ໃຊ້ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ການ​ໃຊ້ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ການ​ໃຊ້ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ

ແຫລ່ງ​ຊ່ວຍ​ເຫລືອ​ເຫລັ້ມ​ນີ້​ແມ່ນ​ສຳ​ລັບ​ໃຜ?

ແຫລ່ງ​ຊ່ວຍ​ເຫລືອ​ເຫລັ້ມ​ນີ້​ແມ່ນ​ສຳ​ລັບ​ທຸກ​ຄົນ ແລະ ທຸກ​ຄອບ​ຄົວ​ໃນ​ສາດ​ສະ​ໜາ​ຈັກ. ມັນ​ຖືກ​ກະ​ກຽມ​ໄວ້​ເພື່ອ​ຊ່ວຍ​ທ່ານ​ໃຫ້​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ—ບໍ່​ວ່າ​ຈະ​ເປັນ​ແບບ​ສ່ວນ​ຕົວ ຫລື ກັບ​ຄອບ​ຄົວ​ຂອງ​ທ່ານ​ກໍ​ຕາມ. ຖ້າ​ຫາກ​ແຕ່​ກ່ອນ ທ່ານ​ຍັງ​ບໍ່​ໄດ້​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ​ເປັນ​ປະ​ຈຳ​ເທື່ອ, ແຫລ່ງ​ຊ່ວຍ​ເຫລືອ​ເຫລັ້ມ​ນີ້​ສາ​ມາດ​ຊ່ວຍ​ທ່ານ​ເລີ່ມ​ຕົ້ນ​ໄດ້. ຖ້າ​ຫາກ​ທ່ານ​ມີ​ນິ​ໄສ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ​ຢູ່​ແລ້ວ, ແຫລ່ງ​ຊ່ວຍ​ເຫລືອ​ເຫລັ້ມ​ນີ້​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ມີ​ປະ​ສົບ​ການ​ທີ່​ມີ​ຄວາມ​ໝາຍ​ຫລາຍ​ຂຶ້ນ​ໄດ້.

ຮູບ​ພາບ
ສາ​ມີ ແລະ ພັນ​ລະ​ຍາ​ກຳ​ລັງ​ສຶກ​ສາ​ພຣະ​ຄຳ​ພີ

ເຮົາ​ຄວນ​ໃຊ້​ແຫລ່ງ​ຊ່ວຍ​ເຫລືອ​ເຫລັ້ມ​ນີ້​ແບບ​ໃດ?

ໃຫ້​ໃຊ້​ແຫລ່ງ​ຊ່ວຍ​ເຫລືອ​ເຫລັ້ມ​ນີ້​ໃນ​ວິ​ທີ​ໃດ​ກໍ​ໄດ້ ທີ່​ມັນ​ຈະ​ຊ່ວຍ​ທ່ານ. ທ່ານ​ອາດ​ພົບ​ວ່າ ມັນ​ເປັນ​ຄູ່​ມື ຫລື ສິ່ງ​ຊ່ວຍ​ເຫລືອ ທີ່​ມີ​ປະ​ໂຫຍດ ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ ແລະ ເປັນ​ຄອບ​ຄົວ. ທ່ານ​ກໍ​ສາ​ມາດ​ໃຊ້​ມັນ​ສຳ​ລັບ​ການ​ສັງ​ສັນ​ໃນ​ຕອນ​ແລງ​ນຳ​ອີກ. ໂຄງ​ຮ່າງ​ບັນ​ຈຸ​ຫລັກ​ທຳ​ທີ່​ສຳ​ຄັນ ທີ່​ພົບ​ເຫັນ​ຢູ່​ໃນພຣະ​ຄຳ​ພີ​ໃໝ່, ຊຶ່ງ​ແນະ​ນຳ​ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ ແລະ ກິດ​ຈະ​ກຳ ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ, ແລະ ມີ​ຊ່ອງ​ວ່າງ​ໃຫ້​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ​ນຳ​ອີກ.

ຈົ່ງຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ ບໍ່​ມີ​ເຈດ​ຕະ​ນາ​ທີ່​ຈະ​ເອົາ​ມາ​ປ່ຽນ ຫລື ເອົາ​ມາ​ແຂ່ງ​ຂັນ​ກັບ​ສິ່ງ​ທີ່​ດີ​ຢ່າງ​ອື່ນໆ ທີ່​ທ່ານ​ກຳ​ລັງ​ເຮັດ ເພື່ອ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ. ໃຫ້​ເຮັດ​ຕາມ​ການ​ນຳ​ພາ​ຂອງ​ພຣະ​ວິນ​ຍານ ເພື່ອ​ຕັດ​ສິນ​ໃຈ​ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ເຂົ້າ​ຫາພຣະ​ຄຳ​ຂອງ​ພຣະ​ເຈົ້າ ໃນ​ການ​ສຶກ​ສາ​ຂອງ​ທ່ານ​ເອງ.

ແຫລ່ງ​ຊ່ວຍ​ເຫລືອ​ເຫລັ້ມ​ນີ້​ກ່ຽວ​ຂ້ອງ​ກັບ​ສິ່ງ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ສາດ​ສະ​ໜາ​ຈັກ​ແນວ​ໃດ?

ໂຄງ​ຮ່າງ​ຢູ່​ໃນ​ແຫລ່ງ​ຊ່ວຍ​ເຫລືອ​ເຫລັ້ມ​ນີ້ ໄດ້​ຖືກ​ຈັດ​ລະ​ບຽບ​ຕາມ​ຕາ​ຕະ​ລາງ​ການ​ອ່ານ​ໃນ​ແຕ່​ລະ​ອາ​ທິດ. ແຫລ່ງ​ຊ່ວຍ​ເຫລືອ ຈົ່ງ​ຕາມ​ເຮົາ​ມາ ສຳ​ລັບ ຊັ້ນ​ປະ​ຖົມ​ໄວ, ສຳ​ລັບ ​ໂຮງ​ຮຽນ​ວັນ​ອາ​ທິດ, ແລະ ສຳ​ລັບ​ຫ້ອງ​ຮຽນ ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ແລະ ກຸ່ມ​ຍິງ​ໜຸ່ມ ຈະ​ເຮັດ​ຕາມ​ຕາ​ຕະ​ລາງ​ອັນ​ດຽວ​ກັນ. ເພື່ອ​ສະ​ໜັບ​ສະ​ໜູນ​ຄວາມ​ມຸ່ງ​ໝັ້ນ​ຂອງ​ທ່ານ ທີ່​ຈະ​ຮຽນ​ຮູ້ ແລະ ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຢູ່​ທີ່​ບ້ານ, ຄູ​ສອນ​ຂອງ​ທ່ານ​ຢູ່​ທີ່​ໂບດ ຈະ​ໃຫ້​ໂອ​ກາດ​ທ່ານ​ເພື່ອ​ແບ່ງ​ປັນ​ປະ​ສົບ​ການ, ຄວາມ​ຄິດ, ແລະ ຄຳ​ຖາມ​ຂອງ​ທ່ານ ກ່ຽວ​ກັບ​ຂໍ້​ພຣະ​ຄຳ​ພີ ທີ່​ທ່ານ​ໄດ້​ສຶກ​ສາ​ຢູ່​ທີ່​ບ້ານ.

ເພາະ​ໂຮງ​ຮຽນ​ວັນ​ອາ​ທິດ​ພຽງ​ແຕ່​ໄດ້​ສອນ​ເດືອນ​ລະ​ສອງ​ເທື່ອ​ເທົ່າ​ນັ້ນ, ສະ​ນັ້ນ​ຄູ​ສອນ​ຂອງ​ໂຮງ​ຮຽນ​ວັນ​ອາ​ທິດ ຈຶ່ງ​ຕ້ອງ​ໄດ້​ເລືອກ​ທີ່​ຈະ​ຂ້າມ ຫລື ລວມ​ຫລາຍ​ໂຄງ​ຮ່າງ​ເຂົ້າ​ກັນ ເພື່ອ​ໃຫ້​ກົງ​ກັບ​ຕາ​ຕະ​ລາງ​ປະ​ຈຳ​ອາ​ທິດ. ສິ່ງ​ນີ້​ອາດ​ຈຳ​ເປັນ​ຕ້ອງ​ໄດ້​ເຮັດ (ສຳ​ລັບ​ທັງ​ໂຮງ​ຮຽນ​ວັນ​ອາ​ທິດ ແລະ ຊັ້ນ​ປະ​ຖົມ​ໄວ) ໃນ​ວັນ​ອາ​ທິດ ທີ່​ບໍ່​ມີ​ຫ້ອງ​ຮຽນ​ຕາມ​ປົກ​ກະ​ຕິ ເພາະ​ມີ​ກອງ​ປະ​ຊຸມ​ສະ​ເຕກ ຫລື ເພາະ​ເຫດ​ຜົນ​ຢ່າງ​ອື່ນ. ໃນ​ວັນ​ອາ​ທິດ​ເຫລົ່າ​ນັ້ນ ທ່ານ​ສາ​ມາດ​ສຶກ​ສາ​ພຣະ​ຄຳ​ພີ​ໃໝ່​ຕໍ່​ຢູ່​ທີ່​ບ້ານ.

ເຮົາ​ຕ້ອງ​ເຮັດ​ຕາມ​ຕາ​ຕະ​ລາງ​ຢູ່​ບໍ?

ຕາ​ຕະ​ລາງ​ຈະ​ຊ່ວຍ​ທ່ານ​ອ່ານ​ພຣະ​ຄຳ​ພີ​ໃໝ່​ໃຫ້​ສຳ​ເລັດ​ກ່ອນ​ທ້າຍ​ປີ. ນອກ​ເໜືອ​ຈາກ​ນັ້ນ, ການ​ເຮັດ​ຕາມ​ຕາ​ຕະ​ລາງ​ຄື​ກັນ​ກັບ​ຄົນ​ອື່ນໆ ສາ​ມາດ​ນຳ​ພາ​ໄປ​ສູ່​ປະ​ສົບ​ການ​ທີ່​ມີ​ຄວາມ​ໝາຍ ຢູ່​ທີ່​ບ້ານ, ຢູ່​ທີ່​ໂບດ, ແລະ ຢູ່​ບ່ອນ​ອື່ນ​ນຳ​ອີກ. ແຕ່​ບໍ່​ຄວນ​ຮູ້​ສຶກ​ວ່າ ຕ້ອງ​ເຮັດ​ຕາມ​ຕາ​ຕະ​ລາງ ຫລື ຖືກ​ບັງ​ຄັບ​ໃຫ້​ອ່ານ​ທຸກ​ຂໍ້; ຕາ​ຕະ​ລາງ​ພຽງ​ເປັນ​ສິ່ງ​ນຳ​ພາ ເພື່ອ​ຊ່ວຍ​ທ່ານ​ສຶກ​ສາ​ເທື່ອ​ລະ​ເລັກ​ເທື່ອ​ລະ​ໜ້ອຍ​ເທົ່າ​ນັ້ນ. ສິ່ງ​ທີ່​ສຳ​ຄັນ​ແມ່ນ ທ່ານ​ກຳ​ລັງ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ​ເປັນ​ສ່ວນ​ຕົວ ແລະ ເປັນ​ຄອບ​ຄົວ.

ພິມ