ບົດທີ 26
ສະມາຊິກຂອງສາດສະໜາຈັກຫລາຍຄົນຖືກນຳພາໄປຫາບາບໂດຍຜູ້ທີ່ບໍ່ເຊື່ອຖື—ແອວມາໄດ້ຮັບສັນຍາທີ່ຈະມີຊີວິດນິລັນດອນ—ຜູ້ທີ່ກັບໃຈ ແລະ ຮັບບັບຕິສະມາໄດ້ຮັບການໃຫ້ອະໄພ—ສະມາຊິກຂອງສາດສະໜາຈັກຜູ້ທີ່ເຮັດບາບຊຶ່ງໄດ້ກັບໃຈ ແລະ ສາລະພາບຜິດຕໍ່ແອວມາ ແລະ ພຣະຜູ້ເປັນເຈົ້າ ຈະໄດ້ຮັບການອະໄພໂທດ; ຖ້າບໍ່ດັ່ງນັ້ນ, ພວກເຂົາຈະບໍ່ຖືກນັບເຂົ້າຢູ່ໃນບັນດາຜູ້ຄົນຂອງສາດສະໜາຈັກ. ປະມານ 120–100 ປີ ກ່ອນ ຄ.ສ.
1 ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ມີຄົນລຸ້ນໃໝ່ເປັນຈຳນວນຫລວງຫລາຍທີ່ບໍ່ເຂົ້າໃຈຄຳເວົ້າຂອງກະສັດເບັນຢາມິນ, ໂດຍທີ່ຍັງເປັນເດັກນ້ອຍໆຢູ່ໃນເວລາທີ່ເພິ່ນກ່າວກັບຜູ້ຄົນຂອງເພິ່ນ; ແລະ ພວກເຂົາບໍ່ເຊື່ອຖືຮີດຄອງປະເພນີຂອງບັນພະບຸລຸດຂອງພວກເຂົາ.
2 ພວກເຂົາບໍ່ເຊື່ອເລື່ອງທີ່ມີກ່າວໄວ້ກ່ຽວກັບການຟື້ນຄືນຊີວິດຂອງຄົນຕາຍ, ທັງບໍ່ເຊື່ອກ່ຽວກັບການສະເດັດມາຂອງພຣະຄຣິດ.
3 ແລະ ບັດນີ້ເປັນຍ້ອນຄວາມບໍ່ເຊື່ອຖືຂອງພວກເຂົາ, ພວກເຂົາຈຶ່ງບໍ່ ເຂົ້າໃຈພຣະຄຳຂອງພຣະເຈົ້າ; ແລະ ໃຈຂອງພວກເຂົາແຂງກະດ້າງ.
4 ແລະ ພວກເຂົາບໍ່ຍອມຮັບບັບຕິສະມາ; ທັງບໍ່ຍອມເຂົ້າຮ່ວມສາດສະໜາຈັກ. ແລະ ພວກເຂົາເປັນພວກໜຶ່ງທີ່ຢູ່ຕາມສັດທາຂອງຕົນເອງ, ແລະ ເປັນຢູ່ຈົນວ່າຕົກຢູ່ໃນສະພາບແຫ່ງ ກາມມະລົມ ແລະ ເຕັມໄປດ້ວຍບາບ ເພາະວ່າພວກເຂົາບໍ່ຍອມເອີ້ນຫາພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ.
5 ແລະ ບັດນີ້ໃນສະໄໝການປົກຄອງຂອງໂມໄຊຢານັ້ນ ພວກເຂົາເຫລົ່ານີ້ມີບໍ່ຮອດເຄິ່ງໜຶ່ງຂອງຈຳນວນຜູ້ຄົນຂອງພຣະເຈົ້າ; ແຕ່ເປັນເພາະ ການແຕກແຍກໃນບັນດາພີ່ນ້ອງ ພວກເຂົາຈຶ່ງກັບມີຈຳນວນຫລາຍຂຶ້ນ.
6 ເພາະເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ຫລອກລວງຜູ້ຄົນທີ່ຢູ່ໃນສາດສະໜາຈັກເປັນຈຳນວນຫລວງຫລາຍດ້ວຍຄຳຍົກຍ້ອງຂອງພວກເຂົາ, ແລະ ໄດ້ເຮັດໃຫ້ພວກເຂົາກະທຳບາບຫລາຍຢ່າງ; ສະນັ້ນຈຶ່ງເປັນການສົມຄວນທີ່ຄົນຢູ່ໃນສາດສະໜາຈັກຊຶ່ງກະທຳບາບຈະຖືກສາດສະໜາຈັກ ຕັກເຕືອນ.
7 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ຖືກນຳມາຢູ່ຕໍ່ໜ້າປະໂລຫິດ, ແລະ ຜູ້ສອນກໍໄດ້ມອບພວກເຂົາໃຫ້ແກ່ປະໂລຫິດ; ແລະ ປະໂລຫິດຈຶ່ງນຳພວກເຂົາມາຢູ່ຕໍ່ໜ້າແອວມາ, ຜູ້ຊຶ່ງເປັນ ມະຫາປະໂລຫິດ.
8 ບັດນີ້ກະສັດໂມໄຊຢາໄດ້ມອບສິດອຳນາດໃຫ້ແກ່ແອວມາເພື່ອດູແລສາດສະໜາຈັກ.
9 ແລະ ເຫດການໄດ້ບັງເກີດຂຶ້ນຄື ແອວມາບໍ່ຮູ້ຈັກຫຍັງກ່ຽວກັບພວກນີ້ເລີຍ; ແຕ່ມີພະຍານຫລາຍຄົນກ່າວຫາພວກເຂົາ; ແທ້ຈິງແລ້ວ, ຜູ້ຄົນຢືນເປັນພະຍານເຖິງຄວາມຊົ່ວຮ້າຍຂອງພວກເຂົາຢ່າງຫລວງຫລາຍ.
10 ແລະ ບັດນີ້ມັນບໍ່ເຄີຍມີເລື່ອງແນວນີ້ເກີດຂຶ້ນມາກ່ອນເລີຍໃນສາດສະໜາຈັກ; ສະນັ້ນ ແອວມາຈຶ່ງມີຄວາມຫຍຸ້ງຍາກໃນວິນຍານຂອງເພິ່ນ, ແລະ ເພິ່ນໄດ້ນຳເອົາຄົນພວກນັ້ນມາຢູ່ຕໍ່ໜ້າກະສັດ.
11 ແລະ ເພິ່ນໄດ້ກ່າວກັບກະສັດວ່າ: ຈົ່ງເບິ່ງ, ຫລາຍຄົນທີ່ພວກຂ້ານ້ອຍນຳເອົາມາຢູ່ຕໍ່ໜ້າທ່ານນີ້ ຖືກພີ່ນ້ອງຂອງພວກເຂົາກ່າວຫາ; ແທ້ຈິງແລ້ວ, ພວກເຂົາຖືກພາໄປຫາຄວາມຊົ່ວຮ້າຍນາໆປະການ. ແລະ ພວກເຂົາບໍ່ຍອມກັບໃຈຈາກຄວາມຊົ່ວຮ້າຍນັ້ນ; ສະນັ້ນ ພວກຂ້ານ້ອຍຈຶ່ງນຳພວກເຂົາມາຫາທ່ານເພື່ອທ່ານຈະໄດ້ຕັດສິນພວກເຂົາຕາມຄວາມຜິດຂອງພວກເຂົາ.
12 ກະສັດໂມໄຊຢາໄດ້ກ່າວກັບແອວມາວ່າ: ຈົ່ງເບິ່ງ, ເຮົາຈະບໍ່ຕັດສິນພວກເຂົາ; ສະນັ້ນ ເຮົາຈະ ມອບພວກເຂົາໃຫ້ຢູ່ໃນມືຂອງທ່ານເພື່ອຕັດສິນ.
13 ແລະ ບັດນີ້ວິນຍານຂອງແອວມາມີຄວາມຫຍຸ້ງຍາກຕື່ມຂຶ້ນ; ແລະ ເພິ່ນໄດ້ທູນຖາມພຣະຜູ້ເປັນເຈົ້າວ່າ ເພິ່ນຄວນຈະເຮັດແນວໃດກ່ຽວກັບເລື່ອງນີ້, ເພາະເພິ່ນຢ້ານວ່າເພິ່ນຈະເຮັດຜິດໃນສາຍພຣະເນດຂອງພຣະເຈົ້າ.
14 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກເພິ່ນໄດ້ທຸ້ມເທຈິດວິນຍານທັງໝົດຂອງເພິ່ນແດ່ພຣະເຈົ້າແລ້ວ, ສຸລະສຽງຂອງພຣະຜູ້ເປັນເຈົ້າໄດ້ມາເຖິງເພິ່ນ, ມີຄວາມວ່າ:
15 ແອວມາ, ເຈົ້າເປັນສຸກແລ້ວ, ແລະ ຜູ້ທີ່ໄດ້ຮັບບັບຕິສະມາໃນ ນ້ຳມໍມອນກໍເປັນສຸກຄືກັນ. ເຈົ້າເປັນສຸກແລ້ວເພາະ ສັດທາອັນຍິ່ງໃຫຍ່ຂອງເຈົ້າທີ່ມີໃນຄຳເວົ້າຂອງອະບີນາໄດຜູ້ຮັບໃຊ້ຂອງເຮົາແຕ່ຝ່າຍດຽວ.
16 ແລະ ພວກເຂົາເປັນສຸກແລ້ວ ເພາະວ່າສັດທາອັນຍິ່ງໃຫຍ່ຂອງພວກເຂົາທີ່ມີໃນຄຳເວົ້າຂອງເຈົ້າແຕ່ຝ່າຍດຽວ ຊຶ່ງເຈົ້າໄດ້ເວົ້າກັບພວກເຂົາ.
17 ແລະ ເຈົ້າເປັນສຸກແລ້ວ ເພາະວ່າເຈົ້າໄດ້ສະຖາປະນາ ສາດສະໜາຈັກຂຶ້ນໃນບັນດາຜູ້ຄົນພວກນີ້; ແລະ ພວກເຂົາຈະຖືກສະຖາປະນາຂຶ້ນ, ແລະ ພວກເຂົາຈະເປັນຜູ້ຄົນຂອງເຮົາ.
18 ແທ້ຈິງແລ້ວ, ຜູ້ຄົນພວກນີ້ຜູ້ທີ່ເຕັມໃຈຮັບ ພຣະນາມຂອງເຮົາຈະໄດ້ຮັບພອນ; ເພາະວ່າພວກເຂົາຈະຖືກເອີ້ນໃນພຣະນາມຂອງເຮົາ; ແລະ ພວກເຂົາເປັນຂອງເຮົາ.
19 ແລະ ເພາະວ່າເຈົ້າຖາມເຮົາກ່ຽວກັບຜູ້ລ່ວງລະເມີດ, ເຈົ້າຈະໄດ້ຮັບພອນ.
20 ເຈົ້າເປັນຜູ້ຮັບໃຊ້ຂອງເຮົາ; ແລະ ເຮົາເຮັດພັນທະສັນຍາກັບເຈົ້າວ່າ ເຈົ້າຈະມີ ຊີວິດນິລັນດອນ; ແລະ ເຈົ້າຈະໄດ້ຮັບໃຊ້ເຮົາ ແລະ ອອກໄປໃນພຣະນາມຂອງເຮົາ, ແລະ ເຕົ້າໂຮມແກະຂອງເຮົາເຂົ້າກັນ.
21 ແລະ ຜູ້ທີ່ໄດ້ຍິນສຽງຂອງເຮົາຈະເປັນ ແກະຂອງເຮົາ; ແລະ ເຈົ້າຈະຮັບເຂົາເຂົ້າມາໃນສາດສະໜາຈັກ, ແລະ ເຮົາຈະຮັບເອົາເຂົາໄວ້ຄືກັນ.
22 ເພາະຈົ່ງເບິ່ງ, ນີ້ຄືສາດສະໜາຈັກຂອງເຮົາ; ຜູ້ໃດກໍຕາມທີ່ຮັບ ບັບຕິສະມາ ຈະຮັບບັບຕິສະມາໄວ້ກັບການກັບໃຈ. ແລະ ຜູ້ໃດກໍຕາມທີ່ເຈົ້າຮັບໄວ້ຈະເຊື່ອໃນນາມຂອງເຮົາ; ແລະ ເຮົາຈະ ໃຫ້ອະໄພເຂົາຢ່າງເຕັມໃຈ.
23 ເພາະເຮົານີ້ແຫລະເປັນຜູ້ ຮັບເອົາບາບຂອງໂລກໄວ້; ເພາະເຮົານີ້ແຫລະເປັນຜູ້ ສ້າງເຂົາ; ແລະ ເຮົານີ້ແຫລະເປັນຜູ້ໃຫ້ສະຖານທີ່ບ່ອນໜຶ່ງທາງຂວາມືຂອງເຮົາແກ່ຜູ້ທີ່ເຊື່ອຈົນເຖິງທີ່ສຸດ.
24 ເພາະຈົ່ງເບິ່ງ, ເຂົາຈະຖືກເອີ້ນໃນນາມຂອງເຮົາ; ແລະ ຖ້າຫາກເຂົາ ຮູ້ຈັກເຮົາ ເຂົາກໍຈະອອກມາ, ແລະ ຢູ່ໃນສະຖານທີ່ຊົ່ວນິລັນດອນບ່ອນໜຶ່ງທາງຂວາມືຂອງເຮົາ.
25 ແລະ ເຫດການຈະບັງເກີດຂຶ້ນຄື ເວລາສຽງແກເທື່ອ ທີສອງດັງຂຶ້ນ ເມື່ອນັ້ນຜູ້ທີ່ບໍ່ເຄີຍ ຮູ້ຈັກເຮົາຈະອອກມາ ແລະ ຢືນຢູ່ຕໍ່ໜ້າເຮົາ.
26 ແລະ ເວລານັ້ນເຂົາຈະຮູ້ຈັກວ່າ ເຮົາຄືພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຂົາ, ແລະ ເຮົາຄືພຣະຜູ້ໄຖ່ຂອງເຂົາ; ແຕ່ວ່າເຂົາບໍ່ຍອມຖືກໄຖ່ເລີຍ.
27 ແລະ ຈາກນັ້ນເຮົາຈະກ່າວກັບເຂົາວ່າ ເຮົາບໍ່ເຄີຍ ຮູ້ຈັກເຂົາ; ແລະ ເຂົາຈະ ອອກໄປຫາໄຟ ອັນເປັນນິດ ຊຶ່ງຕຽມໄວ້ສຳລັບມານກັບບໍລິວານຂອງມັນ.
28 ສະນັ້ນ ເຮົາກ່າວກັບເຈົ້າວ່າ, ຜູ້ໃດທີ່ບໍ່ຍອມ ຟັງສຽງຂອງເຮົາ, ຜູ້ນັ້ນຈະບໍ່ໄດ້ຮັບເຂົ້າຢູ່ໃນສາດສະໜາຈັກຂອງເຮົາ, ແລະ ເຮົາຈະບໍ່ຮັບເອົາເຂົາໃນວັນສຸດທ້າຍ.
29 ສະນັ້ນ ເຮົາກ່າວກັບເຈົ້າວ່າ, ຈົ່ງອອກໄປ; ແລະ ຜູ້ໃດກໍຕາມທີ່ລ່ວງລະເມີດຕໍ່ເຮົາ, ເຈົ້າຈົ່ງ ຕັດສິນເຂົາ ແລ້ວແຕ່ບາບທີ່ເຂົາໄດ້ກະທຳມາ; ແລະ ຖ້າຫາກເຂົາ ສາລະພາບບາບທີ່ເຂົາໄດ້ກະທຳມານັ້ນຕໍ່ໜ້າເຈົ້າ ແລະ ຕໍ່ໜ້າເຮົາ, ແລະ ກັບໃຈດ້ວຍຄວາມຈິງໃຈຂອງເຂົາ, ແລ້ວເຈົ້າຈົ່ງໃຫ້ ອະໄພແກ່ເຂົາ, ແລະ ເຮົາຈະໃຫ້ອະໄພແກ່ເຂົາຄືກັນ.
30 ແທ້ຈິງແລ້ວ, ເຖິງແມ່ນວ່າຜູ້ຄົນຂອງເຮົາຈະກັບໃຈ ເທົ່າໃດເທື່ອກໍຕາມ ເຮົາກໍຈະໃຫ້ ອະໄພແກ່ເຂົາສຳລັບການລ່ວງລະເມີດຂອງເຂົາທີ່ມີຕໍ່ເຮົາ.
31 ແລະ ເຈົ້າຈົ່ງໃຫ້ ອະໄພແກ່ການລ່ວງລະເມີດຂອງກັນແລະກັນ; ເພາະຕາມຄວາມຈິງແລ້ວ, ເຮົາກ່າວກັບເຈົ້າວ່າ ຜູ້ທີ່ບໍ່ໃຫ້ອະໄພການລ່ວງລະເມີດຂອງເພື່ອນບ້ານເມື່ອເຂົາເວົ້າວ່າເຂົາກັບໃຈແລ້ວ, ຜູ້ນັ້ນຈະຖືກນຳຕົວມາຫາການກ່າວໂທດ.
32 ບັດນີ້ເຮົາກ່າວກັບເຈົ້າວ່າ, ຈົ່ງອອກໄປ; ແລະ ຜູ້ໃດກໍຕາມທີ່ບໍ່ກັບໃຈຈາກບາບຂອງເຂົາ ຜູ້ນັ້ນຈະບໍ່ໄດ້ນັບເຂົ້າຢູ່ໃນບັນດາຜູ້ຄົນຂອງເຮົາ; ແລະ ເລື່ອງນີ້ຈະຕ້ອງປະຕິບັດນັບຕັ້ງແຕ່ເວລານີ້ເປັນຕົ້ນໄປ.
33 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາແອວມາໄດ້ຍິນຖ້ອຍຄຳເຫລົ່ານີ້ແລ້ວ, ເພິ່ນໄດ້ຂຽນມັນໄວ້ ເພື່ອເພິ່ນຈະມີມັນ, ແລະ ເພື່ອເພິ່ນຈະໄດ້ຕັດສິນຜູ້ຄົນຂອງສາດສະໜາຈັກຕາມພຣະບັນຍັດຂອງພຣະເຈົ້າ.
34 ແລະ ເຫດການໄດ້ບັງເກີດຂຶ້ນຄື ແອວມາໄດ້ອອກໄປຕັດສິນຜູ້ທີ່ຖືກພາໄປຫາຄວາມຊົ່ວຮ້າຍຕາມພຣະຄຳຂອງພຣະຜູ້ເປັນເຈົ້າ.
35 ແລະ ຜູ້ໃດກໍຕາມທີ່ກັບໃຈຈາກບາບຂອງພວກເຂົາ ແລະ ໄດ້ ສາລະພາບຜິດ, ແລ້ວເພິ່ນກໍໄດ້ນັບພວກເຂົາໄວ້ໃນບັນດາຜູ້ຄົນຂອງສາດສະໜາຈັກ;
36 ແລະ ຜູ້ທີ່ບໍ່ຍອມສາລະພາບບາບຂອງພວກເຂົາ ແລະ ບໍ່ກັບໃຈຈາກຄວາມຊົ່ວຮ້າຍຂອງພວກເຂົາ, ຄົນພວກນັ້ນຈະບໍ່ໄດ້ຖືກນັບໄວ້ໃນບັນດາຜູ້ຄົນຂອງສາດສະໜາຈັກ, ແລະ ຊື່ຂອງພວກເຂົາຖືກ ລຶບອອກ.
37 ແລະ ເຫດການໄດ້ບັງເກີດຂຶ້ນຄື ແອວມາໄດ້ຄວບຄຸມການງານທັງໝົດຂອງສາດສະໜາຈັກ; ແລະ ພວກເຂົາເລີ່ມມີສັນຕິສຸກຂຶ້ນອີກ ແລະ ຈະເລີນຮຸ່ງເຮືອງຢ່າງຍິ່ງໃນການງານຂອງສາດສະໜາຈັກໂດຍເດີນໄປຢ່າງຮອບຄອບຕໍ່ພຣະພັກຂອງພຣະເຈົ້າ, ໄດ້ຮັບເອົາຫລາຍຄົນ ແລະ ໃຫ້ບັບຕິສະມາຫລາຍຄົນ.
38 ແລະ ບັດນີ້ແອວມາກັບເພື່ອນຮ່ວມງານຂອງເພິ່ນຊຶ່ງດູແລສາດສະໜາຈັກໄດ້ເຮັດໄປທັງໝົດນີ້ໂດຍການເດີນໄປດ້ວຍຄວາມພາກພຽນທຸກຢ່າງ, ສິດສອນພຣະຄຳຂອງພຣະເຈົ້າທຸກຢ່າງ, ທົນຮັບຄວາມທຸກນາໆປະການ, ຖືກຂົ່ມເຫັງໂດຍທຸກຄົນທີ່ບໍ່ໄດ້ເປັນຂອງສາດສະໜາຈັກຂອງພຣະເຈົ້າ.
39 ແລະ ພວກເຂົາໄດ້ຕັກເຕືອນພີ່ນ້ອງຂອງພວກເຂົາ; ແລະ ພວກເຂົາກໍໄດ້ຮັບເອົາຄຳ ຕັກເຕືອນ, ທຸກຄົນໂດຍພຣະຄຳຂອງພຣະເຈົ້າ, ອີງຕາມບາບຂອງຕົນ, ຫລື ວ່າບາບທີ່ເຂົາໄດ້ກະທຳໄປນັ້ນ, ໂດຍຮັບບັນຊາຈາກພຣະເຈົ້າວ່າໃຫ້ ອະທິຖານຢ່າງບໍ່ທໍ້ຖອຍ, ແລະ ຂອບພຣະໄທພຣະອົງໃນທຸກສິ່ງ.