ພຣະ​ຄຳ​ພີ
2 ນີ​ໄຟ 2


ບົດ​ທີ 2

ການ​ໄຖ່​ມາ​ເຖິງ​ໂດຍ​ຜ່ານ​ທາງ​ພຣະ​ເມ​ຊີ​ອາ​ຜູ້​ບໍ​ລິ​ສຸດ—​ອິດ​ສະ​ລະ​ພາບ​ໃນ​ການ​ເລືອກ (ອຳ​ເພີ​ໃຈ) ເປັນ​ສິ່ງ​ສຳ​ຄັນ​ຫລາຍ​ທີ່​ມີ​ຢູ່ ແລະ ດຳ​ເນີນ​ຕໍ່​ໄປ—ອາ​ດາມ​ຕົກ​ເພື່ອ​ມະ​ນຸດ​ຈະ​ໄດ້​ເປັນ​ຢູ່—ມະ​ນຸດ​ມີ​ສິດ​ທີ່​ຈະ​ເລືອກ​ເສ​ລີ​ພາບ ແລະ ຊີ​ວິດ​ນິ​ລັນ​ດອນ. ປະ​ມານ 588–570 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ຢາ​ໂຄບ​ພໍ່​ຂໍ​ເວົ້າ​ກັບ​ລູກ​ວ່າ: ລູກ​ເປັນ ລູກ​ຄົນ​ທຳ​ອິດ​ຂອງ​ພໍ່​ໃນ​ວັນ​ແຫ່ງ​ຄວາມ​ທຸກ​ຂອງ​ພໍ່​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ. ແລະ ຈົ່ງ​ເບິ່ງ, ໃນ​ໄວ​ເດັກ​ຂອງ​ລູກ, ລູກ​ໄດ້​ຮັບ​ຄວາມ​ທຸກ​ຍາກ​ລຳ​ບາກ ແລະ ຄວາມ​ເສົ້າ​ສະ​ຫລົດ​ໃຈ​ມາ​ຫລາຍ ເພາະ​ຄວາມ​ຫຍາບ​ຄາຍ​ຂອງ​ພວກ​ອ້າຍ​ຂອງ​ລູກ.

2 ເຖິງ​ຢ່າງ​ໃດ​ກໍ​ຕາມ​ຢາ​ໂຄບ​ລູກ​ຄົນ​ທຳ​ອິດ​ຂອງ​ພໍ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ລູກ​ຍັງ​ຮູ້​ເຖິງ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ເຈົ້າ; ແລະ ພຣະ​ອົງ​ໄດ້​ຕັ້ງ​ຄວາມ​ທຸກ​ຂອງ​ລູກ​ໄວ້​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ລູກ.

3 ດັ່ງ​ນັ້ນ, ຈິດ​ວິນ​ຍານ​ຂອງ​ລູກ​ຈະ​ໄດ້​ຮັບ​ພອນ, ແລະ ລູກ​ຈະ​ຢູ່​ຢ່າງ​ປອດ​ໄພ​ກັບ​ນີ​ໄຟ​ອ້າຍ​ຂອງ​ລູກ, ແລະ ລູກ​ຈະ​ໃຊ້​ວັນ​ເວ​ລາ​ຂອງ​ລູກ​ໄປ​ໃນ​ການ​ຮັບ​ໃຊ້​ພຣະ​ເຈົ້າ​ຂອງ​ລູກ. ດັ່ງ​ນັ້ນ, ພໍ່​ຮູ້​ວ່າ ລູກ​ຖືກ​ໄຖ່​ແລ້ວ ເພາະ​ຄວາມ​ຊອບ​ທຳ​ຂອງ​ພຣະ​ຜູ້​ໄຖ່​ຂອງ​ລູກ, ເພາະ​ລູກ​ເຫັນ​ແລ້ວ​ວ່າ ໃນ​ຄວາມ​ສົມ​ບູນ​ແຫ່ງ​ເວ​ລາ ພຣະ​ອົງ​ຈະ​ສະ​ເດັດ​ມາ ເພື່ອ​ນຳ​ຄວາມ​ລອດ​ມາ​ໃຫ້​ມະ​ນຸດ.

4 ແລະ ລູກ​ໄດ້ ເຫັນ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ​ແລ້ວ​ໃນ​ໄວ​ເດັກ​ຂອງ​ລູກ; ດັ່ງ​ນັ້ນ, ລູກ​ໄດ້​ຮັບ​ພອນ​ຄື​ກັນ​ກັບ​ຄົນ​ທີ່​ພຣະ​ອົງ​ຈະ​ປະ​ຕິ​ບັດ​ຕໍ່​ໃນ​ເນື້ອ​ໜັງ; ເພາະ​ພຣະ​ວິນ​ຍານ​ເປັນ​ເໝືອນ​ກັນ ເຊັ່ນ ມື້​ວານ​ນີ້, ມື້​ນີ້ ແລະ ຕະ​ຫລອດ​ການ. ແລະ ເສັ້ນ​ທາງ​ຖືກ​ຕຽມ​ໄວ້​ຕັ້ງ​ແຕ່​ການ​ຕົກ​ຂອງ​ມະ​ນຸດ, ແລະ ຄວາມ​ລອດ​ເປັນ​ຂອງ​ໃຫ້ ລ້າໆ.

5 ແລະ ມະ​ນຸດ​ໄດ້​ຮັບ​ການ​ແນະ​ນຳ​ຢ່າງ​ພຽງ​ພໍ​ຈົນ ຮູ້​ຈັກ​ຄວາມ​ດີ​ຈາກ​ຄວາມ​ຊົ່ວ. ແລະ ມີ​ກົດ​ໃຫ້​ມະ​ນຸດ ແລະ ໂດຍ​ທາງ​ກົດ​ບໍ່​ມີ​ເນື້ອ​ໜັງ​ອັນ​ໃດ​ທີ່ ຖືກ​ຕ້ອງ; ຫລື ໂດຍ​ທາງ​ກົດ​ມະ​ນຸດ​ຍ່ອມ​ຖືກ​ຕັດ ອອກ. ແທ້​ຈິງ​ແລ້ວ, ໂດຍ​ກົດ​ທາງ​ຝ່າຍ​ໂລກ ພວກ​ເຂົາ​ໄດ້​ຖືກ​ຕັດ​ອອກ ແລະ ໂດຍ​ກົດ​ທາງ​ຝ່າຍ​ວິນ​ຍານ ພວກ​ເຂົາ​ຈຶ່ງ​ຕາຍ​ຈາກ​ສິ່ງ​ທີ່​ດີ ແລະ ກາຍ​ມາ​ເປັນ​ຄົນ​ເສົ້າ​ສະ​ຫລົດ​ໃຈ​ຕະ​ຫລອດ​ໄປ.

6 ດັ່ງ​ນັ້ນ, ການ​ໄຖ່​ຈຶ່ງ​ມາ​ເຖິງ​ໂດຍ​ຜ່ານ​ທາງ ພຣະ​ເມ​ຊີ​ອາ​ຜູ້​ບໍ​ລິ​ສຸດ; ເພາະ​ພຣະ​ອົງ​ເຕັມ​ໄປ​ດ້ວຍ ພຣະ​ຄຸນ ແລະ ຄວາມ​ຈິງ.

7 ຈົ່ງ​ເບິ່ງ, ພຣະ​ອົງ​ໄດ້​ຖວາຍ​ພຣະ​ອົງ​ເອງ​ໃຫ້​ເປັນ ເຄື່ອງ​ບູ​ຊາ​ເພື່ອ​ບາບ, ເພື່ອ​ຕອບ​ທີ່​ສຸດ​ຂອງ​ກົດ​ໃຫ້​ຄົນ​ທັງ​ປວງ​ຜູ້​ມີ​ໃຈ​ທີ່​ຊອກ​ຊ້ຳ ແລະ ມີ​ວິນ​ຍານ​ທີ່​ສຳ​ນຶກ​ຜິດ; ແລະ ຈະ​ຕອບ ທີ່​ສຸດ​ຂອງ​ກົດ​ໃຫ້​ໃຜ​ອີກ​ບໍ່​ໄດ້.

8 ດັ່ງ​ນັ້ນ, ມັນ​ສຳ​ຄັນ​ພຽງ​ໃດ​ທີ່​ຈະ​ເຮັດ​ໃຫ້​ສິ່ງ​ເຫລົ່າ​ນີ້​ເປັນ​ທີ່​ຮູ້​ຈັກ​ແກ່​ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ ເພື່ອ​ພວກ​ເຂົາ​ຈະ​ໄດ້​ຮູ້​ວ່າ ບໍ່​ມີ​ເນື້ອ​ໜັງ​ໃດ​ຈະ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ​ໄດ້ ນອກ​ຈາກ​ເປັນ​ຜ່ານ​ທາງ​ພຣະ​ຄຸນ​ຄວາມ​ດີ, ແລະ ພຣະ​ເມດ​ຕາ, ແລະ ພຣະ​ຄຸນ​ຂອງ​ພຣະ​ເມ​ຊີ​ອາ​ຜູ້​ບໍ​ລິ​ສຸດ ຜູ້​ໄດ້​ມອບ​ຊີ​ວິດ​ຂອງ​ພຣະ​ອົງ​ຕາມ​ທາງ​ແຫ່ງ​ເນື້ອ​ໜັງ ແລະ ຮັບ​ເອົາ​ມັນ​ອີກ​ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ, ເພື່ອ​ພຣະ​ອົງ​ຈະ​ໄດ້​ເຮັດ​ໃຫ້​ເກີດ ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ຄົນ​ຕາຍ ໂດຍ​ເປັນ​ຜູ້​ທຳ​ອິດ​ທີ່​ຈະ​ລຸກ​ຂຶ້ນ​ມາ.

9 ດັ່ງ​ນັ້ນ, ພຣະ​ອົງ​ຈຶ່ງ​ເປັນ​ຜົນ​ທຳ​ອິດ​ໃຫ້​ແກ່​ພຣະ​ເຈົ້າ ເພາະ​ພຣະ​ອົງ​ຈະ ວິງ​ວອນ​ແທນ​ລູກ​ຫລານ​ມະ​ນຸດ​ທັງ​ປວງ; ແລະ ຄົນ​ທີ່​ເຊື່ອ​ໃນ​ພຣະ​ອົງ​ເທົ່າ​ນັ້ນ​ຈະ​ລອດ.

10 ແລະ ເປັນ​ເພາະ​ການ ວິງ​ວອນ​ແທນ​ທຸກໆ​ຄົນ, ມະ​ນຸດ​ທັງ​ປວງ​ຍ່ອມ​ມາ​ຫາ​ພຣະ​ເຈົ້າ; ດັ່ງ​ນັ້ນ, ພວກ​ເຂົາ​ຢືນ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ອົງ ເພື່ອ​ຮັບ ການ​ພິ​ພາກ​ສາ​ຂອງ​ພຣະ​ອົງ​ຕາມ​ຄວາມ​ຈິງ ແລະ ຄວາມ​ບໍ​ລິ​ສຸດ ຊຶ່ງ​ມີ​ຢູ່​ໃນ​ພຣະ​ອົງ. ດັ່ງ​ນັ້ນ, ທີ່​ສຸດ​ຂອງ​ກົດ ຊຶ່ງ​ພຣະ​ຜູ້​ບໍ​ລິ​ສຸດ​ປະ​ທານ​ໄວ້​ໃຫ້​ເພື່ອ​ການ​ລົງ​ໂທດ ຊຶ່ງ​ມີ​ຕິດ​ຢູ່​ນັ້ນ, ຊຶ່ງ​ໂທດ​ທີ່​ມີ​ຕິດ​ຢູ່​ນັ້ນ ເປັນ​ສິ່ງ​ກົງ​ກັນ​ຂ້າມ​ກັບ​ສິ່ງ​ທີ່​ເປັນ​ຄວາມ​ສຸກ ຊຶ່ງ​ມີ​ຕິດ​ຢູ່​ເພື່ອ​ຕອບ​ທີ່​ສຸດ​ຂອງ ການ​ຊົດ​ໃຊ້

11 ເພາະ​ມັນ​ຈຳ​ເປັນ​ວ່າ ຕ້ອງ​ມີ ການ​ກົງ​ກັນ​ຂ້າມ​ໃນ​ທຸກ​ຢ່າງ. ລູກ​ຄົນ​ທຳ​ອິດ​ຂອງ​ພໍ່​ທີ່​ໄດ້​ເກີດ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ເອີຍ, ຖ້າ​ບໍ່​ດັ່ງ​ນັ້ນ​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ຊອບ​ທຳ​ບໍ່​ໄດ້, ບໍ່​ມີ​ທັງ​ຄວາມ​ຊົ່ວ​ຮ້າຍ, ບໍ່​ມີ​ທັງ​ຄວາມ​ບໍ​ລິ​ສຸດ ຫລື ຄວາມ​ທຸກ​ທໍ​ລະ​ມານ, ບໍ່​ມີ​ທັງ​ຄວາມ​ດີ ຫລື ຄວາມ​ຊົ່ວ. ດັ່ງ​ນັ້ນ, ທຸກ​ຢ່າງ​ຈຶ່ງ​ຈຳ​ເປັນ​ຈະ​ຕ້ອງ​ສານ​ປະ​ກອບ​ເຂົ້າ​ກັນ​ເປັນ​ອັນ​ດຽວ; ດັ່ງ​ນັ້ນ ຖ້າ​ຫາກ​ມັນ​ເປັນ​ອັນ​ດຽວ​ກັນ ມັນ​ກໍ​ຈະ​ຕ້ອງ​ຢູ່​ຄື​ກັນ​ກັບ​ຕາຍ​ໂດຍ​ບໍ່​ມີ​ຊີ​ວິດ, ທັງ​ບໍ່​ມີ​ຄວາມ​ຕາຍ ຫລື ຄວາມ​ເນົ່າ​ເປື່ອຍ ຫລື ຄວາມ​ບໍ່​ເນົ່າ​ເປື່ອຍ, ຄວາມ​ສຸກ ຫລື ຄວາມ​ທຸກ​ທໍ​ລະ​ມານ, ທັງ​ຄວາມ​ຮູ້​ສຶກ ຫລື ຄວາມ​ບໍ່​ຮູ້​ສຶກ.

12 ດັ່ງ​ນັ້ນ, ມັນ​ຈະ​ຕ້ອງ​ຖືກ​ສ້າງ​ຂຶ້ນ​ສຳ​ລັບ​ສິ່ງ​ທີ່​ບໍ່​ມີ​ຄຸນ​ຄ່າ; ດັ່ງ​ນັ້ນ ຈະ​ບໍ່​ມີ ຈຸດ​ປະ​ສົງ​ໃນ​ທີ່​ສຸດ​ຂອງ​ການ​ສ້າງ​ມັນ. ດັ່ງ​ນັ້ນ, ສິ່ງ​ນີ້​ຈຳ​ຕ້ອງ​ທຳ​ລາຍ​ຄວາມ​ສະ​ຫລຽວ​ສະ​ຫລາດ​ຂອງ​ພຣະ​ເຈົ້າ ແລະ ຈຸດ​ປະ​ສົງ​ອັນ​ເປັນ​ນິ​ລັນ​ດອນ​ຂອງ​ພຣະ​ອົງ, ແລະ ອຳ​ນາດ, ແລະ ຄວາມ​ເມດ​ຕາ, ແລະ ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ເຈົ້າ​ນຳ​ອີກ.

13 ແລະ ຖ້າ​ຫາກ​ຈະ​ເວົ້າ​ວ່າ ບໍ່​ມີ​ກົດ, ລູກ​ຈະ​ເວົ້າ​ອີກ​ວ່າ​ບໍ່​ມີ​ບາບ. ຖ້າ​ຫາກ​ລູກ​ຈະ​ເວົ້າ​ວ່າ​ບໍ່​ມີ​ບາບ ລູກ​ຈະ​ເວົ້າ​ອີກ​ວ່າ​ບໍ່​ມີ​ຄວາມ​ຊອບ​ທຳ. ແລະ ຖ້າ​ຫາກ​ບໍ່​ມີ​ຄວາມ​ຊອບ​ທຳ​ກໍ​ບໍ່​ມີ​ຄວາມ​ສຸກ. ແລະ ຖ້າ​ຫາກ​ບໍ່​ມີ​ຄວາມ​ຊອບ​ທຳ ຫລື ຄວາມ​ສຸກ​ກໍ​ບໍ່​ມີ​ໂທດ ຫລື ຄວາມ​ທຸກ​ທໍ​ລະ​ມານ. ແລະ ຖ້າ​ຫາກ​ບໍ່​ມີ​ສິ່ງ​ເຫລົ່າ​ນີ້ ກໍ​ບໍ່​ມີ​ພຣະ​ເຈົ້າ. ແລະ ຖ້າ​ຫາກ​ບໍ່​ມີ​ພຣະ​ເຈົ້າ, ພວກ​ເຮົາ​ກໍ​ບໍ່​ໄດ້​ເປັນ​ຢູ່, ທັງ​ໂລກ​ກໍ​ບໍ່​ມີ​ຢູ່; ເພາະ​ຈະ​ມີ​ການ​ສ້າງ​ສິ່ງ​ຕ່າງໆ​ບໍ່​ໄດ້, ທັງ​ຈະ​ກະ​ທຳ ຫລື ຈະ​ຖືກ​ກະ​ທຳ​ບໍ່​ໄດ້; ດັ່ງ​ນັ້ນ, ທຸກ​ຢ່າງ​ຕ້ອງ​ຫາຍ​ໄປ.

14 ແລະ ບັດ​ນີ້, ລູກ​ຂອງ​ພໍ່, ພໍ່​ເວົ້າ​ເລື່ອງ​ເຫລົ່າ​ນີ້​ກັບ​ລູກ​ເພື່ອ​ຜົນ​ປະ​ໂຫຍດ ແລະ ການ​ຮຽນ​ຮູ້​ຂອງ​ລູກ ເພາະ​ວ່າ​ມີ​ພຣະ​ເຈົ້າ ແລະ ພຣະ​ອົງ​ໄດ້ ສ້າງ​ທຸກ​ຢ່າງ, ທັງ​ຟ້າ​ສະ​ຫວັນ ແລະ ແຜ່ນ​ດິນ​ໂລກ, ແລະ ທຸກ​ຢ່າງ​ທີ່​ຢູ່​ໃນ​ນັ້ນ, ທັງ​ສິ່ງ​ທີ່​ໄດ້​ກະ​ທຳ ແລະ ສິ່ງ​ທີ່​ຈະ​ຖືກ ກະ​ທຳ.

15 ແລະ ເພື່ອ​ນຳ​ມາ​ຊຶ່ງ ຈຸດ​ປະ​ສົງ​ອັນ​ເປັນ​ນິ​ລັນ​ດອນ​ຂອງ​ພຣະ​ອົງ​ໃນ​ທີ່​ສຸດ​ຂອງ​ມະ​ນຸດ ຫລັງ​ຈາກ​ພຣະ​ອົງ​ໄດ້​ສ້າງ​ບິ​ດາ​ມານ​ດາ​ຜູ້​ທຳ​ອິດ​ຂອງ​ພວກ​ເຮົາ, ແລະ ສັດ​ໃນ​ທົ່ງ ແລະ ນົກ​ໃນ​ອາ​ກາດ​ແລ້ວ, ແລະ ໂດຍ​ສະ​ຫລຸບ, ທຸກ​ຢ່າງ​ທີ່​ຖືກ​ສ້າງ​ຂຶ້ນ, ຈຳ​ເປັນ​ຕ້ອງ​ມີ​ການ​ກົງ​ກັນ​ຂ້າມ ເຖິງ​ວ່າ ໝາກ​ໄມ້ ທີ່​ຕ້ອງ​ຫ້າມ​ຍັງ​ກົງ​ກັນ​ຂ້າມ​ກັບ ຕົ້ນ​ໄມ້​ແຫ່ງ​ຊີ​ວິດ; ຢ່າງ​ໜຶ່ງ​ຫວານ ແລະ ອີກ​ຢ່າງ​ໜຶ່ງ​ຂົມ.

16 ດັ່ງ​ນັ້ນ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ປະ​ທານ​ໃຫ້​ມະ​ນຸດ ເພື່ອ​ພວກ​ເຂົາ​ຈະ ກະ​ທຳ​ດ້ວຍ​ຕົວ​ເອງ. ດັ່ງ​ນັ້ນ, ມະ​ນຸດ​ກະ​ທຳ​ດ້ວຍ​ຕົວ​ເອງ​ບໍ່​ໄດ້ ນອກ​ຈາກ​ຈະ​ເປັນ​ໄປ​ເພື່ອ​ພວກ​ເຂົາ​ຖືກ ຊັກ​ຈູງ​ໂດຍ​ຢ່າງ​ໜຶ່ງ ຫລື ອີກ​ຢ່າງ​ໜຶ່ງ.

17 ແລະ ພໍ່, ລີ​ໄຮ​ຕາມ​ເລື່ອງ​ທີ່​ອ່ານ​ມາ​ແລ້ວ ພໍ່​ຈຳ​ຕ້ອງ​ຄິດ​ວ່າ ທູດ​ຂອງ​ພຣະ​ເຈົ້າ​ໄດ້ ຕົກ​ຈາກ​ສະ​ຫວັນ​ຕາມ​ເລື່ອງ​ທີ່​ໄດ້​ບັນ​ທຶກ​ໄວ້; ດັ່ງ​ນັ້ນ, ລາວ​ຈຶ່ງ​ກາຍ​ເປັນ​ມານ​ໂດຍ​ສະ​ແຫວງ​ຫາ​ແຕ່​ສິ່ງ​ທີ່​ຊົ່ວ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ.

18 ແລະ ເນື່ອງ​ຈາກ​ລາວ​ຕົກ​ຈາກ​ສະ​ຫວັນ ແລະ ເສົ້າ​ສະ​ຫລົດ​ໃຈ​ຕະ​ຫລອດ​ໄປ, ລາວ​ຈຶ່ງ ສະ​ແຫວງ​ຫາ​ຄວາມ​ທຸກ​ຍາກ​ໃຫ້​ມະ​ນຸດ​ຊາດ​ທັງ​ປວງ​ອີກ. ດັ່ງ​ນັ້ນ, ລາວ​ໄດ້​ກ່າວ​ກັບ ເອ​ວາ, ແທ້​ຈິງ​ແລ້ວ, ແມ່ນ​ງູ​ເຫົ່າ​ຕົວ​ນັ້ນ, ຜູ້​ເປັນ​ມານ, ຊຶ່ງ​ເປັນ​ບິ​ດາ​ຂອງ ຄວາມ​ຂີ້​ຕົວະ​ທັງ​ປວງ. ດັ່ງ​ນັ້ນ, ມັນ​ໄດ້​ກ່າວ​ວ່າ: ຈົ່ງ​ກິນ​ໝາກ​ໄມ້​ທີ່​ຕ້ອງ​ຫ້າມ​ເສຍ, ແລ້ວ​ເຈົ້າ​ຈະ​ບໍ່​ຕາຍ, ແຕ່​ເຈົ້າ​ຈະ​ເປັນ​ເໝືອນ​ດັ່ງ​ພຣະ​ເຈົ້າ ຊຶ່ງ ຮູ້​ຄວາມ​ດີ ແລະ ຄວາມ​ຊົ່ວ.

19 ແລະ ຫລັງ​ຈາກ​ອາ​ດາມ ແລະ ເອ​ວາ ຮັບ​ສ່ວນ​ໝາກ​ໄມ້​ທີ່​ຕ້ອງ​ຫ້າມ​ແລ້ວ ເຂົາ​ທັງ​ສອງ​ຖືກ​ໄລ່​ອອກ​ຈາກ ສວນ​ເອ​ເດນ​ໃຫ້​ໄປ​ໄຖ​ດິນ.

20 ແລະ ເຂົາ​ທັງ​ສອງ​ໄດ້​ມີ​ລູກ​ຫລານ; ແທ້​ຈິງ​ແລ້ວ, ແມ່ນ ຄອບ​ຄົວ​ຂອງ​ແຜ່ນ​ດິນ​ໂລກ​ທັງ​ໝົດ.

21 ແລະ ວັນ​ເວ​ລາ​ຂອງ​ລູກ​ຫລານ ມະ​ນຸດ​ໄດ້​ຖືກ​ຍືດ​ຍາວ​ອອກ​ໄປ, ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ, ເພື່ອ​ພວກ​ເຂົາ​ຈະ​ໄດ້ ກັບ​ໃຈ​ໃນ​ເວ​ລາ​ທີ່​ຢູ່​ໃນ​ເນື້ອ​ໜັງ; ດັ່ງ​ນັ້ນ, ສະ​ພາບ​ຂອງ​ພວກ​ເຂົາ​ກາຍ​ເປັນ​ສະ​ພາບ​ຂອງ ການ​ທົດ​ລອງ, ແລະ ເວ​ລາ​ຂອງ​ພວກ​ເຂົາ​ຖືກ​ເຮັດ​ໃຫ້​ດົນ​ນານ​ອອກ​ໄປ​ຕາມ​ພຣະ​ບັນ​ຍັດ, ຊຶ່ງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ປະ​ທານ​ໃຫ້​ລູກ​ຫລານ​ມະ​ນຸດ. ເພາະ​ພຣະ​ອົງ​ປະ​ທານ​ພຣະ​ບັນ​ຍັດ​ວ່າ ມະ​ນຸດ​ທັງ​ປວງ​ຕ້ອງ​ກັບ​ໃຈ; ເພາະ​ພຣະ​ອົງ​ໄດ້​ສະ​ແດງ​ຕໍ່​ມະ​ນຸດ​ທັງ​ປວງ​ວ່າ ພວກ​ເຂົາ ຫລົງ​ລືມ​ໄປ ເພາະ​ການ​ລ່ວງ​ລະ​ເມີດ​ຂອງ​ບິ​ດາ​ມານ​ດາ​ຂອງ​ພວກ​ເຂົາ.

22 ແລະ ບັດ​ນີ້, ຈົ່ງ​ເບິ່ງ​ຖ້າ​ຫາກ​ອາ​ດາມ​ບໍ່​ລ່ວງ​ລະ​ເມີດ​ລາວ​ກໍ​ຈະ​ບໍ່​ຕົກ, ແຕ່​ລາວ​ຈະ​ຄົງ​ຢູ່​ໃນ​ສວນ​ເອ​ເດນ. ແລະ ທຸກ​ຢ່າງ​ທີ່​ຖືກ​ສ້າງ​ຂຶ້ນ​ກໍ​ຕ້ອງ​ຍັງ​ຄົງ​ຢູ່​ໃນ​ສະ​ພາບ​ດຽວ​ກັບ​ທີ່​ມັນ​ເປັນ​ຢູ່​ຫລັງ​ຈາກ​ຖືກ​ສ້າງ​ຂຶ້ນ ແລະ ມັນ​ຕ້ອງ​ຄົງ​ຢູ່​ຕະ​ຫລອດ​ໄປ ແລະ ບໍ່​ມີ​ທີ່​ສຸດ.

23 ແລະ ເຂົາ​ທັງ​ສອງ​ຈະ​ບໍ່​ມີ ລູກ; ດັ່ງ​ນັ້ນ, ພວກ​ເຂົາ​ຈະ​ຄົງ​ຢູ່​ໃນ​ສະ​ພາບ​ຂອງ​ຄວາມ​ໄຮ້​ດຽງ​ສາ, ບໍ່​ມີ​ຄວາມ​ສຸກ, ເພາະ​ພວກ​ເຂົາ​ບໍ່​ຮູ້​ຈັກ​ຄວາມ​ທຸກ​ທໍ​ລະ​ມານ; ບໍ່​ເຮັດ​ຄວາມ​ດີ ເພາະ​ພວກ​ເຂົາ​ບໍ່​ຮູ້​ຈັກ​ບາບ.

24 ແຕ່​ຈົ່ງ​ເບິ່ງ, ທຸກ​ຢ່າງ​ເປັນ​ໄປ​ໂດຍ​ຄວາມ​ສະ​ຫລຽວ​ສະ​ຫລາດ​ຂອງ​ພຣະ​ອົງ​ຜູ້ ຮູ້​ຈັກ​ທຸກ​ເລື່ອງ.

25 ອາ​ດາມ ຕົກ​ເພື່ອ​ມະ​ນຸດ​ຈະ​ໄດ້ ເປັນ​ຢູ່; ແລະ ມະ​ນຸດ​ເປັນ​ຢູ່​ກໍ​ເພື່ອ​ພວກ​ເຂົາ​ຈະ​ໄດ້​ມີ ຄວາມ​ສຸກ.

26 ແລະ ພຣະ​ເມ​ຊີ​ອາ​ຈະ​ສະ​ເດັດ​ມາ​ໃນ​ຄວາມ​ສົມ​ບູນ​ແຫ່ງ​ເວ​ລາ, ເພື່ອ​ພຣະ​ອົງ​ຈະ​ໄດ້ ໄຖ່​ລູກ​ຫລານ​ມະ​ນຸດ​ໃຫ້​ລອດ​ຈາກ​ການ​ຕົກ. ແລະ ເພາະ​ວ່າ​ພວກ​ເຂົາ​ຖືກ​ໄຖ່​ຈາກ​ການ​ຕົກ ພວກ​ເຂົາ​ຍ່ອມ​ເປັນ ອິດ​ສະ​ລະ​ຕະ​ຫລອດ​ການ​ຮູ້​ຈັກ​ຄວາມ​ດີ​ຈາກ​ຄວາມ​ຊົ່ວ​ທີ່​ຈະ​ກະ​ທຳ​ດ້ວຍ​ຕົນ​ເອງ ແລະ ທີ່​ຈະ​ບໍ່​ຖືກ​ກະ​ທຳ​ນອກ​ຈາກ​ເປັນ​ໄປ​ໂດຍ​ໂທດ​ຂອງ ກົດ​ໃນ​ວັນ​ຍິ່ງ​ໃຫຍ່ ແລະ ສຸດ​ທ້າຍ ຕາມ​ພຣະ​ບັນ​ຍັດ ຊຶ່ງ​ພຣະ​ເຈົ້າ​ປະ​ທານ​ໃຫ້.

27 ດັ່ງ​ນັ້ນ, ມະ​ນຸດ​ເປັນ ອິດ​ສະ​ລະ​ຕາມ​ທາງ​ຂອງ​ເນື້ອ​ໜັງ; ແລະ ໄດ້​ຮັບ​ທຸກ​ຢ່າງ ຊຶ່ງ​ສົມ​ຄວນ​ກັບ​ມະ​ນຸດ​ທີ່​ພວກ​ເຂົາ​ຈະ​ໄດ້​ຮັບ. ແລະ ພວກ​ເຂົາ​ເປັນ​ອິດ​ສະ​ລະ​ທີ່​ຈະ ເລືອກ​ເສ​ລີ​ພາບ ແລະ ຊີ​ວິດ​ນິ​ລັນ​ດອນ, ໂດຍ​ທາງ​ພຣະ​ຜູ້​ເປັນ​ກາງ​ທີ່​ຍິ່ງ​ໃຫຍ່​ຂອງ​ມະ​ນຸດ​ທັງ​ປວງ, ຫລື ຈະ​ເລືອກ​ການ​ເປັນ​ຊະ​ເລີຍ ແລະ ຄວາມ​ຕາຍ​ຕາມ​ການ​ເປັນ​ຊະ​ເລີຍ ແລະ ອຳ​ນາດ​ຂອງ​ມານ; ເພາະ​ມັນ​ສະ​ແຫວງ​ຫາ​ເພື່ອ​ມະ​ນຸດ​ທັງ​ປວງ​ຈະ​ໄດ້​ເສົ້າ​ສະ​ຫລົດ​ໃຈ​ຄື​ກັນ​ກັບ​ມັນ.

28 ແລະ ບັດ​ນີ້, ລູກ​ຂອງ​ພໍ່, ພໍ່​ຢາກ​ໃຫ້​ລູກ​ຫວັງ​ເພິ່ງ ພຣະ​ຜູ້​ເປັນ​ກາງ​ຜູ້​ຍິ່ງ​ໃຫຍ່​ອົງ​ນີ້, ແລະ ໃຫ້​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ; ແລະ ຊື່​ສັດ​ຕໍ່​ຄຳ​ຂອງ​ພຣະ​ອົງ, ແລະ ເລືອກ​ຊີ​ວິດ​ນິ​ລັນ​ດອນ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ວິນ​ຍານ​ສັກ​ສິດ​ຂອງ​ພຣະ​ອົງ;

29 ແລະ ບໍ່​ເລືອກ​ຄວາມ​ຕາຍ​ນິ​ລັນ​ດອນ​ຕາມ​ຄວາມ​ປະ​ສົງ​ຂອງ​ເນື້ອ​ໜັງ ແລະ ຄວາມ​ຊົ່ວ ຊຶ່ງ​ຢູ່​ໃນ​ນັ້ນ ຊຶ່ງ​ໃຫ້​ອຳ​ນາດ​ແກ່​ວິນ​ຍານ​ຂອງ​ມານ​ທີ່​ຈະ ຈັບ​ກຸມ, ທີ່​ຈະ​ນຳ​ລູກ​ລົງ ນະ​ລົກ ເພື່ອ​ມັນ​ຈະ​ໄດ້​ປົກ​ຄອງ​ລູກ​ໃນ​ອາ​ນາ​ຈັກ​ຂອງ​ມັນ.

30 ພໍ່​ເວົ້າ​ສອງ​ສາມ​ຄຳ​ນີ້​ໄວ້​ກັບ​ລູກ​ທຸກ​ຄົນ, ລູກ​ຂອງ​ພໍ່, ໃນ​ຍຸກ​ສຸດ​ທ້າຍ​ແຫ່ງ​ການ​ທົດ​ລອງ​ຂອງ​ພໍ່ ແລະ ພໍ່​ເລືອກ​ສ່ວນ​ໃຫຍ່​ຕາມ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ. ແລະ ພໍ່​ບໍ່​ມີ​ຈຸດ​ປະ​ສົງ​ອື່ນ​ໃດ​ນອກ​ຈາກ​ວ່າ ຈະ​ເປັນ​ຄວາມ​ຜາ​ສຸກ​ອັນ​ເປັນ​ນິດ​ຂອງ​ຈິດ​ວິນ​ຍານ​ຂອງ​ລູກ. ອາ​ແມນ.