ບົດທີ 24
ອະມິວລອນຂົ່ມເຫັງແອວມາ ແລະ ຜູ້ຄົນຂອງເພິ່ນ—ພວກເຂົາຈະຖືກປະຫານຖ້າຫາກພວກເຂົາອະທິຖານ—ພຣະຜູ້ເປັນເຈົ້າເຮັດໃຫ້ພາລະແບກຫາບຂອງພວກເຂົາເບົາບາງລົງ—ພຣະອົງປົດປ່ອຍພວກເຂົາອອກຈາກການເປັນທາດ ແລະ ພວກເຂົາກັບຄືນໄປຫາເຊຣາເຮັມລາ. ປະມານ 145–120 ປີ ກ່ອນ ຄ.ສ.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ອະມິວລອນໄດ້ເປັນທີ່ພໍໃຈໃນສາຍຕາຂອງກະສັດຂອງຊາວເລມັນ; ສະນັ້ນ ກະສັດຂອງຊາວເລມັນຈຶ່ງໄດ້ອະນຸຍາດໃຫ້ລາວກັບພີ່ນ້ອງຂອງລາວເປັນຜູ້ສິດສອນ ແລະ ເປັນຜູ້ດູແລຜູ້ຄົນຂອງລາວ, ແທ້ຈິງແລ້ວ, ດູແລຜູ້ຄົນທີ່ຢູ່ໃນແຜ່ນດິນເຊັມລອນ, ແລະ ຢູ່ໃນແຜ່ນດິນໄຊລຳ, ແລະ ໃນແຜ່ນດິນອະມິວລອນ.
2 ເພາະວ່າຊາວເລມັນໄດ້ເຂົ້າເປັນເຈົ້າຂອງແຜ່ນດິນທັງໝົດ; ສະນັ້ນ, ກະສັດຂອງຊາວເລມັນຈຶ່ງແຕ່ງຕັ້ງກະສັດໄວ້ເພື່ອປົກຄອງແຜ່ນດິນເຫລົ່ານັ້ນທັງໝົດ.
3 ແລະ ບັດນີ້ຊື່ກະສັດຂອງຊາວເລມັນຄື ເລມັນ, ໂດຍເອີ້ນຕາມຊື່ບິດາຂອງເພິ່ນ; ແລະ ສະນັ້ນ ເພິ່ນຈຶ່ງຖືກເອີ້ນວ່າ ກະສັດເລມັນ. ແລະ ເພິ່ນໄດ້ເປັນກະສັດປົກຄອງຜູ້ອຄົນຢ່າງຫລວງຫລາຍ.
4 ແລະ ເພິ່ນໄດ້ແຕ່ງຕັ້ງພີ່ນ້ອງຂອງອະມິວລອນໃຫ້ເປັນຜູ້ສອນໃນແຜ່ນດິນທຸກບ່ອນທີ່ຜູ້ຄົນຂອງເພິ່ນເປັນເຈົ້າຂອງ; ແລະ ພາສາຂອງນີໄຟຈຶ່ງເລີ່ມຖືກສິດສອນໃນບັນດາຜູ້ຄົນທັງໝົດຂອງຊາວເລມັນ.
5 ແລະ ພວກເຂົາເປັນມິດທີ່ດີຕໍ່ກັນ; ເຖິງຢ່າງໃດກໍຕາມ, ພວກເຂົາກໍຍັງບໍ່ຮູ້ຈັກພຣະເຈົ້າ; ພີ່ນ້ອງຂອງອະມິວລອນກໍບໍ່ໄດ້ສິດສອນຫຍັງເລີຍໃຫ້ແກ່ພວກເຂົາກ່ຽວກັບພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ, ທັງບໍ່ໄດ້ສິດສອນກົດຂອງໂມເຊ; ຫລື ບໍ່ໄດ້ສິດສອນຄຳເວົ້າຂອງອະບີນາໄດແກ່ພວກເຂົາເລີຍ;
6 ແຕ່ພວກເຂົາສິດສອນພວກເຂົາວ່າພວກເຂົາຄວນຮັກສາບັນທຶກຂອງພວກເຂົາ, ແລະ ໃຫ້ພວກເຂົາຂຽນຈົດໝາຍຫາກັນ.
7 ແລະ ຊາວເລມັນເລີ່ມຮັ່ງມີເພີ່ມຂຶ້ນແນວນັ້ນ, ແລະ ເລີ່ມແລກປ່ຽນສິນຄ້າຈາກກັນ, ແລະ ຍິ່ງໃຫຍ່ຂຶ້ນ ແລະ ເລີ່ມເປັນຄົນສະຫລາດແກມໂກງ, ແລະ ສະຫລາດໃນເລື່ອງທາງໂລກ, ແທ້ຈິງແລ້ວ ເປັນຄົນສະຫລາດແກມໂກງຫລາຍ, ເບີກບານໃນຄວາມຊົ່ວຮ້າຍ, ແລະ ການປຸ້ນສະດົມຕ່າງໆ, ເວັ້ນເສຍແຕ່ບໍ່ໄດ້ເຮັດຢູ່ໃນບັນດາພີ່ນ້ອງຂອງຕົນເອງ.
8 ແລະ ເຫດການໄດ້ບັງເກີດຂຶ້ນຄື ອະມິວລອນເລີ່ມໃຊ້ ສິດອຳນາດກັບແອວມາ ແລະ ພີ່ນ້ອງຂອງເພິ່ນ, ແລະ ເລີ່ມຂົ່ມເຫັງເພິ່ນ, ແລະ ໃຫ້ລູກຫລານຂອງຕົນຂົ່ມເຫັງລູກຫລານຂອງເພິ່ນ.
9 ເພາະອະມິວລອນຮູ້ວ່າແອວມາເຄີຍເປັນ ຜູ້ໜຶ່ງໃນພວກປະໂລຫິດຂອງກະສັດ, ແລະ ເພິ່ນເປັນຄົນເຊື່ອຖືໃນຄຳເວົ້າຂອງອະບີນາໄດ ແລະ ຖືກຂັບໄລ່ອອກໄປຕໍ່ໜ້າກະສັດ, ແລະ ສະນັ້ນ ລາວຈຶ່ງຄຽດແຄ້ນໃຫ້ເພິ່ນ; ເຖິງແມ່ນວ່າລາວຂຶ້ນກັບກະສັດເລມັນກໍຕາມ, ແຕ່ລາວກໍຍັງໃຊ້ສິດອຳນາດກັບເພິ່ນ, ແລະ ໃຫ້ເພິ່ນເຮັດ ວຽກໜັກ, ແລະ ຈັດນາຍຄຸມພວກເຂົາ.
10 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກນີ້ໄດ້ຮັບຄວາມທຸກຢ່າງໜັກຈົນເລີ່ມຮ້ອງທູນຕໍ່ພຣະເຈົ້າຢ່າງສຸດກຳລັງ.
11 ແລະ ອະມິວລອນສັ່ງໃຫ້ພວກນີ້ຢຸດການຮ້ອງທູນ; ແລະ ລາວໄດ້ວາງນາຍຍາມໄວ້ທຸກດ້ານເພື່ອຄຸມພວກເຂົາ, ຖ້າເຫັນຜູ້ໃດກໍຕາມເອີ້ນຫາພຣະເຈົ້າ ຜູ້ນັ້ນຈະຕ້ອງຕາຍ.
12 ແລະ ແອວມາກັບຜູ້ຄົນຂອງເພິ່ນບໍ່ໄດ້ຮ້ອງທູນຕໍ່ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາອອກສຽງ, ແຕ່ພວກເຂົາໄດ້ ທຸ້ມເທໃຈຂອງພວກເຂົາແດ່ພຣະອົງ; ແລະ ພຣະອົງຮູ້ຈັກຄວາມນຶກຄິດຂອງໃຈຂອງພວກເຂົາ.
13 ແລະ ເຫດການໄດ້ບັງເກີດຂຶ້ນຄື ສຸລະສຽງຂອງພຣະຜູ້ເປັນເຈົ້າໄດ້ມາເຖິງພວກເຂົາໃນທ່າມກາງຄວາມທຸກຂອງພວກເຂົາ, ມີຄວາມວ່າ: ຈົ່ງເງີຍໜ້າຂຶ້ນ ແລະ ຈົ່ງສະບາຍໃຈເຖີດ, ເພາະວ່າເຮົາຮູ້ຈັກເຖິງພັນທະສັນຍາທີ່ພວກເຈົ້າເຮັດໄວ້ກັບເຮົາ; ແລະ ເຮົາຈະເຮັດພັນທະສັນຍາກັບຜູ້ຄົນຂອງເຮົາ ເພື່ອປົດປ່ອຍພວກເຂົາອອກຈາກຄວາມເປັນທາດ.
14 ແລະ ເຮົາຈະໃຫ້ພາລະແບກຫາບຢູ່ບ່າຂອງພວກເຈົ້າເບົາບາງລົງຈົນວ່າພວກເຈົ້າບໍ່ຮູ້ສຶກວ່າ ມີຫຍັງຢູ່ເທິງຫລັງເລີຍ ເຖິງແມ່ນໃນຂະນະທີ່ພວກເຈົ້າເປັນທາດ; ແລະ ເລື່ອງນີ້ເຮົາຈະເຮັດໄປເພື່ອພວກເຈົ້າຈະໄດ້ຢືນເປັນ ພະຍານໃຫ້ເຮົາໃນພາຍໜ້າ, ແລະ ເພື່ອພວກເຈົ້າຈະຮູ້ຈັກຢ່າງແນ່ນອນວ່າ ເຮົາຄື ອົງພຣະຜູ້ເປັນເຈົ້າ, ໄດ້ມາຢ້ຽມຢາມຜູ້ຄົນຂອງເຮົາໃນ ຄວາມທຸກຂອງພວກເຂົາ.
15 ແລະ ເຫດການໄດ້ບັງເກີດຂຶ້ນຄື ພາລະແບກຫາບຊຶ່ງຢູ່ເທິງບ່າຂອງແອວມາກັບພີ່ນ້ອງຂອງເພິ່ນຖືກເຮັດໃຫ້ເບົາບາງລົງ; ແທ້ຈິງແລ້ວ, ພຣະຜູ້ເປັນເຈົ້າໄດ້ເພີ່ມ ພະລັງໃຫ້ພວກເຂົາ ເພື່ອພວກເຂົາຈະໄດ້ທົນຕໍ່ ພາລະແບກຫາບຢ່າງງ່າຍດາຍ, ແລະ ພວກເຂົາໄດ້ຍອມຮັບຢ່າງເບີກບານມ່ວນຊື່ນ ແລະ ດ້ວຍ ຄວາມອົດທົນຕໍ່ພຣະປະສົງທັງໝົດຂອງພຣະຜູ້ເປັນເຈົ້າ.
16 ແລະ ເຫດການໄດ້ບັງເກີດຂຶ້ນຄື ສັດທາ ແລະ ຄວາມອົດທົນຂອງພວກເຂົານັ້ນໃຫຍ່ຫລວງຈົນວ່າ ສຸລະສຽງຂອງພຣະຜູ້ເປັນເຈົ້າມາຫາພວກເຂົາອີກ, ມີຄວາມວ່າ: ຈົ່ງສະບາຍໃຈເຖີດ, ເພາະວ່າໃນມື້ອື່ນ ເຮົາຈະມາປົດປ່ອຍພວກເຈົ້າອອກຈາກຄວາມເປັນທາດແລ້ວ.
17 ແລະ ພຣະອົງໄດ້ກ່າວກັບແອວມາວ່າ: ເຈົ້າຈົ່ງອອກໜ້າຜູ້ຄົນພວກນີ້ໄປ, ແລະ ເຮົາຈະໄປກັບເຈົ້າ ແລະ ຈະປົດປ່ອຍຜູ້ຄົນພວກນີ້ອອກຈາກ ຄວາມເປັນທາດ.
18 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນຕອນກາງຄືນ ແອວມາກັບຜູ້ຄົນຂອງເພິ່ນໄດ້ເຕົ້າໂຮມຝູງສັດ ແລະ ພືດພັນຂອງພວກເຂົາໄວ້; ແທ້ຈິງແລ້ວ, ແມ່ນແຕ່ຕະຫລອດທັງຄືນທີ່ພວກເຂົາໄດ້ເຕົ້າໂຮມຝູງສັດຂອງພວກເຂົາເຂົ້າກັນ.
19 ແລະ ໃນຕອນເຊົ້າ ພຣະຜູ້ເປັນເຈົ້າເຮັດໃຫ້ຊາວເລມັນ ນອນຫລັບສະໜິດ, ແທ້ຈິງແລ້ວ, ແລະ ພວກຫົວໜ້າງານທັງໝົດກໍນອນຫລັບສະໜິດ.
20 ແລະ ແອວມາກັບຜູ້ຄົນຂອງເພິ່ນໄດ້ເດີນທາງເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ; ແລະ ໃຊ້ເວລາເດີນທາງໝົດມື້ ແລ້ວຈຶ່ງໄດ້ຕັ້ງຜ້າເຕັນຂຶ້ນຢູ່ໃນຮ່ອມພູບ່ອນໜຶ່ງ ແລະ ຕັ້ງຊື່ຮ່ອມພູນັ້ນວ່າ ແອວມາ, ເພາະວ່າເພິ່ນໄດ້ນຳທາງພວກເຂົາເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ.
21 ແທ້ຈິງແລ້ວ, ແລະ ຢູ່ໃນຮ່ອມພູແອວມານັ້ນ ພວກເຂົາໄດ້ທຸ້ມເທ ຄວາມຂອບພຣະໄທຂອງພວກເຂົາແດ່ ພຣະຜູ້ເປັນເຈົ້າເພາະພຣະອົງໄດ້ເມດຕາພວກເຂົາ, ແລະ ເຮັດໃຫ້ພາລະແບກຫາບຂອງພວກເຂົາເບົາບາງລົງ, ແລະ ປົດປ່ອຍພວກເຂົາອອກຈາກຄວາມເປັນທາດ; ເພາະວ່າພວກເຂົາເຄີຍໄດ້ຢູ່ໃນຄວາມເປັນທາດມາ, ແລະ ບໍ່ມີຜູ້ໃດຈະປົດປ່ອຍພວກເຂົາໄດ້ນອກຈາກພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ.
22 ແລະ ພວກເຂົາໄດ້ຖວາຍຄວາມຂອບພຣະໄທແດ່ພຣະເຈົ້າ, ແທ້ຈິງແລ້ວ, ພວກຜູ້ຊາຍຂອງພວກເຂົາ ແລະ ພວກຜູ້ຍິງຂອງພວກເຂົາ ແລະ ພວກເດັກນ້ອຍທັງໝົດຂອງພວກເຂົາທີ່ເວົ້າໄດ້, ໄດ້ສົ່ງສຽງສັນລະເສີນພຣະເຈົ້າຂອງພວກເຂົາ.
23 ແລະ ບັດນີ້ພຣະຜູ້ເປັນເຈົ້າໄດ້ກ່າວກັບແອວມາວ່າ: ເຈົ້າຈົ່ງຟ້າວໜີອອກຈາກແຜ່ນດິນນີ້ໄປພ້ອມທັງຜູ້ຄົນພວກນີ້ ເພາະວ່າຊາວເລມັນຕື່ນແລ້ວ ແລະ ໄດ້ຕິດຕາມພວກເຈົ້າມາ; ສະນັ້ນ ໃຫ້ພວກເຈົ້າອອກຈາກແຜ່ນດິນນີ້, ແລະ ເຮົາຈະຢຸດຊາວເລມັນໄວ້ໃນຮ່ອມພູນີ້ ເພື່ອພວກເຂົາຈະບໍ່ຕິດຕາມຜູ້ຄົນພວກນີ້ໄປ.
24 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ອອກໄປຈາກຮ່ອມພູນັ້ນ ແລະ ໄດ້ອອກເດີນທາງເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ.
25 ຫລັງຈາກພວກເຂົາຢູ່ໃນຖິ່ນແຫ້ງແລ້ງກັນດານເປັນເວລາສິບສອງມື້ ພວກເຂົາກໍມາຮອດແຜ່ນດິນເຊຣາເຮັມລາ; ແລະ ກະສັດໂມໄຊຢາໄດ້ຕ້ອນຮັບພວກເຂົາດ້ວຍຄວາມຊື່ນຊົມ.