ບົດທີ 26
ອຳໂມນພາກພູມໃຈໃນພຣະຜູ້ເປັນເຈົ້າ—ສັດທາໄດ້ເຂັ້ມແຂງຂຶ້ນໂດຍພຣະຜູ້ເປັນເຈົ້າ ແລະ ໄດ້ຮັບຄວາມຮູ້—ໂດຍສັດທາມະນຸດຈະຊ່ວຍນຳເອົາຈິດວິນຍານຫລາຍພັນດວງມາສູ່ການກັບໃຈ—ພຣະເຈົ້າມີອຳນາດ ແລະ ເຂົ້າໃຈທຸກສິ່ງທຸກຢ່າງ. ປະມານ 90–77 ປີ ກ່ອນ ຄ.ສ.
1 ແລະ ບັດນີ້, ນີ້ຄືຄຳເວົ້າຂອງອຳໂມນທີ່ລາວໄດ້ເວົ້າກັບພີ່ນ້ອງຂອງລາວ, ມີຄວາມວ່າດັ່ງນີ້: ພີ່ນ້ອງ ແລະ ໝູ່ເພື່ອນຂອງຂ້າພະເຈົ້າ, ຈົ່ງເບິ່ງ ຂ້າພະເຈົ້າກ່າວກັບພວກທ່ານວ່າ ພວກເຮົາມີເຫດຜົນທີ່ຈະມີຄວາມປິຕິຍິນດີຫລາຍຂະໜາດໃດ; ເພາະພວກເຮົາຄິດໄດ້ບໍວ່າ ເວລາພວກເຮົາ ໄດ້ອອກຈາກແຜ່ນດິນເຊຣາເຮັມລາມາ ພຣະເຈົ້າຈະປະທານພອນອັນຍິ່ງໃຫຍ່ແບບນີ້ໃຫ້ແກ່ພວກເຮົາ?
2 ແລະ ບັດນີ້, ຂ້າພະເຈົ້າຖາມວ່າ, ພອນອັນຍິ່ງໃຫຍ່ອັນໃດທີ່ພຣະອົງໄດ້ປະທານໃຫ້ແກ່ພວກເຮົາ? ພວກທ່ານບອກໄດ້ບໍ່?
3 ຈົ່ງເບິ່ງ, ຂ້າພະເຈົ້າຈະຕອບແທນພວກທ່ານ, ເພາະວ່າຊາວເລມັນ ຜູ້ເປັນພີ່ນ້ອງຂອງພວກເຮົາໄດ້ຢູ່ໃນຄວາມມືດ, ແທ້ຈິງແລ້ວ, ແມ່ນຢູ່ໃນເຫວເລິກທີ່ມືດທີ່ສຸດ, ແຕ່ຈົ່ງເບິ່ງ, ມີ ຫລາຍຄົນປານໃດໃນພວກເຂົາທີ່ຖືກນຳມາໃຫ້ເຫັນຄວາມແຈ້ງອັນໜ້າອັດສະຈັນຂອງພຣະເຈົ້າ! ແລະ ນີ້ຄືພອນຊຶ່ງພຣະອົງໄດ້ປະທານໃຫ້ແກ່ພວກເຮົາ, ຊຶ່ງເຮັດໃຫ້ພວກເຮົາເປັນ ເຄື່ອງມືໃນພຣະຫັດຂອງພຣະເຈົ້າ ເພື່ອນຳເອົາຜົນງານອັນຍິ່ງໃຫຍ່ນີ້ມາ.
4 ຈົ່ງເບິ່ງ ພວກເຂົາເປັນ ພັນໆຄົນມີຄວາມປິຕິຍິນດີ ແລະ ຖືກນຳມາເຂົ້າຝູງຂອງພຣະເຈົ້າ.
5 ຈົ່ງເບິ່ງ, ເຂົ້າຢູ່ໃນ ທົ່ງສຸກແລ້ວ ແລະ ພວກທ່ານເປັນສຸກແລ້ວ, ເພາະພວກທ່ານໄດ້ອອກແຮງງານດ້ວຍ ກ່ຽວ ແລະ ໄດ້ເກັບກ່ຽວດ້ວຍສຸດກຳລັງຂອງພວກທ່ານ, ແທ້ຈິງແລ້ວ, ພວກທ່ານໄດ້ອອກແຮງງານຕະຫລອດທັງວັນ; ແລະ ຈົ່ງເບິ່ງ, ຈຳນວນ ຟ່ອນເຂົ້າຂອງພວກທ່ານ! ແລະ ມັນຈະຖືກເກັບໄວ້ໃນເລົ້າເພື່ອມັນຈະບໍ່ເສຍຫາຍໄປ.
6 ແທ້ຈິງແລ້ວ, ມັນຈະບໍ່ຖືກລົມພະຍຸພັດໄປໃນວັນສຸດທ້າຍ; ແທ້ຈິງແລ້ວ, ມັນກໍຈະບໍ່ຖືກລົມບ້າໝູພັດຫອບໄປ, ແຕ່ເມື່ອ ລົມພະຍຸມາ ມັນຈະຖືກຮວບຮວມຕົວໄວ້ນຳກັນຢູ່ໃນບ່ອນຂອງມັນ, ເພື່ອລົມພະຍຸຈະເຂົ້າເຖິງມັນບໍ່ໄດ້; ແທ້ຈິງແລ້ວ, ມັນຈະບໍ່ຖືກພະຍຸຮ້າຍພັດໄປບ່ອນໃດທີ່ສັດຕູຕ້ອງການຈະພາມັນໄປ.
7 ແຕ່ຈົ່ງເບິ່ງ, ມັນຢູ່ໃນພຣະຫັດຂອງພຣະຜູ້ເປັນເຈົ້າ ແລະ ໃນ ລະດູຂອງການເກັບກ່ຽວ, ແລະ ມັນເປັນຂອງພຣະອົງ; ແລະ ພຣະອົງຈະ ຍົກມັນຂຶ້ນໃນວັນສຸດທ້າຍ.
8 ຂໍພຣະນາມຂອງພຣະເຈົ້າຂອງພວກເຮົາຈົ່ງພຣະກະເສີມສຳລານເຖີດ, ຈົ່ງຂໍໃຫ້ພວກເຮົາ ຮ້ອງເພງສັນລະເສີນພຣະອົງເຖີດ, ແທ້ຈິງແລ້ວ, ຂໍໃຫ້ພວກເຮົາຖວາຍ ຄວາມຂອບພຣະໄທແດ່ພຣະນາມອັນສັກສິດຂອງພຣະອົງເຖີດ, ເພາະວ່າພຣະອົງໄດ້ເຮັດວຽກງານອັນຊອບທຳຕະຫລອດການ.
9 ຖ້າຫາກ ພວກເຮົາບໍ່ໄດ້ຈາກແຜ່ນດິນເຊຣາເຮັມລາແລ້ວ, ພີ່ນ້ອງທີ່ຮັກຂອງພວກເຮົາເຫລົ່ານີ້ ຜູ້ຊຶ່ງຮັກພວກເຮົາທີ່ສຸດ ຈະຍັງຄົງທໍລະມານຢູ່ດ້ວຍ ຄວາມກຽດຊັງພວກເຮົາ, ແທ້ຈິງແລ້ວ, ພວກເຂົາຈະເປັນຄົນແປກໜ້າຕໍ່ພຣະເຈົ້າ.
10 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອອຳໂມນກ່າວຂໍ້ຄວາມນີ້ແລ້ວ, ອາໂຣນນ້ອງຊາຍຂອງລາວກໍຕິຕຽນລາວ, ໂດຍເວົ້າວ່າ: ອຳໂມນ, ຂ້ອຍຢ້ານວ່າຄວາມປິຕິຍິນດີຂອງເຈົ້າໄດ້ພາໃຫ້ເຈົ້າໄປຫາການອວດອ້າງເສຍແລ້ວ.
11 ແຕ່ອຳໂມນໄດ້ເວົ້າກັບລາວວ່າ: ຂ້ອຍບໍ່ໄດ້ ອວດອ້າງໃນພະລັງຂອງຕົນເອງ ຫລື ໃນປັນຍາຂອງຕົນເອງ; ແຕ່ຈົ່ງເບິ່ງ, ຄວາມສຸກຂອງຂ້ອຍເຕັມປ່ຽມ, ແທ້ຈິງແລ້ວ, ໃຈຂອງຂ້ອຍເຕັມໄປດ້ວຍຄວາມສຸກ, ແລະ ຂ້ອຍຈະປິຕິຍິນດີໃນພຣະເຈົ້າຂອງຂ້ອຍ.
12 ແທ້ຈິງແລ້ວ, ຂ້ອຍຮູ້ວ່າ ຂ້ອຍບໍ່ມີຄ່າອັນໃດເລີຍ; ຖ້າອາໄສພະລັງຂອງຂ້ອຍເອງ ຂ້ອຍກໍອ່ອນແອ; ສະນັ້ນ ຂ້ອຍຈະບໍ່ ອວດອ້າງເຖິງເລື່ອງຕົວເອງ, ແຕ່ຂ້ອຍຈະອວດອ້າງພຣະເຈົ້າຂອງຂ້ອຍ, ເພາະໃນ ພະລັງຂອງພຣະອົງ; ຂ້ອຍສາມາດເຮັດໄດ້ທຸກສິ່ງທຸກຢ່າງ; ແທ້ຈິງແລ້ວ, ຈົ່ງເບິ່ງ, ພວກເຮົາໄດ້ກະທຳສິ່ງມະຫັດສະຈັນອັນຍິ່ງໃຫຍ່ຫລາຍຢ່າງມາແລ້ວໃນແຜ່ນດິນນີ້, ຊຶ່ງພວກເຮົາຈະສັນລະເສີນພຣະນາມຂອງພຣະອົງຕະຫລອດການ.
13 ຈົ່ງເບິ່ງ, ພີ່ນ້ອງຂອງພວກເຮົາມີຈັກພັນຄົນແລ້ວທີ່ພຣະອົງໄດ້ປົດປ່ອຍອອກຈາກຄວາມເຈັບປວດແຫ່ງ ນະລົກ ແລະ ນຳມາ ຮ້ອງສັນລະເສີນຕໍ່ຄວາມຮັກທີ່ໄຖ່, ແລະ ນີ້ເປັນເພາະອຳນາດຂອງພຣະຄຳຂອງພຣະອົງ ຊຶ່ງຢູ່ກັບພວກເຮົາ, ສະນັ້ນ ພວກເຮົາບໍ່ມີເຫດຜົນອັນຍິ່ງໃຫຍ່ທີ່ຈະປິຕິຍິນດີບໍ?
14 ແທ້ຈິງແລ້ວ, ພວກເຮົາມີເຫດຜົນທີ່ຈະສັນລະເສີນພຣະອົງຕະຫລອດໄປ, ເພາະພຣະອົງເປັນພຣະເຈົ້າສູງສຸດ, ແລະ ໄດ້ປົດປ່ອຍພີ່ນ້ອງຂອງພວກເຮົາອອກຈາກ ໂສ້ແຫ່ງນະລົກ.
15 ແທ້ຈິງແລ້ວ, ພວກເຂົາຖືກປິດລ້ອມດ້ວຍຄວາມພິນາດ ແລະ ຄວາມມືດອັນເປັນນິດ; ແຕ່ຈົ່ງເບິ່ງ, ພຣະອົງໄດ້ນຳເອົາພວກເຂົາມາຫາ ຄວາມສະຫວ່າງອັນເປັນນິດຂອງພຣະອົງ, ແທ້ຈິງແລ້ວ, ມາຫາຄວາມລອດອັນເປັນນິດ; ແລະ ພວກເຂົາຖືກປິດລ້ອມດ້ວຍຄວາມຮັກອັນລົ້ນເຫລືອຂອງພຣະອົງ ອັນຫາທີ່ປຽບບໍ່ໄດ້; ແທ້ຈິງແລ້ວ, ແລະ ພວກເຮົາໄດ້ເປັນເຄື່ອງມືໃນພຣະຫັດຂອງພຣະອົງໃນການເຮັດສິ່ງທີ່ຍິ່ງໃຫຍ່ ແລະ ໜ້າອັດສະຈັນນີ້.
16 ສະນັ້ນ, ຂໍໃຫ້ພວກເຮົາຈົ່ງ ປາບປື້ມເຖີດ, ແທ້ຈິງແລ້ວ, ພວກເຮົາຈະ ປາບປື້ມໃນພຣະຜູ້ເປັນເຈົ້າ; ແທ້ຈິງແລ້ວ, ພວກເຮົາຈະປິຕິຍິນດີ ເພາະວ່າຄວາມຜາສຸກຂອງພວກເຮົາເຕັມປ່ຽມ; ແທ້ຈິງແລ້ວ, ພວກເຮົາຈະສັນລະເສີນພຣະເຈົ້າຂອງພວກເຮົາຕະຫລອດໄປ. ຈົ່ງເບິ່ງ, ຜູ້ໃດຈະປາບປື້ມໃນພຣະຜູ້ເປັນເຈົ້າໄດ້ຫລາຍເກີນໄປ? ແທ້ຈິງແລ້ວ, ຜູ້ໃດຈະໄດ້ເວົ້າຫລາຍເກີນໄປເຖິງອຳນາດອັນຍິ່ງໃຫຍ່ຂອງພຣະອົງ, ແລະ ເຖິງ ຄວາມເມດຕາ, ແລະ ເຖິງຄວາມອົດກັ້ນຂອງພຣະອົງທີ່ມີຕໍ່ລູກຫລານມະນຸດທັງປວງ? ຈົ່ງເບິ່ງ, ຂ້າພະເຈົ້າເວົ້າກັບພວກທ່ານວ່າ ຂ້າພະເຈົ້າບໍ່ສາມາດເວົ້າແມ່ນແຕ່ສ່ວນໜ້ອຍໜຶ່ງຂອງຄວາມຮູ້ສຶກຂອງຂ້າພະເຈົ້າ.
17 ແລະ ຜູ້ໃດຈະຄິດວ່າພຣະເຈົ້າຂອງພວກເຮົາຈະເມດຕາປານີຫລາຍປານນີ້ ເຖິງກັບວ່າພຣະອົງຍາດເອົາພວກເຮົາອອກຈາກສະພາບອັນເປັນຕາຢ້ານ ແລະ ເຕັມໄປດ້ວຍບາບ ແລະ ຄວາມເປິເປື້ອນຂອງພວກເຮົາ?
18 ຈົ່ງເບິ່ງ, ພວກເຮົາໄດ້ອອກໄປໃນຄວາມໂມໂຫ, ດ້ວຍການຄຸກຄາມຢ່າງໜັກທີ່ຈະ ທຳລາຍສາດສະໜາຈັກຂອງພຣະອົງ.
19 ໂອ້ ແລ້ວເປັນຫຍັງພຣະອົງຈຶ່ງບໍ່ສົ່ງພວກເຮົາໄປສູ່ຄວາມພິນາດອັນເປັນຕາຢ້ານນັ້ນ, ແທ້ຈິງແລ້ວ, ເປັນຫຍັງພຣະອົງຈຶ່ງບໍ່ປ່ອຍດາບແຫ່ງຄວາມຍຸດຕິທຳຂອງພຣະອົງຕົກລົງມາໃສ່ພວກເຮົາ, ແລະ ກຳນົດໃຫ້ພວກເຮົາໄປຫາຄວາມໝົດຫວັງຊົ່ວນິລັນດອນ?
20 ໂອ້ ຈິດວິນຍານຂອງຂ້າພະເຈົ້າເອີຍ, ເກືອບຄືກັບວ່າ ມັນຈະໜີໄປເມື່ອຄິດໄປແລ້ວ. ຈົ່ງເບິ່ງ, ພຣະອົງບໍ່ໄດ້ໃຊ້ຄວາມຍຸດຕິທຳຂອງພຣະອົງກັບພວກເຮົາ, ແຕ່ໃນພຣະເມດຕາປານີອັນຍິ່ງໃຫຍ່ຂອງພຣະອົງ, ພຣະອົງໄດ້ນຳພາພວກເຮົາອອກຈາກ ເຫວເລິກແຫ່ງຄວາມຕາຍ, ແລະ ຄວາມທຸກທໍລະມານອັນເປັນນິດ, ຈົນກະທັ້ງມາສູ່ຄວາມລອດຂອງຈິດວິນຍານຂອງພວກເຮົາ.
21 ແລະ ບັດນີ້ຈົ່ງເບິ່ງ, ພີ່ນ້ອງຂອງຂ້າພະເຈົ້າ, ມີ ມະນຸດທີ່ມີຈິດໃຈທຳມະດາຜູ້ໃດທີ່ຈະຮູ້ຈັກເລື່ອງເຫລົ່ານີ້? ຂ້າພະເຈົ້າກ່າວກັບພວກເຈົ້າວ່າ, ບໍ່ມີເລີຍ, ບໍ່ມີຜູ້ໃດທີ່ຈະ ຮູ້ຈັກເລື່ອງເຫລົ່ານີ້, ນອກຈາກຄົນທີ່ສຳນຶກຜິດແລ້ວ.
22 ແທ້ຈິງແລ້ວ, ຜູ້ທີ່ ກັບໃຈ ແລະ ສະແດງ ສັດທາ, ແລະ ນຳເອົາວຽກງານດີອອກມາ, ແລະ ອະທິຖານສະໝ່ຳສະເໝີຢ່າງບໍ່ທໍ້ຖອຍ—ແລ້ວພຣະເຈົ້າຈະເຮັດໃຫ້ຄົນເຊັ່ນນັ້ນຮູ້ເຖິງ ຄວາມລຶກລັບຂອງພຣະເຈົ້າ; ແທ້ຈິງແລ້ວ, ພຣະອົງຈະມອບການເປີດເຜີຍເຖິງສິ່ງທີ່ບໍ່ເຄີຍເປີດເຜີຍມາກ່ອນໃຫ້ແກ່ຄົນແບບນັ້ນ; ແທ້ຈິງແລ້ວ, ພຣະອົງຈະປະທານໃຫ້ແກ່ຄົນແບບນັ້ນ ເພື່ອຈະໄດ້ນຳພາຄົນເປັນຈຳນວນພັນໆມາສູ່ການກັບໃຈ, ເໝືອນດັ່ງພຣະອົງເຄີຍໄດ້ປະທານໃຫ້ແກ່ພວກເຮົາມາແລ້ວ ເພື່ອນຳພາພີ່ນ້ອງເຫລົ່ານີ້ຂອງພວກເຮົາມາສູ່ການກັບໃຈ.
23 ບັດນີ້ພີ່ນ້ອງຂອງຂ້າພະເຈົ້າເອີຍ, ພວກທ່ານຈື່ໄດ້ບໍວ່າ ພວກເຮົາໄດ້ເວົ້າກັບພີ່ນ້ອງຂອງພວກເຮົາຜູ້ທີ່ອາໄສຢູ່ໃນແຜ່ນດິນເຊຣາເຮັມລາວ່າ, ພວກເຮົາຈະຂຶ້ນໄປຫາແຜ່ນດິນນີໄຟ ເພື່ອສັ່ງສອນຊາວເລມັນຜູ້ເປັນພີ່ນ້ອງຂອງພວກເຮົາແລ້ວ ພວກເຂົາກໍຫົວເຍາະເຍີ້ຍພວກເຮົາ?
24 ພວກເຂົາໄດ້ເວົ້າກັບພວກເຮົາວ່າ: ພວກເຈົ້າຄິດບໍວ່າ ພວກເຈົ້າຈະນຳເອົາຊາວເລມັນມາຫາຄວາມຮູ້ເລື່ອງຄວາມຈິງໄດ້? ພວກເຈົ້າຄິດບໍວ່າພວກເຈົ້າຈະເຮັດໃຫ້ຊາວເລມັນສຳນຶກເຖິງຄວາມບໍ່ຖືກຕ້ອງຂອງ ຮີດຄອງປະເພນີຂອງບັນພະບຸລຸດຂອງພວກເຂົາໄດ້ ເພາະວ່າພວກເຂົາເປັນຄົນ ແຂງຄໍ; ຊຶ່ງໃຈຂອງພວກເຂົາຊື່ນຊົມໃນການນອງເລືອດ; ຊຶ່ງເວລາຂອງພວກເຂົາຖືກໃຊ້ມົ້ວສຸມຢູ່ກັບຄວາມຊົ່ວຮ້າຍທີ່ສຸດ; ຊຶ່ງທາງຂອງພວກເຂົາເປັນທາງຂອງຄົນລ່ວງລະເມີດມາຕັ້ງແຕ່ຕົ້ນ? ບັດນີ້ພີ່ນ້ອງຂອງຂ້າພະເຈົ້າ, ພວກທ່ານຈົ່ງຈື່ຈຳໄວ້ວ່າ ນີ້ຄືຄຳເວົ້າຂອງພວກເຂົາ.
25 ແລະ ຍິ່ງໄປກວ່ານັ້ນ ພວກເຂົາໄດ້ເວົ້າວ່າ: ໃຫ້ພວກເຮົາຈັບອາວຸດຂຶ້ນສູ້ຮົບກັບພວກເຂົາເທາະ, ເພື່ອພວກເຮົາຈະໄດ້ທຳລາຍພວກເຂົາ ແລະ ທຳລາຍຄວາມຊົ່ວຮ້າຍຂອງພວກເຂົາອອກໄປຈາກແຜ່ນດິນນີ້, ຖ້າບໍ່ດັ່ງນັ້ນ ພວກເຂົາຈະມາຢຽບຍ່ຳ ແລະ ທຳລາຍພວກເຮົາ.
26 ແຕ່ ຈົ່ງເບິ່ງ, ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າເອີຍ, ພວກເຮົາໄດ້ເຂົ້າມາໃນຖິ່ນແຫ້ງແລ້ງກັນດານ ບໍ່ແມ່ນມີເຈດຕະນາທີ່ຈະທຳລາຍພີ່ນ້ອງຂອງພວກເຮົາ, ແຕ່ມີເຈດຕະນາວ່າ ບາງທີພວກເຮົາອາດຈະໄດ້ຊ່ວຍເຫລືອຄົນບາງຄົນໃຫ້ລອດພົ້ນ.
27 ບັດນີ້ເມື່ອໃຈຂອງພວກເຮົາທໍ້ຖອຍ ແລະ ພວກເຮົາເກືອບຈະກັບຄືນໄປ, ຈົ່ງເບິ່ງ, ພຣະຜູ້ເປັນເຈົ້າ ໄດ້ ປອບໃຈພວກເຮົາ, ແລະ ກ່າວວ່າ: ຈົ່ງອອກໄປໃນບັນດາຊາວເລມັນ, ພີ່ນ້ອງຂອງພວກເຈົ້າ, ຈົ່ງຮັບເອົາ ຄວາມທຸກຂອງພວກເຈົ້າດ້ວຍ ຄວາມອົດທົນ, ແລະ ເຮົາຈະມອບຄວາມສຳເລັດໃຫ້ແກ່ພວກເຈົ້າ.
28 ແລະ ບັດນີ້ຈົ່ງເບິ່ງ, ພວກເຮົາໄດ້ມາ ແລະ ອອກໄປຢູ່ໃນບັນດາພວກເຂົາ ແລະ ພວກເຮົາໄດ້ອົດທົນໃນຄວາມທຸກທໍລະມານຂອງພວກເຮົາ, ແລະ ພວກເຮົາໄດ້ອົດທົນຕໍ່ຄວາມຂາດແຄນທຸກຢ່າງ; ແທ້ຈິງແລ້ວ, ພວກເຮົາເດີນທາງໄປຫາເຮືອນນີ້ເຮືອນນັ້ນ, ໄວ້ວາງໃຈຕາມຄວາມເມດຕາປານີຂອງໂລກ—ບໍ່ພຽງແຕ່ຄວາມເມດຕາປານີຂອງໂລກເທົ່ານັ້ນ ແຕ່ໃນພຣະເມດຕາປານີຂອງພຣະເຈົ້ານຳອີກ.
29 ແລະ ພວກເຮົາໄດ້ເຂົ້າໄປໃນເຮືອນຂອງພວກເຂົາ ແລະ ໄດ້ສິດສອນພວກເຂົາ, ແລະ ພວກເຮົາໄດ້ສິດສອນພວກເຂົາຕາມຖະໜົນຫົນທາງ; ແທ້ຈິງແລ້ວ, ພວກເຮົາໄດ້ສິດສອນພວກເຂົາຢູ່ເທິງເນີນພູ ແລະ ໄດ້ເຂົ້າໄປໃນພຣະວິຫານ ແລະ ທຳມະສາລາເພື່ອສິດສອນພວກເຂົາ; ແລະ ພວກເຮົາໄດ້ຖືກຂັບໄລ່ໜີ ແລະ ໄດ້ຖືກເຍາະເຍີ້ຍຫົວຂວັນ, ແລະ ໄດ້ຖືກຖົ່ມນ້ຳລາຍໃສ່, ແລະ ໄດ້ຖືກຕົບໜ້າ, ແລະ ໄດ້ຖືກແກວ່ງກ້ອນຫີນໃສ່, ແລະ ໄດ້ຖືກຈັບ, ແລະ ໄດ້ຖືກມັດດ້ວຍເຊືອກໝັ້ນ, ແລະ ໄດ້ຖືກເອົາໄປເຂົ້າຄຸກ, ແຕ່ໂດຍອຳນາດ ແລະ ຄວາມສະຫລຽວສະຫລາດຂອງພຣະເຈົ້າ ພວກເຮົາຈຶ່ງໄດ້ຮັບການປົດປ່ອຍ.
30 ພວກເຮົາໄດ້ຮັບຄວາມທຸກນາໆປະການ, ແລະ ທັງໝົດນີ້ເພື່ອບາງທີພວກເຮົາອາດຈະໄດ້ເປັນຫົນທາງຊ່ວຍເຫລືອຈິດວິນຍານດວງໜຶ່ງໃຫ້ລອດ; ແລະ ພວກເຮົາຄິດວ່າພວກເຮົາຈະເຕັມໄປດ້ວຍ ຄວາມສຸກ ຖ້າຫາກພວກເຮົາສາມາດເປັນຫົນທາງຊ່ວຍເຫລືອຜູ້ໃດຜູ້ໜຶ່ງໃຫ້ລອດໄດ້.
31 ບັດນີ້ຈົ່ງເບິ່ງ, ພວກເຮົາສາມາດເບິ່ງໄປ ແລະ ເຫັນຜົນຂອງວຽກງານຂອງພວກເຮົາໄດ້; ແລະ ມັນມີໜ້ອຍບໍ່? ຂ້າພະເຈົ້າກ່າວກັບພວກທ່ານວ່າ ບໍ່ເລີຍ, ມັນມີ ຫລາຍ; ແທ້ຈິງແລ້ວ, ແລະ ພວກເຮົາສາມາດເປັນພະຍານໄດ້ເຖິງຄວາມຈິງໃຈຂອງພວກເຂົາ, ຍ້ອນວ່າຄວາມຮັກຂອງພວກເຂົາທີ່ມີຕໍ່ພີ່ນ້ອງຂອງພວກເຂົາ ແລະ ຄວາມຮັກທີ່ມີຕໍ່ພວກເຮົານຳອີກ.
32 ເພາະຈົ່ງເບິ່ງ, ພວກເຂົາຍອມ ເສຍສະລະຊີວິດຕົວເອງ ແທນທີ່ຈະເອົາຊີວິດຂອງສັດຕູຂອງພວກເຂົາ; ແລະ ພວກເຂົາໄດ້ ຝັງອາວຸດແຫ່ງສົງຄາມຂອງພວກເຂົາໄວ້ເລິກໃນດິນ, ຍ້ອນວ່າພວກເຂົາມີຄວາມຮັກຕໍ່ພີ່ນ້ອງຂອງພວກເຂົາ.
33 ແລະ ບັດນີ້ຈົ່ງເບິ່ງ ຂ້າພະເຈົ້າເວົ້າກັບພວກທ່ານວ່າ ມັນເຄີຍມີຄວາມຮັກອັນຍິ່ງໃຫຍ່ແບບນີ້ຢູ່ໃນແຜ່ນດິນທົ່ວໄປບໍ? ຈົ່ງເບິ່ງ, ຂ້າພະເຈົ້າເວົ້າກັບພວກທ່ານວ່າ, ບໍ່ມີເລີຍ, ທັງໆທີ່ຢູ່ໃນບັນດາຊາວນີໄຟ ກໍບໍ່ເຄີຍມີເລີຍ.
34 ເພາະຈົ່ງເບິ່ງ, ຊາວນີໄຟຈະຈັບອາວຸດຂຶ້ນຕໍ່ສູ້ພີ່ນ້ອງຂອງພວກເຂົາ; ພວກເຂົາຈະບໍ່ຍອມໃຫ້ຕົນເອງຖືກຂ້າຕາຍເລີຍ. ແຕ່ຈົ່ງເບິ່ງ, ມີຫລາຍຄົນໃນພວກນີ້ທີ່ຍອມສະລະຊີວິດຂອງຕົນ ແລະ ພວກເຮົາຮູ້ວ່າ ພວກເຂົາໄປເຝົ້າພຣະເຈົ້າຂອງພວກເຂົາແລ້ວ, ເພາະຄວາມຮັກຂອງພວກເຂົາ ແລະ ຄວາມກຽດຊັງບາບຂອງພວກເຂົາ.
35 ບັດນີ້ພວກເຮົາມີເຫດຜົນທີ່ຈະປິຕິຍິນດີບໍ? ແທ້ຈິງແລ້ວ, ຂ້າພະເຈົ້າກ່າວກັບພວກທ່ານວ່າ ນັບແຕ່ການເລີ່ມຕົ້ນຂອງໂລກ ບໍ່ເຄີຍມີຜູ້ໃດຈະມີເຫດຜົນຫລາຍແບບນີ້ທີ່ຈະປິຕິຍິນດີຄືກັນກັບພວກເຮົາ; ແທ້ຈິງແລ້ວ, ຄວາມຜາສຸກຂອງຂ້າພະເຈົ້າຖືກພາໄປຈົນເຖິງການອວດອ້າງພຣະເຈົ້າຂອງຂ້າພະເຈົ້າ; ເພາະພຣະອົງມີ ອຳນາດທຸກຢ່າງ, ມີຄວາມສະຫລຽວສະຫລາດທຸກຢ່າງ, ແລະ ມີ ຄວາມເຂົ້າໃຈທຸກຢ່າງ, ແລະ ພຣະອົງເຂົ້າໃຈ ແລະ ມີ ຄວາມເມດຕາຈົນເຖິງຂັ້ນທີ່ມອບຄວາມລອດໃຫ້ແກ່ຜູ້ທີ່ກັບໃຈ ແລະ ເຊື່ອໃນພຣະນາມຂອງພຣະອົງ.
36 ບັດນີ້ຖ້າຫາກສິ່ງນີ້ເປັນການອວດອ້າງແລ້ວ, ຂ້າພະເຈົ້າຈະອວດອ້າງມັນ; ເພາະວ່ານີ້ຄືຊີວິດ ແລະ ຄວາມສະຫວ່າງຂອງຂ້າພະເຈົ້າ, ຄວາມຜາສຸກ ແລະ ຄວາມລອດຂອງຂ້າພະເຈົ້າ, ແລະ ການໄຖ່ຂອງຂ້າພະເຈົ້າອອກຈາກຄວາມຈິບຫາຍອັນເປັນນິດ. ແທ້ຈິງແລ້ວ, ຂໍພຣະນາມຂອງພຣະເຈົ້າຂອງຂ້າພະເຈົ້າ ຈົ່ງພຣະກະເສີມສຳລານເຖີດ, ພຣະຜູ້ທີ່ເປັນຫ່ວງຜູ້ຄົນພວກນີ້, ຜູ້ທີ່ເປັນ ກິ່ງງ່າຂອງຕົ້ນອິດສະຣາເອນ, ຊຶ່ງຫລົງຈາກຕົ້ນຂອງມັນເຂົ້າໄປໃນແຜ່ນດິນໃໝ່; ແທ້ຈິງແລ້ວ, ຂ້າພະເຈົ້າເວົ້າວ່າ, ຂໍພຣະນາມຂອງພຣະເຈົ້າຈົ່ງພຣະກະເສີມສຳລານເຖີດ, ພຣະອົງເປັນຫ່ວງພວກເຮົາ, ຄົນທີ່ຊັດເຊພະເນຈອນໄປໃນແຜ່ນດິນໃໝ່.
37 ບັດນີ້ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ ພວກເຮົາເຫັນວ່າ ພຣະເຈົ້າເປັນຫ່ວງນຳ ທຸກຄົນ ບໍ່ວ່າພວກເຂົາຈະຢູ່ໃນແຜ່ນດິນໃດກໍຕາມ; ແທ້ຈິງແລ້ວ, ພຣະອົງນັບຜູ້ຄົນຂອງພຣະອົງ ແລະ ອຸທອນກ້ອນເລືອດແຫ່ງພຣະເມດຕາປານີຂອງພຣະອົງທີ່ມີຢູ່ເທິງແຜ່ນດິນໂລກທັງໝົດ. ບັດນີ້ ນີ້ຄືຄວາມຜາສຸກຂອງຂ້າພະເຈົ້າ, ແລະ ການຖວາຍຂອບພຣະໄທອັນລົ້ນເຫລືອຂອງຂ້າພະເຈົ້າ; ແທ້ຈິງແລ້ວ, ແລະ ຂ້າພະເຈົ້າຈະຖວາຍການຂອບພຣະໄທແດ່ພຣະເຈົ້າຂອງຂ້າພະເຈົ້າຕະຫລອດໄປ. ອາແມນ.