ບົດທີ 20
ພຣະເຢຊູຈັດຫາເຂົ້າຈີ່ ແລະ ເຫລົ້າອະງຸ່ນຢ່າງໜ້າອັດສະຈັນ ແລະ ປະຕິບັດສິນລະລຶກແກ່ພວກເຂົາຕື່ມອີກ—ຜູ້ທີ່ເຫລືອຢູ່ຂອງຢາໂຄບຈະຮຽນຮູ້ເລື່ອງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ ແລະ ຈະໄດ້ເປັນເຈົ້າຂອງອາເມຣິກາ—ພຣະເຢຊູເປັນສາດສະດາຄືກັນກັບໂມເຊ, ແລະ ຊາວນີໄຟແມ່ນລູກຫລານຂອງສາດສະດາ—ຜູ້ຄົນຂອງພຣະຜູ້ເປັນເຈົ້າກຸ່ມອື່ນໆຈະໄປເຕົ້າໂຮມກັນທີ່ເຢຣູຊາເລັມ. ປະມານ ຄ.ສ. 34.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະອົງໄດ້ບັນຊາໃຫ້ຝູງຊົນເຊົາອະທິຖານ, ແລະ ສານຸສິດຂອງພຣະອົງກໍຄືກັນ. ແລະ ພຣະອົງໄດ້ບັນຊາພວກເຂົາວ່າ ພວກເຂົາບໍ່ຄວນເຊົາ ອະທິຖານຢູ່ໃນໃຈຂອງພວກເຂົາ.
2 ແລະ ພຣະອົງໄດ້ບັນຊາໃຫ້ພວກເຂົາລຸກຢືນຂຶ້ນ. ແລະ ພວກເຂົາກໍໄດ້ລຸກຢືນຂຶ້ນ.
3 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະອົງໄດ້ຫັກເຂົ້າຈີ່ອີກເທື່ອໜຶ່ງ ແລະ ໃຫ້ພອນແກ່ມັນ, ແລະ ເອົາໃຫ້ສານຸສິດກິນ.
4 ແລະ ເມື່ອພວກເພິ່ນໄດ້ກິນແລ້ວ ພຣະອົງໄດ້ບັນຊາໃຫ້ພວກເພິ່ນຫັກເຂົ້າຈີ່, ແລະ ເອົາໃຫ້ຝູງຊົນກິນ.
5 ແລະ ເມື່ອພວກເພິ່ນໄດ້ເອົາໃຫ້ຝູງຊົນແລ້ວ ພຣະອົງເອົາເຫລົ້າອະງຸ່ນໃຫ້ພວກເພິ່ນດື່ມນຳອີກ, ແລະ ບັນຊາໃຫ້ພວກເພິ່ນເອົາໃຫ້ຝູງຊົນດື່ມ.
6 ບັດນີ້, ທັງສານຸສິດ ແລະ ຝູງຊົນບໍ່ໄດ້ເອົາ ເຂົ້າຈີ່ ແລະ ເຫລົ້າອະງຸ່ນມາໃຫ້ພຣະອົງ;
7 ແຕ່ພຣະອົງໄດ້ ເອົາເຂົ້າຈີ່ໃຫ້ແກ່ຄົນເຫລົ່ານັ້ນກິນ, ແລະ ໄດ້ເອົາເຫລົ້າອະງຸ່ນໃຫ້ແກ່ຄົນເຫລົ່ານັ້ນດື່ມອີກ.
8 ແລະ ພຣະອົງໄດ້ກ່າວກັບພວກເຂົາວ່າ: ຄົນໃດທີ່ໄດ້ ກິນເຂົ້າຈີ່ຈາກປ່ຽງນີ້ກໍເທົ່າກັບວ່າ ເຂົາໄດ້ກິນເນື້ອກາຍຂອງເຮົາເຂົ້າໄປສູ່ຈິດວິນຍານຂອງເຂົາ; ແລະ ຄົນໃດທີ່ໄດ້ດື່ມເຫລົ້າອະງຸ່ນຈາກຈອກນີ້ ກໍເທົ່າກັບວ່າເຂົາໄດ້ດື່ມເລືອດຂອງເຮົາເຂົ້າໄປສູ່ຈິດວິນຍານຂອງເຂົາ; ແລະ ຈິດວິນຍານຂອງເຂົາຈະບໍ່ຫິວ ຫລື ກະຫາຍ, ແຕ່ຈະອີ່ມ.
9 ບັດນີ້, ເມື່ອຝູງຊົນໄດ້ກິນ ແລະ ດື່ມກັນໝົດທຸກຄົນແລ້ວ, ຈົ່ງເບິ່ງ, ພວກເຂົາເຕັມໄປດ້ວຍພຣະວິນຍານ; ແລະ ພວກເຂົາໄດ້ຮ້ອງອອກມາເປັນສຽງດຽວກັນ ແລະ ຖວາຍບາລະມີແດ່ພຣະເຢຊູ ຜູ້ທີ່ພວກເຂົາທັງໄດ້ເຫັນ ແລະ ໄດ້ຍິນສຽງ.
10 ແລະ ເຫດການໄດ້ບັງກີດຂຶ້ນຄື ເມື່ອພວກເຂົາທຸກຄົນໄດ້ຖວາຍບາລະມີແດ່ພຣະເຢຊູແລ້ວ, ພຣະອົງໄດ້ກ່າວກັບພວກເຂົາວ່າ: ຈົ່ງເບິ່ງ ບັດນີ້ເຮົາໄດ້ເຮັດໃຫ້ພຣະບັນຍັດຊຶ່ງພຣະບິດາບັນຊາເຮົາກ່ຽວກັບຜູ້ຄົນພວກນີ້ສຳເລັດແລ້ວ, ຜູ້ຊຶ່ງເປັນຜູ້ທີ່ເຫລືອຢູ່ຂອງເຊື້ອສາຍອິດສະຣາເອນ.
11 ເຈົ້າຄົງຈຳໄດ້ວ່າ ເຮົາໄດ້ກ່າວກັບເຈົ້າ, ແລະ ເວົ້າວ່າເມື່ອ ຄຳຂອງ ເອຊາຢາຈະສຳເລັດ—ຈົ່ງເບິ່ງ ມັນມີຂຽນໄວ້, ເຈົ້າມີມັນຢູ່ຕໍ່ໜ້າເຈົ້າ, ສະນັ້ນ ຈົ່ງຄົ້ນຄວ້າມັນ—
12 ແລະ ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບເຈົ້າ, ວ່າເມື່ອມັນສຳເລັດ ເວລານັ້ນ ພັນທະສັນຍາຊຶ່ງພຣະບິດາໄດ້ເຮັດໄວ້ກັບຜູ້ຄົນຂອງພຣະອົງກໍຈະສຳເລັດ, ໂອ້ ເຊື້ອສາຍອິດສະຣາເອນ.
13 ແລະ ເມື່ອນັ້ນ ຜູ້ທີ່ເຫລືອຢູ່, ຊຶ່ງໄດ້ແຕກ ກະຈັດກະຈາຍໄປທົ່ວຜືນແຜ່ນດິນໂລກຈະ ເຕົ້າໂຮມຈາກທາງຕາເວັນອອກ ແລະ ຈາກທາງຕາເວັນຕົກ, ແລະ ຈາກທາງໃຕ້ ແລະ ຈາກທາງເໜືອ; ແລະ ພວກເຂົາຈະຖືກນຳມາສູ່ ຄວາມຮູ້ເລື່ອງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ ຜູ້ໄດ້ໄຖ່ພວກເຂົາ.
14 ແລະ ພຣະບິດາໄດ້ບັນຊາເຮົາວ່າ ເຮົາຄວນມອບ ແຜ່ນດິນນີ້ໃຫ້ເຈົ້າເພື່ອເປັນມູນມໍລະດົກ.
15 ແລະ ເຮົາກ່າວກັບເຈົ້າ, ວ່າຖ້າຫາກຄົນຕ່າງຊາດບໍ່ ກັບໃຈຫລັງຈາກທີ່ພວກເຂົາໄດ້ຮັບພອນແລ້ວ, ຫລັງຈາກພວກເຂົາໄດ້ເຮັດໃຫ້ຜູ້ຄົນຂອງເຮົາກະຈັດກະຈາຍໄປ—
16 ເມື່ອນັ້ນເຈົ້າ, ຜູ້ເປັນຜູ້ທີ່ເຫລືອຢູ່ຂອງເຊື້ອສາຍຂອງຢາໂຄບຈະອອກໄປໃນບັນດາພວກເຂົາ; ແລະ ເຈົ້າຈະຢູ່ໃນທ່າມກາງຂອງພວກເຂົາທີ່ມີຈຳນວນຢ່າງຫລວງຫລາຍ; ແລະ ເຈົ້າຈະຢູ່ໃນບັນດາພວກເຂົາເໝືອນດັ່ງສິງຢູ່ໃນບັນດາສັດໃນປ່າ, ແລະ ດັ່ງ ສິງໜຸ່ມຢູ່ໃນບັນດາຝູງແກະ ຊຶ່ງຖ້າຫາກມັນຜ່ານໄປ ທັງຈະ ຢຽບຍ່ຳ ແລະ ຈີກເປັນຕ່ອນໆ, ແລະ ບໍ່ມີໃຜປົດປ່ອຍໄດ້.
17 ມືຂອງເຈົ້າຈະຍົກຢູ່ເທິງຜູ້ປໍລະປັກຂອງເຈົ້າ, ແລະ ສັດຕູຂອງເຈົ້າຈະຖືກຕັດອອກໄປທັງໝົດ.
18 ແລະ ເຮົາຈະ ເຕົ້າໂຮມຜູ້ຄົນຂອງເຮົາເຂົ້າກັນດັ່ງຄົນເຕົ້າໂຮມຟ່ອນເຂົ້າໄວ້ໃນລານ.
19 ເພາະເຮົາຈະເຮັດໃຫ້ຜູ້ຄົນຂອງເຮົາຜູ້ທີ່ພຣະບິດາໃຫ້ພັນທະສັນຍາ, ແທ້ຈິງແລ້ວ, ເຮົາຈະເຮັດໃຫ້ ເຂົາຂອງເຈົ້າເປັນເຫລັກ, ແລະ ເຮົາຈະເຮັດໃຫ້ກີບຕີນຂອງເຈົ້າເປັນທອງເຫລືອງ. ແລະ ເຈົ້າຈະໄດ້ທຸບຕີຄົນຢ່າງຫລວງຫລາຍເປັນຕ່ອນໆ; ແລະ ເຮົາຈະອຸທິດຜົນປະໂຫຍດຂອງພວກເຂົາແດ່ພຣະຜູ້ເປັນເຈົ້າ ແລະ ເຂົ້າຂອງ ຂອງພວກເຂົາຖວາຍພຣະຜູ້ເປັນເຈົ້າຂອງທັງແຜ່ນດິນໂລກ. ແລະ ຈົ່ງເບິ່ງ, ເຮົາຄືຜູ້ທີ່ຈະກະທຳສິ່ງນີ້.
20 ແລະ ເຫດການຈະບັງເກີດຂຶ້ນ, ພຣະບິດາໄດ້ກ່າວ, ວ່າ ດາບແຫ່ງຄວາມຍຸດຕິທຳຂອງເຮົາຈະແຂວນຢູ່ເທິງຫົວຂອງພວກເຂົາໃນມື້ນັ້ນ, ແລະ ຖ້າຫາກພວກເຂົາບໍ່ກັບໃຈ ມັນຈະຟາດຟັນລົງໃສ່ພວກເຂົາ, ພຣະບິດາໄດ້ກ່າວ, ແທ້ຈິງແລ້ວ, ແມ່ນແຕ່ຢູ່ເທິງຫົວຂອງທຸກປະຊາຊາດຂອງຄົນຕ່າງຊາດ.
21 ແລະ ເຫດການຈະບັງເກີດຂຶ້ນຄື ເຮົາຈະສະຖາປະນາ ຄົນຂອງເຮົາຂຶ້ນ, ໂອ້ ເຊື້ອສາຍອິດສະຣາເອນ.
22 ແລະ ຈົ່ງເບິ່ງ, ເຮົາຈະສະຖາປະນາຜູ້ຄົນພວກນີ້ຂຶ້ນໃນແຜ່ນດິນນີ້, ເພື່ອໃຫ້ ພັນທະສັນຍາຊຶ່ງເຮົາໄດ້ເຮັດໄວ້ກັບຢາໂຄບບັນພະບຸດລຸດຂອງເຈົ້າສຳເລັດ; ແລະ ມັນຈະເປັນ ເຢຣູຊາເລັມໃໝ່. ແລະ ອຳນາດຂອງສະຫວັນຈະມາຢູ່ທ່າມກາງຜູ້ຄົນພວກນີ້; ແທ້ຈິງແລ້ວ, ແມ່ນແຕ່ ເຮົາຈະຢູ່ໃນທ່າມກາງພວກເຈົ້າ.
23 ຈົ່ງເບິ່ງ, ເຮົາຄືຜູ້ທີ່ໂມເຊເວົ້າເຖິງ, ມີຄວາມວ່າ: ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຈົ້າຈະຍົກ ສາດສະດາຜູ້ໜຶ່ງຂຶ້ນຈາກພີ່ນ້ອງຂອງເຈົ້າໃຫ້ແກ່ເຈົ້າ ທີ່ເໝືອນກັບຂ້າພະເຈົ້າ; ເຈົ້າຈົ່ງຟັງຜູ້ນັ້ນໃນທຸກເລື່ອງບໍ່ວ່າຈະເປັນອັນໃດກໍຕາມທີ່ຜູ້ນັ້ນຈະກ່າວກັບເຈົ້າ. ແລະ ເຫດການຈະບັງເກີດຂຶ້ນຄື ຜູ້ໃດກໍຕາມທີ່ບໍ່ຟັງຖ້ອຍຄຳຂອງສາດສະດາ ຜູ້ນັ້ນຈະຖືກຕັດອອກຈາກບັນດາຜູ້ຄົນ.
24 ຕາມຈິງແລ້ວເຮົາກ່າວກັບເຈົ້າວ່າ, ແລະ ສາດສະດາ ທັງໝົດນັບຕັ້ງແຕ່ຊາມູເອນ ແລະ ຄົນອື່ນໆຕໍ່ຈາກນັ້ນມາຫລາຍຕໍ່ຫລາຍຄົນກໍໄດ້ເວົ້າ ແລະ ໃຫ້ຖ້ອຍຄຳເຖິງເຮົາ.
25 ແລະ ຈົ່ງເບິ່ງ, ເຈົ້າເປັນລູກຫລານຂອງສາດສະດາ; ແລະ ເຈົ້າເປັນເຊື້ອສາຍອິດສະຣາເອນ; ແລະ ເຈົ້າຢູ່ໃນ ພັນທະສັນຍາ ຊຶ່ງພຣະບິດາໄດ້ເຮັດໄວ້ກັບບັນພະບຸລຸດຂອງເຈົ້າ, ເມື່ອພຣະອົງກ່າວກັບອັບຣາຮາມວ່າ: ແລະ ໃນລູກຫລານຂອງເຈົ້າ ທຸກຕະກຸນຂອງແຜ່ນດິນໂລກຈະໄດ້ຮັບພອນ.
26 ພຣະບິດາຍົກເຮົາໃຫ້ກັບເຈົ້າກ່ອນ, ແລະ ສົ່ງເຮົາມາໃຫ້ພອນແກ່ເຈົ້າໃນການເຮັດໃຫ້ເຈົ້າທຸກຄົນ ຫັນໜີຈາກຄວາມຊົ່ວຮ້າຍຂອງເຈົ້າ; ແລະ ນີ້ກໍເພາະວ່າເຈົ້າເປັນລູກຫລານແຫ່ງພັນທະສັນຍາ—
27 ແລະ ຫລັງຈາກທີ່ເຈົ້າໄດ້ຮັບພອນແລ້ວ ເມື່ອນັ້ນພຣະບິດາຈະໃຫ້ພັນທະສັນຍາຊຶ່ງພຣະອົງໄດ້ກະທຳໄວ້ກັບອັບຣາຮາມສຳເລັດ, ມີຄວາມວ່າ: ໃນລູກຫລານຂອງເຈົ້າ ທຸກຕະກຸນຂອງແຜ່ນດິນໂລກຈະໄດ້ຮັບພອນ—ເພື່ອການເທພຣະວິນຍານບໍລິສຸດລົງມາເທິງຄົນຕ່າງຊາດໂດຍທາງເຮົາ, ຊຶ່ງພອນທີ່ມີຢູ່ກັບ ຄົນຕ່າງຊາດນັ້ນຈະເຮັດໃຫ້ພວກເຂົາຍິ່ງໃຫຍ່ເໜືອຄົນທັງປວງ, ຈົນເຮັດໃຫ້ຜູ້ຄົນຂອງເຮົາກະຈັດກະຈາຍໄປ, ໂອ້ ເຊື້ອສາຍອິດສະຣາເອນ.
28 ແລະ ພວກເຂົາຈະເປັນ ໄພພິບັດຕໍ່ຜູ້ຄົນຂອງແຜ່ນດິນນີ້. ແຕ່ເຖິງຢ່າງໃດກໍຕາມ, ເມື່ອພວກເຂົາໄດ້ຮັບຄວາມສົມບູນແຫ່ງພຣະກິດຕິຄຸນຂອງເຮົາແລ້ວ, ເມື່ອນັ້ນຖ້າຫາກພວກເຂົາຍັງເຮັດໃຈແຂງກະດ້າງກັບເຮົາຢູ່, ເຮົາຈະສົ່ງຄວາມຊົ່ວຮ້າຍຂອງພວກເຂົາກັບຄືນໃສ່ຫົວຂອງພວກເຂົາ, ພຣະບິດາໄດ້ກ່າວ.
29 ແລະ ເຮົາຈະ ນຶກເຖິງພັນທະສັນຍາຊຶ່ງເຮົາໄດ້ກະທຳໄວ້ກັບຜູ້ຄົນຂອງເຮົາ; ແລະ ເຮົາໄດ້ໃຫ້ພັນທະສັນຍາກັບພວກເຂົາວ່າ ເຮົາຈະ ເຕົ້າໂຮມພວກເຂົາໃນເວລາອັນເໝາະສົມຂອງເຮົາ, ວ່າເຮົາຈະມອບ ແຜ່ນດິນຂອງບັນພະບຸລຸດຂອງພວກເຂົາໃຫ້ແກ່ພວກເຂົາຄືນຄືເກົ່າເປັນມູນມໍລະດົກ ຄືແຜ່ນດິນ ເຢຣູຊາເລັມ, ຊຶ່ງເປັນແຜ່ນດິນແຫ່ງຄຳສັນຍາຂອງພວກເຂົາຕະຫລອດໄປ, ພຣະບິດາໄດ້ກ່າວ.
30 ແລະ ເຫດການຈະບັງເກີດຂຶ້ນຄື ວັນເວລາຈະມາເຖິງ, ເມື່ອຄວາມສົມບູນແຫ່ງພຣະກິດຕິຄຸນຂອງເຮົາຈະໄດ້ຖືກສັ່ງສອນໃຫ້ແກ່ພວກເຂົາ;
31 ແລະ ພວກເຂົາຈະ ເຊື່ອໃນເຮົາ, ວ່າເຮົາຄືພຣະເຢຊູຄຣິດ, ພຣະບຸດຂອງພຣະເຈົ້າ, ແລະ ຈະອະທິຖານຫາພຣະບິດາໃນນາມຂອງເຮົາ.
32 ເມື່ອນັ້ນ ຄົນຍາມກໍຈະເປັ່ງສຽງ, ແລະ ພວກເຂົາຈະເປັ່ງສຽງໂຮຮ້ອງນຳກັນ; ເພາະວ່າພວກເຂົາຈະເຫັນດ້ວຍຕາ.
33 ເມື່ອນັ້ນ ພຣະບິດາຈະເຕົ້າໂຮມພວກເຂົາເຂົ້າກັນອີກ, ແລະ ປະທານເຢຣູຊາເລັມໃຫ້ພວກເຂົາ ເພື່ອເປັນແຜ່ນດິນມູນມໍລະດົກຂອງພວກເຂົາ.
34 ເມື່ອນັ້ນພວກເຂົາຈະເປັ່ງສຽງດ້ວຍຄວາມຊື່ນຊົມ—ຮ້ອງເພງນຳກັນ, ກຸງເຢຣູຊາເລັມເອີຍ ເຈົ້າຜູ້ທີ່ເປັນເມືອງຮົກຮ້າງ; ເພາະພຣະບິດາໄດ້ອອຍໃຈຜູ້ຄົນຂອງພຣະອົງແລ້ວ, ພຣະອົງໄດ້ໄຖ່ກຸງເຢຣູຊາເລັມແລ້ວ.
35 ພຣະບິດາໄດ້ກາງແຂນອັນສັກສິດຂອງພຣະອົງໃນສາຍຕາຂອງປະຊາຊາດທັງປວງ; ແລະ ທົ່ວທີ່ສຸດຂອງແຜ່ນດິນໂລກຈະເຫັນການຊ່ວຍໃຫ້ລອດຂອງພຣະບິດາ; ແລະ ພຣະບິດາກັບເຮົາເປັນໜຶ່ງ.
36 ແລະ ເມື່ອນັ້ນເລື່ອງທີ່ມີຂຽນໄວ້ຈະບັງເກີດຂຶ້ນ: ຈົ່ງ ຕື່ນເຖີດ, ຈົ່ງຕື່ນຂຶ້ນອີກ, ແລະ ຈົ່ງມີຄວາມເຂັ້ມແຂງ, ໂອ້ ຊີໂອນ; ຈົ່ງນຸ່ງຫົ່ມເສື້ອຜ້າອັນສວຍງາມເຖີດ, ໂອ້ ເຢຣູຊາເລັມນະຄອນສັກສິດເອີຍ, ເພາະວ່ານັບແຕ່ນີ້ຕໍ່ໄປຈະບໍ່ມີຜູ້ໃດທີ່ສົກກະປົກ ແລະ ບໍ່ສະອາດເຂົ້າມາຫາເຈົ້າອີກຕໍ່ໄປ.
37 ຈົ່ງລຸກຂຶ້ນຈາກຝຸ່ນດິນ; ຈົ່ງລຸກຂຶ້ນ, ນັ່ງລົງ, ໂອ້ ເຢຣູຊາເລັມ; ຈົ່ງປົດຕົວອອກຈາກປອກຄໍ, ໂອ້ ທິດາຜູ້ຖືກຈ່ອງຈຳຂອງຊີໂອນ.
38 ເພາະພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້: ເຈົ້າໄດ້ຂາຍຕົວໄປລ້າໆ, ແລະ ເຈົ້າຈະຖືກໄຖ່ໂດຍບໍ່ຕ້ອງເສຍເງິນ.
39 ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບເຈົ້າ, ວ່າຜູ້ຄົນຂອງເຮົາຈະຮູ້ຈັກຊື່ເຮົາ; ແທ້ຈິງແລ້ວ, ໃນມື້ນັ້ນພວກເຂົາຈະຮູ້ວ່າ ເຮົາຄືຄົນທີ່ເວົ້າ.
40 ແລະ ເມື່ອນັ້ນພວກເຂົາຈະເວົ້າວ່າ: ຕີນຂອງຜູ້ທີ່ຢູ່ເທິງພູນັ້ນງາມ ພຽງໃດ ຜູ້ທີ່ໄດ້ນຳເອົາຂ່າວປະເສີດມາ; ທີ່ໄດ້ ປະກາດສັນຕິສຸກ; ທີ່ນຳເອົາຂ່າວປະເສີດຂອງຄວາມດີມາ, ທີ່ປະກາດຄວາມລອດ; ທີ່ກ່າວກັບຊີໂອນວ່າ: ພຣະເຈົ້າຂອງເຈົ້າຊົງປົກຄອງ;
41 ແລະ ເມື່ອນັ້ນຈະມີສຽງຮ້ອງ ອອກໄປວ່າ: ເຈົ້າຈົ່ງອອກໄປ, ເຈົ້າຈົ່ງອອກໄປ, ເຈົ້າຈົ່ງອອກໄປຈາກບ່ອນນັ້ນ, ຢ່າແຕະຕ້ອງສິ່ງທີ່ ບໍ່ສະອາດ; ຈົ່ງອອກໄປຈາກທ່າມກາງຂອງມັນ; ເຈົ້າທີ່ຖືພາຊະນະຂອງພຣະຜູ້ເປັນເຈົ້າຈົ່ງຮັກສາຕົວ ໃຫ້ສະອາດ.
42 ເພາະເຈົ້າ ບໍ່ຕ້ອງຟ້າວອອກໄປ ຫລື ບໍ່ຕ້ອງຫລົບໜີໄປ; ເພາະພຣະຜູ້ເປັນເຈົ້າຈະນຳໜ້າເຈົ້າໄປ, ແລະ ພຣະເຈົ້າຂອງອິດສະຣາເອນຈະຮັກສາທາງຫລັງຂອງເຈົ້າ.
43 ຈົ່ງເບິ່ງ, ຂ້າໃຊ້ຂອງເຮົາຈະເຮັດພາລະກິດຂອງຕົນຢ່າງຮອບຄອບ; ລາວຈະເປັນຜູ້ຍິ່ງໃຫຍ່ ແລະ ມີກຽດອັນສູງສົ່ງ.
44 ດັ່ງທີ່ຫລາຍຕໍ່ຫລາຍຄົນແປກໃຈໃນຕົວເຈົ້າ—ໜ້າຕາຂອງລາວບາດເຈັບຫລາຍກວ່າຄົນອື່ນ, ແລະ ຮ່າງກາຍຂອງລາວບາດເຈັບຫລາຍກວ່າບຸດຂອງມະນຸດ—
45 ແຕ່ລາວຈະເຮັດໃຫ້ຊົນຊາດທັງຫລາຍ ອັດສະຈັນໃຈ; ກະສັດຈະປາກບໍ່ອອກ; ເພາະພວກເພິ່ນຈະໄດ້ເຫັນສິ່ງທີ່ບໍ່ເຄີຍບອກເລົ່າ; ແລະ ພວກເພິ່ນຈະພິຈາລະນາສິ່ງທີ່ບໍ່ເຄີຍໄດ້ຍິນ.
46 ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບເຈົ້າ, ສິ່ງທັງໝົດນີ້ຈະມາເຖິງຢ່າງແນ່ນອນຕາມທີ່ພຣະບິດາໄດ້ບັນຊາເຮົາ. ເມື່ອນັ້ນພັນທະສັນຍາທີ່ພຣະບິດາໄດ້ໃຫ້ໄວ້ກັບຜູ້ຄົນຂອງພຣະອົງຈະສຳເລັດ; ແລະ ເມື່ອນັ້ນ ເຢຣູຊາເລັມຈະມີຜູ້ຄົນຂອງເຮົາອາໄສຢູ່ອີກ, ແລະ ມັນຈະເປັນແຜ່ນດິນມູນມໍລະດົກຂອງພວກເຂົາ.