ພຣະ​ຄຳ​ພີ​ໃໝ່ 2023
ແຫລ່ງ​ຊ່ວຍ​ເຫລືອ​ເພີ່ມ​ເຕີມ


“ແຫລ່ງ​ຊ່ວຍ​ເຫລືອ​ເພີ່ມ​ເຕີມ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ໃໝ່ 2023 (2022)

“ແຫລ່ງ​ຊ່ວຍ​ເຫລືອ​ເພີ່ມ​ເຕີມ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2023

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ສຶກ​ສາ​ພຣະ​ຄຳ​ພີ

ແຫລ່ງ​ຊ່ວຍ​ເຫລືອ​ເພີ່ມ​ເຕີມ

ແຫລ່ງ​ຊ່ວຍ​ເຫລືອ​ເຫລົ່າ​ນີ້ ມີ​ຢູ່​ໃນ​ແອັບ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ແລະ ມີ​ຢູ່​ທີ່ ChurchofJesusChrist.org.

ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ

ເພງ​ສັກ​ສິດ​ຈະ​ເຊື້ອ​ເຊີນ​ພຣະ​ວິນ​ຍານ​ໃຫ້​ມາ​ສະ​ຖິດ​ຢູ່​ນຳ, ຊ່ວຍ​ເຮົາ​ໃຫ້​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ, ແລະ ສິດ​ສອນ​ຄຳ​ສອນ​ໃນ​ວິ​ທີ​ທາງ​ທີ່​ໜ້າ​ຊົງ​ຈຳ. ນອກ​ເໜືອ​ໄປ​ຈາກ ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, ຊະ​ນິດ​ທີ່​ເປັນ​ປຶ້ມ​ແລ້ວ, ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ​ຫລາຍໆ​ເພງ ຊະ​ນິດ​ທີ່​ເປັນ​ວິ​ດີ​ໂອ ແລະ ແຟມ​ສຽງ ກໍ​ຍັງ​ມີ​ໃຫ້​ທ່ານ​ໃຊ້​ນຳ​ອີກ ຢູ່​ທີ່ music.ChurchofJesusChrist.org ແລະ ຢູ່​ໃນ​ແອັບ Sacred Music ແລະ ແອັບ Gospel Media.

ຄູ່​ມື​ບົດ​ຮຽນ​ຂອງ​ຫ້ອງ​ຮຽນ ແລະ ສະ​ຖາ​ບັນ​ສາດ​ສະ​ໜາ

ຄູ່​ມື​ບົດ​ຮຽນ​ຂອງ​ຫ້ອງ​ຮຽນ ແລະ ສະ​ຖາ​ບັນ​ສາດ​ສະ​ໜາ ຈະ​ໃຫ້​ປະ​ຫວັດ​ເບື້ອງ​ຫລັງ ແລະ ຄຳ​ບັນ​ຍາຍ​ເລື່ອງ​ຄຳ​ສອນ ສຳ​ລັບ​ຫລັກ​ທຳ ແລະ ເລື່ອງ​ລາວ​ທີ່​ພົບ​ເຫັນ​ຢູ່​ໃນ​ພຣະ​ຄຳ​ພີ.

ວາ​ລະ​ສານ​ຂອງ​ສາດ​ສະ​ໜາ​ຈັກ

ວາ​ລະ​ສານ Friend, For the Strength of Youth, ແລະ Liahona ມີ​ເລື່ອງ​ລາວ ແລະ ກິດ​ຈະ​ກຳ​ທີ່​ສາ​ມາດ​ເສີມ​ຫລັກ​ທຳ​ທີ່​ທ່ານ​ສິດ​ສອນ​ຈາກ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ.

Gospel Topics

ໃນ Gospel Topics (topics.ChurchofJesusChrist.org) ທ່ານ​ສາ​ມາດ​ພົບ​ເຫັນ​ຂໍ້​ມູນ​ຂັ້ນ​ພື້ນ​ຖານ​ກ່ຽວ​ກັບ​ຫົວ​ຂໍ້​ພຣະ​ກິດ​ຕິ​ຄຸນ​ຢ່າງ​ຫລາກ​ຫລາຍ, ພ້ອມ​ທັງ​ລິ້ງ​ທີ່​ພາ​ໄປ​ຫາ​ແຫລ່ງ​ທີ່​ເປັນ​ປະ​ໂຫຍດ, ດັ່ງ​ເຊັ່ນ​ຂ່າວ​ສານ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ທີ່​ກ່ຽວ​ຂ້ອງ, ບົດ​ຄວາມ, ຂໍ້​ພຣະ​ຄຳ​ພີ, ແລະ ວິ​ດີ​ໂອ. ກໍ​ຍັງ​ມີ Gospel Topics Essays ນຳ​ອີກ, ຊຶ່ງ​ໃຫ້​ຂໍ້​ມູນ​ທີ່​ເລິກ​ເຊິ່ງ​ກ່ຽວ​ກັບ​ຄຳ​ສອນ ແລະ ຄຳ​ຖາມ​ເລື່ອງ​ປະ​ຫວັດ​ສາດ, ຕະ​ຫລອດ​ທັງ​ຄຳ​ຕອບ​ຫລາຍ​ຢ່າງ​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ ແລະ ຄຳ​ສອນ.

ເລື່ອງ​ພຣະ​ຄຳ​ພີ​ໃໝ່

ເລື່ອງ​ພຣະ​ຄຳ​ພີ​ໃໝ່ ສາ​ມາດ​ຊ່ວຍ​ເດັກ​ນ້ອຍ​ຮຽນ​ຮູ້​ຄຳ​ສອນ ແລະ ເລື່ອງ​ລາວ​ທີ່​ພົບ​ເຫັນ​ຢູ່​ໃນ​ພຣະ​ຄຳ​ພີ​ໃໝ່. ກໍ​ຍັງ​ມີ​ວິ​ດີ​ໂອ ກ່ຽວ​ກັບ​ເລື່ອງ​ເຫລົ່າ​ນີ້​ຢູ່​ໃນ​ແອັບ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ​ນຳ​ອີກ ແລະ ມີ​ຢູ່​ທີ່ medialibrary.ChurchofJesusChrist.org.

ປຶ້ມ​ລະ​ບາຍ​ສີ​ເລື່ອງ​ພຣະ​ຄຳ​ພີ—ພຣະ​ຄຳ​ພີ​ໃໝ່

ແຫລ່ງ​ນີ້​ບັນ​ຈຸ​ໜ້າ​ກິດ​ຈະ​ກຳ​ລະ​ບາຍ​ສີ ທີ່​ເຮັດ​ຂຶ້ນ​ມາ​ເພື່ອ​ສົ່ງ​ເສີມ​ການ​ຮຽນ​ຮູ້​ຂອງ​ເດັກ​ນ້ອຍ​ຈາກ​ພຣະ​ຄຳ​ພີ​ໃໝ່.

ວິ​ດີ​ໂອ ແລະ ສິ​ລະ​ປະ

ງານ​ສິ​ລະ​ປະ, ວິ​ດີ​ໂອ, ແລະ ສື່​ອື່ນໆ ກໍ​ສາ​ມາດ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ ໃຫ້​ເຂົ້າ​ໃຈ​ຄຳ​ສອນ ແລະ ວາດ​ພາບ​ເຫັນ​ເລື່ອງ​ລາວ​ທີ່​ກ່ຽວ​ຂ້ອງ​ກັບ​ພຣະ​ຄຳ​ພີ. ໃຫ້​ເປີດ​ເບິ່ງ Gospel Media ຢູ່​ທີ່ GospelMedia.ChurchofJesusChrist.org ເພື່ອ​ເລືອກ​ເບິ່ງ​ກຸ່ມ​ແຫລ່ງ​ສື່​ຂອງ​ສາດ​ສະ​ໜາ​ຈັກ. Gospel Media ກໍ​ມີ​ບໍ​ລິ​ການ​ໃນ​ແອັບ​ມື​ຖື​ນຳ​ອີກ. ຮູບ​ພາບ​ຢ່າງ​ຫລວງ​ຫລາຍ​ທີ່​ທ່ານ​ສາ​ມາດ​ໃຊ້​ມີ​ຢູ່​ໃນ ປຶ້ມ​ຮູບ​ພາບ​ພຣະ​ກິດ​ຕິ​ຄຸນ.

Teaching in the Savior’s Way

Teaching in the Savior’s Way ສາ​ມາດ​ຊ່ວຍ​ທ່ານ​ຮຽນ​ຮູ້ ແລະ ນຳ​ໃຊ້​ຫລັກ​ທຳ​ຂອງ​ການ​ສິດ​ສອນ​ເໝືອນ​ດັ່ງ​ພຣະ​ຄຣິດ.

ພິມ