ບົດທີ 6
ຄົນທີ່ກັບໃຈໄດ້ຮັບບັບຕິສະມາ ແລະ ໄດ້ຮັບການຜູກມິດ—ສະມາຊິກຂອງສາດສະໜາຈັກຜູ້ທີ່ກັບໃຈໄດ້ຮັບການອະໄພ—ການປະຊຸມຖືກດຳເນີນໂດຍອຳນາດຂອງພຣະວິນຍານບໍລິສຸດ. ປະມານ ຄ.ສ. 401–421.
1 ແລະ ບັດນີ້ຂ້າພະເຈົ້າຂໍເວົ້າກ່ຽວກັບການໃຫ້ ບັບຕິສະມາ. ຈົ່ງເບິ່ງແອວເດີ, ປະໂລຫິດ, ແລະ ຄູສອນ ໄດ້ຮັບບັບຕິສະມາ; ແລະ ພວກເພິ່ນຈະບໍ່ໄດ້ຮັບບັບຕິສະມານອກຈາກວ່າພວກເພິ່ນຈະນຳຜົນອອກມາວ່າພວກເພິ່ນມີ ຄ່າຄວນ.
2 ທັງພວກເພິ່ນຈະບໍ່ຮັບຜູ້ໃດມາສູ່ການຮັບບັບຕິສະມານອກຈາກຄົນເຫລົ່ານັ້ນຈະອອກມາດ້ວຍໃຈທີ່ ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ, ແລະ ເປັນພະຍານຕໍ່ສາດສະໜາຈັກວ່າ ພວກເຂົາໄດ້ກັບໃຈແທ້ໆຈາກບາບທັງໝົດຂອງພວກເຂົາ.
3 ແລະ ຈະບໍ່ຮັບຜູ້ໃດມາສູ່ບັບຕິສະມານອກຈາກເຂົາຈະ ຮັບພຣະນາມຂອງພຣະຄຣິດເສຍກ່ອນ, ໂດຍມີຄວາມຕັ້ງໃຈທີ່ຈະຮັບໃຊ້ພຣະອົງຈົນເຖິງທີ່ສຸດ.
4 ແລະ ຫລັງຈາກທີ່ເຂົາໄດ້ຮັບບັບຕິສະມາແລ້ວ, ແລະ ອຳນາດຂອງພຣະວິນຍານບໍລິສຸດໄດ້ກະທຳ ແລະ ຊຳລະລ້າງເຂົາໃຫ້ສະອາດແລ້ວ, ເຂົາຈຶ່ງໄດ້ຖືກນັບເຂົ້າຢູ່ໃນບັນດາຜູ້ຄົນຂອງສາດສະໜາຈັກຂອງພຣະຄຣິດ; ແລະ ຊື່ຂອງເຂົາໄດ້ຖືກຮັບໄວ້, ເພື່ອເຂົາຈະໄດ້ຖືກຈົດຈຳ ແລະ ບຳລຸງລ້ຽງດ້ວຍພຣະຄຳອັນປະເສີດຂອງພຣະເຈົ້າ, ເພື່ອຮັກສາເຂົາຢູ່ໃນທາງທີ່ຖືກຕ້ອງ, ເພື່ອໃຫ້ເຂົາ ເອົາໃຈໃສ່ຕໍ່ການອະທິຖານຕະຫລອດເວລາ, ໂດຍ ເພິ່ງອາໄສແຕ່ໃນພຣະຄຸນຄວາມດີຂອງພຣະຄຣິດຢ່າງດຽວ, ອົງຜູ້ເປັນ ຜູ້ສ້າງ ແລະ ເປັນຜູ້ເຮັດໃຫ້ສັດທາຂອງເຂົາສົມບູນ.
5 ແລະ ຄົນໃນ ສາດສະໜາຈັກໄດ້ຊຸມນຸມກັນຢູ່ ເລື້ອຍໆ, ເພື່ອ ຖືສິນອົດເຂົ້າ ແລະ ເພື່ອອະທິຖານ ແລະ ເພື່ອສົນທະນາກັນກ່ຽວກັບຄວາມຜາສຸກຂອງຈິດວິນຍານຂອງພວກເຂົາ.
6 ແລະ ພວກເຂົາໄດ້ມາຊຸມນຸມກັນຢູ່ເລື້ອຍໆເພື່ອຮັບສ່ວນເຂົ້າຈີ່ ແລະ ເຫລົ້າອະງຸ່ນ, ດ້ວຍຄວາມລະນຶກເຖິງອົງພຣະເຢຊູເຈົ້າ.
7 ແລະ ພວກເຂົາເຄັ່ງຄັດທີ່ຈະເອົາໃຈໃສ່ ບໍ່ໃຫ້ມີຄວາມຊົ່ວຮ້າຍໃນບັນດາພວກເຂົາ; ແລະ ຜູ້ໃດຖືກພົບວ່າໄດ້ກະທຳຄວາມຊົ່ວຮ້າຍ, ແລະ ມີພະຍານຂອງສາດສະໜາຈັກ ສາມຄົນກ່າວໂທດຜູ້ນັ້ນຕໍ່ໜ້າ ແອວເດີ, ແລະ ຖ້າຫາກເຂົາບໍ່ກັບໃຈ, ແລະ ບໍ່ ສາລະພາບຜິດແລ້ວ, ຊື່ຂອງເຂົາຍ່ອມຖືກ ລຶບອອກ, ແລະ ເຂົາຈະບໍ່ຖືກນັບເຂົ້າຢູ່ກັບບັນດາຜູ້ຄົນຂອງພຣະຄຣິດ.
8 ແຕ່ ວ່າທຸກເທື່ອທີ່ເຂົາກັບໃຈ ແລະ ສະແຫວງຫາການໃຫ້ອະໄພດ້ວຍເຈດຕະນາອັນແທ້ຈິງ, ເຂົາກໍຈະໄດ້ຮັບ ການໃຫ້ອະໄພ.
9 ແລະ ສາດສະໜາຈັກ ດຳເນີນການປະຊຸມຂອງພວກເຂົາຕາມວິທີການທຳງານຂອງພຣະວິນຍານ ແລະ ໂດຍອຳນາດຂອງ ພຣະວິນຍານບໍລິສຸດ; ເພາະດັ່ງທີ່ອຳນາດຂອງພຣະວິນຍານບໍລິສຸດໄດ້ນຳພາພວກເຂົາໃຫ້ເຮັດຢ່າງໃດ ບໍ່ວ່າໃຫ້ສັ່ງສອນ, ຫລື ແນະນຳ, ຫລື ອະທິຖານ, ຫລື ໄຫວ້ວອນ, ຫລື ຮ້ອງເພງ, ມັນກໍເປັນໄປຢ່າງນັ້ນ.