ບົດທີ 18
ແອວມາສັ່ງສອນຢ່າງງຽບໆ—ເພິ່ນໄດ້ຕັ້ງພັນທະສັນຍາຂອງການບັບຕິສະມາ ແລະ ບັບຕິສະມາໃນນ້ຳມໍມອນ—ເພິ່ນໄດ້ສ້າງຕັ້ງສາດສະໜາຈັກຂອງພຣະຄຣິດ ແລະ ແຕ່ງຕັ້ງປະໂລຫິດ—ພວກເຂົາທຳງານລ້ຽງຕົວເອງ ແລະ ສິດສອນຜູ້ຄົນ—ແອວມາກັບຜູ້ຄົນຂອງເພິ່ນຫລົບໜີຈາກກະສັດໂນອາ ເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ. ປະມານ 147–145 ປີ ກ່ອນ ຄ.ສ.
1 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ແອວມາ, ໄດ້ຫລົບໜີຈາກພວກຄົນໃຊ້ຂອງກະສັດໂນອາ, ໄດ້ ກັບໃຈຈາກບາບ ແລະ ຄວາມຊົ່ວຮ້າຍຂອງເພິ່ນ, ແລະ ທ່ອງທ່ຽວໄປໃນບັນດາຜູ້ຄົນຢ່າງງຽບໆ, ແລະ ເລີ່ມສິດສອນຄຳຂອງອະບີນາໄດ—
2 ແທ້ຈິງແລ້ວ, ກ່ຽວກັບສິ່ງທີ່ຈະມາເຖິງ, ແລະ ກ່ຽວກັບການຟື້ນຄືນຊີວິດຂອງຄົນຕາຍນຳອີກ, ແລະ ການໄຖ່ຜູ້ຄົນ, ຊຶ່ງຈະຖືກເຮັດໃຫ້ເກີດຂຶ້ນໂດຍ ອຳນາດ, ແລະ ຄວາມທຸກທໍລະມານ, ແລະ ໂດຍການສິ້ນພຣະຊົນຂອງພຣະຄຣິດ, ແລະ ການຟື້ນຄືນພຣະຊົນ ແລະ ການສະເດັດຂຶ້ນສະຫວັນຂອງພຣະອົງ.
3 ແລະ ເພິ່ນໄດ້ສິດສອນຄົນເປັນຈຳນວນຫລວງຫລາຍທີ່ຍອມຟັງຄຳເວົ້າຂອງເພິ່ນ. ແລະ ເພິ່ນໄດ້ສິດສອນພວກເຂົາຢ່າງງຽບໆເພື່ອກະສັດຈະບໍ່ຮູ້ເຖິງເລື່ອງນີ້. ແລະ ຫລາຍຄົນໄດ້ເຊື່ອຄຳເວົ້າຂອງເພິ່ນ.
4 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລາຍຕໍ່ຫລາຍຄົນທີ່ເຊື່ອເພິ່ນໄດ້ອອກໄປຫາ ບ່ອນໜຶ່ງຊຶ່ງເອີ້ນວ່າ ມໍມອນ, ຊຶ່ງກະສັດໄດ້ຕັ້ງຊື່ໃຫ້, ໂດຍທີ່ຢູ່ຊາຍແດນຂອງແຜ່ນດິນ ມັນຈຶ່ງມີສັດປ່າຢູ່ຢ່າງຫລວງຫລາຍບາງເວລາ ຫລື ຕາມລະດູການ.
5 ບັດນີ້, ທີ່ມໍມອນນັ້ນມີອ່າງນ້ຳບໍລິສຸດຢູ່ແຫ່ງໜຶ່ງ, ແລະ ແອວມາໄດ້ໄປຫາບ່ອນນັ້ນ, ມັນມີຟຸ່ມໄມ້ນ້ອຍທີ່ໜາແໜ້ນຢູ່ໃກ້ນ້ຳ, ຊຶ່ງເພິ່ນໄດ້ລີ້ຊ່ອນຕົວຢູ່ໃນເວລາກາງເວັນໃຫ້ພົ້ນຈາກການຄົ້ນຫາຂອງກະສັດ.
6 ແລະ ເຫດການໄດ້ບັງເກີດຂຶ້ນຄື ຄົນເປັນຈຳນວນຫລວງຫລາຍທີ່ເຊື່ອເພິ່ນໄດ້ໄປບ່ອນນັ້ນ ເພື່ອຟັງຄຳເວົ້າຂອງເພິ່ນ.
7 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກຫລາຍມື້ ມັນມີຄົນເປັນຈຳນວນບໍ່ໜ້ອຍໄປເຕົ້າໂຮມກັນຢູ່ທີ່ມໍມອນເພື່ອຟັງຄຳເວົ້າຂອງແອວມາ. ແທ້ຈິງແລ້ວ, ຄົນທັງໝົດທີ່ເຊື່ອໃນຄຳເວົ້າຂອງເພິ່ນກໍໄດ້ມາເຕົ້າໂຮມກັນເພື່ອຟັງເພິ່ນ. ແລະ ເພິ່ນໄດ້ ສິດສອນພວກເຂົາ, ແລະ ໄດ້ສັ່ງສອນເຖິງການກັບໃຈ, ແລະ ການໄຖ່, ແລະ ການມີສັດທາໃນພຣະຜູ້ເປັນເຈົ້າ.
8 ແລະ ເຫດການໄດ້ບັງເກີດຂຶ້ນຄື ເພິ່ນໄດ້ເວົ້າກັບພວກເຂົາວ່າ: ຈົ່ງເບິ່ງ, ນີ້ຄືນ້ຳມໍມອນ (ເພາະເອີ້ນຊື່ມັນແບບນັ້ນ) ແລະ ບັດນີ້, ຍ້ອນວ່າພວກທ່ານ ປາດຖະໜາຈະເຂົ້າມາຫາ ຝູງຊົນຂອງພຣະເຈົ້າ, ແລະ ມີຊື່ວ່າຜູ້ຄົນຂອງພຣະອົງ, ແລະ ເຕັມໃຈຈະແບກຫາບພາລະຂອງກັນແລະກັນ, ເພື່ອຈະໄດ້ແບ່ງເບົາ;
9 ແທ້ຈິງແລ້ວ, ແລະ ເຕັມໃຈທີ່ຈະເປັນທຸກກັບຄົນທີ່ເປັນທຸກ; ແທ້ຈິງແລ້ວ, ຈະປອບໃຈຄົນທີ່ຕ້ອງການຄວາມປອບໃຈ, ແລະ ຈະຢືນເປັນ ພະຍານຂອງພຣະເຈົ້າໃນທຸກເວລາ ແລະ ໃນທຸກສິ່ງ, ແລະ ໃນທຸກບ່ອນທີ່ພວກທ່ານຢູ່, ເຖິງແມ່ນຈົນເຖິງຄວາມຕາຍ, ເພື່ອພວກທ່ານຈະຖືກໄຖ່ໂດຍພຣະເຈົ້າ, ແລະ ຖືກນັບເຂົ້າຢູ່ກັບບັນດາຜູ້ຄົນຂອງ ການຟື້ນຄືນຊີວິດຄັ້ງທຳອິດ, ເພື່ອພວກທ່ານຈະມີ ຊີວິດນິລັນດອນ—
10 ບັດນີ້ຂ້າພະເຈົ້າກ່າວກັບພວກທ່ານວ່າ, ຖ້າຫາກສິ່ງນີ້ເປັນຄວາມປາດຖະໜາຂອງໃຈຂອງພວກທ່ານແລ້ວ, ພວກທ່ານມີຫຍັງແດ່ຂັດຂ້ອງທີ່ຈະຮັບ ບັບຕິສະມາໃນພຣະນາມຂອງພຣະຜູ້ເປັນເຈົ້າ, ເພື່ອຈະເປັນພະຍານຕໍ່ພຣະອົງ, ວ່າພວກທ່ານໄດ້ເຂົ້າເຮັດ ພັນທະສັນຍາກັບພຣະອົງ, ວ່າພວກທ່ານຈະຮັບໃຊ້ພຣະອົງ ແລະ ຮັກສາພຣະບັນຍັດຂອງພຣະອົງ, ເພື່ອພຣະອົງຈະໄດ້ທຸ້ມເທພຣະວິນຍານຂອງພຣະອົງລົງມາເທິງພວກທ່ານຢ່າງຫລວງຫລາຍຍິ່ງຂຶ້ນ?
11 ແລະ ບັດນີ້ເມື່ອຜູ້ຄົນໄດ້ຍິນຂໍ້ຄວາມນີ້ແລ້ວ, ພວກເຂົາຕົບມືດ້ວຍຄວາມສຸກ ແລະ ຮ້ອງອອກມາວ່າ: ນີ້ຄືຄວາມປາດຖະໜາຂອງໃຈຂອງພວກເຮົາ.
12 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ແອວມາໄດ້ພາເຮລາມ, ຊຶ່ງເປັນຄົນໜຶ່ງໃນກຸ່ມທຳອິດ, ແລະ ອອກໄປຢືນຢູ່ໃນນ້ຳ, ແລະ ຮ້ອງວ່າ: ໂອ້ ພຣະຜູ້ເປັນເຈົ້າ, ຂໍຈົ່ງໂປດທຸ້ມເທພຣະວິນຍານຂອງພຣະອົງລົງມາເທິງຜູ້ຮັບໃຊ້ຂອງພຣະອົງດ້ວຍເທີ້ນ, ເພື່ອລາວຈະໄດ້ກະທຳການນີ້ດ້ວຍໃຈອັນບໍລິສຸດ.
13 ແລະ ເມື່ອເພິ່ນກ່າວຂໍ້ຄວາມນີ້ແລ້ວ, ພຣະວິນຍານຂອງພຣະຜູ້ເປັນເຈົ້າໄດ້ມາສະຖິດຢູ່ກັບເພິ່ນ, ແລະ ເພິ່ນໄດ້ກ່າວວ່າ: ເຮລາມ, ຂ້າພະເຈົ້າໃຫ້ ບັບຕິສະມາທ່ານ ໂດຍ ສິດອຳນາດຂອງພຣະເຈົ້າອົງຊົງລິດອຳນາດຍິ່ງໃຫຍ່, ຊຶ່ງເປັນປະຈັກພະຍານວ່າ ທ່ານໄດ້ເຂົ້າເຮັດພັນທະສັນຍາທີ່ຈະຮັບໃຊ້ພຣະອົງຈົນກວ່າທ່ານຈະຕາຍທາງຮ່າງກາຍທີ່ເປັນມະຕະ; ແລະ ຂໍໃຫ້ພຣະວິນຍານຂອງພຣະຜູ້ເປັນເຈົ້າຫລັ່ງລົງມາເທິງທ່ານ; ແລະ ຂໍໃຫ້ພຣະອົງປະທານຊີວິດນິລັນດອນໃຫ້ແກ່ທ່ານໂດຍ ການໄຖ່ຂອງພຣະຄຣິດ, ຜູ້ທີ່ພຣະອົງຕຽມໄວ້ຕັ້ງແຕ່ ການວາງຮາກຖານຂອງໂລກດ້ວຍເທີ້ນ.
14 ແລະ ຫລັງຈາກແອວມາກ່າວຂໍ້ຄວາມນີ້ແລ້ວ, ທັງແອວມາ ແລະ ເຮລາມ ກໍ ຝັງຕົວຢູ່ໃນນ້ຳ; ແລະ ທັງສອງລຸກຂຶ້ນ ແລະ ອອກມາຈາກນ້ຳດ້ວຍຄວາມຊື່ນຊົມ, ເຕັມໄປດ້ວຍພຣະວິນຍານ.
15 ແລະ ແອວມາໄດ້ພາຄົນໜຶ່ງອອກໄປໃນນ້ຳອີກເປັນຄັ້ງທີສອງ, ແລະ ໃຫ້ບັບຕິສະມາເຂົາຕາມແບບຢ່າງເໝືອນຄັ້ງທຳອິດ, ພຽງແຕ່ເພິ່ນບໍ່ໄດ້ຝັງຕົວຂອງເພິ່ນໃນນ້ຳອີກ.
16 ແລະ ຕາມວິທີນີ້ ເພິ່ນໄດ້ໃຫ້ບັບຕິສະມາແກ່ທຸກຄົນທີ່ອອກໄປຍັງບ່ອນມໍມອນ; ແລະ ພວກເຂົາມີຈຳນວນຢູ່ສອງຮ້ອຍສີ່ຄົນ; ແທ້ຈິງແລ້ວ, ແລະ ພວກເຂົາໄດ້ຮັບ ບັບຕິສະມາໃນນ້ຳມໍມອນ, ແລະ ເຕັມໄປດ້ວຍ ພຣະຄຸນຂອງພຣະເຈົ້າ.
17 ແລະ ພວກເຂົາຖືກເອີ້ນວ່າສາດສະໜາຈັກຂອງພຣະເຈົ້າ, ຫລື ສາດສະໜາຈັກຂອງພຣະຄຣິດ, ຕັ້ງແຕ່ເວລານັ້ນມາ. ແລະ ເຫດການໄດ້ບັງເກີດຂຶ້ນຄື ຜູ້ໃດກໍຕາມທີ່ໄດ້ຮັບບັບຕິສະມາໂດຍອຳນາດ ແລະ ສິດອຳນາດຂອງພຣະເຈົ້າກໍໄດ້ຖືກຮວມເຂົ້າໃນສາດສະໜາຈັກຂອງພຣະອົງ.
18 ແລະ ເຫດການໄດ້ບັງເກີດຂຶ້ນຄືແອວມາ, ໂດຍໄດ້ຮັບ ສິດອຳນາດຈາກພຣະເຈົ້າໃຫ້ແຕ່ງຕັ້ງປະໂລຫິດ; ເຖິງແມ່ນໄດ້ແຕ່ງຕັ້ງປະໂລຫິດຄົນໜຶ່ງຕໍ່ທຸກຈຳນວນຫ້າສິບຄົນຂອງພວກເຂົາ, ເພື່ອສັ່ງສອນພວກເຂົາ ແລະ ເພື່ອ ສິດສອນຄົນເຫລົ່ານັ້ນເຖິງສິ່ງທີ່ກ່ຽວກັບອານາຈັກຂອງພຣະເຈົ້າ.
19 ແລະ ເພິ່ນໄດ້ສັ່ງພວກເຂົາວ່າ ບໍ່ໃຫ້ສິດສອນສິ່ງອື່ນນອກຈາກເປັນສິ່ງທີ່ເພິ່ນສິດສອນໄວ້, ແລະ ໄດ້ເວົ້າຈາກປາກຂອງສາດສະດາຜູ້ບໍລິສຸດ.
20 ແທ້ຈິງແລ້ວ, ເພິ່ນໄດ້ສັ່ງພວກເຂົາວ່າ ບໍ່ໃຫ້ ສັ່ງສອນສິ່ງອື່ນນອກຈາກຈະເປັນເລື່ອງຂອງການກັບໃຈ ແລະ ມີສັດທາໃນພຣະຜູ້ເປັນເຈົ້າ, ຜູ້ໄດ້ໄຖ່ຜູ້ຄົນຂອງພຣະອົງ.
21 ແລະ ເພິ່ນໄດ້ສັ່ງພວກເຂົາວ່າ ບໍ່ຄວນມີ ການຂັດແຍ້ງກັນແຕ່ຄວນມຸ້ງຫາດ້ວຍຕາ ດຽວກັນ ໂດຍມີສັດທາ ແລະ ບັບຕິສະມາດຽວ, ໂດຍໃຫ້ໃຈຂອງພວກເຂົາຜູກພັນກັນໄວ້ໃນ ຄວາມເປັນອັນໜຶ່ງດຽວກັນ ແລະ ໃນຄວາມຮັກທີ່ມີຕໍ່ກັນ.
22 ແລະ ເພິ່ນໄດ້ສັ່ງພວກເຂົາໃຫ້ສັ່ງສອນເຊັ່ນນັ້ນ. ແລະ ໂດຍວິທີນັ້ນພວກເຂົາຈຶ່ງຈະກາຍ ເປັນລູກຂອງພຣະເຈົ້າ.
23 ແລະ ເພິ່ນໄດ້ສັ່ງພວກເຂົາວ່າ ພວກເຂົາຄວນຖືວັນ ຊະບາໂຕ, ແລະ ຮັກສາມັນໃຫ້ສັກສິດ, ແລະ ທຸກໆມື້ພວກເຂົາຄວນຖວາຍຄວາມຂອບພຣະໄທແດ່ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ.
24 ແລະ ເພິ່ນໄດ້ສັ່ງພວກເຂົາອີກວ່າ ປະໂລຫິດຜູ້ທີ່ເພິ່ນແຕ່ງຕັ້ງໄວ້ຄວນ ທຳງານລ້ຽງຕົວເອງດ້ວຍມືຂອງຕົນ.
25 ແລະ ທຸກອາທິດມີມື້ໜຶ່ງທີ່ຕັ້ງໄວ້ເພື່ອພວກເຂົາຈະມາຮ່ວມກັນເພື່ອສິດສອນຜູ້ຄົນ, ແລະ ເພື່ອ ນະມັດສະການພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ, ແລະ ໃຫ້ມາຊຸມນຸມກັນເລື້ອຍໆເທົ່າທີ່ຈະເຮັດໄດ້.
26 ແລະ ປະໂລຫິດຈະບໍ່ອາໄສຜູ້ຄົນໃຫ້ມາຄ້ຳຈູນຕົນ; ແຕ່ດ້ວຍການທຳງານຂອງພວກເຂົາ, ພວກເຂົາຈະໄດ້ຮັບ ພຣະຄຸນຂອງພຣະເຈົ້າ, ເພື່ອພວກເຂົາຈະໄດ້ເຂັ້ມແຂງຫລາຍຂຶ້ນໃນພຣະວິນຍານ, ໂດຍມີ ຄວາມຮູ້ເຖິງພຣະເຈົ້າ, ເພື່ອວ່າພວກເຂົາຈະໄດ້ສິດສອນດ້ວຍອຳນາດ ແລະ ສິດອຳນາດຈາກພຣະເຈົ້າ.
27 ແລະ ອີກຢ່າງໜຶ່ງ ແອວມາສັ່ງວ່າ ຜູ້ຄົນຂອງສາດສະໜາຈັກຄວນໃຫ້ເຂົ້າຂອງ ຂອງຕົນຕາມທີ່ເຂົາມີ; ຖ້າຫາກເຂົາມີຫລາຍກໍຄວນໃຫ້ຫລາຍ; ແລະ ສຳລັບຜູ້ທີ່ມີໜ້ອຍກໍຄວນໃຫ້ໜ້ອຍ; ແລະ ສຳລັບຜູ້ທີ່ບໍ່ມີ ຄວນເອົາໃຫ້ເຂົາ.
28 ແລະ ໂດຍວິທີນີ້ເຂົາຄວນໃຫ້ເຂົ້າຂອງ ຂອງເຂົາດ້ວຍຄວາມສະໝັກໃຈ ແລະ ດ້ວຍຄວາມປາດຖະໜາດີ ຕໍ່ພຣະເຈົ້າ, ແລະ ກັບປະໂລຫິດເຫລົ່ານີ້ຊຶ່ງຂັດສົນ, ແທ້ຈິງແລ້ວ, ສຳລັບທຸກຄົນທີ່ຂັດສົນ, ແລະ ເປືອຍເປົ່າ.
29 ແລະ ຕາມນີ້ເພິ່ນໄດ້ເວົ້າກັບພວກເຂົາໂດຍໄດ້ຮັບບັນຊາຈາກພຣະເຈົ້າ; ແລະ ພວກເຂົາໄດ້ ເດີນໄປຢ່າງພາກພູມໃຈຕໍ່ພຣະພັກຂອງພຣະເຈົ້າ, ໂດຍ ການໃຫ້ກັນຕາມຄວາມຈຳເປັນ ແລະ ຄວາມຕ້ອງການຂອງເຂົາທາງໂລກ ແລະ ທາງວິນຍານ.
30 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ທັງໝົດນີ້ໄດ້ເຮັດຢູ່ໃນມໍມອນ, ແທ້ຈິງແລ້ວ, ຢູ່ຂ້າງ ນ້ຳມໍມອນ ໃນປ່າທີ່ຢູ່ໃກ້ນ້ຳມໍມອນ; ແທ້ຈິງແລ້ວ, ບ່ອນມໍມອນ, ນ້ຳມໍມອນ, ປ່າມໍມອນນັ້ນສວຍງາມພຽງໃດໃນສາຍຕາຂອງພວກເຂົາ ຜູ້ມາຫາຄວາມຮູ້ເລື່ອງພຣະຜູ້ໄຖ່ຂອງພວກເຂົາ; ແທ້ຈິງແລ້ວ, ແລະ ພວກເຂົາເປັນສຸກພຽງໃດ, ເພາະພວກເຂົາຈະຮ້ອງເພງສັນລະເສີນພຣະອົງຕະຫລອດໄປ.
31 ແລະ ສິ່ງເຫລົ່ານີ້ເປັນໄປທີ່ ຊາຍແດນຂອງແຜ່ນດິນ ເພື່ອກະສັດຈະບໍ່ໄດ້ຮູ້ເລື່ອງຂອງພວກເຂົາ.
32 ແຕ່ຈົ່ງເບິ່ງ, ເຫດການໄດ້ບັງເກີດຂຶ້ນຄື ເມື່ອກະສັດຮູ້ວ່າມີການເຄື່ອນໄຫວໃນບັນດາຜູ້ຄົນ ຈຶ່ງໄດ້ສັ່ງຄົນໃຊ້ຂອງເພິ່ນອອກໄປຕິດຕາມເບິ່ງຄົນເຫລົ່ານັ້ນ. ສະນັ້ນ ໃນມື້ທີ່ພວກເຂົາກຳລັງຮ່ວມຊຸມນຸມກັນເພື່ອຟັງພຣະຄຳຂອງພຣະຜູ້ເປັນເຈົ້າຢູ່ນັ້ນມັນຈຶ່ງລ່ວງຮູ້ເຖິງກະສັດ.
33 ແລະ ບັດນີ້ກະສັດເວົ້າວ່າ ແອວມາກຳລັງຍຸຍົງຜູ້ຄົນໃຫ້ມີການກະບົດຕໍ່ເພິ່ນ; ສະນັ້ນ ເພິ່ນຈຶ່ງສັ່ງກອງທັບຂອງເພິ່ນໃຫ້ໄປທຳລາຍພວກນັ້ນເສຍ.
34 ແລະ ເຫດການໄດ້ບັງເກີດຂຶ້ນຄື ແອວມາ ແລະ ຜູ້ຄົນຂອງພຣະຜູ້ເປັນເຈົ້າໄດ້ຮັບ ການເຕືອນເຖິງການມາຂອງກອງທັບຂອງກະສັດ; ສະນັ້ນ ພວກເຂົາຈຶ່ງເອົາຜ້າເຕັນ ແລະ ພາຄອບຄົວຂອງພວກເຂົາອອກໄປ ໃນຖິ່ນແຫ້ງແລ້ງກັນດານ.
35 ແລະ ພວກເຂົາມີຈຳນວນຢູ່ສີ່ຮ້ອຍຫ້າສິບຄົນ.