ບົດທີ 18
ກະສັດລາໂມໄນຄິດວ່າອຳໂມນເປັນພຣະວິນຍານທີ່ຍິ່ງໃຫຍ່—ອຳໂມນສິດສອນກະສັດກ່ຽວກັບການສ້າງ, ການກະທຳຂອງພຣະເຈົ້າຕໍ່ມະນຸດ, ແລະ ການໄຖ່ຊຶ່ງມາໂດຍຜ່ານທາງພຣະຄຣິດ—ລາໂມໄນເຊື່ອ ແລະ ລົ້ມລົງຢູ່ກັບພື້ນດິນຄືກັບວ່າຕາຍແລ້ວ. ປະມານ 90 ປີ ກ່ອນ ຄ.ສ.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ກະສັດລາໂມໄນໄດ້ສັ່ງໃຫ້ຂ້າໃຊ້ຂອງເພິ່ນອອກມາຢືນ ເພື່ອເປັນພະຍານເຖິງເລື່ອງທັງໝົດທີ່ພວກເຂົາເຫັນມາກ່ຽວກັບເລື່ອງນີ້.
2 ແລະ ເວລາພວກເຂົາທຸກຄົນໃຫ້ການເຖິງເລື່ອງທີ່ໄດ້ເຫັນມາ ແລະ ພວກເຂົາຈຶ່ງຮູ້ຈັກເຖິງຄວາມຊື່ສັດຂອງອຳໂມນໃນການປົກປັກຮັກສາຝູງສັດລ້ຽງຂອງເພິ່ນ, ແລະ ຮູ້ເຖິງອຳນາດອັນຍິ່ງໃຫຍ່ຂອງລາວໃນການຕໍ່ສູ້ກັບຄົນພວກນັ້ນ ຊຶ່ງພະຍາຍາມຈະຂ້າລາວອີກ, ເພິ່ນມີຄວາມແປກປະຫລາດໃຈຢ່າງຍິ່ງ, ແລະ ໄດ້ກ່າວວ່າ: ແນ່ນອນທີ່ສຸດ, ນີ້ຍິ່ງໃຫຍ່ກວ່າມະນຸດທຳມະດາ. ຈົ່ງເບິ່ງ, ນີ້ບໍ່ແມ່ນພຣະວິນຍານທີ່ຍິ່ງໃຫຍ່ບໍ ທີ່ໄດ້ສົ່ງໂທດອັນແສນສາຫັດມາສູ່ຜູ້ຄົນພວກນີ້ ຍ້ອນວ່າການຄາດຕະກຳຂອງພວກເຂົາ?
3 ແລະ ພວກເຂົາຕອບກະສັດ, ແລະ ກ່າວວ່າ: ພວກຂ້ານ້ອຍບໍ່ຮູ້ຈັກວ່າລາວເປັນພຣະວິນຍານທີ່ຍິ່ງໃຫຍ່ ຫລື ວ່າມະນຸດທຳມະດາ; ແຕ່ພວກຂ້ານ້ອຍຮູ້ຈັກພຽງແຕ່ວ່າສັດຕູຂອງກະສັດຈະຂ້າລາວ ບໍ່ໄດ້; ທັງພວກເຂົາບໍ່ສາມາດທຳລາຍຝູງສັດລ້ຽງຂອງກະສັດໃຫ້ແຕກກະຈັດກະຈາຍໄປໄດ້ ຕາບໃດທີ່ລາວຍັງຢູ່ກັບພວກຂ້ານ້ອຍ, ເພາະວ່າຄວາມຊຳນິຊຳນານ ແລະ ພະລັງອັນຍິ່ງໃຫຍ່ຂອງລາວ; ສະນັ້ນ, ພວກຂ້ານ້ອຍຈຶ່ງຮູ້ວ່າ ລາວເປັນເພື່ອນຂອງກະສັດ. ແລະ ບັດນີ້, ໂອ້ ກະສັດເອີຍ, ພວກຂ້ານ້ອຍບໍ່ເຊື່ອວ່າມະນຸດທຳມະດາຈະມີອຳນາດຍິ່ງໃຫຍ່ພຽງນີ້, ເພາະພວກຂ້ານ້ອຍຮູ້ວ່າພວກເຂົາບໍ່ສາມາດຂ້າລາວໄດ້.
4 ແລະ ບັດນີ້, ເມື່ອກະສັດໄດ້ຍິນຂໍ້ຄວາມນີ້ແລ້ວ, ເພິ່ນຈຶ່ງເວົ້າກັບພວກເຂົາວ່າ: ບັດນີ້ຂ້າພະເຈົ້າຮູ້ວ່າ ນີ້ຄືພຣະວິນຍານທີ່ຍິ່ງໃຫຍ່; ແລະ ພຣະອົງໄດ້ສະເດັດມາໃນເວລານີ້ເພື່ອປົກປັກຮັກສາຊີວິດຂອງພວກເຈົ້າ, ເພື່ອຂ້າພະເຈົ້າຈະບໍ່ໄດ້ ຂ້າພວກເຈົ້າຄືກັນກັບທີ່ຂ້າພະເຈົ້າເຄີຍໄດ້ເຮັດມາແລ້ວກັບພີ່ນ້ອງຂອງພວກເຈົ້າ. ບັດນີ້ ນີ້ຄືພຣະວິນຍານທີ່ຍິ່ງໃຫຍ່ ຊຶ່ງບັນພະບຸລຸດຂອງພວກເຮົາໄດ້ເວົ້າໄວ້.
5 ບັດນີ້ ນີ້ເປັນປະເພນີຂອງກະສັດລາໂມໄນ, ຊຶ່ງມາຈາກບິດາຂອງເພິ່ນວ່າ ມັນມີ ພຣະວິນຍານທີ່ຍິ່ງໃຫຍ່, ທັງໆທີ່ພວກເຂົາເຊື່ອໃນພຣະວິນຍານທີ່ຍິ່ງໃຫຍ່ ພວກເຂົາກໍຍັງຄິດວ່າອັນໃດກໍຕາມທີ່ພວກເຂົາເຮັດໄປນັ້ນຖືກຕ້ອງແລ້ວ; ເຖິງຢ່າງໃດກໍຕາມ, ລາໂມໄນໄດ້ເລີ່ມມີຄວາມຢ້ານກົວທີ່ສຸດ, ດ້ວຍຄວາມຢ້ານທີ່ເພິ່ນເຮັດຜິດໃນການຂ້າພວກຂ້າໃຊ້ຂອງເພິ່ນ;
6 ເພາະວ່າເພິ່ນໄດ້ຂ້າພວກຂ້າໃຊ້ຫລາຍຄົນ ເພາະວ່າພີ່ນ້ອງຂອງພວກນີ້ໄດ້ເຮັດໃຫ້ຝູງສັດລ້ຽງຂອງເພິ່ນກະຈັດກະຈາຍໄປບ່ອນທີ່ມີນ້ຳ; ແລະ ດັ່ງນັ້ນ, ເພາະພວກເຂົາໄດ້ເຮັດໃຫ້ຝູງສັດລ້ຽງຂອງພວກເຂົາກະຈັດກະຈາຍໄປ ພວກເຂົາຈຶ່ງຖືກຂ້າ.
7 ບັດນີ້ມັນເປັນການປະຕິບັດຂອງຊາວເລມັນທີ່ຈະໄປຢືນຢູ່ໃກ້ນ້ຳຊີບັດ ເພື່ອໃຫ້ຝູງສັດລ້ຽງຂອງຜູ້ຄົນກະຈັດກະຈາຍໄປ, ເພື່ອພວກເຂົາຈະໄດ້ໄລ່ຕ້ອນເອົາແກະທີ່ກະຈັດກະຈາຍໄປນັ້ນໄປຫາແຜ່ນດິນຂອງພວກເຂົາ, ມັນເປັນວິທີປຸ້ນຢ່າງໜຶ່ງໃນບັນດາພວກເຂົາ.
8 ແລະ ເຫດການໄດ້ບັງເກີດຂຶ້ນຄື ກະສັດລາໂມໄນໄດ້ສອບຖາມຂ້າໃຊ້ຂອງເພິ່ນ, ໂດຍກ່າວວ່າ: ຄົນຜູ້ນີ້ທີ່ມີອຳນາດອັນຍິ່ງໃຫຍ່ແບບນີ້ຢູ່ໃສ?
9 ແລະ ພວກເຂົາຕອບວ່າ: ຈົ່ງເບິ່ງ, ລາວກຳລັງເອົາອາຫານໃຫ້ມ້າຂອງທ່ານກິນຢູ່. ບັດນີ້ກະສັດໄດ້ສັ່ງຂ້າໃຊ້ຂອງເພິ່ນ, ກ່ອນເວລາທີ່ຈະເອົາຝູງແກະໄປກິນນ້ຳວ່າ, ໃຫ້ພວກເຂົາຕຽມມ້າ ແລະ ລົດມ້າຂອງເພິ່ນໄວ້, ແລະ ນຳເອົາເພິ່ນໄປຫາແຜ່ນດິນນີໄຟ ເພາະຈະມີການລ້ຽງສະຫລອງກັນຢ່າງໃຫຍ່ໃນແຜ່ນດິນນີໄຟ ຊຶ່ງຈັດຂຶ້ນໂດຍບິດາຂອງລາໂມໄນຜູ້ຖືກແຕ່ງຕັ້ງໃຫ້ປົກຄອງທົ່ວແຜ່ນດິນ.
10 ບັດນີ້ເວລາກະສັດລາໂມໄນໄດ້ຍິນວ່າ ອຳໂມນກຳລັງຕຽມມ້າ ແລະ ລົດມ້າຂອງເພິ່ນຢູ່ ເພິ່ນກໍຍິ່ງປະຫລາດໃຈ, ເພາະວ່າຄວາມຊື່ສັດຂອງອຳໂມນ, ຈຶ່ງກ່າວອອກມາວ່າ: ແນ່ນອນທີ່ສຸດ ມັນບໍ່ເຄີຍມີຂ້າໃຊ້ຄົນໃດໃນບັນດາຂ້າໃຊ້ທັງໝົດຂອງຂ້າພະເຈົ້າທີ່ຊື່ສັດເທົ່າກັບຄົນນີ້; ເພາະລາວຈື່ຈຳຄຳສັ່ງທັງໝົດຂອງຂ້າພະເຈົ້າເພື່ອປະຕິບັດ.
11 ບັດນີ້ຂ້າພະເຈົ້າແນ່ໃຈວ່າ ນີ້ຄືພຣະວິນຍານທີ່ຍິ່ງໃຫຍ່, ແລະ ຂ້າພະເຈົ້າປາດຖະໜາຢາກໃຫ້ລາວມາຫາຂ້າພະເຈົ້າ, ແຕ່ຂ້າພະເຈົ້າບໍ່ກ້າ.
12 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອອຳໂມນຕຽມມ້າ ແລະ ລົດມ້າໄວ້ໃຫ້ກະສັດ ແລະ ຂ້າໃຊ້ຄົນອື່ນໆຂອງກະສັດແລ້ວ, ລາວກໍໄປຫາກະສັດ ແລະ ລາວເຫັນສີໜ້າຂອງກະສັດປ່ຽນແປງໄປ; ສະນັ້ນ ລາວເກືອບຈະກັບຄືນອອກໄປ.
13 ແລະ ຂ້າໃຊ້ຜູ້ໜຶ່ງຂອງກະສັດເວົ້າກັບລາວວ່າ, ຣັບບານາ, ຊຶ່ງແປວ່າ, ກະສັດຜູ້ມີອຳນາດ ຫລື ຍິ່ງໃຫຍ່, ຊຶ່ງພວກເຂົາຖືວ່າກະສັດຂອງພວກເຂົາມີອຳນາດ ແລະ ພວກເຂົາຈຶ່ງເວົ້າກັບອຳໂມນຕາມນັ້ນວ່າ: ຣັບບານາ, ກະສັດປາດຖະໜາໃຫ້ເຈົ້າຢູ່ກ່ອນ.
14 ສະນັ້ນອຳໂມນຈຶ່ງໄດ້ຫັນຕົວໄປຫາກະສັດ, ແລະ ກ່າວກັບກະສັດວ່າ: ໂອ້ ກະສັດເອີຍ ທ່ານປະສົງຈະໃຫ້ຂ້ານ້ອຍເຮັດສິ່ງໃດໃຫ້ທ່ານ? ແລະ ກະສັດບໍ່ໄດ້ຕອບລາວເປັນເວລາເຖິງໜຶ່ງຊົ່ວໂມງ, ຕາມເວລາຂອງພວກເຂົາ, ເພາະວ່າກະສັດບໍ່ຮູ້ຈັກວ່າຈະເວົ້າຫຍັງກັບລາວ.
15 ແລະ ເຫດການໄດ້ບັງເກີດຂຶ້ນຄື ອຳໂມນເວົ້າກັບເພິ່ນອີກວ່າ: ທ່ານປາດຖະໜາອັນໃດຈາກຂ້ານ້ອຍ? ແຕ່ກະສັດກໍບໍ່ຕອບ.
16 ແລະ ເຫດການໄດ້ບັງເກີດຂຶ້ນຄື ອຳໂມນໂດຍທີ່ເຕັມໄປດ້ວຍພຣະວິນຍານຂອງພຣະເຈົ້າ, ສະນັ້ນ ລາວຈຶ່ງຮູ້ຈັກ ຄວາມນຶກຄິດຂອງກະສັດ. ແລະ ລາວໄດ້ກ່າວກັບເພິ່ນວ່າ: ນີ້ເປັນເພາະວ່າທ່ານໄດ້ຍິນວ່າ ຂ້ານ້ອຍປົກປັກຮັກສາຂ້າໃຊ້ ແລະ ຝູງສັດລ້ຽງຂອງທ່ານ, ແລະ ໄດ້ຂ້າພີ່ນ້ອງຂອງພວກນັ້ນເຈັດຄົນດ້ວຍກະຖຸນ ແລະ ດາບ, ແລະ ໄດ້ຕັດແຂນຄົນອື່ນໆຂາດ, ເພື່ອປົກປັກຮັກສາຝູງສັດລ້ຽງ ແລະ ຂ້າໃຊ້ຂອງທ່ານ; ຈົ່ງເບິ່ງ, ດ້ວຍເຫດນີ້ບໍທີ່ກໍ່ໃຫ້ເກີດຄວາມແປກປະຫລາດໃຈແກ່ທ່ານ?
17 ຂ້ານ້ອຍເວົ້າກັບທ່ານວ່າ, ແມ່ນຫຍັງທີ່ເຮັດໃຫ້ຄວາມແປກປະຫລາດໃຈຂອງທ່ານໃຫຍ່ຫລວງເຊັ່ນນີ້? ຈົ່ງເບິ່ງ, ຂ້ານ້ອຍເປັນມະນຸດທຳມະດາ ແລະ ເປັນຂ້າໃຊ້ຂອງທ່ານ; ສະນັ້ນ, ແນວໃດກໍຕາມທີ່ທ່ານປາດຖະໜາ ຊຶ່ງຖືກຕ້ອງ, ສິ່ງນັ້ນຂ້ານ້ອຍກໍຈະປະຕິບັດຕາມ.
18 ບັດນີ້ເວລາກະສັດໄດ້ຍິນຂໍ້ຄວາມນີ້, ເພິ່ນກໍແປກປະຫລາດໃຈອີກ, ເພາະເພິ່ນຮູ້ວ່າອຳໂມນ ຫລິງເຫັນຄວາມນຶກຄິດຂອງເພິ່ນໄດ້; ແຕ່ມັນກໍເປັນແນວນີ້, ຄືກະສັດລາໂມໄນໄດ້ເປີດປາກ ແລະ ຖາມລາວວ່າ: ເຈົ້າແມ່ນໃຜ? ເຈົ້າເປັນພຣະວິນຍານທີ່ຍິ່ງໃຫຍ່ຜູ້ທີ່ ຮູ້ຈັກໝົດທຸກສິ່ງທຸກຢ່າງບໍ?
19 ອຳໂມນຕອບ ແລະ ກ່າວກັບກະສັດວ່າ: ຂ້ານ້ອຍບໍ່ໄດ້ເປັນດອກ.
20 ແລະ ກະສັດເວົ້າວ່າ: ເຈົ້າຮູ້ຈັກຄວາມນຶກຄິດຂອງໃຈຂອງຂ້າພະເຈົ້າໄດ້ແນວໃດ? ເຈົ້າຈົ່ງເວົ້າມາຢ່າງອາດຫານເຖີດ ແລະ ເວົ້າໃຫ້ຂ້າພະເຈົ້າຟັງກ່ຽວກັບສິ່ງເຫລົ່ານີ້; ແລະ ບອກຂ້າພະເຈົ້າອີກວ່າ ເປັນດ້ວຍອຳນາດອັນໃດທີ່ເຈົ້າໄດ້ຂ້າ ແລະ ຕັດແຂນພວກພີ່ນ້ອງຂອງຂ້າພະເຈົ້າຜູ້ທີ່ເຮັດໃຫ້ຝູງສັດລ້ຽງຂອງຂ້າພະເຈົ້າກະຈັດກະຈາຍໄປ—
21 ແລະ ບັດນີ້, ຖ້າຫາກເຈົ້າຈະບອກຂ້າພະເຈົ້າກ່ຽວກັບສິ່ງເຫລົ່ານີ້ແລ້ວ, ອັນໃດກໍຕາມທີ່ເຈົ້າປາດຖະໜາ ຂ້າພະເຈົ້າຈະມອບໃຫ້; ແລະ ຖ້າຫາກຈຳເປັນແລ້ວ, ຂ້າພະເຈົ້າຈະຄຸ້ມຄອງເຈົ້າດ້ວຍກອງທັບຂອງຂ້າພະເຈົ້າ; ແຕ່ຂ້າພະເຈົ້າຮູ້ວ່າ ເຈົ້າມີອຳນາດຫລາຍກວ່າກອງທັບທັງໝົດນັ້ນ; ເຖິງຢ່າງໃດກໍຕາມ, ອັນໃດກໍຕາມທີ່ເຈົ້າປາດຖະໜາຈາກຂ້າພະເຈົ້າ, ຂ້າພະເຈົ້າຈະມອບໃຫ້.
22 ແລະ ອຳໂມນເປັນຜູ້ສະຫລາດຫລັກແຫລມ, ແຕ່ບໍ່ມີອັນຕະລາຍ, ລາວເວົ້າກັບລາໂມໄນວ່າ: ທ່ານຈະເຊື່ອຟັງຄຳເວົ້າຂອງຂ້ານ້ອຍບໍ, ຖ້າຫາກຂ້ານ້ອຍບອກທ່ານວ່າໂດຍອຳນາດອັນໃດທີ່ຂ້ານ້ອຍເຮັດສິ່ງເຫລົ່ານີ້ໄດ້? ນີ້ເປັນສິ່ງທີ່ຂ້ານ້ອຍປາດຖະໜາຈາກທ່ານ.
23 ແລະ ກະສັດໄດ້ຕອບລາວ, ແລະ ເວົ້າວ່າ: ແທ້ຈິງແລ້ວ, ຂ້າພະເຈົ້າຈະເຊື່ອໃນຄຳເວົ້າຂອງເຈົ້າທັງໝົດ. ແລະ ດັ່ງນັ້ນເພິ່ນຈຶ່ງເສຍທ່າດ້ວຍອຸບາຍ.
24 ແລະ ອຳໂມນເລີ່ມເວົ້າກັບກະສັດດ້ວຍ ຄວາມກ້າຫານວ່າ: ທ່ານເຊື່ອບໍວ່າ ມີພຣະເຈົ້າ?
25 ແລະ ເພິ່ນໄດ້ຕອບ ແລະ ເວົ້າກັບລາວວ່າ: ຂ້າພະເຈົ້າບໍ່ຮູ້ຈັກວ່ານັ້ນໝາຍຄວາມວ່າແນວໃດ.
26 ແລ້ວອຳໂມນຖາມວ່າ: ທ່ານເຊື່ອບໍວ່າມີພຣະວິນຍານທີ່ຍິ່ງໃຫຍ່?
27 ແລະ ເພິ່ນຕອບວ່າ, ເຊື່ອ.
28 ແລະ ອຳໂມນກ່າວວ່າ: ນີ້ຄືພຣະເຈົ້າ. ແລະ ອຳໂມນຖາມເພິ່ນອີກວ່າ: ທ່ານເຊື່ອບໍວ່າມີພຣະວິນຍານທີ່ຍິ່ງໃຫຍ່ນີ້, ຜູ້ເປັນພຣະເຈົ້າ, ໄດ້ສ້າງທຸກສິ່ງທຸກຢ່າງຊຶ່ງຢູ່ໃນສະຫວັນ ແລະ ແຜ່ນດິນໂລກ?
29 ແລະ ເພິ່ນຕອບວ່າ: ແທ້ຈິງແລ້ວ ຂ້າພະເຈົ້າເຊື່ອວ່າພຣະອົງເປັນຜູ້ສ້າງທຸກສິ່ງທຸກຢ່າງຢູ່ເທິງແຜ່ນດິນໂລກ; ແຕ່ຂ້າພະເຈົ້າບໍ່ຮູ້ຈັກເລື່ອງຟ້າສະຫວັນ.
30 ແລະ ອຳໂມນເວົ້າກັບເພິ່ນວ່າ: ຟ້າສະຫວັນເປັນບ່ອນທີ່ພຣະເຈົ້າປະທັບຢູ່ພ້ອມທັງເຫລົ່າທູດທີ່ສັກສິດທັງໝົດຂອງພຣະອົງ.
31 ແລະ ກະສັດລາໂມໄນຖາມວ່າ: ມັນຢູ່ເໜືອແຜ່ນດິນໂລກບໍ?
32 ແລະ ອຳໂມນຕອບວ່າ: ແມ່ນແລ້ວ, ແລະ ພຣະອົງຫລຽວລົງມາເບິ່ງລູກຫລານມະນຸດທັງໝົດ; ແລະ ພຣະອົງຮູ້ຈັກ ຄວາມນຶກຄິດ ແລະ ເຈດຕະນາ; ທັງໝົດຂອງໃຈ; ເພາະວ່າພຣະອົງສ້າງພວກເຂົາທັງໝົດໂດຍພຣະຫັດຂອງພຣະອົງເອງຕັ້ງແຕ່ຕົ້ນ.
33 ແລະ ກະສັດລາໂມໄນໄດ້ເວົ້າວ່າ: ຂ້າພະເຈົ້າເຊື່ອເລື່ອງທັງໝົດທີ່ເຈົ້າເວົ້າມາ. ເຈົ້າຖືກສົ່ງມາຈາກພຣະເຈົ້າບໍ?
34 ອຳໂມນຕອບເພິ່ນວ່າ: ຂ້ານ້ອຍເປັນຄົນທຳມະດາ ແລະ ມະນຸດຄົນທຳອິດໄດ້ຖືກສ້າງຂຶ້ນຕາມລັກສະນະຂອງພຣະເຈົ້າ, ແລະ ພຣະວິນຍານສັກສິດຂອງພຣະອົງໄດ້ເອີ້ນຂ້ານ້ອຍໃຫ້ ສິດສອນສິ່ງເຫລົ່ານີ້ໃຫ້ແກ່ຜູ້ຄົນພວກນີ້, ເພື່ອພວກເຂົາຈະຖືກນຳມາໃຫ້ຮູ້ເລື່ອງທີ່ທ່ຽງທຳ ແລະ ເປັນຄວາມຈິງ;
35 ແລະ ສ່ວນໜຶ່ງຂອງ ພຣະວິນຍານນັ້ນປະທັບຢູ່ໃນຕົວຂ້ານ້ອຍ, ເພື່ອໃຫ້ ຄວາມຮູ້ ແລະ ອຳນາດແກ່ຂ້ານ້ອຍຕາມສັດທາ ແລະ ຄວາມປາດຖະໜາຂອງຂ້ານ້ອຍຊຶ່ງມີຢູ່ໃນພຣະເຈົ້າ.
36 ບັດນີ້ເວລາອຳໂມນເວົ້າຂໍ້ຄວາມນີ້ແລ້ວ, ລາວເລີ່ມເລົ່າຕັ້ງແຕ່ການສ້າງໂລກ ແລະ ພ້ອມດ້ວຍການສ້າງອາດາມ, ແລະ ບອກເພິ່ນທຸກໆເລື່ອງກ່ຽວກັບການຕົກຂອງມະນຸດ ແລະ ເລົ່າເລື່ອງລາວຕ່າງໆໃຫ້ຟັງ ແລະ ວາງບັນທຶກ ແລະ ພຣະຄຳພີອັນສັກສິດຂອງຜູ້ຄົນ ຊຶ່ງ ສາດສະດາໄດ້ເລົ່າ, ຄືນໄປຈົນເຖິງເວລາທີ່ລີໄຮ ບັນພະບຸລຸດຂອງພວກເຂົາອອກຈາກເຢຣູຊາເລັມ.
37 ແລະ ລາວໄດ້ເລົ່າໃຫ້ພວກເພິ່ນຟັງ (ໃຫ້ກະສັດ ແລະ ຂ້າໃຊ້ຂອງເພິ່ນ) ເຖິງການເດີນທາງທັງໝົດຂອງບັນພະບຸລຸດຂອງພວກເພິ່ນໃນຖິ່ນແຫ້ງແລ້ງກັນດານ, ແລະ ຄວາມທຸກຍາກລຳບາກດ້ວຍຄວາມອຶດຫິວ ແລະ ກະຫາຍນ້ຳທັງໝົດຂອງເຂົາເຈົ້າ, ພ້ອມທັງການເດີນທາງຂອງເຂົາເຈົ້າ ແລະ ອື່ນໆ.
38 ແລະ ລາວໄດ້ເລົ່າໃຫ້ພວກເພິ່ນຟັງກ່ຽວກັບການກະບົດຂອງເລມັນ ແລະ ເລມູເອນ, ແລະ ພວກລູກຊາຍຂອງອິດຊະມາເອນນຳອີກ, ແທ້ຈິງແລ້ວ, ລາວໄດ້ເລົ່າໃຫ້ພວກເພິ່ນຟັງເຖິງການກະບົດທັງໝົດຂອງພວກເຂົາ; ແລະ ລາວໄດ້ຊີ້ແຈງໃຫ້ພວກເພິ່ນຟັງເຖິງເລື່ອງບັນທຶກ ແລະ ພຣະຄຳພີທັງໝົດນັບຕັ້ງແຕ່ເວລາທີ່ລີໄຮອອກມາຈາກເຢຣູຊາເລັມມາຈົນເຖິງເວລານີ້.
39 ແຕ່ຍັງບໍ່ທັນໝົດ; ເພາະວ່າລາວໄດ້ຊີ້ແຈງແກ່ພວກເພິ່ນເຖິງ ແຜນແຫ່ງການໄຖ່, ຊຶ່ງໄດ້ຕຽມໄວ້ນັບຕັ້ງແຕ່ການວາງຮາກຖານຂອງໂລກ; ແລະ ລາວໄດ້ໃຫ້ພວກເພິ່ນຮູ້ຈັກອີກກ່ຽວກັບການສະເດັດມາຂອງພຣະຄຣິດ ແລະ ວຽກງານທັງໝົດຂອງພຣະຜູ້ເປັນເຈົ້າ.
40 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກລາວໄດ້ເວົ້າ ແລະ ຊີ້ແຈງເລື່ອງທັງໝົດນີ້ແກ່ກະສັດແລ້ວ, ແລະ ກະສັດກໍເຊື່ອໃນຄຳເວົ້າທັງໝົດຂອງລາວ.
41 ແລະ ເພິ່ນໄດ້ເລີ່ມຮ້ອງທູນຕໍ່ພຣະຜູ້ເປັນເຈົ້າ, ໂດຍກ່າວວ່າ: ໂອ້ ພຣະຜູ້ເປັນເຈົ້າ, ຂໍຈົ່ງໂຜດເມດຕາຕາມ ພຣະເມດຕາອັນອຸດົມສົມບູນຂອງພຣະອົງ ຊຶ່ງເຄີຍມີແກ່ຜູ້ຄົນຂອງນີໄຟມາແລ້ວ, ຂໍຈົ່ງມີແກ່ຂ້ານ້ອຍ ແລະ ຜູ້ຄົນຂອງຂ້ານ້ອຍດ້ວຍເຖີດ.
42 ແລະ ບັດນີ້, ເມື່ອເພິ່ນເວົ້າດັ່ງນີ້ແລ້ວ, ເພິ່ນກໍລົ້ມລົງຢູ່ກັບພື້ນດິນຄືກັບຕາຍແລ້ວ.
43 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກຂ້າໃຊ້ໄດ້ຫາມກະສັດໄປຫາມະເຫສີຂອງເພິ່ນ, ແລະ ວາງເພິ່ນໄວ້ເທິງຕຽງ; ແລະ ເພິ່ນໄດ້ນອນຢູ່ຄືກັບຕາຍແລ້ວເປັນເວລາສອງມື້ສອງຄືນ; ແລະ ມະເຫສີ, ແລະ ພວກລູກຊາຍ, ແລະ ພວກລູກສາວຂອງເພິ່ນໄດ້ໄວ້ທຸກນຳເພິ່ນຕາມປະເພນີຂອງຊາວເລມັນ, ແລະ ຄ່ຳຄວນຢ່າງໃຫຍ່ຫລວງໃນການສູນເສຍເພິ່ນໄປ.