ພຣະ​ຄຳ​ພີ
ໂມ​ໄຊ​ຢາ 24


ບົດ​ທີ 24

ອະ​ມິວ​ລອນ​ຂົ່ມ​ເຫັງ​ແອວ​ມາ ແລະ ຜູ້​ຄົນ​ຂອງ​ເພິ່ນ—ພວກ​ເຂົາ​ຈະ​ຖືກ​ປະ​ຫານ​ຖ້າ​ຫາກ​ພວກ​ເຂົາ​ອະ​ທິ​ຖານ—ພຣະ​ຜູ້​ເປັນ​ເຈົ້າ​ເຮັດ​ໃຫ້​ພາ​ລະ​ແບກ​ຫາບ​ຂອງ​ພວກ​ເຂົາ​ເບົາ​ບາງ​ລົງ—ພຣະ​ອົງ​ປົດ​ປ່ອຍ​ພວກ​ເຂົາ​ອອກ​ຈາກ​ການ​ເປັນ​ທາດ ແລະ ພວກ​ເຂົາ​ກັບ​ຄືນ​ໄປ​ຫາ​ເຊ​ຣາ​ເຮັມ​ລາ. ປະ​ມານ 145–120 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ອະ​ມິວ​ລອນ​ໄດ້​ເປັນ​ທີ່​ພໍ​ໃຈ​ໃນ​ສາຍ​ຕາ​ຂອງ​ກະ​ສັດ​ຂອງ​ຊາວ​ເລ​ມັນ; ສະ​ນັ້ນ ກະ​ສັດ​ຂອງ​ຊາວ​ເລ​ມັນ​ຈຶ່ງ​ໄດ້​ອະ​ນຸ​ຍາດ​ໃຫ້​ລາວ​ກັບ​ພີ່​ນ້ອງ​ຂອງ​ລາວ​ເປັນ​ຜູ້​ສິດ​ສອນ ແລະ ເປັນ​ຜູ້​ດູ​ແລ​ຜູ້​ຄົນ​ຂອງ​ລາວ, ແທ້​ຈິງ​ແລ້ວ, ດູ​ແລ​ຜູ້​ຄົນ​ທີ່​ຢູ່​ໃນ​ແຜ່ນ​ດິນ​ເຊັມ​ລອນ, ແລະ ຢູ່​ໃນ​ແຜ່ນ​ດິນ​ໄຊ​ລຳ, ແລະ ໃນ​ແຜ່ນ​ດິນ​ອະ​ມິວ​ລອນ.

2 ເພາະ​ວ່າ​ຊາວ​ເລ​ມັນ​ໄດ້​ເຂົ້າ​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ທັງ​ໝົດ; ສະ​ນັ້ນ, ກະ​ສັດ​ຂອງ​ຊາວ​ເລ​ມັນ​ຈຶ່ງ​ແຕ່ງ​ຕັ້ງ​ກະ​ສັດ​ໄວ້​ເພື່ອ​ປົກ​ຄອງ​ແຜ່ນ​ດິນ​ເຫລົ່າ​ນັ້ນ​ທັງ​ໝົດ.

3 ແລະ ບັດ​ນີ້​ຊື່​ກະ​ສັດ​ຂອງ​ຊາວ​ເລ​ມັນ​ຄື ເລ​ມັນ, ໂດຍ​ເອີ້ນ​ຕາມ​ຊື່​ບິ​ດາ​ຂອງ​ເພິ່ນ; ແລະ ສະ​ນັ້ນ ເພິ່ນ​ຈຶ່ງ​ຖືກ​ເອີ້ນ​ວ່າ ກະ​ສັດ​ເລ​ມັນ. ແລະ ເພິ່ນ​ໄດ້​ເປັນ​ກະ​ສັດ​ປົກ​ຄອງ​ຜູ້ອຄົນ​ຢ່າງ​ຫລວງ​ຫລາຍ.

4 ແລະ ເພິ່ນ​ໄດ້​ແຕ່ງ​ຕັ້ງ​ພີ່​ນ້ອງ​ຂອງ​ອະ​ມິວ​ລອນ​ໃຫ້​ເປັນ​ຜູ້​ສອນ​ໃນ​ແຜ່ນ​ດິນ​ທຸກ​ບ່ອນ​ທີ່​ຜູ້​ຄົນ​ຂອງ​ເພິ່ນ​ເປັນ​ເຈົ້າ​ຂອງ; ແລະ ພາ​ສາ​ຂອງ​ນີ​ໄຟ​ຈຶ່ງ​ເລີ່ມ​ຖືກ​ສິດ​ສອນ​ໃນ​ບັນ​ດາ​ຜູ້​ຄົນ​ທັງ​ໝົດ​ຂອງ​ຊາວ​ເລ​ມັນ.

5 ແລະ ພວກ​ເຂົາ​ເປັນ​ມິດ​ທີ່​ດີ​ຕໍ່​ກັນ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຂົາ​ກໍ​ຍັງ​ບໍ່​ຮູ້​ຈັກ​ພຣະ​ເຈົ້າ; ພີ່​ນ້ອງ​ຂອງ​ອະ​ມິວ​ລອນ​ກໍ​ບໍ່​ໄດ້​ສິດ​ສອນ​ຫຍັງ​ເລີຍ​ໃຫ້​ແກ່​ພວກ​ເຂົາ​ກ່ຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ອົງເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ, ທັງ​ບໍ່​ໄດ້​ສິດ​ສອນ​ກົດ​ຂອງ​ໂມ​ເຊ; ຫລື ບໍ່​ໄດ້​ສິດ​ສອນ​ຄຳ​ເວົ້າ​ຂອງ​ອະ​ບີ​ນາ​ໄດ​ແກ່​ພວກ​ເຂົາ​ເລີຍ;

6 ແຕ່​ພວກ​ເຂົາ​ສິດ​ສອນ​ພວກ​ເຂົາ​ວ່າ​ພວກ​ເຂົາ​ຄວນ​ຮັກ​ສາ​ບັນ​ທຶກ​ຂອງ​ພວກ​ເຂົາ, ແລະ ໃຫ້​ພວກ​ເຂົາ​ຂຽນ​ຈົດ​ໝາຍ​ຫາ​ກັນ.

7 ແລະ ຊາວ​ເລ​ມັນ​ເລີ່ມ​ຮັ່ງ​ມີ​ເພີ່ມ​ຂຶ້ນ​ແນວ​ນັ້ນ, ແລະ ເລີ່ມ​ແລກ​ປ່ຽນ​ສິນ​ຄ້າ​ຈາກ​ກັນ, ແລະ ຍິ່ງ​ໃຫຍ່​ຂຶ້ນ ແລະ ເລີ່ມ​ເປັນ​ຄົນ​ສະ​ຫລາດ​ແກມ​ໂກງ, ແລະ ສະ​ຫລາດ​ໃນ​ເລື່ອງ​ທາງ​ໂລກ, ແທ້​ຈິງ​ແລ້ວ ເປັນ​ຄົນ​ສະ​ຫລາດ​ແກມ​ໂກງ​ຫລາຍ, ເບີກ​ບານ​ໃນ​ຄວາມ​ຊົ່ວ​ຮ້າຍ, ແລະ ການ​ປຸ້ນ​ສະ​ດົມ​ຕ່າງໆ, ເວັ້ນ​ເສຍ​ແຕ່​ບໍ່​ໄດ້​ເຮັດ​ຢູ່​ໃນ​ບັນ​ດາ​ພີ່​ນ້ອງ​ຂອງ​ຕົນ​ເອງ.

8 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ອະ​ມິວ​ລອນ​ເລີ່ມ​ໃຊ້ ສິດ​ອຳ​ນາດ​ກັບ​ແອວ​ມາ ແລະ ພີ່​ນ້ອງ​ຂອງ​ເພິ່ນ, ແລະ ເລີ່ມ​ຂົ່ມ​ເຫັງ​ເພິ່ນ, ແລະ ໃຫ້​ລູກ​ຫລານ​ຂອງ​ຕົນ​ຂົ່ມ​ເຫັງ​ລູກ​ຫລານ​ຂອງ​ເພິ່ນ.

9 ເພາະ​ອະ​ມິວ​ລອນ​ຮູ້​ວ່າ​ແອວ​ມາ​ເຄີຍ​ເປັນ ຜູ້​ໜຶ່ງ​ໃນ​ພວກ​ປະ​ໂລ​ຫິດ​ຂອງ​ກະ​ສັດ, ແລະ ເພິ່ນ​ເປັນ​ຄົນ​ເຊື່ອ​ຖື​ໃນ​ຄຳ​ເວົ້າ​ຂອງ​ອະ​ບີ​ນາ​ໄດ ແລະ ຖືກ​ຂັບ​ໄລ່​ອອກ​ໄປ​ຕໍ່​ໜ້າ​ກະ​ສັດ, ແລະ ສະ​ນັ້ນ ລາວ​ຈຶ່ງ​ຄຽດ​ແຄ້ນ​ໃຫ້​ເພິ່ນ; ເຖິງ​ແມ່ນ​ວ່າ​ລາວ​ຂຶ້ນ​ກັບ​ກະ​ສັດ​ເລ​ມັນ​ກໍ​ຕາມ, ແຕ່​ລາວ​ກໍ​ຍັງ​ໃຊ້​ສິດ​ອຳ​ນາດ​ກັບ​ເພິ່ນ, ແລະ ໃຫ້​ເພິ່ນ​ເຮັດ ວຽກ​ໜັກ, ແລະ ຈັດ​ນາຍ​ຄຸມ​ພວກ​ເຂົາ.

10 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ນີ້​ໄດ້​ຮັບ​ຄວາມ​ທຸກ​ຢ່າງ​ໜັກ​ຈົນ​ເລີ່ມ​ຮ້ອງ​ທູນ​ຕໍ່​ພຣະ​ເຈົ້າ​ຢ່າງ​ສຸດ​ກຳ​ລັງ.

11 ແລະ ອະ​ມິວ​ລອນ​ສັ່ງ​ໃຫ້​ພວກ​ນີ້​ຢຸດ​ການ​ຮ້ອງ​ທູນ; ແລະ ລາວ​ໄດ້​ວາງ​ນາຍ​ຍາມ​ໄວ້​ທຸກ​ດ້ານ​ເພື່ອ​ຄຸມ​ພວກ​ເຂົາ, ຖ້າ​ເຫັນ​ຜູ້​ໃດ​ກໍ​ຕາມ​ເອີ້ນ​ຫາ​ພຣະ​ເຈົ້າ ຜູ້​ນັ້ນຈະ​ຕ້ອງ​ຕາຍ.

12 ແລະ ແອວ​ມາ​ກັບ​ຜູ້​ຄົນ​ຂອງ​ເພິ່ນ​ບໍ່​ໄດ້​ຮ້ອງ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ອອກ​ສຽງ, ແຕ່​ພວກ​ເຂົາ​ໄດ້ ທຸ້ມ​ເທ​ໃຈ​ຂອງ​ພວກ​ເຂົາ​ແດ່​ພຣະ​ອົງ; ແລະ ພຣະ​ອົງ​ຮູ້​ຈັກ​ຄວາມ​ນຶກ​ຄິດ​ຂອງ​ໃຈ​ຂອງ​ພວກ​ເຂົາ.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ເຖິງ​ພວກ​ເຂົາ​ໃນ​ທ່າມ​ກາງ​ຄວາມ​ທຸກ​ຂອງ​ພວກ​ເຂົາ, ມີ​ຄວາມ​ວ່າ: ຈົ່ງ​ເງີຍ​ໜ້າ​ຂຶ້ນ ແລະ ຈົ່ງ​ສະ​ບາຍ​ໃຈ​ເຖີດ, ເພາະ​ວ່າ​ເຮົາ​ຮູ້​ຈັກ​ເຖິງ​ພັນ​ທະ​ສັນ​ຍາ​ທີ່​ພວກ​ເຈົ້າ​ເຮັດ​ໄວ້​ກັບ​ເຮົາ; ແລະ ເຮົາ​ຈະ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ຜູ້​ຄົນ​ຂອງ​ເຮົາ ເພື່ອ​ປົດ​ປ່ອຍ​ພວກ​ເຂົາ​ອອກ​ຈາກ​ຄວາມ​ເປັນ​ທາດ.

14 ແລະ ເຮົາ​ຈະ​ໃຫ້​ພາ​ລະ​ແບກ​ຫາບ​ຢູ່​ບ່າ​ຂອງ​ພວກ​ເຈົ້າ​ເບົາ​ບາງ​ລົງ​ຈົນ​ວ່າ​ພວກ​ເຈົ້າ​ບໍ່​ຮູ້​ສຶກ​ວ່າ ມີ​ຫຍັງ​ຢູ່​ເທິງ​ຫລັງ​ເລີຍ ເຖິງ​ແມ່ນ​ໃນ​ຂະ​ນະ​ທີ່​ພວກ​ເຈົ້າ​ເປັນ​ທາດ; ແລະ ເລື່ອງ​ນີ້​ເຮົາ​ຈະ​ເຮັດ​ໄປ​ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ຢືນ​ເປັນ ພະ​ຍານ​ໃຫ້​ເຮົາ​ໃນ​ພາຍ​ໜ້າ, ແລະ ເພື່ອ​ພວກ​ເຈົ້າ​ຈະ​ຮູ້​ຈັກ​ຢ່າງ​ແນ່​ນອນ​ວ່າ ເຮົາ​ຄື ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ມາ​ຢ້ຽມ​ຢາມ​ຜູ້​ຄົນ​ຂອງ​ເຮົາ​ໃນ ຄວາມທຸກ​ຂອງ​ພວກ​ເຂົາ.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພາ​ລະ​ແບກ​ຫາບ​ຊຶ່ງ​ຢູ່​ເທິງ​ບ່າ​ຂອງ​ແອວ​ມາ​ກັບ​ພີ່​ນ້ອງ​ຂອງ​ເພິ່ນ​ຖືກ​ເຮັດ​ໃຫ້​ເບົາ​ບາງ​ລົງ; ແທ້​ຈິງ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເພີ່ມ ພະ​ລັງ​ໃຫ້​ພວກ​ເຂົາ ເພື່ອ​ພວກ​ເຂົາ​ຈະ​ໄດ້​ທົນ​ຕໍ່ ພາລະ​ແບກ​ຫາບ​ຢ່າງ​ງ່າຍ​ດາຍ, ແລະ ພວກ​ເຂົາ​ໄດ້​ຍອມ​ຮັບ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ ແລະ ດ້ວຍ ຄວາມ​ອົດ​ທົນ​ຕໍ່​ພຣະ​ປະ​ສົງ​ທັງ​ໝົດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

16 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ສັດ​ທາ ແລະ ຄວາມ​ອົດ​ທົນ​ຂອງ​ພວກ​ເຂົາ​ນັ້ນ​ໃຫຍ່​ຫລວງ​ຈົນ​ວ່າ ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ຫາ​ພວກ​ເຂົາ​ອີກ, ມີ​ຄວາມ​ວ່າ: ຈົ່ງ​ສະ​ບາຍ​ໃຈ​ເຖີດ, ເພາະ​ວ່າ​ໃນ​ມື້​ອື່ນ ເຮົາ​ຈະ​ມາ​ປົດ​ປ່ອຍ​ພວກ​ເຈົ້າ​ອອກ​ຈາກ​ຄວາມ​ເປັນ​ທາດ​ແລ້ວ.

17 ແລະ ພຣະ​ອົງ​ໄດ້​ກ່າວ​ກັບ​ແອວ​ມາ​ວ່າ: ເຈົ້າ​ຈົ່ງ​ອອກ​ໜ້າ​ຜູ້​ຄົນ​ພວກ​ນີ້​ໄປ, ແລະ ເຮົາ​ຈະ​ໄປ​ກັບ​ເຈົ້າ ແລະ ຈະ​ປົດ​ປ່ອຍ​ຜູ້​ຄົນ​ພວກ​ນີ້​ອອກ​ຈາກ ຄວາມ​ເປັນ​ທາດ.

18 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ຕອນ​ກາງ​ຄືນ ແອວ​ມາ​ກັບ​ຜູ້​ຄົນ​ຂອງ​ເພິ່ນ​ໄດ້​ເຕົ້າ​ໂຮມ​ຝູງ​ສັດ ແລະ ພືດ​ພັນ​ຂອງ​ພວກ​ເຂົາ​ໄວ້; ແທ້​ຈິງ​ແລ້ວ, ແມ່ນ​ແຕ່​ຕະ​ຫລອດ​ທັງ​ຄືນ​ທີ່​ພວກເ​ຂົາ​ໄດ້​ເຕົ້າ​ໂຮມ​ຝູງ​ສັດ​ຂອງ​ພວກ​ເຂົາ​ເຂົ້າ​ກັນ.

19 ແລະ ໃນ​ຕອນ​ເຊົ້າ ພຣະ​ຜູ້​ເປັນ​ເຈົ້າ​ເຮັດ​ໃຫ້​ຊາວ​ເລ​ມັນ ນອນ​ຫລັບ​ສະ​ໜິດ, ແທ້​ຈິງ​ແລ້ວ, ແລະ ພວກ​ຫົວ​ໜ້າ​ງານ​ທັງ​ໝົດ​ກໍ​ນອນ​ຫລັບ​ສະ​ໜິດ.

20 ແລະ ແອວ​ມາ​ກັບ​ຜູ້​ຄົນ​ຂອງ​ເພິ່ນ​ໄດ້​ເດີນ​ທາງ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ; ແລະ ໃຊ້​ເວ​ລາ​ເດີນ​ທາງ​ໝົດ​ມື້ ແລ້ວ​ຈຶ່ງ​ໄດ້​ຕັ້ງ​ຜ້າ​ເຕັນ​ຂຶ້ນ​ຢູ່​ໃນ​ຮ່ອມ​ພູ​ບ່ອນ​ໜຶ່ງ ແລະ ຕັ້ງ​ຊື່​ຮ່ອມ​ພູ​ນັ້ນ​ວ່າ ແອວ​ມາ, ເພາະ​ວ່າ​ເພິ່ນ​ໄດ້​ນຳ​ທາງ​ພວກ​ເຂົາ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

21 ແທ້​ຈິງ​ແລ້ວ, ແລະ ຢູ່​ໃນ​ຮ່ອມ​ພູ​ແອວ​ມາ​ນັ້ນ ພວກ​ເຂົາ​ໄດ້​ທຸ້ມ​ເທ ຄວາມ​ຂອບ​ພຣະ​ໄທ​ຂອງ​ພວກ​ເຂົາ​ແດ່ ພຣະ​ຜູ້​ເປັນ​ເຈົ້າ​ເພາະ​ພຣະ​ອົງ​ໄດ້​ເມດ​ຕາ​ພວກ​ເຂົາ, ແລະ ເຮັດ​ໃຫ້​ພາ​ລະ​ແບກ​ຫາບ​ຂອງ​ພວກ​ເຂົາ​ເບົາ​ບາງ​ລົງ, ແລະ ປົດ​ປ່ອຍ​ພວກ​ເຂົາ​ອອກ​ຈາກ​ຄວາມ​ເປັນ​ທາດ; ເພາະ​ວ່າ​ພວກ​ເຂົາ​ເຄີຍ​ໄດ້​ຢູ່​ໃນ​ຄວາມ​ເປັນ​ທາດ​ມາ, ແລະ ບໍ່​ມີ​ຜູ້​ໃດ​ຈະ​ປົດ​ປ່ອຍ​ພວກ​ເຂົາ​ໄດ້​ນອກ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ.

22 ແລະ ພວກ​ເຂົາ​ໄດ້​ຖວາຍ​ຄວາມ​ຂອບ​ພຣະ​ໄທ​ແດ່​ພຣະ​ເຈົ້າ, ແທ້​ຈິງ​ແລ້ວ, ພວກ​ຜູ້​ຊາຍ​ຂອງ​ພວກ​ເຂົາ ແລະ ພວກ​ຜູ້​ຍິງ​ຂອງ​ພວກ​ເຂົາ ແລະ ພວກ​ເດັກ​ນ້ອຍ​ທັງ​ໝົດ​ຂອງ​ພວກ​ເຂົາ​ທີ່​ເວົ້າ​ໄດ້, ໄດ້​ສົ່ງ​ສຽງ​ສັນ​ລະ​ເສີນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ.

23 ແລະ ບັດ​ນີ້​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ແອວ​ມາ​ວ່າ: ເຈົ້າ​ຈົ່ງ​ຟ້າວ​ໜີ​ອອກ​ຈາກ​ແຜ່ນ​ດິນ​ນີ້​ໄປ​ພ້ອມ​ທັງ​ຜູ້​ຄົນ​ພວກ​ນີ້ ເພາະ​ວ່າ​ຊາວ​ເລ​ມັນ​ຕື່ນ​ແລ້ວ ແລະ ໄດ້​ຕິດ​ຕາມ​ພວກ​ເຈົ້າ​ມາ; ສະ​ນັ້ນ ໃຫ້​ພວກ​ເຈົ້າ​ອອກ​ຈາກ​ແຜ່ນ​ດິນ​ນີ້, ແລະ ເຮົາ​ຈະ​ຢຸດ​ຊາວ​ເລ​ມັນ​ໄວ້​ໃນ​ຮ່ອມ​ພູ​ນີ້ ເພື່ອ​ພວກ​ເຂົາ​ຈະ​ບໍ່​ຕິດ​ຕາມ​ຜູ້​ຄົນ​ພວກ​ນີ້​ໄປ.

24 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ອອກ​ໄປ​ຈາກ​ຮ່ອມ​ພູ​ນັ້ນ ແລະ ໄດ້​ອອກ​ເດີນ​ທາງ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

25 ຫລັງ​ຈາກ​ພວກ​ເຂົາ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ເປັນ​ເວ​ລາ​ສິບ​ສອງ​ມື້ ພວກ​ເຂົາ​ກໍ​ມາ​ຮອດ​ແຜ່ນ​ດິນ​ເຊ​ຣາ​ເຮັມ​ລາ; ແລະ ກະ​ສັດ​ໂມ​ໄຊ​ຢາ​ໄດ້​ຕ້ອນ​ຮັບ​ພວກ​ເຂົາ​ດ້ວຍ​ຄວາມ​ຊື່ນ​ຊົມ.