ໜັງສືເອໂນດ
ບົດທີ 1
ເອໂນດອະທິຖານຢ່າງສຸດກຳລັງ ແລະ ໄດ້ຮັບການປົດບາບຂອງລາວ—ສຸລະສຽງຂອງພຣະຜູ້ເປັນເຈົ້າ ໄດ້ເຂົ້າສູ່ຈິດໃຈຂອງລາວ ແລະ ໄດ້ໃຫ້ສັນຍາຄວາມລອດແກ່ຊາວເລມັນໃນອະນາຄົດ—ຊາວນີໄຟຊອກຫາເພື່ອກູ້ຊາວເລມັນກັບຄືນ—ເອໂນດມີຄວາມປິຕິຍິນດີໃນພຣະຜູ້ໄຖ່ຂອງລາວ. ປະມານ 420 ປີ ກ່ອນ ຄ.ສ.
1 ຈົ່ງເບິ່ງ, ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າ ເອໂນດໂດຍທີ່ຮູ້ຈັກບິດາຂອງຂ້າພະເຈົ້າວ່າ ເພິ່ນເປັນຄົນທ່ຽງທຳ—ເພາະເພິ່ນ ໄດ້ສິດສອນຂ້າພະເຈົ້າໃນພາສາຂອງເພິ່ນ, ແລະ ໃນ ການລ້ຽງດູ ແລະ ການຕັກເຕືອນຂອງພຣະຜູ້ເປັນເຈົ້ານຳອີກ—ແລະ ຂໍພຣະນາມຂອງພຣະເຈົ້າຂອງຂ້າພະເຈົ້າຈົ່ງພຣະກະເສີມສຳລານເພາະການນີ້ເຖີດ—
2 ແລະ ຂ້າພະເຈົ້າຈະບອກພວກທ່ານເຖິງ ການຕໍ່ສູ້ ຊຶ່ງຂ້າພະເຈົ້າມີຕໍ່ພຣະພັກຂອງພຣະເຈົ້າ ກ່ອນທີ່ຂ້າພະເຈົ້າຈະໄດ້ຮັບ ການປົດບາບຂອງຂ້າພະເຈົ້າ.
3 ຈົ່ງເບິ່ງ, ຂ້າພະເຈົ້າໄດ້ໄປລ່າສັດຢູ່ໃນປ່າ; ແລະ ຄຳເວົ້າຊຶ່ງຂ້າພະເຈົ້າໄດ້ຍິນຈາກບິດາເລື້ອຍໆກ່ຽວກັບຊີວິດນິລັນດອນ, ແລະ ຄວາມສຸກຂອງໄພ່ພົນຂອງພຣະເຈົ້າໄດ້ ຝັງເລິກຢູ່ໃນໃຈຂອງຂ້າພະເຈົ້າ.
4 ແລະ ຈິດວິນຍານຂອງຂ້າພະເຈົ້າ ຫິວໂຫຍ; ແລະ ຂ້າພະເຈົ້າໄດ້ ຄຸເຂົ່າລົງຕໍ່ພຣະພັກຂອງພຣະຜູ້ສ້າງຂອງຂ້າພະເຈົ້າ, ແລະ ຂ້າພະເຈົ້າໄດ້ ອະທິຖານ ແລະ ອ້ອນວອນຕໍ່ພຣະອົງຢ່າງສຸດກຳລັງເພື່ອຈິດວິນຍານຂອງຂ້າພະເຈົ້າເອງ; ແລະ ຕະຫລອດທັງວັນຂ້າພະເຈົ້າໄດ້ຮ້ອງທູນພຣະອົງ; ແລະ ເມື່ອເຖິງຕອນກາງຄືນ ຂ້າພະເຈົ້າກໍຍັງເປັ່ງສຽງຂອງຂ້າພະເຈົ້າຂຶ້ນເຖິງຟ້າສະຫວັນ.
5 ແລະ ສຸລະສຽງມາເຖິງຂ້າພະເຈົ້າ, ມີຄວາມວ່າ: ເອໂນດ, ບາບຂອງເຈົ້າໄດ້ຮັບການອະໄພໃຫ້ແລ້ວ, ແລະ ເຈົ້າຈະໄດ້ຮັບພອນ.
6 ແລະ ຂ້າພະເຈົ້າເອໂນດຮູ້ວ່າພຣະເຈົ້າຈະບໍ່ເວົ້າຕົວະ; ດັ່ງນັ້ນ, ຄວາມຜິດຂອງຂ້າພະເຈົ້າຈຶ່ງຖືກກວາດລ້າງໄປ.
7 ແລະ ຂ້າພະເຈົ້າໄດ້ທູນຖາມວ່າ: ຂ້າແດ່ພຣະອົງເຈົ້າ, ມັນເປັນໄປໄດ້ແນວໃດ?
8 ແລະ ພຣະອົງໄດ້ກ່າວກັບຂ້າພະເຈົ້າວ່າ: ເພາະ ສັດທາຂອງເຈົ້າໃນພຣະຄຣິດ, ຜູ້ທີ່ເຈົ້າບໍ່ເຄີຍໄດ້ຍິນ ຫລື ໄດ້ເຫັນມາກ່ອນ. ແລະ ຫລາຍປີຈະຜ່ານໄປກ່ອນທີ່ພຣະອົງຈະສະແດງພຣະອົງເອງໃຫ້ປະຈັກໃນເນື້ອໜັງ; ດັ່ງນັ້ນ, ຈົ່ງໄປເຖີດ, ສັດທາຂອງເຈົ້າເຮັດໃຫ້ເຈົ້າ ບໍລິບູນແລ້ວ.
9 ບັດນີ້, ເຫດການໄດ້ບັງເກີດຂຶ້ນຄື ເມື່ອຂ້າພະເຈົ້າໄດ້ຍິນຄຳນີ້ ຂ້າພະເຈົ້າເລີ່ມຮູ້ສຶກມີ ຄວາມປາດຖະໜາເພື່ອຄວາມຜາສຸກຂອງຊາວນີໄຟ, ພີ່ນ້ອງຂອງຂ້າພະເຈົ້າ; ດັ່ງນັ້ນ, ຂ້າພະເຈົ້າຈຶ່ງໄດ້ ທຸ້ມເທຈິດວິນຍານທັງໝົດຂອງຂ້າພະເຈົ້າໃຫ້ແກ່ພຣະເຈົ້າເພື່ອພວກເຂົາ.
10 ແລະ ຂະນະທີ່ຂ້າພະເຈົ້າກຳລັງດີ້ນຮົນຢູ່ໃນວິນຍານ, ຈົ່ງເບິ່ງ, ສຸລະສຽງຂອງພຣະຜູ້ເປັນເຈົ້າໄດ້ເຂົ້າສູ່ ຈິດໃຈຂ້າພະເຈົ້າອີກ, ໂດຍກ່າວວ່າ: ເຮົາຈະມາຢ້ຽມຢາມພີ່ນ້ອງຂອງເຈົ້າຕາມຄວາມພາກພຽນຂອງພວກເຂົາໃນການຮັກສາບັນຍັດຂອງເຮົາ. ເຮົາ ມອບແຜ່ນດິນນີ້ໃຫ້ແກ່ພວກເຂົາ, ແລະ ມັນເປັນແຜ່ນດິນສັກສິດ, ແລະ ເຮົາບໍ່ໄດ້ ສາບແຊ່ງມັນນອກຈາກເພາະຄວາມຊົ່ວຮ້າຍ; ດັ່ງນັ້ນ, ເຮົາຈະມາຢ້ຽມຢາມພີ່ນ້ອງຂອງເຈົ້າຕາມທີ່ເຮົາໄດ້ກ່າວໄວ້; ແລະ ເຮົາຈະນຳການລ່ວງລະເມີດຂອງພວກເຂົາພ້ອມກັບຄວາມເສົ້າສະຫລົດໃຈມາລົງໃສ່ຫົວຂອງພວກເຂົາເອງ.
11 ແລະ ຫລັງຈາກຂ້າພະເຈົ້າເອໂນດໄດ້ຍິນຄຳເຫລົ່ານີ້ແລ້ວ, ສັດທາຂອງຂ້າພະເຈົ້າບໍ່ຫວັ່ນໄຫວໃນພຣະຜູ້ເປັນເຈົ້າ; ແລະ ຂ້າພະເຈົ້າໄດ້ອະທິຖານຕໍ່ພຣະອົງເພື່ອຊາວເລມັນ, ພີ່ນ້ອງຂອງຂ້າພະເຈົ້າ, ດ້ວຍຄວາມດີ້ນຮົນຢູ່ດົນນານຫລາຍເທື່ອ.
12 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກຂ້າພະເຈົ້າໄດ້ ອະທິຖານຈົນສຸດຄວາມພາກພຽນແລ້ວ, ພຣະຜູ້ເປັນເຈົ້າໄດ້ກ່າວກັບຂ້າພະເຈົ້າວ່າ: ເຮົາຈະໃຫ້ເຈົ້າຕາມ ຄວາມປາດຖະໜາຂອງເຈົ້າເພາະສັດທາຂອງເຈົ້າ.
13 ແລະ ບັດນີ້ຈົ່ງເບິ່ງ, ນີ້ຄືຄວາມປາດຖະໜາທີ່ຂ້າພະເຈົ້າປາດຖະໜາຈາກພຣະອົງ—ຄືຖ້າຫາກເປັນໄປວ່າ ຊາວນີໄຟຜູ້ຄົນຂອງຂ້າພະເຈົ້າຈະຕົກໄປສູ່ການລ່ວງລະເມີດ, ແລະ ຖືກທຳລາຍດ້ວຍວິທີໃດກໍຕາມ ແລະ ຊາວເລມັນບໍ່ຖືກທຳລາຍແລ້ວ, ຂໍໃຫ້ອົງພຣະຜູ້ເປັນເຈົ້າຈົ່ງ ຮັກສາບັນທຶກຂອງຊາວນີໄຟ, ຜູ້ຄົນຂອງຂ້າພະເຈົ້າ; ເຖິງແມ່ນຖ້າຫາກເປັນໄປໂດຍອຳນາດຂອງພຣະຫັດອັນສັກສິດຂອງພຣະອົງ, ເພື່ອຈະໄດ້ນຳບັນທຶກ ອອກມາໃຫ້ຊາວເລມັນໃນເວລາໃດເວລາໜຶ່ງໃນອະນາຄົດ, ເພື່ອມັນອາດຈະ ນຳພວກເຂົາມາສູ່ຄວາມລອດ—
14 ເພາະປະຈຸບັນນີ້ ການດີ້ນຮົນຂອງພວກເຮົາ ບໍ່ມີປະໂຫຍດໃນການນຳພາເຂົາກັບຄືນມາຫາສັດທາອັນແທ້ຈິງ. ແລະ ພວກເຂົາສາບານໄວ້ໃນຄວາມຄຽດແຄ້ນຂອງພວກເຂົາວ່າ, ຖ້າຫາກເປັນໄປໄດ້, ພວກເຂົາຈະ ທຳລາຍບັນທຶກຂອງພວກເຮົາກັບພວກເຮົາ, ແລະ ທັງຮີດຄອງປະເພນີທັງໝົດຂອງບັນພະບຸລຸດຂອງພວກເຮົານຳອີກ.
15 ດັ່ງນັ້ນ, ຂ້າພະເຈົ້າໂດຍຮູ້ວ່າອົງພຣະຜູ້ເປັນເຈົ້າສາມາດ ຮັກສາບັນທຶກຂອງພວກເຮົາໄວ້ໄດ້, ຂ້າພະເຈົ້າຈຶ່ງຮ້ອງທູນພຣະອົງຢູ່ຕະຫລອດເວລາ, ເພາະພຣະອົງໄດ້ກ່າວກັບຂ້າພະເຈົ້າວ່າ: ສິ່ງໃດກໍຕາມທີ່ເຈົ້າຈະຂໍດ້ວຍສັດທາ, ໂດຍເຊື່ອວ່າເຈົ້າຈະໄດ້ຮັບໃນພຣະນາມຂອງພຣະຄຣິດ, ແລ້ວເຈົ້າຈະໄດ້ຮັບ.
16 ແລະ ຂ້າພະເຈົ້າມີສັດທາ, ແລະ ຂ້າພະເຈົ້າໄດ້ຮ້ອງທູນຕໍ່ພຣະເຈົ້າເພື່ອພຣະອົງຈະ ຮັກສາ ບັນທຶກໄວ້; ແລະ ພຣະອົງໄດ້ໃຫ້ພັນທະສັນຍາກັບຂ້າພະເຈົ້າວ່າ ພຣະອົງຈະ ນຳມັນອອກມາໃຫ້ຊາວເລມັນໃນເວລາອັນເໝາະສົມຂອງພຣະອົງ.
17 ແລະ ຂ້າພະເຈົ້າເອໂນດຮູ້ວ່າມັນຈະເປັນໄປຕາມພັນທະສັນຍາຊຶ່ງພຣະອົງໄດ້ໃຫ້ໄວ້; ດັ່ງນັ້ນ ຈິດວິນຍານຂອງຂ້າພະເຈົ້າຈຶ່ງເຊົາເປັນຫ່ວງ.
18 ແລະ ພຣະຜູ້ເປັນເຈົ້າໄດ້ກ່າວກັບຂ້າພະເຈົ້າວ່າ: ບັນພະບຸລຸດຂອງເຈົ້າໄດ້ຂໍຮ້ອງເລື່ອງນີ້ຈາກເຮົາແລ້ວ; ແລະ ມັນຈະເປັນໄປໃຫ້ພວກເຂົາຕາມສັດທາຂອງພວກເຂົາ; ເພາະສັດທາຂອງພວກເຂົາເໝືອນກັບຂອງເຈົ້າ.
19 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າເອໂນດໄດ້ອອກໄປທົ່ວໃນບັນດາຜູ້ຄົນຂອງນີໄຟ, ທຳນາຍເຖິງເລື່ອງທີ່ຈະມາເຖິງ, ແລະ ໃຫ້ຖ້ອຍຄຳເຖິງເລື່ອງທີ່ຂ້າພະເຈົ້າໄດ້ຍິນ ແລະ ໄດ້ເຫັນມາ.
20 ແລະ ຂ້າພະເຈົ້າເປັນພະຍານວ່າ ຜູ້ຄົນຂອງນີໄຟໄດ້ພະຍາຍາມຢ່າງພາກພຽນທີ່ຈະນຳເອົາຊາວເລມັນ ກັບຄືນມາສູ່ສັດທາອັນແທ້ຈິງໃນພຣະເຈົ້າ. ແຕ່ ວຽກງານຂອງພວກເຮົາບໍ່ມີປະໂຫຍດ; ເພາະຄວາມກຽດຊັງຂອງພວກເຂົາຍັງຝັງແໜ້ນ, ແລະ ພວກເຂົາຖືກນຳໄປໂດຍສັນດານຊົ່ວຂອງພວກເຂົາ, ຈົນກັບປ່າເຖື່ອນ ແລະ ຮ້າຍກາດ, ແລະ ເປັນຄົນ ກະຫາຍເລືອດ, ຊຶ່ງເຕັມໄປດ້ວຍການນັບຖື ຮູບບູຊາ ແລະ ຄວາມສົກກະປົກ; ກິນສັດທີ່ກິນສັດອື່ນໆ; ອາໄສຢູ່ໃນຜ້າເຕັນ, ແລະ ຊັດເຊພະເນຈອນໄປໃນຖິ່ນແຫ້ງແລ້ງກັນດານ ນຸ່ງແຕ່ແຜ່ນໜັງສັ້ນໆຄຽນແອວ ແລະ ແຖຫົວໂລ້ນ; ຄວາມຊຳນານຂອງພວກເຂົາຢູ່ກັບການໃຊ້ ທະນູ, ແລະ ດາບສອງຄົມ, ແລະ ຂວານ. ແລະ ພວກເຂົາສ່ວນຫລາຍບໍ່ກິນຫຍັງນອກຈາກຊີ້ນດິບ; ແລະ ພວກເຂົາພະຍາຍາມທຳລາຍພວກເຮົາຢູ່ຕະຫລອດ.
21 ແລະ ເຫດການໄດ້ບັງເກີດຂຶ້ນຄື ຜູ້ຄົນຂອງນີໄຟໄດ້ໄຖດິນ, ແລະ ປູກພືດ ແລະ ຕົ້ນໝາກໄມ້ຫລາຍຊະນິດ, ແລະ ລ້ຽງຝູງສັດຫລາຍຊະນິດ, ທັງແບ້ບ້ານ ແລະ ແບ້ປ່າ, ທັງມ້າເປັນຈຳນວນຫລວງຫລາຍອີກ.
22 ແລະ ມີ ສາດສະດາເປັນຈຳນວນຫລວງຫລາຍໃນບັນດາພວກເຮົາ. ແລະ ຜູ້ຄົນເປັນຄົນ ແຂງຄໍ, ແລະ ຍາກທີ່ຈະເຂົ້າໃຈ.
23 ແລະ ບໍ່ມີຫຍັງເລີຍນອກຈາກ ຄວາມຮຸນແຮງທີ່ສຸດ, ການສັ່ງສອນ ແລະ ການທຳນາຍເຖິງສົງຄາມ, ແລະ ການຂັດແຍ້ງ, ແລະ ການທຳລາຍ, ແລະ ການເຕືອນພວກເຂົາຢູ່ຕະຫລອດເວລາເຖິງຄວາມຕາຍ, ແລະ ໄລຍະເວລາຂອງຊົ່ວນິລັນດອນ, ແລະ ການພິພາກສາ, ແລະ ອຳນາດຂອງພຣະເຈົ້າ, ແລະ ເລື່ອງທັງໝົດນີ້—ໂດຍກະຕຸ້ນພວກເຂົາຢູ່ ຕະຫລອດວັນເວລາໃຫ້ພວກເຂົາຢູ່ໃນຄວາມຢ້ານກົວພຣະຜູ້ເປັນເຈົ້າ. ຂ້າພະເຈົ້າກ່າວວ່າ ບໍ່ມີຫຍັງເລີຍນອກຈາກສິ່ງເຫລົ່ານີ້, ແລະ ຄວາມແຈ່ມແຈ້ງທີ່ສຸດຂອງຄຳເວົ້າທີ່ຈະກັນບໍ່ໃຫ້ພວກເຂົາລົງໄປຫາຄວາມພິນາດຢ່າງໄວ. ແລະ ຕາມນີ້ ຂ້າພະເຈົ້າຈຶ່ງບັນທຶກກ່ຽວກັບພວກເຂົາ.
24 ແລະ ຂ້າພະເຈົ້າເຫັນສົງຄາມລະຫວ່າງຊາວນີໄຟກັບຊາວເລມັນໃນວັນເວລາຂອງຂ້າພະເຈົ້າ.
25 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ເຖົ້າແກ່ລົງ, ແລະ ເວລາໜຶ່ງຮ້ອຍເຈັດສິບເກົ້າປີໄດ້ຜ່ານໄປນັບຕັ້ງແຕ່ເວລາທີ່ພໍ່ລີໄຮຂອງພວກເຮົາໄດ້ ອອກຈາກເຢຣູຊາເລັມມາ.
26 ແລະ ຂ້າພະເຈົ້າຮູ້ວ່າໃນບໍ່ຊ້ານີ້ ຂ້າພະເຈົ້າຕ້ອງລົງໄປຫາຫລຸມສົບຂອງຂ້າພະເຈົ້າ, ໂດຍທີ່ຖືກກະທຳໂດຍອຳນາດຂອງພຣະເຈົ້າຊຶ່ງໃຫ້ຂ້າພະເຈົ້າສັ່ງສອນ ແລະ ທຳນາຍຕໍ່ຜູ້ຄົນພວກນີ້, ແລະ ປະກາດພຣະຄຳ ຕາມຄວາມຈິງທີ່ມີຢູ່ໃນພຣະຄຣິດ. ແລະ ຂ້າພະເຈົ້າໄດ້ປະກາດມາຕະຫລອດວັນເວລາຂອງຂ້າພະເຈົ້າ, ແລະ ປິຕິຍິນດີໃນສິ່ງເຫລົ່ານີ້ເໜືອກວ່າສິ່ງໃດໆໃນໂລກ.
27 ແລະ ໃນບໍ່ຊ້າຂ້າພະເຈົ້າຈະໄປຫາ ບ່ອນພັກຜ່ອນຂອງຂ້າພະເຈົ້າ ຊຶ່ງຢູ່ກັບພຣະຜູ້ໄຖ່ຂອງຂ້າພະເຈົ້າ; ເພາະຂ້າພະເຈົ້າຮູ້ວ່າ ໃນພຣະອົງຂ້າພະເຈົ້າຈະໄດ້ພັກຜ່ອນ. ແລະ ຂ້າພະເຈົ້າປິຕິຍິນດີໃນວັນເມື່ອ ຄວາມເປັນມະຕະຂອງຂ້າພະເຈົ້າຈະສວມໃສ່ ຄວາມເປັນອະມະຕະ, ແລະ ຈະຢືນຢູ່ຕໍ່ພຣະພັກຂອງພຣະອົງ; ເພາະໃນເວລານັ້ນ ຂ້າພະເຈົ້າຈະເຫັນພຣະພັກຂອງພຣະອົງດ້ວຍຄວາມສຸກໃຈ, ແລະ ພຣະອົງຈະກ່າວກັບຂ້າພະເຈົ້າວ່າ: ມາຫາເຮົາເຖີດ, ເຈົ້າຜູ້ເປັນສຸກ, ເຮົາມີບ່ອນຕຽມໄວ້ໃຫ້ເຈົ້າແລ້ວຢູ່ໃນ ຜາສາດຂອງພຣະບິດາຂອງເຮົາ. ອາແມນ.