ບົດທີ 49
ການຮຸກຮານຂອງຊາວເລມັນບໍ່ສາມາດທີ່ຈະຍຶດເອົາເມືອງອຳໂມນໄນຮາ ແລະ ເມືອງໂນອາທີ່ເປັນດ່ານປ້ອງກັນໄປໄດ້—ອະມາລີໄຄຢາສາບແຊ່ງພຣະເຈົ້າ ແລະ ສາບານວ່າຈະດື່ມເລືອດຂອງໂມໂຣໄນ—ຮີລາມັນ ແລະ ພີ່ນ້ອງຂອງເພິ່ນຮັກສາສາດສະໜາຈັກໃຫ້ເຂັ້ມແຂງຕໍ່ໄປ. ປະມານ 72 ປີ ກ່ອນ ຄ.ສ.
1 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນໃນເດືອນທີສິບເອັດຂອງປີທີສິບເກົ້າ, ໃນວັນທີສິບຂອງເດືອນນີ້ ມີຄົນເຫັນກອງທັບຂອງຊາວເລມັນຍົກໄປທາງແຜ່ນດິນອຳໂມນໄນຮາ.
2 ແລະ ຈົ່ງເບິ່ງ, ເມືອງນີ້ຖືກສ້າງຂຶ້ນໃໝ່ ແລະ ໂມໂຣໄນໄດ້ຕັ້ງກອງທັບໄວ້ໃກ້ຊາຍແດນຂອງເມືອງນີ້, ແລະ ພວກເຂົາໄດ້ຄູນດິນຂຶ້ນໂດຍຮອບເພື່ອປ້ອງກັນຕົນເອງຈາກລູກທະນູ ແລະ ກ້ອນຫີນຂອງຊາວເລມັນ; ເພາະຈົ່ງເບິ່ງ, ພວກເຂົາໄດ້ຕໍ່ສູ້ດ້ວຍກ້ອນຫີນ ແລະ ດ້ວຍລູກທະນູ.
3 ຈົ່ງເບິ່ງ, ຂ້າພະເຈົ້າກ່າວວ່າ ເມືອງ ອຳໂມນໄນຮາໄດ້ຖືກສ້າງຂຶ້ນໃໝ່ແລ້ວ. ຂ້າພະເຈົ້າກ່າວກັບພວກທ່ານວ່າ, ແທ້ຈິງແລ້ວ, ມັນໄດ້ສ້າງຂຶ້ນໃໝ່ເປັນບາງສ່ວນຍ້ອນວ່າເມືອງນີ້ໄດ້ຖືກຊາວເລມັນທຳລາຍມາເທື່ອໜຶ່ງແລ້ວ ເພາະຄວາມຊົ່ວຮ້າຍຂອງຜູ້ຄົນ, ດັ່ງນັ້ນພວກເຂົາຈຶ່ງຄິດວ່າມັນຈະເປັນເຫຍື່ອອັນງ່າຍດາຍສຳລັບພວກເຂົາອີກ.
4 ແຕ່ຈົ່ງເບິ່ງ, ພວກເຂົາຜິດຫວັງຫລາຍທີ່ສຸດ; ເພາະຈົ່ງເບິ່ງ, ຊາວນີໄຟໄດ້ຂຸດດິນເຮັດເປັນຄັນຄູໄວ້ໂດຍຮອບ, ຊຶ່ງຄັນຄູນັ້ນສູງສົມຄວນຈົນວ່າຊາວເລມັນແກວ່ງກ້ອນຫີນ ແລະ ຍິງທະນູຂ້າມໄປບໍ່ໄດ້, ທັງຈະເຂົ້າໂຈມຕີກໍບໍ່ໄດ້ ນອກຈາກຈະເຂົ້າໄປທາງປະຕູເທົ່ານັ້ນ.
5 ບັດນີ້ເມື່ອຫົວໜ້ານາຍທະຫານຂອງຊາວເລມັນເຫັນດັ່ງນັ້ນ ກໍແປກໃຈຢ່າງຍິ່ງເພາະປັນຍາຂອງຊາວນີໄຟໃນການຕຽມບ່ອນປ້ອງກັນຕົວຂອງພວກເຂົາ.
6 ບັດນີ້ພວກຜູ້ນຳຂອງຊາວເລມັນຄິດວ່າ, ຍ້ອນຄວາມຫລວງຫລາຍຂອງຜູ້ຄົນຂອງນີໄຟ, ແທ້ຈິງແລ້ວ, ພວກເຂົາຄິດວ່າ ພວກເຂົາຈະມີຊ່ອງທາງເພື່ອເຂົ້າໂຈມຕີຊາວນີໄຟຄືກັນກັບທີ່ເຄີຍກະທຳມາແລ້ວ; ແທ້ຈິງແລ້ວ, ພວກເຂົາກໍໄດ້ຕຽມພ້ອມຄືກັນ, ພວກເຂົາມີໂລ່ ແລະ ມີແຜ່ນປົກເອິກ; ແລະ ພວກເຂົາກໍໄດ້ໃສ່ເຄື່ອງນຸ່ງທີ່ເຮັດດ້ວຍໜັງ, ແທ້ຈິງແລ້ວ, ເປັນເຄື່ອງນຸ່ງທີ່ໜາເພື່ອປົກປິດຄວາມເປືອຍເປົ່າຂອງພວກເຂົາ.
7 ແລະ ໂດຍທີ່ຕຽມພ້ອມຮຽບຮ້ອຍດັ່ງນັ້ນ ພວກເຂົາຈຶ່ງຄິດວ່າພວກເຂົາຈະເອົາຊະນະ ແລະ ຈະເອົາພີ່ນ້ອງຂອງພວກເຂົາໄປຫາແອກແຫ່ງຄວາມເປັນທາດ, ຫລື ຂ້າຖິ້ມໄດ້ຢ່າງງ່າຍດາຍ, ຫລື ຈະທຳລາຍສັດຕູເສຍໃຫ້ໝົດຕາມຄວາມພໍໃຈຂອງພວກເຂົາ.
8 ແຕ່ຈົ່ງເບິ່ງ, ພວກເຂົາເກີດມີຄວາມແປກປະຫລາດໃຈຫລາຍທີ່ສຸດ ເມື່ອພວກເຂົາເຫັນວ່າຊາວນີໄຟໄດ້ ຕຽມຕໍ່ສູ້ກັບພວກເຂົາໃນວິທີທີ່ບໍ່ເຄີຍໄດ້ຮູ້ໄດ້ເຫັນມາກ່ອນໃນບັນດາລູກຫລານຂອງລີໄຮ. ບັດນີ້ພວກເຂົາຕຽມຕໍ່ສູ້ກັບຊາວເລມັນຕາມຄຳແນະນຳຂອງໂມໂຣໄນ.
9 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊາວເລມັນ ຫລື ຊາວອະມາລີໄຄຢາແປກປະຫລາດໃຈຢ່າງຍິ່ງກັບການຕຽມສົງຄາມຂອງພວກເຂົາ.
10 ບັດນີ້, ຖ້າຫາກກະສັດອະມາລີໄຄຢາໄດ້ລົງມາຈາກ ແຜ່ນດິນນີໄຟເພື່ອເປັນຜູ້ນຳກອງທັບຂອງລາວ, ລາວອາດຈະໃຫ້ຊາວເລມັນໂຈມຕີຊາວນີໄຟໃນເມືອງອຳໂມນໄນຮາທັນທີ; ເພາະວ່າລາວບໍ່ໄດ້ຄິດເຖິງເລືອດເນື້ອຂອງຜູ້ຄົນຂອງລາວເລີຍ.
11 ແຕ່ຈົ່ງເບິ່ງ, ອະມາລີໄຄຢາບໍ່ໄດ້ລົງມາສູ້ຮົບ. ແລະ ຈົ່ງເບິ່ງ, ຫົວໜ້ານາຍທະຫານຂອງລາວບໍ່ກ້າເຂົ້າໂຈມຕີຊາວນີໄຟໃນເມືອງອຳໂມນໄນຮາ, ເພາະວ່າໂມໂຣໄນປ່ຽນວິທີດຳເນີນການງານໃນບັນດາຊາວນີໄຟ, ເຖິງຂະໜາດທີ່ຊາວເລມັນຜິດຫວັງໃນສະຖານທີ່ ຊຶ່ງເຮັດໃຫ້ພວກເຂົາໄດ້ຖອຍໜີໄປເພາະພວກເຂົາເຂົ້າໄປໂຈມຕີບໍ່ໄດ້.
12 ສະນັ້ນ ພວກເຂົາຈຶ່ງໄດ້ຖອຍໜີເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ, ແລະ ຍົກຍ້າຍຄ້າຍຂອງພວກເຂົາ ແລະ ເດີນທັບໄປທາງແຜ່ນດິນໂນອາ, ໂດຍຄິດວ່າບ່ອນນັ້ນຈະເປັນບ່ອນທີ່ດີທີ່ສຸດສຳລັບພວກເຂົາທີ່ຈະຕໍ່ສູ້ກັບຊາວນີໄຟ.
13 ເພາະພວກເຂົາບໍ່ຮູ້ຈັກວ່າໂມໂຣໄນໄດ້ເສີມກຳລັງໄວ້, ຫລື ສ້າງ ຄ້າຍຍາມໄວ້ທຸກຫົວເມືອງໂດຍຮອບ; ສະນັ້ນ, ພວກເຂົາຈຶ່ງເດີນທັບໄປຫາແຜ່ນດິນໂນອາ ດ້ວຍມີຄວາມຕັ້ງໃຈອັນແນ່ວແນ່; ແທ້ຈິງແລ້ວ, ຫົວໜ້ານາຍທະຫານຂອງພວກເຂົາໄດ້ອອກມາໃຫ້ຄຳສາບານວ່າ ພວກເຂົາຈະທຳລາຍຜູ້ຄົນໃນເມືອງນັ້ນ.
14 ແຕ່ຈົ່ງເບິ່ງ, ມັນເກີດຄວາມແປກປະຫລາດໃຈຫລາຍທີ່ສຸດແກ່ພວກເຂົາ, ເພາະວ່າເມືອງໂນອາ ຊຶ່ງແຕ່ກ່ອນເຄີຍເປັນບ່ອນທີ່ອ່ອນແອ, ບັດນີ້, ໂດຍໃຊ້ວິທີຂອງໂມໂຣໄນ, ມັນຈຶ່ງກາຍມາເປັນບ່ອນທີ່ເຂັ້ມແຂງ, ແທ້ຈິງແລ້ວ, ມັນມີຄວາມເຂັ້ມແຂງຫລາຍກວ່າເມືອງອຳໂມນໄນຮາອີກຊ້ຳ.
15 ແລະ ບັດນີ້, ຈົ່ງເບິ່ງນີ້ຄືປັນຍາຂອງໂມໂຣໄນ; ເພາະເພິ່ນຄິດວ່າເມືອງອຳໂມນໄນຮາ ຈະເຮັດໃຫ້ພວກເຂົາຢ້ານກົວ, ແລະ ໂດຍທີ່ກ່ອນໜ້ານີ້ ເມືອງໂນອາ ເປັນສ່ວນທີ່ອ່ອນແອທີ່ສຸດຂອງແຜ່ນດິນ, ສະນັ້ນພວກເຂົາຈະເດີນທັບໄປສູ້ຮົບທີ່ນັ້ນ, ແລະ ມັນເປັນໄປຕາມຄວາມປາດຖະໜາຂອງເພິ່ນດັ່ງນັ້ນ.
16 ແລະ ຈົ່ງເບິ່ງ, ໂມໂຣໄນໄດ້ແຕ່ງຕັ້ງລີໄຮໃຫ້ເປັນຫົວໜ້ານາຍທະຫານເພື່ອບັງຄັບບັນຊາຜູ້ຄົນຢູ່ໃນເມືອງນັ້ນ; ແລະ ແມ່ນລີໄຮ ຜູ້ດຽວກັນນີ້ທີ່ໄດ້ຕໍ່ສູ້ກັບຊາວເລມັນຢູ່ໃນຮ່ອມພູທາງຕາເວັນອອກຂອງແມ່ນ້ຳຊີໂດນ.
17 ແລະ ບັດນີ້ຈົ່ງເບິ່ງ ເຫດການໄດ້ບັງເກີດຂຶ້ນ, ຄືເວລາຊາວເລມັນຮູ້ຈັກວ່າລີໄຮເປັນຜູ້ບັງຄັບບັນຊາເມືອງນີ້ ພວກເຂົາກໍຜິດຫວັງອີກ, ເພາະວ່າພວກເຂົາຢ້ານກົວລີໄຮຫລາຍທີ່ສຸດ; ເຖິງຢ່າງໃດກໍຕາມຫົວໜ້ານາຍທະຫານຂອງພວກເຂົາໄດ້ໃຫ້ຄຳສາບານໄວ້ແລ້ວວ່າ ພວກເຂົາຈະເຂົ້າໂຈມຕີເມືອງນີ້; ສະນັ້ນ, ພວກເຂົາຈຶ່ງໄດ້ຍົກກອງທັບຂອງພວກເຂົາເຂົ້າມາ.
18 ບັດນີ້ ຈົ່ງເບິ່ງ, ຊາວເລມັນບໍ່ສາມາດເຂົ້າໄປໃນຄ້າຍຍາມຂອງຊາວນີໄຟບໍ່ວ່າຈະເປັນທາງໃດກໍຕາມ, ນອກຈາກຈະເປັນທາງປະຕູເທົ່ານັ້ນ ຍ້ອນວ່າຄວາມສູງຂອງຄັນຄູ ຊຶ່ງຄູນຂຶ້ນໄວ້ ແລະ ຄວາມເລິກຂອງຕະຄອງ ຊຶ່ງຂຸດໄວ້ໂດຍຮອບ ນອກຈາກແຕ່ທາງປະຕູເທົ່ານັ້ນ.
19 ແລະ ຊາວນີໄຟໄດ້ຕຽມພ້ອມຢູ່ສະເໝີດັ່ງນີ້ທີ່ຈະທຳລາຍທຸກຄົນທີ່ພະຍາຍາມປີນຂຶ້ນປ້ອມຍາມທາງອື່ນໂດຍການແກວ່ງກ້ອນຫີນ ແລະ ຍິງລູກທະນູໃສ່.
20 ແລະ ນາຍຍາມໄດ້ຕຽມພ້ອມຢູ່ແບບນີ້, ແທ້ຈິງແລ້ວ, ພວກເຂົາເປັນຄົນແຂງແຮງຫລາຍທີ່ສຸດ, ຊຶ່ງຕຽມພ້ອມດ້ວຍດາບ ແລະ ກະຖຸນ, ເພື່ອຈະໄດ້ຟັນທຸກຄົນທີ່ພະຍາຍາມບຸກເຂົ້າມາໃນຄ້າຍຍາມທາງປະຕູຂອງພວກເຂົາ; ແລະ ພວກເຂົາໄດ້ຕຽມພ້ອມທີ່ຈະສູ້ຮົບກັບຊາວເລມັນດັ່ງນີ້.
21 ແລະ ເຫດການໄດ້ບັງເກີດຂຶ້ນຄື ນາຍທະຫານຂອງຊາວເລມັນໄດ້ຍົກກອງທັບມາຢູ່ໜ້າທາງເຂົ້າ ແລະ ເລີ່ມຕໍ່ສູ້ກັບຊາວນີໄຟ, ເພື່ອຈະໄດ້ເຂົ້າໄປໃນຄ້າຍຍາມຂອງພວກເຂົາ; ແຕ່ຈົ່ງເບິ່ງ, ພວກເຂົາຖືກໄລ່ອອກໄປເປັນບາງຄັ້ງ, ເຖິງຂະໜາດທີ່ພວກເຂົາຖືກຂ້າຕາຍເປັນຈຳນວນຫລວງຫລາຍ.
22 ບັດນີ້ເວລາພວກເຂົາເຫັນວ່າພວກເຂົາບໍ່ສາມາດເອົາຊະນະຊາວນີໄຟທາງປະຕູເຂົ້າ, ພວກເຂົາຈຶ່ງເລີ່ມຂຸດຄັນຄູຂອງຊາວນີໄຟລົງ ເພື່ອຈະໄດ້ມີຫົນທາງເຂົ້າໄປຫາກອງທັບຂອງພວກຊາວນີໄຟ, ເພື່ອຈະໄດ້ມີໂອກາດຕໍ່ສູ້ຢ່າງເທົ່າທຽມກັນ; ແຕ່ຈົ່ງເບິ່ງ, ໃນຄວາມພະຍາຍາມເຫລົ່ານີ້ ພວກເຂົາຖືກກວາດອອກໄປໂດຍກ້ອນຫີນ ແລະ ລູກທະນູ ຊຶ່ງຖືກຍິງມາໃສ່ພວກເຂົາ; ແລະ ແທນທີ່ພວກເຂົາຈະຖົມຮ່ອງພວກນັ້ນໂດຍການພັງດິນລົງມາ ມັນກັບເຕັມຂຶ້ນສ່ວນໜຶ່ງດ້ວຍຄົນຕາຍ ແລະ ຄົນບາດເຈັບຂອງພວກເຂົາ.
23 ແລະ ຊາວນີໄຟຈຶ່ງມີອຳນາດທັງໝົດເໜືອກວ່າສັດຕູຂອງພວກເຂົາແບບນີ້; ແລະ ຊາວເລມັນໄດ້ພະຍາຍາມຢູ່ສະເໝີທີ່ຈະທຳລາຍຊາວນີໄຟຈົນວ່າຫົວໜ້ານາຍທະຫານຂອງພວກເຂົາຖືກຂ້າຕາຍຈົນໝົດ; ແທ້ຈິງແລ້ວ, ຊາວເລມັນຫລາຍກວ່າພັນຄົນຖືກຂ້າຕາຍ, ກົງກັນຂ້າມ, ທາງຝ່າຍຊາວນີໄຟບໍ່ມີຈັກຄົນເລີຍຖືກຂ້າຕາຍ.
24 ມີຢູ່ປະມານຫ້າສິບຄົນເທົ່ານັ້ນໄດ້ຮັບບາດເຈັບ, ຜູ້ຊຶ່ງເປີດຮັບລູກທະນູຂອງຊາວເລມັນທີ່ທາງເຂົ້າ, ແຕ່ພວກເຂົາຖືກປ້ອງກັນໄວ້ດ້ວຍໂລ່ຂອງພວກເຂົາ, ແລະ ແຜ່ນປົກເອິກຂອງພວກເຂົາ, ແລະ ເຄື່ອງປ້ອງກັນຫົວຂອງພວກເຂົາ, ເຖິງຂະໜາດທີ່ພວກເຂົາໄດ້ຮັບບາດເຈັບຢູ່ທີ່ຂາ, ຊຶ່ງຫລາຍຄົນໄດ້ຮັບບາດເຈັບສາຫັດ.
25 ແລະ ເຫດການໄດ້ບັງເກີດຂຶ້ນ, ຄືເວລາຊາວເລມັນເຫັນວ່າຫົວໜ້ານາຍທະຫານຂອງຕົນຖືກຂ້າຕາຍໝົດແລ້ວ ພວກເຂົາຈຶ່ງໄດ້ປົບໜີເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ. ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ກັບຄືນໄປຫາແຜ່ນດິນນີໄຟ ເພື່ອແຈ້ງຄວາມກ່ຽວກັບຄວາມເສຍຫາຍອັນໃຫຍ່ຫລວງຂອງຕົນ ຕໍ່ອະມາລີໄຄຢາຜູ້ເປັນກະສັດຂອງພວກເຂົາ, ຊຶ່ງເປັນຄົນຂອງນີໄຟໂດຍກຳເນີດ.
26 ແລະ ເຫດການໄດ້ບັງເກີດຂຶ້ນຄື ລາວໄດ້ໂມໂຫຮ້າຍໃຫ້ຜູ້ຄົນຂອງຕົນຫລາຍທີ່ສຸດ, ຍ້ອນວ່າລາວບໍ່ໄດ້ບັນລຸຕາມຄວາມປາດຖະໜາຂອງລາວທີ່ມີກັບຊາວນີໄຟ; ເພາະລາວບໍ່ໄດ້ເອົາພວກເຂົາມາສູ່ແອກແຫ່ງຄວາມເປັນທາດ.
27 ແທ້ຈິງແລ້ວ, ລາວມີຄວາມຄຽດແຄ້ນຫລາຍທີ່ສຸດ, ແລະ ລາວໄດ້ ສາບແຊ່ງພຣະເຈົ້າ ແລະ ໂມໂຣໄນນຳອີກ, ໂດຍກ່າວ ຄຳສາບານວ່າ ລາວຈະກິນເລືອດຂອງເພິ່ນ; ແລະ ນີ້ຍ້ອນວ່າໂມໂຣໄນຮັກສາພຣະບັນຍັດຂອງພຣະເຈົ້າໃນການຕຽມພ້ອມເພື່ອຄວາມປອດໄພຂອງຜູ້ຄົນຂອງເພິ່ນ.
28 ແລະ ເຫດການໄດ້ບັງເກີດຂຶ້ນຄື ອີກທາງໜຶ່ງຜູ້ຄົນຂອງນີໄຟໄດ້ຖວາຍຄວາມ ຂອບພຣະໄທແດ່ພຣະເຈົ້າຂອງພວກເຂົາ, ເພາະອຳນາດອັນຫາທີ່ປຽບບໍ່ໄດ້ຂອງພຣະອົງໃນການປົດປ່ອຍພວກເຂົາໃຫ້ພົ້ນຈາກກຳມືຂອງສັດຕູຂອງພວກເຂົາ.
29 ແລະ ປີທີສິບເກົ້າແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟໄດ້ສິ້ນສຸດລົງດັ່ງນີ້.
30 ແທ້ຈິງແລ້ວ, ແລະ ມັນມີສັນຕິສຸກຕໍ່ເນື່ອງກັນໄປໃນບັນດາປະຊາຊົນຂອງນີໄຟ, ແລະ ມີຄວາມຈະເລີນຮຸ່ງເຮືອງຢ່າງຍິ່ງຢູ່ໃນສາດສະໜາຈັກ ເພາະວ່າຄວາມເອົາໃຈໃສ່ ແລະ ຄວາມພາກພຽນຂອງພວກເຂົາຊຶ່ງມີຕໍ່ພຣະຄຳຂອງພຣະເຈົ້າ ຊຶ່ງຮີລາມັນ, ຊິບລັນ, ແລະ ໂຄຣິອານທັນ, ແລະ ອຳໂມນ ແລະ ພີ່ນ້ອງຂອງເພິ່ນໄດ້ປະກາດກັບພວກເຂົາ, ແທ້ຈິງແລ້ວ, ແລະ ໂດຍຄົນທັງໝົດຜູ້ທີ່ໄດ້ຮັບແຕ່ງຕັ້ງໃຫ້ມີ ລະບຽບອັນສັກສິດຂອງພຣະເຈົ້າ, ໂດຍການຮັບບັບຕິສະມາໄວ້ກັບການກັບໃຈ, ແລະ ໄດ້ອອກໄປສັ່ງສອນໃນບັນດາຜູ້ຄົນ.