ບົດທີ 22
ອາໂຣນສິດສອນບິດາຂອງລາໂມໄນກ່ຽວກັບການສ້າງ, ການຕົກຂອງອາດາມ, ແລະ ແຜນແຫ່ງການໄຖ່ໂດຍຜ່ານພຣະຄຣິດ—ກະສັດ ແລະ ທຸກຄົນໃນຄອບຄົວຂອງເພິ່ນໄດ້ປ່ຽນໃຈເຫລື້ອມໃສ—ການອະທິບາຍກ່ຽວກັບແຜ່ນດິນທີ່ແບ່ງແຍກລະຫວ່າງຊາວນີໄຟ ແລະ ຊາວເລມັນ. ປະມານ 90–77 ປີ ກ່ອນ ຄ.ສ.
1 ບັດນີ້, ໃນຂະນະທີ່ອຳໂມນກຳລັງສິດສອນຜູ້ຄົນຂອງລາໂມໄນເປັນປະຈຳຢູ່ນັ້ນ, ພວກເຮົາຈະກັບໄປເວົ້າເຖິງເລື່ອງລາວຂອງອາໂຣນ ແລະ ອ້າຍນ້ອງຂອງລາວ; ເພາະວ່າຫລັງຈາກລາວໄດ້ອອກຈາກແຜ່ນດິນມິດໂດໄນໄປແລ້ວ ລາວໄດ້ຖືກພຣະວິນຍານ ຊົງນຳໄປຫາແຜ່ນດິນນີໄຟ, ຈົນໄປເຖິງລາຊາວັງຂອງກະສັດ ຊຶ່ງເປັນຜູ້ປົກຄອງທົ່ວແຜ່ນດິນ ຍົກເວັ້ນແຕ່ແຜ່ນດິນອິດຊະມາເອນເທົ່ານັ້ນ; ແລະ ເພິ່ນຄືບິດາຂອງລາໂມໄນ.
2 ແລະ ເຫດການໄດ້ບັງເກີດຂຶ້ນຄື ລາວໄດ້ເຂົ້າໄປໃນວັງຂອງກະສັດ ແລະ ກົ້ມຫົວລົງຕໍ່ໜ້າຂອງກະສັດ, ແລະ ກ່າວກັບເພິ່ນວ່າ: ຈົ່ງເບິ່ງ, ໂອ້ ກະສັດເອີຍ ພວກຂ້ານ້ອຍເປັນອ້າຍນ້ອງຂອງອຳໂມນ, ຜູ້ທີ່ທ່ານໄດ້ ປົດປ່ອຍອອກຈາກຄຸກນັ້ນ.
3 ບັດນີ້, ກະສັດເອີຍ ເມື່ອທ່ານໄວ້ຊີວິດຂອງພວກຂ້ານ້ອຍ, ແລ້ວພວກຂ້ານ້ອຍຈະຍອມເປັນຂ້າໃຊ້ຂອງທ່ານ. ແລະ ກະສັດກ່າວກັບພວກເຂົາວ່າ: ຈົ່ງລຸກຂຶ້ນເຖີດ, ເພາະວ່າຂ້າພະເຈົ້າໄວ້ຊີວິດຂອງພວກເຈົ້າແລ້ວ, ແລະ ຂ້າພະເຈົ້າຈະບໍ່ຍອມໃຫ້ພວກເຈົ້າເປັນຂ້າໃຊ້ຂອງຂ້າພະເຈົ້າ; ແຕ່ຂ້າພະເຈົ້າຈະຂໍຮ້ອງໃຫ້ພວກເຈົ້າປະຕິບັດສາດສະໜາກິດແກ່ຂ້າພະເຈົ້າ ເພາະຂ້າພະເຈົ້າມີຄວາມຫຍຸ້ງຍາກໃນຈິດໃຈບາງຢ່າງ ຍ້ອນວ່າຄວາມເອື້ອເຟື້ອເພື່ອແຜ່ ແລະ ຄວາມຍິ່ງໃຫຍ່ຂອງຄຳເວົ້າຂອງອຳໂມນ ອ້າຍຂອງພວກເຈົ້າ; ແລະ ຂ້າພະເຈົ້າປາດຖະໜາຢາກຮູ້ສາເຫດວ່າເປັນດ້ວຍເຫດໃດ ລາວຈຶ່ງບໍ່ໄດ້ຂຶ້ນມາຈາກມິດໂດໄນພ້ອມກັບພວກເຈົ້າ.
4 ແລະ ອາໂຣນກ່າວກັບກະສັດວ່າ: ຈົ່ງເບິ່ງ, ພຣະວິນຍານຂອງພຣະຜູ້ເປັນເຈົ້າໄດ້ເອີ້ນລາວໃຫ້ໄປທາງອື່ນ; ລາວໄດ້ໄປຫາແຜ່ນດິນອິດຊະມາເອນ, ເພື່ອສິດສອນຜູ້ຄົນຂອງລາໂມໄນ.
5 ບັດນີ້ກະສັດກ່າວກັບພວກເຂົາວ່າ: ແມ່ນອັນໃດທີ່ພວກເຈົ້າເວົ້າກ່ຽວກັບພຣະວິນຍານຂອງພຣະຜູ້ເປັນເຈົ້າ? ຈົ່ງເບິ່ງ, ນີ້ຄືເລື່ອງທີ່ເຮັດໃຫ້ຂ້າພະເຈົ້າມີຄວາມຫຍຸ້ງຍາກໃນຈິດໃຈ.
6 ແລະ ມັນໝາຍຄວາມວ່າແນວໃດເມື່ອອຳໂມນເວົ້າວ່າ—ຖ້າຫາກທ່ານກັບໃຈແລ້ວ ທ່ານຈະລອດ, ແລະ ຖ້າຫາກທ່ານບໍ່ກັບໃຈແລ້ວ, ທ່ານຈະຖືກປະຖິ້ມໃນວັນສຸດທ້າຍ?
7 ແລະ ອາໂຣນໄດ້ຕອບ ແລະ ກ່າວກັບເພິ່ນວ່າ: ທ່ານເຊື່ອບໍວ່າມີພຣະເຈົ້າ? ແລະ ກະສັດຕອບວ່າ: ຂ້າພະເຈົ້າຮູ້ວ່າ ຊາວອາມາລະໄຄເວົ້າວ່າ ມີພຣະເຈົ້າ, ແລະ ຂ້າພະເຈົ້າກໍໄດ້ອະນຸຍາດໃຫ້ພວກເຂົາສ້າງບ່ອນລີ້ໄພ ເພື່ອພວກເຂົາຈະໄດ້ມາຊຸມນຸມກັນ ເພື່ອນະມັດສະການພຣະອົງ. ແລະ ບັດນີ້ຖ້າຫາກເຈົ້າເວົ້າວ່າ ມີພຣະເຈົ້າແລ້ວ, ຈົ່ງເບິ່ງ ຂ້າພະເຈົ້າກໍຈະ ເຊື່ອ.
8 ແລະ ບັດນີ້ເມື່ອອາໂຣນໄດ້ຍິນເລື່ອງນີ້ແລ້ວ, ໃຈຂອງລາວກໍເລີ່ມປິຕິຍິນດີ, ແລະ ກ່າວວ່າ: ຈົ່ງເບິ່ງ, ແນ່ນອນທີ່ສຸດຄືກັນກັບທ່ານມີຊີວິດຢູ່ສັນໃດ, ໂອ້ ກະສັດເອີຍ ພຣະເຈົ້າກໍມີຢູ່ສັນນັ້ນ.
9 ແລະ ກະສັດຖາມວ່າ: ພຣະເຈົ້າຄື ພຣະວິນຍານທີ່ຍິ່ງໃຫຍ່ ຊຶ່ງໄດ້ນຳພາບັນພະບຸລຸດຂອງພວກເຮົາອອກມາຈາກແຜ່ນດິນເຢຣູຊາເລັມນັ້ນບໍ?
10 ແລະ ອາໂຣນກ່າວກັບເພິ່ນວ່າ: ແມ່ນແລ້ວ, ພຣະອົງຄືພຣະວິນຍານທີ່ຍິ່ງໃຫຍ່ອົງນັ້ນ, ແລະ ພຣະອົງ ໄດ້ສ້າງທຸກສິ່ງທຸກຢ່າງໃນສະຫວັນ ແລະ ໃນແຜ່ນດິນໂລກ. ທ່ານເຊື່ອເລື່ອງນີ້ບໍ?
11 ແລະ ເພິ່ນກ່າວວ່າ: ເຊື່ອແລ້ວ, ຂ້າພະເຈົ້າເຊື່ອວ່າ ພຣະວິນຍານທີ່ຍິ່ງໃຫຍ່ອົງນັ້ນໄດ້ສ້າງທຸກສິ່ງທຸກຢ່າງ ແລະ ຂ້າພະເຈົ້າປາດຖະໜາຢາກໃຫ້ເຈົ້າບອກຂ້າພະເຈົ້າອີກກ່ຽວກັບເລື່ອງທັງໝົດນີ້ ເພື່ອຂ້າພະເຈົ້າຈະ ເຊື່ອໃນຄຳເວົ້າຂອງເຈົ້າ.
12 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາອາໂຣນເຫັນວ່າກະສັດເຊື່ອໃນຄຳເວົ້າຂອງລາວແລ້ວ, ລາວຈຶ່ງເລີ່ມຕົ້ນຕັ້ງແຕ່ການສ້າງຂອງອາດາມ, ໂດຍ ອ່ານພຣະຄຳພີໃຫ້ກະສັດຟັງວ່າ ພຣະເຈົ້າໄດ້ສ້າງມະນຸດຕາມຮູບຮ່າງລັກສະນະຂອງພຣະອົງເອງ, ແລະວ່າພຣະເຈົ້າໄດ້ປະທານພຣະບັນຍັດຂອງພຣະອົງໃຫ້ແກ່ລາວ, ແລະ ຍ້ອນການລ່ວງລະເມີດນັ້ນ ມະນຸດຈຶ່ງຕົກ.
13 ແລະ ອາໂຣນໄດ້ຊີ້ແຈງພຣະຄຳພີໃຫ້ຟັງຕັ້ງແຕ່ ການສ້າງອາດາມໂດຍບັນລະຍາຍເຖິງການຕົກຂອງມະນຸດໃຫ້ເພິ່ນຟັງ, ແລະ ສະພາບແຫ່ງກາມມະລົມ ແລະ ແຜນແຫ່ງການໄຖ່ນຳອີກ, ຊຶ່ງຖືກຕຽມໄວ້ໂດຍທາງພຣະຄຣິດນັບ ຕັ້ງແຕ່ການວາງຮາກຖານຂອງໂລກສຳລັບຜູ້ໃດກໍຕາມທີ່ເຊື່ອໃນພຣະນາມຂອງພຣະອົງ.
14 ແລະ ເນື່ອງຈາກວ່າມະນຸດ ຕົກ ເຂົາຈຶ່ງບໍ່ມີ ຄຸນຄວາມດີຫຍັງມາດ້ວຍຕົວເອງ; ແຕ່ຄວາມທຸກທໍລະມານ ແລະ ການສິ້ນພຣະຊົນຂອງພຣະຄຣິດໄດ້ ຊົດໃຊ້ແທນບາບຂອງມະນຸດ ໂດຍການມີສັດທາ ແລະ ການກັບໃຈ ແລະ ອື່ນໆ ແລະວ່າພຣະອົງເຮັດໃຫ້ສາຍຮັດແຫ່ງຄວາມຕາຍຂາດອອກ, ເພື່ອວ່າ ຫລຸມຝັງສົບຈະບໍ່ມີໄຊຊະນະ, ແລະ ຄວາມເຈັບປວດແຫ່ງຄວາມຕາຍຈະຖືກກືນເຂົ້າໄປໃນຄວາມຫວັງແຫ່ງລັດສະໝີພາບ; ແລະ ອາໂຣນໄດ້ຊີ້ແຈງເລື່ອງທັງໝົດນີ້ຕໍ່ກະສັດ.
15 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກອາໂຣນໄດ້ຊີ້ແຈງເລື່ອງເຫລົ່ານີ້ຕໍ່ເພິ່ນແລ້ວ, ກະສັດໄດ້ເວົ້າວ່າ: ຂ້າພະເຈົ້າຈະເຮັດ ແນວໃດເພື່ອຂ້າພະເຈົ້າຈະມີຊີວິດນິລັນດອນ ຊຶ່ງເຈົ້າໄດ້ເວົ້າມານັ້ນ? ແທ້ຈິງແລ້ວ, ຂ້າພະເຈົ້າຈະເຮັດແນວໃດເພື່ອຈະໄດ້ ເກີດຈາກພຣະເຈົ້າ, ໂດຍຂຸດເອົາຮາກຂອງວິນຍານຊົ່ວນີ້ອອກຈາກໜ້າເອິກຂອງຂ້າພະເຈົ້າ, ແລະ ຮັບເອົາພຣະວິນຍານຂອງພຣະອົງ, ເພື່ອຂ້າພະເຈົ້າຈະເຕັມໄປດ້ວຍຄວາມປິຕິຍິນດີ, ເພື່ອວ່າຂ້າພະເຈົ້າຈະບໍ່ໄດ້ຖືກປະຖິ້ມໃນວັນສຸດທ້າຍ? ຈົ່ງເບິ່ງ, ກະສັດໄດ້ເວົ້າວ່າ ຂ້າພະເຈົ້າຈະສະລະ ທຸກສິ່ງທຸກຢ່າງທີ່ຂ້າພະເຈົ້າເປັນເຈົ້າຂອງ, ແທ້ຈິງແລ້ວ, ຂ້າພະເຈົ້າຈະປະຖິ້ມລາຊາອານາຈັກຂອງຂ້າພະເຈົ້າ, ເພື່ອຈະໄດ້ຮັບຄວາມຜາສຸກອັນຍິ່ງໃຫຍ່ນີ້.
16 ແຕ່ອາໂຣນໄດ້ເວົ້າກັບເພິ່ນວ່າ: ຖ້າຫາກວ່າທ່ານ ປາດຖະໜາສິ່ງເຫລົ່ານີ້ ກໍຂໍໃຫ້ທ່ານກົ້ມຂາບລົງຕໍ່ພຣະພັກຂອງພຣະເຈົ້າ, ແທ້ຈິງແລ້ວ, ຂໍໃຫ້ທ່ານກັບໃຈຈາກບາບທັງໝົດຂອງທ່ານ, ແລະ ໃຫ້ກົ້ມຂາບລົງຕໍ່ພຣະພັກຂອງພຣະເຈົ້າ, ແລະ ເອີ້ນຫາພຣະນາມຂອງພຣະອົງໃນສັດທາ, ໂດຍເຊື່ອວ່າທ່ານຈະໄດ້ຮັບຄຳຕອບ, ແລ້ວທ່ານຈະໄດ້ຮັບ ຄວາມຫວັງຕາມຄວາມປາດຖະໜາ.
17 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອອາໂຣນໄດ້ເວົ້າຂໍ້ຄວາມເຫລົ່ານີ້ແລ້ວ, ກະສັດກໍໄດ້ ຄຸເຂົ່າກົ້ມຂາບລົງ ຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ; ແທ້ຈິງແລ້ວ, ເພິ່ນໄດ້ຂາບຕົວລົງຈົນເຖິງພື້ນດິນ, ແລະ ສົ່ງສຽງຈົນສຸດກຳລັງ, ກ່າວວ່າ:
18 ໂອ້ ພຣະອົງເຈົ້າ, ອາໂຣນໄດ້ບອກຂ້ານ້ອຍວ່າມີພຣະເຈົ້າ; ແລະ ຖ້າຫາກວ່າມີພຣະເຈົ້າແທ້ໆ ແລະ ຖ້າຫາກວ່າພຣະອົງເປັນພຣະເຈົ້າ, ແລ້ວຂໍຈົ່ງໂປດສະແດງໃຫ້ຂ້ານ້ອຍຮູ້ຈັກດ້ວຍເຖີດ, ແລະ ຂ້ານ້ອຍຈະປະຖິ້ມບາບຂອງຂ້ານ້ອຍທັງໝົດເພື່ອຈະໄດ້ຮູ້ຈັກພຣະອົງ, ແລະ ເພື່ອຂ້ານ້ອຍຈະຖືກຍົກຂຶ້ນຈາກຄວາມຕາຍ, ແລະ ເພື່ອຈະລອດໃນວັນສຸດທ້າຍ. ແລະ ບັດນີ້ເມື່ອກະສັດໄດ້ກ່າວຂໍ້ຄວາມນີ້ແລ້ວ, ເພິ່ນກໍໝົດສະຕິໄປຄືກັບຕາຍ.
19 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກຂ້າໃຊ້ຂອງເພິ່ນໄດ້ແລ່ນໄປບອກລາຊີນີໃຫ້ຮູ້ເຖິງເລື່ອງທັງໝົດທີ່ໄດ້ເກີດກັບກະສັດ. ແລະ ນາງກໍໄດ້ມາຫາກະສັດ; ແລະ ເມື່ອເຫັນວ່າເພິ່ນນອນຢູ່ຄືກັບຕາຍແລ້ວ, ແລະ ອາໂຣນກັບອ້າຍນ້ອງຂອງລາວກໍຢືນຢູ່ທີ່ນັ້ນຄືກັບວ່າພວກເຂົາເປັນສາເຫດຂອງການລົ້ມລົງຂອງເພິ່ນ, ນາງຈຶ່ງຄຽດແຄ້ນໃຫ້ພວກເຂົາ, ແລະ ໄດ້ສັ່ງພວກຂ້າໃຊ້ຂອງຕົນ, ຫລື ພວກຂ້າໃຊ້ຂອງກະສັດໃຫ້ເອົາອາໂຣນ ແລະອ້າຍນ້ອງຂອງລາວໄປຂ້າຖິ້ມເສຍ.
20 ບັດນີ້ພວກຂ້າໃຊ້ໄດ້ເຫັນສາເຫດຂອງການລົ້ມລົງຂອງກະສັດ, ສະນັ້ນ ພວກເຂົາຈຶ່ງບໍ່ກ້າທີ່ຈະຈັບອາໂຣນ ແລະ ອ້າຍນ້ອງຂອງລາວ; ແລະ ພວກເຂົາໄດ້ວິງວອນລາຊີນີວ່າ: ດ້ວຍເຫດໃດ ທ່ານຈຶ່ງສັ່ງໃຫ້ພວກຂ້ານ້ອຍຂ້າຄົນເຫລົ່ານີ້ ໃນເມື່ອຄົນຜູ້ໜຶ່ງຂອງພວກເຂົາ ແຂງແຮງກວ່າພວກເຮົາທັງໝົດ? ສະນັ້ນ ພວກເຮົາກໍຈະລົ້ມລົງຢູ່ຕໍ່ໜ້າພວກເຂົາ.
21 ບັດນີ້ເມື່ອລາຊີນີເຫັນຄວາມຢ້ານກົວຂອງພວກຂ້າໃຊ້ ນາງກໍເລີ່ມມີຄວາມຢ້ານກົວຫລາຍຂຶ້ນ, ຢ້ານວ່າສິ່ງບໍ່ດີຈະເກີດກັບນາງ. ແລະ ນາງຈຶ່ງໄດ້ສັ່ງໃຫ້ພວກຂ້າໃຊ້ຂອງຕົນໄປເອີ້ນໃຫ້ຜູ້ຄົນມາ, ເພື່ອພວກເຂົາຈະໄດ້ຂ້າອາໂຣນພ້ອມກັບອ້າຍນ້ອງຂອງລາວເສຍ.
22 ບັດນີ້ເມື່ອອາໂຣນເຫັນຄວາມຕັ້ງໃຈຂອງລາຊີນີ, ໂດຍຮູ້ຈັກຄວາມແຂງກະດ້າງຂອງໃຈຂອງຜູ້ຄົນນຳອີກ, ຈຶ່ງຢ້ານວ່າຝູງຊົນຈະມາຊຸມນຸມກັນ ແລະ ຈະມີການຂັດແຍ້ງກັນຢ່າງໃຫຍ່ຫລວງ, ແລະ ຈະມີເລື່ອງຫຍຸ້ງຍາກໃນບັນດາພວກເຂົາ; ສະນັ້ນ ລາວຈຶ່ງເດ່ມືອອກໄປຍົກເອົາກະສັດຂຶ້ນຈາກພື້ນດິນ, ແລະ ກ່າວກັບເພິ່ນວ່າ: ຈົ່ງຢືນຂຶ້ນເຖີດ, ແລະ ເພິ່ນກໍໄດ້ລຸກຢືນຂຶ້ນດ້ວຍຕົວເອງ.
23 ບັດນີ້ເລື່ອງນີ້ໄດ້ເກີດຂຶ້ນໃນຂະນະທີ່ລາຊີນີ ແລະ ພວກຂ້າໃຊ້ຫລາຍຄົນຢູ່ນຳ. ແລະ ເມື່ອພວກເຂົາໄດ້ເຫັນເຫດການນີ້, ພວກເຂົາກໍແປກປະຫລາດໃຈຫລາຍ ແລະ ເລີ່ມມີຄວາມຢ້ານກົວຫລາຍຂຶ້ນ. ແລະ ກະສັດໄດ້ກ້າວອອກໄປ ແລະ ເລີ່ມປະຕິບັດສາດສະໜາກິດແກ່ຄົນເຫລົ່ານັ້ນ. ແລະ ເພິ່ນໄດ້ ປະຕິບັດສາດສະໜາກິດແກ່ພວກເຂົາ, ເຖິງຂະໜາດທີ່ຄົນໃນຄອບຄົວຂອງເພິ່ນທັງໝົດໄດ້ ປ່ຽນໃຈເຫລື້ອມໃສໃນພຣະຜູ້ເປັນເຈົ້າ.
24 ບັດນີ້ຜູ້ຄົນໄດ້ມາເຕົ້າໂຮມກັນຢ່າງຫລວງຫລາຍເພາະເປັນຄຳສັ່ງຂອງລາຊີນີ ແລະ ເລີ່ມມີການຈົ່ມວ່າເກີດຂຶ້ນໃນບັນດາພວກເຂົາເພາະອາໂຣນ ແລະ ອ້າຍນ້ອງຂອງລາວ.
25 ແຕ່ວ່າກະສັດໄດ້ກ້າວອອກໄປໃນບັນດາພວກເຂົາ ແລະ ປະຕິບັດສາດສະໜາກິດແກ່ພວກເຂົາ. ແລະ ພວກເຂົາຈຶ່ງໄດ້ສະຫງົບລົງຕໍ່ໜ້າອາໂຣນ ແລະ ຜູ້ທີ່ຢູ່ກັບລາວ.
26 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອກະສັດເຫັນວ່າຜູ້ຄົນສະຫງົບລົງແລ້ວ, ເພິ່ນຈຶ່ງສັ່ງໃຫ້ອາໂຣນ ແລະ ອ້າຍນ້ອງຂອງລາວກ້າວອອກໄປຢູ່ທ່າມກາງຝູງຊົນ ແລະ ໃຫ້ອາໂຣນສັ່ງສອນພຣະຄຳແກ່ພວກເຂົາ.
27 ແລະ ເຫດການໄດ້ບັງເກີດຂຶ້ນຄື ກະສັດໄດ້ສົ່ງສານ ປະກາດໄປທົ່ວແຜ່ນດິນ, ໄປຫາບັນດາຜູ້ຄົນທັງໝົດຂອງເພິ່ນ, ຊຶ່ງຢູ່ທົ່ວແຜ່ນດິນຂອງເພິ່ນ ຊຶ່ງຢູ່ຕາມທຸກພາກພື້ນໂດຍອ້ອມຮອບ, ຊຶ່ງຢູ່ໃນຊາຍແດນ ຈົນເຖິງທະເລທາງຕາເວັນອອກ, ແລະ ທາງຕາເວັນຕົກ, ແລະ ຊຶ່ງຖືກແບ່ງແຍກອອກຈາກ ເຊຣາເຮັມລາໂດຍເສັ້ນແຄບໆຂອງຖິ່ນແຫ້ງແລ້ງກັນດານ, ຊຶ່ງເລີ່ມຈາກທະເລທາງຕາເວັນອອກ ຈົນເຖິງທະເລທາງຕາເວັນຕົກ, ແລະ ອ້ອມຮອບຊາຍຝັ່ງທະເລ, ແລະ ຊາຍແດນຂອງຖິ່ນແຫ້ງແລ້ງກັນດານ ຊຶ່ງຢູ່ທາງເໜືອໃກ້ແຜ່ນດິນເຊຣາເຮັມລາ, ຜ່ານຊາຍແດນແມນທາຍ, ໃກ້ໆກັບຫົວແມ່ນ້ຳຊີໂດນ, ຊຶ່ງໄຫລຈາກທາງຕາເວັນອອກໄປຫາທາງຕາເວັນຕົກ—ແລະ ນີ້ຄືການແບ່ງແຍກຂອງຊາວເລມັນກັບຊາວນີໄຟ.
28 ບັດນີ້, ຊາວເລມັນຜູ້ທີ່ ຂີ້ຄ້ານມັກງ່າຍອາໄສຢູ່ໃນຖິ່ນແຫ້ງແລ້ງກັນດານ, ແລະ ຢູ່ໃນຜ້າເຕັນ; ແລະ ແຜ່ຂະຫຍາຍອອກໄປທົ່ວຖິ່ນແຫ້ງແລ້ງກັນດານທາງຕາເວັນຕົກ, ໃນແຜ່ນດິນນີໄຟ; ແທ້ຈິງແລ້ວ, ແລະ ທາງຕາເວັນຕົກຂອງແຜ່ນດິນເຊຣາເຮັມລານຳອີກ, ໃນຊາຍແດນໃກ້ຝັ່ງທະເລ, ແລະ ທາງຕາເວັນຕົກໃນແຜ່ນດິນນີໄຟ, ຊຶ່ງເປັນມູນມໍລະດົກຂອງບັນພະບຸລຸດຂອງພວກເຂົາ, ແລະ ຢູ່ໃນຊາຍແດນໃກ້ຝັ່ງທະເລດັ່ງນັ້ນ.
29 ແລະ ມີຊາວເລມັນເປັນຈຳນວນຫລວງຫລາຍອາໄສຢູ່ທາງຕາເວັນອອກໃກ້ຝັ່ງທະເລດັ່ງນັ້ນ, ຊຶ່ງບ່ອນນັ້ນຊາວນີໄຟໄດ້ຂັບໄລ່ພວກເຂົາໜີໄປ. ແລະ ຊາວນີໄຟເກືອບຈະຕົກໄປຢູ່ໃນວົງລ້ອມຂອງຊາວເລມັນ; ເຖິງຢ່າງໃດກໍຕາມ ຊາວນີໄຟຍັງເຂົ້າເປັນເຈົ້າຂອງແຜ່ນດິນທາງເໜືອທັງໝົດທີ່ຢູ່ໃກ້ຊາຍແດນຂອງຖິ່ນແຫ້ງແລ້ງກັນດານທີ່ຫົວແມ່ນ້ຳຊີໂດນ, ຈາກທາງຕາເວັນອອກໄປຫາທາງຕາເວັນຕົກ, ໂດຍອ້ອມຮອບທາງດ້ານຖິ່ນແຫ້ງແລ້ງກັນດານທາງເໜືອ, ຈົນກະທັ້ງພວກເຂົາມາເຖິງແຜ່ນດິນ ຊຶ່ງພວກເຂົາເອີ້ນວ່າແຜ່ນດິນ ອຸດົມສົມບູນ.
30 ແລະ ມັນມີຊາຍແດນຕິດກັບແຜ່ນດິນ ຊຶ່ງພວກເຂົາເອີ້ນວ່າ ແຜ່ນດິນຮ້າງ, ຊຶ່ງມັນຢູ່ໄກໄປທາງເໜືອຈົນໄປເຖິງແຜ່ນດິນຊຶ່ງເຄີຍມີຜູ້ຄົນອາໄສຢູ່ ແລະ ໄດ້ຖືກທຳລາຍໄປແລ້ວ, ຊຶ່ງພວກເຮົາໄດ້ເວົ້າເຖິງ ກະດູກຂອງຄົນພວກນັ້ນມາແລ້ວ, ຊຶ່ງເປັນບ່ອນທີ່ຜູ້ຄົນຂອງເຊຣາເຮັມລາຄົ້ນພົບ ແລະ ເປັນບ່ອນ ທຳອິດທີ່ພວກເຂົາມາຮອດ.
31 ແລະ ພວກເຂົາໄດ້ຈາກບ່ອນນັ້ນເຂົ້າໄປໃນຖິ່ນແຫ້ງແລ້ງກັນດານທາງໃຕ້. ດັ່ງນັ້ນ ແຜ່ນດິນທາງເໜືອຈຶ່ງຖືກເອີ້ນວ່າ ແຜ່ນດິນຮ້າງ, ແລະ ເອີ້ນແຜ່ນດິນທາງໃຕ້ວ່າອຸດົມສົມບູນ, ເພາະເປັນຖິ່ນແຫ້ງແລ້ງກັນດານທີ່ເຕັມໄປດ້ວຍສັດປ່າທຸກຊະນິດ, ຊຶ່ງສັດສ່ວນໜຶ່ງໄດ້ມາຈາກແຜ່ນດິນທາງເໜືອ ເພື່ອມາຊອກຫາອາຫານການກິນ.
32 ແລະ ບັດນີ້, ມັນຈະ ໃຊ້ເວລາພຽງແຕ່ມື້ເຄິ່ງເທົ່ານັ້ນສຳລັບຊາວນີໄຟທີ່ຈະເດີນທາງໃນຊາຍແດນລະຫວ່າງແຜ່ນດິນອຸດົມສົມບູນກັບແຜ່ນດິນຮ້າງ, ຈາກທະເລທາງຕາເວັນອອກໄປຫາທາງຕາເວັນຕົກ; ແລະ ແຜ່ນດິນນີໄຟກັບແຜ່ນດິນເຊຣາເຮັມລາເກືອບຈະຖືກປິດລ້ອມດ້ວຍນ້ຳ, ເພາະມີແຜ່ນດິນ ແຄບເຂົ້າຄືກັນກັບຄືຢູ່ລະຫວ່າງແຜ່ນດິນທາງເໜືອກັບແຜ່ນດິນທາງໃຕ້.
33 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊາວນີໄຟໄດ້ເປັນເຈົ້າຂອງແຜ່ນດິນອຸດົມສົມບູນຈາກທະເລທາງຕາເວັນອອກຈົນເຖິງທະເລທາງຕາເວັນຕົກ, ແລະ ດັ່ງນັ້ນ ເພາະຄວາມສະຫລາດຂອງຊາວນີໄຟ, ພວກເຂົາພ້ອມດ້ວຍທະຫານຍາມ ແລະ ກອງທັບຂອງພວກເຂົາຈຶ່ງໄດ້ປິດລ້ອມຊາວເລມັນໄວ້ຢູ່ທາງໃຕ້ ເພື່ອບໍ່ໃຫ້ພວກເຂົາມາເປັນເຈົ້າຂອງແຜ່ນດິນທາງເໜືອ, ແລະ ເພື່ອຊາວເລມັນຈະບໍ່ໄດ້ມາຢຽບຍ່ຳແຜ່ນດິນທາງເໜືອອີກຕໍ່ໄປ.
34 ສະນັ້ນ ຊາວເລມັນຈຶ່ງບໍ່ໄດ້ເປັນເຈົ້າຂອງອີກຕໍ່ໄປ ນອກຈາກແຜ່ນດິນນີໄຟ ແລະ ຖິ່ນແຫ້ງແລ້ງກັນດານ ໂດຍອ້ອມຮອບເທົ່ານັ້ນ. ບັດນີ້ມັນເປັນຄວາມສະຫລຽວສະຫລາດຂອງຊາວນີໄຟ—ໃນຖານະທີ່ຊາວເລມັນເປັນສັດຕູຕໍ່ພວກເຂົາ, ພວກເຂົາຈຶ່ງບໍ່ຍອມທີ່ຈະທຸກໃນທຸກກໍລະນີ, ແລະ ເພື່ອພວກເຂົາຈະໄດ້ມີບ່ອນຢູ່ອາໄສ ບ່ອນທີ່ພວກເຂົາຈະສາມາດໜີໄປໄດ້, ຕາມຄວາມປະສົງຂອງພວກເຂົາ.
35 ແລະ ບັດນີ້, ຫລັງຈາກຂ້າພະເຈົ້າໄດ້ກ່າວເລື່ອງເຫລົ່ານີ້ແລ້ວ, ຈະຫັນໄປເວົ້າເຖິງເລື່ອງລາວຂອງ ອຳໂມນ, ອາໂຣນ, ອອມເນີ ແລະ ຮິມໄນ, ແລະ ອ້າຍນ້ອງຂອງພວກເຂົາອີກ.