ບົດທີ 2
ການໄຖ່ມາເຖິງໂດຍຜ່ານທາງພຣະເມຊີອາຜູ້ບໍລິສຸດ—ອິດສະລະພາບໃນການເລືອກ (ອຳເພີໃຈ) ເປັນສິ່ງສຳຄັນຫລາຍທີ່ມີຢູ່ ແລະ ດຳເນີນຕໍ່ໄປ—ອາດາມຕົກເພື່ອມະນຸດຈະໄດ້ເປັນຢູ່—ມະນຸດມີສິດທີ່ຈະເລືອກເສລີພາບ ແລະ ຊີວິດນິລັນດອນ. ປະມານ 588–570 ປີ ກ່ອນ ຄ.ສ.
1 ແລະ ບັດນີ້ຢາໂຄບພໍ່ຂໍເວົ້າກັບລູກວ່າ: ລູກເປັນ ລູກຄົນທຳອິດຂອງພໍ່ໃນວັນແຫ່ງຄວາມທຸກຂອງພໍ່ຢູ່ໃນຖິ່ນແຫ້ງແລ້ງກັນດານ. ແລະ ຈົ່ງເບິ່ງ, ໃນໄວເດັກຂອງລູກ, ລູກໄດ້ຮັບຄວາມທຸກຍາກລຳບາກ ແລະ ຄວາມເສົ້າສະຫລົດໃຈມາຫລາຍ ເພາະຄວາມຫຍາບຄາຍຂອງພວກອ້າຍຂອງລູກ.
2 ເຖິງຢ່າງໃດກໍຕາມຢາໂຄບລູກຄົນທຳອິດຂອງພໍ່ໃນຖິ່ນແຫ້ງແລ້ງກັນດານ, ລູກຍັງຮູ້ເຖິງຄວາມຍິ່ງໃຫຍ່ຂອງພຣະເຈົ້າ; ແລະ ພຣະອົງໄດ້ຕັ້ງຄວາມທຸກຂອງລູກໄວ້ເພື່ອຜົນປະໂຫຍດຂອງລູກ.
3 ດັ່ງນັ້ນ, ຈິດວິນຍານຂອງລູກຈະໄດ້ຮັບພອນ, ແລະ ລູກຈະຢູ່ຢ່າງປອດໄພກັບນີໄຟອ້າຍຂອງລູກ, ແລະ ລູກຈະໃຊ້ວັນເວລາຂອງລູກໄປໃນການຮັບໃຊ້ພຣະເຈົ້າຂອງລູກ. ດັ່ງນັ້ນ, ພໍ່ຮູ້ວ່າ ລູກຖືກໄຖ່ແລ້ວ ເພາະຄວາມຊອບທຳຂອງພຣະຜູ້ໄຖ່ຂອງລູກ, ເພາະລູກເຫັນແລ້ວວ່າ ໃນຄວາມສົມບູນແຫ່ງເວລາ ພຣະອົງຈະສະເດັດມາ ເພື່ອນຳຄວາມລອດມາໃຫ້ມະນຸດ.
4 ແລະ ລູກໄດ້ ເຫັນລັດສະໝີພາບຂອງພຣະອົງແລ້ວໃນໄວເດັກຂອງລູກ; ດັ່ງນັ້ນ, ລູກໄດ້ຮັບພອນຄືກັນກັບຄົນທີ່ພຣະອົງຈະປະຕິບັດຕໍ່ໃນເນື້ອໜັງ; ເພາະພຣະວິນຍານເປັນເໝືອນກັນ ເຊັ່ນ ມື້ວານນີ້, ມື້ນີ້ ແລະ ຕະຫລອດການ. ແລະ ເສັ້ນທາງຖືກຕຽມໄວ້ຕັ້ງແຕ່ການຕົກຂອງມະນຸດ, ແລະ ຄວາມລອດເປັນຂອງໃຫ້ ລ້າໆ.
5 ແລະ ມະນຸດໄດ້ຮັບການແນະນຳຢ່າງພຽງພໍຈົນ ຮູ້ຈັກຄວາມດີຈາກຄວາມຊົ່ວ. ແລະ ມີກົດໃຫ້ມະນຸດ ແລະ ໂດຍທາງກົດບໍ່ມີເນື້ອໜັງອັນໃດທີ່ ຖືກຕ້ອງ; ຫລື ໂດຍທາງກົດມະນຸດຍ່ອມຖືກຕັດ ອອກ. ແທ້ຈິງແລ້ວ, ໂດຍກົດທາງຝ່າຍໂລກ ພວກເຂົາໄດ້ຖືກຕັດອອກ ແລະ ໂດຍກົດທາງຝ່າຍວິນຍານ ພວກເຂົາຈຶ່ງຕາຍຈາກສິ່ງທີ່ດີ ແລະ ກາຍມາເປັນຄົນເສົ້າສະຫລົດໃຈຕະຫລອດໄປ.
6 ດັ່ງນັ້ນ, ການໄຖ່ຈຶ່ງມາເຖິງໂດຍຜ່ານທາງ ພຣະເມຊີອາຜູ້ບໍລິສຸດ; ເພາະພຣະອົງເຕັມໄປດ້ວຍ ພຣະຄຸນ ແລະ ຄວາມຈິງ.
7 ຈົ່ງເບິ່ງ, ພຣະອົງໄດ້ຖວາຍພຣະອົງເອງໃຫ້ເປັນ ເຄື່ອງບູຊາເພື່ອບາບ, ເພື່ອຕອບທີ່ສຸດຂອງກົດໃຫ້ຄົນທັງປວງຜູ້ມີໃຈທີ່ຊອກຊ້ຳ ແລະ ມີວິນຍານທີ່ສຳນຶກຜິດ; ແລະ ຈະຕອບ ທີ່ສຸດຂອງກົດໃຫ້ໃຜອີກບໍ່ໄດ້.
8 ດັ່ງນັ້ນ, ມັນສຳຄັນພຽງໃດທີ່ຈະເຮັດໃຫ້ສິ່ງເຫລົ່ານີ້ເປັນທີ່ຮູ້ຈັກແກ່ຜູ້ອາໄສຂອງແຜ່ນດິນໂລກ ເພື່ອພວກເຂົາຈະໄດ້ຮູ້ວ່າ ບໍ່ມີເນື້ອໜັງໃດຈະຢູ່ໃນທີ່ປະທັບຂອງພຣະເຈົ້າໄດ້ ນອກຈາກເປັນຜ່ານທາງພຣະຄຸນຄວາມດີ, ແລະ ພຣະເມດຕາ, ແລະ ພຣະຄຸນຂອງພຣະເມຊີອາຜູ້ບໍລິສຸດ ຜູ້ໄດ້ມອບຊີວິດຂອງພຣະອົງຕາມທາງແຫ່ງເນື້ອໜັງ ແລະ ຮັບເອົາມັນອີກໂດຍອຳນາດຂອງພຣະວິນຍານ, ເພື່ອພຣະອົງຈະໄດ້ເຮັດໃຫ້ເກີດ ການຟື້ນຄືນຊີວິດຂອງຄົນຕາຍ ໂດຍເປັນຜູ້ທຳອິດທີ່ຈະລຸກຂຶ້ນມາ.
9 ດັ່ງນັ້ນ, ພຣະອົງຈຶ່ງເປັນຜົນທຳອິດໃຫ້ແກ່ພຣະເຈົ້າ ເພາະພຣະອົງຈະ ວິງວອນແທນລູກຫລານມະນຸດທັງປວງ; ແລະ ຄົນທີ່ເຊື່ອໃນພຣະອົງເທົ່ານັ້ນຈະລອດ.
10 ແລະ ເປັນເພາະການ ວິງວອນແທນທຸກໆຄົນ, ມະນຸດທັງປວງຍ່ອມມາຫາພຣະເຈົ້າ; ດັ່ງນັ້ນ, ພວກເຂົາຢືນຢູ່ໃນທີ່ປະທັບຂອງພຣະອົງ ເພື່ອຮັບ ການພິພາກສາຂອງພຣະອົງຕາມຄວາມຈິງ ແລະ ຄວາມບໍລິສຸດ ຊຶ່ງມີຢູ່ໃນພຣະອົງ. ດັ່ງນັ້ນ, ທີ່ສຸດຂອງກົດ ຊຶ່ງພຣະຜູ້ບໍລິສຸດປະທານໄວ້ໃຫ້ເພື່ອການລົງໂທດ ຊຶ່ງມີຕິດຢູ່ນັ້ນ, ຊຶ່ງໂທດທີ່ມີຕິດຢູ່ນັ້ນ ເປັນສິ່ງກົງກັນຂ້າມກັບສິ່ງທີ່ເປັນຄວາມສຸກ ຊຶ່ງມີຕິດຢູ່ເພື່ອຕອບທີ່ສຸດຂອງ ການຊົດໃຊ້—
11 ເພາະມັນຈຳເປັນວ່າ ຕ້ອງມີ ການກົງກັນຂ້າມໃນທຸກຢ່າງ. ລູກຄົນທຳອິດຂອງພໍ່ທີ່ໄດ້ເກີດໃນຖິ່ນແຫ້ງແລ້ງກັນດານເອີຍ, ຖ້າບໍ່ດັ່ງນັ້ນຈະເຮັດໃຫ້ເກີດຄວາມຊອບທຳບໍ່ໄດ້, ບໍ່ມີທັງຄວາມຊົ່ວຮ້າຍ, ບໍ່ມີທັງຄວາມບໍລິສຸດ ຫລື ຄວາມທຸກທໍລະມານ, ບໍ່ມີທັງຄວາມດີ ຫລື ຄວາມຊົ່ວ. ດັ່ງນັ້ນ, ທຸກຢ່າງຈຶ່ງຈຳເປັນຈະຕ້ອງສານປະກອບເຂົ້າກັນເປັນອັນດຽວ; ດັ່ງນັ້ນ ຖ້າຫາກມັນເປັນອັນດຽວກັນ ມັນກໍຈະຕ້ອງຢູ່ຄືກັນກັບຕາຍໂດຍບໍ່ມີຊີວິດ, ທັງບໍ່ມີຄວາມຕາຍ ຫລື ຄວາມເນົ່າເປື່ອຍ ຫລື ຄວາມບໍ່ເນົ່າເປື່ອຍ, ຄວາມສຸກ ຫລື ຄວາມທຸກທໍລະມານ, ທັງຄວາມຮູ້ສຶກ ຫລື ຄວາມບໍ່ຮູ້ສຶກ.
12 ດັ່ງນັ້ນ, ມັນຈະຕ້ອງຖືກສ້າງຂຶ້ນສຳລັບສິ່ງທີ່ບໍ່ມີຄຸນຄ່າ; ດັ່ງນັ້ນ ຈະບໍ່ມີ ຈຸດປະສົງໃນທີ່ສຸດຂອງການສ້າງມັນ. ດັ່ງນັ້ນ, ສິ່ງນີ້ຈຳຕ້ອງທຳລາຍຄວາມສະຫລຽວສະຫລາດຂອງພຣະເຈົ້າ ແລະ ຈຸດປະສົງອັນເປັນນິລັນດອນຂອງພຣະອົງ, ແລະ ອຳນາດ, ແລະ ຄວາມເມດຕາ, ແລະ ຄວາມຍຸດຕິທຳຂອງພຣະເຈົ້ານຳອີກ.
13 ແລະ ຖ້າຫາກຈະເວົ້າວ່າ ບໍ່ມີກົດ, ລູກຈະເວົ້າອີກວ່າບໍ່ມີບາບ. ຖ້າຫາກລູກຈະເວົ້າວ່າບໍ່ມີບາບ ລູກຈະເວົ້າອີກວ່າບໍ່ມີຄວາມຊອບທຳ. ແລະ ຖ້າຫາກບໍ່ມີຄວາມຊອບທຳກໍບໍ່ມີຄວາມສຸກ. ແລະ ຖ້າຫາກບໍ່ມີຄວາມຊອບທຳ ຫລື ຄວາມສຸກກໍບໍ່ມີໂທດ ຫລື ຄວາມທຸກທໍລະມານ. ແລະ ຖ້າຫາກບໍ່ມີສິ່ງເຫລົ່ານີ້ ກໍບໍ່ມີພຣະເຈົ້າ. ແລະ ຖ້າຫາກບໍ່ມີພຣະເຈົ້າ, ພວກເຮົາກໍບໍ່ໄດ້ເປັນຢູ່, ທັງໂລກກໍບໍ່ມີຢູ່; ເພາະຈະມີການສ້າງສິ່ງຕ່າງໆບໍ່ໄດ້, ທັງຈະກະທຳ ຫລື ຈະຖືກກະທຳບໍ່ໄດ້; ດັ່ງນັ້ນ, ທຸກຢ່າງຕ້ອງຫາຍໄປ.
14 ແລະ ບັດນີ້, ລູກຂອງພໍ່, ພໍ່ເວົ້າເລື່ອງເຫລົ່ານີ້ກັບລູກເພື່ອຜົນປະໂຫຍດ ແລະ ການຮຽນຮູ້ຂອງລູກ ເພາະວ່າມີພຣະເຈົ້າ ແລະ ພຣະອົງໄດ້ ສ້າງທຸກຢ່າງ, ທັງຟ້າສະຫວັນ ແລະ ແຜ່ນດິນໂລກ, ແລະ ທຸກຢ່າງທີ່ຢູ່ໃນນັ້ນ, ທັງສິ່ງທີ່ໄດ້ກະທຳ ແລະ ສິ່ງທີ່ຈະຖືກ ກະທຳ.
15 ແລະ ເພື່ອນຳມາຊຶ່ງ ຈຸດປະສົງອັນເປັນນິລັນດອນຂອງພຣະອົງໃນທີ່ສຸດຂອງມະນຸດ ຫລັງຈາກພຣະອົງໄດ້ສ້າງບິດາມານດາຜູ້ທຳອິດຂອງພວກເຮົາ, ແລະ ສັດໃນທົ່ງ ແລະ ນົກໃນອາກາດແລ້ວ, ແລະ ໂດຍສະຫລຸບ, ທຸກຢ່າງທີ່ຖືກສ້າງຂຶ້ນ, ຈຳເປັນຕ້ອງມີການກົງກັນຂ້າມ ເຖິງວ່າ ໝາກໄມ້ ທີ່ຕ້ອງຫ້າມຍັງກົງກັນຂ້າມກັບ ຕົ້ນໄມ້ແຫ່ງຊີວິດ; ຢ່າງໜຶ່ງຫວານ ແລະ ອີກຢ່າງໜຶ່ງຂົມ.
16 ດັ່ງນັ້ນ, ອົງພຣະຜູ້ເປັນເຈົ້າຈຶ່ງປະທານໃຫ້ມະນຸດ ເພື່ອພວກເຂົາຈະ ກະທຳດ້ວຍຕົວເອງ. ດັ່ງນັ້ນ, ມະນຸດກະທຳດ້ວຍຕົວເອງບໍ່ໄດ້ ນອກຈາກຈະເປັນໄປເພື່ອພວກເຂົາຖືກ ຊັກຈູງໂດຍຢ່າງໜຶ່ງ ຫລື ອີກຢ່າງໜຶ່ງ.
17 ແລະ ພໍ່, ລີໄຮຕາມເລື່ອງທີ່ອ່ານມາແລ້ວ ພໍ່ຈຳຕ້ອງຄິດວ່າ ທູດຂອງພຣະເຈົ້າໄດ້ ຕົກຈາກສະຫວັນຕາມເລື່ອງທີ່ໄດ້ບັນທຶກໄວ້; ດັ່ງນັ້ນ, ລາວຈຶ່ງກາຍເປັນມານໂດຍສະແຫວງຫາແຕ່ສິ່ງທີ່ຊົ່ວຕໍ່ພຣະພັກຂອງພຣະເຈົ້າ.
18 ແລະ ເນື່ອງຈາກລາວຕົກຈາກສະຫວັນ ແລະ ເສົ້າສະຫລົດໃຈຕະຫລອດໄປ, ລາວຈຶ່ງ ສະແຫວງຫາຄວາມທຸກຍາກໃຫ້ມະນຸດຊາດທັງປວງອີກ. ດັ່ງນັ້ນ, ລາວໄດ້ກ່າວກັບ ເອວາ, ແທ້ຈິງແລ້ວ, ແມ່ນງູເຫົ່າຕົວນັ້ນ, ຜູ້ເປັນມານ, ຊຶ່ງເປັນບິດາຂອງ ຄວາມຂີ້ຕົວະທັງປວງ. ດັ່ງນັ້ນ, ມັນໄດ້ກ່າວວ່າ: ຈົ່ງກິນໝາກໄມ້ທີ່ຕ້ອງຫ້າມເສຍ, ແລ້ວເຈົ້າຈະບໍ່ຕາຍ, ແຕ່ເຈົ້າຈະເປັນເໝືອນດັ່ງພຣະເຈົ້າ ຊຶ່ງ ຮູ້ຄວາມດີ ແລະ ຄວາມຊົ່ວ.
19 ແລະ ຫລັງຈາກອາດາມ ແລະ ເອວາ ຮັບສ່ວນໝາກໄມ້ທີ່ຕ້ອງຫ້າມແລ້ວ ເຂົາທັງສອງຖືກໄລ່ອອກຈາກ ສວນເອເດນໃຫ້ໄປໄຖດິນ.
20 ແລະ ເຂົາທັງສອງໄດ້ມີລູກຫລານ; ແທ້ຈິງແລ້ວ, ແມ່ນ ຄອບຄົວຂອງແຜ່ນດິນໂລກທັງໝົດ.
21 ແລະ ວັນເວລາຂອງລູກຫລານ ມະນຸດໄດ້ຖືກຍືດຍາວອອກໄປ, ຕາມພຣະປະສົງຂອງພຣະເຈົ້າ, ເພື່ອພວກເຂົາຈະໄດ້ ກັບໃຈໃນເວລາທີ່ຢູ່ໃນເນື້ອໜັງ; ດັ່ງນັ້ນ, ສະພາບຂອງພວກເຂົາກາຍເປັນສະພາບຂອງ ການທົດລອງ, ແລະ ເວລາຂອງພວກເຂົາຖືກເຮັດໃຫ້ດົນນານອອກໄປຕາມພຣະບັນຍັດ, ຊຶ່ງອົງພຣະຜູ້ເປັນເຈົ້າປະທານໃຫ້ລູກຫລານມະນຸດ. ເພາະພຣະອົງປະທານພຣະບັນຍັດວ່າ ມະນຸດທັງປວງຕ້ອງກັບໃຈ; ເພາະພຣະອົງໄດ້ສະແດງຕໍ່ມະນຸດທັງປວງວ່າ ພວກເຂົາ ຫລົງລືມໄປ ເພາະການລ່ວງລະເມີດຂອງບິດາມານດາຂອງພວກເຂົາ.
22 ແລະ ບັດນີ້, ຈົ່ງເບິ່ງຖ້າຫາກອາດາມບໍ່ລ່ວງລະເມີດລາວກໍຈະບໍ່ຕົກ, ແຕ່ລາວຈະຄົງຢູ່ໃນສວນເອເດນ. ແລະ ທຸກຢ່າງທີ່ຖືກສ້າງຂຶ້ນກໍຕ້ອງຍັງຄົງຢູ່ໃນສະພາບດຽວກັບທີ່ມັນເປັນຢູ່ຫລັງຈາກຖືກສ້າງຂຶ້ນ ແລະ ມັນຕ້ອງຄົງຢູ່ຕະຫລອດໄປ ແລະ ບໍ່ມີທີ່ສຸດ.
23 ແລະ ເຂົາທັງສອງຈະບໍ່ມີ ລູກ; ດັ່ງນັ້ນ, ພວກເຂົາຈະຄົງຢູ່ໃນສະພາບຂອງຄວາມໄຮ້ດຽງສາ, ບໍ່ມີຄວາມສຸກ, ເພາະພວກເຂົາບໍ່ຮູ້ຈັກຄວາມທຸກທໍລະມານ; ບໍ່ເຮັດຄວາມດີ ເພາະພວກເຂົາບໍ່ຮູ້ຈັກບາບ.
24 ແຕ່ຈົ່ງເບິ່ງ, ທຸກຢ່າງເປັນໄປໂດຍຄວາມສະຫລຽວສະຫລາດຂອງພຣະອົງຜູ້ ຮູ້ຈັກທຸກເລື່ອງ.
25 ອາດາມ ຕົກເພື່ອມະນຸດຈະໄດ້ ເປັນຢູ່; ແລະ ມະນຸດເປັນຢູ່ກໍເພື່ອພວກເຂົາຈະໄດ້ມີ ຄວາມສຸກ.
26 ແລະ ພຣະເມຊີອາຈະສະເດັດມາໃນຄວາມສົມບູນແຫ່ງເວລາ, ເພື່ອພຣະອົງຈະໄດ້ ໄຖ່ລູກຫລານມະນຸດໃຫ້ລອດຈາກການຕົກ. ແລະ ເພາະວ່າພວກເຂົາຖືກໄຖ່ຈາກການຕົກ ພວກເຂົາຍ່ອມເປັນ ອິດສະລະຕະຫລອດການຮູ້ຈັກຄວາມດີຈາກຄວາມຊົ່ວທີ່ຈະກະທຳດ້ວຍຕົນເອງ ແລະ ທີ່ຈະບໍ່ຖືກກະທຳນອກຈາກເປັນໄປໂດຍໂທດຂອງ ກົດໃນວັນຍິ່ງໃຫຍ່ ແລະ ສຸດທ້າຍ ຕາມພຣະບັນຍັດ ຊຶ່ງພຣະເຈົ້າປະທານໃຫ້.
27 ດັ່ງນັ້ນ, ມະນຸດເປັນ ອິດສະລະຕາມທາງຂອງເນື້ອໜັງ; ແລະ ໄດ້ຮັບທຸກຢ່າງ ຊຶ່ງສົມຄວນກັບມະນຸດທີ່ພວກເຂົາຈະໄດ້ຮັບ. ແລະ ພວກເຂົາເປັນອິດສະລະທີ່ຈະ ເລືອກເສລີພາບ ແລະ ຊີວິດນິລັນດອນ, ໂດຍທາງພຣະຜູ້ເປັນກາງທີ່ຍິ່ງໃຫຍ່ຂອງມະນຸດທັງປວງ, ຫລື ຈະເລືອກການເປັນຊະເລີຍ ແລະ ຄວາມຕາຍຕາມການເປັນຊະເລີຍ ແລະ ອຳນາດຂອງມານ; ເພາະມັນສະແຫວງຫາເພື່ອມະນຸດທັງປວງຈະໄດ້ເສົ້າສະຫລົດໃຈຄືກັນກັບມັນ.
28 ແລະ ບັດນີ້, ລູກຂອງພໍ່, ພໍ່ຢາກໃຫ້ລູກຫວັງເພິ່ງ ພຣະຜູ້ເປັນກາງຜູ້ຍິ່ງໃຫຍ່ອົງນີ້, ແລະ ໃຫ້ເຊື່ອຟັງພຣະບັນຍັດອັນຍິ່ງໃຫຍ່ຂອງພຣະອົງ; ແລະ ຊື່ສັດຕໍ່ຄຳຂອງພຣະອົງ, ແລະ ເລືອກຊີວິດນິລັນດອນຕາມພຣະປະສົງຂອງພຣະວິນຍານສັກສິດຂອງພຣະອົງ;
29 ແລະ ບໍ່ເລືອກຄວາມຕາຍນິລັນດອນຕາມຄວາມປະສົງຂອງເນື້ອໜັງ ແລະ ຄວາມຊົ່ວ ຊຶ່ງຢູ່ໃນນັ້ນ ຊຶ່ງໃຫ້ອຳນາດແກ່ວິນຍານຂອງມານທີ່ຈະ ຈັບກຸມ, ທີ່ຈະນຳລູກລົງ ນະລົກ ເພື່ອມັນຈະໄດ້ປົກຄອງລູກໃນອານາຈັກຂອງມັນ.
30 ພໍ່ເວົ້າສອງສາມຄຳນີ້ໄວ້ກັບລູກທຸກຄົນ, ລູກຂອງພໍ່, ໃນຍຸກສຸດທ້າຍແຫ່ງການທົດລອງຂອງພໍ່ ແລະ ພໍ່ເລືອກສ່ວນໃຫຍ່ຕາມຖ້ອຍຄຳຂອງສາດສະດາ. ແລະ ພໍ່ບໍ່ມີຈຸດປະສົງອື່ນໃດນອກຈາກວ່າ ຈະເປັນຄວາມຜາສຸກອັນເປັນນິດຂອງຈິດວິນຍານຂອງລູກ. ອາແມນ.